5768

07 xtgmf]k; gsfdko{dkora fmtok 14/12/2023 g,n v'\n j o xk4tdt4k;a ole7a o0v'-kf ra fmtokoa d,;p]k; dh k;l6 j ,n vk-u [ c]t lkdq o vq 'dkoxq d7v'c0;'g-dv' c]t ltrk xt-k-q oc0;' sk]n ;Pd'koIj ;,da o lqj 'glu ,dtly dvo x6 drn f]tf6 c]h ' .sh dkpgxa oly o7h k ຂປລ. ໃນວັນທີ9ທັນວາ 2023 ຜ່ານມານີ້, ບໍລິສັດເອເຊຍລົງທຶນພັດ ທະນາ ແລະ ກໍ່ສ້າງ ຈຳກັດຜູ້ດຽວ ຮ່ວມກັບ ທະນາຄານ ເຈດີບີ, ທະນາ ຄານຫວຽດຕິນແລະບັນດາບໍລິສັດ, ຫ້າງຮ້ານຕ່າງໆ ຈັດກິດຈະກຳແຂ່ງ ຂັນຕີມວຍ ຢູ່ນະຄອນຫລວງວຽງ ຈັນ ເພື່ອຂັດເລືອກເອົາຜູ້ທີ່ມີພອນ ສະຫວັນ, ເກັ່ງ, ສີມືດີ ເຂົ້າຮ່ວມການ ແຂ່ງຂັນໃນລະດັບສາກົນ ໂດຍມີນັກ ມວຍຈາກຄ້າຍມວຍຕ່າງໆ ຢູ່ນະ ຄອນຫລວງວຽງຈັນ ແລະ ຕ່າງ ແຂວງເຂົ້າຮ່ວມແຂ່ງຂັນ ໂດຍມີ ມວນຊົນ ທັງຄົນລາວ ແລະ ຄົນຕ່າງ ປະເທດທຸກເພດ, ທຸກໄວ ເຂົ້າຮ່ວມ ຊົມ, ຮ່ວມເຊຍ ຢ່າງຄຶກຄື້ນມ່ວນຊື່ນ. ການຈັດການແຂ່ງຂັນຕີມວຍ ໃນຄັ້ງນີ້, ແນໃສ່ພັດທະນາກິລາ ມວຍລາວ ໃຫ້ເປັນມືອາຊີບ, ກ້າວສູ່ ສາກົນ ແລະ ເພື່ອຊອກຫານັກມວຍ ຜູ້ທີ່ມີພອນສະຫວັນ ຕາງໜ້າປະ ເທດລາວ ໄປຮ່ວມແຂ່ງຂັນໃນລະ ດັບສາກົນ ກໍຄື ລະດັບຊີເກມ, ອາ ຊຽນເກມ, ໂອແລມປິກ ຫລື ກ້າວ ໄປສູ່ການແຂ່ງມືອາຊີບ, ທັງເປັນ ການສົ່ງເສີມໃຫ້ໄວໜຸ່ມລາວ ຫັນ ມາຫລິ້ນກິລາມວຍລາວ ໃຫ້ຫລາຍ ຂຶ້ນ ເຊິ່ງວິໄສທັດ ຂອງຄະນະບໍລິ ຫານງານສະຫະພັນກິລາມວຍແຫ່ງ ຊາດລາວ ລະບຸວ່າ: ຈະສ້າງຄວາມ ນິຍົມສົ່ງເສີມ ແລະ ພັດທະນາມວຍ ລາວ ໃນແນວທາງມວຍລາວສ້າງ ຄົນ, ສ້າງອາຊີບ ແລະ ສ້າງເສດຖະ ກິດຂອງຊາດ ແນໃສ່ສົ່ງເສີມ ແລະ ຂະຫຍາຍຄວາມນິຍົມກິລາມວຍ ລາວ ໃຫ້ເຍົາວະຊົນ ແລະ ຊາວໜຸ່ມ ໃນທົ່ວປະເທດ ແລະ ພັດທະນາ ນັກ ກິລາມວຍ ຈາກພື້ນຖານກ້າວສູ່ ຄວາມເປັນມືອາຊີບ ແລະ ຈະສ້າງ ນັກມວຍລາວ ກາຍເປັນນັກຊົກຝີມື ດີເທົ່າທັນກັບປະເທດ ເພື່ອນບ້ານ ສາມາດອອກໄປ ຊົກກັບນັກກິລາ ຕ່າງຊາດ ເພື່ອສ້າງກຽດຊື່ສຽງມາ ສູ່ປະເທດຊາດ. ການແຂ່ງຂັນຄັ້ງນີ້ ມີທັງໝົດ 9 ຄູ່, ມວຍຍິງ 1 ຄູ່. ໃນນັ້ນ, ການແຂ່ງ ຂັນທີ່ດຸເດືອດແມ່ນເປັນການຕີມວຍ ມາຣາທອນ ຮຸ່ນນໍ້າໜັກ 60 ກິໂລ ກຣາມ ໂດຍຄູ່ທຳອິດແມ່ນ ສອນນາ ລາຍ ຈາກກະຊວງປ້ອງກັນປະເທດ ພົບກັບ ອະນັນຕາສັກ ເຈດີບີ ສ.