5769

xtgmf]k; 6 15/12/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ gvfu [u vto5 ,a fmb o 10 ]h ko3f]k grn j vxa [x5 'ly j 'c;f]h v,mu j fu 16 j s];'rt[k' ໂດຍ: ເກີດຂວັນໃຈ ມາລີຈັນສີ xtgmf]k; ,u -h k' s]kpd;j k 900 38 * ສປປ ລາວເປັນທີ່ຮັບຮູ້ ແລະ ຂຶ້ນຊື່“ອານາຈັກລ້ານຊ້າງໃນອະ ດີດປະຫວັດສາດຜ່ານມາ ເຊິ່ງສະ ແດງໃຫ້ເຫັນຄວາມອຸດົມຮັ່ງມີ ແລະ ສະຫງົບສຸກຂອງລາວທີ່ ເຕັມໄປດ້ວຍຊ້າງນັບໄດ້ລ້ານໆ ໂຕໃນແຜ່ນດິນແຫ່ງນີ້ ເຖິງປັດຈຸ ບັນນີ້ ສປປ ລາວຍັງແມ່ນໜຶ່ງ ໃນ 10 ບັນດາສະມາຊິກອາຊຽນທີ່ມີ ປະຊາກອນຊ້າງຫລົງເຫລືອຫລາຍ ທີ່ສຸດ ໃນນັ້ນ ຊ້າງປ່າໃນທົ່ວປະເທດ ລາວ ມີຢູ່ 400 ໂຕ ແລະ ຊ້າງ ບ້ານ 450 ໂຕ ຂະນະນີ້ລັດຖະບານລາວ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ ປົກປັກຮັກສາອະນຸລັກຊ້າງເຫລົ່າ ນັ້ນໃຫ້ຄົງຢູ່ເພື່ອລູກເພື່ອຫລານຕະ ຫລອດໄປຢ່າງຍືນຍົງດ້ວຍການ ຮ່ວມມືກັບອົງການຈັດຕັ້ງສາກົນ, ສ້າງກິດຈະກໍາດີໆ ເພື່ອສົ່ງເສີມ ການອະນຸລັກຊ້າງຜ່ານການທ່ອງ ທ່ຽວ ແລະ ອື່ນໆ. ຫລ້າສຸດໃນໂອກາດທີ່ ສປປ ລາວ ເປີດປີທ່ອງທ່ຽວ ແລະ ເປັນ ເຈົ້າພາບຈັດກອງປະຊຸມສຸດຍອດ ອາຊຽນປີ 2024, ແຂວງໄຊຍະບູ ລີ ໄດ້ປະກາດວ່າ ການຈັດງານມະ ຫະກຳບຸນຊ້າງ ແມ່ນມີຄວາມພ້ອມ ຢ່າງເຕັມທີ່ໃຫ້ສອດຄ່ອງກັບເປີດ ປີທ່ອງທ່ຽວລາວ 2024 ໃນເດືອນ ກຸມພານີ້. ທ່ານ ເພັດພິໄຊ ສູນວິໄລ ຮອງ * ເມືອງມໍລະດົກໂລກຫລວງພະ ບາງກາຍເປັນໜຶ່ງຂອງຈຸດໝາຍ ທາງທ່ອງທ່ຽວຍອດນິຍົມໃນ 10 ປະເທດສະມາຊິກອາຊຽນທີ່່ສາ ມາດ ເຊື່ອມໂຍງເຊືີີ່ອມຈອດກັບບັນ ດາຂົງເຂດພາກພື້ນ ແລະ ສາກົນ. ຫວ່າງບໍ່ດົນມານີ້ ທະນາຄານ ພັດທະນາອາຊີ ຫລື ADB ໄດ້ອະ ນຸມັດເງິນກູ້ 35 ລ້ານໂດລາສະຫະ ລັດ ແລະ ເງິນຊ່ວຍເຫລືອ 10 ລ້ານ ໂດລາສະຫະລັດ ໃຫ້ແກ່ໂຄງການ ລົງທຶນ ປັບປຸງສິ່ງແວດລ້ອມຕົວ ເມືອງ ເພື່ອຊ່ວຍສະໜັບສະໜູນການ ພັດທະນາຕົວເມືອງແບບຍືນຍົງ, ທຸກຄົນມີສ່ວນຮ່ວມ ແລະ ເຂັ້ມແຂງ ໃນຕົວເມືອງຫລວງພະບາງ ແລະ ຄາດວ່​ າໂ​ ຄງການນີ້​ ຈ​ ະໄ​ ດ້ສ້​ າງ ຜົນ​ ປະໂ​ ຫຍດ​ ແກ່ປ​ ະຊາຊົນ 104.500 ຄົນ ແ​ ລະ ແ​ ຂກທ່​ ອງທ່​ ຽວ 1,3 ລ້ານ ເ​ທື່ອຄົ​ ນ ໃນແຕ່ລະປີ ຮອດປີ​ 2031. ນະຄອນຫລວງພະບາງ ເປັນສູນ ກາງການຄົມມະນາຄົມ ແລະ ການ ທ່ອງທ່ຽວທີ່ສຳຄັນໃນພາກເໜືອ ຂອງລາວ ທີ່ມີຈຸດໃຈກາງຂອງຕົວ ເມືອງທີ່ເຕີບໃຫຍ່ໄວ, ຕັ້ງຢູ່ໃນຈຸດ ເຊື່ອມຕໍ່ຂອງແມ່ນ້ຳຂອງ ແລະ ແມ່ ນ້ຳຄານ. ບໍລິເວນທາງປະຫວັດສາດ ແລະ ທິວທັດອ້ອມຮອບທີ່ໜາແໜ້ນ ຂອງເມືອງ ໄດ້ຮັບການເພີ່ມເຂົ້າໃນ ບັນຊີ ລາຍຊື່ມໍລະດົກໂລກຂອງອົງ ການການສຶກສາ, ວິທະຍາສາດແລະ ວັດທະນະທໍາ ຂອງສະຫະປະຊາ ຊາດ (UNESCO) ໃນປີ 1995. ນັບ​ແຕ່​ນັ້ນ​ມາ, ການ​ທ່ອງທ່​ ຽວ​ ແລະ​ ການ​ຂະ​ຫຍາຍ​ຕົວ​ ຂອງ​ປະ​ ຊາ​ກອນ​ ໄດ້​ກະ​ຕຸ້ນ​ໃຫ້​ມີ​ການ​ຂະ​ ຫຍາຍ​ຕົວ​ເມືອງ​ອອກ ແລະ​ກາລະ​ ໂອ​ກາດ​ທາງ​ເສດ​ຖະ​ກິດ​ໃໝ່ໆ ກໍ່ ເພີ່ມຂຶ້ນ. ເຖິງຢ່າງໃ​ ດກໍ​ ດີ​ , ການເ​ຕີບ​ ໂຕ​ຍັງ​ໄດ້​ນຳ​ມາ​ ​ສິ່ງ​ທ້າ​ທາຍບາງ​ ຢ່າງ​ ລວມທັງ​ການ​ສັນຈອນ​ທີ່ແອ​ ອັດ, ການຖິ້​ ມຂີ້​ ເຫຍື້ອ ແ​ ລະ​ສະຖານ​ ທີ່​ທ່ອງທ່​ ຽວ​ທີ່​ແອອັດ. ການ​ພັດທະນາ​ລະບົບ​ຄຸ້ມຄອງ​ ຂີ້ເ​ຫຍື້ອແ​ ລະບຳບັດນ້​ ຳເ​ປື້ອນແມ່ນ ມີ​ຄວາມ​ຕ້ອງການ​ຫລາຍ, ຖະໜົນ​ ຫົນທາງໃ​ ນຕົ​ ວເ​ມືອງແ​ ລະ ເ​ສັ້ນທາງ ຍ່າງ, ເ​ຂດສີ​ ຂຽວສ​ າທາລະນະ​ຍັງ​ ບໍ່​ທັນ​ມີ​ຫລາຍ ແລະ ມີຄວາມຕ້ອງ ການ​ທີ່​ເພີ່ມ​ຂຶ້ນ, ​ເຮັດ​ໃຫ້​ສິ່ງ​ແວດ​ ລ້ອມ​ຊຸດ​ໂຊມ​ລົງ ແລະ ​ສົ່ງຜົນກະ ທົບໃຫ້ຊີວິດ​ການເປັນ​ຢູ່​ຂອງ​ຄົນ ໃນຕົວ​ເມືອງ​. ຕາມຂໍ້ມູນຈາກພະແນກ ຖວທ ຫລວງພະບາງ ໄດ້ລາຍງານວ່າ ເມືອງມໍລະດົກຍັງເປັນເມືອງທີ່ໄດ້ ຮັບຄວາມນິຍົມຈາກນັກທ່ອງທ່ຽວ ທົ່ວທຸກມູມຂອງໂລກສະເພາະປີ 2023ນີ້ນັກທ່ອງທ່ຽວເຂົ້າມາທ່ອງ ທ່ຽວບໍ່ຕໍ່າກວ່າ 6 ແສນຄົນ ແລະ ຄາດວ່າປີ 2024 ຈະເພີ່ມ ຂຶ້ນເຖິງ 8 ແສນຄົນ. ເຈົ້າແຂວງໄຊຍະບູລີ ປະທານຈັດ ງານມະຫະກໍາບຸນຊ້າງ ປະຈໍາປີ 2024 ໄດ້ຖະແຫລງຂ່າວຕໍ່ສື່ມວນ ຊົນ ແຂວງໄຊຍະບູລີ ໃນວັນທີ 13 ທັນວາ 2023 ນີ້ວ່າ: ໄຊຍະບູລີ​ຈະ ຈັດງານມະຫະກຳບຸນຊ້າງ​ ພ້ອມ ເປີດປີທ່ອງທ່ຽວລາວ​2024​ຢ່າງ ເປັນທາງການ​ ໃນເດືອນກຸມພາ.​ ງານມະຫະກຳບຸນຊ້າງ​ ແມ່ນໜຶ່ງ ໃນ​ 12​ ກິດຈະກໍາທີ່ຕິດພັນກັບປີ ທ່ອງທ່ຽວລາວ2​ 024​ຂອງແຂວງ ໄຊຍະບູລີ​ແລະ​ເປັນພິທີເປີດປີທ່ອງ ທ່ຽວລາວຂອງແຂວງຢ່າງເປັນ ທາງການ. ງານມະຫະກໍາບຸນຊ້າງປີ​2024​ ແມ່ນເປັນຄັ້ງທີ​ 17, ຈະປະກອບ ມີກິດຈະກຳຕ່າງໆ ດັ່ງນີ້: ກິດຈະ ກໍາຫລັກຄື: ວັນທີ 12 ກຸມພາ ເປີດ ງານຕະຫລາດນັດວາງສະແດງສິນ ຄ້າທັງພາຍໃນ ແລະ ຕ່າງປະເທດ, ຕອນຄໍ່າຂອງວັນທີ 12-13 ກຸມພາ ຈະມີການສະແດງສິລະປະວັນນະ ຄະດີ, ວັນທີ 14-15 ກຸມພາ ຊ້ອມ ໃຫຍ່ຂະບວນແຫ່ກ້ອນສະແດງ ຕ່າງໆໃນພິທີເປີດງານ,​ ຕອນຄໍ່າ ຂອງວັນທີ 14 ກຸມພາ 2024 ຈະມີ ການແຂ່ງຂັນປະກວດນັກຮ້ອງ ສຽງດີ ແລະ ດົນຕີພື້ນເມືອງ, ຕອນ ຄໍ່າຂອງວັນທີ 15 ກຸມພາ 2024 ປະກວດນາງສາວງາມທິດາບຸນ ຊ້າງ, ວັນທີ 16 ກຸມພາ 2024 ພິທີຕັກບາດອຸທິດສ່ວນບຸນກູສົນ ໃຫ້ຊ້າງ ແລະ ກວດກາຄວາມພ້ອມ ຮອບດ້ານ, ພ້ອມກັນນັ້ນຕອນຄໍ່າ ຂອງວັນທີ 16 ກຸມພາ ຈະຈັດການ ແຂ່ງຂັນຕີກອງຫາງ, ວັນທີ 17 ກຸມພາ ເປີດງານມະຫະກໍາບຸນຊ້າງ ແລະ ເປີດປີທ່ອງທ່ຽວລາວ 2024 ຢູ່ແຂວງໄຊຍະບູລີ ຢ່າງເປັນ ທາງ ການ ແລະ ຊົມການສະແດງໂດດ ຈ້ອງ, ວັນທີ 18 ກຸມພາ 2024 ສືບ ຕໍ່ກິດຈະກໍາທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະ ການສະແດງຂອງຊ້າງຄຳຮູ້, ການ ໃຫ້ອາຫານຊ້າງ, ການບໍລິການຂີ່ ຊ້າງ, ການສະແດງສິລະປະວັນນະ ຄະດີ ແລະ​ຕອນຄໍ່າຂອງວັນທີ ຈະ ໄດ້ຊົມກອງສະແດງກາຍຍະສິນ ຈາກກອງກາຍຍະສິນແຫ່ງຊາດ​ ແລະ​ກິດຈະກຳປິ່ນອ້ອມ ມີຄື: ກິດ ຈະກໍາທາງດ້ານກິລາ ວັນທີ 12 ກຸມພາ 2024 ກິດຈະກໍາຍ່າງເພື່ອ ການກຸສົນຈາກເດີ່ນກິລາຮົມຂອງ ແຂວງ ຫາ ເດີ່ນສະໜາມຫລວງ ຫາ ສະຖານທີ່ຈັດງານຕະຫລາດນັດ (ໃນມື້ເປີດງານຕະຫລາດນັດ), ວັນທີ 14 ກຸມພາ 2024 ກິດຈະກໍາ ແຂ່ງຂັນຟຸດຊໍ. ໃນດ້ານກິດຈະກໍາການທ່ອງ ທ່ຽວ ມີຄື: ກາບໄຫວ້ບູຊາວັດສີບຸນ ເຮືອງ (ບ້ານໃຫຍ່), ຫໍຫລັກເມືອງ ແລະ ວັດພູທອກ, ທ່ຽວຊົມສູນ ອະນຸ ລັກຊ້າງລາວ (ອ່າງນ້ຳຕຽນ), ສູນ ອະນຸລັກແລະຂະຫຍາຍພັນຊ້າງອາ ຊີ(ຢູ່ພູແຄນ)ແລະມູນນິທິອະນຸລັກ ສັດ ແລະ ສິ່ງແວດລ້ອມລາວ (ບ້ານ ນາຕໍໃຫຍ່), ຢ້ຽມຊົມຫໍສະໝຸດຊ້າງ ແລະ ກິດຈະກຳອະນຸລັກຊ້າງຢູ່ສູນ ອະນຸລັກຊ້າງນໍ້າຕຽນ, ນອກຈາກ ນີ້ຍັງມີກິດຈະກໍາແຂ່ງຂັນແຕ້ມຮູບ, ສ້າງທັກສະ ແລະ ສ້າງຈິດສໍານຶກ ກ່ຽວກັບຊ້າງ ໃຫ້ເຍົາວະຊົນ, ຊາວ ໜຸ່ມ ຢູ່ທີ່ສະໜາມຊ້າງນ້ອຍກ໋ອບ. ພ້ອມກັນນີ້ ໄດ້ມີຄວາມພ້ອມບໍລິ ການເຕັ້ນນອນຢູ່ແຄມນໍ້າຮຸ່ງສໍາລັບ ນັກທ່ອງທ່ຽວ, ຂີ່ເຮືອຊົມວິວນ້ຳ ຂອງ (ບ້ານທ່າເດື່ອ). ສຳລັບ​ 12 ກິດຈະກໍາເປີດປີ ທ່ອງທ່ຽວລາວ 2024 ຂອງແຂວງ ໄຊຍະບູລີ ປະກອບມີກິດຈະກໍາລະ ດັບຊາດແມ່ນກໍານົດເອົາງານມະຫາ ກໍາບຸນຊ້າງປະຈໍາປີ2024ແລະ ເປັນ ພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງ.ກິດຈະກໍາລະດັບແຂວງ ແມ່ນກໍານົດເອົາເທສະການບຸນ ກອງເຂົ້າໃຫຍ່ເມືອງພຽງໃນວັນທີ 9-12 ມັງກອນ 2024, ເປີດແຫລ່ງ ທ່ອງທ່ຽວສູນອານຸລັກຊ້າງພູແຄນ ໃນເດືອນກຸມພາ 2024, ກິດຈະກຳ ລະດັບເມືອງມີ 10 ກິດຈະກໍາ. ແນວໃດກໍດີ ການເປີດງານບຸນ ຊ້າງປີນີ້ຈະສາມາດເຮັດໃຫ້ນັກ ທ່ອງທ່ຽວບໍ່ພຽງມ່ວນຊື່ນກັບຫລາຍ ກິດຈະກໍາໃນງານບຸນຊ້າງເທົ່ານັ້ນ ຫາກຍັງຈະເຟີດເຟີນ ແລະ ປະທັບ ໃຈກັບທໍາມະຊາດແຄມທາງຈາກ ນະຄອນຫລວງວຽງຈັນ ເຖິງ ແຂວງ ໄຊຍະບູລີ ເພາະວ່າການກໍ່ສ້າງໃໝ່ ຫາກໍສໍາເລັດ ສະນັ້ນການເດີນທາງ ມີຄວາມສະດວກສະບາຍຫລາຍ ກວ່າເກົ່າ ນອກຈາກນັ້ນທ່ານຍັງຈະ ໄດ້ແວ່ຢ້ຽມຈຸດຊຸມວິວ, ແຫລ່ງທ່ອງ ທ່ຽວຫລາຍຈຸດ ແລະ ມີໂອກາດຈະ ສໍາຜັດວິຖີດໍາລົງຊີວິດຂອງຊາວ ບ້ານໃນເຂດຫ່າງໄກສອກຫລີກ ອີກດ້ວຍ.

RkJQdWJsaXNoZXIy MTc3MTYxMQ==