xtgmf]k; 6 13/12/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d gxu fgmltdkocsj rtw8xu fq d ln [lko;a fmtotme ]e;q 'lk]t;a o ໂດຍ: ເກີດຂວັນໃຈ ມາລີຈັນສີ ,u oa dmj v'mj P; 2 ra od;j k7q o g0Q kIj ;,[5 o,t3s]kovk-Po{puj x5j o * ບຸນມະໂຫລານອາຊຽນ-ຍີ່ປຸ່ນ ສະເຫລີມສະຫລອງ 50 ປີ ແຫ່ງສາຍ ພົວພັນອາຊຽນ-ຍີ່ປຸ່ນ ແລະ ສົ່ງຕໍ່ສາຍ ສຳພັນທີ່ຮຸ່ງເຮືອງ ແລະ ຍາວນານ ໃຫ້ຄົນຮຸ່ນຄົນໄປໄດ້ຈັດຂຶ້ນ ທີ່ນະຄອນ ຫລວງວຽງຈັນ ໃນວັນທີ 11 ທັນວາ 2023. ບຸນມະໂຫລານອາຊຽນ-ຍີ່ປຸ່ນ ໄດ້ຮັບຄວາມສົນໃຈຈາກປະຊາຊົນ, ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະ ເທດ 2.500 ຄົນ ໄດ້ສຳຜັດກັບແສງສີ, ສຽງເພງ ແລະ ລົດຊາດຂອງ ອາຫານ ຍີ່ປຸ່ນ ແລະ ບັນດາປະເທດອາຊຽນ. ບຸນມະໂຫລານອາຊຽນ-ຍີ່ປຸ່ນ ໄດ້ ຈັດຂຶ້ນ ທີ່ເດີ່ນສູນການຄ້າພາກຊັນ, ຂປລ. ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ງານແຫ່ພະ ໄຕຣປີດົກ ສືບສານວັດທະນະທຳ ລຳວົງສາລະວັນ ເປີດຂຶ້ນຢ່າງເປັນ ທາງການ ໃນຕອນເຊົ້າຂອງວັນທີ8 ທັນວາ 2023 ໂດຍການເຂົ້າຮ່ວມ ຂອງ ທ່ານ ດາວວົງ ພອນແກ້ວ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວັນໄຊ ເພັງຊຸມມາ ຮອງຫົວໜ້າຫ້ອງ ວ່າການສູນກາງພັກ, ທ່ານນາງ ສວນ ສະຫວັນ ວິຍະເກດ ລັດຖະມົນຕີກະ ຊວງຖະແຫລງຂ່າວ, ວັດທະນະທຳ ລະຫວ່າງການເປີດງານດັ່ງກ່າວ, ທ່ານ ໂຄບະຢະຊິ ໄດ້ເນັ້ນໜັກວ່າຍີ່ປຸ່ນ ຈະຮ່ວມວາງ ແນວທາງໃນອະນາຄົດ ຂອງສາຍພົວພັນ ອາຊຽນ-ຍີ່ປຸ່ນ ແລະ ວິໄສທັດໃໝ່ ສຳລັບການຮ່ວມມືທີ່ ກອງປະຊຸມສຸດຍອດຄັ້ງພິເສດ ເຊິ່ງ ຈະຈັດຂຶ້ນທີ່ນະຄອນຫລວງໂຕກຽວ ແຕ່ວັນທີ 16-18 ທັນວາ. ທ່ານທູດຍັງໄດ້ສະແດງຄວາມຫວັງ ທີ່ຈະເພີ່ມທະວີຮັດແໜ້ນສາຍພົວພັນ ອາຊຽນ-ຍີ່ປຸ່ນແລະຍົກລະດັບສາຍສຳ ພັນຂອງສອງປະເທດໃຫ້ ສູງຂຶ້ນກວ່າ ເກົ່າ ເນື່ອງໃນໂອກາດທີ່ປະເທດລາວ ຈະເປັນເຈົ້າພາບຈັດກອງປະຊຸມອາ ຊຽນໃນປີໜ້າ ແລະ ທັງສອງປະເທດ ຈະສະເຫລີມສະຫລອງວາລະຄົບຮອບ 70 ປີ ແຫ່ງ ການສ້າງຕັ້ງສາຍພົວພັນ ການທູດ ໃນປີ 2025. ບຸນດັ່ງກ່າວມີ ການສະແດງວັດທະ ນະທຳ ໃນຕອນບ່າຍຂອງວັນສຸກກັບ ຄອນເສິີດສຸດອະລັງການ. ນັ້ນຄືການ ສະແດງ ດົນຕີອັນໜ້າຕື່ນເຕັ້ນທີ່ຊື່ວ່າ ຊາກຸ ຮາຈິ (ຂຸ່ຍໄມ້ໄຜ່ພື້ນ ເມືອງຂອງ ຍີ່ປຸ່ນ) ໂດຍທ່ານ ໂຢຊຶ ເກະ ອິລິເອະ, ນັກດົນຕີຊາກຸຮາຈິ ທີ່ມີຊື່ສຽງ. ສະ ຕາຍການສະແດງຂອງລາວ ເປັນນະ ວັດຕະກຳທີ່ປະສົມປະສານເຕັກນິກ ພື້ນເມືອງເຂົ້າ ກັບສະໄໝເຕັກນິກປັດ ຈຸບັນພາໃຫ້ເກີດສຽງທີ່ເປັນເອກະລັກ ແລະ ຈັບໃຈຄົນຟັງ. ພ້ອມນີ້ຄອນເສີດຍັງໜ້າຕື່ນເຕັ້ນ ຂຶ້ນຕື່ມ ອີກເມື່ອນັກຮ້ອງ ແລະ ສິລະປິນ ຊື່ດັງຂອງປະເທດລາວຄື ອະລຸນາ, ອາລີ້, ຕ່າຍ ອາກາດ ແລະ ແບລັກອາຍ ປາກົດຕົວເທິງເວທີ ແລະ ສະແດງຢ່າງ ຊາບຊຶ້ງ ແລະຫລາກຫລາຍອາລົມເຮັດ ໃຫ້ໄດ້ຮັບສຽງຕົບມືຢ່າງຍືດຍາວຈາກ ຜູ້ຊົມກຸ່ມໃຫຍ່. ອະລິຍາ ອິນທະວົງ ໄດ້ ແບ່ງປັນປະສົບການຢ້ຽມຢາມ ປະ ເທດຍີ່ປຸ່ນ ໃນຖານະຕົວແທນປະເທດ ລາວທີ່ງານປະກວດນາງງາມ Miss International Beauty Pageant 2023 ທີ່ນະຄອນຫລວງໂຕກຽວ ແລະ ໄດ້ນຳສະເໜີແຫລ່ງທ່ອງທ່ຽວ ໃນປະເທດ ຍີ່ປຸ່ນຮ່ວມກັບອົງການ ທ່ອງທ່ຽວແຫ່ງຊາດຍີ່ປຸ່ນ (JNTO) ປະຈຳ ບາງກອກ. ອາສາສະໝັກຫລາຍກວ່າ 10 ກຸ່ມ ທີ່ມີທັງນັກຮຽນປະຖົມແລະມັດທະຍົມ ໄດ້ສະແດງຄວາມສາມາດດ້ານດົນຕີ ແລະ ການເຕັ້ນອັນດຶງດູດຈິດໃຈຂອງ ຜູ້ຊົມ. ສະຫະພັນຢູໂດລາວ, ສະຫະພັນ ຄາຣາເຕໂດ ລາວ, ສະມາຄົມໄອກິໂດ ລາວ ແລະ ສະມາຄົມເຄັນໂດລາວ ໄດ້ ສະແດງ ໃຫ້ເຫັນເຖິງຈິດວິນຍານຂອງ ບຸໂດ ຜ່ານການສາທິດສິລະປະການ ປ້ອງກັນຕົວຂອງຍີ່ປຸ່ນ. ອາສາສະໝັກ JICA ກໍໄດ້ເຮັດໃຫ້ຜູ້ຊົມຕ້ອງຕົກ ຕະລຶງກັບການສາທິດເຄັນໂດ ແລະ ສິ ລະປະການຂຽນຕົວອັກສອນ ຍີ່ປຸ່ນ. ນອກຈາກນັ້ນກໍຍັງມີການຮ້ອງ ເພງ,ການເຕັ້ນແລະການແຂ່ງຂັນຕອບ ຄຳຖາມກ່ຽວກັບ 50 ປີແຫ່ງການສ້າງ ຕັ້ງສາຍພົວມິດຕະພາບ ແລະ ການ ຮ່ວມມື ອາຊຽນ-ຍີ່ປຸ່ນ ເຊິ່ງຜູ້ເຂົ້າຮ່ວມ ແຂ່ງຂັນກັນຕອບເອົາຂອງລາງວັນຕໍ່ ໜ້າຜູ້ຊົມຈຳນວນຫລາຍ. ໃນຕອນ ທ້າຍຂອງງານ, ນັກຄອສເພລລາວໄດ້ ແຕ່ງຕົວເປັນຕົວລະຄອນໃນກາຕູນຍີ່ ປຸ່ນ ຢ່າງຫລາກຫລາຍ ແລະ ສະແດງ ຮ້ອງເພງແລະ ເຕັ້ນແລະ ປິດງານດ້ວຍ ການສະແດງແຟຊັນອັນໜ້າປະທັບໃຈ. ໃນງານບັນດາອົງການທີ່ກ່ຽວ ຂ້ອງກັບອາຊຽນ ແລະ ຍີ່ປຸ່ນ ແລະ ບັນ ດາສະຖານທູດໄດ້ອອກບູດວາງສະ ແດງ ແລະ ມອບຮອຍຍິ້ມໃຫ້ກັບຜູ້ທີ່ ມາຢ້ຽມຊົມຜ່ານສິ່ງຂອງວາງສະແດງ ແລະ ກິດຈະກຳທາງວັດ ທະນະທຳທີ່ ຫລາກຫລາຍ. ງານບຸນມະໂຫລານອາຊຽນ-ຍີ່ປຸ່ນ ຈັດຂຶ້ນໂດຍສະຖານທູດຍີ່ປຸ່ນປະຈຳ ສປປ ລາວ ໂດຍຮ່ວມມືກັບຫ້ອງການ ມູນນິທິຍີ່ປຸ່ນປະຈຳນະຄອນຫລວງ ວຽງຈັນ, ຫ້ອງການ JICA ປະຈຳ ລາວ, ສະຖານບັນລາວ-ຍີ່ປຸ່ນ (LJI), ສູນການ ຊາວໜຸ່ມປະຊາຊົນປະຕິວັດ ລາວ ແລະ ອົງການມິສອິນເຕີເນຊັນ ນອລລາວ. ແລະ ການທ່ອງທ່ຽວ ແລະ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ, ທ່ານ ເຄັນອິຈິ ໂຄ ບະຢະຊິ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ. -u ;y f{;a fmtotme ເຈົ້າແຂວງໆສາລະວັນ, ມີພຣະເຖ ລານຸເຖລະ, ບັນດາການນຳຂອງ ແຂວງ, ເມືອງ ແລະ ມວນຊົນແຂວງ ສາລະວັນ ເຂົ້າຮ່ວມ. ທ່ານ ດາວວົງ ພອນແກ້ວ ໃຫ້ ຮູ້ວ່າ: ການຈັດງານດັ່ງກ່າວນີ້ເປັນ ພື້ນຖານສຳຄັນຮອງຮັບໃຫ້ແກ່ ປີ ທ່ອງທ່ຽວລາວ 2024 ພາຍໃຕ້ຄຳ ຂວັນ “ທ່ອງທ່ຽວລາວປອດໄພ ຊື່ນໃຈໃນວັດທະນະທຳ ທຳມະ ຊາດ ແລະ ປະຫວັດສາດ” ເປັນກິດ ຈະກໍາລະດັບຊາດ ທີ່ໄດ້ກໍານົດເປັນ ປະຕິທິນທ່ອງທ່ຽວຂອງລາວ ແລະ ຂອງແຂວງສາລະວັນ ໃນປີ 2024. ການຈັດງານແຫ່ພະໄຕປີດົກ ສືບ ສານວັດທະນະທຳລຳວົງສາລະວັນ ເປັນການສືບຕໍ່ປົກປັກ-ຮັກສາ ຫໍໄຕ ປີດົກ, ພະໄຕປີດົກ-ຄໍາສອນທາງ ສາສະໜາ, ມູນມໍລະດົກທ້ອງຖິ່ນ, ຂອງຊາດ ໃຫ້ມີຄວາມຍືນຍົງ ແລະ ໃຫ້ຮຸ່ນລູກ - ຮຸ່ນຫລານ ໄດ້ເຫັນເຖິງ ຄຸນຄ່າຂອງບັນພະບູລຸດ ທີ່ໄດ້ສ້າງ ໄວ້, ທັງເປັນຄັງຄວາມຮູ້ເກັບມ້ຽນ ພະທໍາຄຳສັ່ງສອນຂອງພະພຸດທະ ເຈົ້າ, ເປັນມໍລະດົກມິ່ງເມືອງ, ເປັນ ສັນຍາລັກສູນລວມນ້ຳໃຈຂອງພີ່ ນ້ອງປະຊາຊົນບັນດາເຜົ່າ, ເປັນສະ ຖານທີ່ສັກສິດກາບໄຫວ້ເຄົາລົບບູ ຊາ ແລະ ຈະກາຍເປັນແຫລ່ງທ່ອງ ທ່ຽວທາງດ້ານວັດທະນະທຳ ແລະ ປະຫວັດສາດຂອງແຂວງ. ທ່ານ ດາວວົງ ພອນແກ້ວ ໄດ້ ຮຽກຮ້ອງໃຫ້ທຸກພາກສ່ວນໃນ ສັງຄົມ ເອົາໃຈໃສ່ຄຸ້ມຄອງ-ນຳໃຊ້- ສຶກສາ, ຮັກສາຫໍໄຕຣປີດົກ, ພຣະ ໄຕ ປີດົກ ແລະ ໜັງສືຜູກໃບລານ ເພື່ອເປັນມໍລະດົກຕົກທອດໃຫ້ແກ່ ຄົນຮຸ່ນຫລັງແລະ ເກີດຜົນປະໂຫຍດ ສູງສຸດ ຕາມຄວາມຄາດຫວັງທີ່ ວາງໄວ້, ຮຽກຮ້ອງທຸກຄົນໃນສັງ ສ້າງສິ່ງອໍານວຍຄວາມສະດວກ ຕ່າງໆພາຍໃນວັດສີມຸງຄຸນບ້ານວັດ ກາງ ໃຫ້ສົມກັບເປັນວັດຫລວງສຳ ຄັນຂອງແຂວງສາລະວັນ. ການແຫ່ພຣະໄຕປີດົກ ໄດ້ເລີ່ມ ແຫ່ຈາກສະຖານທີ່ຈັດງານ (ໜ້າ ປກສແຂວງ)ເຂົ້າໄປສູ່ຫໍໄຕຣປີດົກ ວັດສີມຸງຄຸນ (ວັດກາງ) ໂດຍມີຂະ ບວນກ້ອນກຳລັງຂອງພະສົງ-ສາ ມະເນນ, ການນຳຂັ້ນແຂວງ ແລະ ເມືອງ ແຫ່ພະໄຕຣປິດົກ 45 ເຫລັ້ມ, ຂະບວນແຫ່ຜາສາດເຜິ້ງ-ຕົ້ນກາ ລະພຶກ ແລະ ຂັນໝາກເບັງ. ພາຍໃນ ງານ ຍັງມີການວາງສະແດງຜະລິດ ຕະພັນສິນຄ້າພາຍໃນຕ່າງໆ ທັງ ໝົດ 59 ຮ້ານ, ພິເສດມີຜະລິດ ຕະພັນສິນໂອດັອບບັນດາເມືອງທົ່ວ ແຂວງ ເຂົ້າຮ່ວມວາງສະແດງ, ພ້ອມກັນນີ້, ຍັງມີກິດຈະກຳປະ ກວດນັກຮ້ອງສຽງດີ, ໝໍລຳສຽງ ມ່ວນ, ການສະແດງສິລະປະ ຈາກ ສູນວັດທະນະທຳເດັກ, ຊົມການ ເດີນແບບຊຸດອາພອນເພດບັນດາ ເຜົ່າທົ່ວແຂວງ ແລະ ການສະແດງ ໝໍລຳເລື່ອງພື້ນເມືອງຕື່ມອີກ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ຄົມສືບຕໍ່ເປັນກຳລັງສັດທາ, ປະ ກອບສ່ວນທຶນຮອນ ເຂົ້າໃນການກໍ່
RkJQdWJsaXNoZXIy MTc3MTYxMQ==