ສັກ ສິດແລະຄູ່ທີສອງອາເຈີນ ເອໄອດີຊີ ຈາກຄ້າຍມວຍລາວ ລ້ານຊ້າງພົບ ກັບ ເພັດຈຳປາຫວຽດຕິນແບັງ ເຊິ່ງ ຜົນງານແຂ່ງຂັນຮອບທຳອິດປະ ກົດວ່າ ສອນນາລາຍ ຈາກກະຊວງ ປ້ອງກັນປະເທດ ເອົາຊະນະນັອກ ອະນັນຕາສັກ ເຈດີບີ ສ.ສັກສິດ ໄປ ໄດ້ແບບສະບາຍຜ່ານເຂົ້າຮອບຊີງ ຊະນະເລີດ ກັບ ເພັດຈຳປາ ຫວຽດ ຕິນແບັງທີ່ເອົາຊະນະອາເຈີນ ເອໄອ ດີຊີ ຈາກຄ້າຍມວຍລາວລ້ານຊ້າງ ແລະ ຜົນການແຂ່ງຂັນໃນຮອບຊີງ ຊະນະເລີດ ເປັນຝ່າຍ ເພັດຈຳປາ ຫວຽດຕິນແບັງ ຍັງອອກອາວຸດ ໄດ້ຢ່າງຄົບເຄື່ອງເອົາຊະນະນັອກ ສອນນາລາຍ ຈາກກະຊວງປ້ອງ ກັນປະເທດ ໄປໄດ້ໃນຍົກທີ 2 ຄວ້າ ແຊ໋ມໄປຄອງໄດ້ສຳເລັດ. ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມຮ່ວມ ລະຫວ່າງ ອົງການປົກຄອງແຂວງ ແລະ ສະພາປະຊາຊົນແຂວງເຊ ກອງ ຈັດຂຶ້ນໃນວັນທີ 11 ທັນວາ 2023 ທີ່ຫ້ອງວ່າການແຂວງພາຍ ໃຕ້ການເປັນປະທານຮ່ວມຂອງທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊ ກອງ ແລະ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນ ແຂວງເຊ ກອງ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ເຫລັກໄຫລ ສີວິໄລ ກ່າວ ວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະ ຊຸມທີ່ມີຄວາມໝາຍສໍາຄັນ ເຊິ່ງຈະ ໄດ້ຄົ້ນຄວ້າ, ປຶກສາຫາລື, ແລກ ປ່ຽນຄໍາຄິດເຫັນ ແລະ ກ້າວໄປເຖິງ ການສ້າງຄວາມເປັນເອກະພາບ ຕໍ່ບັນດາເນື້ອໃນ ກໍຄືຫົວຂໍ້ທີ່ຢູ່ໃນ ຄວາມຮັບຜິດຊອບຂອງອົງການ ປົກຄອງແຂວງ ທີ່ຈະນໍາເຂົ້າພິຈາ ລະນາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ສະພາປະຊາຊົນ ແຂວງ ຊຸດທີ II ທີ່ຈະຈັດຂຶ້ນໃນມໍ່ໆນີ້. ນອກ ນັ້ນ, ກໍພ້ອມກັນຕີລາ ແລະ ຖອດ ຖອນບົດຮຽນກົນໄກການປະສານ ງານ ລະຫວ່າງ ອົງການປົກຄອງ ແຂວງແລະສະພາປະຊາຊົນແຂວງ. ໃນກອງປະຊຸມຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ຮັບຟັງການລາຍງານ ແລະ ສຸມໃສ່ຄົ້ນຄວ້າ, ປຶກສາຫາລື, ແລກ ປ່ຽນຄໍາຄິດເຫັນ ແລະ ເປັນເອກະ ພາບຕໍ່ບັນຫາສໍາຄັນຄື: ລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມທີ່ພົ້ນເດັ່ນ ຂອງ ແຂວງເຊກອງປະຈຳປີ2023ແລະ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາໃຫ້ຮູ້ວ່າ: ການເກັບ ກ່ຽວມ້ຽນມັດເຂົ້ານາປີຂອງກະສິ ກອນພາຍໃນ ແຂວງຫລວງນໍ້າທາ ປີນີ້ມີເນື້ອທີ່ປູກເຂົ້າ ທັງໜົດ 16 ພັນ 800 ເຮັກຕາ, ໃນນີ້ເຂົ້າທີ່ກະ ສິກອນນໍາມາປູກມີ: ເຂົ້າຕາຂຽດ, ເຂົ້າໄກ່ນ້ອຍ, ເຂົ້ານໍ້າທາ 1, ເຂົ້າ ຫອມມະລິ, ເຂົ້າອານນ້ອຍແລະ ເຂົ້າ ອົບປົບ ສະເລ່ຍສະມັດຕະພາບ 4,5 ໂຕນຕໍ່ເຮັກຕາ, ຖ້າທຽບໃສ່ປີຜ່ານ ມາ ແມ່ນຫລຸດລົງເນື່ອງຈາກກະສິ ກອນຈໍານວນໜຶ່ງ ໄດ້ຫັນໄປປູກພືດ ຊະນິດອື່ນໆເຊັ່ນ: ໄມ້ອຸດສາຫະກໍາ ທີ່ມີລາຍຮັບດີກວ່າ, ການຫັນປ່ຽນ ເນື້ອທີ່ນາເຮັດໜອງປາ ແລະ ການ ກໍ່ສ້າງອີກຈໍານວນໜຶ່ງ ເຮັດໃຫ້ເນື້ອ ທີ່ນາປູກເຂົ້າຫລຸດລົງ. ນອກຈາກນີ້, ຍັງໄດ້ຮັບຜົນກະທົບຈາກການລະ ບາດ ຂອງພະຍາດໃບເຂົ້າເຫລືອງ ເຮັດໃຫ້ຕົ້ນເຂົ້າຕາຍ ເປັນຕົ້ນແມ່ນ ເກີດຂຶ້ນກັບແນວພັນເຂົ້າຕາຂຽດ, ເຊິ່ງມາຮອດປັດຈຸບັນການເກັບກ່ຽວ ເຂົ້ານາປີໃນທົ່ວແຂວງ ແມ່ນສໍາ ເລັດແລ້ວ 100%. ທ່ານ ພິມແກ້ວ ທໍາລະສິນ ຫົວ ໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຫລວງນໍ້າທາ ໃຫ້ສຳພາດ ໃນວັນທີ 7 ທັນວາ 2023 ຜ່ານມາ ວ່າ: ນອກຈາກກະສິກອນ ໄດ້ທໍາ ການຜະລິດ ປູກເຂົ້ານາປີແລ້ວ ຍັງ ໄດ້ທໍາການຜະລິດເຂົ້ານາແຊງແລະ ປູກພືດລະດູແລ້ງໃນເຂດທີ່ມີເງື່ອນ ໄຂອໍານວຍຄວາມສະດວກ, ເຊິ່ງ ທາງພະແນກກະສິກໍາ ແລະ ປ່າໄມ້ ແຂວງຫລວງນໍ້າທາ ໄດ້ສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ ລົງຊຸກຍູ້ສົ່ງເສີມກະສິກອນ ຢູ່ແຂວງ ຫລວງນໍ້າທາ ທີ່ພວມລົງມືທໍາການ ຜະລິດເຂົ້ານາແຊງ ແລະ ປູກພືດລະ ດູແລ້ງໃຫ້ຫລາຍ ກາຍເປັນສິນຄ້າ ເພື່ອພັດທະນາຊີວິດການເປັນຢູ່ໃຫ້ ນັບມື້ດີຂຶ້ນ ດ້ວຍການສົ່ງເສີມກະສິ ກອນ ປູກເຂົ້ານາແຊງ ໃນເນື້ອທີ່ 760 ເຮັກຕາ, ຄາດວ່າຜົນຜະລິດ ໃຫ້ໄດ້ 3.108 ໂຕນ. ຄຽງຄູ່ກັນນີ້ ກໍໄດ້ສົ່ງເສີມປູກພືດລະດູແລ້ງຕື່ມ ອີກເປັນຕົ້ນ ປູກກ້ວຍ (ກ້ວຍສະ ອາດ) ໃນເນື້ອທີ່ 445 ເຮັກຕາ ຜົນ ຜະລິດໃຫ້ໄດ້ 14.225 ໂຕນ, ມາກ ແຕງໂມ ເນື້ອທີ່ 1.470 ເຮັກຕາ ຜົນ ຜະລິດໃຫ້ໄດ້ 15.250 ໂຕນ, ມັນ ຕົ້ນ 2.224 ເຮັກຕາ ຜົນຜະລິດໃຫ້ ໄດ້ 9.545 ໂຕນ, ໝາກອື 582 ເຮັກຕາ ຜົນຜະລິດໃຫ້ໄດ້ 11.040 ໂຕນ, ໝາກຖົ່ວເບີ 310 ເຮັກຕາ ທິດທາງແຜນການປີ 2024; ການ ຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດຂອງແຂວງປະຈຳປີ2023 ແລະ ທິດທາງແຜນການ ປີ 2024; ການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກດ້ານເສດຖະກິດ-ການ ເງິນ, ການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ໃນໄລຍະ 3 ປີ (2021- 2023) ແລະ ທິດທາງແຜນການ ຮອດປີ 2025; ລາຍງານການສ້າງ ຕັ້ງເມືອງໃໝ່ (ເມືອງທີ 5 ຂອງ ແຂວງ)ແລະລາຍງານແຜນດໍາເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 6 ສະພາປະຊາຊົນແຂວງ ຊຸດທີ II. ໃນໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ໄດ້ມີຄໍາເຫັນຊີ້ນໍາໃຫ້ບັນດາ ຂະແໜງການຕ່າງໆ ເອົາໃຈໃສ່ປັບ ປຸງເນື້ອໃນບົດລາຍງານ ທີ່ຈະນໍາ ສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ແຂວງ ຊຸດທີ II ຕາມການປະກອບ ຄໍາເຫັນຂອງຜູ້ແທນກອງປະຊຸມ ໂດຍສະເພາະແຜນວຽກຈຸດສຸມ ໃນຕໍ່ໜ້າ ໃຫ້ມີລັກສະນະບຸກທະລຸ, ລະອຽດ-ຈະແຈ້ງແລະ ແທດຕົວຈິງ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດ ມີຜົນສໍາເລັດ ແລະ ເປັນຮູບປະທໍາ ຫລາຍຂຶ້ນ. ຂ່າວ-ພາບ: ສັນຍາ ສ່ວນຜົນການແຂ່ງຂັນມວຍຄູ່ ປະກອບລາຍການ ຮຸ່ນນໍ້າໜັກ 58 ກິໂລກຣາມ ແມັກນ້ອຍ ຫວຽດຕິນ ແບັງ ຊະນະຄະແນນ ສອນໄຊ, ຮຸ່ນ ນໍ້າໜັກ 64 ກິໂລກຣາມ ເພັດພູພານ ຫວຽດຕິນແບັງ ຈາກຄ້າຍມວຍ ລາວລ້ານຊ້າງ ສະເໝີ ລູກນໍ້າທັບ ໃສທິລາດເມືອງສີ່ທິດ, ຮຸ່ນນໍ້າໜັກ 75 ກິໂລກຣາມ ກຸ້ງນະພາ ເອໄອດີ ຊີ ເສຍໃຫ້ ກໍ່າກາດໍາ ເຈດີບີ ສ.ເຊ ກອງ, ຮຸ່ນນໍ້າໜັກ 53 ກິໂລກຣາມ ນ້ອງເບຍ ເອັດເອັມແອວ ກະຊວງ ປ້ອງກັນປະເທດ ເສຍນັອກໃຫ້ ເຈມສັກ ອໍໂຕສະປີດ, ຮຸ່ນນໍ້າໜັກ 51 ກິໂລກຣາມຍິງ ດີສາວລາວເອັດ ເອັມຈີ ກຣຸບ ຊາຟາຢີມ ຊະນະ ນັອກ ແກ້ວຄູນເຮືອນ ວຽງຈັນຟິດເນັດ, ຮຸ່ນນໍ້າໜັກ 57ກິໂລກຣາມ ເກົ້າ ແສນ ເຈດີບີ ຂວັນໃຈສີໂຄດ ເສຍໃຫ້ ກ້ອງໂພໄຊ ເອໄອດີຊີ ປະກາຍ ທອງ ຢິມແລະຮຸ່ນນໍ້າໜັກ53ກິໂລກຣາມ ຫລ່ຽມ ເພັດນ້ອຍທະວີຊັບໝູຢໍ່ນາງ ລຽນ ຊະນະນັອກ ຄອມພິວເຕີວຽງ ຈັນຟິດເນັດ ສິດຊຽນນິຍົມ. ການແຂ່ງຂັນຊົກມວຍໃນຄັ້ງນີ້, ໄດ້ເປີດໂອກາດໃຫ້ນັກມວຍຈາກ ຄ້າຍມວຍຕ່າງໆ ໃນຂອບເຂດທົ່ວ ປະເທດ ລວມເຖິງນັກມວຍຕ່າງປະ ເທດ ກໍ່ສາມາດ ເຂົ້າມາສະໝັກຮ່ວມ ການແຂ່ງຂັນໄດ້ ແລະ ຖ້າໄດ້ຮັບ ໝາກຜົນທີ່ດີ ມີຜູ້ເຂົ້າມາເບິ່ງມາຊົມ ຫລາຍຂຶ້ນ ຈະສືບຕໍ່ຈັດຂຶ້ນເດືອນ ລະເທື່ອ ເພື່ອຕອບສະໜອງຄວາມ ຕ້ອງການຂອງຜູ້ມັກເບິ່ງຕີມວຍ ຢູ່ ສປປ ລາວ ໃຫ້ໄດ້ມາສຳພັດເບິ່ງກັບ ຫູກັບຕາດ້ວຍຕົນເອງ ເຊິ່ງມັນໄດ້ ທັງຄວາມຕື່ນເຕັ້ນ ແລະ ລຸ້ນໄປກັບ ນັກກິລາ ຜູ້ທີ່ຕົນມັກ ແລະ ອື່ນໆ. ຜົນຜະລິດໃຫ້ໄດ້ 1.830 ໂຕນ, ຖົ່ວເຫລືອງ 492 ເຮັກຕາ ຜົນຜະ ລິດໃຫ້ໄດ້ 6.037 ໂຕນ, ອ້ອຍ 9.469 ເຮັກຕາ ຜົນຜະລິດໃຫ້ໄດ້ 710.040 ໂຕນ, ໝາກກ້ຽງຫວານ 64 ເຮັກຕາ ຜົນຜະລິດໃຫ້ໄດ້ 3.500 ໂຕນ ແລະ ປູກຢາງພາລາ 36.404 ເຮັກຕາ. ທ່ານ ພິມແກ້ວ ທໍາລະສິນ ກ່າວ ຕື່ມວ່າ: ທາງພະແນກກະສິກໍາ ແລະ ປ່າໄມ້ແຂວງຫລວງນໍ້າທາ ຍັງໄດ້ ມີແຜນຮອງຮັບຕໍ່ຜົນຜະລິດ ຂອງ ກະສິກອນ ເພື່ອຈໍາໜ່າຍຢູ່ພາຍໃນ ສົ່ງອອກໄປຕ່າງແຂວງ ແລະ ຕ່າງ ປະເທດຕື່ມອີກ. ຂ່າວ: ສົມພອນ ຂຸນດາວົງ ຂປລ. ແຫລ່ງຂ່າວຈາກ ເມືອງ ໝື່ນ ໃຫ້ຮູ້ວ່າ: ເມືອງໝື່ນ ແຂວງ ວຽງຈັນ ປາຖະກະຖາ ເລົ່າມູນເຊື້ອ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບ ຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບ ຮອບ 103 ປີ (13 ທັນວາ 192013 ທັນວາ 2023) ໃນວັນທີ 8 ທັນວາ 2023 ທີ່ຫ້ອງວ່າການ ເມືອງ ໂດຍການເປັນປະທານຂອງ ສະຫາຍ ສອນໄຊ ຫລວງອາໄພ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກ ພັກ-ພະນັກງານ ພ້ອມດ້ວຍເລຂາ ໜ່ວຍພັກ, ຄະນະໜ່ວຍພັກ, ຄະນະ ພັກຮາກຖານ, ເລຂາພັກບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນໂອກາດນີ້ ສະຫາຍ ສອນໄຊ ຫລວງອາໄພ ໄດ້ຫວນຄືນມູນເຊື້ອ ແລະ ໃຫ້ຮູ້ຄວາມໝາຍຄວາມສຳ ຄັນຂອງວັນຊາດທີ 2 ທັນວາ ເຊິ່ງ ເປັນໄລະຍະແຫ່ງການປົກປັກຮັກ ສາ ແລະ ພັດທະນາປະເທດຊາດ ໃນໄລຍະ 48ປີແຫ່ງການຟື້ນຟູເສດ ຖະກິດ, ວັດທະນະທຳ-ສັງຄົມ, ທັງ ຍົກໃຫ້ເຫັນປະຫວັດສາດອັນຍາວ ນານຂອງຊາດລາວ, ມູນເຊື້ອທີ່ສະ ຫງ່າອົງອາດ ແຫ່ງການຕໍ່ສູ້ຕ້ານ ການຮຸກຮານຂອງສັດຕູຈາກພາຍ ນອກ ຂອງປະຊາຊົນບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະ ຊາຊົນປະຕິວັດລາວ ທີ່ໄດ້ສາມັກຄີ ກັນຕໍ່ສູ້ຢ່າງພິລະອາດຫານ ຕ້ານ ການຮຸກຮານ ແລະ ການຄຸ້ມຄອງ ຂອງພວກຈັກກະພັດລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ຈົນສາ ມາດປົດປ່ອຍປະເທດຊາດໄດ້ຢ່າງ ມີໄຊ ແລະ ສາມາດສະຖາປະນາ ເປັນສະທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍ ໃນວັນທີ 2 ທັນວາ 1975. ສະຫາຍ ຄຳພູ ແກ້ວດວງສີ ກຳ ມະການພັກເມືອງ ຮອງເຈົ້າເມືອງໆ ໝື່ນ ກໍໄດ້ເລົ່າປະຫວັດຄວາມເປັນ ມາວັນເກີດ ປະທານ ໄກສອນ ພົມ ວິຫານ ຄົບຮອບ 103 ປີ, ເຊິ່ງທ່ານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ເປັນ ລູກຜູ້ປະເສີດຂອງປະຊາຊົນບັນດາ ເຜົ່າ ເປັນນັກປະຫວັດຊາດຜູ້ດີເລີດ ເປັນຜູ້ນຳສູງສຸດຂອງການປະຕິວັດ ລາວທີ່ມີຄວາມສາມາດ, ສະຫລາດ ຫລັກແຫລມ, ມີໄຫວພິບອັດແຫລມ ຄົມ ແລະ ມີນ້ຳໃຈຕໍ່ສູ້ອັນເດັດດ່ຽວ ໜຽວແໜ້ນ ເປັນຜູ້ນຳທີ່ແສນເຄົາ ລົບຮັກຂອງພັກ-ລັດແລະປະຊາຊົນ ລາວທັງຊາດ, ເປັນວິລະບຸລຸດຂອງ ຊາດລາວ. ຄຸນງາມຄວາມດີຂອງຜູ້ ນໍາພັກ, ຜູ້ນໍາແນວລາວ ອິດສະຫລະ ແນວລາວຮັກຊາດ ໃນເມື່ອກ່ອນ ແລະ ແນວລາວສ້າງຊາດ ໃນປັດຈຸ ບັນພ້ອມທັງສະແດງໃຫ້ເຫັນນໍ້າໃຈ ເສຍສະຫລະ ອັນສູງສົ່ງແຮງກ້າ ແລະ ຄວາມສາມັກຄີພິເສດ ໃນພາ ລະກິດປົດປ່ອຍປະເທດຊາດ ຊີວິດ ແລະ ຜົນງານການເຄື່ອນໄຫວທີ່ໄດ້ ອຸທິດເພື່ອຊາດ ເພື່ອການປະຕິວັດ ໃນແຕ່ລະໄລຍະ ພ້ອມທັງຮຽກຮ້ອງ ໃຫ້ຖັນແຖວພະນັກງານ, ສະມາຊິກ ພັກ, ລັດຖະກອນ, ຮໍ່າຮຽນເອົາຄຸນ ສົມບັດ ແລະ ແບບຢ່າງອັນດີເລີດ ດັ່ງກ່າວ ໝູນໃຊ້ເຂົ້າວຽກງານ ແລະ ຊີວິດປະຈໍາວັນ. ໂອກາດດຽວກັນ, ຍັງໄດ້ປະຖາ ກະຖາ ວັນຄົນພິການແຫ່ງຊາດ ທີ 3 ທັນວາ ແລະ ວັນສາກົນຜູ້ອາຍຸຸສູງ 1 ຕຸລາ ຕື່ມອີກ. ຂ່າວ-ພາບ: ວັນນາ

RkJQdWJsaXNoZXIy MTc3MTYxMQ==