5769

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 15/12/2023 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ltskp dy ,g9y 'vy o z6 h oemu j py j '.spj 0v'xt-k-q o lxx gdq ks]u ໃນທ້າຍສະຕະວັດທີ່ຜ່ານມາ, ສປປ ເກົາຫລີ ໄດ້ຜະເຊີນໜ້າກັບ ສະພາບການທີ່ບໍ່ເພີງປາຖະໜາເມື່ອ ລະບົບສັງຄົມນິຍົມໃນຫລາຍປະ ເທດຖືກລົ້ມສະຫລາຍສະຫາຍໄດ້ ສືບຕໍ່ນຳພາຈັດຕັ້ງປະຕິບັດນະໂຍ ບາຍເຊິນກຸນຢ່າງມີຜົນສຳເລັດຮອບ ດ້ານ, ເຮັດໃຫ້ ສປປ ເກົາຫລີ ເປັນ ແວ່ນແຍງອັນໃສແຈ້ງໃຫ້ແກ່ບັນດາ ປະເທດເພື່ອນມິດໄດ້ຮ່ຳຮຽນນຳ. ກຳລັງປະກອບອາວຸດປະຊາຊົນ ເກົາຫລີ ໄດ້ພັດທະນາຂີດຄວາມ ສາມາດໃນການເປັນເສົາຄ້ຳໃຫ້ແກ່ ປະເທດຊາດ. ພາຍໃຕ້ການຊີ້ນຳ-ນຳພາຂອງ ສະ ຫາຍກິມ ເຈິງ ອິນ, ສປປ ເກົາຫລີ ໄດ້ມີຄວາມເຂັ້ມແຂງທາງດ້ານ ປ້ອງກັນປະເທດ, ມີຄວາມສາມາດ ສູງ, ມີຄວາມພ້ອມໃນລະດັບສູງຕໍ່ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ. ສະຫາຍ ກິມ ເຈິງ ອິນ ໄດ້ຫັນ ປ່ຽນທົ່ວສັງຄົມຂອງ ສປປ ເກົາຫລີ ເປັນຄອບຄົວແຫ່ງວົງຄະນາຍາດທີ່ ມີຄວາມເປັນເອກະພາບໃນລະດັບ ສູງ, ມີຄວາມສາມັກຄີເປັນປຶກແຜ່ນ. ສະຫາຍ ກິມ ເຈິງ ອິນ ໄດ້ເປັນຜູ້ ວາງຮາກຖານອັນເຂັ້ມແຂງໃຫ້ແກ່ ການກໍ່ສ້າງສັງຄົມນິຍົມ, ສະຫາຍ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການນຳພາໂດຍການໄຂສັງ ກາດແຫ່ງສະຕິປັນຍາ ແລະ ຫົວ ຄິດປະດິດສ້າງດ້ວຍການພັດທະ ນາເຕັກໂນໂລຊີ CNC ໃຫ້ເປັນອຸດ ສາຫະກຳກໍ່ສ້າງກົນຈັກ, ສະຫາຍໄດ້ ນຳພາການປະຕິວັດອຸດສາຫະກຳ ແຫ່ງສະຕະວັດໃໝ່ ແລະ ເຮັດໃຫ້ ເສດຖະກິດແຫ່ງຊາດກ້າວຂຶ້ນສູ່ທັນ ສະໄໝ. ພາຍໃຕ້ການຊີ້ນຳ-ນຳພາຂອງ ສະຫາຍ, ສປປ ເກົາຫລີ ໄດ້ມີບົດ ບາດສູງເດັ່ນຂຶ້ນ, ເສດຖະກິດມີການ ເຕີບໂຕຢ່າງສະໝ່ຳສະເໝີ, ການຜະ ລິດອຸດສາຫະກຳ ໄດ້ຫັນເປັນທັນ ສະໄໝ, ບັນດາໂຮງງານ ແລະ ວິສາ ຫະກິດລວມທັງໂຮງງານກົນຈັກຮິ ເຈິນເລີນອາ, ໂຮງງານປຸງແຕ່ງ ໝາກໄມ້ແດດົງກາງໄດ້ຖືກສ້າງຂຶ້ນ ແລະ ມີຄວາມທັນສະໄໝໃນລະດັບ ໂລກ. ປັດຈຸບັນນີ້, ສປປ ເກົາຫລີ ເປັນ ເນື່ອງໃນໂອກາດວັນຄົບຮອບ12 ປີ ແຫ່ງການມໍລະນະກຳ ຂອງສະຫາຍ ກິມເຈິງອິນ, ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫລີ (ວັນທີ 17/12/2011-17/12/2023) ໜຶ່ງໃນບັນດາປະເທດທີ່ຜະລິດດາວ ທຽມແລະເຄື່ອງຍິງປ່ອຍດາວທຽມ. ທົ່ວທຸກຫົນແຫ່ງຂອງປະເທດ ລວມທັງນະຄອນຫລວງພຽງຢາງ ໄດ້ກ້າວໄປຕາມເສັ້ນທາງສູ່ຄວາມ ທັນສະໄໝ. ສະຫາຍ ກິມ ເຈິງ ອິນ ໄດ້ອຸທິດ ຕະຫລອດຊີວິດຂອງຕົນໃຫ້ແກ່ພາ ລະກິດສ້າງສາ ສປປ ເກົາຫລີ ໃຫ້ມີ ຄວາມເຂັ້ມແຂງ ແລະ ພາລະກິດປົກ ປັກຮັກສາສັນຕິພາບ, ຄວາມໝັ້ນ ຄົງຢູ່ໃນພາກພື້ນ ແລະ ສາກົນ, ລວມ ເຖິງການບັນລຸພາລະກິດສັງຄົມນິ ຍົມ. ສະຫາຍ ກິມ ເຈິງ ອິນ ໄດ້ມີ ການພົບປະຫລາຍຄັ້ງກັບສະຫາຍ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາ ລົບຮັກ ຂອງປະຊາຊົນລາວ ແລະ ບັນດາຜູ້ນຳລາວໃນເມື່ອກ່ອນ ເຊິ່ງ ເປັນການປະກອບສ່ວນອັນສຳຄັນ ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນ ເປັນມູນເຊື້ອທີ່ມີມາແຕ່ດົນນານລະ ຫວ່າງ ສປປ ເກົາຫລີ ແລະ ສປປ ລາວ. ໃນປະຈຸບັດນີ້, ສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນເປັນ ມູນເຊື້ອ ລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ ໄດ້ຮັບການພັດທະ ນາຢ່າງບໍ່ຢຸດຢັ້ງ ໂດຍສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງ ງານເກົາຫລີ, ປະທານກິດຈະການ ແຫ່ງລັດ ແຫ່ງ ສປປ ເກົາລີ ແລະ ສະຫາຍ ທອງລຸນ ສີສຸລິດ, ເລຂາທິ ການໃຫ່ຍ ຄະນະບໍລິຫານງານສູນ ກາງພັກປະຊາຊົນປະຕິວັດລາວ,ປະ ທານປະເທດ ແຫ່ງ ສປປ ລາວ. ໃນໄລຍະເວລາ 10 ກວ່າປີຜ່ານ ມາພາຍຫລັງສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ເຖິງແກ່ມໍລະນະກໍາ ແລ້ວ, ສະຫາຍ ກິມ ເຈິງ ອຸນ ທີ່ແສນ ເຄົາລົບຮັກໄດ້ນຳພາການປະຕິວັດ ເກົາຫລີ ແລະ ສ້າງຄຸນງາມຄວາມດີ ອັນຍິ່ງໃຫ່ຍຢ່າງແທ້ຈິງ. ສະຫາຍໄດ້ນຳເອົາແນວຄິດຊີ້ ນຳຂອງພັກຂອງ ສປປ ເກົາຫລີ ໃຫ້ ກຳນົດເປັນລັດທິກິມອິນເຊິງ-ກິມ ເຈິງ ອິນໃຫ້ສອດຄ່ອງກັບຄວາມ ຮຽກຮ້ອງຕ້ອງການອັນໃໝ່ຂອງ ການພັດທະນາການປະຕິວັດ ແລະ ປະກາດຖືເອົາການຫັນເປັນລັດທິກິມ ອິນ ເຊິງ-ກິມ ເຈິງ ອິນ ໃນທົ່ວສັງຄົມ ເປັນໂຄງການອັນສູງສຸດຂອງພັກ. ພາຍໃຕ້ການຊີ້ນຳ-ນຳພາອັນ ສະຫລາດສ່ອງໃສຂອງສະຫາຍ ກິມເຈິງອຸນ, ຄວາມສາມາດການນໍາ ພາ ແລະ ຄວາມສາມາດການສູ້ຊົນ ຂອງພັກແຮງງານເກົາຫລີ ໄດ້ຮັບ ການເພີ່ມທະວີຍິ່ງໆຂຶ້ນ ແລະ ເສັ້ນ ທາງອັນໃໝ່ແຫ່ງການກໍ່ສ້າງສັງ ຄົມນິຍົມໄດ້ເປີດກວ້າງ. ໃນມື້ນີ້ ປະຊາຊົນ ສປປ ເກົາຫລີ ກຳລັງສືບຕໍ່ສ້າງຂະບວນການ, ສ້າງ ຜົນງານອັນໃຫຍ່ຫລວງໃນການຈັດ ຕັ້ງປະຕິບັດມະຕີກອງປະຊຸມໃຫຍ່ ຄັ້ງທີ8 ຂອງພັກ ແລະ ມະຕີຂອງບັນ ດາກອງປະຊຸມຄົບຄະນະບໍລິຫານ ງານສູນກາງພັກ, ແຜນພັດທະນາ ເສດຖະກິດສັງຄົມ ໄລຍະ 5 ປີແຫ່ງ ຊາດ ໂດຍສະເພາະໃນການເພີ່ມທະ ວີກຳລັງປ້ອງກັນຊາດ ແລະ ປັບປຸງ ຊີວິດການເປັນຂອງປະຊາຊົນ. ກຳລັງແຮງຂອງຊາດໄດ້ຮັບ ການເສີມຂະຫຍາຍຢ່າງສູງ ແລະ ສປປ ເກົາຫລີ ໄດ້ຢືນຢູ່ແຖວໜ້າ ຂອງປະເທດທີ່ມີຄວາມເຂັ້ມແຂງ ທາງດ້ານປ້ອງກັນຊາດ ແລະ ພາລະ ບົດບາດຂອງ ສປປ ເກົາຫລີ ນັບມື້ ນັບສູງເດັ່ນຂຶ້ນກວ່າເກົ່າໃນເວທີ ພາກພື້ນ ແລະ ສາກົນ, ໂດຍສະເພາະ ສາຍພົວພັນມິດຕະພາບ ແລະຄວາມ ສາມັກຄີ ລະຫວ່າງ ສປປ ເກົາຫລີ ແລະ ບັນດາປະເທດສັງຄົມນິຍົມໄດ້ ຮັບການເພີ່ມທະວີຍິ່ງໆຂຶ້ນກວ່າ ເກົ່າ ແລະ ຮັບປະກັນການປົກປັກຮັກ ສາສະພາບແວດລ້ອມແຫ່ງສັນຕິ ພາບແລະສະຖຽນລະພາບຢູ່ແຫລມ ເກົາຫລີ ຢ່າງໝັ້ນຄົງ. ຍ້ອນມີສະຫາຍ ກິມເຈິງອຸນ, ຜູ້ ສືບທອດທີ່ຍິ່ງໃຫຍ່ຂອງພາລະກິດ ການປະຕິວັດ, ມໍລະດົກອັນລ້ຳຄ່າທີ່ ສຸດຂອງສະຫາຍກິມ ເຈິງ ອິນຈະໄດ້ ຮັບການສືບທອດ ແລະ ເພີ່ມພູນຄຸນ ສ້າງຕະຫລອດໄປ. 22] fegou o 4 ,kf8tdko grj n vlh k'7;k,pn opq ' c]t g0A ,c0' * ພັກ ແລະ ລັດຖະບານແຫ່ງ ສປປ ລາວ ໄດ້ມີແນວທາງ, ແຜນນະ ໂຍບາຍ ແລະ ຄວາມພະຍາຍາມສູງ ເພື່ອນໍາກະແສໄຟຟ້າກະຈາຍສູ່ຕົວ ເມືອງ, ເຂດພູດອຍ-ຊົນນະບົດ, ຫ່າງໄກສອກຫລີກເປັນປະຖົມປັດ ໄຈພື້ນຖານໃນການພັດທະນາເສດ ຖະກິດ-ສັງຄົມ ເຊິ່ງນຳເອົາຄວາມ ສີ ວິໄລ ແລະ ຄວາມຈະເລີນຮຸ່ງເຮືອງ ມາສູ່ປະຊາຊົນລາວ ບັນດາເຜົ່າໃນ ທົ່ວປະເທດ. ລັດວິສາຫະກິດໄຟຟ້າລາວ (ຟຟລ) ເປັນວິສາຫະກິດ ທີ່ມີມູນຄ່າ ຊັບສິນສູງທີ່ສຸດຂອງປະເທດ ໂດຍ ມີໜ້າທີ່ຈັດຕັ້ງປະຕິບັດຍຸດທະສາດ ຂອງພັກ-ລັດ ມອບໝາຍໃຫ້ ແລະ ເປັນຄວາມຮັບຜິດຊອບໜ້າທີ່ການ ເມືອງກໍ່ຄືການປະຕິບັດໜ້າທີ່ສະໜັບ ສະໜູນ ແລະ ຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ໃນແຕ່ລະໄລຍະໃຫ້ເປັນຮູບ ປະທຳຮັບປະກັນການສະໜອງໄຟ ຟ້າໃຫ້ປະຊາຊົນລາວ ສາມາດມີໄຟ ຟ້າໃຊ້ຢ່າງພຽງພໍ ແລະ ທົ່ວເຖິງ ຕາມທິດທາງນະໂຍບາຍທີ່ລັດຖະ ບານກຳນົດໄວ້ ເຊິ່ງໃນຂະນະນີ້ປະ ຊາຊົນລາວສາມາດມີໄຟຟ້າໃຊ້ແລ້ວ ເຖິງ 95% ຂອງຈໍານວນຄົວເຮືອນ ທັງໝົດໃນທົ່ວປະເທດ; ໃນບົດສະເໜີຂອງທ່ານ ຈັນທະ ບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຟຟລ ຄັ້ງວັນທີ 16.01.2023 ວ່າ: ປັດຈຸບັນທົ່ວປະເທດມີແຫລ່ງຜະ ລິດໄຟຟ້າທັງໝົດ 89 ແຫ່ງ ທີ່ສະ ໜອງໄຟຟ້າໃຫ້ໄຟຟ້າລາວ ລວມກໍາ ລັງຕິດຕັ້ງ ທັງໝົດ 4.537 MW, ມີ ສະຖານີໄຟຟ້າແຮງສູງ 75 ແຫ່ງ, ມີ ລະບົບສາຍສົ່ງໄຟຟ້າແຮງສູງ 115 ກວ ແລະ 230 ກວ ຍາວ 9.974 Km ວົງຈອນ, ມີກຳລັງຕິດຕັ້ງໝໍ້ ແປງຫລາຍກວ່າ 6.000 MVA, ມີລະບົບຕາຂ່າຍຈຳໜ່າຍໄຟຟ້າ ພາກແຮງດັນກາງ ແລະ ແຮງດັນ ຕໍ່າຍາວ 55.600 Km ວົງຈອນ, ມີ ໝໍ້ແປງຢູ່ລະບົບຈຳໜ່າຍ 33.898 ໜ່ວຍ ລວມກຳລັງຕິດຕັ້ງຫລາຍ ກວ່າ 5.600 MVA, ມີພະນັກງານ ທັງໝົດ 5.800 ຄົນ, ໃນນັ້ນ ເຮັດ ວຽກບໍລິຫານ, ສ້ອມແປງ ແລະ ຄຸ້ມ ຄອງລະບົບໄຟຟ້າ ກວມເອົາ 70% ຂອງພະນັກງານທັງໝົດມີ19 ສາຂາ ແລະ ມີສູນບໍລິການລູກຄ້າ149 ສູນ. ເພື່ອດໍາເນີນທຸລະກິດຂອງ ຟຟລ ໃຫ້ມີຄວາມຍືນຍົງ ແລະ ເຂັ້ມແຂງ; ຟຟລ ກໍາລັງປະຕິບັດ 4 ມາດຕະ ການປະຕິຮູບຢ່າງຮີບດ່ວນ ຄື: ປະຕິ ຮູບອົງກອນໂດຍການປະຕິຮູບກົນ ໄກ ແລະ ຄົນ; ພ້ອມນັ້ນ, ຍັງຄົ້ນຄວ້າ ປັບປຸງໂຄງສ້າງລາຄາໄຟຟ້າໃຫ້ ສອດຄ່ອງ, ເປັນທຳຕໍ່ຜູ້ຊື້ ແລະ ຜູ້ ຂາຍ; ເຈລະຈາປັບປຸງສັນຍາຊື້- ຂາຍໄຟກັບບັນດາແຫລງຜະລິດໃຫ້ ຫລຸດລົງ ເພື່ອຫລຸດຕົ້ນທຶນ; ແລະ ເຈລະຈາຂໍປັບໂຄງສ້າງໜີ້ກັບທະນາ ຄານແລະສະຖາບັນການເງິນຕ່າງໆ ໂດຍ ຟຟລ ຈະເຮັດໃຫ້ການບໍລິຫານ ແລະ ດໍາເນີນທຸລະກິດມີຄວາມໂປ່ງ ໄສ, ມີປະສິດທິພາບ, ກວດສອບ ໄດ້ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບ ທຸກພາກສ່ວນ, ສ້າງຄວາມໝັ້ນຄົງ ທາງດ້ານພະລັງງານ, ຊື້ໄຟທີ່ມີຄຸນ ນະພາບ ແລະ ເປັນປະໂຫຍດໃຫ້ແກ່ ລະບົບຂອງ ຟຟລ ໃນລາຄາ ທີ່ສົມ ເຫດສົມຜົນ, ຫຼຸດລາຄາສະເລ່ຍລວມ ຂອງການຊື້ໄຟໃຫ້ຕໍ່າລົງ, ການລົງ ທຶນໃໝ່ຕ້ອງຮັບປະກັນໃຫ້ມີປະສິດ ທິຜົນ, ສ້າງລາຍຮັບອື່ນໆຈາກທ່າ ແຮງຂອງ ຟຟລ ເພື່ອບໍ່ໃຫ້ລາຄາໄຟ ຟ້າ ພາຍໃນປະເທດສູງເກີນໄປແລະ ຄົ້ນຄວ້າທຸລະກິດປິ່ນອ້ອມທີ່ມີທ່າ ແຮງ ເປັນຕົ້ນ ບໍລິການໃຫ້ເຊົ່າສາຍ ໃຍແກ້ວ Fiber Optic ເພື່ອເພີ່ມ ລາຍຮັບແກ່ອົງກອນ ແລະ ອື່ນໆ. ອີງຕາມບົດລາຍງານຂອງລັດ ຖະບານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດ ທີ IX ໃນວັນທີ 31.10 ວ່າ: ອີງຕາມ ມະຕິ 10/ລບ ກ່ຽວກັບແຜນປະຕິ ຮູບແຕ່ປີ 2021-2025 ໃນເບື້ອງ ຕົ້ນມີ 31 ຫົວໜ່ວຍ, ແບ່ງອອກ 4 ປະເພດການປະຕິຮູບ ໂດຍສະເພາະ ສືບຕໍ່ດໍາເນີນຂັ້ນຕອນການປະຕິຮູບ 19 ຫົວໜ່ວຍ ໃນນັ້ນ ມີລັດວິສາຫະ ກິດໄຟຟ້າລາວ ຊຶ່ງພາຍຫລັງທີ່ລັດ ຖະບານຮັບຮອງແຜນປະຕິຮູບຢ່າງ ຮອບດ້ານຈາກກົມການເມືອງສູນ ກາງພັກ ແລະ ລັດຖະບານ ເຊິ່ງໄດ້ ສໍາເລັດບັນດາໜ້າວຽກບຸລິມະສິດ ເປັນ ຕົ້ນ: ປັບປຸງໂຄງຮ່າງການຈັດ ຕັ້ງ ແລະ ບຸກຄະລາກອນຄືນໃໝ່,ຫັນ ການຄຸ້ມຄອງພະນັກງານຖາວອນ ມາໃຊ້ເປັນລະບົບວ່າຈ້າງຕາມສັນ ຍາແຮງງານ, ປັບປຸງໂຄງສ້າງໜີ້ ໂດຍເຈລະຈາກັບເຈົ້າໜີ້ ເພື່ອຍືດເວ ລາການຊໍາລະຕົ້ນທຶນ ແລະ ດອກ ເບ້ຍ, ປັບປຸງລາຄາໄຟພາກບໍ່ແມ່ນ ທີ່ຢູ່ອາໄສ ເພື່ອຫລຸດຜ່ອນການຂາດ ທຶນ, ເຈລະຈາຫລຸດມູນຄ່າໂຄງການ ຕ່າງໆທີ່ເຫັນວ່າມູນຄ່າສູງ, ຫລຸດ ລາຍຈ່າຍບໍລິຫານ ແລະ ສ້າງລາຍ ຮັບເພີ່ມ. ໃນຕໍ່ໜ້ານີ້ຈະເລັ່ງການປະຕິຮູບ ດ້ານລະບົບການຖືບັນຊີດ້ານລາຍ ຮັບ - ລາຍຈ່າຍ ໃຫ້ໄດ້ມາດຕະຖານ, ປັບປຸງປະສິດທິພາບ ລະບົບສາຍ ສົ່ງ ແລະ ຈໍາໜ່າຍໃຫ້ທົ່ວເຖິງ ແລະ ມີຄວາມສະຖຽນ, ຄົ້ນຄວ້າກົນໄກ ການຜະລິດ ແລະ ບໍລິຫານກະແສ ໄຟຟ້າໃຫ້ພຽງພໍ; ສ້າງຄວາມເຂັ້ມ ແຂງດ້ານການເງິນ, ບໍ່ມີການເກື້ອ ກູນຈາກພາກລັດ ໂດຍກຸ້ມຕົນເອງ ແລະ ສາມາດສ້າງຜົນກໍາໄລດ້ວຍ ການແຍກໜີ້ສິນຄຸມເຄືອຜ່ານມາ ເປັນອັນສະເພາະ. ການດຳເນີນທຸລະກິດໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນແນໃສ່ ສ້າງອຸດສາຫະກໍາໄຟຟ້າໃຫ້ເປັນຂະ ແໜງການຫລັກໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ສ້າງລາຍ ຮັບໃຫ້ແກ່ປະເທດ, ພ້ອມທັງຊຸກຍູ້ ສົ່ງເສີມຂະແໜງການປິ່ນອ້ອມໃຫ້ມີ ການພັດທະນາໄປຄຽງຄູ່ກັນ ເພື່ອ ສ້າງວຽກເຮັດງານທຳໃຫ້ປະຊາຊົນ ລາວບັນດາເຜົ່າ ແລະ ໄດ້ຊົມໃຊ້ໄຟ ຟ້າໃນລາຄາທີ່ສົມເຫດສົມຜົນໂດຍ ການປະຕິບັດ 2 ໜ້າທີ່ຍຸດທະສາດ ໃຫ້ສອດຄ່ອງນັ້ນ ຈຶ່ງໄດ້ເປັນພາລະ ໜ້າທີ່ ທີ່ໜັກໜ່ວງໃຫ້ ຟຟລ ແລະ ຈໍາເປັນຕ້ອງໃຊ້ທຶນຮອນອັນມະຫາ ສານເຂົ້າໃນການພັດທະນາລະບົບ ໂຄງລ່າງພື້ນຖານ ນັບຕັ້ງແຕ່ການ ລົງທຶນກໍ່ສ້າງແຫລ່ງຜະລິດ (ສ່ວນ ໃຫຍ່ການລົງທຶນ ໂດຍນັກລົງທຶນ ຕ່າງປະເທດ); ການກໍ່ສ້າງສາຍ ສົ່ງ-ສະຖານີໄຟຟ້າແຮງສູງ, ກໍ່ສ້າງ ຕາຂ່າຍໄຟຟ້າແຮງກາງ ແລະ ແຮງ ຕໍ່າ, ຈົນຮອດໝໍ້ນັບໄຟທີ່ຕິດຕັ້ງ ຕາມຕົວເຮືອນຂອງປະຊາຊົນເຊິ່ງ ບັນດາທຶນຮອນເຫລົ່ານັ້ນ ສ່ວນໜຶ່ງ ໄດ້ມາຈາກງົບປະມານຂອງລັດຖະ ບານ ແລະ ການຊ່ວຍເຫລືອຂອງ ຕ່າງປະເທດ, ແຕ່ສ່ວນໃຫຍ່ມາຈາກ ການກູ້ຢືມສະຖາບັນການເງິນຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ. ຄຽງຄູ່ກັບການລົງທຶນພັດທະນາ ພື້ນຖານໂຄງລ່າງ, ຟຟລ ມີພັນທະທີ່ ຕ້ອງແບກຫາບໜີ້ສິນ ທັງຕົ້ນທຶນ ແລະ ດອກເບ້ຍ ກູ້ຢືມຈາກສະຖາ ບັນການເງິນ ຕ່າງໆ; ປັດຈຸບັນເວົ້າ ໄດ້ວ່າ: ເປັນໄລຍະທີ່ ຟຟລ ຕ້ອງ ການທຶນຮອນຫລາຍທີ່ສຸດ ເພື່ອມາ ແກ້ໄຂໜີ້ສິນ ທີ່ຮອດກຳນົດຕ້ອງຊຳ ລະຄືນ ແລະ ເປັນໄລຍະທີ່ຫຍຸ້ງຍາກ ທີ່ສຸດຂອງ ຟຟລ ບວກກັບສະພາບ ການຜັນຜວນຂອງເສດຖະກິດກໍ່ຄືວິ ກິດດ້ານພະລັງງານທີ່ບັນດາປະເທດ ພາກພື້ນ ແລະ ສາກົນກຳລັງຜະເຊີນ; ແຕ່ເຖິງແນວໃດກໍ່ຕາມ, ຂໍໃຫ້ເຊື່ອ ໝັ້ນວ່າ: ພາຍຫລັງທີ່ພວກເຮົາສາ ມາດຜ່ານພົ້ນຈຸດວິກິດນີ້ໄປໄດ້ໃນ ອະນາຄົດບໍ່ດົນນີ້ ສິ່ງທີ່ໄດ້ທຸ້ມເທ ແລະ ອຸທິດໄປນັ້ນຈະສາມາດສ້າງ ພື້ນຖານ ແລະ ສ້າງຄວາມສະດວກ ສະບາຍ ໃຫ້ຮຸ່ນລູກ-ຮຸ່ນຫລານໃນ ຍຸກຕໍ່ໄປ ແລະ ຈະເລີ່ມແຕ່ບັດນີ້ເປັນ ຕົ້ນໄປ ຟຟລ ຈະເຮັດໃຫ້ການບໍລິ ຫານ ແລະ ດຳເນີນທຸລະກິດມີຄວາມ ໂປ່ງໄສ, ມີປະສິດທິພາບ, ກວດສອບ ໄດ້ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ກັບ ທຸກພາກສ່ວນ, ສ້າງຄວາມໝັ້ນຄົງ ທາງດ້ານພະລັງງານ, ໃນຂະນະດຽວ ກັນ ກໍ່ຈະສ້າງລາຍຮັບອື່ນໆຈາກທ່າ ແຮງຂອງ ຟຟລ ເພື່ອບໍ່ໃຫ້ລາຄາໄຟ ຟ້າພາຍໃນປະເທດສູງເກີນໄປ. ໂດຍ: ຣັດສະໝີ ດວງສັດຈະ *** ຕໍ່ຈາກສະບັບກ່ອນ*** ລາວ-ຫວຽດນາມ... ຂປລ. ໃນວັນທີ 14 ທັນວາ 2023 ທີ່ນະຄອນຫລວງຮ່າໂນ້ຍ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງ ຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ພ້ອມຄະນະໄດ້ ພົບປະສອງຝ່າຍກັບ ທ່ານ ຫງວຽນ ວັນ ຮຸ່ງ ລັດຖະມົນຕີກະຊວງວັດທະ ນາທຳ, ກິລາ ແລະ ທ່ອງທ່ຽວແຫ່ງ ສສ ຫວຽດນາມ ພ້ອມຄະນະ ເພື່ອ ຮັດແໜ້ນ ແລະ ເສີນຂະຫຍາຍການ ພົວພັນຮ່ວມມືສອງຝ່າຍ. ການພົບປະໃນຄັ້ງນີ້, ເພື່ອຜັນ ຂະຫຍາຍບົດບັນທຶກຄວາມເຂົ້າໃຈ ດ້ານສິລະປະ, ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ໄດ້ລົງນາມຮ່ວມກັນ ໄລຍະສົກປີ 2021-2025 ໂດຍທັງ ສອງຝ່າຍໄດ້ຕີລາຄາສູງຕໍ່ການ ຮ່ວມມື, ການແລກປ່ຽນ, ສະຫລຸບຕີ ລາການຮ່ວມມືໃນໄລຍະຜ່ານມາ ເຊິ່ງມີຜົນສໍາເລັດຫລາຍດ້ານເຊັ່ນ: ການຢ້ຽມຢາມ ແລະ ແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນດ້ານວັດ ທະນະທໍາ, ຈະເພີ່ມທະວີການພົບປະ ແລກປ່ຽນຄະນະວິຊາການຂອງ ສອງຝ່າຍໃຫ້ຫລາຍຂຶ້ນ, ອໍານວຍ ຄວາມສະດວກໃນການເດີນທາງ ເຂົ້າ-ອອກ ຂອງນັກທ່ອງທ່ຽວລະ ຫວ່າງ ສອງປະເທດ ແລະ ນັກທ່ອງ ທ່ຽວທີ່ມາຈາກປະເທດທີສາມ. ພ້ອມກັນນັ້ນ, ກໍໄດ້ປຶກສາຫາລື ຄວາມຄືບໜ້າ ການປະກອບເອກະ ສານຄໍາຮ້ອງສະເໜີອຸທິຍານແຫ່ງ ຊາດຫີນໜາມໜໍ່ ເຂົ້າເປັນມໍລະ ດົກໂລກທາງທຳມະຊາດຮ່ວມຊາຍ ແດນພາກສະຫຍາຍຕໍ່ຈາກອຸທິຍານ ແຫ່ງຊາດ ຟອງຫຍາ-ແກບາງມໍລະ ດົກໂລກທາງທໍາມະຊາດຂອງ ສສ ຫວຽດນາມ ເຊິ່ງຝ່າຍຫວຽດນາມ ກໍໄດ້ສະໜັບສະໜູນ. ປັດຈຸບັນ, ກໍາ ລັງປະສານງານກັບພາກສ່ວນກ່ຽວ ຂ້ອງຂອງຫວຽດນາມ ແລະ ຈະ ສາມາດສົ່ງເອກະສານດັ່ງກ່າວໃຫ້ ສູນມໍລະດົກໂລກກ່ອນວັນທີ 31 ມັງກອນ 2024. ພ້ອມນີ້,ທັງສອງ ກະຊວງ ຈະສືບຕໍ່ຜັນຂະຫຍາຍແຜນ ການຮ່ວມມືໃນຂົງເຂດ ວັດທະນະ ທໍາ, ວິຈິດສິນ, ມໍລະດົກ ແລະ ທ່ອງ ທ່ຽວ ລະຫວ່າງ ກະຊວງຖະແຫລງ ຂ່າວ, ວັດທະນະທຳແລະທ່ອງທ່ຽວ ສປປ ລາວ ແລະ ກະຊວງວັດທະ ນະທຳ, ກິລາ ແລະ ທ່ອງທ່ຽວ ສສ ຫວຽດນາມ. ຂ່າວ-ພາບ: ສຸກທະວີ

RkJQdWJsaXNoZXIy MTc3MTYxMQ==