5768

08 xtgmf]k; 37ltok c]t [= ]y = dy ko 14/12/2023 ໃນວັນທີ 7 ທັນວາ 2023, ກອງ ປະຊຸມ ເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້“ໜຶ່ງແລວໜຶ່ງ ເສັ້ນທາງ” ຄັ້ງທີ II ໄດ້ຈັດຂຶ້ນທີ່ນະ ຄອນຫລວງວຽງຈັນ ຢ່າງເປັນທາງ ການ. ໃນເວທີດັ່ງກ່າວໄດ້ເນັ້ນເຖິງການ ຮ່ວມມືກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ ”ໃນໄລຍະ10 ປີທີ່ຜ່ານມາ,ຈາກແນວ ຄວາມຄິດສູ່ການປະຕິບັດ ແລະ ຈາກ ວິໄສທັດ ສູ່ຄວາມເປັນຈິງ, ປຶກສາຫາ ລືກ່ຽວກັບ ການຮ່ວມກັນສ້າງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ຍຸດ ທະສາດການພັດທະນາລະດັບຊາດ ຂອງລາວ, ປຶກສາຫາລືກ່ຽວກັບແຜນ ການຮ່ວມມືພັດທະນາລະຫວ່າງລາວຈີນ. ໃນຖານະເປັນຕົ້ນແບບຂອງການ ຮ່ວມມືລາວ-ຈີນພາຍໃຕ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ໃນຖານະເປັນຜູ້ ນໍາໜ້າດ້ານແຮ່ເກືອໂປຕາສ ທີ່ເກີດຂຶ້ນ ໃໝ່ໃນໂລກ, ອາຊີ-ໂປຕາສສາກົນ ກໍ ໄດ້ຮັບເຊີນເຂົ້າຮ່ວມງານນີ້ ແລະ ໄດ້ ເຜີຍແຜ່ໝາກຜົນສໍາຄັນ “ການສົ່ງເສີມ ໂຄງການເກືອໂປຕາສ 5 ລ້ານໂຕນ/ປີ ຂອງລາວ ແລະ ສ້າງເປັນຖານຜະລິດ ຝຸ່ນໂປຕາສ ລະດັບໂລກ” ແລະ ຂຶ້ນ ບັນຍາຍໃນຫົວຂໍ້ “ພາຍໃຕ້ ຂໍ້ລິເລີ່ມ “ ໜຶ່ງແລວໜຶ່ງເສັ້ນທາງ, ອາຊີ-ໂປຕາສ ສາກົນ ປະຕິບັດຕົວຈິງໃນການສຶກສາ ດ້ານເກືອໂປຕາສຂອງລາວ ພ້ອມກັນ ສ້າງເສັ້ນທາງແຫ່ງຄວາມຈະເຈີນຮຸ່ງ ເຮືອງລະຫວ່າງ ລາວ-ຈີນ”. ເວທີສົນທະນາດັ່ງກ່າວ, ມີຈຸດມຸ່ງ ໝາຍ ເພື່ອດໍາເນີນການຕາມ “ແຜນ ປະຕິບັດງານຂອງພັກກອມມູນນິດ ຈີນ ແລະ ພັກປະຊາຊົນ ປະຕິວັດລາວ ໃນການສ້າງປະຊາຄົມຮ່ວມຊາຕາກໍາ ລາວ-ຈີນ (2024-2028)” ເຊິ່ງ ລົງນາມໂດຍທ່ານທອງລຸນສີສຸລິດປະ ທານປະເທດແຫ່ງ ສປປ ລາວ ແລະ ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ vk-u 3x8kllkdq o lh k'glA omk'7;k, 9tg]u oI5 j 