xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ອ່ານຕໍ່ສະບັບໜ້າ*** 14/12/2023 ltskp dy ,g9y 'vy o z6 h oemu j py j '.spj 0v'xt-k-q o lxx gdq ks]u gru j ,mt;u dkoIj ;,,n rkdg|n v lxx ]k; da [ c0;'15 ooko lx 9u o gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ທິດທາງໃນການກະກຽມ... ສຳມະນາແນວຄິດ... ດ່ານສາກົນຂົວມິດຕະພາບ... ຊີວິດການເມືອງໃນທົ່ວອົງຄະນະ ພັກແນໃສ່ຍົກສູງຄວາມສາມາດ ນໍາພາຂອງຄະນະພັກ ນັບແຕ່ຂັ້ນ ຮາກຖານຂຶ້ນມາ ໃຫ້ສົມຄູ່ກັບການ ເລັ່ງທວງຂອງໜ້າທີ່ການເມືອງໃນ ໄລຍະໃໝ່, ຮັບປະກັນການຄົ້ນຄວ້າ, ເລືອກເຟັ້ນບຸກຄະລາກອນປະກອບ ເຂົ້າໃນຄະນະພັກແຕ່ລະຂັ້ນໃຫ້ຖືກ ຕ້ອງ, ຄົບຖ້ວນຕາມມາດຕະຖານ, ເງື່ອນໄຂທີ່ໄດ້ກໍານົດໄວ້ ເພື່ອເປັນ ຫລັກແຫລ່ງນໍາພາຕະຫລອດສະໄໝ ຂອງທຸກອົງຄະນະພັກ. ສຳລັບທິດທາງໃນການກະກຽມ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ: ໃຫ້ຄະນະພັກກະຊວງ, ອົງການແລະ ທ້ອງຖິ່ນເພີ່ມທະວີວຽກງານນໍາພາ ສຶກສາອົບຮົມການເມືອງ-ແນວຄິດ, ຍູ້ແຮງຂະບວນການຮອບດ້ານຕິດ ພັນກັບການປະຕິບັດຂໍ້ແຂ່ງຂັນຮັກ ຊາດ ແລະ ພັດທະນາໂດຍສະເພາະ ແມ່ນການປັບປຸງກໍ່ສ້າງພັກ-ພະນັກ ງານ, ປັບປຸງກົງຈັກການຈັດຕັ້ງ ເພື່ອເປັນກໍາລັງແຮງໃນການສືບຕໍ່ ຈັດຕັ້ງປະຕິບັດມະຕິໃນທ້າຍສະໄໝ ໃຫ້ສາມາດບັນລຸຄາດໝາຍສູ້ຊົນ ຕ່າງໆທີ່ກອງປະຊຸມໃຫຍ່ຂັ້ນຂອງ ຕົນໄດ້ວາງອອກໃຫ້ມີຜົນສໍາເລັດ, ຈຸດສຸມແມ່ນເລັ່ງໃສ່ແກ້ໄຂບັນຫາ ຕົວຈິງທີ່ຕັ້ງຂຶ້ນ ຊຶ່ງເປັນບັນຫາ ເຄັ່ງຮ້ອນ ເປັນຕົ້ນ ບັນຫາເງິນເຟີ້, ອັດຕາແລກປ່ຽນ, ໜີ້ສິນ, ການຜະ ລິດເປັນສິນຄ້າ, ການພັດທະນາຊົນ ນະບົດ, ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ, ແກ້ໄຂປະກົດການ ຫຍໍ້ທໍ້ຕ່າງໆ ໃນກົງຈັກການຈັດຕັ້ງ ພັກ-ລັດ ແລະ ໃນສັງຄົມໃຫ້ມີການ ຫັນປ່ຽນຢ່າງເດັ່ນຊັດຂຶ້ນ;ປຸກລະ ດົມປະຊາຊົນບັນດາເຜົ່າໃຫ້ເປັນ ເຈົ້າຕົນເອງ ແລະ ເຂົ້າຮ່ວມຂະບວນ ການຕ່າງໆຢ່າງແຂງແຮງ ແລະ ກວ້າງຂວາງ; ຖືສໍາຄັນແລະ ເອົາໃຈ ໃສ່ກະກຽມດ້ານເນື້ອໃນຂອງກອງ ປະຊຸມໃຫຍ່ແຕ່ລະອົງຄະນະພັກ ໃຫ້ ຮັບປະກັນເນື້ອໃນຢ່າງເລິກເຊິ່ງ, ແທດກັບຕົວຈິງແລະສາມາດຈັດຕັ້ງ ປະຕິບັດໃຫ້ເປັນຈິງ; ຕ້ອງຄັດເລືອກ ໃຫ້ໄດ້ພະນັກງານນໍາພາ-ຄຸ້ມຄອງ ແລະ ສືບທອດປ່ຽນແທນທີ່ຮັບ ປະກັນຄຸນນະພາບ, ມີມາດຕະຖານ, ເງື່ອນໄຂຄົບຖ້ວນໂດຍສະເພາະ ດ້ານຄຸນທາດການເມືອງ ແລະ ຄຸນ ສົມບັດສິນທໍາປະຕິວັດ, ບໍລິສຸດຜຸດ ຜ່ອງຕໍ່ອຸດົມການຂອງພັກ, ຮັບໃຊ້ ປະເທດຊາດແລະປະຊາຊົນຢ່າງແທ້ ຈິງ ເຂົ້າໃນໂຄງປະກອບບຸກຄະລາ ກອນທີ່ຈະສະໝັກເຂົ້າເປັນຄະນະພັກ ຊຸດໃໝ່ ໃຫ້ມີຄວາມຕໍ່ເນື່ອງ ແລະ ເປັນລະບົບ ທັງ 3 ຮຸ່ນພະນັກງານ, ມີສັດສ່ວນເພດ, ເຜົ່າທີ່ເໝາະສົມ ສອດຄ່ອງຕາມເງື່ອນໄຂ, ຈຸດພິເສດ ຂອງທ້ອງຖິ່ນ, ຂົງເຂດກໍຄືຂະແໜງ ການນັ້ນໆ. ສັງລວມແລ້ວ, ການດໍາເນີນ ກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ແມ່ນການຄັດເລືອກເອົາຜູ້ນໍາພາທີ່ມີ ຄວາມຮູ້, ຄວາມສາມາດ, ມີທັດສະ ນະຮັບໃຊ້ຊາດ, ຮັບໃຊ້ປະຊາຊົນເຂົ້າ ຂຶ້ນສັງຄົມນິຍົມຢູ່ປະເທດເຮົາ”ໂດຍ ການເປັນປະທານຊີ້ນຳກອງປະຊຸມ ຂອງ ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າ ຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງ ພັກ, ຫົວໜ້າຄະນະຮັບຜິດຊອບການ ຄົ້ນຄວ້າແນວຄິດ ໄກສອນ ພົມວິ ຫານ, ສະຫາຍ ສົມສະຫວາດ ເລັ່ງ ສະຫວັດທີ່ປຶກສາສະພາທິດສະດີສູນ ກາງພັກ, ທີ່ປຶກສາຄະນະຮັບຜິດ ຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຫາຍ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ, ຫົວໜ້າສະຖາບັນວິທະຍາສາດເສດ ຖະກິດ ແລະ ສັງຄົມແຫ່ງຊາດ, ຮອງປະທານ, ຜູ້ປະຈໍາການສະພາ ທິດສະດີສູນກາງພັກ; ສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນ ກາງພັກ, ຫົວໜ້າສະຖາບັນການ ເມືອງແລະການປົກຄອງແຫ່ງຊາດ, ຮອງປະທານສະພາທິດສະດີສູນ ກາງພັກ, ຮອງຫົວໜ້າຄະນະ, ຜູ້ປະ ຈໍາການຄະນະຮັບຜິດຊອບການຄົ້ນ ຄວ້າແນວຄິດ ໄກສອນ ພົມວິຫານ ແລະ ພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ທັງນີ້, ກໍເພື່ອສືບຕໍ່ຜັນຂະ ຫຍາຍມະຕິຂອງກົມການເມືອງ ສູນກາງພັກ ສະບັບເລກທີ 058/ ກມສພ ລົງວັນທີ 13 ທັນວາ 2018 ວ່າດ້ວຍການຄົ້ນຄວ້າແນວຄິດໄກ ສອນ ພົມວິຫານ, ທັງເປັນການສ້າງ ຂະບວນການສະເຫລີມສະຫລອງ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ແລະ ສະເຫລີມສະຫລອງ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ, ວັນ ເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ແລະ ວັນສໍາຄັນ ຕ່າງໆຂອງພັກ, ຂອງຊາດ. ທ່ານ ພັນເອກ ພົມມາ ເດດຂຸມ ຟອງ ຫົວໜ້າດ່ານຂົວມິດຕະພາບ 3 ແຂວງຄໍາມ່ວນ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນ ສໍານັກຂ່າວສານປະ ເທດລາວ ເມື່ອບໍ່ດົນນີ້ວ່າ: ເພື່ອເປັນ ການຮອງຮັບໃຫ້ແກ່ການເປີດປີ ທ່ອງ ທ່ຽວປີ 2024 ນີ້, ດ່ານສາກົນ ຂົວມິດຕະພາບ 3 ໄດ້ເອົາໃຈໃສ່ ຢ່າງຕັ້ງໜ້າໃນການປັບປຸງພື້ນຖານ ໂຄງລ່າງຂອງດ່ານ ແນໃສ່ສ້າງສະ ພາບແວດລ້ອມຂອງດ່ານສາກົນ ກໍຄື ຂອງແຂວງຄໍາມ່ວນ ໃຫ້ດີຂຶ້ນ ໂດຍໄດ້ຮັບການຊີ້ນໍາຢ່າງໃກ້ຊິດ ຈາກການນໍາພັກ-ລັດ ກໍຄືການ ນໍາຂັ້ນແຂວງ. ໃນນີ້, ໄດ້ສຸມໃສ່ປັບ ປຸງ, ສ້ອມແປງທາງເບຕົງ ໃນດ່ານ ຂາອອກ ໃຫ້ສໍາເລັດ, ປັບປຸງຂອດ ການບໍລິການຜ່ານດ່ານ ແລະ ການ ເກັບຄ່າບໍລິການ ຈາກທີ່ເຄີຍນໍາໃຊ້ ຄົນ ປັດຈຸບັນແມ່ນໄດ້ຫັນມານໍາໃຊ້ ເຄື່ອງທັນສະໄໝ (Ec parst) ເຮັດໃຫ້ການບໍລີການວ່ອງໄວ, ໂປ່ງ ໄສ ແລະ ສະດວກສະບາຍຂຶ້ນກວ່າ ເກົ່າ, ປັບປຸງລະບົບໄຟຟ້ານັບແຕ່ ທາງເລກທີ 13 ໃຕ້ ເຂົ້າຫາດ່ານ ຮອດກາງຂົວ. ນອກນັ້ນ, ກໍປັບປຸງ ໄຟ ເຍືອງປ້າຍແຕ່ລະຈຸດ, ໄຟໃນອາ ຄານດ່ານ, ປັບປຸງສ້ອງແປງ ແລະ ທາສີໃໝ່ໃນຕຶກອາຄານດ່ານ, ປັບ ປຸງຟື້ນຟູສວນຂຽວ ແລະ ປັບປຸງລະ ບົບນໍ້າປະປາຄືນໃໝ່. ທ່ານ ພັນເອກ ພົມມາ ເດດຂຸມ ຟອງ ຍັງໃຫ້ຮູ້ອີກວ່າ: ນັບແຕ່ປີ 2023 ມາຮອດປັດຈຸບັນ ມີຄົນເຂົ້າອອກດ່ານສາກົນຂົວມິດຕະພາບ ແຫ່ງທີ 3 ແຂວງຄໍາມ່ວນ ທັງໝົດ 39.100 ກວ່າຄົນ, ຍິງ 13.600 ກວ່າຄົນ. ໃນນີ້, ຂາເຂົ້າມີ 17.600 ຄົນ, ຍິງ 6 ພັນກວ່າຄົນ ແລະ ຂາ ອອກ 20 ພັນກວ່າຄົນ, ຍິງ 7 ພັນ ກວ່າຄົນ; ພາຫະນະຂາເຂົ້າ 11 ພັນກວ່າຄັນ ແລະ ຂາອອກ 8 ພັນ ກວ່າຄັນ. ຂ່າວ-ພາບ: ຂັນໄຊ ໃນຄະນະພັກແຕ່ລະຂັ້ນ ເພື່ອນໍາພາ ສ້າງສາພັດທະນາປະເທດຊາດ, ແມ່ນການດໍາເນີນຊີວິດການເມືອງ ທ້າຍສະໄໝຂອງຄະນະບໍລິຫານ ງານພັກແຕ່ລະຂັ້ນ, ແມ່ນບັ້ນດໍາເນີນ ຊີວິດການເມືອງເພື່ອຕີລາຄາການ ນໍາພາລວມ, ສໍາຫລວດກວດກາ, ຕີລາຄາຄວາມຮັບຜິດຊອບຂອງ ບຸກຄົນຄະນະພັກ ຕະຫລອດສະໄໝ ຜ່ານມາ.