5767

xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 13/12/2023 dt-;' Ill c]t c0;'-5 '-v'oe3f l gdq ks]u ln [8+ Ij ;,,n lv'/j kp m6 f]k; pn j olko8k8A '8+ lq ,gfa frtik-k ;y og]a , vkg]a d-kogfu csj ' ik-tvkok9a d 3Io]a ' ຂປລ. ເມື່ອບໍ່ດົນມານີ້, ທີ່ພະ ຣາຊະວັງ Noordeinde Palace ນະຄອນລາຮາຍແຫ່ງຣາຊະອານາ ຈັກ ໂຮນລັງ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ເຂົ້າຍື່ນສານຕາ ຕັ້ງຕໍ່ ສົມເດັດ ພະຣາຊາ ວິນເລັມ ອາເລັກຊານເດີ ແຫ່ງ ຣາຊະອານາ ຈັກໂຮນລັງເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີ ອໍານາດເຕັມ ແຫ່ງ ສປປ ລາວ ປະ ຈໍາຣາຊະອານາຈັກ ໂຮນລັງ. ໃນໂອກາດດັ່ງກ່າວ, ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ໄດ້ຮັບ ກຽດໂອ້ລົມກັບ ສົມເດັດ ພະຣາຊາ ວິນເລັມ ອາເລັກຊານເດີ ດ້ວຍບັນຍາ ກາດອັດທະຍາໄສໄມຕີຈິດອັນດີ ເຊິ່ງທ່ານທູດ ໄດ້ນໍາເອົາຄວາມຢ້ຽມ ຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງ ສົມເດັດ ພະ ຣາຊາ ວິນເລັມ ອາເລັກຊານເດີ ແລະ ປະຊາຊົນ ໂຮນລັງ ທຸກຖ້ວນໜ້າ. ພ້ອມກັນນັ້ນ, ທ່ານທູດ ຍັງໄດ້ກ່າວ ໃນນາມຕາງໜ້າລັດຖະບານລາວ ວ່າ ສປປ ລາວ ຕີລາຄາສູງຕໍ່ສາຍ ຂປລ.ທ່ານນາງໃບຄຳຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ພົບປະກັບທ່ານ ກິມ ເທ ຮຶມ ເຈົ້າ ແຂວງ ຊຸງຊອງນຳໂດ ສ ເກົາຫລີ ພ້ອມຄະນະ ໃນອາທິດຜ່ານມາ, ໃນ ໂອກາດເດີນທາງມາຢ້ຽມຢາມແລະ ເຮັດວຽກ ຢູ່ ສປປ ລາວ. ການພົບປະກັນໃນຄັ້ງນີ້, ທັງ ສອງຝ່າຍໄດ້ພ້ອມກັນທົບທວນແລະ ຕີລາຄາການຈັດຕັ້ງປະຕິບັດບົດ ບັນ ທຶກການຮ່ວມມື ໃນໄລຍະຜ່ານມາ ນຳກັນ ເພື່ອພ້ອມກັນປຶກສາຫາລື ການຮ່ວມມືໃນຕໍ່ໜ້າ, ພ້ອມທັງໄດ້ ສົນທະນາແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການຮັບເອົາແຮງງານ ລາວ ເຂົ້າໄປເຮັດວຽກຕາມລະດູ ການຢູ່ບັນດາເມືອງພາຍໃນແຂວງ ຊຸງຊອງນຳໂດ ແລະ ການສະໜອງ ເຄື່ອງຊ່ວຍເຫລືອຕ່າງໆແກ່ ສປປ ລາວ. ໃນປີ 2023 ຜ່ານມາ, ມີ ແຮງງານລາວທີ່ໄປເຮັດວຽກຢູ່ ແຂວງດັ່ງກ່າວປະມານ 100 ກວ່າ ຄົນ. ໂອກາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ຕີລາຄາຕໍ່ການຮ່ວມມື ໃນໄລຍະຜ່ານມາວ່າ: ກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ແລະ ແຂວງຊຸງຊອງນໍາໂດ ໄດ້ລົງ ນາມໃນບົດບັນທຶກການຮ່ວມມືສອງ ຝ່າຍນຳກັນ ໂດຍສະເພາະການຮ່ວມ ມືໃນຂົງເຂດກະສິກຳ ເປັນຕົ້ນ ແມ່ນ ການສະໜອງແຮງງານດ້ານດັ່ງ ກ່າວ, ນອກນີ້ຍັງໄດ້ກຳນົດການ ຮ່ວມມື ແລະ ການຊ່ວຍເຫລືອດ້ານ ອື່ນໆຕໍ່ກະຊວງແຮງງານ, ການ ຮ່ວມມືດັ່ງກ່າວນີ້ເປັນຂີດໝາຍແລະ ບາດກ້າວທີ່ສຳຄັນຫລາຍໃນການ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະວຽກງານຈັດຫາ ງານ ຊຶ່ງເປັນການສ້າງໂອກາດອັນ ໃຫຍ່ຫລວງໃຫ້ແກ່ແຮງງານລາວ ນອກຈາກຈະເປັນການສ້າງລາຍ ຮັບໃຫ້ແກ່ຜູ້ອອກແຮງງານ ແລະ ຄອບຄົວແລ້ວ, ຍັງເປັນການພັດ ທະນາທັກສະສີມືແຮງງານ ແລະ ການຮຽນຮູ້ແບບແຜນການເຮັດ ວຽກ ແລະ ການດຳລົງຊີວິດ ເພື່ອ ມາໜູນໃຊ້ໃນຊີວິດຕົວຈິງຂອງເຂົາ ເຈົ້າໃນເວລາກັບຄືນປະເທດ. ນອກ ຈາກນີ້, ຍັງເປັນໂອກາດແກ່ແຮງ ງານລາວໄດ້ໄປເຮັດວຽກຕາມລະ ດູການຢູ່ບັນດາເມືອງຂອງແຂວງ ຊຸງຊອງນໍາໂດ, ໄລຍະຜ່ານມາທາງ ແຂວງຍັງໄດ້ຊ່ວຍເຫລືອສປປລາວ ຫລາຍດ້ານ ເປັນຕົ້ນ ໄດ້ສະໜອງ ລົດຮັບ-ສົ່ງຄົນເຈັບ ແລະ ອຸປະກອນ ໄອທີ ຈຳນວນໜຶ່ງ ແລະ ຫວັງວ່າ ທາງແຂວງຊຸງ ຊອງນຳໂດ ຈະສືບ ຕໍ່ໃຫ້ການຮ່ວມມື, ຊ່ວຍເຫລືອ ແລະ ສະໜັບສະໜູນແກ່ ສປປ ລາວ ໃນຕໍ່ ໜ້າ. ພ້ອມທັງສະເໜີໃຫ້ຊ່ວຍຊຸກ ຍູ້ບັນດາເມືອງຢູ່ພາຍໃນແຂວງຊຸງ ຊອງນຳໂດ ທີ່ໄດ້ລົງນາມບົດບັນ ທຶກຄວາມເຂົ້າໃຈວ່າດ້ວຍການຈ້າງ ແຮງງານຕາມລະດູການຮ່ວມກັບ ກະຊວງແຮງງານແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ສືບຕໍ່ ຮັບເອົາແຮງງານລາວໄປເຮັດວຽກ ຕາມລະດູການ ຢູ່ແຂວງດັ່ງກ່າວ ໃຫ້ ນັບມື້ນັບຫລາຍຂຶ້ນ. ໂອກາດດຽວກັນນີ້, ກະຊວງ ແຮງງານ ແລະ ສະຫວັດດີການສັງ ຄົມຍັງໄດ້ມອບຫລຽນກາແຮງ ງານ ໃຫ້ແຂວງຊຸງຊອງນຳໂດ ເພື່ອ ເປັນການສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ອົງ ການປົກຄອງ ແຂວງຊຸງຊອງນຳໂດ ທີ່ໄດ້ປະກອບ ສ່ວນອັນສຳຄັນໃນການພັດທະນາ ສປປ ລາວ ໂດຍສະເພາະການຮັບ ເອົາແຮງງານຕາມລະດູການຂອງ ສປປ ລາວ ໄປເຮັດວຽກຢູ່ບັນດາ ເມືອງແລ້ວ ແຂວງຊຸງຊອງນຳໂດ ກໍຍັງໄດ້ໃຫ້ການຊ່ວຍເຫລືອລ້າແກ່ ສປປ ລາວ ໂດຍຜ່ານກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ເປັນຕົ້ນ ລົດນຳສົ່ງຄົນເຈັບ ຈຳນວນ 15 ຄັນ, ຄອມພິວເຕີ 300 ຊຸດ ແລະ ໂຕະ-ຕັ່ງນັກຮຽນຈຳນວນ 280 ຊຸດ ເພື່ອແຈກຢາຍໃຫ້ພາກສ່ວນຕ່າງໆ ທັງສູນກາງແລະທ້ອງຖິ່ນທີ່ມີຄວາມ ຂາດເຂີນ ແລະ ຕ້ອງການ ແລະ ໃນມື້ນີ້ກໍໄດ້ມີພິທີມອບຮັບເຄື່ອງ ແຈ້ງເຕືອນໄຟໄໝ້ 550 ໜ່ວຍໃຫ້ ກະຊວງແຮງງານຕື່ມອີກ. ຕາງໜ້າ ມອບຫລຽນໂດຍ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ ຕາງໜ້າຮັບໂດຍ ທ່ານ ກິມ ເທ ຮຶມ ເຈົ້າແຂວງ ຊຸງຊອງນຳໂດ. ພົວພັນມິດຕະພາບ ແລະ ການຮ່ວມ ມືທີ່ດີມີມາແລ້ວນັບແຕ່ ສປປ ລາວ ແລະ ໂຮນລັງ ໄດ້ສ້າງຕັ້ງສາຍພົວ ພັນການທູດນໍາກັນໃນປີ1975ແລະ ເຫັນໄດ້ວ່າ ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີດັ່ງກ່າວໄດ້ ຮັບການເສີມຂະຫຍາຍຢ່າງເປັນ ປົກກະຕິ. ໃນໂອກາດດຽວກັນນີ້, ສົມເດັດ ພະຣາຊາ ວິນເລັມ ອາເລັກຊານເດີ ກໍໄດ້ສະແດງຄວາມຂອບໃຈ ແລະ ສົ່ງຄໍາອວຍພອນຢື້ຢາມຖາມຂ່າວ ຄືນເຖິງທ່ານປະທານປະເທດແຫ່ງ ສປປ ລາວ ເຊັ່ນດຽວກັນ, ທັງໄດ້ ສະແດງຄວາມຍິນດີຕ້ອນຮັບທ່ານ ທູດຄົນໃໝ່ ແລະ ອວຍພອນໃຫ້ ທ່ານທູດ ຈົ່ງປະສົບຜົນສໍາເລັດໃນ ການປະຕິບັດໜ້າທີ່ການທູດທຸກປະ ການ. ທ່ານທູດກໍໄດ້ສະແດງ ຄວາມ ຂອບໃຈຕໍ່ຄໍາເວົ້າອັນຈົບງາມ ແລະ ຄໍາອວຍພອນດັ່ງກ່າວ. ພ້ອມທັງຢືນ ຢັນວ່າຈະປະຕິບັດໜ້າທີ່ຂອງຕົນ ໃຫ້ດີ ເພື່ອສືບຕໍ່ເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມື ລະຫວ່າງ ສປປ ລາວ ແລະ ຣາ ຊະອານາຈັກ ໂຮນລັງ ໃຫ້ນັບມື້ນັບ ດີຂຶ້ນ. ຂປລ. ເມື່ອບໍ່ດົນມານີ້, ຄະນະ ບໍລິຫານງານຊາວໜຸ່ມ ຫ້ອງວ່າ ການສູນກາງພັກ ຮ່ວມກັບສູນກາງ ຊາວໜຸ່ມປະຊາຊົນ ປະຕິວັດລາວ ສ້າງຂະບວນການອອກແຮງງານ ລວມ ໂດຍມີຄະນະຊາວໜຸ່ມບັນດາ ກະຊວງ, ອົງການ ແລະ ນະຄອນ ຫລວງວຽງຈັນ ເຂົ້າຮ່ວມ ເພື່ອສະ ເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ ແລະ ຂ່ຳ ນັບຮັບຕ້ອນວັນເກີດ ປະທານໄກ ສອນ ພົມວິຫານ ຄົບຮອບ 103 ປີ (13/12/1920-13/12/ 2023) ແລະ ສະເຫລີມສະຫລອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 75 ປີ ໂດຍມີຜູ້ເຂົ້າຮ່ວມ 200 ກວ່າສະຫາຍ. ໃນກິດຈະກຳດັ່ງກ່າວ, ສະຫາຍ ແສງດາວ ແກ້ວຂາວມີໄຊ ກຳມະ ການຄະນະພັກ, ຫົວໜ້າກົມກວດ ກາ, ສູນກາງຊາວໜຸ່ມ ປະຊາຊົນປະ ຕິວັດລາວ ໄດ້ຍົກໃຫ້ເຫັນເຖິງປະ ຫວັດ ແລະ ມູນເຊື້ອການເຄື່ອນໄຫວ ຕໍ່ສູ້ອັນພິລະອາດຫານຂອງປະທານ ໄກສອນ ພົມວິຫານ ແລະ ຈຸດປະສົງ ຂອງການອອກແຮງງານລວມໃນ ຄັ້ງນີ້ ແມ່ນເພື່ອຈາລຶກເຖິງບຸນຄຸນ ແລະ ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດ ຊາດແລະ ປະຊາຊົນລາວບັນດາເຜົ່າ ເຊິ່ງປະກອບດ້ວຍບັນດາໜ້າວຽກ ຕົ້ນຕໍ ຄື: ເຮັດອະນາໄມພື້ນທີ່ຂອບ ເຂດຫໍພິພິທະພັນ ໄກສອນພົມວິຫານ ແລະເຂດອານຸສອນສະຖານປະທານ ໄກສອນ ພົມວິຫານ (ຫລັກ 6). sh v';j kdkol6 odk'ra d lh k'0t[;odkovvdcI''ko];, ກຸ່ມບໍລິສັດ ຢຸນນານ... ສົ່ງເສີມກະສິກອນ... ເປັນເວທີສຳຄັນໃນການແລກປ່ຽນ ຮ່ວມເຕັກໂນໂລຊີກະສິກຳຕາມ ການກຳນົດຂອງບົດບັນທຶກຄວາມ ເຂົ້າໃຈກ່ຽວກັບການສ້າງເຂດຕົວ ແບບພັດທະນາກະສິກຳທີ່ທັນສະ ໄໝ ລາວ-ຈີນ ຮ່ວມກັນ. ກຸ່ມບໍລິສັດ ຍັງໄດ້ລົງທຶນປູກ ຢາງພາລາທີ່ບໍລິຫານເອງຈຳນວນ ເນື້ອທີ່ 10.000 ເຮັກຕາ, ສົ່ງເສີມ ແລະ ແນະນຳເຕັກນິກໃຫ້ປະຊາຊົນ ປູກຈຳນວນ 33.300 ເຮັກຕາ, ໂຮງງານປຸງແຕ່ງຢາງພາລາມີກຳ ລັງຜະລິດ 10.000 ໂຕນຕໍ່ປີ ແລະ ຍັງໄດ້ປະກອບສ່ວນວຽກງານຫລຸດ ຜ່ອນຄວາມທຸກຍາກ ໃຫ້ແກ່ທ້ອງ ຖິ່ນ ຕິດພັນກັບໂຄງການປູກພືດ ທົດແທນການປູກຝິ່ນ, ພ້ອມສ້າງ ວຽກເຮັດງານທຳໃຫ້ແກ່ປະຊາຊົນ ຈຳນວນ 10.000 ກ່ວາຄົນ ແລະ ມີການນໍາໃຊ້ແຮງງານໄລຍະສັ້ນ ຈຳນວນ 100.000 ກ່ວາຄົນ, ເຮັດ ໃຫ້ປະຊາຊົນໃນທ້ອງຖິ່ນມີລາຍຮັບ ເພີ່ມທັງໝົດ 300 ລ້ານຢວນຕໍ່ປີ. ນອກນີ້ ບໍລິສັດ ຍັງລົງທຶນຈຳນວນ 56.490.000 ຢວນ ເພື່ອກໍ່ສ້າງ ໂຄງການສາທິດຄົບວົງຈອນປູກ ພືດທົດແທນການປູກຝິ່ນ ລາວ-ຈີນ ລະດັບຊາດ ທຳອິດຢູ່ບ້ານແຊວຈ້າຍ ເມືອງຍອດອູ ແຂວງຜົ້ງສາລີ ສປປ ລາວ ເຊິ່ງພິທີມອບຮັບສິ່ງປຸກສ້າງ ອໍານວຍຄວາມສະດວກໂຄງການ ຊ່ວຍເຫລືອຊຸມຊົນຈໍານວນຫນຶ່ງ ຂອງໂຄງການດັ່ງກ່າວ ຈະໄດ້ຈັດ ເຂົ້າໃນວາລະຂອງກອງປະຊຸມຄັ້ງ ນີ້. ສິ່ງສຳຄັນ ກຸ່ມບໍລິສັດ ໄດ້ລົງທຶນ ຈຳນວນ 30 ລ້ານຢວນ ເຂົ້າໃນການ ກໍ່ສ້າງພື້ນຖານໂຄງລ່າງໃນແຕ່ລະ ທ້ອງຖິ່ນ ແລະ ສົມທົບກັບລັດຖະ ບານລາວ ເພື່ອຊ່ວຍເຫລືອຊຸມຊົນ ເປັນຕົ້ນ ແມ່ນສ້າງເສັ້ນທາງ, ຂົວ, ອ່າງເກັບນ້ຳ, ຕາຂ່າຍໄຟຟ້າ, ທີ່ຢູ່ອາ ໄສຂອງແຮງງານປາດຢາງແລະ ກໍ່ສ້າງໂຮງຮຽນໃນທ້ອງຖິ່ນ ຢູ່ເຂດ ສວນສາທິດປູກພາງພາລາ 21 ບ່ອນ 10 ໃນເມືອງ 4 ແຂວງພາກ ເໜືອລາວ ເຊິ່ງໄດ້ຮັບການຍ້ອງຍໍຊົມ ເຊີຍ ຈາກປະຊາຊົນ ແລະ ພາກສ່ວນ ລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ເປັນ ຈຳນວນຫລາຍຄັ້ງ. ໂຄງການນີ້ ໄດ້ເຊື່ອມໂຍງເຂົ້າກັບ ແລວເສດຖະ ກິດ ລຽບຕາມເສັ້ນທາງລົດໄຟ ລາວ-ຈີນ ເພື່ອຊຸກຍູ້ການຮ່ວມມືຜະ ລິດແນວພັນປະເພດເຂົ້າ ແລະ ສາ ລີ, ເຕັກນິກວິຊາການ, ອຸປະກອນຮັບ ໃຊ້ກະສິກຳ, ມາດຕະຖານກະສິກໍາ ແລະ ການບໍລິການກະສິກໍາທີ່ມີທ່າ ແຮງ. ພ້ອມນັ້ນ, ໄດ້ສຸມໃສ່ວາງແຜນ ໃນການພັດທະນາຢາງພາລາ, ປູກ ພືດທົດແທນການປູກຝິ່ນ, ປຸງແຕ່ງ ຜະລິດຕະພັນກະສິ ກຳ, ສາງສິນຄ້າ ແລະ ໂລຈິສະຕິກອື່ນໆ. ທ່ານ ໂຈ່ ຈ້ຽນໂກ ຍັງໃຫ້ຮຸ້ຕື່ມ ວ່າ: ປັດຈຸບັນ ມີ 8 ໂຄງການທີ່ໄດ້ຖື ຈັດເຂົ້າໃນແຜນພັດທະນາ 3 ປີ ຢູ່ ລຽບຕາມເສັ້ນທາງລົດໄຟລາວ-ຈີນ gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ຂອງອໍານາດການປົກຄອງແຂວງ ຢຸນນານ ເຊິ່ງຈະເປັນອີກບາດກ້າວ ໜຶຶ່ງທີ່ຈະນຳໃຊ້ທ່າແຮງຂອງກຸ່ມ ບໍລິສັດ ເຂົ້າໃນການພັດທະນາກະ ສິກຳຢູ່ລາວ ແລະ ການລົງທຶນດ້ານ ສາງຈໍລະຈອນສິນຄ້າກະສິກໍາ, ການ ປຸງແຕ່ງຜະລິດຕະພັນກະສິກຳ ແລະ ການຄ້າສາກົນ ເພື່ອຊ່ວຍຍົກສູງ ລະດັບຄວາມສາມາດ ແລະ ຄຸນນະ ພາບໃນການພັດທະນາກະສິກຳເພື່ອ ປະກອບສ່ວນເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມຂອງທ້ອງ ຖິ່ນຢ່າງຕັ້ງຫນ້າ ແລະ ໄດ້ຮັບໝາກ ຜົນຮອບດ້ານ. ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາໃຫ້ຮູ້ວ່າ: ການເກັບ ກ່ຽວມ້ຽນມັດເຂົ້ານາປີຂອງກະສິ ກອນພາຍໃນແຂວງຫລວງນໍ້າທາ ປີນີ້ມີເນື້ອທີ່ປູກເຂົ້າທັງໜົດ 16 ພັນ 800 ເຮັກຕາ, ໃນນີ້ເຂົ້າທີ່ກະສິກອນ ນໍາມາປູກມີ: ເຂົ້າຕາຂຽດ, ເຂົ້າໄກ່ ນ້ອຍ, ເຂົ້ານໍ້າທາ 1, ເຂົ້າຫອມມະ ລິ, ເຂົ້າອານນ້ອຍ ແລະ ເຂົ້າອົບປົບ ສະເລ່ຍສະມັດຕະພາບ 4,5 ໂຕນ ຕໍ່ເຮັກຕາ, ຖ້າທຽບໃສ່ປີຜ່ານມາ ແມ່ນຫລຸດລົງເນື່ອງຈາກກະສິກອນ ຈໍານວນໜຶ່ງ ໄດ້ຫັນໄປປູກພືດຊະນິດ ອື່ນໆເຊັ່ນ: ໄມ້ອຸດສາຫະກໍາທີ່ມີລາຍ ຮັບດີກວ່າ, ການຫັນປ່ຽນເນື້ອທີ່ນາ ເຮັດໜອງປາ ແລະ ການກໍ່ສ້າງອີກ ຈໍານວນໜຶ່ງ ເຮັດໃຫ້ເນື້ອທີ່ນາປູກ ເຂົ້າຫລຸດລົງ. ນອກຈາກນີ້, ຍັງໄດ້ ຮັບຜົນກະທົບຈາກການລະບາດ ຂອງພະຍາດໃບເຂົ້າເຫລືອງ ເຮັດ ໃຫ້ຕົ້ນເຂົ້າຕາຍ ເປັນຕົ້ນແມ່ນເກີດ ຂຶ້ນກັບແນວພັນເຂົ້າຕາຂຽດ ເຊິ່ງ ມາຮອດປັດຈຸບັນການເກັບກ່ຽວ ເຂົ້ານາປີໃນທົ່ວແຂວງແມ່ນສໍາເລັດ ແລ້ວ 100%. ທ່ານ ພິມແກ້ວ ທໍາລະສິນ ຫົວ ໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງຫລວງນໍ້າທາ ໃຫ້ສຳພາດ ເມື່ອບໍ່ດົນມານີ້ວ່າ: ນອກຈາກກະສິ ກອນ ໄດ້ທໍາການຜະລິດປູກເຂົ້ານາ ປີແລ້ວ ຍັງໄດ້ທໍາການຜະລິດເຂົ້າ ນາແຊງ ແລະ ປູກພືດລະດູແລ້ງ ໃນເຂດທີ່ມີເງື່ອນໄຂອໍານວຍຄວາມ ສະດວກ ເຊິ່ງທາງພະແນກກະສິກໍາ ແລະ ປ່າໄມ້ແຂວງຫລວງນໍ້າທາ ໄດ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ລົງຊຸກຍູ້ສົ່ງເສີມກະສິ ກອນ ຢູ່ແຂວງຫລວງນໍ້າທາ ທີ່ພວມ ລົງມືທໍາການຜະລິດເຂົ້ານາແຊງ ແລະ ປູກພືດລະດູແລ້ງໃຫ້ຫລາຍ ກາຍເປັນສິນຄ້າ ເພື່ອພັດທະນາຊີ ວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ ດ້ວຍ ການສົ່ງເສີມກະສິກອນປູກເຂົ້ານາ ແຊງ ໃນເນື້ອທີ່ 760 ເຮັກຕາ, ຄາດ ວ່າຜົນຜະລິດໃຫ້ໄດ້ 3.108 ໂຕນ. ຄຽງຄູ່ກັນນີ້ ກໍໄດ້ສົ່ງເສີມປູກພືດ ລະດູແລ້ງຕື່ມອີກ ເປັນຕົ້ນ ປູກກ້ວຍ (ກ້ວຍສະອາດ) ໃນເນື້ອທີ່ 445 ເຮັກຕາ ຜົນຜະລິດໃຫ້ໄດ້ 14.225 ໂຕນ, ໝາກແຕງໂມ ເນື້ອທີ່ 1.470 ເຮັກຕາ ຜົນຜະລິດໃຫ້ໄດ້ 15.250 ໂຕນ, ມັນຕົ້ນ 2.224 ເຮັກຕາ ຜົນ ຜະລິດໃຫ້ໄດ້ 9.545 ໂຕນ, ໝາກອື 582 ເຮັກຕາ ຜົນຜະລິດໃຫ້ໄດ້ 11.040 ໂຕນ, ໝາກຖົ່ວເບີ 310 ເຮັກຕາ ຜົນຜະລິດໃຫ້ໄດ້ 1.830 ໂຕນ, ຖົ່ວເຫລືອງ 492 ເຮັກຕາ ຜົນ ຜະລິດໃຫ້ໄດ້ 6.037 ໂຕນ, ອ້ອຍ 9.469 ເຮັກຕາ ຜົນຜະລິດ ໃຫ້ໄດ້ 710.040 ໂຕນ, ໝາກກ້ຽງຫວານ 64 ເຮັກຕາ ຜົນຜະລິດໃຫ້ໄດ້ 3.500 ໂຕນ ແລະ ປູກຢາງພາລາ 36.404 ເຮັກຕາ. ທ່ານ ພິມແກ້ວ ທໍາລະສິນ ກ່າວ ຕື່ມວ່າ: ທາງພະແນກກະສິກໍາ ແລະ ປ່າໄມ້ແຂວງຫລວງນໍ້າທາ ຍັງໄດ້ ມີແຜນຮອງຮັບຕໍ່ຜົນຜະລິດຂອງກະ ສິກອນ ເພື່ອຈໍາໜ່າຍຢູ່ພາຍໃນສົ່ງ ອອກໄປຕ່າງແຂວງ ແລະ ຕ່າງປະ ເທດຕື່ມອີກ. ຂ່າວ: ສົມພອນ ຂຸນດາວົງ

RkJQdWJsaXNoZXIy MTc3MTYxMQ==