xtgmf]k; 3 13/12/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me g-dv' lqj 'glu ,zt]y f8tra oleg]a fI6 [ vvdl6j 8j k'xtgmf xtmko wdlvo rq ,;y sko v5 my f8ts]vf-u ;y f .sh cdj rk]tdy f xt8y ;a f 0v'xt-k-q o 2/12/1975 - 2/12/2023 * ທ່າມກາງບັນຍາກາດອັນເບີກ ບານມ່ວນຊື່ນ ທີ່ພີ່ນ້ອງຮ່ວມຊາດ, ພະນັກງານ ແລະ ນັກຮົບ ໃນທົ່ວປະ ເທດ ພວມອອກແຮງແຂ່ງຂັນກັນ ສ້າງຜົນງານແລະຂະບວນການອັນ ຟົດຟື້ນ ໂອກາດສະເຫລີມສະຫລອງ ວັນຊາດ 2 ທັນວາ ຄົບຮອບ 48 ປີ, ກໍ່ຄ້ອມພໍດີ ຄົບຮອບ 103 ປີ (13 ທັນວາ 1920-13 ທັນວາ 2023) ວັນເກີດປະທານໄກສອນພົມວິຫານ ຜູ້ນໍາປະຕິວັດທີ່ແສນເຄົາລົບຮັກ ຂອງປວງຊົນລາວບັນດາເຜົ່າ ເຊິ່ງ ກອງບັນນາທິການໜັງສືພິມ ປະ ເທດລາວ ສໍານັກຂ່າວສານປະເທດ ລາວ ຂໍຖືໂອກາດອັນສຸດທີ່ມີຄວາມ ໝາຍຄວາມສໍາຄັນດັ່ງກ່າວນີ້ ນໍາ ເອົາບາງເນື້ອໃນມູນເຊື້ອ ກໍ່ຄືຊີວິດ ແລະ ພາລະກິດປະຕິວັດຂອງ ປະ ທານ ໄກສອນ ພົມວິຫານ ມາສະເໜີ ອີກເທື່ອໜຶ່ງ ເພື່ອຍົກໃຫ້ເຫັນຊີວິດ ແລະ ພາລະກິດປະຕິວັດຂອງ ປະ ທານ ໄກສອນ ພົມວິຫານ ໄດ້ຕິດ ພັນຢ່າງສະໜິດແໜ້ນກັບການເຕີບ ໃຫຍ່ຂະຫຍາຍຕົວຂອງພັກ, ຂອງ ກໍາລັງປະກອບອາວຸດ ແລະ ຂອງ ການປະຕິວັດລາວ ເວົ້າລວມ, ປະ ທານ ໄກສອນ ພົມວິຫານ ໄດ້ອຸທິດ ຕະຫລອດຊີວິດຂອງເພິ່ນໃຫ້ແກ່ພາ ລະກິດປະຕິວັດຂອງປະຊາຊົນລາວ. ປະທານ ໄກສອນ ພົມວິຫານ ແມ່ນຜູ້ນໍາຂອງການປະຕິວັດລາວ (ເນື່ອງໃນໂອກາດວັນເກີດປະທານໄກສອນ ພົມວິຫານຄົບຮອບ 103 ປີ ວັນທີ 13 ທັນວາ 1920-13 ທັນວາ 2023) ຜູ້ໜຶ່ງທີ່ມີຄວາມປີຊາສາມາດ, ມີ ຄວາມສະຫລາດຫລັກແຫລມ, ມີ ໄຫວພິບແຫລມຄົມ, ມີນໍ້າໃຈປະຕິ ວັດເດັດດ່ຽວໜຽວແໜ້ນ; ເພິ່ນເຕີບ ໂຕໃນຄອບຄົວຂ້າລາຊະການໃນ ສະພາບທີ່ປະເທດຊາດຕົກເປັນຫົວ ເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ແລະ ປະຊາຊົນ ຕົກຢູ່ໃນຄວາມລໍາ ບາກຍາກເຂັນ; ປະທານ ໄກສອນ ພົມວິຫານ ໄດ້ມີຄວາມຕື່ນຕົວ ແລະ ໄດ້ຮ່ວມກັບເພື່ອນສະຫາຍທີ່ມີນໍ້າ ໃຈຮັກຊາດ ເພື່ອຊອກເສັ້ນທາງ ກອບກູ້ເອົາເອກະລາດແຫ່ງຊາດ; ເພິ່ນໄດ້ນໍາພາປຸກລະດົມ ເຕົ້າໂຮມ ສາມັກຄີປະຊາຊົນທຸກເຜົ່າ, ທຸກຊັ້ນ ຄົນ ຢ່າງກວ້າງຂວາງລຸກຂຶ້ນຕໍ່ສູ້ ດ້ວຍການສົມທົບກັບການຕໍ່ສູ້ດ້ານ ຕ່າງໆຢ່າງແໜ້ນແຟ້ນ. ປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັບ ບັນດານັກປະຕິວັດຜູ້ອາວຸໂສຂອງ ພັກເຮົາ ຈັດຕັ້ງແນວລາວອິດສະ ຫລະຂຶ້ນ ເຊິ່ງເປັນຕົ້ນກໍາເນີດຂອງ ແນວລາວຮັກຊາດ ແລະ ແນວລາວ ອິດສະຫລະໃນປັດຈຸບັນ; ເພິ່ນໄດ້ ຮ່ວມກັບໝູ່ຄະນະ ກໍ່ຕັ້ງພັກປະຊາ ຊົນປະຕິວັດລາວຂຶ້ນ ໂດຍແມ່ນເພິ່ນ ເອງ ເປັນຜູ້ນໍາສູງສຸດຂອງພັກ ເປັນ ເວລາຍາວນານ ເກືອບ 40 ປີ ແລະ ຈັດຕັ້ງກໍ່ສ້າງກໍາລັງປະກອບອາວຸດ ປະຕິວັດ ຄື ກອງທັບປະຊາຊົນ ລາວ ແລະ ກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນ ເພື່ອເປັນກໍາລັງຕໍ່ ຕ້ານດັບສູນສັດຕູ ຈົນສາມາດຍາດ ໄດ້ໄຊຊະນະຢ່າງສະຫງ່າງາມ ແລະ ປະກາດສ້າງຕັ້ງ ສປປ ລາວ ເຊິ່ງແມ່ນລັດທີ່ເປັນຕົວແທນອັນ ແທ້ຈິງ ແຫ່ງສິດຜົນປະໂຫຍດຂອງ ປະຊາຊົນບັນດາເຜົ່າ. ແບບຢ່າງ ແລະ ຄຸນສົມບັດສິນທໍາປະຕິວັດ ອັນສຸດກົກສຸດປາຍຂອງປະທານ ໄກສອນ ພົມວິຫານ ແມ່ນຈິດໃຈຮັກ ຊາດອັນສູງສົ່ງ ແລະ ການອຸທິດຕົນ ເພື່ອຊາດ, ເພື່ອປະຊາຊົນ ດ້ວຍ ຄວາມຊື່ສັດບໍລິສຸດ. ດ້ວຍຄຸນທາດ ປະຕິວັດອັນນີ້ ເມື່ອຕົກຢູ່ໃນສະພາ ບການທີ່ມີຄວາມຫຍຸ້ງຍາກສັບສົນ ເທົ່າໃດ ເພິ່ນຍິ່ງມີມານະຈິດອັນສູງ ສົ່ງ ແລະ ອຸທິດຕົນ ດ້ວຍຄວາມອຸ່ນ ອຽນທຸ່ນທ່ຽງແລະມີຄວາມເຊື່ອໝັ້ນ ຕໍ່ການນໍາພາຂອງພັກ. ຍາມໃດເພິ່ນ ກໍ່ຕັດສິນໃຈສູງ ເພື່ອຜ່ານຜ່າອຸປະ ສັກ ແລະ ຄວາມຫຍຸ້ງຍາກ, ທັງເປັນ ແບບຢ່າງໃນການກະທໍາຕົວຈິງ ໃຫ້ ແກ່ອ້າຍນ້ອງ ແລະ ມິດສະຫາຍ ເພື່ອເດັດດ່ຽວຕີສັດຕູໃຫ້ປະລາໄຊ. ປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ມີຄວາມເດັດຂາດ ແລະ ແນວຄິດ ປະຕິວັດ ສຸດກົກສຸດປາຍ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າ ທໍາ, ກ້າຮັບຜິດຊອບ ເປັນຕົ້ນແມ່ນ ການປະຕິບັດຍຸດໂທບາຍ ເພື່ອປະຕິ ບັດຍຸດທະສາດຂອງການປະຕິວັດ. ພາຍຫລັງປະເທດຊາດ ໄດ້ຮັບ ການປົດປ່ອຍຢາງສົມບູນ, ປະທານ ໄກສອນ ພົມວິຫານ ກໍ່ບໍ່ໄດ້ລົດລະ ຕໍ່ການຈັດຕັ້ງນໍາພາ ເພື່ອເຮັດໃຫ້ພາ ລະກິດຂອງການປະຕິວັດ ໃນໄລຍະ ໃໝ່ໄດ້ຮັບຜົນສໍາເລັດຍິ່ງຂຶ້ນ; ນັ້ນຄື ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ. ຈາກຄຸນສົມບັດອັນລໍ້າເລີດ ແລະພາລະກິດນໍາພາການປະຕິວັດ, ດ້ວຍຄຸນທາດຮັກຊາດ, ຄຸນທາດ ນັກປະຕິວັດຜູ້ດີເດັ່ນຄື ດັ່ງກ່າວນັ້ນ ໄດ້ເປັນການປະກອບສ່ວນຢ່າງສໍາ ຄັນ ໃນການຊຸກຍູ້ພາລະກິດການຕໍ່ ສູ້ໃນເມື່ອກ່ອນ ກໍ່ຄືໃນພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດເຮົາໃນ ປັດຈຸບັນນີ້ໃຫ້ມີຄວາມກ້າວໜ້າຍິ່ງ ຂຶ້ນ. ພາລະກິດອັນສູງສົ່ງຂອງປະ ທານ ໄກສອນ ພົມວິຫານ ຍາມໃດ ກໍ່ເປັນແສງສະຫວ່າງແຫ່ງການ ກ້າວເດີນ ແລະ ເປັນແບບຢ່າງທີ່ດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ເປັນທວນໄຟທີ່ບໍມີວັນດັບມອດ ແລະ ເປັນດວງໃຈຂອງປະຊາຊົນ ລາວບັນດາເຜົ່າຕະຫລອດໄປ. ຊີວິດ, ພາລະກິດ ແລະ ຜົນງານ ຂອງປະທານ ໄກສອນ ພົມວິຫານ ຍັງມີຫລາຍສິ່ງຫລາຍຢ່າງທີ່ໜ້າ ສົນໃຈແລະ ເປັນບົດຮຽນທີ່ດີສໍາລັບ ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ເຊິ່ງກອງບັນນາທິການໜັງ ສືພິມປະເທດລາວ ຍັງຈະສືບຕໍ່ຮີບ ໂຮມເອົາມາສະເໜີຕໍ່ໄປ. * ແຂວງເຊກອງ ແມ່ນແຂວງ ໜຶ່ງທີ່ມີຄວາມອຸດົມສົມບູນໄປດ້ວຍ ດິນດຳນ້ຳຊຸມ ເຊິ່ງເໝາະສົມໃຫ້ແກ່ ການຜະລິດກະສິກຳ ບວກໃສ່ການ ຈັດສັນພູມລຳເນົາຄົງທີ່ ເພື່ອທຳ ການຜະລິດຖາວອນ, ອາຊີບໝັ້ນ ທ່ຽງ, ການຜະລິດເປັນສິນຄ້າ ທີ່ຫັນ ໄປສູ່ການນຳໃຊ້ເຕັກນິກວິທະຍາ ສາດ-ວິທະຍາການຫລາຍຂຶ້ນຕິດ ພັນກັບການພັດທະນາໂຄງການ ພາບປະກອບ ພາບປະກອບ ຕ່າງໆທີ່ຕິດພັນກັບກະສິກຳຫລາຍ ຂຶ້ນ ອັນສາມາດຮັບໃຊ້ການຜະລິດ ໄດ້ຢ່າງກວ້າງຂວາງທັນກັບລະດູ ການ ແລະ ມີປະສິດທິຜົນນັບມື້ດີ ຂຶ້ນ. ສິ່ງດັ່ງກ່າວ ໄດ້ສ້າງເງື່ອນໄຂ ສະດວກແກ່ການຜະລິດເປັນສິນຄ້າ ໃນປັດຈຸບັນ ໂດຍສະເພາະພືດຜັກ, ຊີ້ນ, ປາ ແລະ ຜະລິດຕະພັນປຸງ ແຕ່ງສົ່ງອອກໄປຕ່າງແຂວງ ແລະ ຕ່າງປະເທດ. ຕາມການໃຫ້ສຳພາດຂອງທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊ ກອງຕໍ່ທີມງານນັກຂ່າວໜັງສືພິມ ປະເທດລາວວ່າ: ບັນຍາກາດພັດ ທະນາເສດຖະກິດ-ສັງຄົມຢູ່ພາຍ ໃນແຂວງເຊກອງກໍ່ມີການລົງທຶນ ໄປ ຢ່າງຟົດຟື້ນ ໂດຍສະເພາະແມ່ນ ພາກເອກະຊົນພາຍໃນ ແລະ ຕ່າງ ປະເທດກໍ່ມີຫລາຍໂຄງການເປັນ ຕົ້ນ ໂຄງການພະລັງງານໄຟຟ້ານ້ຳ ຕົກ, ພະລັງງານລົມ, ໂຄງການບໍ່ ແຮ່. ນອກຈາກນີ້, ກໍ່ຍັງມີໂຄງການ ຊ່ວຍເຫລືອສ້າງນ້ຳປະປາໄລຍະ 2 ຢູ່ເທສະບານຢູ່ເມືອງດາກຈຶງ, ໂຄງການທາງດ້ານກະສິກຳຂອງ ຂະແໜງກະສິກຳກໍ່ມີຫລາຍໂຄງ ການຂອງເກົາຫລີ, ເອດີບີ ແລະ ໂຄງການອື່ນໆ ຢູ່ເມືອງທ່າແຕງ, ເມືອງດາກຈຶງ ແລະ ເມືອງກະລຶມ. ແນວໃດກໍ່ດີການພັດທະນາດ້ານພື້ນ ຖານໂຄງລ່າງຕ່າງໆທີ່ຕິດພັນກັບ ກະສິກຳ ແມ່ນໄດ້ຕອບສະໜອງໃຫ້ ແກ່ການຂະບວນການຜະລິດເປັນ ສິນຄ້າຂອງປະຊາຊົນພາຍໃນ ແຂວງຢ່າງກວ້າງຂວາງ. ຂະນະທີ່ ກໍ່ມີຫລາຍຜະລິດຕະພັນໄດ້ຖືກ ຮອງຮັບເປັນສິນຄ້າໂອດັອບ ຈາກ ເມື່ອກ່ອນ 2 ຜະລິດຕະພັນມາເປັນ ເກືອບ 10 ຜະລິດຕະພັນໃນປັດຈຸ ບັນ. ໃນນັ້ນ, ມີຜະລິດຕະພັນກາເຟ, ໂສມ, ຫັດຖະກຳຕຳແຜ່ນ, ຈັກສານ, ເຫລົ້າໝາກໄມ້, ເຫລົ້າວາຍ, ເຫລົ້າ ໂສມ ທີ່ສາມາດຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ. ເຈົ້າແຂວງເຊກອງຍັງກ່າວຕື່ມ ວ່າ: ຜະລິດຕະພັນທີ່ກຳລັງໂດ່ງດັງ ໃນປັດຈຸບັນ ກໍ່ແມ່ນໂສມສະກັດທີ່ ປູກຢູ່ເມືອງດາກຈຶງ ເຊິ່ງມີເນື້ອທີ່ ຫລາຍກວ່າ 200 ເຮັກຕາ ແລະ ໄດ້ ຜົນຜະລິດປະມານ 400 ກວ່າ ໂຕນ ໂດຍຜົນຜະລິດໂສມຈຳນວນເຄິ່ງ ໜຶ່ງແມ່ນສົ່ງອອກໄປຫວຽດນາມ ໂດຍສະເພາະເຂດທີ່ປູກຕາມຊາຍ ແດນລາວ-ຫວຽດ ແລະ ເຄິ່ງໜຶ່ງ ແມ່ນນຳມາຜະລິດປຸງແຕ່ງຢູ່ພາຍ ໃນເປັນຕົ້ນແມ່ນການປຸງແຕ່ງໂສມ ສະກັດ, ໂສມແຫ້ງ. ໃນນັ້ນ, ການປຸງ ແຕ່ງໂສມສະກັດ ແມ່ນໄດ້ຮັບການ ຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ ທາງດ້ານຄວາມປອດໄພ (ອຢ). ການຜະລິດດັ່ງກ່າວ ກຳລັງໂດ່ງ ດັງທັງໄດ້ຮັບຄວາມນິຍົມ ແລະ ໄດ້ ສົ່ງເສີມການຜະລິດໃຫ້ມີການຂະ ຫຍາຍຕົວ ທັງຊຸກຍູ້ໃຫ້ຜູ້ປຸງແຕ່ງ ມີສວນສະເພາະ ເພື່ອອະນຸລັກ ແລະ ຕິດພັນກັບຕະຫລາດໃຫ້ມີຄວາມ ຍືນຍົງ. ເພາະຜ່ານມາເຄີຍມີບົດ ຮຽນມາແລ້ວ ໂດຍສະເພາະກຳລັງ ໂດ່ງດັງກໍ່ຫາຍໄປຫລື ເຊົາປຸງແຕ່ງ. ດັ່ງນັ້ນ, ຈຶ່ງໄດ້ຊຸກຍູ້ພາກສ່ວນກ່ຽວ ຂ້ອງເອົາໃຈໃສ່ສົ່ງເສີມປະຊາຊົນ ຜະລິດໃຫ້ຫລາຍຕິດພັນກັບການ ປົກປັກຮັກສາປ່າໄມ້, ຊົມໃຊ້ຝຸ່ນ ທຳມະຊາດ ເພື່ອຮັບປະກັນຄຸນນະ ພາບ, ຮັບປະກັນການບໍລິໂພກກໍ່ຄື ໄດ້ມາດຕະຖານ (ອຢ) ໄປພ້ອມໆ ກັບການເຕີບໃຫຍ່ ແລະ ຍືນຍົງ ເພື່ອປະກອບສ່ວນເຮັດໃຫ້ເສດຖະ ກິດ-ສັງຄົມຂອງແຂວງ ມີການຂະ ຫຍາຍຕົວ, ສ້າງອາຊີບລາຍຮັບທີ່ ໝັ້ນຄົງ ແລະ ສາມາດແກ້ໄຂຄວາມ ທຸກຍາກໃຫ້ນັບມື້ຫລຸດລົງເປັນ ກ້າວໆ.
RkJQdWJsaXNoZXIy MTc3MTYxMQ==