5767

78r lts]5 [dkog7n j vows; ;Pd'ko c]t ph v'p= z6 h ,u zq o'ko lxx ]k; c]t l [q flt;kok ]q 'ok,lh k'8A 'lkprq ;ra odkom6 f d5 j ,[= ]y la f 15 ooko xtdv[lj ;o s]5 fzj vo7;k,m5 dpkd16 j rkdg|n v]k; lq j 'glu ,dko]h P'wdj rN og,n v' 16 j 3 g,n v' c0;'lk]t;a o gxu fdkod+ lh k'rN o4ko37']j k's]5 fzj vo 7;k,m5 dpkd1j 6 4 c0;'rkdg|n v dkooe0A ol6 '0v']k; wfh Ia [lko-q ,g-u p lq j 'glu ,dtly dvo x6 drn f ]tf6 c]h '.sh dkpgxa oly o7h k xtmko wdlvo rq ,;y sko pn opq ' .ork]tdy fxt8y ;a f0v'r;dgIq k8ts]vfwx gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 13.12.2023 ປີທີ 22 ສະບັບທີ 5.826 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4 xtmko wdlvo rq ,;y sko pn opq '.ork]tdy fxt8y ;a f0v'r;dgIq k8ts]vfwx K * ມື້ນີ້, ວັນທີ 13 ທັນວາ ເປັນວັນຄົບຮອບ 103 ປີ (13 ທັນວາ 1920-13ທັນວາ 2023) ວັນເກີດປະທານໄກສອນພົມວິຫານຜູ້ນຳທີ່ ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຊຶ່ງຢູ່ທ່າມທາງບັນຍາກາດ ທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມອອກແຮງ ແຂ່ງຂັນສ້າງຜົນງານຂໍ່ນັບຮັບຕ້ອນກອງປະຊຸມໃຫຍ່ 3 ຂ້ັນຂອງພັກ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ເພື່ອເປັນການ ສ່ອງແສງໃຫ້ເຫັນເຖິງຜົນງານແຫ່ງການສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະ 48 ຜ່ານມາ. ໃນຕະຫລອດຊີວິດຂອງປະທານໄກສອນ ພົມວິຫານ ແມ່ນໄດ້ອຸ ທິດໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ເຮັດວຽກຢ່າງບໍ່ຮູ້ອິດເມື່ອຍໃນ ພາລະກິດກອບກູ້ເອກະລາດ ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນ ທັງແບບເກົ່າ ແລະ ແບບໃໝ່ ທີ່ຍືດເຍື້ອຍາວນານ ຈົນສາມາດປົດປ່ອຍ ຊາດ ນໍາເອົາຄວາມເປັນເອກະລາດ ອິດສະຫລະພາບ ແລະ ຜືນແຜ່ນດິນ ອັນຄົບຖ້ວນມາໃຫ້ແກ່ປວງຊົນລາວໄດ້ຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ຂປລ. ພິທີເຊັນສັນຍາຮ່ວມມືສົ່ງ ເສີມຟື້ນຟູການລ້ຽງໄກ່ພື້ນເມືອງ ແບບຍືນຍົງ ຢູ່ 3 ເມືອງ ແຂວງສາ ລະວັນ ໂດຍປະຊາຊົນມີສ່ວນຮ່ວມ ລະຫວ່າງ ຄະນະນໍາເມືອງຕຸ້ມລານ, ເມືອງນະຄອນເພັງ, ເມືອງຄົງເຊ ໂດນ ແລະ ບໍລິສັດພັດທະນາແຫລ່ງ ທ່ອງທ່ຽວຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ຈໍາກັດ ຈັດຂຶ້ນໃນ ວັນທີ 11 ທັນວາ 2023 ຢູ່ເມືອງ ຕຸ້ມລານ ແຂວງສາລະວັນ ໂດຍ ການຮ່ວມລົງນາມ ລະຫວ່າງ ທ່ານ ທອງໃສ ເພັດລາສີ ເຈົ້າເມືອງຕຸ້ມ ລານ, ທ່ານ ສະໄໝ ໂພທິສານ ເຈົ້າ ຂປລ.ວັນທີ 11 ທັນວາ, ທີ່ ແຂວງຫລວງພະບາງ ໄດ້ມີພິທີເປີດ ການກໍ່ສ້າງໂຄງການຊ່ວຍເຫລືອ ດ້ານພື້ນຖານໂຄງລ່າງ ເພື່ອຫລຸດ ຜ່ອນຄວາມທຸກຍາກ ຢູ່ຊົນນະບົດ ລາວ ຊຸດທີ 2 ເຊິ່ງໄດ້ກໍານົດຈັດ ຂປລ.ທ່ານ ໂຈ່ ຈ້ຽນໂກ (Mr. Zhou Jian Guo) ປະທານກຸ່ມ ບໍລິສັດ ພັດທະນາກະສິກຳຢຸນນານ ໜົງເຂີນຈຳກັດ ໄດ້ໃຫ້ສຳພາດຕໍ່ ສຳນັກຂ່າວສານປະເທດລາວໃນໂອ ກາດເຂົ້າຮ່ວມກອງປະຊຸມ ຄັ້ງທີ XIII ຂອງກົນໄກຄະນະປະສານ ງານພາກເໜືອ ສປປ ລາວ ແລະ ແຂວງຢຸນນານ ສປ ຈີນ ໃນວັນທີ 11 ທັນວາ 2023 ວ່າ: ໃນປີ2017 ຜ່ານມາ, ບໍລິສັດ ຢຸນນານໜົງ ເຂີນ ໄດ້ລົງທຶນຈຳນວນ 10 ລ້ານໂດລາ ສະຫະລັດ ສ້າງສູນຄົ້ນຄວ້າວິໄຈ ຢາງພາລາ ແລະ ພືດກະສິກໍາລາວ ຂປລ. ເມື່ອບໍ່ດົນມານີ້ ທີ່ນະຄອນຫລວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮັບສານຊົມເຊີຍຈາກ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ຄົບຮອບ 48 ປີ ເຊິ່ງມີເນື້ອໃນລະບຸວ່າ: ຂ້າພະເຈົ້າຂໍສະ ແດງຊົມເຊີຍຢ່າງສຸດໃຈ ເນື່ອງໃນໂອກາດວັນຊາດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສາຍພົວພັນ ລະຫວ່າງ ຣັດເຊຍ ແລະ ລາວ ແມ່ນສາຍພົວພັນມິດຕະ ພາບ ເພື່ອນມິດອັນແທ້ຈິງ ເຊິ່ງໄດ້ຮັບການຢັ້ງຢືນໂດຍລວມແລ້ວ ໃນ ການພົບປະຂອງພວກເຮົາໃນເດືອນຕຸລາ ທີ່ນະຄອນຫລວງປັກກິ່ງ. ຂ້າພະເຈົ້າເຊື່ອໝັ້ນວ່າ ການເສີມຂະຫຍາຍການເປັນຄູ່ຮ່ວມມືຍຸດທະ ສາດຂອງສອງປະເທດ ແມ່ນຕອບສະໜອງຜົນປະໂຫຍດຫລັກຂອງປະ ຊາຊົນຂອງພວກເຮົາ ແລະ ສອດຄ່ອງກັບການຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນອາຊີ-ປາຊີຟິກ ເຊິ່ງເປັນຈຸດສຳຄັນພິເສດ ໃນສະພາບການ ທີ່ ລາວຈະເປັນປະທານອາຊຽນ. ຂ້າພະເຈົ້າ ຂໍອວຍພອນໃຫ້ທ່ານ ຈົ່ງມີພະລານາໄມສົມບູນ ແລະ ປະ ຂປລ. ເພື່ອເປັນການເສີມຂະ ຫຍາຍສາຍພົວພັນການທູດ ກັບບັນ ດາປະເທດເພື່ອນມິດໃນທົ່ວໂລກ ຂປລ.ໃນວັນທີ12ທັນວາ2023, ຄະນະພົວພັນຕ່າງປະເທດສູນກາງ ພັກ (ຄຕພ) ໄດ້ຈັດກອງປະຊຸມສະ ຫລຸບການເຄື່ອນໄຫວວຽກງານ ຂອງຕົນໃນໄລຍະ 1 ປີຜ່ານມາ ຕັ້ງປະຕິບັດ ຢູ່ 4 ແຂວງພາກເໜືອ ຄື: ແຂວງຜົ້ງສາລີ, ແຂວງຫລວງ ນໍ້າທາ, ແຂວງອຸດົມໄຊ ແລະ ແຂວງ ຫົວພັນ, ມີບ້ານເປົ້າທັງໝົດ 40 ບ້ານ, ລວມ 104 ໂຄງການໜ້າ ວຽກຍ່ອຍ. ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນ ຕີກະຊວງແຜນການ ແລະ ການລົງ ທຶນ, ປະທານຄະນະກໍາມະການຮ່ວມ ມື ລາວ-ຈີນ, ທ່ານ ຫວັງ ຮ້າວ ຮອງ ເຈົ້າແຂວງໆຢຸນນານ, ມີບັນດາຄະ ນະຜູ້ແທນສອງຝ່າຍເຂົ້າຮ່ວມ. ທ່ານ ຄຳເຈນ ວົງໂພສີ ກ່າວວ່າ: ໂຄງການນີ້ແມ່ນ 4 ໜ້າວຽກໃນ 8 ພ້ອມທັງເປັນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການ ເມືອງຄົງເຊໂດນ, ທ່ານ ທອງດີ ຈັນທະວົງ ເຈົ້າເມືອງລະຄອນເພັງ ແລະ ທ່ານ ນາງ ສອນທິດາ ອຸນາພົມ ເພື່ອເປີດກວ້າງການແລກປ່ຽນ ດ້ານກະສິກຳສູ່ພາຍນອກ ແລະ ຂປລ.ໃນວັນທີ 12 ທັນວາ 2023 ທີ່ນະຄອນຫລວງວຽງຈັນ, ທ່ານ ນາງ ວັດທະນາ ດາລາລອຍ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ແລະ ທ່ານ ໂທມັດ ຈາຄອບ(Thomas Jacobs), ຫົວໜ້າອົງການການ ເງິນສາກົນ(IFC) ປະຈໍາ ສ ຫວຽດ ນາມ, ສປປ ລາວ ແລະ ກຳປູເຈຍ ໄດ້ຮ່ວມລົງນາມໃນສັນຍາເພີ່ມທະ ວີຮ່ວມມືໃນການຊຸກຍູ້ສົ່ງເສີມການ ເງິນສີຂຽວ ເພື່ອແນໃສ່ເລັ່ງລັດ ການປະຕິຮູບທີ່ຈຳເປັນເພື່ອພັດທະ ນາບົດແນະນຳ ແລະ ມາດຕະຖານ ເພື່ອດຶງດູດທຶນສີຂຽວທີ່ປະເທດ ຕ້ອງການ ເພື່ອຊຸກຍູ້ເສດຖະກິດ ແລະ ສ້າງວຽກເຮັດງານທຳ ພ້ອມ ທັງປະກອບສ່ວນຊ່ວຍສ້າງໃຫ້ໂລກ ສີຂຽວ ແລະ ໜ້າຢູ່ກວ່າເກົ່າ. ທ່ານນາງ ວັດທະນາ ດາລາລອຍ ໄດ້ກ່າວວ່າ: ຂະແໜງການເງິນມີ ຄວາມສາມາດບົ່ມຊ້ອນ ອັນສຳຄັນ ໃນການຫັນທຶນເຂົ້າໄປສູ່ໂຄງການ ສີຂຽວ ແລະ ປະກອບສ່ວນເຂົ້າໃນ ຈຸດປະສົງເປົ້າໝາຍດ້ານສິ່ງແວດ ລ້ອມແຫ່ງຊາດ ໂດຍທະນາຄານ ແຫ່ງ ສປປ ລາວ ມີພາລະບົດບາດ ສຳຄັນໃນການຊີ້ນຳຂະແໜງການ ເງິນໄປສູ່ທິດທາງນີ້. ການຊ່ວຍ ພາບປະກອບ wvgva [-u c]t ms] Ij ;,,n -5 dp6 h {lq j 'glu ,dkog'olu y 0P;

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 13/12/2023 xtgmf]k; ປະທານ ໄກສອນ... ສົ່ງເສີມການລ້ຽງໄກ່... ເປິດການກໍ່ສ້າງ... ໄອເອັບຊີ... ສປປ ລາວ ແລະ ... ຄຕພ ສະຫລຸບການ... ການນຳຂັ້ນສູງ... 1975 ຢ່າງສະຫງ່າຜ່າເຜີຍ ແລະ ສືບຕໍ່ນຳພາປວງຊົນລາວທັງຊາດ ປະຕິ ບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສູ່ຈຸດໝາຍ ສັງຄົມນິຍົມດ້ວຍທ່າກ້າວທີ່ໜັກແໜ້ນ ແລະ ມີຜົນສຳເລັດຢ່າງຕໍ່ເນື່ອງ. ປະທານ ໄກສອນ ພົມວິຫານ ແມ່ນລູກຮັກຫລານແພງຂອງປະຊາຊົນ ລາວບັນດາເຜົ່າ, ແມ່ນຜູ້ຮັກຊາດ ນັກປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ວິລະບຸ ລຸດ, ຜູ້ນຳຂອງພັກ-ລັດ ທີ່ປີຊາສາມາດ ສະຫລາດສ່ອງໃສ ແລະ ສະດຸ້ງໄວ. ເພິ່ນເປັນທັງນັກທິດສະດີ ແລະ ພຶດຕິກຳ, ເປັນນັກປຸກລະດົມຂົນຂວາຍ ແລະ ເປັນນັກໂຄສະນາປາຖະກະຖາທີ່ດີເລີດ, ເປັນນັກຍຸດທະສາດ, ນັກອອກແບບ ນະໂຍບາຍ ແລະ ວິທີປະຕິວັດທີ່ສະຫລາດຄ່ອງແຄ້ວ. ປະທານ ໄກສອນ ພົມວິຫານ ເປັນສັນຍະລັກ ແລະ ເປັນແກ່ນສານຂອງຄວາມສາມັກຄີພາຍ ໃນ ພັກ ແລະ ໃນຊາດ ເຊິ່ງຍາມໃດເພິ່ນກໍ່ໄດ້ເອົາໃຈ ໃສ່ສ້າງ ແລະ ເພີ່ມທະ ວີຄວາມສາມັກຄີປອງດອງລະຫວ່າງເຜົ່າ, ຄວາມເປັນປຶກແຜ່ນພາຍໃນ ຊາດ ແລະ ຄວາມເປັນເອກະພາບ ພາຍໃນພັກ; ເປັນຜູ້ນຳທີ່ມີດ້ວຍຄຸນສົມ ບັດສິນທຳປະຕິວັດອັນສູງສົ່ງ, ມີທັດສະນະມະຫາຊົນກວ້າງຂວາງ, ເປັນ ຜູ້ນຳທີ່ດຸໝັ່ນ, ດຳລົງຊີວິດແບບງ່າຍດາຍ, ປະຢັດ ແລະ ບໍລິສຸດປອດໃສ ຂາວສະອາດ. ປະທານ ໄກສອນ ພົມວິຫານ ຍັງແມ່ນນັກເຄື່ອນໄຫວສາກົນ ຜູ້ດີເດັ່ນ, ເປັນຜູ້ວາງແຜນແນວທາງ ແລະ ເປັນແບບຢ່າງປະຕິບັດແນວ ທາງຕ່າງປະເທດຢ່າງຖືກຕ້ອງເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາ ກົນນັບມື້ສູງເດັ່ນ. ໃນສະພາບຄວາມຮຽກຮ້ອງຕ້ອງການໃໝ່, ພວກເຮົາຕ້ອງຕັ້ງໜ້າຮ່ຳ ຮຽນ ແລະ ສືບທອດມໍລະດົກອັນລ້ຳຄ່າ ຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ ດ້ວຍການຕັ້ງໜ້າສືບຕໍ່ສ້າງບາດກ້າວບຸກທະລຸທາງດ້ານຈິນ ຕະນາການຢ່າງແຂງແຮງດ້ວຍການສັງລວມເອົາທັດສະນະແນວຄິດ, ຄຸນ ທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດຂອງປະທານ ໄກສອນ ພົມວິຫານ ມາເປັນແບບຢ່າງດ້ານການຝຶກຝົນຫລໍ່ຫລອມຕົນເອງໃຫ້ ເປັນສະມາຊິກພັກ, ພະນັກງານທີ່ດີເດັ່ນ ເປັນແບບຢ່າງນຳໜ້າໃນການພາ ລະກິດປະຕິວັດໃນໄລຍະໃໝ່ໃຫ້ບັນລຸຜົນຕາມລະດັບຄາດໝາຍທີ່ວາງ ໄວ້. ພ້ອມກັນເດັດດ່ຽວຍຶດໝັ້ນໃນການກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ, ປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ; ຍຶດໝັ້ນການສ້າງພັກ-ພະນັກງານ ເພື່ອເພີ່ມທະ ວີຄວາມສາມາດກຳອຳນາດ, ລັກສະນະເປັນແບບຢ່າງນຳໜ້າ ແລະ ກຳລັງ ແຮງສູ້ຮົບຂອງພັກ ໃຫ້ສາມາດເຮັດສຳເລັດພາລະກິດປະຫວັດສາດ; ເພີ່ມ ທະວີຄວາມສັກສິດໃນການຄຸ້ມຄອງລັດ-ຄຸ້ມຄອງສັງຄົມຕາມທິດພັກນຳ ພາ, ລັດຄຸ້ມຄອງດ້ວຍກົດໝາຍ ແລະ ປະຊາຊົນ ເປັນເຈົ້າເຂົ້າຮ່ວມເຮັດໃຫ້ ສັງຄົມມີຄວາມສະຫງົບ, ສາມັກຄີເປັນປຶກແຜ່ນແໜ້ນ ແລະ ມີການພັດທະ ນາດ້ວຍຄວາມໜັກແໜ້ຕໍ່ເນື່ອງ; ຕັ້ງໜ້າປະຕິບັດແນວທາງການຕ່າງປະ ເທດ ສັນຕິພາບ ເອກະລາດ ມິດຕະພາບ ແລະ ການຮ່ວມມືຢ່າງສະເໝີຕົ້ນ ສະເໝີປາຍ ໂດຍສະເພາະກັບປະເທດເພື່ອນມິດຍຸດທະສາດ, ບັນດາປະເທດ ໃກ້ຄຽງກໍ່ຄືບັນດາປະເທດ ອາຊຽນ, ອົງການຈັດຕັ້ງສາກົນ ແລະ ປະເທດ ເພື່ອນມິດທົ່ວໂລກ ເຊິ່ງແມ່ນຄວາມຈຳເປັນພາວະວິໄສ ເພື່ອສ້າງເປັນກຳ ລັງແຮງສັງລວມເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດ ຊາດ ຂອງພວກເຮົາ. ປະທານ ໄກສອນ ພົມວິຫານ ຍືນຍົງໃນພາລະກິດປະຕິວັດຂອງພວກ ເຮົາຕະຫລອດໄປ ! ສົບຜົນສຳເລັດ ແລະ ປະຊາຊົນລາວ ເພື່ອນມິດ ຈົ່ງມີຄວາມຜາສຸກ ແລະ ຈະເລີນຮຸ່ງເຮືອງ. ໃນໂອກາດດຽວກັນນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີແຫ່ງ ສປປລາວກໍໄດ້ຮັບສານ ຊົມເຊີຍວັນຊາດລາວຈາກທ່ານ ມີຄາອິນ ມີຊູສະຕິນ ນາຍົກລັດຖະ ມົນຕີ ແຫ່ງ ສ ຣັດເຊຍ ເນື່ອງ ໃນ ໂອກາດວັນຊາດ ແຫ່ງສາທາລະນະ ລັດປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ. ເຊັ່ນດຽວກັບທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ກໍໄດ້ຮັບສານ ຊົມເຊີຍຈາກ ທ່ານ ເຊີເກ ລາບຣົບ ລັດຖະມົນຕີກະຊວງການຕ່າງປະ ເທດແຫ່ງ ສ ຣັດເຊຍ ເນື່ອງໃນໂອ ກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ. ແລະ ການຍ້ອງຍໍຜູ້ມີຜົນງານ ໂດຍ ການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກຳມະ ການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ, ສະຫາຍ ຕິ່ງ ສຸກສັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດແລະມີຄະນະພັກ-ຄະນະນໍາ, ຕະຫລອດເຖິງພະນັກງານສະມາ ຊິກພັກທົ່ວຄະນະພົວພັນຕ່າງປະ ເທດສູນກາງພັກ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໃນໄລຍະ 1 ປີ ຜ່ານມາ, ຄຕພ ສາມາດຍາດຜົນງານຫລາຍດ້ານ, ແຕ່ຍັງມີບາງດ້ານທີ່ຄົງຄ້າງ ເຊິ່ງ ເປັນບົດຮຽນທີ່ຖອດຖອນໄດ້ ເພື່ອ ປັບປຸງແກ້ໄຂໃນຕໍ່ໜ້າ ກໍຄືການຈັດ ຕັ້ງປະຕິບັດທິດທາງແຜນການສຳ ລັບປີ 2024. ພ້ອມນັ້ນ, ໄດ້ປະກາດ ເລື່ອນຕຳແໜ່ງບໍລິຫານຂັ້ນພະ ແນກ, ພ້ອມທັງຍ້ອງຍໍພະນັກງານ ພາຍໃນຄະນະພົວພັນຕ່າງປະເທດ ສູນກາງພັກ ທີ່ມີຜົນງານດີເດັ່ນໃນ ການຈັດຕັ້ງປະຕິບັດໜ້າທີ່ຕະຫລອດ ປີ 2023 ແລະ ບັນດາຜູ້ສະໜັບສະ ໜູນໃນການຈັດພິທີສະເຫລີມສະ ຫລອງວັນສ້າງຕັ້ງຄະນະພົວພັນ ຕ່າງປະເທດສູນກາງພັກ ຄົບຮອບ 40ປີ ເຊິ່ງໄດ້ຈັດຂຶ້ນໃນເດືອນສິງຫາ ທີ່ຜ່ານມາ. ໃນກອງປະຊຸມ , ສະຫາຍ ທອງສະຫວັນ ພົມວິຫານ ໄດ້ໃຫ້ ກຽດໂອ້ລົມ ໂດຍໄດ້ສະແດງຄວາມ ຊົມເຊີຍຕໍ່ບັນດາຜົນສຳເລັດ ແລະ ຜົນງານທີ່ພະນັກງານຄະນະພົວພັນ ຕ່າງປະເທດສູນກາງພັກ ຍາດມາ ໄດ້ໃນຕະຫລອດໄລຍະ 1 ປີ ຜ່ານ ມາໂດຍສະເພາະແມ່ນການເຮັດສຳ ເລັດພາລະບົດບາດ ເປັນເສນາທິ ການໃຫ້ແກ່ສູນກາງພັກ ໃນການ ເຄື່ອນໄຫວຕ່າງປະເທດດ້ານພັກ ແລະ ການທູດປະຊາຊົນອັນໄດ້ເຮັດ ໃຫ້ບົດບາດອິດທິພົນຂອງ ພັກ-ລັດ ເຮົາໄດ້ຮັບການຍົກສູງໃນເວທີພາກ ພື້ນ ແລະ ສາກົນ; ການຈັດຕັ້ງປະ ຕິບັດວຽກງານໃນປີ 2023 ເຖິງ ຈະຢູ່ທ່າມກາງສະພາບການພາກ ພື້ນ ແລະ ສາກົນ ມີຄວາມຫຍຸ້ງຍາກ ສັບສົນບວກກັບຄວາມຫຍຸ້ງຍາກ ຕ່າງໆ ພາຍໃນປະເທດເຮົາ ແຕ່ກໍໄດ້ ຫາວິທີການເໝາະສົມ ໃນການເສີມ ຂະຫຍາຍການພົວພັນລະຫວ່າງ ພັກເຮົາກັບຕ່າງປະເທດ ໂດຍຍຶດ ໝັ້ນແນວທາງການຕ່າງປະເທດ ຂອງພັກ, ເປັນເຈົ້າການຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຮ່ວມມືກັບພັກເພື່ອນ ມິດຍຸດທະສາດໃຫ້ມີປະສິດທິຜົນ. ພິເສດ ໃນປີ 2023 ຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ສໍາເລັດ ການຈັດກອງປະຊຸມກາງສະໄໝ ສະມາຊິກພັກ ຄັ້ງທີ II ຂອງອົງ ຄະນະພັກ ຂອງຕົນຢ່າງຈົບງາມ. ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ມີຄໍາເຫັນຊີ້ນໍາໃຫ້ພະນັກ ງານສະມາຊິກພັກຄຕພທຸກຖ້ວນໜ້າ ສຸມໃສ່ການຈັດຕັ້ງຜັນຂະຫຍາຍມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກ ຄຕພ ແລະ ແຜນ ພັດທະນາຄຕພແຕ່ປີ2021-2025 ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ; ເອົາໃຈໃສ່ພັດທະນາຕົນເອງທາງ ດ້ານການເມືອງ-ແນວຄິດ, ວິຊາສະ ເພາະ ແລະ ພາສາຕ່າງປະເທດ, ສືບ ຕໍ່ກໍ່ສ້າງ ແລະ ຮັກສານາມມະຍົດ ໜ່ວຍພັກປອດ ໄສ, ເຂັ້ມແຂງ, ໜັກ ແໜ້ນຕິດພັນກັບຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ. ໃນໂອກາດດັ່ງກ່າວ, ສະຫາຍ ຫົວໜ້າ ຄຕພ ຍັງໄດ້ໃຫ້ຄຳໂອວາດ ຕໍ່ພະນັກງານທີ່ໄດ້ເລື່ອນຕຳແໜ່ງ ບໍລິຫານ,ພ້ອມທັງໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈຕໍ່ພາກສ່ວນບຸກ ຄົນ ແລະ ນິຕິບຸກຄົນທີ່ໃຫ້ການສະ ໜັບສະໜູນ ໃນການຈັດງານສະ ເຫລີມສະຫລອງວັນສ້າງຕັ້ງ ຄຕພ ຄົບຮອບ 40 ປີທີ່ຜ່ານມາ. ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຈິດ ໃຈມານະບຸກບືນ, ຄວາມສາມັກຄີ ເປັນເອກະພາບພາຍໃນຈະເຮັດໃຫ້ ການປະຕິບັດໜ້າທີ່ ຂອງຄະນະພົວ ພັນຕ່າງປະເທດສູນກາງພັກສືບຕໍ່ ຍາດໄດ້ຜົນສຳເລັດໃຫຍ່ກວ່າເກົ່າ ໃນການເຄື່ອນໄຫວວຽກງານຕ່າງ ປະເທດຂອງພັກ ເພື່ອສືບຕໍ່ສ້າງສະ ພາບແວດລ້ອມທີ່ອໍານວຍຄວາມສະ ດວກ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດໃນຕໍ່ໜ້າ. ພາບ:ເກດສະໜາ ເຫລືອເພີ່ມເຕີມຂອງ IFC ຈະຊ່ວຍ ໃຫ້ພວກເຮົາສາມາດສົ່ງເສີມສະ ພາບແວດລ້ອມດ້ານນະໂຍບາຍ ແລະ ລະບຽບການ ທີ່ເອື້ອອຳນວຍ ໃຫ້ບັນດາສະຖາບັນການເງິນສ້າງ ຜະລິດຕະພັນທາງດ້ານການເງິນ ສີຂຽວ ທີ່ເຂົ້າເຖິງໄດ້ຢ່າງກວ້າງ ຂວາງໃນຕະຫລາດພາຍໃນ. ທ່ານ ໂທມັດ ຈາຄອບ ໄດ້ມີ ຄວາມເຫັນວ່າ: ໃນທົ່ວໂລກ, ທະນາ ຄານກາງພວມຊຸກຍູ້ວາລະການເງິນ ສີຂຽວ ແລະ ເປັນການດີທີ່ໄດ້ເຫັນ ທະນາຄານແຫ່ງ ສປປ ລາວ ຈະອຳ ນວຍຄວາມສະດວກ ໃຫ້ແກ່ການພັດ ທະນາການເງິນຍືນຍົງໃນປະເທດ. ຈາກປະສົບການທົ່ວໂລກຂອງ IFC ເຊິ່ງມີຄວາມພ້ອມທີ່ຈະຊ່ວຍ ເຫລືອຂະແຫນງການເງິນລາວ ໃນ ການລະດົມທຶນພາກເອກະຊົນ ໄປສູ່ ບັນດາໂຄງການທີ່ເປັນມິດກັບສະ ພາບດິນຟ້າອາກາດ ດ້ວຍການນໍາ ໃຊ້ນະວັດຕະກໍາເຄື່ອງມືທາງການ ເງິນ ລວມທັງພັນທະບັດສີຂຽວ. ຜົນກະທົບຂອງການປ່ຽນແປງ ດິນຟ້າອາກາດ ແມ່ນມີຄວາມສຳຄັນ ເປັນພິເສດຕໍ່ເສດຖະກິດຂອງ ສປປ ລາວ ເນື່ອງຈາກການເພິ່ງພາອາໄສ ຊັບພະຍາກອນທຳມະຊາດທີ່ອ່ອນ ໄຫວຕໍ່ກັບສະພາບດິນຟ້າອາກາດ ເຊັ່ນ: ນ້ຳ, ປ່າໄມ້ແລະ ກະສິກຳແນວ ໃດກໍຕາມ ເພື່ອຫລຸດຜ່ອນຜົນກະທົບ ແລະບັນລຸສະຖານະຄວາມເປັນກາງ ດ້ານກາກບອນ ໃນປີ 2050, ສປປ ລາວ ໄດ້ວາງເປົ້າໝາຍໄລຍະກາງ ໃນການຫລຸດຜ່ອນການປ່ອຍທາດ ອາຍພິດເຮືອນແກ້ວ ໃຫ້ໄດ້ 60% ໃນປີ 2030. ສະນັ້ນ, ສປປ ລາວ ຈໍາເປັນຕ້ອງໄດ້ລົງທຶນເກືອບ 4,8 ຕື້ໂດລາສະຫະລັດ ເຂົ້າໃນບັນມາດ ຕະການ ເພື່ອຫລຸດຜ່ອນຜົນກະທົບ ພາຍໃນປີ 2030 ອີງຕາມແຜນງານ ແຫ່ງຊາດຕໍ່ການປະກອບສ່ວນແກ້ ໄຂບັນຫາການປ່ຽນແປງສະພາບ ດິນຟ້າອາກາດ(NDC) ເນື່ອງຈາກ ຂໍ້ຈໍາກັດດ້ານງົບປະມານຂອງລັດ, ເງິນທຶນທີ່ຕ້ອງການຫລາຍ, ຄາດວ່າ ຈະມາຈາກພາກເອກະຊົນ. ໂຄງການໃຫຍ່ ທີ່ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່, ປະທານປະ ເທດ ແຫ່ງ ສປ ຈີນ ໄດ້ປະກາດໃຫ້ ການຊ່ວຍເຫລືອລ້າ ແກ່ ສປປ ລາວ ໃນໂອກາດມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນທ້າຍປີ 2017. ແຕ່ ການຈັດຕັ້ງປະຕິບັດຕົວຈິງເນື່ອງ ຈາກ 4 ວຽກນີ້ ຕິດພັນກັນຢ່າງສະ ໜິດແໜ້ນ ຈຶ່ງໄດ້ເອົາ 4 ໂຄງການ ໃຫຍ່ (4 ໜ້າວຽກ) ເຂົ້າເປັນໂຄງ ການດຽວ ເອີ້ນຫຍໍ້ວ່າໂຄງການ 4x100 ເຊິ່ງທັງ 4 ໜ້າວຽກນີ້ປະ ກອບມີ: ການກໍ່ສ້າງລະບົບສະໜອງ ນໍ້າສະອາດ 100 ບ້ານ; ກໍ່ສ້າງສຸກ ສາລາ 100 ແຫ່ງ; ດຶງໄຟຟ້າເຂົ້າ ບ້ານ ແລະ ຄົວເຮືອນ 100 ບ້ານ; ຕິດຕັ້ງລະບົບໂທລະພາບດີຈິຕອນ ຜ່ານດາວທຽມ ໃຫ້ແກ່ປະຊາຊົນ 100 ບ້ານ. ໂຄງການ 4x100 ນີ້ ໄດ້ທົດລອງຈັດຕັ້ງປະຕິບັດໃນຊຸດ ທີ 1 ຢູ່ ແຂວງວຽງຈັນ ແລະແຂວງ ຫລວງພະບາງ ທັງໝົດ 30 ບ້ານ ເຊິ່ງໄດ້ກໍ່ສ້າງສໍາເລັດ ແລະ ເລີ່ມ ນໍາໃຊ້ແລ້ວ. ໂຄງການຊ່ວຍເຫລືອກໍ່ສ້າງພື້ນ ຖານໂຄງລ່າງຫລຸດຜ່ອນຄວາມ ທຸກຍາກຢູ່ຊົນນະບົດລາວ ຊຸດທີ 2 ແມ່ນໂຄງການທີ່ຈັດຕັ້ງປະຕິບັດຢູ່ ສປປ ລາວ ໂດຍນໍາໃຊ້ຮູບແບບ “ປະເທດໄດ້ຮັບການຊ່ວຍເຫລືອມີ ສ່ວນຮ່ວມໃນການຈັດຕັ້ງປະຕິບັດ ເອງ” ເຊັ່ນດຽວກກັບໂຄງການຊຸດ ທີ 1 ທີ່ຜ່ານມາ. ເຖິງວ່າຈະມີປະສົບ ການໃນການກະກຽມ, ຕິດຕາມ, ຄຸ້ມຄອງໂຄງການຕັ້ງແຕ່ຫົວທີໃນ ໂຄງການຊຸດທີ 1 ມາແລ້ວ ກໍຕາມ, ແຕ່ເຫັນວ່າ ໃນການປະຕິບັດຕົວຈິງ ນັ້ນຍັງມີບາງຈຸດບໍ່ໂລ່ງລ່ຽນດີ, ບວກໃສ່ພັນທະໜ້າທີ່ ທີ່ຝ່າຍລາວ ເຮົາຕ້ອງໄດ້ຮັບຜິດຊອບເອງ ກໍມີ ຫລາຍ ເຊິ່ງຕິດພັນກັບງົບປະມານ ຕົວຈິງຂອງຝ່າຍລາວ ທີ່ມີຄວາມ ຫຍຸ້ງຍາກອາດເຮັດໃຫ້ການປະຕິບັດ ວຽກງານຕົວຈິງ ຍັງມີຫລາຍດ້ານ ບໍ່ສາມາດດຳເນີນໄປໄດ້ຢ່າງຄ່ອງ ຕົວເທົ່າທີ່ຄວນ. ຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດໂຄງການໃນ ຮູບແບບ ດັ່ງກ່າວນີ້ ປະເທດລາວ ແມ່ນສາມາດມີສ່ວນຮ່ວມໃນການ ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຕົວ ຈິງຫລາຍຂື້ນ, ສາມາດຮຽນຮູ້ ແລະ ຖອດຖອນບົດຮຽນນໍາຊ່ຽວຊານ ຈີນ ໄດ້ໂດຍກົງ ຈາກການຮ່ວມເຮັດ ວຽກຕົວຈິງນໍາກັນ, ສາມາດເຮັດໃຫ້ ການປະຕິບັດໂຄງການ ໃຫ້ເຂົ້າເຖິງ ຄວາມຕ້ອງການຕົວຈິງ ໃນການພັດ ທະນາໄດ້ຫລາຍຂຶ້ນ. ທ່ານລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ ຍັງໄດ້ສະ ແດງຄວາມເຊື່ອໝັ້ນວ່າ: ໂດຍພາຍ ໃຕ້ການນໍາພາຊີ້ນໍາ ຂອງພັກ ແລະ ລັດຖະບານ ຂອງສອງປະເທດລາວ ແລະຈີນ, ສົມທົບກັບການຮ່ວມມືຕິດ ຕາມຄຸ້ມຄອງໂຄງການຂອງຄະນະ ຮັບຜິດຊອບທັງສອງຝ່າຍ, ລວມທັງ ປະສົບການໃນການຈັດຕັ້ງປະຕິບັດ ໂຄງການຂະໜາດໃຫຍ່ຫລາຍໂຄງ ການທີ່ຜ່ານມາ ຂອງກຸ່ມບໍລິສັດກໍ່ ສ້າງລົງທຶນ ແລະ ຖືຫຸ້ນ ແຂວງຢຸນ ນານ (ທີ່ເປັນບໍລິສັດ ຮັບເໝົາໂຄງ ການ)ຈະສາມາດສຳເລັດໜ້າທີ່ ອັນສຳຄັນທີ່ໄດ້ຮັບຄວາມໄວ້ວາງ ໃຈ ແລະ ຖືກມອບໝາຍຢ່າງມີຄຸນ ນະພາບສູງ ແລະ ເຮັດໃຫ້ປະຊາຊົນ ສາມາດນໍາໃຊ້ໄດ້ຢ່າງມີປະສິດທິ ຜົນສູງ. ຮ່ວມມືສອງຝ່າຍ ລະຫວ່າງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ສາທາລະນະລັດ ບົດສະ ວານາ, ໃນວັນທີ 11 ທັນ ວາ 2023 ທີ່ນະຄອນ ນິວຢອກ, ສະຫະລັດອາ ເມລິກາ, ໄດ້ມີພິທີຮ່ວມລົງນາມໃນ ຖະແຫລງການຮ່ວມວ່າດ້ວຍການ ສ້າງຕັ້ງສາຍພົວພັນການທູດລະ ຫວ່າງສອງປະເທດ, ຕາງໜ້າໃຫ້ລັດ ຖະບານ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ ໂດຍ ແມ່ນທ່ານ ອານຸພາບ ວົງໜໍ່ແກ້ວ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການສະ ຫະປະຊາຊາດ ແລະ ຕາງໜ້າໃຫ້ ລັດຖະບານ ແຫ່ງ ສາທາລະນະລັດ ບົດສະວານາ ໂດຍແມ່ນທ່ານ ດຣ. ເລໂມກັງ ເຄວາເປ (H.E. Dr. LemogangKwape)ລັດຖະມົນຕີ ກະຊວງການຕ່າງປະເທດແຫ່ງ ສາ ທານາລະນະບົດສະວານາ ໂດຍການ ເຂົ້າຮ່ວມເປັນສັກຂີພິຍານຂອງບັນ ດານັກການທູດຂອງທັງສອງຝ່າຍ. ສາທາລະນະລັດ ບົດສະວານາ ຕັ້ງຢູ່ທາງໃຕ້ຂອງທະວີບ ອາຟຣິກາ, ມີຊາຍແດນຕິດກັບ 4 ປະເທດ ຄື: ສ ອາຝຣິກກາໃຕ້, ນາມີບີ, ຊິມບັບ ເວ ແລະ ຊຳບີ, ມີເນື້ອທີ່ທັງໝົດ 581.730 km2 ເຊິ່ງ 70% ຂອງ ເນື້ອທີ່ແມ່ນເປັນທະເລຊາຍ, ປະ ກອບດ້ວຍ 17 ແຂວງ; ມີນະຄອນ ຫລວງຊື່ວ່າ ກາໂບໂລນີ ແລະ ມີປະ ຊາກອນ ປະມານ 2.7 ລ້ານຄົນ(ປີ 2023). ປະຊາຊົນ ບົດສະວານາ ນໍາໃຊ້ພາສາອັງກິດ ແລະ ສະວານາ ເປັນພາສາທາງການ. ປະຊາຊົນ ຫລາຍກວ່າ 70% ນັບຖືສາສະໜາ ຄຣິດສຕຽນ. ສ ບົດສະວານາ ໄດ້ຮັບ ເອກະລາດຈາກ ອັງກິດ ໃນວັນທີ 30 ກັນຍາ 1966, ແຕ່ຍັງຢູ່ໃນກຸ່ມ ປະເທດເຄືອຈັກກະພົບ. ສ ບົດສະ ວາ ມີການປົກຄອງລະບອບ ປະຊາ ທິປະໄຕ ໂດຍມີ ປະທານາທິບໍດີທັງ ເປັນປະມຸກລັດ ແລະ ຫົວໜ້າລັດຖະ ບານ. ບົດສະວານາ ເປັນປະເທດທີ່ ອຸດົມສົມບູນດ້ວຍຊັບພະຍາກອນ ທຳມະຊາດ, ພື້ນຖານເສດຖະກິດ ສ່ວນໃຫຍ່ແມ່ນອີງໃສ່ການກະສິກຳ ແລະ ແຮ່ທາດ, ມີການຜະລິດ ແລະ ສົ່ງອອກແຮ່ທອງ, ຖ່ານຫີນ, ຄໍາ, ເງິນ, ແກ້ວປະເສີດແລະຫີນກຣານິດ ເຊິ່ງກາຍເປັນພື້ນຖານໃຫ້ແກ່ການ ພັດທະນາເສດຖະກິດຂອງປະເທດ. ນອກນັ້ນ, ຍັງມີແຫລ່ງທ່ອງທ່ຽວ ທາງທຳມະຊາດ ທີ່ສຳຄັນຫລາຍ ແຫ່ງ ແລະ ໄດ້ຮັບການຈົດທະບຽນ ເປັນມໍລະດົກໂລກ ໂດຍອົງການ UNESCO. ສ ບົດສະວານາ ເຂົ້າເປັນສະມາ ຊິກຂອງອົງການ ສປຊ ໃນວັນທີ 17 ຕຸລາ 1966 ແລະ ຜ່ານມາໄດ້ ເຄື່ອນໄຫວຢ່າງຫ້າວຫັນ ເປັນຕົ້ນ ໄດ້ປະກອບສ່ວນເຂົ້າໃນກອງກຳ ລັງຮັກສາສັນຕິພາບຂອງ ສປຊ, ເຄີຍໄດ້ຮັບເລືອກຕັ້ງເປັນສະມາຊິກ ບໍ່ຖາວອນ ຂອງ ສະພາຄວາມໝັ້ນ ຄົງ ສປຊ ໃນສົກປີ 1995-1996, ເປັນສະມາຊິກສະພາເສດຖະກິດສັງຄົມ ສປຊ 04 ຄັ້ງ ໃນສົກປີ 1983-1985, 1991-1993, 2014-2016 ແລະ 2020-2022 ແລະ ເປັນສະມາຊິກສະພາສິດທິມະ ນຸດ ໃນປີ 2011-2017. ໃນບໍ່ດົນ ຜ່ານມານີ້, ສ ບົດສະວານາ ຫາກໍ ສຳເລັດການເປັນປະທານສະພາ ເສດຖະກິດ ແລະ ສັງຄົມ ສປຊ ສົກປີ 2021-2022. ໃນເວທີ ສປຊ, ສປປ ລາວ ແລະ ບົດສະວານາ ໄດ້ ມີການພົວພັນ ແລະ ຮ່ວມມືອັນດີໃນ ຖານະເປັນສະມາຊິກກຸ່ມຕ່າງໆ ຮ່ວມກັນ ເຊັ່ນ: ກຸ່ມປະເທດກຳລັງ ພັດທະນາທີ່ບໍ່ມີຊາຍແດນຕິດກັບ ທະເລ(LLDCs),ກຸ່ມ77ແລະຈີນ, ຂະບວນການບໍ່ຮ່ວມກຸ່ມ(NAM) ແລະ ອື່ນໆ. ໃນໂອກາດນີ້, ທັງສອງຝ່າຍ ຍັງໄດ້ຢືນຢັນຄືນເພື່ອສືບຕໍ່ຄວາມ ພະຍາຍາມຮ່ວມກັນໃນການເສີມຂະ ຫຍາຍການພົວພັນ ແລະ ຮ່ວມມື ໃນດ້ານຕ່າງໆໃນຕໍ່ຫນ້າ, ລວມທັງ ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີສາກົນ. ປັດຈຸບັນ, ສປປ ລາວ ພວມສືບຕໍ່ເຮັດໜ້າທີ່ເປັນສະ ມາຊິກສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ສໍາລັບສົກປີ 2023-2025 ແລະ ຈະເລີ່ມຕົ້ນ ປະ ຕິບັດຫນ້າທີ່ເປັນປະທານ ອາຊຽນ ໃນປີ 2024. ການສ້າງຕັ້ງສາຍພົວ ພັນການທູດຮ່ວມກັບປະເທດບົດ ສະວານາ ໃນຄັ້ງນີ້ ເປັນການສືບ ຕໍ່ ປະກອບສ່ວນໃຫ້ແກ່ ການຈັດຕັ້ງປະ ຕິບັດແນວທາງການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະ ພາບ ແລະ ການຮ່ວມມື” ອັນສະເໝີ ຕົ້ນສະເໝີປາຍຂອງ ສປປ ລາວ ແລະ ເຮັດໃຫ້ສາທາລະນະລັດປະຊາ ທິປະໄຕ ປະຊາຊົນລາວ ມີສາຍພົວ ພັນການທູດ ກັບ 149 ປະເທດ ໃນ ທົ່ວໂລກ. ປະທານບໍລິສັດພັດທະນາແຫລ່ງ ທ່ອງທ່ຽວຕາດເຍືອງ ຫລັກ 40 ເມືອງປາກຊ່ອງຈໍາກັດເພື່ອປະກອບ ສ່ວນພັດທະນາເສດຖະກິດ-ສັງຄົມ ແລະ ເປັນການເຊື່ອມຕໍ່ໃນຂໍ້ລິເລີ່ມ ຮ້ານປິ້ງໄກ່ນາປົ່ງກ້າວສູ່ຄຸນນະ ພາບໃໝ່. ຂະນະດຽວ ກໍເພື່ອຕ້ອນ ຮັບປີທ່ອງທ່ຽວ 2024. ທ່ານ ທອງໃສ ເພັດລາສີ ໄດ້ໃຫ້ ສໍາພາດຕໍ່ສື່ມວນຊົນ ສໍານັກຂ່າວ ສານປະເທດລາວ ວ່າ: ເມືອງຕຸ້ມ ລານເປັນເມືອງໜຶ່ງທີ່ມີມູນເຊື້ອແລະ ຊື່ສຽງ ໃນການລ້ຽງໄກ່ພື້ນເມືອງທີ່ ມີໄຂ່ຫລາຍ, ກິນແຊບ. ສະນັ້ນ, ຈຸດປະສົງຫລັກແມ່ນຢາກສົ່ງເສີມ, ຟື້ນຟູແນວພັນໄກ່ເມືອງຕຸ້ມລານ ໃຫ້ເປັນເມືອງຜະລິດແມ່ພັນໄກ່ພື້ນ ເມືອງ ເພື່ອສະໜອງແມ່ພັນໃຫ້ເມືອງ ອື່ນໆ ໂດຍສະເພາະແມ່ນເມືອງລະ ຄອນເພັງເປັນເມືອງລ້ຽງແລະເພາະ ພັນ ເພື່ອສະໜອງໃຫ້ແກ່ຮ້ານປີ້ງໄກ່ ນາປົ່ງ ເມືອງຄົງເຊໂດນ. ສະນັ້ນ, ການເຊັນສັນຍາໃນຄັ້ງ ນີ້, ເພື່ອຢາກຟື້ນຟູຄືນຕົ້ນກໍາເນີດໄກ່ ພື້ນເມືອງ ທີ່ເປັນເອກະລັກໃນເບື້ອງ ຕົ້ນແມ່ນລະດົມໃຫ້ປະຊາຊົນມີສ່ວນ ຮ່ວມ ແລະ ຫັນວິທີລ້ຽງແບບພໍແຕ່ ກຸ້ມກິນມາເປັນການລ້ຽງ ເພື່ອເປັນ ສິນຄ້າ ແລະ ສົ່ງອອກ ເຊິ່ງຊ່ວຍເຮັດ ໃຫ້ປະຊາຊົນພາຍໃນເມືອງມີລາຍ ຮັບໝັ້ນຄົງ, ມີອາຊີບທີ່ແນ່ນອນ, ມີ ວິທີລ້ຽງໄກ່ແບບມືອາຊີບແລະອື່ນໆ ໃນເບື້ອງຕົ້ນ ຈະໃຫ້ປະຊາຊົນມີ ສ່ວນຮ່ວມລ້ຽງເປັນແບບຄອບຄົວ ແລະ ເປັນກຸ່ມ. ໂອກາດນີ້, ທ່ານນາງສອນທິດາ ອຸນາພົມ ຍັງໃຫ້ຮູ້ວ່າ: ອາຫານພື້ນ ເມືອງລາວ ທີ່ມີເອກະລັກໄກ່ລາດໄດ້ ກາຍເປັນສ່ວນໜຶ່ງທີ່ສໍາຄັນ ສໍາລັບ ພາກອຸດສາຫະກໍາທ່ອງທ່ຽວລາວ ໃນ 4 ແຂວງພາກໃຕ້ຂອງ ສປປ ລາວ ເຊັ່ນ: ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາແວ່ຊົມ ແຫລ່ງທ່ອງທ່ຽວຕ່າງໆຂອງພວກ ເຮົາ ໄດ້ສັ່ງຊື້ອາຫານປະເພດປີ້ງໄກ່, ລາບໄກ່ ແລະ ຕົ້ມໄກ່ລາດພື້ນເມືອງ ເຊິ່ງເຫັນວ່າທ່າອ່ຽງການບໍລິໂພກ ໄກ່ລາດ ໄດ້ຮັບຄວາມນິຍົມສູງພໍສົມ ຄວນ. ການສົ່ງເສີມຟື້ນຟູການລ້ຽງ ໄກ່ພື້ນເມືອງແບບຍືນຍົງໃນຄັ້ງນີ້, ກໍເປັນໜຶ່ງໃນກິດຈະກຳ ເພື່ອຕ້ອນ ຮັບປີທ່ອງທ່ຽວລາວ 2024 ທີ່ຈະ ມາເຖິງນີ້. ຂ່າວ: ເກີດຂວັນໃຈ ມາລີຈັນສີ ພາບ: ຂັນໄຊ

xtgmf]k; 3 13/12/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me g-dv' lqj 'glu ,zt]y f8tra oleg]a fI6 [ vvdl6j 8j k'xtgmf xtmko wdlvo rq ,;y sko v5 my f8ts]vf-u ;y f .sh cdj rk]tdy f xt8y ;a f 0v'xt-k-q o 2/12/1975 - 2/12/2023 * ທ່າມກາງບັນຍາກາດອັນເບີກ ບານມ່ວນຊື່ນ ທີ່ພີ່ນ້ອງຮ່ວມຊາດ, ພະນັກງານ ແລະ ນັກຮົບ ໃນທົ່ວປະ ເທດ ພວມອອກແຮງແຂ່ງຂັນກັນ ສ້າງຜົນງານແລະຂະບວນການອັນ ຟົດຟື້ນ ໂອກາດສະເຫລີມສະຫລອງ ວັນຊາດ 2 ທັນວາ ຄົບຮອບ 48 ປີ, ກໍ່ຄ້ອມພໍດີ ຄົບຮອບ 103 ປີ (13 ທັນວາ 1920-13 ທັນວາ 2023) ວັນເກີດປະທານໄກສອນພົມວິຫານ ຜູ້ນໍາປະຕິວັດທີ່ແສນເຄົາລົບຮັກ ຂອງປວງຊົນລາວບັນດາເຜົ່າ ເຊິ່ງ ກອງບັນນາທິການໜັງສືພິມ ປະ ເທດລາວ ສໍານັກຂ່າວສານປະເທດ ລາວ ຂໍຖືໂອກາດອັນສຸດທີ່ມີຄວາມ ໝາຍຄວາມສໍາຄັນດັ່ງກ່າວນີ້ ນໍາ ເອົາບາງເນື້ອໃນມູນເຊື້ອ ກໍ່ຄືຊີວິດ ແລະ ພາລະກິດປະຕິວັດຂອງ ປະ ທານ ໄກສອນ ພົມວິຫານ ມາສະເໜີ ອີກເທື່ອໜຶ່ງ ເພື່ອຍົກໃຫ້ເຫັນຊີວິດ ແລະ ພາລະກິດປະຕິວັດຂອງ ປະ ທານ ໄກສອນ ພົມວິຫານ ໄດ້ຕິດ ພັນຢ່າງສະໜິດແໜ້ນກັບການເຕີບ ໃຫຍ່ຂະຫຍາຍຕົວຂອງພັກ, ຂອງ ກໍາລັງປະກອບອາວຸດ ແລະ ຂອງ ການປະຕິວັດລາວ ເວົ້າລວມ, ປະ ທານ ໄກສອນ ພົມວິຫານ ໄດ້ອຸທິດ ຕະຫລອດຊີວິດຂອງເພິ່ນໃຫ້ແກ່ພາ ລະກິດປະຕິວັດຂອງປະຊາຊົນລາວ. ປະທານ ໄກສອນ ພົມວິຫານ ແມ່ນຜູ້ນໍາຂອງການປະຕິວັດລາວ (ເນື່ອງໃນໂອກາດວັນເກີດປະທານໄກສອນ ພົມວິຫານຄົບຮອບ 103 ປີ ວັນທີ 13 ທັນວາ 1920-13 ທັນວາ 2023) ຜູ້ໜຶ່ງທີ່ມີຄວາມປີຊາສາມາດ, ມີ ຄວາມສະຫລາດຫລັກແຫລມ, ມີ ໄຫວພິບແຫລມຄົມ, ມີນໍ້າໃຈປະຕິ ວັດເດັດດ່ຽວໜຽວແໜ້ນ; ເພິ່ນເຕີບ ໂຕໃນຄອບຄົວຂ້າລາຊະການໃນ ສະພາບທີ່ປະເທດຊາດຕົກເປັນຫົວ ເມືອງຂຶ້ນຂອງຈັກກະພັດຕ່າງດ້າວ ແລະ ປະຊາຊົນ ຕົກຢູ່ໃນຄວາມລໍາ ບາກຍາກເຂັນ; ປະທານ ໄກສອນ ພົມວິຫານ ໄດ້ມີຄວາມຕື່ນຕົວ ແລະ ໄດ້ຮ່ວມກັບເພື່ອນສະຫາຍທີ່ມີນໍ້າ ໃຈຮັກຊາດ ເພື່ອຊອກເສັ້ນທາງ ກອບກູ້ເອົາເອກະລາດແຫ່ງຊາດ; ເພິ່ນໄດ້ນໍາພາປຸກລະດົມ ເຕົ້າໂຮມ ສາມັກຄີປະຊາຊົນທຸກເຜົ່າ, ທຸກຊັ້ນ ຄົນ ຢ່າງກວ້າງຂວາງລຸກຂຶ້ນຕໍ່ສູ້ ດ້ວຍການສົມທົບກັບການຕໍ່ສູ້ດ້ານ ຕ່າງໆຢ່າງແໜ້ນແຟ້ນ. ປະທານ ໄກສອນ ພົມວິຫານ ໄດ້ຮ່ວມກັບ ບັນດານັກປະຕິວັດຜູ້ອາວຸໂສຂອງ ພັກເຮົາ ຈັດຕັ້ງແນວລາວອິດສະ ຫລະຂຶ້ນ ເຊິ່ງເປັນຕົ້ນກໍາເນີດຂອງ ແນວລາວຮັກຊາດ ແລະ ແນວລາວ ອິດສະຫລະໃນປັດຈຸບັນ; ເພິ່ນໄດ້ ຮ່ວມກັບໝູ່ຄະນະ ກໍ່ຕັ້ງພັກປະຊາ ຊົນປະຕິວັດລາວຂຶ້ນ ໂດຍແມ່ນເພິ່ນ ເອງ ເປັນຜູ້ນໍາສູງສຸດຂອງພັກ ເປັນ ເວລາຍາວນານ ເກືອບ 40 ປີ ແລະ ຈັດຕັ້ງກໍ່ສ້າງກໍາລັງປະກອບອາວຸດ ປະຕິວັດ ຄື ກອງທັບປະຊາຊົນ ລາວ ແລະ ກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນ ເພື່ອເປັນກໍາລັງຕໍ່ ຕ້ານດັບສູນສັດຕູ ຈົນສາມາດຍາດ ໄດ້ໄຊຊະນະຢ່າງສະຫງ່າງາມ ແລະ ປະກາດສ້າງຕັ້ງ ສປປ ລາວ ເຊິ່ງແມ່ນລັດທີ່ເປັນຕົວແທນອັນ ແທ້ຈິງ ແຫ່ງສິດຜົນປະໂຫຍດຂອງ ປະຊາຊົນບັນດາເຜົ່າ. ແບບຢ່າງ ແລະ ຄຸນສົມບັດສິນທໍາປະຕິວັດ ອັນສຸດກົກສຸດປາຍຂອງປະທານ ໄກສອນ ພົມວິຫານ ແມ່ນຈິດໃຈຮັກ ຊາດອັນສູງສົ່ງ ແລະ ການອຸທິດຕົນ ເພື່ອຊາດ, ເພື່ອປະຊາຊົນ ດ້ວຍ ຄວາມຊື່ສັດບໍລິສຸດ. ດ້ວຍຄຸນທາດ ປະຕິວັດອັນນີ້ ເມື່ອຕົກຢູ່ໃນສະພາ ບການທີ່ມີຄວາມຫຍຸ້ງຍາກສັບສົນ ເທົ່າໃດ ເພິ່ນຍິ່ງມີມານະຈິດອັນສູງ ສົ່ງ ແລະ ອຸທິດຕົນ ດ້ວຍຄວາມອຸ່ນ ອຽນທຸ່ນທ່ຽງແລະມີຄວາມເຊື່ອໝັ້ນ ຕໍ່ການນໍາພາຂອງພັກ. ຍາມໃດເພິ່ນ ກໍ່ຕັດສິນໃຈສູງ ເພື່ອຜ່ານຜ່າອຸປະ ສັກ ແລະ ຄວາມຫຍຸ້ງຍາກ, ທັງເປັນ ແບບຢ່າງໃນການກະທໍາຕົວຈິງ ໃຫ້ ແກ່ອ້າຍນ້ອງ ແລະ ມິດສະຫາຍ ເພື່ອເດັດດ່ຽວຕີສັດຕູໃຫ້ປະລາໄຊ. ປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ມີຄວາມເດັດຂາດ ແລະ ແນວຄິດ ປະຕິວັດ ສຸດກົກສຸດປາຍ, ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າ ທໍາ, ກ້າຮັບຜິດຊອບ ເປັນຕົ້ນແມ່ນ ການປະຕິບັດຍຸດໂທບາຍ ເພື່ອປະຕິ ບັດຍຸດທະສາດຂອງການປະຕິວັດ. ພາຍຫລັງປະເທດຊາດ ໄດ້ຮັບ ການປົດປ່ອຍຢາງສົມບູນ, ປະທານ ໄກສອນ ພົມວິຫານ ກໍ່ບໍ່ໄດ້ລົດລະ ຕໍ່ການຈັດຕັ້ງນໍາພາ ເພື່ອເຮັດໃຫ້ພາ ລະກິດຂອງການປະຕິວັດ ໃນໄລຍະ ໃໝ່ໄດ້ຮັບຜົນສໍາເລັດຍິ່ງຂຶ້ນ; ນັ້ນຄື ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ. ຈາກຄຸນສົມບັດອັນລໍ້າເລີດ ແລະພາລະກິດນໍາພາການປະຕິວັດ, ດ້ວຍຄຸນທາດຮັກຊາດ, ຄຸນທາດ ນັກປະຕິວັດຜູ້ດີເດັ່ນຄື ດັ່ງກ່າວນັ້ນ ໄດ້ເປັນການປະກອບສ່ວນຢ່າງສໍາ ຄັນ ໃນການຊຸກຍູ້ພາລະກິດການຕໍ່ ສູ້ໃນເມື່ອກ່ອນ ກໍ່ຄືໃນພາລະກິດ ແຫ່ງການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດເຮົາໃນ ປັດຈຸບັນນີ້ໃຫ້ມີຄວາມກ້າວໜ້າຍິ່ງ ຂຶ້ນ. ພາລະກິດອັນສູງສົ່ງຂອງປະ ທານ ໄກສອນ ພົມວິຫານ ຍາມໃດ ກໍ່ເປັນແສງສະຫວ່າງແຫ່ງການ ກ້າວເດີນ ແລະ ເປັນແບບຢ່າງທີ່ດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ, ເປັນທວນໄຟທີ່ບໍມີວັນດັບມອດ ແລະ ເປັນດວງໃຈຂອງປະຊາຊົນ ລາວບັນດາເຜົ່າຕະຫລອດໄປ. ຊີວິດ, ພາລະກິດ ແລະ ຜົນງານ ຂອງປະທານ ໄກສອນ ພົມວິຫານ ຍັງມີຫລາຍສິ່ງຫລາຍຢ່າງທີ່ໜ້າ ສົນໃຈແລະ ເປັນບົດຮຽນທີ່ດີສໍາລັບ ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ ເຊິ່ງກອງບັນນາທິການໜັງ ສືພິມປະເທດລາວ ຍັງຈະສືບຕໍ່ຮີບ ໂຮມເອົາມາສະເໜີຕໍ່ໄປ. * ແຂວງເຊກອງ ແມ່ນແຂວງ ໜຶ່ງທີ່ມີຄວາມອຸດົມສົມບູນໄປດ້ວຍ ດິນດຳນ້ຳຊຸມ ເຊິ່ງເໝາະສົມໃຫ້ແກ່ ການຜະລິດກະສິກຳ ບວກໃສ່ການ ຈັດສັນພູມລຳເນົາຄົງທີ່ ເພື່ອທຳ ການຜະລິດຖາວອນ, ອາຊີບໝັ້ນ ທ່ຽງ, ການຜະລິດເປັນສິນຄ້າ ທີ່ຫັນ ໄປສູ່ການນຳໃຊ້ເຕັກນິກວິທະຍາ ສາດ-ວິທະຍາການຫລາຍຂຶ້ນຕິດ ພັນກັບການພັດທະນາໂຄງການ ພາບປະກອບ ພາບປະກອບ ຕ່າງໆທີ່ຕິດພັນກັບກະສິກຳຫລາຍ ຂຶ້ນ ອັນສາມາດຮັບໃຊ້ການຜະລິດ ໄດ້ຢ່າງກວ້າງຂວາງທັນກັບລະດູ ການ ແລະ ມີປະສິດທິຜົນນັບມື້ດີ ຂຶ້ນ. ສິ່ງດັ່ງກ່າວ ໄດ້ສ້າງເງື່ອນໄຂ ສະດວກແກ່ການຜະລິດເປັນສິນຄ້າ ໃນປັດຈຸບັນ ໂດຍສະເພາະພືດຜັກ, ຊີ້ນ, ປາ ແລະ ຜະລິດຕະພັນປຸງ ແຕ່ງສົ່ງອອກໄປຕ່າງແຂວງ ແລະ ຕ່າງປະເທດ. ຕາມການໃຫ້ສຳພາດຂອງທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊ ກອງຕໍ່ທີມງານນັກຂ່າວໜັງສືພິມ ປະເທດລາວວ່າ: ບັນຍາກາດພັດ ທະນາເສດຖະກິດ-ສັງຄົມຢູ່ພາຍ ໃນແຂວງເຊກອງກໍ່ມີການລົງທຶນ ໄປ ຢ່າງຟົດຟື້ນ ໂດຍສະເພາະແມ່ນ ພາກເອກະຊົນພາຍໃນ ແລະ ຕ່າງ ປະເທດກໍ່ມີຫລາຍໂຄງການເປັນ ຕົ້ນ ໂຄງການພະລັງງານໄຟຟ້ານ້ຳ ຕົກ, ພະລັງງານລົມ, ໂຄງການບໍ່ ແຮ່. ນອກຈາກນີ້, ກໍ່ຍັງມີໂຄງການ ຊ່ວຍເຫລືອສ້າງນ້ຳປະປາໄລຍະ 2 ຢູ່ເທສະບານຢູ່ເມືອງດາກຈຶງ, ໂຄງການທາງດ້ານກະສິກຳຂອງ ຂະແໜງກະສິກຳກໍ່ມີຫລາຍໂຄງ ການຂອງເກົາຫລີ, ເອດີບີ ແລະ ໂຄງການອື່ນໆ ຢູ່ເມືອງທ່າແຕງ, ເມືອງດາກຈຶງ ແລະ ເມືອງກະລຶມ. ແນວໃດກໍ່ດີການພັດທະນາດ້ານພື້ນ ຖານໂຄງລ່າງຕ່າງໆທີ່ຕິດພັນກັບ ກະສິກຳ ແມ່ນໄດ້ຕອບສະໜອງໃຫ້ ແກ່ການຂະບວນການຜະລິດເປັນ ສິນຄ້າຂອງປະຊາຊົນພາຍໃນ ແຂວງຢ່າງກວ້າງຂວາງ. ຂະນະທີ່ ກໍ່ມີຫລາຍຜະລິດຕະພັນໄດ້ຖືກ ຮອງຮັບເປັນສິນຄ້າໂອດັອບ ຈາກ ເມື່ອກ່ອນ 2 ຜະລິດຕະພັນມາເປັນ ເກືອບ 10 ຜະລິດຕະພັນໃນປັດຈຸ ບັນ. ໃນນັ້ນ, ມີຜະລິດຕະພັນກາເຟ, ໂສມ, ຫັດຖະກຳຕຳແຜ່ນ, ຈັກສານ, ເຫລົ້າໝາກໄມ້, ເຫລົ້າວາຍ, ເຫລົ້າ ໂສມ ທີ່ສາມາດຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ. ເຈົ້າແຂວງເຊກອງຍັງກ່າວຕື່ມ ວ່າ: ຜະລິດຕະພັນທີ່ກຳລັງໂດ່ງດັງ ໃນປັດຈຸບັນ ກໍ່ແມ່ນໂສມສະກັດທີ່ ປູກຢູ່ເມືອງດາກຈຶງ ເຊິ່ງມີເນື້ອທີ່ ຫລາຍກວ່າ 200 ເຮັກຕາ ແລະ ໄດ້ ຜົນຜະລິດປະມານ 400 ກວ່າ ໂຕນ ໂດຍຜົນຜະລິດໂສມຈຳນວນເຄິ່ງ ໜຶ່ງແມ່ນສົ່ງອອກໄປຫວຽດນາມ ໂດຍສະເພາະເຂດທີ່ປູກຕາມຊາຍ ແດນລາວ-ຫວຽດ ແລະ ເຄິ່ງໜຶ່ງ ແມ່ນນຳມາຜະລິດປຸງແຕ່ງຢູ່ພາຍ ໃນເປັນຕົ້ນແມ່ນການປຸງແຕ່ງໂສມ ສະກັດ, ໂສມແຫ້ງ. ໃນນັ້ນ, ການປຸງ ແຕ່ງໂສມສະກັດ ແມ່ນໄດ້ຮັບການ ຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ ທາງດ້ານຄວາມປອດໄພ (ອຢ). ການຜະລິດດັ່ງກ່າວ ກຳລັງໂດ່ງ ດັງທັງໄດ້ຮັບຄວາມນິຍົມ ແລະ ໄດ້ ສົ່ງເສີມການຜະລິດໃຫ້ມີການຂະ ຫຍາຍຕົວ ທັງຊຸກຍູ້ໃຫ້ຜູ້ປຸງແຕ່ງ ມີສວນສະເພາະ ເພື່ອອະນຸລັກ ແລະ ຕິດພັນກັບຕະຫລາດໃຫ້ມີຄວາມ ຍືນຍົງ. ເພາະຜ່ານມາເຄີຍມີບົດ ຮຽນມາແລ້ວ ໂດຍສະເພາະກຳລັງ ໂດ່ງດັງກໍ່ຫາຍໄປຫລື ເຊົາປຸງແຕ່ງ. ດັ່ງນັ້ນ, ຈຶ່ງໄດ້ຊຸກຍູ້ພາກສ່ວນກ່ຽວ ຂ້ອງເອົາໃຈໃສ່ສົ່ງເສີມປະຊາຊົນ ຜະລິດໃຫ້ຫລາຍຕິດພັນກັບການ ປົກປັກຮັກສາປ່າໄມ້, ຊົມໃຊ້ຝຸ່ນ ທຳມະຊາດ ເພື່ອຮັບປະກັນຄຸນນະ ພາບ, ຮັບປະກັນການບໍລິໂພກກໍ່ຄື ໄດ້ມາດຕະຖານ (ອຢ) ໄປພ້ອມໆ ກັບການເຕີບໃຫຍ່ ແລະ ຍືນຍົງ ເພື່ອປະກອບສ່ວນເຮັດໃຫ້ເສດຖະ ກິດ-ສັງຄົມຂອງແຂວງ ມີການຂະ ຫຍາຍຕົວ, ສ້າງອາຊີບລາຍຮັບທີ່ ໝັ້ນຄົງ ແລະ ສາມາດແກ້ໄຂຄວາມ ທຸກຍາກໃຫ້ນັບມື້ຫລຸດລົງເປັນ ກ້າວໆ.

RkJQdWJsaXNoZXIy MTc3MTYxMQ==