ສະນັ້ນ, ເພື່ອຮັບປະກັນ ໃຫ້ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ມີຄຸນນະພາບ, ຖືກ ຕ້ອງຕາມຕົວຈິງກ່ອນອື່ນໝົດບັນ ດາສະຫາຍຄະນະພັກ ຕ້ອງຍົກສູງ ຄວາມຮັບຜິດຊອບຕີລາຄາການ ຈັດຕັ້ງປະຕິບັດໜ້າທີ່ການເມືອງ ຂອງຕົນເອງຢ່າງພາວະວິໄສ, ໄປ ຄຽງຄູ່ກັບການຕິຊົມຕົນເອງ ເເລະ ຕິຊົມເຊິ່ງກັນ ເເລະ ກັນຢ່າງຈິງໃຈ. ພ້ອມກັນນີ້, ກໍເອົາໃຈໃສ່ກວດກາ ຕີລາຄາກ່ຽວກັບການແກ້ໄຂຈຸດ ອ່ອນ, ຂໍ້ຄົງຄ້າງຈາກຄໍາຕໍານິສົ່ງ ຂ່າວຕ່າງໆຂອງການຈັດຕັ້ງພັກ, ສະມາຊິກພັກ, ພະນັກງານຕໍ່ການນໍາ ພາລວມຂອງຄະນະພັກ ແລະ ຕໍ່ແຕ່ ລະສະຫາຍໃນຄະນະພັກໃນໄລຍະ ຜ່ານມາ. ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ເນັ້ນວ່າ: ການສຳມະນາວິທະ ຍາສາດລະດັບຊາດ ພາຍໃຕ້ຫົວ ຂໍ້“ແນວຄິດໄກສອນ ພົມວິຫານ ກ່ຽວກັບເສັ້ນທາງແຫ່ງການກ້າວ ຂຶ້ນສັງຄົມນິຍົມ ຢູ່ປະເທດເຮົາ” ໃນຄັ້ງນີ້ ມີຄວາມໝາຍສໍາຄັນ ທາງດ້ານທິດສະດີ ແລະ ພຶດຕິກໍາ, ຈະເປັນການປະກອບສ່ວນເຂົ້າໃນ ວຽກງານສະຫລຸບທິດສະດີ ແລະ ພຶດຕິກຳຂອງພັກເຮົາ ເພື່ອເປັນພື້ນ ຖານຮັບໃຊ້ການປັບປຸງບູລະນະ ແນວທາງ, ແຜນນະໂຍບາຍຂອງ ພັກ, ນະໂຍບາຍ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດລວມ ທັງການສືບຕໍ່ສ້າງ ແລະ ເສີມຂະ ຫຍາຍ ລະບອບປະຊາທິປະໄຕປະ ຊາຊົນຕາມທິດກ້າວຂຶ້ນສັງຄົມນິ ຍົມ ຢູ່ປະເທດເຮົາເທື່ອລະກ້າວ. ໂອກາດນີ້, ສະຫາຍ ພູວົງ ອຸ່ນຄຳແສນ ໄດ້ຍົກໃຫ້ເຫັນຈຸດປະ ສົງ ແລະ ທາດແທ້ສັງຄົມນິຍົມຢູ່ປະ ເທດເຮົາ ນັບທັງໃນໄລຍະການປະຕິ ວັດຊາດ-ປະຊາທິປະໄຕ ກໍຄື ໃນໄລ ຍະປົກປັກຮັກສາ ແລະ ສ້າງສາປະ ເທດຊາດ ແມ່ນແນວຄິດແຫ່ງການ ຕໍ່ສູ້ປະຕິວັດອັນໜັກແໜ້ນ, ບໍ່ມີຍາມ ໃດຈະຫວັ່ນໄຫວຄອນແຄນ ເພື່ອບັນ ລຸຈຸດໝາຍ, ອຸດົມຄະຕິ ຄື: ສ້າງ ສັງຄົມໜຶ່ງທີ່ທຸກຄົນໄດ້ຮັບການ ປົດປ່ອຍ; ປະຊາຊົນຜູ້ອອກແຮງ ງານໄດ້ເປັນເຈົ້າປະເທດຊາດ; ມີ ເສດຖະກິດທີ່ຂະຫຍາຍຕົວສູງ, ມີ ວັດທະນະທໍາອັນກ້າວໜ້າ ແລະ ອຸດົມຮັ່ງມີດ້ວຍສີສັນຂອງຊາດ; ທຸກຄົນມີຄວາມຢູ່ດີ, ກິນດີ, ມີອິດ ສະຫລະພາບ, ມີຄວາມ ສຸກ ແລະ ມີເງື່ອນໄຂພັດທະນາຕົນເອງຢ່າງ ຮອບດ້ານ;ມີຄວາມຍຸຕິທໍາໃນສັງຄົມ ແລະ ປະຊາທິປະໄຕ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມຍັງ ໄດ້ຮັບຟັງການນຳສະເໜີ 8 ຫົວ ຂໍ້ຍ່ອຍ ເຊັ່ນ: ແນວຄິດໄກສອນ ພົມວິຫານ ກ່ຽວກັບທາດແທ້ ແລະ ຈຸດພິເສດຂອງສັງຄົມນິຍົມຢູ່ປະ ເທດເຮົາ; ແນວຄິດໄກສອນ ພົມວິ ຫານ ກ່ຽວກັບໄລຍະຂ້າມຜ່ານກ້າວ ຂຶ້ນສັງຄົມນິຍົມຢູ່ປະເທດເຮົາ; ແນວຄິດໄກສອນ ພົມວິຫານ ກ່ຽວ ກັບການນໍາພາຂອງພັກ ແມ່ນປັດໄ ຈຕັດສິນຂອງການປະຕິວັດສັງຄົມນິ ຍົມ ຢູ່ປະເທດເຮົາ; ແນວຄິດໄກສອນ ພົມວິຫານ ກ່ຽວກັບການສ້າງລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ; ແນວຄິດ ໄກສອນ ພົມວິຫານກ່ຽວກັບການປະຕິວັດສັງ ຄົມນິຍົມ ແມ່ນການດໍາເນີນການປະ ຕິວັດການພົວພັນການຜະລິດ, ວິທະ ຍາສາດ-ເຕັກນິກ ແລະ ແນວຄິດວັດທະນະທໍາ; ແນວຄິດໄກສອນ ພົມວິຫານ ກ່ຽວກັບສ້າງຄົນໃໝ່ສັງ ຄົມນິຍົມ ຢູ່ປະເທດເຮົາ; ແນວຄິດ ໄກສອນ ພົມວິຫານ ກ່ຽວກັບເສີມ ຂະຫຍາຍກໍາລັງແຮງສັງລວມ ຂອງ ລະບອບໃໝ່ເຂົ້າໃນການປະຕິວັດ ສັງຄົມນິຍົມ ຢູ່ປະເທດເຮົາ; ແນວ ຄິດໄກສອນ ພົມວິຫານ ກ່ຽວກັບສົມ ທົບແໜ້ນນໍ້າໃຈຮັກຊາດອັນດູດດື່ມ ກັບນໍ້າໃຈສາກົນກໍາມາຊີບອັນແທ້ ຈິງໃນການກ້າວຂຶ້ນສັງຄົມນິຍົມຢູ່ ປະເທດເຮົາ. ໃນຕອນທ້າຍ, ສະຫາຍ ສອນ ທະນູ ທຳມະວົງ ໄດ້ມີການສະຫລຸບ ລາຍງານຜົນການສຳມະນາ ໂດຍ ໄດ້ຕີລາຜົນໄດ້ຮັບໃນເບື້ອງຕົ້ນທີ່ ນັກວິທະຍາສາດໄດ້ຄົ້ນຄວ້າຢ່າງ ເລິກເຊິ່ງ ແລະ ຈະແຈ້ງຕໍ່ກັບແນວ ຄິດໄກສອນ ພົມວິຫານ ກ່ຽວກັບ ເສັ້ນທາງແຫ່ງການກ້າວຂຶ້ນສັງຄົມ ນິຍົມ ຢູ່ປະເທດເຮົາ ແລະ ໄດ້ເນັ້ນ ວ່າ: ກ່ອນອື່ນໝົດ ແມ່ນຕ້ອງສືບຕໍ່ ຢຶດໝັ້ນຈຸດໝາຍສັັງຄົມນິຍົມຂອງ ພັກປະຊາຊົນ ປະຕິວັດລາວ ໂດຍ ການຄົ້ນຄວ້າ, ໝູນໃຊ້ ແລະ ເສີມຂະ ຫຍາຍລັດທິມາກ-ເລນິນ ກ່ຽວກັບ ໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິ ຍົມ; ສ້າງບັນດາປະຖົມປັດໄຈ ເພື່ອ ກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ ຕາມແນວຄິດໄກສອນ ພົມວິຫານ. ຂ່າວ: ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ພາບ: ແສງຈັນ *ສະຫາຍ ກິມເຈິງອິນ ໄດ້ສ້າງ ວີລະກຳອັນຍິ່ງໃຫຍ່ໃຫ້ເປັນມູນມໍ ລະດົກແກ່ປະເທດ ເກົາຫລີ ສັງຄົມນິ ຍົມໄປຕະຫລອດຊົ່ວນິລັນດອນ ແລະ ເຕັມໄປດ້ວຍອະນາຄົດທີ່ສະ ຫວ່າງສະໄຫວ. ສະຫາຍໄດ້ເຊີດຊູແນວຄິດຈຸດ ເຊ ແລະ ແນວຄິດເຊິນກຸນເປັນອຸດົມ ຄະຕິແຫ່ງການນຳພາພາຍໃນເກົາ ຫລີ ແລະ ເປັນອຸດົມຄະຕິແຫ່ງການ ນຳພາອັນຍິ່ງໃຫຍ່ແຫ່ງສັງກາດໃໝ່ ທີ່ເປັນເອກະລາດຢ່າງແທ້ຈິງ. ຍ້ອນການຊີ້ນຳ-ນຳພາອັນປີຊາ ສາມາດ ແລະ ສະຫລາດສ່ອງໃສ ຂອງສະຫາຍທີ່ໄດ້ນຳເອົາແນວຄິດ ເນື່ອງໃນໂອກາດວັນຄົບຮອບ12 ປີ ແຫ່ງການມໍລະນະກຳ ຂອງສະຫາຍ ກິມເຈິງອິນ, ຜູ້ນຳທີ່ຍິ່ງໃຫຍ່ ຂອງປະຊາຊົນ ສປປ ເກົາຫລີ (ວັນທີ 17/12/2011-17/12/2023) ທິດສະດີອັນມີພະລັງແຮງມະຫາ ສານມາຈາກຊຸມປີທຳອິດແຫ່ງການ ເຄື່ອນໄຫວ ເຊິ່ງໄດ້ພັດທະນາແນວ ຄິດປະຕິວັດຂອງປະທານ ກິມອິນ ເຊິງ ຜູ້ໃຫ້ກຳເນີດສັງຄົມນິຍົມ ເກົາ ຫລີ ກາຍເປັນລະບົບຄົບຊຸດທັງພາກ ທິດສະດີ ແລະ ພາກປະຕິບັດຕົວຈິງ. ດ້ວຍການພັດທະນາ ແລະ ເສີມ ຂະຫຍາຍແນວຄິດທີ່ໃຫ້ບຸລິມະສິດ ແກ່ກຳລັງປ້ອງກັນປະເທດ, ແນວ ຄິດທີ່ຖືເອົາກິດຈະການຂອງກອງ ທັບເປັນໃຈກາງໄດ້ຮັບການຂັບ ເຄື່ອນໂດຍ ສະຫາຍ ກິມເຈິງອິນ ເພື່ອຕອບສະໜອງຄວາມຕ້ອງການ ທີ່ຈຳເປັນໃນໄລຍະໃໝ່. ສະຫາຍ ໄດ້ວາງແນວຄິດເຊິນກຸນອອກ ແລະ ໄດ້ເຊີດຊູແນວຄິດດັ່ງກ່າວໃຫ້ເປັນ ອາວຸດອັນແຫລມຄົມໃນການພິທັກ ປົກປ້ອງເອກະລາດແຫ່ງຊາດ. ແນວຄິດຈຸດເຊ ແລະ ແນວຄິດ ເຊິນກຸນ ໄດ້ກາຍເປັນອຸດົມຄະຕິແຫ່ງ ການນຳພາໃນສັງກາດແຫ່ງຄວາມ ເປັນເອກະລາດ ແລະ ເປັນລັດທິກິມ ອິນເຊິງ-ລັດທິກິມເຈິງອິນ ທີ່ເປັນ ອຳມະຕະ. ຄວາມອຸດົມສົມບູນທາງແນວ ຄິດ ແລະ ທິດສະດີແມ່ນມູນມໍລະດົກ ອັນລ້ຳຄ່າທີ່ສຸດທີ່ສະຫາຍໄດ້ສ້າງ ໄວ້ໃຫ້ແກ່ປະຊາຊົນ ສປປ ເກົາຫລີ. ສະຫາຍ ກິມ ເຈິງ ອິນ ໄດ້ພັດທະ ນາພັກແຮງງານເກົາຫລີ ໃຫ້ເປັນ ກຳລັງທີ່ຊະນະເລີດ, ສ້າງໃຫ້ ສປປ ເກົາຫລີ ເປັນປະເທດສັງຄົມນິຍົມທີ່ ມີພະລັງອຳນາດແລະ ສ້າງກອງທັບ ປະຊາຊົນເກົາຫລີ ໃຫ້ເປັນກຳລັງ ປ້ອງກັນປະເທດທີ່ເຂັ້ມແຂງ. 50 ປີ ແຫ່ງການນຳພາພັກແຮງ ງານ ເກົາຫລີ ຂອງສະຫາຍແມ່ນ ໄລຍະທີ່ສະຫາຍໄດ້ສ້າງຕົວແບບ ແຫ່ງການກໍ່ສ້າງພັກກຳອຳນາດທີ່ ຍຶດໝັ້ນໃນແນວທາງສັງຄົມນິຍົມ. ຍ້ອນບຸນຄຸນແຫ່ງການນຳພາທີ່ ປີຊາສາມາດຂອງສະຫາຍ, ພັກ ແຮງງານເກົາຫລີ ໄດ້ພັດທະນາໃຫ້ ເປັນພັກທີ່ຕິດອາວຸດທາງແນວຄິດ ແລະ ອຸດົມການ, ເປັນພັກທີ່ມີຄວາມ ໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີ ລະບຽບວິໄນເຂັ້ມງວດ, ມີຄວາມຮັບ ຜິດຊອບໃນການນຳພາປະເທດຊາດ ໄປສູ່ຈຸດໝາຍທີ່ປະຊາຊົນໄດ້ເລືອກ ເອົາໄວ້. ຂປລ.ກອງປະຊຸມ ຄັ້ງທີ XIII ຂອງຄະນະປະສານງານຮ່ວມມື ພາກເໜືອ ສປປ ລາວ ກັບແຂວງ ຢຸນນານ ສປ ຈີນ ໄດ້ໄຂຂຶ້ນ ໃນວັນທີ 11 ທັນວາ 2023 ທີ່ແຂວງຫລວງ ພະບາງ ສປປ ລາວ, ພາຍໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມືລະຫວ່າງ ພາກເໜືອລາວ ກັບແຂວງຢຸນນານ, ຕັ້ງໜ້າຊຸກຍູ້ການກໍ່ສ້າງແລວທາງ ເສດຖະກິດລາວ-ຈີນ”ໂດຍການເປັນ ປະທານຮ່ວມຂອງ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ, ປະທານຄະ ນະກໍາມະການຮ່ວມມື ລາວ-ຈີນ ແລະ ທ່ານ Wang Hao (ຫວັງ ຮ້າວ) ຮອງເຈົ້າແຂວງໆຢຸນນານ ສປ ຈີນ, ພ້ອມດ້ວຍຄະນະຜູ້ແທນ ຈາກບັນດາຂະແໜງການທີ່ກ່ຽວ ຂ້ອງທັງພາກລັດ ແລະ ພາກທຸລະ ກິດຂອງທັງສອງຝ່າຍເຂົ້າຮ່ວມ. ກອງປະຊຸມ ຄັ້ງທີ XIII ຂອງ ຄະນະປະສານງານດັ່ງກ່າວ ໄດ້ຈັດ ຂຶ້ນເປັນ 2 ໄລຍະ ຄື: ໄລຍະທີ 1 ໄດ້ເລີ່ມຈັດຂຶ້ນຕັ້ງແຕ່ເດືອນຕຸລາ ຫາກາງເດືອນພະຈິກ 2023 ຜ່ານ ຮູບແບບກອງປະຊຸມທາງໄກ ໂດຍ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ໄດ້ແບ່ງອອກເປັນ 8 ກຸ່ມປະສານ ງານສະເພາະດ້ານ ແລະ ໄລຍະທີ 2 ແມ່ນກອງປະຊຸມຄົບຄະນະຄັ້ງທີ XIII ຂອງຄະນະປະສານງານຮ່ວມ ມືພາກເໜືອ ສປປ ລາວ ກັບ ແຂວງ ຢຸນນານ ສປ ຈີນ, ເປັນກອງປະຊຸມ ຕົ້ນຕໍ ໃນການທົບທວນຄືນສະຫລຸບ ຕີລາຄາຕໍ່ກັບໝາກຜົນການຮ່ວມມື ໃນໄລຍະ 1 ປີ ຜ່ານມາ ແລະ ປຶກສາ ຫາລື ເພື່ອກໍານົດທິດທາງ ແລະ ແຜນການຮ່ວມມືໃນຕໍ່ໜ້າ. ພ້ອມນີ້, ສອງຝ່າຍໄດ້ພ້ອມກັນຢັ້ງຢືນວ່າ:ກົນ ໄກຄະນະປະສານງານຮ່ວມມືພາກ ເໜືອລາວ ກັບ ແຂວງຢຸນນານ ແມ່ນ ກົນໄກການຮ່ວມມືທີ່ດີ ແລະ ສໍາຄັນ ທີ່ສຸດໃນການເສີມຂະຫຍາຍບົດ ບາດການຮັດແໜ້ນ ແລະ ເພີ່ມທະວີ ການຮ່ວມມືລະຫວ່າງ ສອງປະເທດ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນລະຫວ່າງ 10 ແຂວງພາກ ເໜືອຂອງລາວ ກັບ ແຂວງຢຸນນານ ຂອງຈີນ ເຊິ່ງຕະຫລອດໄລຍະເກືອບ 20 ປີ ທີ່ໄດ້ສ້າງຕັ້ງກົນໄກຄະນະ ປະສານງານຮ່ວມມືສອງຝ່າຍມາ ນີ້, ຄະນະປະສານງານດັ່ງກ່າວໄດ້ ປະກອບສ່ວນຊຸກຍູ້ວຽກງານການ ຮ່ວມມືໃນແຕ່ລະດ້ານຂອງສອງ ຝ່າຍ ເຊິ່ງຍາດມາໄດ້ໝາກຜົນຕົວ ຈິງທີ່ພົ້ນເດັ່ນຫລາຍດ້ານ ໂດຍສະ ເພາະແມ່ນໃນໄລຍະ 1 ປີຜ່ານມາ ເຊິ່ງຖືເປັນໄລຍະແຫ່ງການຟື້ນຟູຄືນ ການໄປມາຫາສູ່ແລກປ່ຽນ ເຊິ່ງກັນ ແລະ ກັນຂອງສອງຝ່າຍໃຫ້ຫລາຍ ຂຶ້ນ ພາຍຫລັງມີສະພາບການລະ ບາດຂອງພະຍາດໂຄວິດ-19; ການ ນໍາຂັ້ນສູງຂອງລາວ ແລະ ແຂວງ ຢຸນນານກໍໄດ້ມີການໄປມາຫາສູ່ຢ້ຽມ ຢາມກັນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງຫລາຍຂຶ້ນເຊິ່ງເປັນພື້ນ ຖານອັນດີໃຫ້ແກ່ການຊຸກຍູ້ຈັດຕັ້ງ ປະຕິບັດວຽກງານຮ່ວມມືໃນແຕ່ລະ ດ້ານໃຫ້ເປັນຮູບປະທໍາຢ່າງແທ້ຈິງ ເພື່ອຮ່ວມກັນຈັດຕັ້ງຜັນຂະຫຍາຍ ການຕົກລົງເປັນເອກະພາບກັນທີ່ສໍາ ຄັນຂອງການນໍາສູງສຸດຂອງສອງ ປະເທດ ລາວ-ຈີນ ໂດຍສະເພາະ ແມ່ນການຜັນຂະຫຍາຍແຜນແມ່ ບົດວ່າດ້ວຍການສ້າງຄູ່ຮ່ວມຊະ ຕາກໍາ ລາວ-ຈີນ (2024-2028); ການຮ່ວມກັນພັດທະນາ ແລະ ກໍ່ ສ້າງແລວທາງເສດຖະກິດລາວຈີນ ກໍຄືການຮ່ວມກັນກໍານົດທິດ ທາງແຜນການ ແລະ ວຽກງານຈຸດ ສຸມຂອງຄະນະປະສານງານຮ່ວມ ມືພາກເໜືອລາວກັບແຂວງຢຸນນານ ທີ່ຈະຮ່ວມກັນຈັດຕັ້ງປະຕິບັດໃຫ້ ເກີດດອກອອກຜົນໃນຕໍ່ໜ້າ. ໃນຕອນທ້າຍຂອງກອງປະຊຸມ, ຫົວໜ້າຄະນະຂອງທັງສອງຝ່າຍ ໄດ້ລົງນາມໃນບົດບັນທຶກກອງປະ ຊຸມຮ່ວມກັນ ເພື່ອເປັນບ່ອນອີງໃນ ການຮ່ວມກັນຊຸກຍູ້ວຽກງານການ ຮ່ວມມືທີ່ກຽວຂ້ອງໃນຕໍ່ໜ້າ ເຊິ່ງ ໃນກອງປະຊຸມໃນຄັ້ງຕໍ່ໄປ (ຄັ້ງທີ XIV) ແມ່ນຈະຈັດຂຶ້ນທີ່ ແຂວງ ຢຸນນານ. ຂ່າວ: ວຽງສະຫວັນ
RkJQdWJsaXNoZXIy MTc3MTYxMQ==