5767

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 13/12/2023 xtgmf]k; ປະທານ ໄກສອນ... ສົ່ງເສີມການລ້ຽງໄກ່... ເປິດການກໍ່ສ້າງ... ໄອເອັບຊີ... ສປປ ລາວ ແລະ ... ຄຕພ ສະຫລຸບການ... ການນຳຂັ້ນສູງ... 1975 ຢ່າງສະຫງ່າຜ່າເຜີຍ ແລະ ສືບຕໍ່ນຳພາປວງຊົນລາວທັງຊາດ ປະຕິ ບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສູ່ຈຸດໝາຍ ສັງຄົມນິຍົມດ້ວຍທ່າກ້າວທີ່ໜັກແໜ້ນ ແລະ ມີຜົນສຳເລັດຢ່າງຕໍ່ເນື່ອງ. ປະທານ ໄກສອນ ພົມວິຫານ ແມ່ນລູກຮັກຫລານແພງຂອງປະຊາຊົນ ລາວບັນດາເຜົ່າ, ແມ່ນຜູ້ຮັກຊາດ ນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ວິລະບຸ ລຸດ, ຜູ້ນຳຂອງພັກ-ລັດ ທີ່ປີຊາສາມາດ ສະຫລາດສ່ອງໃສ ແລະ ສະດຸ້ງໄວ. ເພິ່ນເປັນທັງນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍ ແລະ ເປັນນັກໂຄສະນາປາຖະກະຖາທີ່ດີເລີດ, ເປັນນັກຍຸດທະສາດ, ນັກອອກແບບ ນະໂຍບາຍ ແລະ ວິທີປະຕິວັດທີ່ສະຫລາດຄ່ອງແຄ້ວ. ປະທານ ໄກສອນ ພົມວິຫານ ເປັນສັນຍະລັກ ແລະ ເປັນແກ່ນສານຂອງຄວາມສາມັກຄີພາຍ ໃນ ພັກ ແລະ ໃນຊາດ ເຊິ່ງຍາມໃດເພິ່ນກໍ່ໄດ້ເອົາໃຈ ໃສ່ສ້າງ ແລະ ເພີ່ມທະ ວີຄວາມສາມັກຄີປອງດອງລະຫວ່າງເຜົ່າ, ຄວາມເປັນປຶກແຜ່ນພາຍໃນ ຊາດ ແລະ ຄວາມເປັນເອກະພາບ ພາຍໃນພັກ; ເປັນຜູ້ນຳທີ່ມີດ້ວຍຄຸນສົມ ບັດສິນທຳປະຕິວັດອັນສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ, ເປັນ ຜູ້ນຳທີ່ດຸໝັ່ນ, ດຳລົງຊີວິດແບບງ່າຍດາຍ, ປະຢັດ ແລະ ບໍລິສຸດປອດໃສ ຂາວສະອາດ. ປະທານ ໄກສອນ ພົມວິຫານ ຍັງແມ່ນນັກເຄື່ອນໄຫວສາກົນ ຜູ້ດີເດັ່ນ, ເປັນຜູ້ວາງແຜນແນວທາງ ແລະ ເປັນແບບຢ່າງປະຕິບັດແນວ ທາງຕ່າງປະເທດຢ່າງຖືກຕ້ອງເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາ ກົນນັບມື້ສູງເດັ່ນ. ໃນສະພາບຄວາມຮຽກຮ້ອງຕ້ອງການໃໝ່, ພວກເຮົາຕ້ອງຕັ້ງໜ້າຮ່ຳ ຮຽນ ແລະ ສືບທອດມໍລະດົກອັນລ້ຳຄ່າ ຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ ດ້ວຍການຕັ້ງໜ້າສືບຕໍ່ສ້າງບາດກ້າວບຸກທະລຸທາງດ້ານຈິນ ຕະນາການຢ່າງແຂງແຮງດ້ວຍການສັງລວມເອົາທັດສະນະແນວຄິດ, ຄຸນ ທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດຂອງປະທານ ໄກສອນ ພົມວິຫານ ມາເປັນແບບຢ່າງດ້ານການຝຶກຝົນຫລໍ່ຫລອມຕົນເອງໃຫ້ ເປັນສະມາຊິກພັກ, ພະນັກງານທີ່ດີເດັ່ນ ເປັນແບບຢ່າງນຳໜ້າໃນການພາ ລະກິດປະຕິວັດໃນໄລຍະໃໝ່ໃຫ້ບັນລຸຜົນຕາມລະດັບຄາດໝາຍທີ່ວາງ ໄວ້. ພ້ອມກັນເດັດດ່ຽວຍຶດໝັ້ນໃນການກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ, ປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ; ຍຶດໝັ້ນການສ້າງພັກ-ພະນັກງານ ເພື່ອເພີ່ມທະ ວີຄວາມສາມາດກຳອຳນາດ, ລັກສະນະເປັນແບບຢ່າງນຳໜ້າ ແລະ ກຳລັງ ແຮງສູ້ຮົບຂອງພັກ ໃຫ້ສາມາດເຮັດສຳເລັດພາລະກິດປະຫວັດສາດ; ເພີ່ມ ທະວີຄວາມສັກສິດໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມຕາມທິດພັກນຳ ພາ, ລັດຄຸ້ມຄອງດ້ວຍກົດໝາຍ ແລະ ປະຊາຊົນ ເປັນເຈົ້າເຂົ້າຮ່ວມເຮັດໃຫ້ ສັງຄົມມີຄວາມສະຫງົບ, ສາມັກຄີເປັນປຶກແຜ່ນແໜ້ນ ແລະ ມີການພັດທະ ນາດ້ວຍຄວາມໜັກແໜ້ຕໍ່ເນື່ອງ; ຕັ້ງໜ້າປະຕິບັດແນວທາງການຕ່າງປະ ເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນ ສະເໝີປາຍ ໂດຍສະເພາະກັບປະເທດເພື່ອນມິດຍຸດທະສາດ, ບັນດາປະເທດ ໃກ້ຄຽງກໍ່ຄືບັນດາປະເທດ ອາຊຽນ, ອົງການຈັດຕັ້ງສາກົນ ແລະ ປະເທດ ເພື່ອນມິດທົ່ວໂລກ ເຊິ່ງແມ່ນຄວາມຈຳເປັນພາວະວິໄສ ເພື່ອສ້າງເປັນກຳ ລັງແຮງສັງລວມເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດ ຊາດ ຂອງພວກເຮົາ. ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດຂອງພວກ ເຮົາຕະຫລອດໄປ ! ສົບຜົນສຳເລັດ ແລະ ປະຊາຊົນລາວ ເພື່ອນມິດ ຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງ. ໃນໂອກາດດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີແຫ່ງ ສປປລາວກໍໄດ້ຮັບສານ ຊົມເຊີຍວັນຊາດລາວຈາກທ່ານ ມີຄາອິນ ມີຊູສະຕິນ ນາຍົກລັດຖະ ມົນຕີ ແຫ່ງ ສ ຣັດເຊຍ ເນື່ອງ ໃນ ໂອກາດວັນຊາດ ແຫ່ງສາທາລະນະ ລັດປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ. ເຊັ່ນດຽວກັບທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ກໍໄດ້ຮັບສານ ຊົມເຊີຍຈາກ ທ່ານ ເຊີເກ ລາບຣົບ ລັດຖະມົນຕີກະຊວງການຕ່າງປະ ເທດແຫ່ງ ສ ຣັດເຊຍ ເນື່ອງໃນໂອ ກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ. ແລະ ການຍ້ອງຍໍຜູ້ມີຜົນງານ ໂດຍ ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະ ການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ສະຫາຍ ຕິ່ງ ສຸກສັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດແລະມີຄະນະພັກ-ຄະນະນໍາ, ຕະຫລອດເຖິງພະນັກງານສະມາ ຊິກພັກທົ່ວຄະນະພົວພັນຕ່າງປະ ເທດສູນກາງພັກ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໃນໄລຍະ 1 ປີ ຜ່ານມາ, ຄຕພ ສາມາດຍາດຜົນງານຫລາຍດ້ານ, ແຕ່ຍັງມີບາງດ້ານທີ່ຄົງຄ້າງ ເຊິ່ງ ເປັນບົດຮຽນທີ່ຖອດຖອນໄດ້ ເພື່ອ ປັບປຸງແກ້ໄຂໃນຕໍ່ໜ້າ ກໍຄືການຈັດ ຕັ້ງປະຕິບັດທິດທາງແຜນການສຳ ລັບປີ 2024. ພ້ອມນັ້ນ, ໄດ້ປະກາດ ເລື່ອນຕຳແໜ່ງບໍລິຫານຂັ້ນພະ ແນກ, ພ້ອມທັງຍ້ອງຍໍພະນັກງານ ພາຍໃນຄະນະພົວພັນຕ່າງປະເທດ ສູນກາງພັກ ທີ່ມີຜົນງານດີເດັ່ນໃນ ການຈັດຕັ້ງປະຕິບັດໜ້າທີ່ຕະຫລອດ ປີ 2023 ແລະ ບັນດາຜູ້ສະໜັບສະ ໜູນໃນການຈັດພິທີສະເຫລີມສະ ຫລອງວັນສ້າງຕັ້ງຄະນະພົວພັນ ຕ່າງປະເທດສູນກາງພັກ ຄົບຮອບ 40ປີ ເຊິ່ງໄດ້ຈັດຂຶ້ນໃນເດືອນສິງຫາ ທີ່ຜ່ານມາ. ໃນກອງປະຊຸມ , ສະຫາຍ ທອງສະຫວັນ ພົມວິຫານ ໄດ້ໃຫ້ ກຽດໂອ້ລົມ ໂດຍໄດ້ສະແດງຄວາມ ຊົມເຊີຍຕໍ່ບັນດາຜົນສຳເລັດ ແລະ ຜົນງານທີ່ພະນັກງານຄະນະພົວພັນ ຕ່າງປະເທດສູນກາງພັກ ຍາດມາ ໄດ້ໃນຕະຫລອດໄລຍະ 1 ປີ ຜ່ານ ມາໂດຍສະເພາະແມ່ນການເຮັດສຳ ເລັດພາລະບົດບາດ ເປັນເສນາທິ ການໃຫ້ແກ່ສູນກາງພັກ ໃນການ ເຄື່ອນໄຫວຕ່າງປະເທດດ້ານພັກ ແລະ ການທູດປະຊາຊົນອັນໄດ້ເຮັດ ໃຫ້ບົດບາດອິດທິພົນຂອງ ພັກ-ລັດ ເຮົາໄດ້ຮັບການຍົກສູງໃນເວທີພາກ ພື້ນ ແລະ ສາກົນ; ການຈັດຕັ້ງປະ ຕິບັດວຽກງານໃນປີ 2023 ເຖິງ ຈະຢູ່ທ່າມກາງສະພາບການພາກ ພື້ນ ແລະ ສາກົນ ມີຄວາມຫຍຸ້ງຍາກ ສັບສົນບວກກັບຄວາມຫຍຸ້ງຍາກ ຕ່າງໆ ພາຍໃນປະເທດເຮົາ ແຕ່ກໍໄດ້ ຫາວິທີການເໝາະສົມ ໃນການເສີມ ຂະຫຍາຍການພົວພັນລະຫວ່າງ ພັກເຮົາກັບຕ່າງປະເທດ ໂດຍຍຶດ ໝັ້ນແນວທາງການຕ່າງປະເທດ ຂອງພັກ, ເປັນເຈົ້າການຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຮ່ວມມືກັບພັກເພື່ອນ ມິດຍຸດທະສາດໃຫ້ມີປະສິດທິຜົນ. ພິເສດ ໃນປີ 2023 ຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ສໍາເລັດ ການຈັດກອງປະຊຸມກາງສະໄໝ ສະມາຊິກພັກ ຄັ້ງທີ II ຂອງອົງ ຄະນະພັກ ຂອງຕົນຢ່າງຈົບງາມ. ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ມີຄໍາເຫັນຊີ້ນໍາໃຫ້ພະນັກ ງານສະມາຊິກພັກຄຕພທຸກຖ້ວນໜ້າ ສຸມໃສ່ການຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ຄຕພ ແລະ ແຜນ ພັດທະນາຄຕພແຕ່ປີ2021-2025 ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ; ເອົາໃຈໃສ່ພັດທະນາຕົນເອງທາງ ດ້ານການເມືອງ-ແນວຄິດ, ວິຊາສະ ເພາະ ແລະ ພາສາຕ່າງປະເທດ, ສືບ ຕໍ່ກໍ່ສ້າງ ແລະ ຮັກສານາມມະຍົດ ໜ່ວຍພັກປອດ ໄສ, ເຂັ້ມແຂງ, ໜັກ ແໜ້ນຕິດພັນກັບຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ. ໃນໂອກາດດັ່ງກ່າວ, ສະຫາຍ ຫົວໜ້າ ຄຕພ ຍັງໄດ້ໃຫ້ຄຳໂອວາດ ຕໍ່ພະນັກງານທີ່ໄດ້ເລື່ອນຕຳແໜ່ງ ບໍລິຫານ,ພ້ອມທັງໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈຕໍ່ພາກສ່ວນບຸກ ຄົນ ແລະ ນິຕິບຸກຄົນທີ່ໃຫ້ການສະ ໜັບສະໜູນ ໃນການຈັດງານສະ ເຫລີມສະຫລອງວັນສ້າງຕັ້ງ ຄຕພ ຄົບຮອບ 40 ປີທີ່ຜ່ານມາ. ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຈິດ ໃຈມານະບຸກບືນ, ຄວາມສາມັກຄີ ເປັນເອກະພາບພາຍໃນຈະເຮັດໃຫ້ ການປະຕິບັດໜ້າທີ່ ຂອງຄະນະພົວ ພັນຕ່າງປະເທດສູນກາງພັກສືບຕໍ່ ຍາດໄດ້ຜົນສຳເລັດໃຫຍ່ກວ່າເກົ່າ ໃນການເຄື່ອນໄຫວວຽກງານຕ່າງ ປະເທດຂອງພັກ ເພື່ອສືບຕໍ່ສ້າງສະ ພາບແວດລ້ອມທີ່ອໍານວຍຄວາມສະ ດວກ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນຕໍ່ໜ້າ. ພາບ:ເກດສະໜາ ເຫລືອເພີ່ມເຕີມຂອງ IFC ຈະຊ່ວຍ ໃຫ້ພວກເຮົາສາມາດສົ່ງເສີມສະ ພາບແວດລ້ອມດ້ານນະໂຍບາຍ ແລະ ລະບຽບການ ທີ່ເອື້ອອຳນວຍ ໃຫ້ບັນດາສະຖາບັນການເງິນສ້າງ ຜະລິດຕະພັນທາງດ້ານການເງິນ ສີຂຽວ ທີ່ເຂົ້າເຖິງໄດ້ຢ່າງກວ້າງ ຂວາງໃນຕະຫລາດພາຍໃນ. ທ່ານ ໂທມັດ ຈາຄອບ ໄດ້ມີ ຄວາມເຫັນວ່າ: ໃນທົ່ວໂລກ, ທະນາ ຄານກາງພວມຊຸກຍູ້ວາລະການເງິນ ສີຂຽວ ແລະ ເປັນການດີທີ່ໄດ້ເຫັນ ທະນາຄານແຫ່ງ ສປປ ລາວ ຈະອຳ ນວຍຄວາມສະດວກ ໃຫ້ແກ່ການພັດ ທະນາການເງິນຍືນຍົງໃນປະເທດ. ຈາກປະສົບການທົ່ວໂລກຂອງ IFC ເຊິ່ງມີຄວາມພ້ອມທີ່ຈະຊ່ວຍ ເຫລືອຂະແຫນງການເງິນລາວ ໃນ ການລະດົມທຶນພາກເອກະຊົນ ໄປສູ່ ບັນດາໂຄງການທີ່ເປັນມິດກັບສະ ພາບດິນຟ້າອາກາດ ດ້ວຍການນໍາ ໃຊ້ນະວັດຕະກໍາເຄື່ອງມືທາງການ ເງິນ ລວມທັງພັນທະບັດສີຂຽວ. ຜົນກະທົບຂອງການປ່ຽນແປງ ດິນຟ້າອາກາດ ແມ່ນມີຄວາມສຳຄັນ ເປັນພິເສດຕໍ່ເສດຖະກິດຂອງ ສປປ ລາວ ເນື່ອງຈາກການເພິ່ງພາອາໄສ ຊັບພະຍາກອນທຳມະຊາດທີ່ອ່ອນ ໄຫວຕໍ່ກັບສະພາບດິນຟ້າອາກາດ ເຊັ່ນ: ນ້ຳ, ປ່າໄມ້ແລະ ກະສິກຳແນວ ໃດກໍຕາມ ເພື່ອຫລຸດຜ່ອນຜົນກະທົບ ແລະບັນລຸສະຖານະຄວາມເປັນກາງ ດ້ານກາກບອນ ໃນປີ 2050, ສປປ ລາວ ໄດ້ວາງເປົ້າໝາຍໄລຍະກາງ ໃນການຫລຸດຜ່ອນການປ່ອຍທາດ ອາຍພິດເຮືອນແກ້ວ ໃຫ້ໄດ້ 60% ໃນປີ 2030. ສະນັ້ນ, ສປປ ລາວ ຈໍາເປັນຕ້ອງໄດ້ລົງທຶນເກືອບ 4,8 ຕື້ໂດລາສະຫະລັດ ເຂົ້າໃນບັນມາດ ຕະການ ເພື່ອຫລຸດຜ່ອນຜົນກະທົບ ພາຍໃນປີ 2030 ອີງຕາມແຜນງານ ແຫ່ງຊາດຕໍ່ການປະກອບສ່ວນແກ້ ໄຂບັນຫາການປ່ຽນແປງສະພາບ ດິນຟ້າອາກາດ(NDC) ເນື່ອງຈາກ ຂໍ້ຈໍາກັດດ້ານງົບປະມານຂອງລັດ, ເງິນທຶນທີ່ຕ້ອງການຫລາຍ, ຄາດວ່າ ຈະມາຈາກພາກເອກະຊົນ. ໂຄງການໃຫຍ່ ທີ່ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະ ເທດ ແຫ່ງ ສປ ຈີນ ໄດ້ປະກາດໃຫ້ ການຊ່ວຍເຫລືອລ້າ ແກ່ ສປປ ລາວ ໃນໂອກາດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນທ້າຍປີ 2017. ແຕ່ ການຈັດຕັ້ງປະຕິບັດຕົວຈິງເນື່ອງ ຈາກ 4 ວຽກນີ້ ຕິດພັນກັນຢ່າງສະ ໜິດແໜ້ນ ຈຶ່ງໄດ້ເອົາ 4 ໂຄງການ ໃຫຍ່ (4 ໜ້າວຽກ) ເຂົ້າເປັນໂຄງ ການດຽວ ເອີ້ນຫຍໍ້ວ່າໂຄງການ 4x100 ເຊິ່ງທັງ 4 ໜ້າວຽກນີ້ປະ ກອບມີ: ການກໍ່ສ້າງລະບົບສະໜອງ ນໍ້າສະອາດ 100 ບ້ານ; ກໍ່ສ້າງສຸກ ສາລາ 100 ແຫ່ງ; ດຶງໄຟຟ້າເຂົ້າ ບ້ານ ແລະ ຄົວເຮືອນ 100 ບ້ານ; ຕິດຕັ້ງລະບົບໂທລະພາບດີຈິຕອນ ຜ່ານດາວທຽມ ໃຫ້ແກ່ປະຊາຊົນ 100 ບ້ານ. ໂຄງການ 4x100 ນີ້ ໄດ້ທົດລອງຈັດຕັ້ງປະຕິບັດໃນຊຸດ ທີ 1 ຢູ່ ແຂວງວຽງຈັນ ແລະແຂວງ ຫລວງພະບາງ ທັງໝົດ 30 ບ້ານ ເຊິ່ງໄດ້ກໍ່ສ້າງສໍາເລັດ ແລະ ເລີ່ມ ນໍາໃຊ້ແລ້ວ. ໂຄງການຊ່ວຍເຫລືອກໍ່ສ້າງພື້ນ ຖານໂຄງລ່າງຫລຸດຜ່ອນຄວາມ ທຸກຍາກຢູ່ຊົນນະບົດລາວ ຊຸດທີ 2 ແມ່ນໂຄງການທີ່ຈັດຕັ້ງປະຕິບັດຢູ່ ສປປ ລາວ ໂດຍນໍາໃຊ້ຮູບແບບ “ປະເທດໄດ້ຮັບການຊ່ວຍເຫລືອມີ ສ່ວນຮ່ວມໃນການຈັດຕັ້ງປະຕິບັດ ເອງ” ເຊັ່ນດຽວກກັບໂຄງການຊຸດ ທີ 1 ທີ່ຜ່ານມາ. ເຖິງວ່າຈະມີປະສົບ ການໃນການກະກຽມ, ຕິດຕາມ, ຄຸ້ມຄອງໂຄງການຕັ້ງແຕ່ຫົວທີໃນ ໂຄງການຊຸດທີ 1 ມາແລ້ວ ກໍຕາມ, ແຕ່ເຫັນວ່າ ໃນການປະຕິບັດຕົວຈິງ ນັ້ນຍັງມີບາງຈຸດບໍ່ໂລ່ງລ່ຽນດີ, ບວກໃສ່ພັນທະໜ້າທີ່ ທີ່ຝ່າຍລາວ ເຮົາຕ້ອງໄດ້ຮັບຜິດຊອບເອງ ກໍມີ ຫລາຍ ເຊິ່ງຕິດພັນກັບງົບປະມານ ຕົວຈິງຂອງຝ່າຍລາວ ທີ່ມີຄວາມ ຫຍຸ້ງຍາກອາດເຮັດໃຫ້ການປະຕິບັດ ວຽກງານຕົວຈິງ ຍັງມີຫລາຍດ້ານ ບໍ່ສາມາດດຳເນີນໄປໄດ້ຢ່າງຄ່ອງ ຕົວເທົ່າທີ່ຄວນ. ຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດໂຄງການໃນ ຮູບແບບ ດັ່ງກ່າວນີ້ ປະເທດລາວ ແມ່ນສາມາດມີສ່ວນຮ່ວມໃນການ ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຕົວ ຈິງຫລາຍຂື້ນ, ສາມາດຮຽນຮູ້ ແລະ ຖອດຖອນບົດຮຽນນໍາຊ່ຽວຊານ ຈີນ ໄດ້ໂດຍກົງ ຈາກການຮ່ວມເຮັດ ວຽກຕົວຈິງນໍາກັນ, ສາມາດເຮັດໃຫ້ ການປະຕິບັດໂຄງການ ໃຫ້ເຂົ້າເຖິງ ຄວາມຕ້ອງການຕົວຈິງ ໃນການພັດ ທະນາໄດ້ຫລາຍຂຶ້ນ. ທ່ານລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ ຍັງໄດ້ສະ ແດງຄວາມເຊື່ອໝັ້ນວ່າ: ໂດຍພາຍ ໃຕ້ການນໍາພາຊີ້ນໍາ ຂອງພັກ ແລະ ລັດຖະບານ ຂອງສອງປະເທດລາວ ແລະຈີນ, ສົມທົບກັບການຮ່ວມມືຕິດ ຕາມຄຸ້ມຄອງໂຄງການຂອງຄະນະ ຮັບຜິດຊອບທັງສອງຝ່າຍ, ລວມທັງ ປະສົບການໃນການຈັດຕັ້ງປະຕິບັດ ໂຄງການຂະໜາດໃຫຍ່ຫລາຍໂຄງ ການທີ່ຜ່ານມາ ຂອງກຸ່ມບໍລິສັດກໍ່ ສ້າງລົງທຶນ ແລະ ຖືຫຸ້ນ ແຂວງຢຸນ ນານ (ທີ່ເປັນບໍລິສັດ ຮັບເໝົາໂຄງ ການ)ຈະສາມາດສຳເລັດໜ້າທີ່ ອັນສຳຄັນທີ່ໄດ້ຮັບຄວາມໄວ້ວາງ ໃຈ ແລະ ຖືກມອບໝາຍຢ່າງມີຄຸນ ນະພາບສູງ ແລະ ເຮັດໃຫ້ປະຊາຊົນ ສາມາດນໍາໃຊ້ໄດ້ຢ່າງມີປະສິດທິ ຜົນສູງ. ຮ່ວມມືສອງຝ່າຍ ລະຫວ່າງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ສາທາລະນະລັດ ບົດສະ ວານາ, ໃນວັນທີ 11 ທັນ ວາ 2023 ທີ່ນະຄອນ ນິວຢອກ, ສະຫະລັດອາ ເມລິກາ, ໄດ້ມີພິທີຮ່ວມລົງນາມໃນ ຖະແຫລງການຮ່ວມວ່າດ້ວຍການ ສ້າງຕັ້ງສາຍພົວພັນການທູດລະ ຫວ່າງສອງປະເທດ, ຕາງໜ້າໃຫ້ລັດ ຖະບານ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໂດຍ ແມ່ນທ່ານ ອານຸພາບ ວົງໜໍ່ແກ້ວ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະ ຫະປະຊາຊາດ ແລະ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ບົດສະວານາ ໂດຍແມ່ນທ່ານ ດຣ. ເລໂມກັງ ເຄວາເປ (H.E. Dr. LemogangKwape)ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສາ ທານາລະນະບົດສະວານາ ໂດຍການ ເຂົ້າຮ່ວມເປັນສັກຂີພິຍານຂອງບັນ ດານັກການທູດຂອງທັງສອງຝ່າຍ. ສາທາລະນະລັດ ບົດສະວານາ ຕັ້ງຢູ່ທາງໃຕ້ຂອງທະວີບ ອາຟຣິກາ, ມີຊາຍແດນຕິດກັບ 4 ປະເທດ ຄື: ສ ອາຝຣິກກາໃຕ້, ນາມີບີ, ຊິມບັບ ເວ ແລະ ຊຳບີ, ມີເນື້ອທີ່ທັງໝົດ 581.730 km2 ເຊິ່ງ 70% ຂອງ ເນື້ອທີ່ແມ່ນເປັນທະເລຊາຍ, ປະ ກອບດ້ວຍ 17 ແຂວງ; ມີນະຄອນ ຫລວງຊື່ວ່າ ກາໂບໂລນີ ແລະ ມີປະ ຊາກອນ ປະມານ 2.7 ລ້ານຄົນ(ປີ 2023). ປະຊາຊົນ ບົດສະວານາ ນໍາໃຊ້ພາສາອັງກິດ ແລະ ສະວານາ ເປັນພາສາທາງການ. ປະຊາຊົນ ຫລາຍກວ່າ 70% ນັບຖືສາສະໜາ ຄຣິດສຕຽນ. ສ ບົດສະວານາ ໄດ້ຮັບ ເອກະລາດຈາກ ອັງກິດ ໃນວັນທີ 30 ກັນຍາ 1966, ແຕ່ຍັງຢູ່ໃນກຸ່ມ ປະເທດເຄືອຈັກກະພົບ. ສ ບົດສະ ວາ ມີການປົກຄອງລະບອບ ປະຊາ ທິປະໄຕ ໂດຍມີ ປະທານາທິບໍດີທັງ ເປັນປະມຸກລັດ ແລະ ຫົວໜ້າລັດຖະ ບານ. ບົດສະວານາ ເປັນປະເທດທີ່ ອຸດົມສົມບູນດ້ວຍຊັບພະຍາກອນ ທຳມະຊາດ, ພື້ນຖານເສດຖະກິດ ສ່ວນໃຫຍ່ແມ່ນອີງໃສ່ການກະສິກຳ ແລະ ແຮ່ທາດ, ມີການຜະລິດ ແລະ ສົ່ງອອກແຮ່ທອງ, ຖ່ານຫີນ, ຄໍາ, ເງິນ, ແກ້ວປະເສີດແລະຫີນກຣານິດ ເຊິ່ງກາຍເປັນພື້ນຖານໃຫ້ແກ່ການ ພັດທະນາເສດຖະກິດຂອງປະເທດ. ນອກນັ້ນ, ຍັງມີແຫລ່ງທ່ອງທ່ຽວ ທາງທຳມະຊາດ ທີ່ສຳຄັນຫລາຍ ແຫ່ງ ແລະ ໄດ້ຮັບການຈົດທະບຽນ ເປັນມໍລະດົກໂລກ ໂດຍອົງການ UNESCO. ສ ບົດສະວານາ ເຂົ້າເປັນສະມາ ຊິກຂອງອົງການ ສປຊ ໃນວັນທີ 17 ຕຸລາ 1966 ແລະ ຜ່ານມາໄດ້ ເຄື່ອນໄຫວຢ່າງຫ້າວຫັນ ເປັນຕົ້ນ ໄດ້ປະກອບສ່ວນເຂົ້າໃນກອງກຳ ລັງຮັກສາສັນຕິພາບຂອງ ສປຊ, ເຄີຍໄດ້ຮັບເລືອກຕັ້ງເປັນສະມາຊິກ ບໍ່ຖາວອນ ຂອງ ສະພາຄວາມໝັ້ນ ຄົງ ສປຊ ໃນສົກປີ 1995-1996, ເປັນສະມາຊິກສະພາເສດຖະກິດສັງຄົມ ສປຊ 04 ຄັ້ງ ໃນສົກປີ 1983-1985, 1991-1993, 2014-2016 ແລະ 2020-2022 ແລະ ເປັນສະມາຊິກສະພາສິດທິມະ ນຸດ ໃນປີ 2011-2017. ໃນບໍ່ດົນ ຜ່ານມານີ້, ສ ບົດສະວານາ ຫາກໍ ສຳເລັດການເປັນປະທານສະພາ ເສດຖະກິດ ແລະ ສັງຄົມ ສປຊ ສົກປີ 2021-2022. ໃນເວທີ ສປຊ, ສປປ ລາວ ແລະ ບົດສະວານາ ໄດ້ ມີການພົວພັນ ແລະ ຮ່ວມມືອັນດີໃນ ຖານະເປັນສະມາຊິກກຸ່ມຕ່າງໆ ຮ່ວມກັນ ເຊັ່ນ: ກຸ່ມປະເທດກຳລັງ ພັດທະນາທີ່ບໍ່ມີຊາຍແດນຕິດກັບ ທະເລ(LLDCs),ກຸ່ມ77ແລະຈີນ, ຂະບວນການບໍ່ຮ່ວມກຸ່ມ(NAM) ແລະ ອື່ນໆ. ໃນໂອກາດນີ້, ທັງສອງຝ່າຍ ຍັງໄດ້ຢືນຢັນຄືນເພື່ອສືບຕໍ່ຄວາມ ພະຍາຍາມຮ່ວມກັນໃນການເສີມຂະ ຫຍາຍການພົວພັນ ແລະ ຮ່ວມມື ໃນດ້ານຕ່າງໆໃນຕໍ່ຫນ້າ, ລວມທັງ ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີສາກົນ. ປັດຈຸບັນ, ສປປ ລາວ ພວມສືບຕໍ່ເຮັດໜ້າທີ່ເປັນສະ ມາຊິກສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ສໍາລັບສົກປີ 2023-2025 ແລະ ຈະເລີ່ມຕົ້ນ ປະ ຕິບັດຫນ້າທີ່ເປັນປະທານ ອາຊຽນ ໃນປີ 2024. ການສ້າງຕັ້ງສາຍພົວ ພັນການທູດຮ່ວມກັບປະເທດບົດ ສະວານາ ໃນຄັ້ງນີ້ ເປັນການສືບ ຕໍ່ ປະກອບສ່ວນໃຫ້ແກ່ ການຈັດຕັ້ງປະ ຕິບັດແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະ ພາບ ແລະ ການຮ່ວມມື” ອັນສະເໝີ ຕົ້ນສະເໝີປາຍຂອງ ສປປ ລາວ ແລະ ເຮັດໃຫ້ສາທາລະນະລັດປະຊາ ທິປະໄຕ ປະຊາຊົນລາວ ມີສາຍພົວ ພັນການທູດ ກັບ 149 ປະເທດ ໃນ ທົ່ວໂລກ. ປະທານບໍລິສັດພັດທະນາແຫລ່ງ ທ່ອງທ່ຽວຕາດເຍືອງ ຫລັກ 40 ເມືອງປາກຊ່ອງຈໍາກັດເພື່ອປະກອບ ສ່ວນພັດທະນາເສດຖະກິດ-ສັງຄົມ ແລະ ເປັນການເຊື່ອມຕໍ່ໃນຂໍ້ລິເລີ່ມ ຮ້ານປິ້ງໄກ່ນາປົ່ງກ້າວສູ່ຄຸນນະ ພາບໃໝ່. ຂະນະດຽວ ກໍເພື່ອຕ້ອນ ຮັບປີທ່ອງທ່ຽວ 2024. ທ່ານ ທອງໃສ ເພັດລາສີ ໄດ້ໃຫ້ ສໍາພາດຕໍ່ສື່ມວນຊົນ ສໍານັກຂ່າວ ສານປະເທດລາວ ວ່າ: ເມືອງຕຸ້ມ ລານເປັນເມືອງໜຶ່ງທີ່ມີມູນເຊື້ອແລະ ຊື່ສຽງ ໃນການລ້ຽງໄກ່ພື້ນເມືອງທີ່ ມີໄຂ່ຫລາຍ, ກິນແຊບ. ສະນັ້ນ, ຈຸດປະສົງຫລັກແມ່ນຢາກສົ່ງເສີມ, ຟື້ນຟູແນວພັນໄກ່ເມືອງຕຸ້ມລານ ໃຫ້ເປັນເມືອງຜະລິດແມ່ພັນໄກ່ພື້ນ ເມືອງ ເພື່ອສະໜອງແມ່ພັນໃຫ້ເມືອງ ອື່ນໆ ໂດຍສະເພາະແມ່ນເມືອງລະ ຄອນເພັງເປັນເມືອງລ້ຽງແລະເພາະ ພັນ ເພື່ອສະໜອງໃຫ້ແກ່ຮ້ານປີ້ງໄກ່ ນາປົ່ງ ເມືອງຄົງເຊໂດນ. ສະນັ້ນ, ການເຊັນສັນຍາໃນຄັ້ງ ນີ້, ເພື່ອຢາກຟື້ນຟູຄືນຕົ້ນກໍາເນີດໄກ່ ພື້ນເມືອງ ທີ່ເປັນເອກະລັກໃນເບື້ອງ ຕົ້ນແມ່ນລະດົມໃຫ້ປະຊາຊົນມີສ່ວນ ຮ່ວມ ແລະ ຫັນວິທີລ້ຽງແບບພໍແຕ່ ກຸ້ມກິນມາເປັນການລ້ຽງ ເພື່ອເປັນ ສິນຄ້າ ແລະ ສົ່ງອອກ ເຊິ່ງຊ່ວຍເຮັດ ໃຫ້ປະຊາຊົນພາຍໃນເມືອງມີລາຍ ຮັບໝັ້ນຄົງ, ມີອາຊີບທີ່ແນ່ນອນ, ມີ ວິທີລ້ຽງໄກ່ແບບມືອາຊີບແລະອື່ນໆ ໃນເບື້ອງຕົ້ນ ຈະໃຫ້ປະຊາຊົນມີ ສ່ວນຮ່ວມລ້ຽງເປັນແບບຄອບຄົວ ແລະ ເປັນກຸ່ມ. ໂອກາດນີ້, ທ່ານນາງສອນທິດາ ອຸນາພົມ ຍັງໃຫ້ຮູ້ວ່າ: ອາຫານພື້ນ ເມືອງລາວ ທີ່ມີເອກະລັກໄກ່ລາດໄດ້ ກາຍເປັນສ່ວນໜຶ່ງທີ່ສໍາຄັນ ສໍາລັບ ພາກອຸດສາຫະກໍາທ່ອງທ່ຽວລາວ ໃນ 4 ແຂວງພາກໃຕ້ຂອງ ສປປ ລາວ ເຊັ່ນ: ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາແວ່ຊົມ ແຫລ່ງທ່ອງທ່ຽວຕ່າງໆຂອງພວກ ເຮົາ ໄດ້ສັ່ງຊື້ອາຫານປະເພດປີ້ງໄກ່, ລາບໄກ່ ແລະ ຕົ້ມໄກ່ລາດພື້ນເມືອງ ເຊິ່ງເຫັນວ່າທ່າອ່ຽງການບໍລິໂພກ ໄກ່ລາດ ໄດ້ຮັບຄວາມນິຍົມສູງພໍສົມ ຄວນ. ການສົ່ງເສີມຟື້ນຟູການລ້ຽງ ໄກ່ພື້ນເມືອງແບບຍືນຍົງໃນຄັ້ງນີ້, ກໍເປັນໜຶ່ງໃນກິດຈະກຳ ເພື່ອຕ້ອນ ຮັບປີທ່ອງທ່ຽວລາວ 2024 ທີ່ຈະ ມາເຖິງນີ້. ຂ່າວ: ເກີດຂວັນໃຈ ມາລີຈັນສີ ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==