xtgmf]k; 3 14/12/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ຮິບໂຮມໂດຍ: ພະກາ ໂດຍ: ຄ້ອງໃໝ່ zt]y fly o7h k .-h lvp g]uj ,9kd7v[7q ; 2/12/1975 - 2/12/2023 dkod+ lh k'Ikd4kodkog,n v' 8h v'8y fra oda [;Pd'ko8q ;9y ' (ເນື່ອງໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 103 ປີ ວັນທີ 13 ທັນວາ 1920-13 ທັນວາ 2023) * ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຄົບ ຮອບ 103 ປີ (ວັນທີ 13 ທັນວາ 1920-13 ທັນວາ 2023) ກອງ ບັນນາທິການໜັງສືພິມປະເທດ ລາວ ຂໍຍົກເອົາທັດສະນະ-ແນວ ຄິດຊີ້ນຳຂອງ ປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານການ ກໍ່ສ້າງຮາກຖານການເມືອງ ນັບແຕ່ ເລີ່ມຕົ້ນຈົນສາມາດໝູນໃຊ້ເປັນບົດ ຮຽນທີ່ພົ້ນເດັ່ນໃນປັດຈຸບັນ ແລະ ບາງຄຳເຫັນທີ່ສະແດງອອກ ດັ່ງນີ້: ຂະບວນການປະຕິວັດຂອງ ມະ ຫາຊົນ ເປັນບ່ອນຝຶກຝົນຫລໍ່ຫລອມ ພະນັກງານຂຶ້ນມາປະທານໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ: “ບໍ່ຢ້ານ ວ່າຈະບໍ່ມີພະນັກງານພຽງແຕ່ຮູ້ ສ້າງຂະບວນການແລ້ວນຳເອົາພະ ນັກງານລົງສູ່ຂະບວນການຝຶກຝົນ ຫລໍ່ຫລອມ ໃນຂະບວນການວຽກ ງານຕົວຈິງ ກໍຈະມີພະນັກງານຮູ້ ບັນຊາ, ຮູ້ນຳພາວຽກງານພົ້ນເດັ່ນ ຂຶ້ນ”. ປະທານ ໄກສອນ ພົມວິຫານ ຍັງໃຫ້ນິຍາມຂະບວນການວ່າ: “ຂະ ແໜ້ນໜາຖາວອນ. ສະນັ້ນ, ເມື່ອເວົ້າ ເຖິງການກໍ່ສ້າງຮາກຖານກໍໝາຍ ເຖິງ “ການກໍ່ສ້າງ ແລະ ພັດທະນາ ຊົນນະບົດ, ກໍ່ສ້າງບ້ານຊ່ອງໃຫ້ເຂັ້ມ ແຂງຮອບດ້ານເປັນຈຸດໜັກນັ້ນ ເອງ” ແລະ ຈໍາເປັນຕ້ອງສືບຕໍ່ປະຕິ ບັດແຜນການຫັນລົງສູ່ຮາກຖານຫັນລົງສູ່ຊົນນະບົດ, ຂຶ້ນໄປເຂດພູ ດອຍ. ບັນຫາຮີບດ່ວນໃນສະເພາະ ໜ້າຕໍ່ວຽກງານກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດແມ່ນ: ຕ້ອງສ້າງໂຄງການພັດທະນາຊົນ ນະບົດທີ່ສອດຄ່ອງກັບແຕ່ລະພື້ນທີ່, ແຕ່ລະບໍລິເວນ ແລະ ແຕ່ລະເຜົ່າຊົນ. ຕ້ອງຈັດວາງແຜນການຈັດຕັ້ງການ ຝຶກອົບຮົມ, ບຳລຸງສ້າງພະນັກງານ ຢ່າງເປັນລະບົບ ເຊິ່ງປະກອບດ້ວຍ 3ປະເພດພະນັກງານຄື:ພະນັກງານ ການເມືອງ; ພະນັກງານຄຸ້ມຄອງ; ພະນັກງານວິຊາການຂະແໜງການ ຕ່າງໆ(ເຊັ່ນ: ກະສິກຳເປັນຕົ້ນ....) ເພາະການພັດທະນາຊົນນະບົດ ຕ້ອງຕິດພັນກັບການເພີ່ມທະວີການ ບຳລຸງສ້າງຖັນແຖວພະນັກງານ ຮາກຖານ; ການປັບປຸງ ແລະ ເພີ່ມ ທະວີການນໍາພາ ຂອງບັນດາອົງ ການຈັດຕັ້ງ ແລະ ອົງການປົກຄອງ ຂັ້ນຮາກຖານ; ການຮັບປະກັນຄວາມ ສະຫງົບທາງການເມືອງແລະຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ຊົນນະບົດ. ໝາກຜົນຂອງການກໍ່ສ້າງຮາກ ຖານການເມືອງ ຕ້ອງສະແດງອອກ ເດັ່ນໃນແຕ່ລະດ້ານຄື: ລະດັບຄວາມ ຕື່ນຕົວທາງການເມືອງຂອງມະຫາ ຊົນ ໄດ້ຮັບການເຊີດຊູຂຶ້ນ; ສິດເປັນ ເຈົ້າ ແລະ ປະຊາທິປະໄຕ ປະຊາຊົນ ໄດ້ຮັບການເສີມຂະຫຍາຍ; ເສດຖະ ກິດ ແລະ ວັດທະນະທໍາຂະຫຍາຍ ຕົວ; ຊີວິດການເປັນຢູ່ຂອງມະຫາຊົນ ໄດ້ຮັບການປົວແປງດີຂຶ້ນ; ຄວາມ ສະຫງົບ-ຄວາມເປັນລະບຽບຮຽບ ຮ້ອຍມີການຮັບປະກັນ; ຂະບວນ ການຂອງມະຫາຊົນຂະຫຍາຕົວ ຢ່າງຟົດຟື້ນ ແລະ ຕໍ່ເນື່ອງ; ຖັນແຖວ ພະນັກງານເຕີບໃຫຍ່ຂຶ້ນ; ການຈັດ ຕັ້ງຕ່າງໆ ໄດ້ຮັບການປັບປຸງແໜ້ນ ໜາ; ບົດບາດການນຳພາຂອງການ ຈັດຕັ້ງຮາກຖານພັກໄດ້ຮັບການ ເພີ່ມທະວີ. ບວນການ: ແມ່ນການເຮັດວຽກງານ ໃດໜຶ່ງທີ່ມີລັກສະນະແຜ່ຫລາຍທົ່ວ ໄປ; ການເຮັດວຽກງານນັ້ນຕ້ອງ ເຮັດຢ່າງມີການຈັດຕັ້ງນຳພາ ແລະ ເຮັດດ້ວຍຄວາມຕື່ນຕົວ (ບໍ່ໄດ້ບັງ ຄັບ) ເຮັດໄດ້3 ເນື້ອໃນນີ້ຈຶ່ງເຮັດໃຫ້ ຂະບວນການຕ່າງໆຍືນຍົງຄົງຕົວ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ” ແລະ ປະທານ ໄກສອນ ພົມວິຫານ ຍັງສັ່ງສອນໄວ້ອີກວ່າ: “ການທີ່ໄດ້ ລົງກໍ່ສ້າງຮາກຖານການເມືອງ ຊຶ່ງ ມີການຊີ້ນຳໂດຍກົງຂອງກົມການ ເມືອງ ແມ່ນກາລະໂອກາດດີທີ່ສຸດ ໃນຊີວິດການເມືອງ ທີ່ໄດ້ຮໍ່າຮຽນ ເປັນລະບົບແມ່ນສິ່ງທີ່ດີ ແລະ ເປັນ ພື້ນຖານແລ້ວ ແຕ່ຫາກບໍ່ຮູ້ນຳໃຊ້ ຄວາມຮູ້ທີ່ໄດ້ຮໍ່າຮຽນມານັ້ນເຂົ້າ ກັບວຽກງານຕົວຈິງ ທັງບໍ່ສ້າງໄດ້ ຜົນປະໂຫຍດຫຍັງໃຫ້ແກ່ປະຊາ ຊົນ,ສັງຄົມແລ້ວຄວາມຮູ້ທີ່ຮຽນມາ ນັ້ນກໍຈະບໍ່ມີຄຸນຄ່າຫຍັງທັງໝົດ. ດັ່ງນັ້ນ, ການມາລົງກໍ່ສ້າງຮາກ ຖານການເມືອງ ຈຶ່ງແມ່ນການມາ ກໍ່ສ້າງຕົນເອງໃຫ້ເຕີບໃຫຍ່ຂຶ້ນກັບ ວຽກງານຕົວຈິງ, ເປັນໂອກາດໜຶ່ງ ຝຶກຝົນຫລໍ່ຫລອມຕົນເອງໃນທຸກໆ ດ້ານ ແລະ ເພື່ອໃຫ້ເຂົ້າສູ່ລວງເລິກ ຕໍ່ໄປນີ້ການລົງກໍ່ສ້າງຮາກຖານຊົນ ນະບົດ ຄວນຫັນເປັນໂຄງການຕິດ ພັນກັບຄວາມຮັບຜິດຊອບ ຂອງຂະ ແໜງການສາຍຕັ້ງ. ໝາຍຄວາມ ວ່າ, ມີໂຄງການວຽກງານຕົວຈິງ, ສຸມທຶນຮອນເຂົ້າໃສ່ ແລະ ມີຄົນໄປ ນຳພາເຮັດຕົວຈິງ ແລະ ເຮັດຢ່າງມີ ຈຸດສຸມ”. ປະທານ ໄກສອນ ພົມວິຫານ ໄດ້ ເວົ້າເຖິງບົດບາດຂອງພະນັກງານ ລົງກໍ່ສ້າງຮາກຖານ ມີຢູ່ 4 ບົດບາດ ຕົ້ນຕໍຄື: “ເປັນເສນາທິການ; ເປັນຜູ້ ນໍາພາ; ເປັນຜູ້ເຮັດຕົວຈິງ ແລະ ເປັນ ເຈົ້າການເພື່ອຊ່ວຍເຫລືອທ້ອງຖິ່ນ ຮາກຖານໃຫ້ເປັນເຈົ້າການ”. ຈາກບົດຮຽນທີ່ຖອດຖອນໄດ້ຢູ່ ຮາກຖານ ປະທານ ໄກສອນ ພົມວິ ຫານ ໄດ້ນຳເອົາມາບູລະນະແນວ ທາງ-ນະໂຍບາຍຂອງພັກ ໂດຍພັກ ໄດ້ໃຫ້ທັດສະນະສຳຄັນຫລາຍຢ່າງ ຕໍ່ກັບການພັດທະນາຊົນນະບົດ ເປັນ ຕົ້ນແມ່ນການເສີມຂະຫຍາຍປະຊາ ທິປະໄຕ ແລະ ສິດເປັນເຈົ້າຂອງປະ ເທດຊາດ ໃນການກໍ່ສ້າງຮາກຖານ ໃຫ້ເຂັ້ມແຂງຮອບດ້ານ ດັ່ງໃນມະຕິ ກອງປະຊຸມໃຫຍ່ຄັ້ງທີ V ຂອງພັກ ໄດ້ກໍານົດວ່າ: ການເສີມຂະຫຍາຍ ປະຊາທິປະໄຕ ແມ່ນເປັນແຮງດັນ ທັງເປັນຈຸດໝາຍຂອງການປ່ຽນ ແປງໃໝ່ຮອບດ້ານຂອງພັກ ແມ່ນ ຂະບວນການວິວັດອັນຍາວນານ ແຫ່ງການຂະຫຍາຍຕົວຂອງປະເທດ ຊາດ, ການເສີມຂະຫຍາຍປະຊາທິ ປະໄຕ ຕ້ອງຕິດພັນກັບຈັງຫວະການ ຂະຫຍາຍຕົວໃນທຸກດ້ານ ຂອງປະ ເທດຊາດ, ຕິດພັນກັບລະບົບຄວາມ ຮູ້ ຂອງປະຊາຊົນບັນດາເຜົ່າແຕ່ລະ ບ່ອນ, ຕິດພັນກັບຈຸດພິເສດດ້ານປະ ຫວັດສາດ ແລະ ມູນເຊື້ອຂອງຊາດ”. ຍ້ອນແນວນັ້ນ, ພວກເຮົາຕ້ອງ ປະຕິບັດມາດຕະການຍຸດທະສາດ ຫັນລົງກໍ່ສ້າງຮາກຖານ ເພື່ອກໍ່ສ້າງ ຮາກຖານໃຫ້ໜັກແໜ້ນເຂັ້ມແຂງ ຮອບດ້ານ, ຕ້ອງເຂົ້າໃຈແຈ້ງວ່າລັດ ໜຶ່ງ, ລະບອບໜຶ່ງຈະຍືນຍົງຄົງໝັ້ນ ກໍຕໍ່ເມື່ອພື້ນຖານຂອງລັດ ຫລື ລະ ບອບນັ້ນໆ ໄດ້ຮັບການກໍ່ສ້າງຢ່າງ * ເຫັນຫົວຂໍ້ບໍ່ຟ້າວມີຄໍາເຫັນ ໄປວ່າຈະພົວພັນເຖິງຄໍາບອກສາຍ ຍາດ ນ້ອງພໍ່, ຫົວຂໍ້ນີ້ແມ່ນຈະຍົກ ເອົາຄໍາສັບທີ່ຂຶ້ນຕົ້ນດ້ວຍ ອາ ມາ ທົບທວນນໍາກັນອີກເທື່ອໜຶ່ງ ເພາະ ມີຄໍາເຫັນວ່າພົບການສະກົດບໍ່ຖືກ ເປັນໄລຍະ ໂດຍ 8 ຄໍາຂຶ້ນຕົ້ນດ້ວຍ ອາ ນີ້ ມີການໃຊ້ ອະ ບໍ່ໜ້ອຍ ວ່າຊັ້ນ ເຊັ່ນ: ອະນິສົງ,ອະນຸພາບ . 1. “ອານິສົງ” ເປັນຄໍານາມ, ມີເຄົ້າມາຈາກພາສາປາລີໝາຍເຖິງ ຜົນແຫ່ງບຸນ, ປະໂຫຍດ, ຜົນດີ. ຄໍານີ້ມັກໄດ້ຍິນທາງທໍາເພິ່ນວ່າ ໄດ້ ອະນິ ສົງຜົນບຸນຈາກ...ຖືວ່າວະ ລີນີ ມີທັງຄໍາປາລີແທ້ແລະລາວປົນ ກັນ ຮູ້ຄວາມໝາຍຄົບຖ້ວນເລີຍ. 8 vk 2. “ອານຸພາບ” ເປັນຄໍານາມ, ມີເຄົ້າມາຈາກພາສາປາລີໝາຍເຖິງ ອໍານາດ, ລິດເດດ, ຄວາມຍິ່ງໃຫຍ່. ພວກເຮົາໄດ້ຍິນໃນຂ່າວວ່າ ກອງ ທັບ...