5768

xtgmf]k; 6 14/12/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d zt]y fg0Q k37[0kp lh k']kpwfh s]kp]h kodu [8+ gfn vo ໂດຍ: ສາວຜູ້ໄທ 7e,j ;o deoq f 3 dy f9tde gxu fxu mj v'mj P; 2024 ຂປລ. ແຂວງຄໍາມ່ວນ ມີຄວາມ ພ້ອມເປີດປີທ່ອງທ່ຽວ 2024 ຄາດ ວ່າຈະຈັດຂຶ້ນໃນເດືອນກຸມພາ 2024 ທີ່ຈະມາເຖິງນີ້ ໂດຍໄດ້ກໍາ ນົດເອົາ 3 ກິດຈະກໍາຍອດຍິ່ງຄື: ບຸນ ພະທາດສີໂຄດຕະບອງ ເປັນກິດຈະ ກໍາທ່ອງທ່ຽວທາງດ້ານວັດທະນະ ທໍາ (ລະດັບຊາດ); ວົງຈອນເດີລຸບ (ການທ່ອງທ່ຽວແບບວົງແຫວນ) ເປັນກິດຈະກໍາທ່ອງທ່ຽວ (ລະດັບ ແຂວງ) ແລະ ບຸນລະນຶກເຫດການ ບັນຮົບປ້ອງກັນຕົວເມືອງທ່າແຂກ 21 ມີນາ 1946 ເຊິ່ງເປັນກິດຈະກໍາ ຂ່າວ-ພາບ: ຂັນໄຊ ທ່ຽວ ເພື່ອປັບປຸງໃຫ້ໄດ້ມາດຕະ ຖານ, ໃຫ້ມີຄວາມພ້ອມທາງດ້ານ ໃນຂອບເຂດບໍລິການ. ປັດຈຸບັນ ແຂວງຄໍາມ່ວນ ມີແຫລ່ງທ່ອງທ່ຽວ ທັງໝົດ 209 ແຫ່ງ. ໃນນັ້ນ, ແຫລ່ງ ທ່ອງທ່ຽວທາງດ້ານທໍາມະຊາດ 145 ແຫ່ງ, ແຫລ່ງທ່ອງທ່ຽວທາງ ດ້ານວັດທະນະທໍາ33ແຫ່ງ, ແຫລ່ງ ທ່ອງທ່ຽວທາງປະຫວັດສາດ 31 ແຫ່ງ, ເປີດໃຫ້ບໍລິການແລ້ວ 87 ແຫ່ງ ແລະ ສະຖານທີ່ທ່ອງທ່ຽວໄດ້ ຮັບການພັດທະນາແລ້ວ 23 ແຫ່ງ. ທ່ານຮອງເຈົ້າແຂວງຄໍາມ່ວນ ຍັງໃຫ້ຮູ້ອີກວ່າ: ໃນປີ 2023 ມີນັກ ທ່ອງທ່ຽວເດີນທາງມາທ່ຽວແຂວງ ຄໍາມ່ວນ 331.800 ກວ່າຄົນ, ຍິງ 120.100 ກວ່າຄົນ. ໃນນັ້ນ, ນັກ ທ່ອງທ່ຽວພາຍໃນ 124.000 ກວ່າ ຄົນ, ຍິງ 61.000 ກວ່າຄົນ, ນັກ ທ່ອງທ່ຽວຕ່າງປະເທດ 207.000, ຍິງ 41.000 ຄົນ. ຖ້າທຽບໃສ່ປີ 2022 ແມ່ນເພີ່ມຂຶ້ນ 1,3%ແລະ ປີ 2024 ຄາດວ່າຈະມີນັກທ່ອງທ່ຽວ ເຂົ້າມາທ່ຽວ 500.000 ກວ່າຄົນ. ໃນໂອກາດນີ້, ທ່ານແກ້ວອຸດອນ ບຸດສິງຂອນ ຂໍເຊີນຊວນນັກທ່ອງ ທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມສະຖານທີ່ທ່ອງ ທ່ຽວຕ່າງໆຢູ່ແຂວງຄໍາມ່ວນ, ພ້ອມ ທັງຮຽກຮ້ອງໃຫ້ສັງຄົມ ແລະ ຜູ້ ປະກອບການທ່ອງທ່ຽວພາຍໃນ ແຂວງ ຈົ່ງເປັນເຈົ້າພາບທີ່ດີໃນ ການຕ້ອງຮັບນັກທ່ອງທ່ຽວທີ່ເດີ່ນ ທາງເຂົ້າແຂວງຄໍາມ່ວນ, ພະນັກ ງານຕ້ອນຮັບຢູ່ຕາມໂຮງແຮມ, ຮ້ານອາຫານ ໃຫ້ມີການນຸ່ງຖືເປັນ ເອກະລັກແບບລາວ, ບໍລິການ ດ້ວຍ ຄວາມປະທັບໃຈ, ບໍເອົາປຽບນັກ ທາງດ້ານປະຫວັດສາດ ເຊິ່ງຄາດ ວ່າຈະມີນັກທ່ອງທ່ຽວ ປະມານ 5 ແສນຄົນ ເຂົ້າມາທ່ຽວແຂວງຄຳ ມ່ວນ ໃນປີທ່ອງທ່ຽວ 2024. ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ໄດ້ໃຫ້ ສໍາພາດຕໍ່ນັກຂ່າວສໍານັກຂ່າວສານ ປະເທດລາວ ວ່າ: ແຂວງຄໍາມ່ວນ ມີການກະກຽມຄວາມພ້ອມຮອບ ດ້ານ ໂດຍໄດ້ອອກຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນໍາ ແລະ ອະນຸ ກໍາມະການຮັບຜິດຊອບຂັ້ນແຂວງ ເພື່ອລົງເກັບກໍາປະເມີນບັນດາຫົວ ໜ່ວຍທຸລະກິດການທ່ອງທ່ຽວຢູ່ ພາຍໃນແຂວງເຊັ່ນ: ໂຮງແຮມ, ຣີ ສອດ, ເຮືອນພັກ, ຮ້ານອາຫານ, ຮ້ານບັນເທີງ ແລະ ສະຖານທີ່ທ່ອງ ທ່ອງທ່ຽວ, ການນໍານົດລາຄາບໍລິ ການລົດຕູ້-ລົດເຊົ່າ-ເຮືອທ່ອງທ່ຽວ ໃຫ້ຖືກຕ້ອງຕາມລະບຽບການ, ຄວາມເໝາະສົມ ແລະ ຍຸຕິທໍາ, ພ້ອມ ນັ້ນ ກໍໃຫ້ມີສ່ວນຫລຸດ, ແຈກ, ແຖມ ແລະ ອື່ນໆ ໃນລະດູການທ່ອງທ່ຽວ. * ເຂົ້າໂຄບແມ່ນ ເຂົ້າໜົມທີ່ຜະ ລິດຈາກພູມປັນຍາຂອງຄົນລາວ ເຮົາມາແຕ່ດົນນານ ໂດຍການເອົາ ເຂົ້າໜຽວຕາກແຫ້ງມາຈືນໃຫ້ ໂພງ, ກອບ ແລ້ວຢອດດ້ວຍນໍ້າອ້ອຍ ເພື່ອ ເພີ່ມຄວາມຫວານ ຫລື ຖ້າໃຜ ມັກລົດທໍາມະຊາດ ແບບບໍ່ໃສ່ນໍ້າ ຕານກໍແຊບຄືກັນ ແຕ່ຖ້າເຮັດຂາຍ ຜູ້ປະກອບການ ຈະເຮັດຫລາຍ ແບບ, ຫລາຍລົດຊາດ ໃຫ້ລູກຄ້າ ໄດ້ເລືອກກິນ ແລະ ເມື່ອເວົ້າເຖິງ ເຂົ້າໂຄບແລ້ວ ປັດຈຸບັນ ຖືວ່າເປັນ ເຂົ້າໜົມລາວທີ່ໄດ້ຮັບຄວາມນິຍົມ ຫລາຍ ເພາະວ່າຜູ້ປະກອບການ ເລັ່ງເຫັນເຖິງຄວາມຕ້ອງການ ຂອງຜູ້ບໍລິໂພກ ຈຶ່ງຫັນມາຍຶດອາ ຊີບຜະລິດເຂົ້າໂຄບຂາຍສ້າງລາຍ ຮັບໄດ້ຫລາຍລ້ານກີບຕໍ່ດືອນ ເໝືອນກັບເຂົ້າໂຄບ ນາງ ບຸນຮັກ ຊົມວິມານ ຢູ່ບ້ານບຶງເຊ ເມືອງໄຊ ບູລີ ແຂວງ ສະຫວັນນະເຂດ. ນາງ ບຸນຮັກ ຊົມວິມານ ເວົ້າສູ່ ຟັງວ່າ: ກ່ອນຈະມາເຮັດອາຊີບນີ້ກໍ່ ເຮັດນາເປັນອາຊີບຫລັກມາຫລາຍ ປີ ແຕມາໄລຍະນີ້ຍ້ອນເສດຖະກິດ ບໍ່ຄົງທີ່ ຈຶ່ງເຮັດໃຫ້ຄ່າຄອງຊີບສູງ ຂຶ້ນຫລາຍ ເຊິ່ງມັນໄດ້ສົ່ງຜົນກະ ທົບໜັກ ບໍ່ວ່າຢູ່ຕົວເມືອງ ຫລື ຊົນ ນະບົດ ກໍ່ຕ້ອງມີການປັບໂຕ ເພື່ອ ຄວາມຢູ່ລອດ ໂດຍການຊອກອາ ຊີບເສີມ ເພີ່ມຈາກການເຮັດນາ ຈຶ່ງ ຕັດສິນໃຈ ຫັນໜ້າເຂົ້າສູ່ການຄ້າຂາຍເຂົ້າໂຄບ ໂດຍການເຮັດເຂົ້າ ໂຄບນີ້ ໄດ້ມາຈາກການໄປສຶກສາ, ຮຽນຮູ້ຂັ້ນຕອນການຜະລິດ ນໍາພີ່ ນ້ອງທີ່ເຮັດມາກ່ອນແລ້ວ ຈຶ່ງນໍາ ເອົາຄວາມຮູ້ມາຕໍ່ຍອດໃຫ້ເກີດປະ ໂຫຍດ ກໍຄືການສ້າງເສດຖະກິດ ຄອບຄົວນັ້ນເອງ ເຊິ່ງເລີ່ມຕົ້ນກໍ ເຮັດກິນກ່ອນ ຫລັງຈາກນັ້ນກໍແຈກ ຢາຍຄອບຄົວ, ຄົນອອ້ມຂ້າງ ແລະ ລອງຜິດລອງຖືກເຮັດເປັນເວລາ ຫລາຍເດືອນ ຈົນໄດ້ສູດທີ່ແຊບຈຶ່ງ ເຮັດຂາຍ ໂດຍໃສ່ຊື້ວ່າ “ກຸ້ງເຂົ້າ ໂຄບ” ຂາຍສົ່ງຕາມຕະຫລາດທົ່ວ ເມືອງໄຊບູລີ ແລະ ສົ່ງຕະຫລາດ ເມືອງໜອງບົກ ແຂວງຄໍາມ່ວນ ໃນລາຄາຖົງລະ 10 ພັນ ກີບ ແລະ ພາຍຫລັງທີ່ຜະລິດສົ່ງຕາມຈຸດ ຕ່າງໆ ເຫັນວ່າຜົນຕອບຮັບດີຂຶ້ນ ໃນອາທິດໜຶ່ງສະເລ່ຍລາຍຮັບໄດ້ 3 ລ້ານກີບ ແຕ່ກໍຍັງບໍ່ໄດ້ຫັກຄ່າ ໃຊ້ຈ່າຍເພາະທຸກມື້ນີ້ສິນຄ້າແພງ ຫລາຍ ຈຶ່ງເຮັດໃຫ້ຕົ້ນທຶນສູງ ຈຶ່ງ ເຮັດໃຫ້ກໍາໄລບໍ່ໄດ້ຫລາຍເທົ່າທີ່ ຄວນ. ນາງ ບຸນຮັກ ເວົ້າເສີມວ່າ: ພາຍ ຫລັງ ທີ່ມາເຮັດເຂົ້າໂຄບເປັນອາ ຊີບເສີມເຮັດໃຫ້ເສດຖະກິດຄອບ ຄົວດີຂຶ້ນຫລາຍ ສາມາດສ້າງລາຍ ຮັບເຂົ້າຄອບຄົວ ເກືອບ 10 ລ້ານ ກີບຕໍ່ເດືອນ ແຕ່ຍັງບໍ່ໄດ້ຫັກລາຍ ຈ່າຍ ແຕ່ຖ້າຫັກຄ້າໃຊ້ຈ່າຍແລ້ວ ກໍເຫລືອປະມານເຄິ່ງໜຶ່ງ ແຕ່ການ ເຮັດອາຊີບນີ້ກໍດີ ເພາະວ່າມີລາຍ ຮັບເຂົ້າຄອບຄົວທຸກເດືອນ ແລະ ບໍ່ໄດ້ຄອງຄອຍລາຍຮັບຈາກການ ຂາຍເຂົ້ານາພຽງຢ່າງດຽວ.

RkJQdWJsaXNoZXIy MTc3MTYxMQ==