lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 14/12/2023 xtgmf]k; ແຂວງອຸດົມໄຊ... ເປີດນຳໃຊ້ຫໍພິພິທະພັນ... ປະທານປະເທດ.... ຮອງນາຍົກລັດຖະມົນຕີ... ສະຫລຸບການປະຕິບັດ.... ຂປລ. ກະຊວງປ້ອງກັນປະເທດ ເປີດນໍາໃຊ້ຫໍພິພິທະພັນປະຫວັດ ສາດກອງທັບ ໃນວັນທີ 13 ທັນວາ 2023 ພາຍຫລັງທີ່ສຳເລັດການບູ ລະນະສ້ອມແປງແລະປັບປຸງເນື້ອໃນ ການວາງສະແດງຄືນໃໝ່ ເພື່ອກະ ກຽມຈັດຕັ້ງສະເຫລີມສະຫລອງວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 75 ປີທີ່ຈະມາເຖິງນີ້ໂດຍການ ເຂົ້າຮ່ວມຂອງທ່ານພົອຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງປ້ອງກັນປະ ເທດ, ທ່ານ ຟາມ ມິນຈຽນ ອຸປະທູດ ຊົ່ວຄາວສະຖານທູດຫວຽດນາມ ປະຈຳລາວ, ພ້ອມດ້ວຍການນຳກະ ຊວງປ້ອງກັນປະເທດ ເຂົ້າຮ່ວມ. ທ່ານພົອຈັນສະໝອນຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະ ເທດກໍໄດ້ມີຄຳເຫັນວ່າ: ການກໍ່ສ້າງ ຫໍພິພິທະພັນຄັ້ງນີ້, ແນໃສ່ປັບປຸງຄືນ ລະບົບໂຄງຮ່າງວາງສະແດງ ແລະ ເນື້ອໃນດ້ານຕ່າງໆ, ສ້າງໃຫ້ເປັນສູນ ລວມປະຫວັດສາດ, ທ້ອນໂຮມວັດ ຖຸກໍາ, ຄຸ້ມຄອງ-ປົກປັກຮັກສາ ແລະ ຈັດວາງສະແດງປະຫວັດມູນເຊື້ອ, ຜົນງານໄຊຊະນະຂອງກອງທັບປະ ຊາຊົນລາວ ພາຍໃຕ້ການນໍາພາຊີ້ນໍາຂອງພັກປະຊາຊົນ ປະຕິວັດ ລາວໃຫ້ມວນຊົນທຸກຊັ້ນຄົນທັງພາຍ ໃນ ແລະ ຕ່າງປະເທດ ໄດ້ເຂົ້າມາຄົ້ນ ຄວ້າ, ສຶກສາຮໍ່າຮຽນ ແລະ ຢ້ຽມຊົມ ດ້ວຍຄວາມປະທັບໃຈຄືບັນຍາກາດ ໄດ້ຮ່ວມເຄື່ອນໄຫວຊີວິດຕົວຈິງຢູ່ ໃນເຫດການປະຫວັດສາດຕ່າງໆ. ປັດຈຸບັນ, ກອງທັບປະຊາຊົນລາວ ໄດ້ເປັນກຳລັງຫລັກແຫລ່ງເຮັດໜ້າ ທີ່ປົກປັກຮັກສາເອກະລາດ, ອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບ ຖ້ວນຂອງປະເທດຊາດໄວ້ໃຫ້ໝັ້ນ ຄົງ, ຮັບປະກັນສະຖຽນລະພາບທາງ ການເມືອງ, ຄວາມເປັນລະບຽບ ຮຽບຮ້ອຍ ແລະ ຄວາມສະຫງົບ ປອດໄພທາງສັງຄົມ, ປົກປັກຮັກສາ ລະບອບປະຊາທິປະໄຕ ປະຊາຊົນ, ປະຊາຊົນບັນດາເຜົ່າແລະວັດທະນະ ທຳອັນດີງາມຂອງຊາດ, ກອງທັບ ປະຊາຊົນລາວ ໄດ້ເຕີບໃຫຍ່ຂະ ຫຍາຍຕົວຂຶ້ນເປັນກ້າວໆ ທັງດ້ານ ກໍາລັງ ແລະ ການປະກອບຢູ່ໃນທົ່ວ ກໍາລັງຫລວງ-ກໍາລັງທ້ອງຖິ່ນ ແລະ ບັນດາເຫລົ່າຮົບ ກໍໄດ້ຮັບການສ້າງ ຕັ້ງຂຶ້ນເປັນແຕ່ລະໄລຍະ, ດ້ວຍເຫດ ນັ້ນ, ທາດແທ້, ມູນເຊື້ອທີ່ກ້າແກ່ນ ສະຫງ່າງາມ ແລະ ຜົນງານ, ໄຊຊະ ນະອັນໃຫ່ຍຫລວງ ແລະ ການເຕີບ ໃຫຍ່ຂະຫຍາຍຕົວຂອງກອງທັບ ປະຊາຊົນລາວ ນັບແຕ່ມື້ກຳເນີດຈົນ ເຖິງປັດຈຸບັນ ຖືກບັນທຶກໄວ້ໃນຫໍພິພິ ທະພັນປະຫວັດສາດກອງທັບແຫ່ງນີ້ ເພື່ອໃຫ້ອະນຸຊົນຄົນຮຸ່ນຫລັງ ໄດ້ສຶກ ສາຮຽນຮູ້ ແລະ ສືບທອດພາລະກຳ ອັນເລີດລ້ຳສືບຕໍ່ໄປ. ໃນພິທີ, ທ່ານ ພົວ ແປ້ນຄຳ ບຸດຈັນແພງ ຫົວໜ້າກົມໂຄສະນາ ອົບຮົມ,ກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ໄດ້ໃຫ້ຮູ້ ວ່າ: ນັບແຕ່ປີ 2006-2017 ຫໍພິພິ ທະພັນປະຫວັດສາດ ກອງທັບປະຊາ ຊົນລາວ ໄດ້ເປີດບໍລິການຮັບແຂກ ເຂົ້າຊົມຫລາຍແສນຄົນ ເຊິ່ງມີທັງ ພະນັກງານ, ທະຫານ, ຕຳຫລວດ, ນັກຮຽນນັກສຶກສາ, ປະຊາຊົນ ແລະ ແຂກຕ່າງປະເທດ. ຫໍພິພິທະພັນ ແກ້ໄຂຄວາມທຸກຍາກຕິດພັນກັບ ວຽກງານສາມສ້າງ ແລະ ວຽກ ງານອື່ນໆ. ລວມຍອດຜະລິດຕະພັນ ພາຍໃນ 9 ເດືອນຜ່ານມາ ສາມາດ ບັນລຸໄດ້ 7 ພັນຕື້ກວ່າກີບ ເທົ່າກັບ 100,14%ຂອງແຜນການປີ, ບ້ານ ພົ້ນທຸກ 264 ບ້ານ ເທົ່າກັບ 92% ແລະ ທົ່ວແຂວງມີຄອບຄົວພົ້ນທຸກ ແລ້ວ ກວມກວ່າ 95%. ທ່ານ ທອງລຸນ ສີສຸລິດ ໄດ້ສະ ແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ທີ່ທາງແຂວງບໍລິຄຳໄຊ ຍາດມາ ໄດ້ໃນໄລຍະຜ່ານ, ພ້ອມທັງໄດ້ໃຫ້ ທິດຊີ້ນຳຕໍ່ຫລາຍວຽກງານສຳຄັນ ເປັນຕົ້ນແມ່ນໃຫ້ຖືເອົາວຽກງານ ສຶກສາອົບຮົມການເມືອງ-ແນວ ຄິດ ເປັນສຳຄັນໃນການປຸກລະດົມ ຂົນຂວາຍ ໃຫ້ປະຊາຊົນບັນດາເຜົາ ເປັນກຳລັງແຮງເຂົ້າຮ່ວມໃນທຸກຂະ ບວນການພັດທະນາໃນທົ່ວສັງຄົມ, ເອົາໃຈໃສ່ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບຢ່າງແຂງ ແຮງ, ສຸມໃສ່ຕ້ານ ແລະ ສະກັດກັ້ນ ກົນອຸບາຍທີ່ບໍ່ດີຂອງສັດຕູ ໃຫ້ທັນ ເວລາ, ສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ສຳເລັດຕາມ ຄາດໝາຍທີ່ວາງໄວ້, ສົ່ງເສີມການ ຜະລິດ ແລະ ຊົມໃຊ້ຜະລິດຕະພັນ ພາຍໃນໃຫ້ຫລາຍຂຶ້ນ, ຫລຸດຜ່ອນ ການນຳເຂົ້າ ແລະ ສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ, ສຸມໃສ່ ວຽກງານປັບປຸງຊີວິດການເປັນ ຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ, ແກ້ໄຂຄວາມທຸກຍາກໃຫ້ໄດ້ທັງປະ ລິມານ ແລະ ຄຸນນະພາບ, ກຽມ ຄວາມພ້ອມກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ການ ຄັດເລືອກບຸກຄະລາກອນໃຫ້ມີຄຸນ ນະພາບ, ໄດ້ຮັບປະສິດທິຜົນຕາມ ຄາດໝາຍທີ່ວາງໄວ້ ແລະ ວຽກ ງານອື່ນໆ. ໂອກາດນີ້, ທອງລຸນ ສີສຸລິດ ພ້ອມຄະນະໄດ້ເດີນທາງໄປຢ້ຽມ ຢາມໂຮງງານຜະລິດໝໍ້ແປງໄຟຟ້າ ຫຍີ້ຫໍ້ ເອັດສເຄ(SK) ຂອງບໍລິສັດ ເອັດສອີເອັດສ (SES) ກໍ່ສ້າງ ຄົບວົງຈອນ ຈໍາກັດ ຢູ່ບ້ານໂພນສະ ອາດ ເມືອງປາກຊັນ ເຊິ່ງໂຮງງານ ດັ່ງກ່າວສາມາດຜະລິດໝໍ້ແປງໄຟ ຟ້າ ໄດ້ພຽງພໍສໍາລັບການຊົມໃຊ້ພາຍ ໃນປະເທດ, ໄດ້ຖືກຮັບຮອງມາດຕະ ຖານໄອເອັດສໂອ (ISO), ຮັບ ຮອງເຄື່ອງໝາຍການຄ້າຈາກກະ ຊວງວິທະຍາສາດເຕັກໂນໂລຊີ ແລະ ເຄື່ອງໝາຍສິນຄ້າລາວ ເປັນທີ່ຮຽບ ຮ້ອຍແລ້ວ. ຈາກນັ້ນ, ກໍໄດ້ໄປ ຢ້ຽມຢາມຟາມງົວພູທອນ ຢູ່ບ້ານນາ ສົ້ມມໍ ເມືອງປາກຊັນ ເປັນຟາມລ້ຽງ ງົວສາຍພັນບາມັ່ນ ເຊິ່ງຈະໂຕໃຫຍ່ ກວ່າງົວທົ່ວໄປ, ປັດຈຸບັນມີງົວທັງ ໝົດ 80 ໂຕ, ປີໜຶ່ງເກີດລູກປະມານ 40 ກວ່າໂຕ. ພ້ອມທັງໄປຢ້ຽມ ຢາມໂຮງຮຽນມັດທະ ຍົມປາຍປາກ ຊັນ ແລະ ໄດ້ຮັບຟັງການລາຍງານ ຫຍໍ້ກ່ຽວກັບສະພາບລວມຂອງ ໂຮງຮຽນ, ວຽກງານທີ່ພົ້ນເດັ່ນໃນ ໄລຍະຜ່ານມາ ເປັນຕົ້ນ ການປັບປຸງ ສ້ອມແປງໂຮງຮຽນໃນປັດຈຸບັນທີ່ ໄດ້ຮັບທຶນຊ່ວຍເຫລືອຈາກກອງ ທຶນໜຶ່ງດວງໃຈບໍລິຄຳໄຊ ຊ່ວຍ ເຫລືອສັງຄົມ ລວມມູນຄ່າ 1 ຕື້ກວ່າ ກີບ.ໂອກາດນີ້,ທ່ານປະທານປະເທດ ຍັງໄດ້ມອບຄອມພີວເຕີ, ເຄື່ອງພິມ ເອກະສານ, ອຸປະກອນການຮຽນ- ການສອນ ແລະ ອຸປະກອນກິລາ ໃຫ້ໂຮງຮຽນມັດທະຍົມປາຍປາກ ຊັນຕື່ມອີກ. ຂ່າວ-ພາບ: ສີປະເສີດ ດັ່ງກ່າວໄດ້ເປັນຈຸດຢ້ຽມຢາມ, ທ່ອງ ທ່ຽວ ຂອງນະຄອນຫລວງວຽງຈັນ ແລະ ເປັນບ່ອນສຶກສາຮໍ່າຮຽນປະ ຫວັດສາດມູນເຊື້ອການຕໍ່ສູ້ອັນພິລະ ອາດຫານ, ລະອິດລະອ້ຽວຕ້ານຈັກ ກະພັດຜູ້ຮຸກຮານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ. ໃນປີ 2018 ເນື່ອງຈາກຫລັງຄາຂອງຫໍພິ ພິທະພັນດັ່ງກ່າວ ເລີ່ມຮົ່ວຊຶມເຮັດໃຫ້ ເພດານເສຍຫາຍ ແລະ ວັດຖຸວາງສະ ແດງກໍມີການປຽກຊຶມດ້ວຍອາຍນໍ້າ ໃນລະດູຝົນ ການບໍລິການໃຫ້ແຂກ ເຂົ້າຊົມກໍບໍ່ສາມາດດໍາເນີນໄດ້. ມາ ໃນປີ 2019 ໄດ້ເລີ່ມປັບປຸງຫລັງ ຄາ ແລະ ອາຄານວາງສະແດງ ຄືນ ໂດຍການຊ່ວຍເຫລືອດ້ານທຶນ ຮອນຈາກກະຊວງປ້ອງກັນປະເທດ ສສ ຫວຽດນາມ ເຊິ່ງການກໍ່ສ້າງ ແລະ ປັບປຸງຫໍພິພິທະພັນຄັ້ງນີ້ແບ່ງ ເປັນ 3 ໄລຍະ ລວມມູນຄ່າທັງໝົດ 4.631.755 ໂດລາສະຫະລັດ, ໄລຍະທຳອິດ ມີການດັດແກ້ຄວາມ ສູງຂອງຫລັງຄາ, ລະບົບຝາເຮືອນ ແມ່ນດັດແກ້ສ້າງເພີ່ມເປັນລະບົບ ແບບຝາສອງຊັ້ນ ເພື່ອກັນຄວາມ ຮ້ອນໃນອາຄານ, ໄດ້ເສີມຕື່ມເສົາ ກົມໃຫຍ່ອ້ອມຮອບດ້ານນອກຕື່ມ ອີກ 18 ເສົາ ແລະ ເສີມຕື່ມທໍ່ລະບາຍ ນໍ້າຝົນຈາກຫລັງຄາລົງດິນລວມມູນ ຄ່າການກໍ່ສ້າງ 1.575.000 ໂດລາ ສະຫະລັດ; ໄລຍະທີ 2 ກໍ່ສ້າງເຮືອນ ຮົ່ມໄວ້ວາງສະແດງເຮືອບິນ, ພາຫະ ນະຂົນສົ່ງທະຫານ, ປືນໃຫຍ່, ລົດ ຕັງ, ລູກບົ່ມ ແລະ ວັດຖຸເສິກອື່ນໆ. ນອກນັ້ນ, ຍັງມີລະບົບໄຟຟ້າເຍືອງ ອ້ອມຫໍພິພິທະພັນ, ລະບົບນໍ້າປະປາ, ກ້ອງວົງຈອນປິດ, ເຮືອນຂາຍເຄື່ອງ ທີ່ລະນຶກ, ປູເດີ່ນດ້ວຍເບຕົງເສີມ ເຫລັກແລະຫ້ອງນໍ້າສາທາລະນະອີກ ສອງຫລັງ ເປັນມູນຄ່າ 1.179.121 ໂດລາສະຫະລັດ ແລະ ສຳລັບໄລຍະ ທີ 3 ປັບປຸງສະເພາະການກໍ່ສ້າງ ຈັດວາງສະແດງຢູ່ພາຍໃນອາຄານ ເປັນມູນຄ່າ 1.877.634 ໂດລາສະ ຫະລັດ, ມາຮອດມື້ນີ້ການກໍ່ສ້າງປັບ ປຸງຫໍພິພິທະພັນປະຫວັດສາດກອງ ທັບປະຊາຊົນລາວ ໄດ້ສຳເລັດ. ພາບ: ເກດສະໜາ ຮອດປີ 2025 ໄດ້ຈັດຂຶ້ນໃນວັນທີ 13 ທັນວາ 2023 ທີ່ສະໂມສອນກະ ຊວງ ປກສ (ສະໜາມມ້າ) ພາຍ ໃຕ້ການເປັນປະທານຂອງທ່ານ ພົອ ວິໄລ ຫລ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງ ປກສ ໂດຍມີເຈົ້າແຂວງ, ຮອງ ເຈົ້າແຂວງ, ບັນດາການນໍາຂັ້ນສູງ ຈາກກະຊວງທີ່ກ່ຽວຂ້ອງ, ການນຳ ຂັ້ນສູງກະຊວງ ປກສ, ຫົວໜ້າກົມຮອງກົມອ້ອມຂ້າງກະຊວງ ແລະ ບັນດາ ປກສ ແຂວງ ເຂົ້າຮ່ວມ. ທ່ານ ພົອ ວິໄລ ຫລ້າຄຳຟອງ ໄດ້ກ່າວວ່າ: ສປປ ລາວ ໄດ້ເປີດ ກວ້າງກັບພາກພື້ນ ແລະ ສາກົນ ໄປຕາມທິດເຊື່ອມໂຍງ, ເຊື່ອມຈອດ ກັບບັນດາປະເທດ ເຊິ່ງເປັນເງື່ອນ ໄຂໃຫ້ ສປປ ລາວ ກາຍເປັນທາງ ຜ່ານຂອງການລັກລອບຄ້າຂາຍ, ຂົນສົ່ງຢາເສບຕິດ ແລະ ສານເຄມີ ຕົ້ນທີ່ເປັນສ່ວນປະສົມໃນການຜະ ລິດຢາເສບຕິດ. ສະພາບບັນຫາ ຢາເສບຕິດຢູ່ ສປປ ລາວ ໄດ້ແຜ່ລະ ບາດເປັນວົງກວ້າງແຕ່ຕົວເມືອງ ໄປສູ່ຊົນນະບົດ ໃນຫລາຍລະດັບທີ່ ແຕກຕ່າງກັນ ໄດ້ກາຍເປັນສາເຫດ ພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ, ຈໍານວນຄະດີຢາເສບຕິດ, ຜູ້ຖືກ ຫາ, ນັກໂທດ, ຜູ້ຕິດຢາເສບຕິດ ແລະ ຈໍານວນຢາເສບຕິດແຕ່ລະປະ ເພດທີ່ຢຶດ ແລະ ຈັບໄດ້ເພີ່ມຂຶ້ນຢ່າງ ໜ້າເປັນຫ່ວງໃນແຕ່ລະປີ, ເລ່ຫລ່ຽມ ການເຄື່ອນໄຫວຂົນສົ່ງ, ຄ້າຂາຍ, ຜະລິດຢາເສບຕິດມີລັກສະນະເລິກ ແລບແນບນຽນດ້ວຍຫລາຍວິທີ ການ-ຮູບການທີ່ສະລັບສັບຊ້ອນ, ມີການຈັດຕັ້ງເຄື່ອນໄຫວເປັນກຸ່ມ ເຄືອຂ່າຍແໜ້ນໜາ ເຊື່ອມໂຍງທັງ ພາຍໃນ ແລະ ຕ່າງປະເທດ, ນໍາ ໃຊ້ພາຫະນະ ແລະ ອຸປະກອນທີ່ທັນ ສະໄໝ ມີອາວຸດກຽມ ພ້ອມຕອບ ໂຕ້ກັບເຈົ້າໜ້າທີ່ຂອງພວກເຮົາ. ຕະຫລອດໄລຍະຜ່ານມາ, ລັດຖະ ບານ ໄດ້ຖືເອົາການແກ້ໄຂບັນຫາ ຢາເສບຕິດເປັນວຽກໜຶ່ງທີ່ສໍາຄັນ ແນໃສ່ເຮັດໃຫ້ປະຊາຊົນໃນທົ່ວສັງ ຄົມປອດໄພຈາກບັນຫາຢາເສບ ຕິດ ເພື່ອເຮັດໃຫ້ປະຊາຊົນລາວເຮົາ ມີຄວາມຜາສຸກຢູ່ດີກິນດີ; ກະຊວງ ປ້ອງກັນຄວາມສະຫງົບໄດ້ເປັນ ເຈົ້າການເພີ່ມທະວີ, ຍົກລະດັບ ການນໍາພາ-ຊີ້ນໍາການເຄື່ອນໄຫວ ພາລະບົດບາດເປັນໃຈກາງໃນການ ປະສານສົມທົບກັບບັນດາກະຊວງອົງການ ແລະ ທ້ອງຖິ່ນ ເພື່ອຈັດຕັ້ງ ຜັນຂະຫຍາຍວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ໄປຕາມ 3 ຫລັກການຄື: ເດັດຂາດ, ໂປ່ງໄສ, ມືອາຊີບ, ໄປຕາມຄໍາຂວັນ ທີ່ວ່າ: ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫລັກ ແລະ ໄປຕາມ 6 ວຽກຈຸດສຸມຂອງວາລະແຫ່ງຊາດ. ຜ່ານການເຄື່ອນໄຫວຕົວຈິງ ໃນ ໄລຍະເກືອບ 3 ປີ ຜ່ານມາ ພວກ ເຮົາກໍສາມາດຍາດໄດ້ຜົນສໍາເລັດ ໃນຫລາຍດ້ານ. ໃນໂອກາດດຽວກັນ, ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວ ໜ້າກົມໃຫຍ່ຕຳຫລວດກະຊວງ ປກສ ໄດ້ລາຍງານຜົນການເຄື່ອນ ໄຫວຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດໃນໄລຍະ 3 ປີ (20212023)ຕໍ່ກອງປະຊຸມວ່າ:ຜ່ານການ ເຄື່ອນໄຫວຕົວຈິງ ແຕ່ເດືອນກໍລະ ກົດ 2021- ພະຈິກ 2023 ສາມາດ ເຮັດສໍາເລັດໃນຫລາຍດ້ານເປັນ ຕົ້ນ ດ້ານການແກ້ໄຂ ແລະ ຕ້ານຢາ ເສບຕິດ ແມ່ນໄດ້ຊີ້ນຳໃນການປະ ຕິບັດໄປຕາມຄໍາຂວັນທີ່ວ່າ “ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫລັກການ” ເຫັນວ່າມີຜົນສໍາເລັດ ເປັນຢ່າງດີ. ໃນນີ້, ສາມາດແກ້ໄຂ ຄະດີຢາເສບຕິດໄດ້ທັງໝົດ11.558 ເລື່ອງ, ຈັບຜູ້ຖືກຫາໄດ້ 17.074 ຄົນ, ຍິງ 1.913 ຄົນ ເປັນຄົນຕ່າງ ປະເທດ 346 ຄົນ, ຍິງ 24 ຄົນ, ຢືດຢາບ້າໄດ້ 330.751.984 ເມັດ, ຢາບ້າເປັນຝຸ່ນ 59,52 ກິໂລ ກຣາມ ນໍ້າໜັກລວມ 33.134,71 ກິໂລກຣາມ, ຢາໄອສ 8.712,72 ກິໂລກຣາມ, ເຮໂຣອິນ 800,86 ກິໂລກຣາມ, ຄັນຊາ 21.566,41 ກິໂລກຣາມ, ຢາຝິ່ນ 386,39 ກິ ໂລກຣາມ, ຢາອີ 8.575 ເມັດ ກັບ 31 ກິໂລກຣາມ, ແປ້ງຝຸ່ນປະສົມ ຢາເສບຕິດ 51.169,52 ກິໂລ ກຣາມ, ເຄຕາມິນ 2.977,53 ກິ ໂລກຣາມ, ໂຄເຄນ 3 ກິໂລກຣາມ, ຄາເຟອິນ 168 ກຣາມ, ນໍ້າຢາ ສານເຄມີ 10,84 ກຣາມ ແລະ ນໍ້າກົດ 9.400 ລິດ, ຢຶດລົດໃຫຍ່ໄດ້ 384 ຄັນ, ລົດຈັກ 1.932 ຄັນ, ເຮືອ 6 ລຳ, ອາວຸດປືນ 73 ກະບອກ, ລູກປືນ 1.496 ລູກ, ໝາກແຕກ 1 ໜ່ວຍ ແລະ ຍັງສາມາດແກ້ໄຂຈຸດ ມົ້ວສຸມຮ້ານບັນເທີງຢູ່ບັນດາຕົວ ເມືອງໃຫຍ່ອີກຫລາຍແຫ່ງ. ດ້ານການບຳບັດປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດໄດ້ມີ ຜູ້ຕິດຢາເສບຕິດເຂົ້າມາປິ່ນປົວຢູ່ ສູນບຳບັດປິ່ນປົວ ແລະ ຟື້ນຟູສຸຂະ ພາບຜູ້ຕິດຢາເສບຕິດ 13 ແຫ່ງ ມີ ທັງໝົດ12.275ຄົນ, ຍິງ459ຄົນ. ໃນນີ້, ປິ່ນປົວດີແລ້ວກັບຄືນບ້ານມີ ທັງໝົດ 9.396 ຄົນ ຍິງ 374 ຄົນ, ຍັງສືບຕໍ່ປິ່ນປົວ 2.879 ຄົນ, ຍິງ 85 ຄົນ). ປັດຈຸບັນ, ກຳລັງປັບປຸງ 3 ສູນປິ່ນປົວຜູ້ຕິດຢາເສບຕິດ ຄື: ສູນບຳບັດປິ່ນປົວຜູ້ຕິດຢາເສບຕິດ ແຂວງຜົ້ງສາລີ, ຊຽງຂວາງ ແລະ ແຂວງສະຫວັນນະເຂດ, ກຳລັງກໍ່ ສ້າງເພີ່ມອີກ 2 ແຫ່ງຄື: ສູນບຳ ບັດປິ່ນປົວຜູ້ຕິດຢາເສບຕິດ ແຂວງ ເຊກອງ ແລະ ສູນບໍາບັດປິ່ນປົວຜູ້ ຕິດຢາເສບຕິດແຂວງວຽງຈັນ. ສຳລັບທິດທາງແຜນການ ຮອດປີ 2025 ແມ່ນສືບຕໍ່ຈັດຕັ້ງປະ ຕິບັດໄປຕາມ 6 ວຽກຈຸດສຸມເປັນ ຕົ້ນ ສ້າງຄວາມຮັບຮູ້ໃນທົ່ວສັງ ຄົມດ້ວຍການສຶກສາອົບຮົມໂຄສະ ນາເຜີຍແຜ່ລະບຽບກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດໃຫ້ກວ້າງ ຂວາງ, ສ້າງບ້ານ, ໂຮງຮຽນ, ສະ ຖາບັນການສຶກສາປອດຢາເສບຕິດ ໃຫ້ຫລາຍຂຶ້ນ, ສ້າງຫລັກສູດການ ຮຽນ-ການສອນກ່ຽວກັບການ ປ້ອງກັນ, ສະກັດກັ້ນບັນຫາຢາເສບ; ສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ; ປັບປຸງກົງ ຈັກການຈັດຕັ້ງ ແລະ ຍົກລະດັບ ຄວາມສາມາດໃນການເຄື່ອນໄຫວ ເຮັດໜ້າທີ່ການເມືອງ ຂອງອົງ ການສືບສວນ-ສອບສວນ, ໄອຍະ ການປະຊາຊົນ, ສານປະຊາຊົນ, ອົງການປະຕິບັດຄໍາຕັດສິນຂອງ ສານ ແລະ ພາກສ່ວນກ່ຽວຂ້ອງ ຕໍ່ການແກ້ໄຂບັນຫາຢາເສບຕິດ; ຍົກສູງປະສິດທິພາບດ້ານການ ຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະ ຕິບັດຮອບດ້ານໃນວຽກງານແກ້ໄຂ ບັນຫາຢາເສບຕິດ; ປັບປຸງຂີດຄວາມ ສາມາດການເຄື່ອນໄຫວເຮັດໜ້າ ທີ່ຂອງລະບົບການເມືອງແຕ່ລະຂັ້ນ ເພື່ອນຳພາ-ຊີ້ນຳການແກ້ໄຂບັນຫາ ຢາເສບຕິດທີ່ເກີດຂຶ້ນຢູ່ໃນຂອບເຂດ ຄວາມຮັບຜິດຊອບ ແລະ ເພີ່ມທະວີ ການຮ່ວມມືກັບສາກົນ. ໃນກອງປະຊຸມ, ບັນດາຜູ້ຕາງ ໜ້າຕາງໜ້າຈາກກະຊວງປ້ອງກັນ ປະເທດ, ກະຊວງຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງ ກະສິກໍາ ແລະ ປ່າໄມ້, ກະຊວງການ ເງິນ ແລະ ຕາງໜ້າຈາກບັນດາ ແຂວງ ກໍໄດ້ພ້ອມກັນປະກອບຄຳ ຄິດ, ແລກປ່ຽນບົດຮຽນ, ແລກປ່ຽນ ເຕັກນິກວິທີການ, ແລກປ່ຽນຄວາມ ຮູ້ ແລະ ສະພາບການບັນຫາຢາເສບ ຕິດໃນຂົງເຂດຄວາມຮັບຜິດຊອບ ເພື່ອຮ່ວມກັນປືກສາຫາລືຊອກຫາວິ ທີການແກ້ໄຂຮ່ວມກັນຢ່າງກົງໄປ ກົງມາ, ເລິກເຊິ່ງເຖິງຖ່ອງ ເພື່ອ ເຮັດໃຫ້ການແກ້ບັນຫາຢາເສບຕິດ ໃນຕໍ່ໜ້າໄດ້ຮັບຜົນສຳເລັດຕາມລະ ດັບຄາດໝາຍທີ່ວາງໄວ. ຂ່າວ: ກົມສື່ມວນຊົນ ປກສ, ພາບ: ກິດຕາ ພາຍໃຕ້ການເປັນປະທານ ຂອງ ສປປ ລາວ, ລວມທັງການກຽມ ຄວາມພ້ອມໃນດ້ານຕ່າງໆ ເພື່ອຮັບ ປະກັນຜົນສໍາເລັດຂອງການເປັນ ເຈົ້າພາບ ແລະ ປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການເຜີຍແຜ່ກ່ຽວກັບ ຄວາມໝາຍຄວາມສຳຄັນ ແລະ ເປົ້າໝາຍໃນການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024, ລວມທັງຄຳຂວັນການເປັນ ປະທານອາຊຽນຂອງ ສປປ ລາວ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ແລະ ບັນດາບຸລິມະສິດປິ່ນອ້ອມການ ສົ່ງເສີມການເຊື່ອມຈອດ ແລະ ການ ສົ່ງເສີມຄວາມເຂັ້ມແຂງ ກໍຄື ພາຍ ໃຕ້ 3 ເສົາຄໍ້າອາຊຽນຄື: ເສົາຄໍ້າປະ ຊາຄົມການເມືອງ-ຄວາມໝັ້ນຄົງ ອາຊຽນ, ເສົາຄໍ້າປະຊາຄົມເສດ ຖະກິດອາຊຽນ ແລະ ເສົາຄໍ້າປະຊາ ຄົມວັດທະນະທໍາ-ສັງຄົມອາຊຽນ. ພ້ອມນີ້, ທ່ານປະທານຍັງໄດ້ຍົກ ໃຫ້ເຫັນບົດບາດອັນສໍາຄັນຂອງ ສປປ ລາວ ໃນການເປັນປະທາ ນກອງປະຊຸມທີ່ສໍາຄັນໃນລະດັບ ຕ່າງໆ ໂດຍສະເພາະລະດັບຜູ້ນໍາ ຂອງປະເທດສະມາຊິກອາຊຽນ ແລະ ກອງປະຊຸມລະດັບຜູ້ນຳລະ ຫວ່າງ ອາຊຽນ ແລະ ຄູ່ເຈລະຈາ ຊຶ່ງ ສປປ ລາວ ຈະໄດ້ນໍາພາ ແລະ ເຮັດວຽກຮ່ວມກັບປະເທດສະມາ ຊິກອາຊຽນ ໃນການປຶກສາຫາລື ການຮ່ວມມືໃນຂົງເຂດຕ່າງໆ ແລະ ການຮັບຮອງບັນດາເອກະສານ ອາຊຽນທີ່ສໍາຄັນ ແລະ ການຈັດຕັ້ງ ປະຕິບັດບັນດາກິດຈະກຳພາຍໃຕ້ ຂອບການຮ່ວມມືອາຊຽນ ເພື່ອນໍາ ຜົນປະໂຫຍດສູງສຸດມາສູ່ອາຊຽນ ໂດຍສະເພາະແມ່ນ ສປປລາວ. ສປປ ລາວ ເຂົ້າເປັນສະມາຊິກ ອາຊຽນ ໃນວັນທີ 23 ກໍລະກົດ 1997. ໃນໄລຍະຜ່ານມາ ສປປ ລາວ ເຄີຍໄດ້ຮັບກຽດເປັນປະທານ ອາຊຽນ ມາແລ້ວ 2 ຄັ້ງຄື: ຄັ້ງ ທຳອິດ ໃນປີ 2004-2005 ແລະ ຄັ້ງທີ 2 ໃນປີ 2016. ສຳລັບ ການເປັນປະທານ ອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ນີ້, ຈະເລີ່ມແຕ່ວັນ ທີ 1 ມັງກອນ ເຖິງວັນທີ 31 ທັນວາ 2024; ການດຳເນີນການເປັນປະ ທານອາຊຽນຂອງ ສປປ ລາວ ໃນປີ 2024 ແມ່ນຮຽກຮ້ອງໃຫ້ທຸກພາກ ສ່ວນໃນສັງຄົມລາວ ທັງພາກລັດ, ພາກເອກະຊົນ ແລະ ພໍ່ແມ່ປະຊາ ຊົນ ນັບແຕ່ສູນກາງຈົນຮອດທ້ອງ ຖິ່ນ ພ້ອມກັນເປັນເຈົ້າພາບທີ່ດີ ເພື່ອໃຫ້ການເປັນປະທານອາຊຽນ ຂອງ ສປປ ລາວ ສາມາດບັນລຸຈຸດ ປະສົງ ແລະ ເປົ້າໝາຍທີ່ວາງອອກ. ໃນໂອກາດລົງເຄື່ອນໄຫວເຮັດ ວຽກຢູ່ຈຳປາສັກຄັ້ງນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ, ໃນຖານະ ເປັນຫົວໜ້າຄະນະກຳມະການ ອຳນວຍຄວາມສະດວກທາງດ້ານ ການຄ້າ ແລະ ການຂົນສົ່ງຂັ້ນ ສູນກາງ ໄດ້ເຮັດວຽກກັບຂະແໜງ ການກ່ຽວຂ້ອງຈາກສູນກາງ ແລະ ແຂວງຈຳປາສັກ ເພື່ອຊຸກຍູ້ ແລະ ປຶກສາຫາລື ກ່ຽວກັບການບໍລິການ ທ່າບົກດ່ານວັງເຕົ່າ ໃຫ້ມີຄວາມ ສະດວກແລະສອດຄ່ອງກັບລະບຽບ ໃນການອຳນວຍຄວາມສະດວກ ຂອງທ່າບົກ ແລະ ໄດ້ຢ້ຽມຊົມຈຸດ ຄ່ຽນຖ່າຍສິນຄ້າກະສິກຳ. ນອກ ຈາກນີ້, ຍັງໄດ້ເຄື່ອນໄຫວຢ້ຽມ ຢາມພື້ນຖານການຜະລິດຂອງ ແຂວງຈຳປາສັກ ໂດຍສະເພາະແມ່ນ ການສົົ່ງເສີມການປູກຝັງ ແລະ ລ້ຽງສັດໃຫ້ເປັນສິນຄ້າສົ່ງອອກ ໄປຕ່າງປະເທດ ເພື່ອປະກອບສ່ວນ ໃນການສ້າງວຽກເຮັດງານທຳ ໃຫ້ ປະຊາຊົນໃນທ້ອງຖິ່ນ ແລະ ປະ ກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ກໍຄື ຂອງປະເທດຊາດ ໃຫ້ມີຄວາມເຂັ້ມ ແຂງເທື່ອລະກ້າວ. ຫລາຍ ເພື່ອສົ່ງເສີມປີທ່ອງທ່ຽວ ລາວ. ທ່ານ ບຸນຄົງ ຫລ້າ ຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ແຂວງອຸດົມໄຊ ປະກອບມີ 12 ຊົນ ເຜົ່າທີ່ດໍາລົງຊີວິດຢູ່ຮ່ວມກັນ ເຊິ່ງ ແຕ່ລະເຜົ່າລ້ວນແຕ່ມີວັດທະນະທໍາ ຮີດຄອງປະເພນີອັນດີງາມ, ມີພາ ສາປາກເວົ້າທີ່ເປັນເອກະລັກສະ ເພາະຂອງຕົນເອງ. ດ້ວຍຄວາມອຸ ດົມສົມບູນໄປວັດທະນະທຳຂອງບັນ ດາເຜົ່ານັ້ນ, ການນຳແຂວງດັ່ງກ່າວ ຈຶ່ງໄດ້ກຳນົດເອົາບຸນເຜົ່າກຶມມຸ, ເຜົ່າ ມົ້ງ, ເຜົ່າຫໍ້ແລະ ເຜົ່າໄຕດໍາ ທີ່ຈັດຂຶ້ນ ຢູ່ໃນໄລຍະໃກ້ຄຽງກັນ ເພື່ອສົ່ງເສີມ ການທ່ອງທ່ຽວຕິດຕັນກັບການທ່ອງ ທ່ຽວທຳມະຊາດ ແລະ ປະຫວັດສາດ ໄປພ້ອມໆກັນໃນປີທ່ອງທ່ຽວລາວ. ທ່ານ ເຈົ້າແຂວງຍັງໃຫ້ຮູ້ຕື່ມວ່າ: ບຸນປະເພນີບັນດາເຜົ່າຂອງແຂວງ ອຸດົມໄຊ ມີຫລາຍກິດຈະກຳໃຫ້ນັກ ທ່ອງທ່ຽວໄດ້ທ່ຽວຊົມ ໂດຍສະເພາະ ແມ່ນການວາງສະແດງ ແລະ ຈໍາ ໜ່າຍສິນຄ້າ, ຕະຫລາດນັດຈາກໃນ ແລະ ຕ່າງປະເທດ; ຈັດການປະກວດ ຜະລິດຕະພັນກະສິກໍາເຊັ່ນ: ງົວງາມ ແລະ ພືດຜົນຜະລິດກະສິກໍາຕ່າງໆ. ພ້ອມທັງຊົມບັນ ດາກິດຈະກໍາຕ່າງໆ ຂອງ 4 ເຜົ່າຄື: ເຜົ່າກຶມມຸ, ເຜົ່າມົ້ງ, ເຜົ່າໄຕດໍາ ແລະ ເຜົ່າຫໍ້ທີ່ສະແດງເຖິງ ວັດທະນະທໍາ, ວິຖີດໍາລົງຊີວິດ,ຮີດ ຄອງປະເພນີ ອັນດີງາມຂອງບັນດາ ເຜົ່າ; ຊົມການສະແດງຄອນເສີດ ນັກຮ້ອງທີ່ມີຊື່ສຽງ ຈາກພາຍໃນ ແລະຕ່າງປະເທດຕິດພັນກັບການປະ ກວດນາງສາວປີທ່ອງທ່ຽວ ແຂວງ ອຸດົມໄຊ 2024. ແຂວງອຸດົມໄຊ ຍັງມີແຫລ່ງທ່ອງທ່ຽວທາງທໍາມະ ຊາດ, ປະຫວັດສາດ ແລະ ວັດທະນະ ທໍາຫລາກຫລາຍທີ່ມີຊື່ສຽງເຊັ່ນ: ສະຖານທີ່ທ່ອງທ່ຽວທໍາມະຊາດ ນໍ້າກັດຢໍລະປ່າ, ຖໍ້າຈອມອອງ, ວັດ ພະເຈົ້າສິງຄໍາເມືອງຫລາ ເຊິ່ງໄດ້ ຮັບຄວາມສົນໃຈຈາກນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດເຂົ້າມາ ທ່ອງທ່ຽວຢ່າງໜາແໜ້ນໃນແຕ່ລະ ມື້. ດັ່ງຄໍາຂວັນທີ່ວ່າ “ທ່ຽວແຂວງ ອຸດົມໄຊ ໄປຊົມທໍາມະຊາດນໍ້າກັດ ຍໍລະປ່າ, ຊົມວັດທະນະທໍາບັນດາ ເຜົ່າ, ໄຫວ້ພຣະເຈົ້າສິງຄໍາ,ດື່ມນໍ້າຊາ ພັນປີ, ຂີ່ເຮືອຊົມທໍາມະຊາດແມ່ ນໍ້າຂອງ”. ແຂວງອຸດົມໄຊ ເປັນແຂວງໜຶ່ງທີ່ ຕັ້ງຢູ່ໃຈກາງບັນດາແຂວງ 5 ແຂວງ ພາກເໜືອ, ມີເສັ້ນທາງຄົມມະນາຄົມ ເຊື່ອມຕໍ່ກັບບັນດາແຂວງພາກເໜືອ ແລະ ເຊື່ອມຕໍ່ອອກໄປສູ່ຕ່າງປະເທດ ເຊັ່ນ: ຫວຽດນາມ, ໄທ ແລະ ຈີນ. ພິ ເສດ ແມ່ນມີເສັ້ນທາງລົດໄຟລາວຈີນຜ່ານ3 ເມືອງ ແລະມີ3ສະຖານີ, ມີສາຍການບິນພາຍໃນປະເທດ ເຊິ່ງມີຄວາມສະດວກໃນການເດີນ ທາງເຂົ້າມາແຂວງອຸດົມໄຊ. ດາຜູ້ເຂົ້າຮ່ວມກ່ຽວກັບການເປັນ ປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍໄດ້ເນັ້ນເຖິງ ຄວາມໝາຍຄວາມສໍາຄັນໃນການ ເປັນປະທານອາຊຽນ ກໍຄື ການຄັດ ເລືອກເອົາຄຳຂວັນ ແລະ ບຸລິມະສິດ
RkJQdWJsaXNoZXIy MTc3MTYxMQ==