ມີອານຸພາບທາງຍຸດໂທປະ ກອນທີ່ເໜືອກວ່າກອງທັບ... 3. “ອານາຈັກ” ເປັນຄໍານາມ, ມີເຄົ້າມາຈາກພາສາປາລີ ໝາຍ ເຖິງເຂດແດນທີ່ຢູ່ໃນອໍານາດການ ປົກຄອງຂອງລັດຖະບານໜຶ່ງໆອໍານາດການປົກຄອງທາງບ້ານ ເມືອງ... 4. “ອາພັບ” ເປັນຄໍາຄຸນນາມ ຫລື ວິເສດ, ມີເຄົ້າມາຈາກພາສາ ປາລີ ໝາຍເຖິງ ບໍ່ສົມຄວນ, ວາດ ສະໜາໜ້ອຍ, ຕົກທຸກໄດ້ຍາກ ດັ່ງ ເນື້ອໃນເພງໜຶ່ງວ່າ ອາພັບແທ້ຈິງ ຂາດຄົນຫລິງ ລໍ່າແລລ້ຽງດູ ໃຜເດ ຈະມາຊ່ວຍຊູ... 5. “ອາບັດ” ເປັນຄໍານາມ, ມີ ເຄົ້າມາຈາກພາສາປາລີ ໝາຍເຖິງ ໂທດທີ່ເກີດຈາກການລ່ວງລະເມີດ ສິກຂາບົດ ຫລື ກົດຂໍ້ຫ້າມວິໄນສົງ ເອີ້ນການລ່ວງລະເມີດສິກຂາບົດ ຫລື ຂໍ້ຫ້າມນັ້ນວ່າ ອາບັດ. 6. “ອາລະຍະທໍາ” ເປັນຄໍາ ນາມ, ມີເຄົ້າມາຈາກພາສາປາລີ ໝາຍເຖິງ ຄວາມຈະເລີນດ້ວຍວັດ ທະນະທໍາ, ຂະໜົບທໍານຽມອັນດີ ງາມ. 7. “ອາລະຍະຊົນ” ກໍ່ເປັນຄໍາ ນາມ , ມີເຄົ້າມາຈາກພາສາປາລີ ໝາຍເຖິງ ຄົນທີ່ຈະເລີນດ້ວຍວັດທະ ນະທໍາ ຮີດຄອງປະເພນີອັນດີງາມ, ຄົນທີ່ພົ້ນຈາກຄວາມເປັນ ປ່າ ເຖື່ອນ. 8. ອາວຸໂສ ເປັນຄໍາຄຸນນາມ, ມີເຄົ້າມາຈາກພາສາປາລີໝາຍເຖິງ ແກ່ກວ່າ, ມີອາຍຸ. ຜູ້ມີອາຍຸຫລາຍ ເຮັດວຽກງານໃດໜຶ່ງມາຫລາຍປີ ເອີ້ນ ພະນັກງານອາວຸໂສ. ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. * ໃນສະພາບທີ່ປະເທດພວກ ເຮົາພົບກັບຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ, ບັນ ຫາເງິນເຟີ້..., ພັກເຮົາໄດ້ມີ ຄວາມ ສະດຸ້ງໄວ ແລະ ເຫັນບັນຫາແຕ່ ຫົວທີ ໂດຍໄດ້ເອົາໃຈໃສ່ ນໍາພາຊີ້ນໍາຢ່າງໃກ້ຊິດຕໍ່ການແກ້ໄຂບັນ ຫາດັ່ງກ່າວ. ລັດຖະບານ ກໍ່ໄດ້ມີ ການຈັດຕັ້ງຜັນຂະຫຍາຍບັນດາ ທິດຊີ້ນໍາຢ່າງເອົາການເອົາງານ ໂດຍສະເພາະແມ່ນໄດ້ມີຄໍາສັ່ງ ສະບັບເລກທີ 13/ນຍ, ລົງວັນ ທີ 29/8/2023 ວ່າດ້ວຍການເພີ່ມ ທະວີແກ້ໄຂບັນຫາເຄັ່ງຮ້ອນຂອງ ເສດຖະກິດ-ການເງິນ, ບັນຫາເງິນ ເຟີ້, ອັດຕາແລກປ່ຽນ, ລາຄາສິນ ຄ້າ ແລະ ໜີ້ສິນຕ່າງປະເທດ. ການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ... ຕາມຄໍາສັ່ງເລກທີ 13/ນຍ, ລົງ ວັນທີ 29/8/2023 ແມ່ນຕິດພັນ ບັນດາກະຊວງ, ອົງການທຽບ ເທົ່າກະຊວງ, ອົງການແນວລາວ ສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນສູນ ກາງ, ອົງການປົກຄອງທ້ອງຖິ່ນ, ລວມທັງພາກສ່ວນເສດຖະກິດ ຕ່າງໆ, ນັກທຸລະກິດ, ຜູ້ປະກອບ ການ ແລະ ທົ່ວສັງຄົມທີ່ຕ້ອງພ້ອມ ກັນເພີ່ມທະວີຄວາມເປັນເຈົ້າການ ໃນການປິຕິບັດໜ້າທີ່ຂອງຕົນ ຕິດພັນກັບການແກ້ໄຂບັນຫາເຄັ່ງ ຮ້ອນດັ່ງກ່າວ. ການຈັດຕັ້ງປະ ຕິບັດຕົວຈິງໃນບັນດາໜ້າວຽກ ກ່ຽວຂ້ອງແມ່ນໄດ້ຮັບຜົນສໍາເລັດ ອັນເປັນພື້ນຖານໜ້າພໍໃຈໃນລະ ດັບໜຶ່ງ ແລະ ພວມດໍາເນີນຢ່າງ ຈິງຈັງ ເພື່ອໃຫ້ບັນລຸຕາມຈຸດປະ ສົງລະດັບຄາດໝາຍໃນແຕ່ລະ ວຽກງານ. ນອນຢູ່ໃນບັນດາວຽກງານຈຸດ ສຸມທີ່ກວມລວມ ແລະ ສໍາຄັນ, ບົດ ນີ້ຂໍນໍາເອົາບາງປະເດັນທີ່ຕິດພັນ ການແກ້ໄຂບັນຫາໄລຍະຍາວ ແລະ ໃຫ້ມີລັກສະນະຍືນຍົງ ນັ້ນ ແມ່ນການຊຸກຍູ້ສົ່ງເສີມການຜະ ລິດເປັນສິນຄ້າ ເພື່ອສ້າງຄວາມ ເຂັ້ມແຂງຢູ່ພາຍໃນຂອງພວກເຮົາ ຊຶ່ງວຽກງານນີ້ຕະຫລອດໄລຍະ ຜ່ານມາ ກໍ່ໄດ້ມີການເອົາໃຈໃສ່ຊຸກ ຍູ້ສົ່ງເສີມຢ່າງແຂງແຮງ ແລະ ເປັນພື້ນຖານສໍາຄັນພໍສົມຄວນ, ໂດຍສະເພາະປະເພດສິນຄ້າໃຊ້ ສອຍ ອັນໄດ້ເຮັດໃຫ້ພວກເຮົາມີ ທາງເລືອກຫລາຍຂຶ້ນໃນການນໍາ ໃຊ້. ເຖິງຢ່າງໃດກໍ່ດີ, ກໍ່ຍັງບາງຄໍາ ຄິດເຫັນວ່າ ພວກເຮົາຍັງຈະຕ້ອງ ໄດ້ສືບຕໍ່ສຸມໃສ່ຊຸກຍູ້ໃຫ້ແຂງແຮງ ຂຶ້ນກວ່າເກົ່າ ເພື່ອໃຫ້ສິນຄ້າໃຊ້ ສອຍ ອຸປະໂພກ-ບໍລິໂພກ ມີຄວາມ ຫລາກຫລາຍ ເປັນທາງເລືອກໃຫ້ ສັງຄົມ ແລະ ມີການຊົມໃຊ້ສິນຄ້າ ພາຍໃນເຮົານັບມື້ຫລາຍຂຶ້ນ, ໂດຍ ສະເພາະຖ້າເວົ້າແຕ່ໃນເວີງເຮືອນ ຄົວ ກໍ່ຢາກໃຫ້ສິນຄ້າພາຍໃນຂອງ ເຮົາກວມອັດຕາສ່ວນນັບມື້ຫລາຍ ຂຶ້ນ ແລະ ກ້າວໄປເຖິງ ມີແຕ່ຂອງ ລາວທັງມວນ. ສິນຄ້າໃຊ້ສອຍ ຫລາຍປະເທດ ກໍ່ມີຫລາກຫລາຍ ຄຸນນະພາບ, ສະນັ້ນ ເຮົາອາດຈະ ຕ້ອງຄໍານຶງວ່າການຜະລິດໃຫ້ ເໝາະສົມຕາມຖົງເງິນແຕ່ລະລະ ດັບລາຍຮັບ? ເມື່ອຜະລິດພາຍໃນ ເຂັ້ມແຂງພໍ, ສາມາດແຂ່ງຂັນໄດ້ ກໍ່ກ້າວໄປສູ່ການຜະລິດສົ່ງອອກ. ການເຮັດຕົວຈິງແມ່ນບໍ່ງ່າຍ ເພາະ ມັນຕິດພັນຫລາຍອັນ, ແຕ່ບໍ່ລົງ ມືກໍ່ບໍ່ເຫັນຜົນ? ທຸກພາກສ່ວນເອົາ ໃຈໃສ່ນໍາກັນຢ່າງເປັນເຈົ້າການ, ເຊື່ອວ່າບໍ່ມື້ໃດກໍ່ມື້ໜຶ່ງ ພວກເຮົາ ຈະເຂັ້ມແຂງດ້ວຍຕົວເຮົາເອງ, ບໍ່ຢ້ານຕໍ່ພາຍຸລົມແດງອັນເປັນໄພ ທັງຫລາຍທັງປວງ. ເມື່ອເວົ້າເຖິງການຊຸກຍູ້ສົ່ງ ເສີມການຜະລິດສິນຄ້າໃຊ້ສອຍ, ປະທານ ໄກສອນ ພົມວິຫານ ຜູ້ ນໍາອັນແສນເຄົາຮັກຂອງປວງຊົນ ລາວ ບັນດາເຜົ່າ ຂອງພວກເຮົາ ເຄີຍຊີ້ນໍາວ່າ: “ກ່ອນອື່ນໝົດ ພວກເຮົາຕ້ອງເຊື່ອມຊຶມ ແລະ ກໍາແໜ້ນທັດສະນະພື້ນຖານຂອງ ພັກກ່ຽວກັບການສ້າງເສດຖະກິດ ຂອງ ລະບອບປະຊາທິປະໄຕປະ ຊາຊົນນັ້ນຄືການຫັນປ່ຽນເສດຖະ ກິດທໍາມະຊາດ, ເຄິ່ງທໍາມະຊາດ ເປັນເສດຖະກິດສິນຄ້າເທື່ອລະ ກ້າວດ້ວຍການລະດົມໝົດທຸກ ຄວາມອາດສາມາດຂອງທົ່ວປວງ ຊົນ, ຂອງທຸກພາກສ່ວນເສດຖະ ກິດ ເພື່ອຂະຫຍາຍກໍາລັງການຜະ ລິດ ກໍ່ຄືການຜະລິດທຸລະກິດຢ່າງ ແຂງແຮງ...ໂດຍເລີ່ມຈາກທັດສະ ນະລວມດັ່ງກ່າວ, ການພັດທະນາ ຂະແໜງອຸດສາຫ ະກໍາ-ຫັດຖະກໍາ ເວົ້າລວມ ກໍ່ຄືສິນຄ້າໃຊ້ສອຍ ຈະ ຕ້ອງດໍາເນີນໄປດ້ວຍຫລາຍຮູບ ການກໍາມະສິດ ແລະ ການຈັດຕັ້ງ ເສດຖະກິດທີ່ແຕກຕ່າງກັນ ເພື່ອ ໃຫ້ສອດຄ່ອງກັບລັກສະນະ ແລະ ລະດັບການຂະຫຍາຍຕົວຂອງກໍາ ລັງການຜະລິດ. ການຜະລິດສິນ ຄ້າໃຊ້ສອຍຢູ່ປະເທດເຮົາ ຄວນ ເລີ່ມຈາກຫົວໜ່ວຍຄອບຄົວຊຶ່ງໃນ ນັ້ນ ຄອບຄົວແມ່ນຄອບຄົວເຈົ້າ ຊັບນ້ອຍມີບົດບາດສໍາຄັນ. ຫົວ ໜ່ວຍຄອບຄົວດັ່ງກ່າວນີ້ແມ່ນ ຄອບຄົວທີ່ຮູ້ຜະລິດເປັນສິນຄ້າ. ພວກເຮົາຕ້ອງຊອກຫາຫົວໜ່ວຍ ຄອບຄົວຄືແນວນັ້ນ ຢູ່ໃນບໍລິເວນ ຕ່າງໆ ເພື່ອມີມາດຕະການຊ່ວຍ ເຫລືອ ແລະ ສົ່ງເສີມເຂົາເຈົ້າ... ຫາກເວົ້າຢ່າງສັງລວມແລ້ວແມ່ນ ພວກເຮົາຕ້ອງຂະຫຍາຍການຜະ ລິດສິນຄ້າໃຊ້ສອຍ ບົນພື້ນຖານ ຄວາມສາມາດ, ທ່າແຮງ ແລະ ຄວາມຕ້ອງການຂອງແຕ່ລະບໍລິ ເວນໂດຍເລີ່ມຈາກຄອບຄົວຊຶ່ງໃນ ນັ້ນ ແມ່ນຄອບຄົວເຈົ້າຊັບນ້ອຍຮູ້ ຜະລິດສິນຄ້າ ມີບົດບາດສໍາຄັນ. ສໍາຄັນໃນທີ່ນີ້ແມ່ນພວກເຮົາຕ້ອງ ໃຫ້ໂອກາດແກ່ຜູ້ຜະລິດ ເພື່ອໃຫ້ ເຂົາເຈົ້າມີແຮງ, ປີກແຂງເສຍ ກ່ອນ...ລັດຕ້ອງມີນະໂຍບາຍ ຊ່ວຍໜູນ ແລະ ປົກປ້ອງການຜະ ລິດຄືແນວນັ້ນ ແນໃສ່ສົ່ງເສີມໃຫ້ ເຂົາເຈົ້າເຕີບໃຫຍ່ຂຶ້ນບົນພື້ນຖານ ຕະຫລາດພາຍໃນປະເທດ ເພື່ອສະ ສົມບົດຮຽນ ແລະ ປະສົບການ, ຈາກນັ້ນຈຶ່ງອອກສູ່ຕະຫລາດຕ່າງ ປະເທດໄດ້...”. ພຶດຕິກໍາຕົວຈິງໄດ້ໃຫ້ພວເຮົາ ເຫັນວ່າ ການປະຕິບັດທິດຊີ້ນໍາ ດັ່ງກ່າວແມ່ນໄດ້ປະຕິບັດຢ່າງ ເປັນຮູບປະທໍາ ມີໝາກຜົນໃນແຕ່ ລະໄລຍະ. ເຖິງແນວໃດກໍ່ດີ ດ້ວຍ ຄວາມຮຽກຮ້ອງການໃນໄລຍະ ໃໝ່, ເພື່ອສ້າງຄວາມເຂັ້ມແຂງ ພາຍໃນ, ການຍູ້ແຮງຜະລິດ ເປັນສິນຄ້າ ໂດຍສະເພາະສິນຄ້າ ໃຊ້ສອຍ ເລີ່ມຈາກຫົວໜ່ວຍຄອບ ຄົວແມ່ນສໍາຄັນຫລາຍ. ແນວທາງ ນະໂຍບາຍພວກເຮົາມີ, ນິຕິກໍາ ສົ່ງເສີມ, ຄຸ້ມຄອງ ແລະ ອື່ນໆເຮົາ ມີ. ສະນັ້ນ ສືບຕໍ່ເພີ່ມທະວີໃຫ້ ແຂງແຮງໃນການປະຕິບັດຕົວຈິງ ຊຸກຍູ້ສົ່ງເສີມແຕ່ລະດ້ານ ທັງເຕັກ ນິກ, ທຶນ, ຕະຫລາດ...ເຊື່ອວ່າຕໍ່ ໄປການຜະລິດພາຍໃນຈະນັບມື້ ເຂັ້ມແຂງ, ພວກເຮົາຄົນທຸກຄົນ ຊ່ວຍກັນເດີ.
RkJQdWJsaXNoZXIy MTc3MTYxMQ==