5769

okpq d]a f4t,q o8u goA o.sh gvq k.9.lj [a oskle7a o0v'1kgl[8y f lts]5 [;Pdlj ;plkvkdvo mq j ;xtgmf xt9exu 2023 xk8kp ph vo4n dlkog7,u 16 j g,n v'ok-kpmv' [+ ,u 7;k,9y ' pq dl6 '7;k,lk,kfoerk c]t 7;k,gxa oc[[1j k'oe|h k0v'ra d ]k;{s;Pfok, Ia fc|h odkoIj ;,,n fh ko;a fmtotme c]t mj v'mj P; w-pt[6 ]u dP,9a f,tstde[5 o-h k' rh v,gxu fxu mv'mj P;]k; 2024 ]a f4t[ko]k; xtfa [s]Podk ,y f8trk[.sh m6 fvq flt8ik]u xt9e]k; okpq d]a f4t,q o8u 9tg0Q kIj ;,dv'xt-5 ,l5 fpvf lts]v'dkorq ;ra oIj ;,,n vk-Po{pu j xj 5 o xtmkoxtgmf 1h P,1k,37'dko ra fmtok95 f7j Po4j kply o7h klt4kou 3ro3I' gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 15.12.2023 ປີທີ 22 ສະບັບທີ 5.828 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 xtmko wdlvo rq ,;y sko pn opq '.ork]tdy fxt8y ;a f0v'r;dgIq k8ts]vfwx K ຂປລ. ໃນວາລະກອງປະຊຸມ ສະຫລຸບຜົນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂບັນຫາຢາເສບຕິດໃນໄລຍະ3 ປີ (2021-2023) ແລະ ທິດທາງ ແຜນການຮອດປີ 2025 ວັນທີ 13 ຂປລ. ການຍົກສູງຄວາມສາ ມາດນໍາພາຂອງພັກ ແມ່ນປັດໄຈຕັດ ສິນໄຊຊະນະຂອງພາລະກິດປະຕິ ວັດຢູ່ປະເທດເຮົາ; ນັບແຕ່ມື້ສ້າງຕັ້ງ ພັກເຮົາໄດ້ຮັບການມອບໝາຍໜ້າ ທີ່ ແລະ ຄວາມຮັບຜິດຊອບອັນໃຫຍ່ ຫລວງ ແລະ ໜັກໜ່ວງຈາກປະຊາ ຂປລ. ກອງປະຊຸມສະຫລຸບການ ຈັດຕັ້ງປະຕິບັດວຽກງານສ່ວຍສາ ອາກອນທົ່ວປະເທດ ປະຈໍາປີ 2023 ແລະ ທິດທາງແຜນປີ 2024 ຈັດ ຂຶ້ນໃນວັນທີ 14-15 ທັນວາ 2023 ຢູ່ກະຊວງການເງິນ ໂດຍການເປັນ ປະທານຂອງ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາ ອາກອນ, ມີບັນດາຫົວໜ້າສ່ວຍສາ ອາກອນປະຈຳແຂວງ, ນະຄອນ ຫລວງ, ປະຈຳເມືອງເຂົ້າຮ່ວມ ເພື່ອ ລາຍງານການຈັດຕັ້ງປະຕິບັດການ ຈັດເກັບລາຍຮັບອາກອນຢູ່ສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະ ເທດ ແລະ ປຶກສາຫາລືແຜນການຈັດ ເກັບລາຍຮັບອາກອນໃນປີ 2024 ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຄິຊິດະ ຟູມິໂອະ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະເດີນທາງເຂົ້າຮ່ວມກອງປະຊຸມ ສຸດຍອດສະເຫລີມສະຫລອງການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແຫ່ງມິດຕະພາບ ແລະ ການຮ່ວມມື ທີ່ຈະຈັດຂຶ້ນ ໃນວັນທີ 16-18 ທັນວາ 2023 ທີ່ໂຕກຽວ, ຍີ່ປຸ່ນ ເພື່ອທົບທວນການຮ່ວມມື ລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນໄລຍະ 5 ທົດສະວັດຜ່ານມາ ແລະ ກໍານົດທິດທາງ ໃນອະນາຄົດ ສໍາລັບການຮ່ວມມື ອາຊຽນ-ຍີ່ປຸ່ນ ທີ່ໄດ້ຮັບການຍົກລະດັບ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນເດືອນກັນຍາ 2023. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດໃນຄັ້ງນີ້, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ຍັງຈະໄດ້ພົບປະສອງຝ່າຍຈໍານວນໜຶ່ງ ອີກດ້ວຍ. ທ່ານ ສອນໄຊ ສີພັນດອນ ທັນວາ 2023 ນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການ ເມືອງສູນກາງພັກ, ນາຍົກລັດຖະມົນ ຕີ ແຫ່ງ ສປປ ລາວ ໄດ້ເນັ້ນໜັກວ່າ: ເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍວາ ລະແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ແຕ່ນີ້ຮອດປີ 2025 ໃຫ້ປະສົບຜົນສຳເລັດຕາມລະ ດັບຄາດໝາຍນັ້ນ, ຄະນະພັກ-ຄະ ນະນໍາແຕ່ລະຂັ້ນທັງຢູ່ສູນກາງ ແລະ ທ້ອງຖິ່ນເອົາໃຈໃສ່ 9 ບັນຫາສຳ ຄັນຄື: ກວດກາຄືນຜົນການຈັດຕັ້ງ ປະຕິບັດວາລະແຫ່ງຊາດໃນໄລຍະ ຜ່ານມາ ເພື່ອຊອກໃຫ້ເຫັນດ້ານ ອ່ອນ-ຂໍ້ຄົງຄ້າງ, ສິ່ງທ້າທາຍ,ສາ ທ່ານ ບຸນປະເສີດ ສີກຸນລະບຸດ ເພື່ອຮັບປະກັນໃຫ້ການເກັບລາຍ ຮັບຈາກອາກອນສາມາດປະຕິບັດ ໄດ້ຕາມເປົ້າໝາຍວາງໄວ້. ທ່ານ ບຸນປະເສີດ ກຸນລະບຸດ ໄດ້ ຊົນລາວບັນດາເຜົ່າ ເພື່ອນຳພາປວງ ຊົນລາວທັງຊາດ ເຮັດສຳເລັດພາລະ ກຳປະຫວັດສາດແຕ່ລະໄລຍະ. ບົນ ພື້ນຖານຄວາມຮັບຮູ້, ເຂົ້າໃຈດັ່ງ ກ່າວສະມາຊິກພັກ,ພະນັກງານຕ້ອງ ຝຶກຝົນຫລໍ່ຫລອມຕົນເອງໃຫ້ມີ ຂປລ. ໃນວັນທີ 14 ທັນວາ 2023 ນີ້, ຫ້ອງການຊັບພະຍາ ກອນທໍາມະຊາດແລະສິ່ງແວດລ້ອມ ຂປລ. ວັນທີ 14 ທັນວາ 2023 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່, ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະໄດ້ເຄື່ອນ ໄຫວຢ້ຽມຢາມໂຄງການພັດທະນາ ຈຸດຄ່ຽນຖ່າຍສິນຄ້າສະຖານີໂພນ ໂຮງ ແຂວງວຽງຈັນ ໂດຍມີທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງ ຈັນ, ພ້ອມດ້ວຍການນໍາຂັ້ນແຂວງ, ເມືອງ ແລະ ຜູ້ພັດທະນາໂຄງການ ໃຫ້ການຕ້ອນຮັບ. ໃນໂອກາດນີ້, ທ່ານ ພິມພອນ ສຸດທິວົງ ຮອງປະທານບໍລິສັດລາວ ວີພີໂລຈິສຕິກ ເຊັນເຕີ ຈຳກັດຜູ້ດຽວ ລາຍງານວ່າ: ໂຄງການພັດທະນາ ຂປລ. ໃນວັນທີ 14 ທັນວາ 2023, ທີ່ກະຊວງການຕ່າງປະ ເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມອໍາລາຂອງທ່ານ ໂພລ ແຄລີ (Paul Kelly), ເອກອັກຄະລັກຖະ ທູດວິສາມັນຜູ້ມີອໍານາດເຕັມແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ, ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ ໄດ້ລາຍງານສະພາບການ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 15/12/2023 xtgmf]k; ໄຊຍະບູລີ ກຽມຈັດ... ສະຫລຸບວຽກງານ... ປາຕາຍ ຍ້ອນຖືກ... ປະທານປະເທດ.... ນາຍົກລັດຖະມົນຕີ... ຍົກສູງຄວາມສາມາດ... ລັດຖະບານລາວ... ຂປລ. ມະຫະກໍາບຸນຊ້າງ ແລະ ເປີດປີທ່ອງທ່ຽວລາວ 2024 ຢູ່ ແຂວງໄຊຍະບູລີ ຈະຈັດຂຶ້ນໃນລະ ຫວ່າງວັນທີ 12-18 ກຸມພາ 2024 ເພື່ອເປັນການອະນຸລັກ, ຮັກສາຊ້າງ ບໍ່ໃຫ້ສູນພັນ ແລະ ທັງເປັນການສືບ ຕໍ່ປົກປັກຮັກສາວັດທະນະທຳ, ຮີດ ຄອງປະເພນີອັນດີງາມ ແລະ ວິຖີ ການດຳລົງຊີວິດຂອງປະຊາຊົນ ລາວບັນດາເຜົ່າທີ່ຕິດພັນກັບຊ້າງ ມາແຕ່ອະດີດໃຫ້ຍືນຍົງຄົງຕົວ ແລະ ຢູ່ກັບປະຊາຊົນລາວບັນດາເຜົ່າ ໂດຍ ສະເພາະປະຊາຊົນແຂວງໄຊຍະບູລີ ທັງເປັນການໂຄສະນາດຶງດູດນັກ ທ່ອງທ່ຽວພາຍໃນແລະຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄືແຂວງໄຊຍະບູລີໃຫ້ຫລາຍຂຶ້ນ. ທ່ານ ເພັດພິໄຊ ສູນວິໄລ ຮອງ ເຈົ້າແຂວງໄຊຍະບູລີປະທານຈັດມະ ຫະກໍາບຸນຊ້າງ ປະຈໍາປີ 2024 ໄດ້ ຖະແຫລງຂ່າວຕໍ່ສື່ມວນຊົນແຂວງ ໄຊຍະບູລີ ໃນວັນທີ 13 ທັນວາ 2023 ນີ້ວ່າ: ການຈັດມະຫະກໍາບຸນ ຊ້າງໃນປີນີ້ ເປັນຄັ້ງທີ 17 ເຊິ່ງຈະ ມີກິດຈະກຳທີ່ຕິດພັນກັບປີທ່ອງ ທ່ຽວລາວ 2024 ຢູ່ແຂວງໄຊຍະ ບູລີ ທັງໝົດ 12 ກິດຈະກໍາປິ່ນອ້ອມ ເປັນຕົ້ນ ກິດຈະກໍາລະດັບຊາດ ແມ່ນ ກໍານົດເອົາມະຫະກໍາບຸນຊ້າງປະຈໍາ ປີ 2024 ແລະ ເປັນພິທີເປີດປີທ່ອງ ທ່ຽວລາວ 2024 ຂອງແຂວງ. ສຳລັບກິດຈະກໍາລະດັບແຂວງແມ່ນ ກໍານົດເອົາເທສະການບຸນກອງເຂົ້າ ໃຫຍ່ ເມືອງພຽງ ໃນລະຫວ່າງວັນທີ 9-12 ມັງກອນ 2024, ເປີດແຫລ່ງ ທ່ອງທ່ຽວສູນອະນຸລັກຊ້າງພູແຄນ ໃນເດືອນກຸມພາ 2024 ແລະ ກິດຈະ ກຳລະດັບເມືອງມີ 10 ກິດຈະກໍາ. ສ່ວນກິດຈະກຳຕ່າງໆ ໃນມະຫະ ກໍາບຸນຊ້າງແຂວງໄຊຍະບູລີ ປະ ກອບມີ: ໃນລະຫວ່າງວັນທີ 12-13 ກຸມພາ 2024 ເປີດຕະຫລາດນັດ ວາງສະແດງສິນຄ້າທັງພາຍໃນຕ່າງປະເທດ ແລະ ການສະແດງສິ ລະປະວັນນະຄະດີ, ວັນທີ 14-15 ກຸມ ພາ 2024 ຊ້ອມໃຫຍ່ຂະບວນ ແຫ່ກ້ອນສະແດງຕ່າງໆ ໃນພິທີເປີດ ງານ ແລະ ການແຂ່ງຂັນປະກວດ ເຫດ, ບົດຮຽນທີ່ຖອດຖອນໄດ້ເພື່ອ ເປັນບົດຮຽນໃຫ້ແກ່ການວາງທິດ ທາງ, ແຜນການ, ວິທີການ, ມາດຕະ ການໃນການແກ້ໄຂບັນຫາຢາເສບ ຕິດໃຫ້ມີປະສິດທິພາບ, ປະສິດທິຜົນ ຫລາຍຂຶ້ນກວ່າເກົ່າ. ພ້ອມນີ້, ໃຫ້ທົບທວນຄືນ 6 ແຜນ ວຽກຈຸດສຸມ ເພື່ອປັບປຸງໃຫ້ສອດ ຄ່ອງກັບສະພາບການຕົວຈິງໃນປັດ ຈຸບັນ ແລະ ຕໍ່ໜ້າ ໂດຍກັນເປັນໂຄງ ການ, ແຕ່ລະໂຄງການຕ້ອງມີແຜນ ການ, ແຜນງົບປະມານ, ແຜນບຸກ ຄະລາກອນ ແລະ ມີຄາດໝາຍສູ້ຊົນ ຢ່າງລະອຽດ,ຈະແຈ້ງພ້ອມທັງມອບ ໃຫ້ພາກສ່ວນຮັບຜິດຊອບນຳໄປ ຈັດຕັ້ງປະຕິບັດແຕ່ຫົວທີ; ໃຫ້ສືບຕໍ່ ກຳນົດສິດ, ໜ້າທີ່ ແລະ ຄວາມຮັບ ຜິດຊອບຂອງຄະນະກຳມະການແກ້ ໄຂຢາເສບຕິດລະດັບຊາດໃຫ້ລະ ອຽດ, ຈະແຈ້ງ ແລະ ສືບຕໍ່ແຕ່ງຕັ້ງ ຄະນະກຳມະການແກ້ໄຂຢາເສບຕິດ ລະດັບທ້ອງຖິ່ນໃຫ້ຄົບຊຸດ ໂດຍມີ ທຸກຂະແໜງການທີ່ກ່ຽວຂ້ອງຂອງ ທ້ອງຖິ່ນເຂົ້າຮ່ວມນໍາ ເພື່ອຮັບປະ ກັນການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ແຕ່ນີ້ຮອດປີ 2025 ໃຫ້ມີ ຄວາມເປັນເອກະພາບ, ຕໍ່ເນື່ອງ, ມີປະສິດທິພາບ ແລະ ປະສິດທິຜົນ ສູງ; ເອົາໃຈໃສ່ເພີ່ມທະວີຄວາມຮັບ ຜິດຊອບ ແລະ ຄວາມສາມາດໃນ ການນຳພາ-ຊີ້ນຳຂອງຄະນະພັກຄະນະນໍາແຕ່ລະກະຊວງ, ອຳນາດ ການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃຫ້ສູງຂຶ້ນ, ຖືເອົາວາລະແຫ່ງຊາດ ເປັນມາດຕະຖານເງື່ອນໄຂໜຶ່ງເຂົ້າ ໃນການສ້າງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ, ກໍ່ສ້າງ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກ ແໜ້ນຕິດພັນກັບການສ້າງບ້ານ, ສ້າງໂຮງຮຽນ ແລະ ສະຖານທີ່ ຕ່າງໆປອດຢາເສບຕິດ ໂດຍສູ້ຊົນ ສ້າງບ້ານປອດຢາເສບຕິດໃຫ້ໄດ້ 80% ຂອງບ້ານທົ່ວປະເທດ, ສ້າງ ເປັນສຳນັກງານ-ອົງການປອດຢາ ເສບຕິດໃຫ້ໄດ້ 100%, ສ້າງໂຮງ ຮຽນ, ສະຖາບັນການສຶກສາປອດ ຢາເສບຕິດໃຫ້ໄດ້ 95% ຂຶ້ນໄປ, ເອົາໃຈໃສ່ສ້າງຂະບວນແຂ່ງຂັນ ໃຫ້ຟົດຟື້ນຢ່າງຕໍ່ເນື່ອງ, ເຂົ້າຮ່ວມ ຂອງທຸກອົງການຈັດຕັ້ງພັກ-ລັດ ແລະ ທຸກພາກສ່ວນໃນສັງຄົມຢ່າງ ກວ້າງຂວາງ, ມີນະໂຍບາຍທີ່ເໝາະ ສົມຕໍ່ຜູ້ເຮັດໄດ້ດີ ແລະ ປະຕິບັດວິ ໄນຕໍ່ຜູ້ລ່ວງລະເມີດ; ເພີ່ມທະວີການ ໂຄສະນາເຜີຍແຜ່ຜົນຮ້າຍຂອງຢາ ເສບຕິດ ແລະ ຈັດພິມສື່ໂຄສະນາ ຕ່າງໆທີ່ຕິດພັນກັບວາລະແຫ່ງຊາດ ໃຫ້ໄດ້ 80% ຂຶ້ນໄປຕາມແຜນການ ທີ່ວາງໄວ້; ປະສານສົມທົບກັບທ້ອງ ຖິ່ນຢ່າງໃກ້ຊິດ ເພື່ອຕິດຕາມ, ເຝົ້າ ລະວັງ, ສະກັດກັ້ນ ແລະ ແກ້ໄຂການ ລັກລອບປູກພືດທີ່ມີສານເສບຕິດຢູ່ ບັນດາແຂວງພາກເໜືອ ແລະ ພາກ ກາງໃຫ້ຫລຸດລົງໃນແຕ່ລະປີ, ກວດ ກາຄືນບັນດາໂຄງການພັດທະນາ ທາງເລືອກທົດແທນການປູກພືດ ທີ່ມີສານເສບຕິດ ເຊັ່ນ: ໂຄງການ ຮ່ວມມືລາວ-ຈີນ, ໂຄງການຮ່ວມມື ລາວ-ສະຫະປະຊາຊາດ (ສປຊ) ແລະໂຄງການອື່ນໆໃຫ້ມີຜົນສຳເລັດ ສູງປະຊາຊົນໄດ້ຮັບຜົນປະໂຫຍດ. ພ້ອມທັງຕິດຕາມ, ກວດກາ, ຄຸ້ມ ຄອງການບໍລິການຂອງສູນປິ່ນປົວ, ຝຶກວິຊາຊີບຜູ້ຕິດຢາເສບຕິດ ແລະ ການບຳບັດຂັ້ນຊຸມຊົນຢູ່ໂຮງໝໍ ເມືອງໃຫ້ມີປະສິດທິພາບສູງ; ເອົາ ໃຈໃສ່ຕິດຕາມ, ກວດກາ, ຄຸ້ມຄອງ ການນຳເຂົ້າ, ສົ່ງອອກ, ນໍາຜ່ານ ສານເຄມີຕົ້ນທີ່ເອົາເຂົ້າມາພັດທະນາ ດ້ານອຸດສາຫະກຳ, ບໍ່ແຮ່, ການແພດ ແລະ ອື່ນໆ ຮ່ວມກັບພາກສ່ວນກ່ຽວ ຂ້ອງໃຫ້ຖືກຕ້ອງຕາມກົດໝາຍ; ເອົາໃຈໃສ່ປະສານງານຮ່ວມມືກັບ ບັນດາປະເທດເພື່ອນມິດອ້ອມຂ້າງ ສປປ ລາວ ເພື່ອຮ່ວມກັນສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ສານ ເຄມີຕົ້ນຕາມບໍລິເວນຊາຍແດນ ລະ ຫວ່າງປະເທດ ພ້ອມທັງສືບຕໍ່ຈັດຕັ້ງ ປະຕິບັດຕາມສັນຍາໂຄງການແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ໂຄງ ການແມ່ນໍ້າຂອງປອດໄພ, ຫ້ອງ ການປະສານງານຕາມຊາຍແດນ BLO ແລະ ໂຄງການອື່ນໆທີ່ ສປປ ລາວ ເຂົ້າຮ່ວມເປັນພາຄີ. ພາບ-ຂ່າວ: ຈັນດີ ນັກຮ້ອງສຽງດີ,ດົນຕີພື້ນເມືອງແລະ ປະກວດນາງສາວງາມທິດາບຸນ ຊ້າງ, ວັນທີ 16 ກຸມພາ 2024 ພິທີ ຕັກບາດອຸທິດສ່ວນກຸສົນໃຫ້ຊ້າງ ແລະ ກວດກາຄວາມພ້ອມຮອບດ້ານ ແລະ ແຂ່ງຂັນຕີກອງຫາງ, ວັນທີ 17 ກຸມພາ 2024 ເປີດງານມະຫະ ກໍາບຸນຊ້າງ ແລະ ເປີດປີທ່ອງທ່ຽວ ລາວ 2024 ຢູ່ແຂວງໄຊຍະບູລີ ຢ່າງເປັນທາງການ ພ້ອມຊົມການ ສະແດງໂດດຈ້ອງ, ວັນທີ18 ກຸມພາ 2024 ສືບຕໍ່ກິດຈະກໍາທີ່ຕິດພັນກັບ ຊ້າງ ແລະ ການອະນຸລັກຊ້າງໂດຍ ສະເພາະການສະແດງຂອງຊ້າງ ຄຳຮູ້, ການໃຫ້ອາຫານຊ້າງ, ການ ບໍລິການຂີ່ຊ້າງ, ການສະແດງສິລະ ປະວັນນະຄະດີ ແລະ ຊົມການສະ ແດງກາຍຍະສິນ ຈາກກອງກາຍ ຍະສິນແຫ່ງຊາດ. ນອກຈາກນີ້, ຍັງ ມີກິດຈະກໍາທາງດ້ານກິລາ ເປັນຕົ້ນ ກິດຈະກໍາຍ່າງເພື່ອການກຸສົນ ແລະ ແຂ່ງຂັນຟຸດຊໍ ແລະ ອື່ນໆຕື່ມອີກ. ທ່ານ ເພັດພິໄຊ ສູນວິໄລ ກ່າວ ຕື່ມວ່າ: ເພື່ອກະກຽນຄວາມພ້ອມ ດ້ານຕ່າງໆ ປັດຈຸບັນ ແຂວງໄຊຍະ ບູລີ ໄດ້ຈັດຝຶກອົບຮົມດ້ານການບໍ ລິການຮ້ານອາຫານ, ບ່ອນພັກເຊົາ ແລະ ສະຖານທີ່ບໍລິການຕ່າງໆ ໃຫ້ ມີຄວາມສະອາດປອດໄພ, ໄດ້ຄວບ ຄຸມລາຄາສິນຄ້າທີ່ສົມເຫດສົມຜົນ ເພື່ອຕອບສະໜອງໃຫ້ແກ່ແຂກ ແລະ ນັກທ່ອງທ່ຽວ ທີ່ຈະມາທ່ຽວມາຊົມ ມະຫະກໍາບຸນຊ້າງໃນຄັ້ງນີ້ ໃຫ້ມີ ຄວາມປະທັບໃຈ. ຂ່າວ-ພາບ: ມະໄລວັນ ຄວາມສາມາດນໍາພາເປັນແບບຢ່າງ ນໍາໜ້າ ເພື່ອຍົກລະດັບຄວາມສາ ມາດນໍາພາຂອງຕົນໃຫ້ສົມຄູ່ກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າ ທີ່ການເມືອງໃນໄລຍະໃໝ່ຂອງການ ປະຕິວັດ ແລະ ສາມາດນໍາພາພາລະ ກິດປະຕິວັດໄປສູ່ຈຸດໝາຍທີ່ພັກເຮົາ ກໍານົດອອກ. ຕະຫລອດ 65 ປີກວ່າ ແຫ່ງການ ນຳພາຂອງຕົນ, ພັກເຮົາຍາມໃດກໍ ຕັ້ງໜ້າປັບປຸງ ແລະ ກໍ່ສ້າງຕົນເອງ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນໂດຍຢຶດໝັ້ນຢູ່ໃນຫລັກ ການ, ຈຸດໝາຍຍຸດທະສາດ ແລະ ອຸດົມການຂອງຕົນ; ພຶດຕິກຳຂອງ ການປະຕິວັດຢູ່ປະເທດເຮົາໄດ້ພິສູດ ໃຫ້ເຫັນວ່າການນຳພາຂອງພັກມີ ລັກສະນະເປັນກົດເກນ, ແມ່ນປັດໄຈ ຕັດສິນທຸກໄຊຊະນະຂອງການປະ ຕິວັດຢູ່ປະເທດເຮົາ. ໃນເງື່ອນໄຂ ໃໝ່ນີ້, ໃນຖານະເປັນພັກກຳອໍາ ນາດ ເພື່ອສືບຕໍ່ນໍາພາແກ້ໄຂຄວາມ ທຸກຍາກຂອງປະຊາຊົນ, ເຮັດໃຫ້ ປະເທດຊາດຫລຸດພົ້ນອອກຈາກສະ ຖານະພາບດ້ອຍພັດທະນາ; ນໍາພາ ການພັດທະນາປະເທດຊາດຕາມ ທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນໃນທ່າມກາງທີ່ສະ ພາບການພາຍໃນປະເທດ, ພາກພື້ນ ແລະ ສາກົນທີ່ມີທັງກາລະໂອກາດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທົດ ສອບ, ທ້າທາຍຫລາຍປະການນີ້ ການຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າ ຂອງພັກແມ່ນຄວາມຈໍາເປັນພາວະ ວິໄສ, ເປັນບັນຫາພື້ນຖານ ແລະ ບັນ ຫາຮີບດ່ວນຂອງການກໍ່ສ້າງພັກ ໃນເງື່ອນໄຂປັດຈຸບັນ. ການຍົກສູງຄວາມສາມາດນຳ ພາ ແລະ ຄວາມເປັນແບບຢ່າງນຳ ໜ້າຂອງພັກ ແມ່ນບັນຫາພື້ນຖານ ທີ່ສຸດຕໍ່ການນຳພາຂອງພັກເຮົາໃນ ໄລຍະໃໝ່, ຖ້າພັກຢາກກໍາອໍານາດ ໄດ້ຢ່າງຍາວນານ, ພັກຕ້ອງເພີ່ມທະ ວີບົດບາດການນຳພາ, ປັບປຸງ ແລະ ປົວແປງພາຍໃນພັກໃຫ້ມີຄວາມ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຢູ່ສະເໝີ ເພື່ອສາມາດຮັບປະກັນບົດ ບາດເປັນກອງນໍາໜ້າຂອງຊົນຊັ້ນ ກຳມະກອນ, ເປັນຕົວແທນແຫ່ງຜົນ ປະໂຫຍດ ຂອງຊາວຜູ້ອອກແຮງ ງານ ແລະ ປວງຊົນລາວທັງຊາດ ຢ່າງແທ້ຈິງ. ໃຫ້ຮູ້ວ່າ: ໃນໄລຍະ 1 ປີທີ່ຜ່ານມາ ເປັນປີທີ່ຂຸ້ນຂ້ຽວການຈັດຕັ້ງປະ ຕິບັດວຽກງານ ແລະ ມີຫລາຍເຫດ ການ, ສະພາບເສດຖະກິດມີຜົນກະ ທົບຕໍ່ການຈັດຕັ້ງປະຕິບັດການ ເກັບລາຍຮັບ ແລະ ເປັນປີສຸດທ້າຍ ຂອງການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ, ພ້ອມທັງສຸມໃສ່ບັນ ດາມະຕິຄຳສັ່ງຂອງຂັ້ນເທິງ, ແຜນ ພັດທະນາຂະແໜງສ່ວຍສາອາກອນ ແຕ່ປີ 2021-2025 ແລະ ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງລັດ 5 ປີ. ໃນປີ 2023 ນີ້, ສາມາດເກັບ ລາຍຮັບໄດ້ທັງໝົດ 25.238 ຕື້ ກີບເທົ່າກັບ 110% ຂອງແຜນການ ປີທຽບໃສ່ໄລຍະດຽວກັນຂອງປີ ຜ່ານມາເພີ່ມຂຶ້ນ 22% ເປັນເງິນ 4.521 ຕື້ກີບ. ໃນນັ້ນ, ລາຍຮັບ ສ່ວຍສາອາກອນ ສາມາດເກັບໄດ້ 16,958 ຕື້ກີບ ເທົ່າກັບ 98% ຂອງແຜນການປີ, ທຽບໄລຍະດຽວ ກັນຂອງປີຜ່ານມາ ເພີ່ມຂຶ້ນ 21% ເປັນເງິນ 2,921 ຕື້ກີບ, ລາຍຮັບຊັບ ສິນ ເກັບໄດ້ 6,973 ຕື້ກີບ ເທົ່າກັບ 162% ຂອງແຜນການປີ, ທຽບໄລ ຍະດຽວກັນຂອງປິຜ່ານມາເພີ່ມຂຶ້ນ 44% ເປັນເງິນ 2,143 ຕື້ກີບ ແລະ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ເກັບໄດ້ 1,306 ຕື້ ກີບ ເທົ່າກັບ 112% ຂອງແຜນ ການປີ, ທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ ຫລຸດລົງ 29.4% ເປັນເງິນ 543 ຕື້ກີບ. ແນວໃດກໍ ຕາມການເກັບການລາຍຮັບປະຈໍາ ປີ 2023 ສາມາດຍາດໄດ້ຜົນສໍາ ເລັດດັ່ງກ່າວ ຍ້ອນຄະນະພັກ-ຄະ ນະນໍາກະຊວງການເງິນເອົາໃຈໃສ່ ນຳພາ-ຊີ້ນຳຂະແໜງສ່ວຍສາອາ ກອນໂດຍສະເພາະແມ່ນພະນັກງານ ສ່ວຍສາອາກອນທົ່ວສູນກາງ, ແຂວງ ແລະ ບັນດາເມືອງໃນຂອບ ເຂດທົ່ວປະເທດ ຮ່ວມກັບບັນດາຂະ ແໜງການທີ່ກ່ຽວຂ້ອງພວກເຮົາໄດ້ ພ້ອມກັນເປັນກຳລັງແຮງໃນການ ຈັດຕັ້ງປະຕິບັດວຽກງານ ແລະ ສຸມ ໃສ່ຈັດຕັ້ງປະຕິບັດບັນດາມະຕິຄຳ ສັ່ງຕ່າງໆຢ່າງເຂັ້ມງວດ. ພ້ອມນີ້, ກອງປະຊຸມຍັງໄດ້ ຮັບຟັງລາຍງານຈາກບັນດາທ້ອງ ຖິ່ນ, ໄດ້ປຶກສາຫາລືຫລາຍບັນຫາ ກ່ຽວກັບການຂະຫຍາຍລາຍຮັບ ແລະ ການລົງສໍາຫລວດຫົວໜ່ວຍ ທຸລະກິດ ທີ່ເກີດໃໝ່ ຫລື ຢຸດເຊົາກິດ ຈະການ, ການເອົາຫົວໜ່ວຍເຂົ້າໃນ ລະບົບ TaxRIS ໃຫ້ໄດ້ 100%; ການຍື່ນບົດລາຍງານການເງິນປະ ຈຳປີ ແລະ ການສົມທົບກັບຂະແໜງ ການຄ້າກວດກາບັນດາຫົວໜ່ວຍທຸ ລະກິດ ທີ່ຍັງບໍ່ທັນໄດ້ຢັ້ງຢືນໃນລະ ບົບ ERC; ການຄຸ້ມຄອງ, ຕິດຕາມ ການແຈ້ງມອບອາກອນຂອງຫົວ ໜ່ວຍວິສາຫະກິດໃຫ້ຖືກຕ້ອງຄົບ ຖ້ວນ ແລະ ການຄຸ້ມຄອງການຈັດ ເກັບອາກອນທີ່ດິນ, ຄ່າທໍານຽມທາງ ແລະ ຄ່າບໍລິການ ແລະ ອື່ນໆ. ຂ່າວ: ສຸພາສະຫວັນ ກ່ຽວກັບປາຕາຍ ຢູ່ເຂດບ້ານນາ ຍາງເມືອງນາຊາຍທອງ ທີ່ໄດ້ເຜີຍ ແຜ່ຜ່ານສື່ສັງຄົມອອນລາຍ (ເຟສ ບຸກ) ໃນວັນທີ 9 ທັນວາ 2023 ຜ່ານມາ ແມ່ນບໍ່ມີຄວາມຈິງ. ຕໍ່ກັບບັນຫາດັ່ງກ່າວ, ການຈັດ ຕັ້ງບ້ານນາຍາງໄດ້ລາຍງານຕໍ່ຫ້ອງ ການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງນາຊາຍ ທອງວ່າ: ເບື້ອງຕົ້ນ ທ່ານ ບຸນສະ ຫວາດພັນທະວົງໄດ້ມາຊື້ດິນຈັດສັນ ຢູ່ເຂດຫ້ວຍຊຳປາເຕີຍ. ຈາກນັ້ນ, ກໍ ຕັນຫ້ວຍດັ່ງກ່າວ ເພື່ອເຮັດເປັນ ໜອງປາ ຂະໜາດ 10x10 ເທົ່າກັບ 100 ຕາແມັດ, ມີນໍ້າໄຫລຜ່ານ. ມາຮອດວັນທີ 2-3 ທັນວາ 2023 ເຈົ້າຂອງໜອງປາດັ່ງກ່າວ ກໍ່ອ້າງ ວ່າປາຢູ່ໜອງຂອງຜູ້ກ່ຽວຕາຍ ຍ້ອນສານເຄມີໄຫລມາຈາກສວນ ກ້ວຍຈີນ, ແຕ່ວ່າການຈັດຕັ້ງບ້ານ ນາຍາງ ແລະ ບໍລິສັດ ສວນກ້ວຍຈີນ ກໍບໍ່ໄດ້ຮັບຮູ້ນໍາ ເຊິ່ງໄລຍະຫາງ ຈາກໜອງປາ ຂອງຜູ້ກ່ຽວຫາສວນ ກ້ວຍ ແລະ ເຮືອນພັກ(ແຄ້ມ)ກຳມະ ກອນ ຈີນ ປະມານ 400 ແມັດ, ສາຍ ຫ້ວຍຊຳປາເຕີຍ ປັດຈຸບັນນໍ້າຍັງ ໄຫລຜ່ານໜອງປາຂອງຜູ້ກ່ຽວ ແລ້ວ ໄຫລລົງມາໃສ່ໜອງອຸ່ມ ແລະ ໄຫລລົງສູ່ສາຍຫ້ວຍຊົ້ວ (ຝາຍນໍ້າ ລົ້ນຫ້ວຍຊົ້ວ), ຖ້າມີສານເຄມີແທ້ ນ້ຳໄຫລເຂົ້າສູ່ອ່າງເກັບນໍ້າຫ້ວຍ ຊົ້ວ, ປາຈໍານວນຫລາຍທີ່ອາໄສຢູ່ ເຂດ ນັ້ນກໍຈະຕາຍໝົດຄືກັນ. ຕາມການພິສູດຫລັກຖານຕົວ ຈິງຂອງຄະນະກຳມະການເມືອງ ນາຊາຍທອງ ເຫັນວ່າການຕາຍ ຂອງປາຢູ່ໜອງຂອງຜູ້ກ່ຽວນັ້ນ ຍ້ອນວ່າ: ຜູ້ກ່ຽວເອົາປາມາປ່ອຍ ໃໝ່, ປາມີການຕື່ນນໍ້າ, ຊັອກນໍ້າ ແລະ ປາບໍ່ແຂງແຮງ ຈຶ່ງເຮັດໃຫ້ປາ ຕາຍ ຊຶ່ງບໍ່ກ່ຽວກັບສານເຄມີຈາກ ສວນກ້ວຍ ແຕ່ຢ່າງໃດ. ສະນັ້ນ, ຫ້ອງການຊັບພະຍາ ກອນທໍາມະຊາດແລະສິ່ງແວດລ້ອມ ເມືອງນາຊາຍທອງ ຈຶ່ງໄດ້ແຈ້ງມາ ຍັງທຸກພາກສ່ວນ ແລະ ສັງຄົມເພື່ອ ຮັບຊາບ, ພ້ອມທັງຮຽກຮ້ອງມາຍັງ ສັງຄົມ ຜູ້ບໍລິໂພກຂໍ້ມູນຂ່າວສານ ຈົ່ງໃຊ້ວິຈາລະນະຍານ, ມີສະຕິໃນ ການບໍລິໂພກສື່ ແລະ ຫລີກລ້ຽງ ການເຜີຍແຜ່ຂໍ້ມູນຂ່າວສານ ທີ່ບໍ່ໄດ້ ຮັບການຢັ້ງຢືນຈາກເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອບໍ່ໃຫ້ ສັງຄົມເກີດຄວາມສັບສົນວຸ້ນວາຍ ແລະ ແຕກຕື່ນ. ຈຸດຄ່ຽນຖ່າຍສິນຄ້າສະຖານີໂພນ ໂຮງຕັ້ງຢູ່ບ້ານນ້ຳລິນ ເມືອງໂພນ ໂຮງແຂວງວຽງຈັນ, ຄາດວ່າມູນ ຄ່າການລົງທຶນປະມານ 100 ລ້ານ ໂດລາສະຫະລັດ ເຊິ່ງເປັນການລົງ ທຶນຂອງນັກລົງທຶນພາຍໃນ, ມີເນື້ອ ທີ່ພັດທະນາທັງຫມົດ 150 ເຮັກຕາ. ໃນນີ້ເນື້ອທີ່ຈຳນວນໜຶ່ງແມ່ນເຊົ່າທີ່ ດິນຂອງລັດ, ເປັນເສັ້ນທາງເຊື່ອມຕໍ່ ລະຫວ່າງ ສະຖານີທາງດ່ວນໂພນ ໂຮງ ເສັ້ນທາງເລກທີ 13 ເໜືອ ແລະ ສະຖານີຂົນສົ່ງໂດຍສານລົດໄຟ ລາວ-ຈີນ ສະຖານີໂພນໂຮງແຂວງ ວຽງຈັນ. ໂຄງການດັ່ງກ່າວແມ່ນ ເພື່ອສົ່ງເສີມການຜະລິດເປັນສິນຄ້າ ສົ່ງອອກ, ເຊື່ອມຕໍ່ການຄ້າລະຫວ່າງ ພາຍໃນກັບສາກົນໃຫ້ສະດວກຂຶ້ນ ດ້ວຍການປັບປຸງລະບົບການໃຫ້ບໍ ລິການທີ່ມີຄວາມສະດວກ, ກະທັດ ຮັດ, ຫລຸດຜ່ອນເວລາຂົນສົ່ງ ແລະ ຄ່າໃຊ້ຈ່າຍຕ່າງໆຂອງຫົວໜ່ວຍທຸ ລະກິດພາຍໃນ; ສ້າງລະບົບສາງ ພາງ ແລະ ຈຸດຄ່ຽນຖ່າຍສິນຄ້າທີ່ ມີຄວາມທັນສະໄໝ ອໍານວຍຄວາມ ສະດວກໃຫ້ການນໍາເຂົ້າ ແລະ ສົ່ງ ອອກເປັນລະບົບຄົບຊຸດ, ສະດວກໃນ ການຄຸ້ມຄອງ, ການເກັບລາຍຮັບ ເຂົ້າງົບປະມານປະກອບສ່ວນສ້າງ ພື້ນຖານເສດຖະກິດໃຫ້ເມືອງໂພນ ໂຮງເປັນເຂດພັດທະນາໃໝ່ ໂດຍ ການພັດທະນາກິດຈະການປິ່ນອ້ອມ ພາຍໃນໂຄງການ ເປັນຕົ້ນເຂດການ ຄ້າ-ການບໍລິການ, ເຂດທີ່ຢູ່ອາໄສ, ເຂດການສຶກສາ, ເຂດອຸດສາຫະກໍາ, ເຂດສາງສິນຄ້າແລະສໍານັກງານບໍລິ ສັດຂົນສົ່ງ, ເຂດສາງນໍ້າມັນ ແລະ ແກັສ, ເຂດສະຖານີຄ່ຽນຖ່າຍສິນຄ້າ. ທ່ານ ພິມພອນ ສຸດທິວົງ ຍັງໃຫ້ ຮູ້ອີກວ່າ: ໂຄງການພັດທະນາຈຸດ ຄ່ຽນຖ່າຍສິນຄ້າ ສະຖານີໂພນໂຮງ ພາຍຫລັງໄດ້ຮັບອະນຸຍາດຈາພາກ ສ່ວນກ່ຽວຂ້ອງ ກໍໄດ້ລົງມືບຸກເບີກ ພື້ນທີ່ ແລະ ກໍ່ສ້າງນັບແຕ່ເດືອນພະ ຈິກ 2022 ເປັນຕົ້ນມາ, ໃນນີ້ໄດ້ສໍາ ເລັດການກໍ່ສ້າງອາຄານຫ້ອງການ ຂອງໂຄງການ ສ້າງເດີ່ນເກັບມ້ຽນ ສິນຄ້າ, ກໍ່ສ້າງອາຄານໃຫ້ ບໍລິການ ແຈ້ງພາສີ (ປັດຈຸບັນກໍາລັງຕົບແຕ່ງ ພາຍໃນ), ກະກຽມພື້ນທີ່ສ້າງອາ ຄານສົ່ງເສີມການລົງທຶນ, ກໍ່ສ້າງ ເສັ້ນທາງພາຍໃນໂຄງການ, ດໍາເນີນ ຂັ້ນຕອນການຫັນປະເພດທີ່ດິນຈາກ ດິນກະສິກໍາ ມາເປັນດິນປຸກສ້າງໃຫ້ ສອດຄ່ອງກັບລະບຽບກົດໝາຍ ຂອງ ສປປ ລາວ. ໃນໄລຍະຜ່ານມາ ໂຄງການພັດ ທະນາຈຸດຄ່ຽນຖ່າຍສິນຄ້າ ສະຖານີ ໂພນໂຮງ ໄດ້ຮັບການສະໜັບສະໜູນ ແລະ ອໍານວຍຄວາມສະດວກຈາກ ອໍານາດການປົກຄອງແຂວງວຽງ ຈັນ ແລະ ພາກສ່ວນກ່ຽວຂ້ອງຂອງ ລັດ ຈຶ່ງເຮັດໃຫ້ການດໍາເນີນການ ກໍ່ສ້າງມີຄວາມຄືບໜ້າຕາມເປົ້າ ໝາຍທີ່ວາງໄວ້. ນອກນີ້, ການດໍາ ເນີນທຸລະກິດຂອງບໍລິສັດ ກໍໄດ້ປະ ສານສົມທົບກັບຄະນະບໍລິຫານຂອງ ບໍລິສັດ ທາງລົດໄຟ ລາວ-ຈີນ ແລະ ໄດ້ເປັນເອກະພາບກັນກ່ຽວກັບແນວ ທາງການຮ່ວມມືທິດທາງການພັດ ທະນາເສດຖະກິດ ແລະ ການໃຫ້ບໍລິ ການປິ່ນອ້ອມທາງລົດໄຟ ລາວ-ຈີນ ໃຫ້ກາຍເປັນເສັ້ນທາງຍຸດທະສາດ ໃນການພັດທະນາເສດຖະກິດ-ສັງ ຄົມຂອງ ສປປ ລາວ. ໂອກາດນີ້ ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມ ເຊີຍຕໍ່ການຈັດຕັ້ງປະຕິບັດໂຄງການ ດັ່ງກ່າວ ເຊິ່ງມີຄວາມຄືບໜ້າເປັນ ໜ້າເພິ່ງພໍໃຈ, ພ້ອມນີ້, ທ່ານຍັງໄດ້ ເນັ້ນໃຫ້ບໍລິສັດຜູ້ພັດທະນາເອົາໃຈ ໃສ່ປະຕິບັດເນື້ອໃນສັນຍາຢ່າງເຂັ້ມ ງວດ ເພື່ອຫລີກລ່ຽງຜົນກະທົບຕໍ່ປະ ຊາຊົນໃນທ້ອງຖິ່ນ ແລະ ທ່ານຍັງ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ອໍານວຍຄວາມສະດວກ ໃນການ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ມີຜົນສໍາເລັດຕາມເປົ້າໝາຍ. ຂ່າວ: ຄ. ຄຳປະສິດ ໃນໂອກາດສໍາເລັດການປະຕິບັດໜ້າທີ່ ການທູດຢູ່ລາວ, ພ້ອມທັງຕາງໜ້າໃຫ້ ລັດຖະບານ ແຫ່ງ ສປປ ລາວປະດັບ ຫລຽນກາມິດຕະພາບໃຫ້ແກ່ທ່ານເອກ ອັກຄະລັດຖະທູດ ເພື່ອເປັນການຊົມເຊີຍ ແລະ ສັນລະເສີນຕໍ່ຜົນງານໃນການປະ ກອບສ່ວນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບແລະ ການຮ່ວມ ມືອັນດີງາມ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ຢ່າງມີປະສິດທິຜົນຕະ ຫລອດໄລຍະເວລາ 3 ປີຜ່ານມາ. ໃນໂອກາດນີ້, ທ່ານຮອງນາຍົກລັດ ຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງທ່ານ ເອກອັກຄະລັດຖະທູດຕະຫລອດໄລຍະ ການປະຕິບັດໜ້າທີ່ການທູດຢູ່ ສປປ ລາວນັບຕັ້ງແຕ່ເດືອນກຸມພາ2021ເປັນ ຕົ້ນມາ ເຊິ່ງໄດ້ປະກອບສ່ວນສໍາຄັນເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີງາມລະ ຫວ່າງ ສປປ ລາວ ແລະ ອົດສະຕຣາລີ, ລວມເຖິງການປະກອບສ່ວນຊຸກຍູ້ສົ່ງ ເສີມເຈດຈໍານົງ ໃນການຍົກລະດັບການ ພົວພັນຮ່ວມມືລະຫວ່າງສປປລາວແລະ ອົດສະຕຣາລີ ເປັນຄູ່ຮ່ວມມືຮອບດ້ານ ໃຫ້ປະກົດຜົນເປັນຈິງໃນໄວໆນີ້. ນອກ ນີ້, ສອງປະເທດຍັງໄດ້ສ້າງຕັ້ງສະມາ ຄົມມິດຕະພາບ ລາວ-ອົດສະຕຣາລີ; ການຮ່ວມກັນສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍ ພົວພັນມິດຕະພາບ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃນປີ 2022 ຢ່າງມີຜົນສໍາເລັດອັນງົບງາມ; ການຈັດ ບັນດາກິດຈະກໍາສະເຫລີມສະຫລອງ ຄົບຮອບ 30 ປີ ການເປີດນໍາໃຊ້ຂົວມິດ ຕະພາບ ລາວ-ໄທ ແຫ່ງທີ I ໃນຕົ້ນປີ 2024 ທີ່ຈະມາເຖິງ ເຊິ່ງຂົວດັ່ງກ່າວ ແມ່ນສ້າງຂຶ້ນໂດຍທຶນຊ່ວຍເຫລືອຂອງ ອົດສະຕຣາລີ ແລະ ອື່ນໆ. ພ້ອມກັນນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະ ເທດ ຕະຫລອດໄລຍະ 71 ກວ່າປີຜ່ານ ມາ, ເຊິ່ງການພົວພັນຮ່ວມມືຂອງສອງ ປະເທດທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍໄດ້ຮັບການພັດທະນາຂຶ້ນ ເປັນກ້າວໆ, ການນໍາຂອງທັງສອງປະ ເທດ ໄດ້ມີການພົບປະກັນຢ່າງເປັນປົກ ກະຕິ ບໍ່ວ່າຈະເປັນການຢ້ຽມຢາມເຊິ່ງ ກັນແລະກັນຫລືການພົບປະໃນໂອກາດ ເຂົ້າຮ່ວມກອງປະຊຸມສາກົນຕ່າງໆ. ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະ ມົນຕີ ກໍໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນອົດສະຕຣາ ລີ ທີ່ໄດ້ໃຫ້ການຊ່ວຍເຫລືອ ແລະ ສະ ໜັບສະໜູນ ສປປ ລາວ ໃນດ້ານຕ່າງໆ ຕະຫລອດໄລຍະຜ່ານມາ, ລັດຖະບານ ອົດສະຕຣາລີ ໄດ້ສືບຕໍ່ໃຫ້ການຊ່ວຍ ເຫລືອເພື່ອການພັດທະນາ (ODA) ໃຫ້ແກ່ ສປປ ລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ຈັດອັນດັບເປັນທີ 3 ຂອງການ ຊ່ວຍເຫລືອODA ຂອງຕ່າງປະເທດ ຢູ່ ສປປ ລາວ, ກວມເອົາຫລາຍຂະແໜງ ການ ແລະ ໃນສົກປີ 2023-2024 ຈະເນັ້ນໜັກໃນດ້ານສາທາລະນະສຸກ, ການພັດທະນາແບບຍືນຍົງ ແລະ ການ ຟື້ນຟູສະພາບເສດຖະກິດ, ລວມເຖິງ ການສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ປີ 2024 ທີ່ຈະມາເຖິງນີ້ ເຊິ່ງທ່ານເອກ ອັກຄະລັດຖະທູດ ກໍມີບົດບາດສໍາຄັນ ໃນການປະກອບສ່ວນຊຸກຍູ້ການຊ່ວຍ ເຫລືອ ແລະ ສະໜັບສະໜູນດັ່ງກ່າວ. ໃນຂະນະດຽວກັນ, ທ່ານເອກອັກ ຄະລັດຖະທູດ ອົດສະຕຣາລີ ໄດ້ສະແດງ ຄວາມຂອບໃຈເປັນຢ່າງສູງຕໍ່ລັດຖະ ບານ ແລະ ປະຊາຊົນລາວ ກໍຄື ກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ທີ່ ໄດ້ໃຫ້ການຮ່ວມມື,ສະໜັບສະໜູນຊ່ວຍ ເຫລືອ ແລະ ອໍານວຍຄວາມສະດວກ ເປັນຢ່າງດີ ຕະຫລອດໄລຍະການປະຕິ ບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຄັ້ງ ນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ, ພ້ອມທັງໄດ້ສະແດງຄວາມປິຕິຍິນດີ ແລະ ຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ເປັນຢ່າງຍິ່ງ ທີ່ເຫັນໄດ້ ແລະ ຍ້ອງ ຍໍຊົມເຊີຍຕໍ່ຜົນງານ, ລວມເຖິງການປະ ດັບຫລຽນອັນມີຄວາມໝາຍສໍາຄັນນີ້ ໃຫ້ແກ່ຕົນ ເຊິ່ງຈະເປັນສັນຍາລັກອັນມີ ຄວາມໝາຍຄວາມສໍາຄັນ ໃນການຊຸກ ຍູ້ສົ່ງເສີມການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ອົດ ສະຕຣາລີ ແລະ ສປປ ລາວ ໃຫ້ໄດ້ຮັບ ການພັດທະນາຍິ່ງໆຂຶ້ນໃນຕໍ່ໜ້າ. ພ້ອມ ກັນນີ້, ທ່ານ ເອກອັກຄະລັດຖະທູດກໍ ໄດ້ຢືນຢັນຄືນຕໍ່ຄໍາໝາຍໝັ້ນຂອງລັດ ຖະບານ ອົດສະຕຣາລີ ທີ່ຈະໃຫ້ການສະ ໜັບສະໜູນແກ່ ສປປ ລາວ ຕໍ່ການກະ ກຽມເປັນປະທານອາຊຽນ ໃນປີ 2024 ແລະ ໄດ້ສະແດງຄວາມກຽມພ້ອມໃນ ການສະເຫລີມສະຫລອງຄົບຮອບ50ປີ ຂອງການເປັນປະເທດຄູ່ຮ່ວມເຈລະຈາ ອາຊຽນ-ອົດສະຕຣາລີ ໃນປີທີ່ ສປປ ລາວ ຈະເປັນປະທານຈັດກອງປະຊຸມ ສຸດຍອດອາຊຽນ.

RkJQdWJsaXNoZXIy MTc3MTYxMQ==