5769

xtgmf]k; 3 15/12/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ໄໝຄຳຍ້ອມສິນ ໂດຍ: ກ່າ ຄຸດທະວົງສັກ dkox6 drn f\6 o;Po -j ;pxa [x5 'fy o s]5 fzj vodkooe.-h lkog7,u 2/12/1975 - 2/12/2023 co;7y f-U oe0v' xtmko wdlvo rq ,;y sko .o;Pd'kodkolb dlk (ເນື່ອງໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103 ປີ ວັນທີ 13 ທັນວາ 1920-13 ທັນວາ 2023) .-h lnj vvo]kp 1j k.sh me]kp 8q ogv'c]t 7q ovh v,0h k' * ປະທານ ໄກສອນ ພົມວິຫານ ແມ່ນນັກຕໍ່ສູ້ປະຕິວັດລາວຮຸ່ນທຳ ອິດທີ່ເຄີຍໄດ້ຮັບການອົບຮົມບົ່ມ ສອນຈາກພັກກອມມູນິດອິນດູຈີນ ໃນເມື່ອກ່ອນແລະ ເປັນທີ່ເຄົາລົບນັບ ຖືຈາກພະນັກງານສຶກສາ, ຄູ-ອາ ຈານແລະນັກຮຽນຮູ້-ປັນຍາຊົນໃນ ທົ່ວປະເທດ. ສະເພາະໃນວຽກງານ ການສຶກສາ, ປະທານ ໄກສອນ ພົມ ວິຫານ ເປັນຜູ້ຊາບຊຶມຢ່າງເລິກ ເຊິ່ງ ຄະຕິເຕືອນໃຈທີ່ ປະທານ ໂຮ່ຈີ່ມິງ ໄດ້ກ່າວໄວ້ວ່າ: “ເພື່ອຜົນປະໂຫຍດ 10 ປີ ປູກໄມ້, ເພື່ອຜົນປະໂຫຍດ 100 ປີ ສ້າງຄົນ”. ສະນັ້ນ, ເພິ່ນຈິ່ງ ໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ວຽກງານ ສ້າງຄົນ ຊຶ່ງໃຈກາງກໍແມ່ນວຽກ ງານການສຶກສາ ນັບຕັ້ງແຕ່ໄລຍະ ທຳອິດຂອງການປະຕິວັດລາວເປັນ ຕົ້ນມາ. ພ້ອມໆກັບການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງ ການປະຕິວັດລາວ, ການສຶກສາປະ ຕິວັດໄດ້ຮັບການສ້າງຕັ້ງຂຶ້ນແລະກໍ ໄດ້ພັດທະນາມາຢ່າງຕໍ່ເນື່ອງດ້ວຍ ຈັງຫວະໜັກແໜ້ນເຂັ້ມແຂງ ແລະ ວ່ອງໄວ ກາຍເປັນໜ້າປະຫວັດສາດ ໃໝ່ ຂອງການສຶກສາແຫ່ງຊາດ ລາວໃນເວລາຕໍ່ມາ ແລະ ກາຍເປັນ ຜົນງານອັນລ້ຳຄ່າຂອງການປະຕິ ວັດລາວ. ໃນກອງປະຊຸມສຶກສາທົ່ວ ເຂດປົດປ່ອຍ ຄັ້ງທີ II ວັນທີ 06/ 06/1974, ປະທານ ໄກສອນ ພົມ ວິຫານ ໄດ້ກ່າວປະໂຫຍກໜຶ່ງເອົາ ໄວ້ວ່າ: “ພື້ນຖານການສຶກສາໃໝ່ ໃນທົ່ວເຂດປົດປ່ອຍໄດ້ເບັ່ງບານ ເໝືອນດັ່ງດອກໄມ້ຍາມລະດູບານ ໃໝ່”. ພາລະກິດການສຶກສາປະຕິ ວັດຂອງລາວ ໄດ້ຮັບຄວາມເອົາ ໃຈໃສ່ຊີ້ນຳ-ນຳພາດ້ວຍຄວາມ ເປັນຫ່ວງເປັນໄຍ, ໃກ້ຊິດຕິດແທດ ຈາກ ປະທານ ໄກສອນ ພົມວິຫານ ຊຶ່ງສະແດງອອກຢ່າງຈະແຈ້ງເດັ່ນ ຊັດ ຜ່ານແຕ່ລະໄລຍະແຫ່ງການ ພັດທະນາໃຫ້ເຕີບໃຫຍ່ຂະຫຍາຍ ຕົວຂອງຂະແໜງການສຶກສາໃນ ປະເທດເຮົາ ຄື: ໃນເດືອນ09ປີ1961, ປະທານ ໄກສອນ ພົມວິຫານ ໄດ້ໃຫ້ການຊີ້ ນຳວ່າ: “ຕ້ອງເອົາພາສາລາວ ເຂົ້າ ໃນຫລັກສູດການສິດສອນຢູ່ໃນໂຮງ ຮຽນ”. ຈາກນັ້ນ, ຂະແໜງການສຶກ ສາຈິ່ງຮີບຮ້ອນສ້າງຫລັກສູດ ແລະ ປຶ້ມຕຳລາຮຽນໃໝ່ທີ່ເປັນພາສາ ລາວ ແລະ ເປັນຄັ້ງທຳອິດທີ່ໂຮງ ຮຽນທົ່ວເຂດປົດປ່ອຍ ໄດ້ນຳເອົາ ປຶ້ມຕຳລາທີ່ເປັນພາສາລາວເຂົ້າໃນ ການຮຽນ-ການສອນໃນທຸກໆວິ ຊາ-ທຸກໆຊັ້ນຮຽນ. ໃນມະຕິຄັ້ງທີ 15 ສະໄໝທີ I ຂອງຄະນະບໍລິຫານ ງານສູນກາງພັກ ໃນເດືອນ 07 ປີ 1967 ໄດ້ກຳນົດອອກວ່າ: “ຕ້ອງ ສ້າງຕັ້ງໂຮງຮຽນອຸດົມສຶກສາຂຶ້ນ ເພື່ອສ້າງເງື່ອນໄຂໃຫ້ແກ່ການສ້າງ ຕັ້ງມະຫາວິທະຍາໄລຢູ່ເຂດປົດ ປ່ອຍໃນຕໍ່ໜ້າ”. ແລະ ຕໍ່ຈາກນັ້ນ ມາ, ໂຮງຮຽນອຸດົມສຶກສາ(ມັດທະ ຍົມຕອນປາຍ) ກໍໄດ້ຮັບການສ້າງ ຕັ້ງຂຶ້ນຢູ່ເຂດປົດປ່ອຍ ແລະ ໃນເວ ລາຕໍ່ມາ, ໂຮງຮຽນສ້າງຄູຊັ້ນ ກາງ ແລະ ໂຮງຮຽນວິຊາສະເພາະ ຊັ້ນກາງ ຂອງຂະແໜງການຕ່າງໆ ກໍໄດ້ຮັບການສ້າງຕັ້ງຂຶ້ນຄືກັນ ຢູ່ ບົນດິນແດນເຂດປົດປ່ອຍ. ພາຍຫລັງປະເທດຊາດ ໄດ້ຮັບ ການປົດປ່ອຍຢ່າງສົມບູນ, ປະທານ ໄກສອນ ພົມວິຫານ ກໍໄດ້ປະກາດ ເລີ່ມຕົ້ນດຳເນີນການປະຕິຮູບການ ສຶກສາໃໝ່ໃນທົ່ວປະເທດເຊິ່ງແນວ ທາງຂອງພັກໄດ້ມີແຜນນະໂຍບາຍ * ໃນປັດຈຸບັນ, ການບໍລິໂພກຂໍ້ ມູນຂ່າວສານຕ່າງໆຜ່ານສື່ອອນ ລາຍກາຍເປັນກິດຈະວັດປະຈໍາວັນ ຂອງຄົນເຮົາໄປແລ້ວ, ໂດຍສະ ເພາະແມ່ນສື່ທາງເຟສບຸກ, ຢູທູບ, ຕິກຕ໋ອກ... ຊຶ່ງເປັນແຫລ່ງລວມ ຂ່າວສານຕ່າງໆຈາກທຸກມູມໂລກ ຢ່າງຫລວງຫລາຍ. ໃນບັນດາຂ່າວ ເຫລົ່ານັ້ນກໍມີທັງຂ່າວແທ້, ຂ່າວ ລວງ ຫລື ຂ່າວລື ເນື່ອງຈາກຂໍ້ມູນ ບາງຢ່າງທີ່ນຳສະເໜີຜ່ານສື່ອອນ ລາຍຍັງບໍ່ໄດ້ຮັບການກວດສອບ, ກັ່ນຕ່ອງຈຶ່ງເຮັດໃຫ້ການສົ່ງສານ ບໍ່ຖືກຕ້ອງແລະກາຍເປັນຂ່າວລືທີ່ບໍ່ ມີມູນຄວາມຈິງ ສ້າງຄວາມເຂົ້າ ໃຈຜິດໃຫ້ຜູ້ບໍລິໂພກ, ສົ່ງຜົນເຮັດ ໃຫ້ຜູ້ອ່ານເກີດຄວາມເຄັ່ງຕຶງ, ຮູ້ ສຶກບໍ່ດີກັບຄົນອ້ອມຂ້າງ ແລະ ເບິ່ງ ສັງຄົມໃນມຸມທີ່ມີແຕ່ຄວາມເສື່ອມ ໂຊມ. ແຕ່ຄວາມເປັນຈິງແລ້ວສັງ ຄົມກໍມີທັງສິ່ງດີ ແລະ ບໍ່ດີປົນກັນ ໄປ, ຂຶ້ນກັບເຮົາວ່າຈະເລືອກບໍລິ ໂພກຂໍ້ມູນແບບໃດ. ສະນັ້ນ, ການຮັບຂ່າວສານໃນ ໂລກສື່ອອນລາຍ, ຜູ້ບໍລິໂພກຄວນ ມີສະຕິ, ກ່ອນຈະສະແດງຄວາມຄິດ ເຫັນ ຫລື ສົ່ງຕໍ່ຂໍ້ມູນດັ່ງກ່າວຕ້ອງ ກວດສອບຂໍ້ມູນຈາກຫລາຍໆບ່ອນ ແລະ ບໍ່ຄວນເຊື່ອຂໍ້ມູນດັ່ງກ່າວ ໃນທັນທີທັນໃດ, ຕ້ອງໃຊ້ວິຈານະ ຍານກັ່ນຕອງຢ່າງຖີ່ຖ້ວນ, ເຊື່ອໄດ້ ແຕ່ຕ້ອງຢູ່ບົນພື້ນຖານເຫດ ແລະ ຜົນ, ຕ້ອງເບິ່ງຄວາມເປັນໄປ ໄດ້ ຂອງເຫດການ ແລະ ຮັບຂໍ້ມູນດ້ວຍ ຄວາມລະມັດລະວັງ, ພ້ອມທັງເບິ່ງ ສະຖານະການໃຫ້ຮອບຄອບ, ຄ່ອຍໆ ກັ່ນຕອງ ຢ່າຮີບຮ້ອນ ເພາະຈະຍິ່ງ ເຮັດໃຫ້ເກີດຄວາມເຄັ່ງຕຶງ ແລະ ກັງວົນຫລາຍຂຶ້ນກວ່າເກົ່າ. ອີກ ຢ່າງໜຶ່ງທີ່ຄວນຄຳນຶງຄືການສະ ແດງຄວາມຄິດເຫັນ, ເຮົາບໍ່ຄວນ ສະແດງຄວາມຄິດເຫັນຕໍ່ຂ່າວສານ ຕ່າງໆໃນສື່ອອນລາຍໂດຍທີ່ຍັງບໍ່ ທັນຮູ້ຂໍ້ມູນຊັດເຈັນ ແລະ ຕັດສິນ ໂດຍບໍ່ມີເຫດຜົນ ເພາະອາດຈະເຮັດ ໃຫ້ເຮົາກາຍເປັນເຄື່ອງມືໃນການ ໃສ່ຮ້າຍປ້າຍສີບຸກຄົນ ຫລື ກຸ່ມຄົນ ໜຶ່ງແບບບໍ່ຮູ້ສຶກໂຕແລະຈະເຮັດໃຫ້ ເກີດການສະແດງຄວາມຄິດເຫັນທີ່ ຮຸນແຮງ, ຂາດຄວາມສ້າງສັນ ແລະ ຍັງເປັນການສ້າງຄວາມເສື່ອມ ເສຍແກ່ບຸກຄົນທີ່ກ່ຽວຂ້ອງ, ຕ້ອງ ໃຫ້ສື່ ຫລື ບຸກຄົນທີ່ກ່ຽວຂ້ອງອອກ ມາໃຫ້ຂໍ້ມູນທີ່ຖືກຕ້ອງ. ສິ່ງສຳຄັນ ຄວນຕິດຕາມຂໍ້ມູນຂ່າວສານທີ່ຖືກ ຕ້ອງຈາກສື່ທີ່ເຊື່ອຖືໄດ້ ແລະ ມີການ ອ້າງອີງແຫລ່ງທີ່ມາຢ່າງຊັດເຈັນ. ພຽງເທົ່ານີ້ ທ່ານກໍຈະສາມາດ ຫລຸດຜ່ອນການບໍລິໂພກສື່ອອນ ລາຍທີ່ອາດນຳໄປສູ່ຄວາມເຂົ້າໃຈ ຜິດ, ການສ້າງຄວາມເຄັ່ງຕຶ່ງໃນສັງ ຄົມ, ສົ່ງຜົນເສຍດ້ານອາລົມແກ່ຕົນ ເອງ ແລະ ລຸດຜ່ອນຜົນກະທົບຕໍ່ຄົນ ອ້ອມຂ້າງ ໂດຍສະເພາະຜູ້ກ່ຽວ ຂ້ອງກັບຂໍ້ມູນນັ້ນ. * ການຜະລິດກະສິກຳເປັນສິນ ຄ້າ ຊ່ວຍສ້າງເສດຖະກິດຄອບຄົວ ໃຫ້ມີຢູ່ມີກິນ, ຍິ່ງຜົນຜະລິດສູງລາຍ ຮັບກໍຫລາຍຂຶ້ນ. ດັ່ງນັ້ນ, ບາງຄັ້ງ ຈຶ່ງມີການນຳໃຊ້ສານເຄມີເຂົ້າມາ ຊ່ວຍໃນການປາບສັດຕູພືດ, ເລັ່ງ ການຈະເລີນເຕີບໃຫຍ່ຂອງຜົນຜະ ລິດແລະອື່ນໆ. ແຕ່ການນຳໃຊ້ສານ ເຄມີດັ່ງກ່າວພັດສົ່ງຜົນກະທົບຕໍ່ສິ່ງ ແວດລ້ອມ, ເຮັດໃຫ້ດິນເສື່ອມຄຸນ ນະພາບ ແລະ ຜົນຜະລິດຫລຸດລົງ ເລື້ອຍໆ. ໂດຍເຫັນໄດ້ຜົນເສຍຫາຍ ດັ່ງກ່າວ ຄອບຄົວຂອງ ທ່ານ ໂສມ ງາມ ເລີດວິໄລ, ອາຍຸ 60 ປີ ຢູ່ ບ້ານບວມເລົາຜາແກ້ວ ເມືອງປາກ ລາຍ ແຂວງໄຊຍະບູລີ ຈຶ່ງຫັນຮູບ ແບບການຜະລິດກະສິກຳ ໂດຍນຳ ໃຊ້ເຕັກນິກການປູກພືດໝູນວຽນ ຊຶ່ງນອກຈາກມີລາຍຮັບ ເປັນກອບ ເປັນກຳແລ້ວ ຍັງເຮັດໃຫ້ການຜະ ລິດ ຂອງຄອບຄົວມີຄວາມຍືນຍົງ ເປັນມິດກັບສິ່ງແວດລ້ອມຕື່ມອີກ. ໃນໂອກາດປະກອບຄໍາຄິດເຫັນ ໃນກອງປະຊຸມອົງການປົກຄອງ ບ້ານໃຫຍ່ພັດທະນາບວມເລົາ-ຜາ ແກ້ວທ່ານ ໂສມງາມ ເລີດວິໄລ ໄດ້ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາການ ປູກພືດເປັນສິນຄ້າ ໄດ້ປູກແຕ່ສາລີ ດ້ວຍຮູບແບບການໄຖດິນ ແລະ ນຳ ໃຊ້ຢາຂ້າຫຍ້າ ເພື່ອກະກຽມດິນປູກ ພືດດັ່ງກ່າວ ແລະ ປູກແຕ່ພືດຊະນິດ ດຽວໃນພື້ນທີ່ເກົ່າ ຕິດຕໍ່ກັນຫລາຍ ປີ, ບໍໍ່ມີການປັບປຸງດິນ, ບໍ່ມີການໃສ່ ຝຸ່ນ, ບໍ່ມີການປູກພືດໝູນວຽນ ຈຶ່ງ ເຮັດໃຫ້ດິນເສື່ອມຄຸນນະພາບລົງ, ຜົນຜະລິດສາລີຫຼຸດລົງເລື້ອຍໆໃນ ແຕ່ລະປີ. ຕົກມາຮອດປີ 2000 ໄດ້ ມີໂຄງການນິເວດກະສິກຳ ລົງຈັດ ຕັ້ງປະຕິບັດກິດຈະກຳສົ່ງເສີມການ ປູກສາລີແບບບໍ່ໄຖດິນ, ຮັກສາເສດ ພືດປົກຄຸ້ມໜ້າດິນ, ໂດຍມີການປູກ ພືດປະສົມປະສານ, ປູກພືດໝູນວຽນ ແລະ ປູກພືດຕໍ່ເນື່ອງ ກໍ່ເຂົ້າຮ່ວມ ເປັນສະມາຊິກກຸ່ມຂອງໂຄງການ ດັ່ງກ່າວ, ໂດຍໄດ້ຮັບການຝຶກອົບ ຮົມຮຽນຮູ້ທາງດ້ານເຕັກນິກຕ່າງໆ ແລ້ວນຳມາຈັດຕັ້ງປະຕິບັດຕົວຈິງ ໃນພື້ນທີ່ຂອງຕົນເອງ. ໃນເນື້ອທີ່ປູກ ພືດທັງໝົດ 3,50 ເຮັກຕາ, ໄດ້ແບ່ງ ອອກເປັນ 2 ຕອນຄື: ຕອນທີ1: ເນື້ອ ທີ່ 2,50 ເຮັກຕາ ໂດຍນຳໃຊ້ປູກສາ ລີປະສົມ ແລະ ຕໍ່ເນື່ອງກັບຖົ່ວແດງ, ຖົ່ວດິນ. ເມື່ອປູກສາລີໄດ້ 75 ຫາ 80 ວັນແລ້ວ ຫລື ສັງເກດເບິ່ງສາ ລີກາບເຫລືອງ, ກໍໄດ້ອະນາໄມພື້ນ ທີ່, ຖາງຫຍ້າຢູ່ຕາມວ່າງສາລີ ຈາກ ນັ້ນເອົາຖົ່ວແດງມາປູກສັບຫວ່າງ ສາລີ (ນີ້ແມ່ນເຕັກນີກ: ປູກປະສົມ ປະສານ)ເມື່ອສາລີມີອາຍຸ120ວັນ, ກໍ່ເກັບກູ້ສາລີອອກ, ອານາໄມພື້ນ ທີ່ແລ້ວເອົາຖົ່ວແດງ ຫລື ເອົາຖົ່ວ ດິນມາປູກໃສ່ (ອັນນີ້ແມ່ນເອີ້ນວ່າ: ການປູກຕໍ່ເນື່ອງ), ສ່ວນຕອນດິນທີ່ 2: ມີເນື້ອທີ່ 1,50 ເຮັກຕາ, ໄດ້ ແບ່ງເປັນ 2 ຕອນ ໂດຍຕອນທີ 1 ປູກສາລີປະສົມ ກັບຖົ່ວແດງ ແລະ ຕອນທີ2ປູກມັນຕົ້ນ: ປີຕໍ່ໄປຕອນທີ່ ປູກສາລີ ປະສົມກັບຖົ່ວແດງ ແມ່ນ ເອົາມັນຕົ້ນມາປູກໃສ່ ແລະ ຕອນທີ່ ປູກມັນຕົ້ນປີຜ່ານມາ ແມ່ນເອົາສາລີ ແລະ ຖົ່ວແດງ ມາປູກໃສ່ ໝູນວຽນ ກັນໄປເລື້ອຍໆໃນແຕ່ລະປີ ຈາກ ການປະຕິບັດຕາມເຕັກນິກດັ່ງກ່າວ ເຫັນວ່າດິນມີຄວາມອຸດົມສົມບູນ ຂຶ້ນ, ເພາະພືດຕະກູນຖົ່ວເປັນພືດທີ່ ສາມາດປັບປຸງດິນໃນຕົວມັນເອງ, ເຮັດໃຫ້ໄດ້ຜົນຜະລິດເພີ່ມຂຶ້ນ ຜົນ ຜະລິດຄົງຕົວໃນແຕ່ລະປີ. ການປະ ຕິບັດຕາມເຕັກນິກແບບນີ້ ກໍບໍ່ຈຳ ເປັນຕ້ອງຊື້ຝຸ່ນເຄມີ ເຂົ້າມານຳໃຊ້ ໃນການຜະລິດ. ທ່ານ ໂສມງາມ ເລີດວິໄລ ໄດ້ ກ່າວຕຶ່ມອີກວ່າ: ມາຮອດປັດຈຸບັນ ດິນປູກພືດຂອງຕົນ ແມ່ນໄດ້ປູກ ແບບໝູນວຽນພືດເປັນ 2 ຊະນິດຄື: ສາລີ ແລະ ມັນຕົ້ນ ແລ້ວເອົາຖົ່ວ ແດງ, ຖົ່ວດິນມາປູກຕໍ່ເນື່ອງ, ປີໜຶ່ງ ໄດ້ຜົນຜະລິດສາລີ 7,5 ໂຕນຕໍ່ 1 ເຮັກຕາ, ຂາຍເປັນເງິນໄດ້ 10,8 ລ້ານກີບ, ຖົ່ວແດງໄດ້ 2,5 ໂຕນຕໍ່ 1 ເຮັກຕາ ຂາຍໄດ້ 45 ລ້ານກີບ ແລະ ມັນຕົ້ນໄດ້ 36 ໂຕນ ຕໍ່ 1 ເຮັກຕາ ຂາຍໄດ້ 54 ລ້ານກີບ, ລວມແລ້ວ ຄອບຄົວຂອງຂ້າພະເຈົ້າປີໜຶ່ງ ມີ ລາຍຮັບຈາກການຂາຍຜົນຜະລິດ ພືດໃນເນື້ອທີ່ 3,50 ເຮັກຕາ ເມື່ອ ຫັກຕົ້ນທຶນອອກຍັງເຫລືອ 90 ລ້ານ ກີບຕໍ່ປີ. ເມື່ອມີຜົນໄດ້ຮັບດີຄືແນວ ນັ້ນ ແລະ ດິນມີຄວາມອຸ ດົມສົມບູນ ໄປເລື້ອຍໆ, ປັດຈຸບັນເຕັກນິກການ ປູກພືດແບບປະສົມປະສານ, ໝູນ ວຽນແລະ ປູກພືດຕໍ່ເນື່ອງ, ມີຫລາຍ ຄອບຄົວນຳເອົາບົດຮຽນໄປຈັດຕັ້ງ ປະຕິບັດຢ່າງກວ້າງຂວາງ ໃນເຂດ ພັດທະນາຜາແກ້ວ-ປ່າໄລ່ ແລະ ເຂດອື່ນໆຂອງເມືອງ. ຈາກຜົນສຳເລັດດັ່ງກ່າວກໍ່ຍ້ອນ ໄດ້ຮັບການຊີ້ນຳ-ນຳພາຂອງຄະ ນະພັກເມືອງ ວິຊາການຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງ, ພ້ອມ ດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ຊຸກ ຍູ້ເປັນປະຈໍາ ຊຶ່ງໃນຕໍ່ໜ້ານີ້ ກໍຈະມີ ຫລາຍຄອບຄົວພ້ອມກັນສືບຕໍ່ປູກ ພືດເປັນສິນຄ້າ ໂດຍນຳໃຊ້ເຕັກນິກ ດັ່ງກ່າວ ເພື່ອໃຫ້ການຜະລິດກະສິ ກຳເປັນສິນຄ້າມີຄວາມຍືນຍົງຕະ ຫລອດໄປ. ນຳເອົາການສຶກສາໄປກ່ອນກ້າວ ໜຶ່ງ ໂດຍມີຈຸດໝາຍເຮັດໃຫ້ປະຊາ ຊົນບັນດາເຜົ່າໃນຂອບເຂດທົ່ວ ປະເທດ ລ້ວນແຕ່ໄດ້ຊົມໃຊ້ການສຶກ ສາໃໝ່, ວັດທະນະທຳໃໝ່ ແລະ ໄດ້ ກຳນົດວ່າ: “ວຽກງານການສຶກສາ ເປັນໜ້າທີ່ໃຈກາງ ໃນການປະຕິວັດ ທາງດ້ານແນວຄິດ ແລະ ວັດທະນະ ທຳ; ເປັນກຸນແຈໄຂຊ່ອງທາງໃຫ້ ແກ່ການດັດສ້າງ ແລະ ກໍ່ສ້າງສັງ ຄົມນິຍົມໃຫ້ສຳເລັດຜົນ”. ໂດຍໄດ້ ສືບຕໍ່ເສີມຂະຫຍາຍທ່າແຮງດັ່ງ ກ່າວນັ້ນ ໃນວັນທີ 09/06/1987, ປະທານ ໄກສອນ ພົມວິຫານ ໄດ້ ກໍານົດທິດທາງຍຸດທະສາດການ ສຶກສາໄລຍະຍາວອອກຢ່າງຈະ ແຈ້ງ ຢູ່ໃນບົດປາໄສຕໍ່ກອງປະຊຸມ ຄະນະບໍລິຫານງານສູນກາງພັກ ແລະສະພາລັດຖະມົນຕີວ່າດ້ວຍຍຸດ ທະສາດການສຶກສາຢູ່ປະເທດເຮົາ ສຳລັບໄລຍະແຕ່ນີ້ ໄປເຖິງປີ 2000 ຄື: “ໃນການປະຕິຮູບການສຶກສາ ໃໝ່ ເລີ່ມແຕ່ປີ 1975 ຜ່ານມານີ້, ພວກເຮົາໄດ້ບັນລຸຜົນສຳເລັດອັນ ໃຫຍ່ຫລວງຫລາຍປະການໃນຂົງ ເຂດການສຶກສາ, ຕາໜ່າງການສຶກ ສາ ໄດ້ຂະຫຍາຍຕົວຢ່າງວ່ອງໄວ, ຈໍານວນໂຮງຮຽນ, ຫ້ອງຮຽນ, ນັກ ຮຽນ, ນັກສຶກສາໃນທຸກຊັ້ນ, ທຸກ ສາຍໄດ້ເພີ່ມຂຶ້ນຢ່າງວ່ອງໄວ; ໄດ້ ສໍາເລັດການລຶບລ້າງຄວາມບໍ່ຮູ້ໜັງ ສືໃຫ້ປະຊາຊົນໂດຍພື້ນຖານ; ໄດ້ ເຮັດໃຫ້ນັກຮຽນ-ນັກສຶກສາ ມີແບບ ແຜນດຳລົງຊີວິດທີ່ປອດໃສ, ມີນ້ຳ ໃຈຮັກຊາດ-ຮັກລະບອບໃໝ່, ຮູ້ ເສີມຂະຫຍາຍມູນເຊື້ອທີ່ດີງາມ ຂອງຊາດ ເຮັດໃຫ້ໂສມໜ້າທາງ ດ້ານວັດທະນະທຳ-ສັງຄົມ ມີການ ປ່ຽນແປງ; ເຮັດໃຫ້ພະນັກງານ, ກຳ ມະກອນ, ກຳລັງປະກອບອາວຸດ ແລະປະຊາຊົນລາວບັນດາເຜົ່າ ເພີ່ມ ຄວາມເຊື່ອໝັ້ນຕໍ່ພັກ, ຕໍ່ລະບອບໃໝ່ ເຊິ່ງເປັນການສ້າງກຳລັງແຮງໃໝ່ ໃນເບື້ອງຕົ້ນແກ່ປະເທດຊາດ. ພຽງ ແຕ່ໄລຍະເວລາສັ້ນໆ ພວກເຮົາກໍ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ຫລາຍປະການ. ສາມາດສ້າງຕັັ້ງ ແລະ ຂະຫຍາຍໂອກາດການສຶກສາ ຢ່າງຮອບດ້ານ ເຊິ່ງມີລັກສະນະປະ ຊາຊົນ ແລະ ມີປັດໄຈໂຮງຮຽນສັງ ຄົມນິຍົມ ເຊິ່ງເປັນພື້ນຖານໃຫ້ແກ່ ການປ່ຽນແປງໃໝ່ທາງດ້ານຈິນ ຕະນາການກ່ຽວກັບການສຶກສາ ເຮັດໃຫ້ການສຶກສາສອດຄ່ອງກັບ ສະພາວະຄວາມເປັນຈິງທາງດ້ານ ການພັດທະນາເສດຖະກິດ- ສັງຄົມ ຂອງປະເທດ”. ເພື່ອໃຫ້ສຳເລັດ ຕາມຈຸດໝາຍຂອງຍຸດທະສາດ ການສຶກສາ ຮອດປີ 2000 ນັ້ນ; ປະ ທານ ໄກສອນ ພົມວິຫານ ໄດ້ຊີ້ນໍາ ຕື່ມອີກວ່າ: “ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ຕ້ອງມີການປ່ຽນ ແປງໃໝ່ທາງດ້ານຈິນຕະນາ ການ ກ່ຽວກັບການສຶກສາ, ຈັດວາງວຽກ ງານການສຶກສາໃຫ້ຖືກຕ້ອງກັບທີ່ ຕັ້ງຂອງມັນ ໃນຍຸດທະສາດກ່ຽວ ກັບຄົນ ຖືເອົາການສຶກສາອົບຮົມ ສ້າງຄົນໃໝ່ສັງຄົມນິຍົມເປັນສຳ ຄັນ”. ອີງໃສ່ແນວທາງການປ່ຽນ ແປງໃໝ່ຮອບດ້ານຢ່າງມີຫລັກການ ຂອງພັກ, ໃນລະຫວ່າງປີ 19901991 ຂະແໜງການສຶກສາ ໄດ້ດໍາ ເນີນການປະຕິຮູບການສຶກສາເປັນ ຄັ້ງທີ 2 ໂດຍສຸມໃສ່ປະຕິຮູບໂຄງ ການຫລັກສູດ, ປຶ້ມຕຳລາຮຽນ ເພື່ອແນໃສ່ໃຫ້ການສຶກສາມີຄຸນ ນະພາບ ທັງສອດຄ່ອງກັບຍຸກສະ ໄໝ ແລະ ເຮັດໃຫ້ການສຶກສາສາ ມາດຕອບສະໜອງກັບການພັດທະ ນາເສດຖະກິດ-ສັງຄົມ ຂອງປະ ເທດໃນໄລຍະໃໝ່. ຜ່ານພຶດຕິກຳຕົວຈິງຄືດັ່ງກ່າວ ນັ້ນ, ເຖິງແມ່ນວ່າຈະເປັນໄລຍະ ແຫ່ງການຕໍ່ສູ້ກູ້ຊາດ ຕ້ານຈັກກະ ພັດຜູ້ຮຸກຮານ ກໍຄືໄລຍະປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ເວລາໃດ, ປະທານ ໄກ ສອນພົມວິຫານກໍເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຕໍ່ວຽກງານການສຶກ ສາ ໂດຍຢຶດຖືເອົາ ປະທານ ໄກສອນ ພົມວິຫານ ເປັນນັກປະຕິຮູບການ ສຶກສາແລະ ເປັນຜູ້ມີວິໄສທັດທີ່ຍາວ ໄກທັງຖືກຕ້ອງອັນໄດ້ເຮັດໃຫ້ວຽກ ງານການສຶກສາຢູ່ປະເທດກາຍເປັນ ການສຶກສາວິທະຍາສາດກ້າວໜ້າ ແລະ ທັນສະໄໝ. ຜົນສຳເລັດຂອງ ການປະຕິບັດຍຸດທະສາດການສຶກ ສາ ແຕ່ປີ 1987ຮອດປີ 2000 ນັ້ນ ໄດ້ກາຍເປັນພື້ນຖານທີ່ໜັກແໜ້ນ ເຂັ້ມແຂງໃຫ້ແກ່ການພັດທະນາ ການສຶກສາໃນສະຕະວັດທີ 21 ຂອງ ປະເທດລາວ. ປັດຈຸບັນ, ແນວທາງຂອງພັກ ແລະ ແຜນນະ ໂຍບາຍຂອງລັດ ຍັງໄດ້ດຳເນີນ ຕາມແນວຄິດຊີ້ນຳຂອງປະທານ ໄກສອນ ພົມວິຫານ ທີ່ເພິ່ນໄດ້ອົບ ຮົມສັ່ງສອນໄວ້ຕະຫລອດມາ.

RkJQdWJsaXNoZXIy MTc3MTYxMQ==