'gIn v' ]ts;j k']k;{9u o ສປ ຈີນ ໃນວາລະກອງປະຊຸມເວທີປຶກ ສາຫາລື ສຸດຍອດການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ ຈັດຂຶ້ນໃນເດືອນຕຸລາປີນີ້, ໄດ້ສະແດງ ແລະ ສົ່ງເສີມບົດບາດອັນດີຕໍ່ຜົນການ ເປັນແບບຢ່າງ ໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ແລະ ສົ່ງເສີມ ການສ້າງປະຊາຄົມຮ່ວມຊາຕາກໍາ ມວນມະນຸດ. ທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງ ສານສະແດງຄວາມຍິນດີ ຕໍ່ເວທີສົນ ທະນາດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາ ພິທູນ ຮອງນາ ຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ຫວາງ ຊາງ ອຸປະທູດ ຊົ່ວຄາວ ສະຖານທູດຈີນ ປະຈໍາ ສປປ ລາວ,ທ່ານນາງສວນສະຫວັນວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຟູຫົວ ປະທານສໍານັກຂ່າວຊິນຮວາ ແລະ ຜູ້ອື່ນໆກໍໄດ້ເຂົ້າຮ່ວມກອງປະຊຸມຄັ້ງ ນີ້ເ ພື່ອປຶກສາຫາລືຮ່ວມກັບຕາງ ໜ້າຂອງວິສາຫະກິດ ແລະ ຊ່ຽວຊານ ຫລາຍໆທ່ານ. ຄວາມໄວຂອງອາຊີ-ໂປຕາສສາກົນ ສ້າງຄວາມ “ມະຫັດສະຈັນຂອງປະ ເທດລາວ”, ສ້າງ “ຖານຜະລິດຝຸ່ນໂປ ຕາສທີ່ໃຫຍ່ທີ່ສຸດໃນອາຊີ” ລາວ ແລະ ຈີນມີຄວາມເກື້ອກູນ ເຊິ່ງ ກັນ ແລະ ກັນ ສູງໃນການຮ່ວມມືທາງ ດ້ານເສດຖະກິດ, ການຄ້າ ແລະ ອຸດ ສາຫະກໍາ, ການຮ່ວມມືສອງຝ່າຍມີ ແນວໂນ້ມພັດທະນາສູງໃນອະນາຄົດ. ພາຍໃຕ້ຂໍ້ລິເລີ່ມການຮ່ວມມືດ້ານກໍາ ລັງການຜະລິດ ລາວ-ຈີນ, ໂຄງການ ເກືອໂປຕາສ ຂອງ ອາຊີ-ໂປຕາສສາ ກົນ ເປັນໂຄງການທີ່ສໍາຄັນຂອງການ ຮ່ວມມືດ້ານກໍາລັງການຜະລິດ ລາວ- ຈີນ ເຊິ່ງພວກເຮົາໄດ້ບັນລຸການພັດທະ ນາທີ່ມີຄຸນນະພາບສູງ ໃນຂົງເຂດແຮ່ ເກືອໂປຕາສຂອງລາວ, ໝາກຜົນການ ກໍ່ສ້າງກໍາລັງການຜະລິດທີ່ສໍາຄັນ ໄດ້ ເປັນຫລັກຄໍ້າປະກັນທີ່ເຂັ້ມແຂງ ສໍາລັບ ຄວາມປອດໄພດ້ານສະບຽງອາຫານ ໃຫ້ແກ່ສອງປະ ເທດ ກໍຄື ທະວີບອາຊີ. ໃນລະຫວ່າງການກ່າວຄໍາເຫັນໃນ ກອງປະຊຸມ ເວທີສົນທະນາ, ທ່ານ ອາຍ ຢຸງຈຸນ ຮອງອໍານວຍການໃຫຍ່ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ທີ່ຂຶ້ນກັບ ອາຊີ-ໂປຕາສ ສາກົນ ໄດ້ກ່າວວ່າ: ໃນ ນາມເປັນໂຄງການຝຸ່ນໂປຕາສທີ່ມີການ ຂະຫຍາຍກໍາລັງການຜະລິດໄວທີ່ສຸດ ໃນໂລກ, ອາຊີ-ໂປຕາສສາກົນ ໄດ້ເປັນ ຜູ້ບຸກເບີກຂົງເຂດເກືອໂປຕາສ ທີ່ກໍາ ລັງເຕີບໃຫຍ່ໃນໂລກ ຈົນກາຍເປັນ ບໍ ລິສັດທໍາອິດໃນປະເທດລາວ ທີ່ປະສົບ ຄວາມສໍາເລັດໃນການຜະລິດຝຸ່ນໂປ ຕາສແບບອຸດສາຫະກໍາ. ໃນໄລຍະ 3 ປີ ທີ່ຜ່ານມາ, ອາຊີ-ໂປຕາສສາກົນໄດ້ຂະ ຫຍາຍຕົວຢ່າງວ່ອງໄວແບບ “ຄວາມ ໄວຂອງອາຊີ-ໂປຕາສ ສາກົນ” ໃນແຕ່ ລະປີຈະມີກໍາລັງການຜະລິດເພີ່ມຂຶ້ນ 1 ລ້ານໂຕນ, ໄດ້ສ້າງຕໍານານໃນປະ ຫວັດສາດການພັດທະນາອຸດສາຫະກໍາ ເກືອໂປຕາສໃນໂລກແລະຖືກຂຽນເປັນ “ມະຫັດສະຈັນຂອງປະເທດລາວ”. ຕໍ່ຈຸດພິເສດຂອງກາຍະພາບແຮ່ເກືອ ໂປຕາສຊະນິດ ຄານາໄລ ຂອງລາວ, ອາຊີ-ໂປຕາສ ສາກົນ ໄດ້ແກ້ໄຂບັນຫາ ເຕັກນິກຕ່າງໆຢ່າງຕໍ່ເນື່ອງ ດ້ານການ ຂະຫຍາຍກໍາລັງການຜະລິດບໍ່ແຮ່, ອັດຕາສ່ວນເກັບກູ້ໃນການກັ່ນແຍກ ແບບຟູລອຍ ແລະ ອື່ນໆ, ໄດ້ປະກອບ ສ້າງເປັນລິຂະສິດ ແລະ ເຕັກໂນໂລຊີ ສະເພາະ ເຊິ່ງເປັນການວາງຮາກຖານ ສະໜັບສະໜູນທາງເຕັກນິກທີ່ເຂັ້ມແຂງ ສໍາລັບການຜະລິດຂະໜາດໃຫຍ່. ໃນເດືອນຕຸລາ 2023, ບົນພື້ນຖານ ການກໍ່ສ້າງເປັນລະບົບຂອງໂຄງການ 1 ລ້ານໂຕນແຫ່ງທີ 3, ອາຊີ-ໂປຕາສ ສາກົນ ແລະ ລັດຖະບານ ສປປ ລາວ ໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຂະຫຍາຍກໍາລັງການຜະ ລິດເປັນ 5 ລ້ານໂຕນ. ແຜນການຈະບັນ ລຸກໍາລັງການຜະລິດຝຸ່ນໂປຕາສ 5 ລ້ານໂຕນ/ປີ ໃນປີ 2025, ໃນ ອະນາຄົດອີງຕາມສະພາບຂອງ ຕະຫລາດຈະປະກອບສ້າງຂະໜາດ ກໍ າ ລັ ງ ກ າ ນ ຜ ະ ລິ ດ ຝຸ່ນ ໂ ປ ຕ າ ສ ເຖິງລະດັບ 10 ລ້ານໂຕນ. ເມື່ອເຖິງ ເວລານັ້ນ ອາຊີ-ໂປຕາສ ສາກົນ ຈະ ບັນລຸເປົ້າໝາຍຍຸດທະສາດການເປັນ“ຜູ້ ສະໜອງຝຸ່ນໂປຕາສລະດັບໂລກ” ແລະ ສ້າງໃຫ້ລາວກາຍເປັນ “ຖານຜະລິດ ຝຸ່ນໂປຕາສທີ່ໃຫຍ່ທີ່ສຸດໃນອາຊີ”. ການ ພັດທະນາແບບກ້າວກະໂດດຂອງອາຊີ- ໂປຕາສ ສາກົນ ໄດ້ສົ່ງເສີມຢ່າງມີປະ ສິດທິຜົນ ການຮ່ວມມືພາກປະຕິບັດໃນ ຂົງເຂດການພັດທະນາບໍ່ແຮ່ເກືອໂປ ຕາສ ລະຫວ່າງ ລາວ-ຈີນ. ຮູບແບບການພັດທະນາເປັນນິຄົມ ອຸດສາຫະກໍາ ໄດ້ຊຸກຍູ້ການພັດທະນາ ຂອງກຸ່ມອຸດສາຫະກໍາ, ເປັນແຮງຊ່ວຍ ພັດທະນາອຸດສາຫະກໍາທັນສະໄໝຂອງ ສປປ ລາວ ໂດຍຖອດຖອນບົດຮຽນ ການພັດທະນາອຸດສາຫະກໍາທີ່ສຸກງອມ ຂອງຈີນ, ໃນເດືອນມີນາ 2023, ອາຊີ- ໂປຕາສ ສາກົນ ແລະ ລັດຖະບານ ສປປ ລາວ ໄດ້ລົງນາມໃນບົດບັນທຶກຄວາມ ເຂົ້າໃຈໂຄງການ “ນິຄົມອຸດສາຫະກໍາ ອັດສະລິຍະອາຊີ-ໂປຕາສສາກົນ” ເຊິ່ງ ໄດ້ເປີດເສັ້ນທາງການພັດທະນາຢ່າງ ປະສົມປະສານ ລະຫວ່າງ ໂປຕາສ ແລະ ອະໂປຕາສ. ນິຄົມອຸດສາຫະກໍາ ໄດ້ຖື ການນໍາໃຊ້ຊັບພະຍາກອນ ແລະ ຕໍ່ຂະ ຫຍາຍການໃຊ້ຊັບພະຍາກອນ ຢ່າງ ມີປະສິດທິພາບເປັນຕົວນໍາພາ, ຜ່ານ ການດຶງດູດການລົງທຶນ, ສ້າງກຸ່ມອຸດ ສາຫະກໍາທັນສະໄໝທີ່ປຸງແຕ່ງຜະລິດ ຕະພັນ ທີ່ມີມູນຄ່າເພີ່ມສູງ ແລະ ຫລາກ ຫລາຍ. ພາຍໃຕ້ສະພາບການຍົກຍ້າຍ ຕ່ອງໂສ້ອຸດສາຫະກຳໂລກແລະຕ່ອງໂສ້ ການສະໜອງມາຢູ່ອາຊີຕາເວັນອອກ ສ່ຽງໃຕ້. ສະນ້ັນ, ຊັບພະຍາກອນ, ຕົ້ນ ທຶນ ແລະ ຂໍ້ໄດ້ປຽບດ້ານນະໂຍບາຍທີ່ ເປັນເອກະລັກ ຂອງນິຄົມອຸດສາຫະກໍາ ຈຶ່ງເປັນແຮງດຶງດູດການລົງທຶນທີ່ເຂັ້ມ ແຂງ. ປັດຈຸບັນ, ນິຄົມອຸດສາຫະກໍາໄດ້ ສໍາເລັດການສົ່ງເສີມການລົງທຶນໄລຍະ ທໍາອິດເປັນທີ່ຮຽບຮ້ອຍ, ກໍາລັງເລັ່ງ ການເຊື່ອມໂຍງ ແລະ ເຊື່ອມຈອດກັບ ບັນດາວິສາຫະກິດນຳໜ້າ ທີ່ມີຄຸນນະ ພາບສູງໃນຂົງເຂດຕ່າງໆ ເພື່ອໃຫ້ເຂົ້າ ມາລົງທຶນຢູ່ນິຄົມອຸດສາຫະກໍາ. ດ້ວຍ ການສໍາເລັດໂຄງການ Bromine ແລະ Chlor-Alkali, ຕ່ອງໂສ້ອຸດສາຫະກໍາ Bromine ທໍາອິດ ໃນອຸດສາຫະກໍາອະ ໂປຕາສ ໄດ້ຖືກສ້າງຕັ້ງຂຶ້ນ, ເປັນການ ເປີດພື້ນທີ່ການພັດທະນາໃໝ່ສໍາລັບ ຂະແໜງອຸດສາຫະກໍາຂອງລາວ. ໃນ ອະນາຄົດ, ຂໍ້ໄດ້ປຽບດ້ານຕົ້ນທຶນ ແລະ ຂໍ້ໄດ້ປຽບທາງດ້ານຂະໜາດຂອງກຸ່ມ ອຸດສາຫະກຳ ຈະສະແດງໃຫ້ເຫັນຢ່າງ ຄົບຖ້ວນ, ເປັນແຮງຊ່ວຍພັດທະນາການ ຫັນເປັນອຸດສາຫະກຳຂອງລາວຕື່ມອີກ ກ້າວໜຶ່ງ ແລະ ເພີ່ມທະວີກໍາລັງແຮງ ໃນສ້າງລາຍຮັບເງິນຕາຈາກການ ສົ່ງອອກ ແລະ ທົດແທນການນຳເຂົ້າ ຂອງລາວ. “ຮູບແບບການແກ້ໄຂຄວາມທຸກ ຍາກດ້ວຍການຜະລິດຂອງອາຊີ-ໂປ ຕາສສາກົນ”ຊຸກຍູ້ການພັດທະນາກະສິ ກຳທັນສະໄໝຂອງ ສປປ ລາວ ໃນ ກອງປະຊຸມເວທີສົນທະນາ, ສູນຄົ້ນຄວ້າ ເສດຖະກິດຊົນນະບົດ ຂອງກະຊວງ ກະສິກໍາ ແລະ ຊົນນະບົດ ສປ ຈີນໄດ້ ມອບໃບຢັ້ງຢືນສູນຄົ້ນຄວ້າຢູ່ຕ່າງ ປະເທດ ໃຫ້ແກ່ ອາຊີ-ໂປຕາສ ສາກົນ. ຄຽງຄູ່ກັບພັດທະນາວິສາຫະກິດທີ່ມີ ຄຸນນະພາບສູງ, ອາຊີ-ໂປຕາສ ສາກົນ ຍັງໃຫ້ຄວາມສຳຄັນຕໍ່ການຫລຸດຜ່ອນ ຄວາມທຸກຍາກ ແລະ ການພັດທະນາ ກະສິກຳໃນລາວພາຍໃຕ້ການຊີ້ນຳຂອງ ແນວຄວາມຄິດ “ການເຄົາລົບ, ການ ເຊື່ອມໂຍງ, ການປະຕິ ບັດຕົວຈິງ ແລະ ການຊະນະທັງຄູ່”. ເມື່ອເວົ້າເຖິງກາລະ ໂອກາດໃນການແກ້ໄຂຄວາມທຸກຍາກ ດ້ວຍການຜະລິດຂອງຕົນເອງ, ທ່ານ ຈົງ ກົວຟູ (Zong Guofu) ຜູ້ຊ່ວຍຜູ້ ອໍານວຍການໃຫຍ່ ຂອງ ອາຊີ-ໂປຕາສ ສາກົນໄດ້ ກ່າວວ່າ: ຈາກວຽກງານແກ້ ໄຂຄວາມທຸກຍາກຢູ່ບ້ານຊຽງແຫວນ ແຂວງຄຳມ່ວນ ພວກເຮົາໄດ້ເອົາໃຈ ໃສ່ແລະ ຕີລາຄາທ່າແຮງດ້ານຊັບພະ ຍາກອນກະສິກຳຂອງລາວ. ສະນັ້ນ, ຈຶ່ງເລີ່ມຈາກການກໍ່ສ້າງຖານທົດລອງ ປູກພືດຜັກໃນ ເຮືອນຮົ່ມ ແລະ ຂະຫຍາຍ ຖານການປູກເຂົ້າ 3 ລະດູ ຢູ່ແຂວງ ຈຳປາສັກ ເຊິ່ງເປັນການເລີ່ມຕົ້ນການ ປະຕິບັດຕົວຈິງ ຂອງການຫັນກະສິກໍາ ທັນສະໄໝ, ຊ່ວຍບ້ານທຸກຍາກຫລຸດພົ້ນ ອອກຈາກຄວາມທຸກຍາກດ້ວຍແນວຄິດ ຫັນເປັນອຸດສາຫະກຳ, ຊຸກຍູ້ການຫັນ ປ່ຽນຂອງປະເທດລາວ ຈາກກະສິກຳ ດັ້ງເດີມ ເປັນກະສິກຳທັນສະໄໝດ້ວຍ ຜົນຜະລິດສູງ, ມີມູນຄ່າເພີ່ມສູງ ແລະ ຜົນຕອບແທນສູງ. ຢູ່ບ້ານ ຊຽງແຫວນ, ອາຊີ-ໂປຕາສ ສາກົນໄດ້ສ້າງຕັ້ງໂຮງເຮືອນປູກຜັກ ແລະ ຖານທົດລອງປູກພືດຫລາຍລະດູ ເຊິ່ງບໍ່ພຽງແຕ່ເພີ່ມລາຍຮັບໃຫ້ແກ່ ຄອບຄົວກະສິກອນ ໃນບ້ານທຸກຍາກ, ແຕ່ຍັງສົ່ງເສີມການປູກຝັງຂະໜາດໃຫຍ່ ແລະ ການປູກຝັງແບບອຸດສາຫະກໍາອີກ ດ້ວຍ; ໄດ້ເພີ່ມທະວີຄວາມສາມາດໃນ ການສະໜອງພືດຜັກໃຫ້ແກ່ທ້ອງຖິ່ນ, ຮັກສາສະຖຽນລະພາບຂອງລາຄາ ຜະລິດຕະພັນກະສິກໍາໃນທ້ອງຖິ່ນ ແລະ ຄວບຄຸມໄພເງິນເຟີ້ໄດ້ຢ່າງມີປະສິດທິ ຜົນ. ຢູ່ເມືອງໂຂງ ແຂວງຈໍາປາສັກອາ ຊີ-ໂປຕາສສາກົນ ໄດ້ນໍາທີມງານກ່ຽວ ກັບແນວພັນຊັ້ນນໍາຂອງຈີນ ແລະ ວິສາ ຫະກິດປຸງແຕ່ງອາຫານ ເຂົ້າມາຮ່ວມ ລົງທຶນ ແລະຮ່ວມມືໃນການກໍ່ສ້າງໂຄງ ການສາທິດປູກເຂົ້າເຂົ້າ 3 ລະດູທໍາອິດ ຢູ່ລາວ, ໄດ້ປະກອບສ້າງຮູບແບບການ ປູກເຂົ້າໂດຍນໍາໃຊ້ເຄື່ອງກົນຈັກ, ການ ປູກຝັບແບບທັນສະໄໝ ທີ່ແທດເໝາະ ກັບສະພາບຢູ່ລາວ ໂດຍປ່ຽນຈາກການ ປູກເຂົ້າລະດູດຽວ ມາປູກເຂົ້າ 3 ລະດູ ເຊິ່ງເປັນແຮງຊ່ວຍໃຫ້ ສປປ ລາວ ບັນລຸ ການສະໜອງສະບຽງອາຫານໄດ້ເພີ່ມ ຂື້ນແບບກ້າວກະໂດດ. ໃນອະນາຄົດ, ອາຊີ-ໂປຕາສສາກົນ ຈະເອົາມາດຕະຖານຄຸນນະພາບເຂົ້າ ຂອງຈີນແລະ ເຕັກໂນໂລຊີການປູກຝັງ ຂອງຈີນ ມາເຜີຍແຜ່ຢູ່ລາວ ເພື່ອຊ່ວຍ ປະເທດລາວ ສ້າງຕ່ອງໂສ້ອຸດສາຫະກຳ ປູກເຂົ້າຫລາຍລະດູ ທີ່ລວມທັງການ ປັບປຸງແນວພັນ, ການປູກຝັງ, ການ ປຸງແຕ່ງ ແລະ ການສົ່ງອອກ, ສ້າງເປັນ ລະບົບການພັດທະນາກະສິກຳທີ່ມີ ການ ປູກຝັງແບບທັນສະໄໝ, ການປຸງແຕ່ງ ແບບເສດຖະກິດ ແລະ ການຄ້າແບບ ສາກົນ, ຊຸກຍູ້ການຫັນປ່ຽນການຜະລິດ ເຂົ້າໃນລາວຈາກກະສິກຳດັ້ງເດີມເປັນ ກະສິກຳທັນສະໄໝທີ່ມີປະສິດທິຜົນສູງ, ເສດຖະກິດ ແລະ ພັດທະນາຢ່າງຍືນຍົງ. ໃນຖານະທີ່ເປັນວິສາຫະກິດຈີນທີ່ ລົງທຶນໃນລາວ, ອາຊີ-ໂປຕາສ ສາກົນ ໄດ້ຮັບການສະໜັບສະໜູນຈາກ ລັດຖະ ບານ ສປປ ລາວ ແລະ ປະຊາຊົນລາວ, ແຕ່ໃດມາຍຶດໝັ້ນນໍາເອົາໝາກຜົນຂອງ ການພັດທະນາວິສາຫະກິດ ມາຄືນສູ່ ສັງຄົມລາວ ໂດຍຜ່ານການຈັດຕັ້ງກອງ ທຶນການສຶກສາ, ກອງທຶນອຸດໜູນຊ່ວຍ ເຫລືອວຽກງານປ້ອງກັນຄວາມສະ ຫງົບ, ການກໍ່ສ້າງໂຮງຮຽນປະຖົມ ແຫ່ງຄວາມຫວັງ, ການຊ່ວຍເຫລືອ ສ້າງເສັ້ນທາງ, ຂົວ ແລະ ການເຄື່ອນ ໄຫວວຽກງານສັງຄົມອື່ນໆ, ອາຊີ-ໂປ ຕາສສາກົນ ສະໜັບສະໜູນການພັດ ທະນາວຽກງານການສຶກສາ, ການ ປ້ອງກັນຄວາມສະຫງົບ, ວັດທະນະທໍາ ແລະ ອື່ນໆຂອງລາວ, ພ້ອມທັງໄດ້ຮັບ ການຍ້ອງຍໍຊົມເຊີຍ ແລະ ຮັບຮູ້ຈາກ ລັດຖະບານ ແລະ ປະຊາຊົນລາວ ແລະ ຖືກຂະໜານນາມວ່າ ແມ່ນໂຄງການ ເຊື່ອມໂຍງຈິດໃຈປະຊາຊົນ ພາຍໃຕ້ຂໍ້ ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”. ການສຶກສາຄົ້ນຄວ້າພັດທະນາຢ່າງ ຕໍ່ເນື່ອງຢູ່ລາວ ຂອງ ອາຊີ-ໂປຕາສ ສາ ກົນ ໄດ້ເລີ່ມຕົ້ນຈາກຄວາມເຊື່ອໝັ້ນ, ປະສົບຜົນສຳເລັດຈາກພາກປະຕິບັດ ແລະ ສ້າງຜົນປະໂຫຍດໃຫ້ແກ່ປະຊາ ຊົນ. ອາຊີ-ໂປຕາສສາກົນກ່າວວ່າ: ບໍລິ ສັດຈະຖືການຮ່ວມກັນສ້າງ“ໜຶ່ງແລວ ໜຶ່ງເສັ້ນທາງ” ເປັນໂອກາດ, ບົນເສັ້ນ ທາງກ້າວສູ່ເປັນຜູ້ສະໜອງຝຸ່ນໂປຕາສ ລະດັບໂລກ ໂດຍມີນິຄົມອຸດສາຫະກຳ ອັດສະລິຍະມາເປັນເວທີຮອງຮັບ, ຕັ້ງ ໜ້າດຶງດູດທຶນອຸດສາຫະກຳ, ເຕັກໂນ ໂລຊີທີ່ກ້າວໜ້າ ແລະ ເປັນຮູບແບບ ແຖວໜ້າ, ຖືເປັນໜ້າທີ່ຂອງພວກເຮົາ ສືບຕໍ່ສາຍພົວພັນມິດຕະພາບລະຫວ່າງ ຈີນ-ລາວ, ພ້ອມກັນສ້າງເສັ້ນທາງຮຸ່ງ ເຮືອງສີວິໄລ, ຊຸກຍູ້ຂະບວນການຫັນ ເປັນອຸດສາຫະກຳ, ກະສິກຳທັນສະໄໝ ແລະ ການຫັນເປັນຕົວເມືອງຂອງ ລາວ, ສືບຕໍ່ຂຽນໜ້າປະຫວັດສາດ ໃໝ່ໃນການກໍ່ສ້າງ “ໜຶ່ງແລວ ໜຶ່ງ ເສັ້ນທາງ”,ປະກອບສ່ວນເຫື່ອແຮງ ເຂົ້າໃນການກໍ່ສ້າງ ແລະ ພັດທະນາ ເສດຖະກິດ-ສັງຄົມ ທີ່ຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ ແລະ ການເປັນ ປະຊາຄົມຮ່ວມຊາຕາກໍາ ລະຫວ່າງ ສອງປະເທດ ຈີນ-ລາວ.

RkJQdWJsaXNoZXIy MTc3MTYxMQ==