5766

08 xtgmf]k; 37ltok c]t [= ]y = dy ko 12/12/2023 ຂປລ.ບໍລິສັດລ້ານ ຊ້າງ ມິເນໂຣນ ຈໍາ ກັດ (ລຊມລ) ສະ ເຫລີມສະຫລອງຄົບ ຮອບ 20 ປີແຫ່ງ ຄວາມສຳເລັດໃນ ການຂຸດຄົ້ນບໍ່ຄຳທອງ ເຊໂປນໃນວັນ ທີ 8 ທັນວາ 2023 ຜ່ານມາໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍບັນດາ ລັດຖະມົນຕີ, ຮອງ ລັດຖະມົນຕີ, ຄະນະ ບໍລິຫານບໍລິສັດ ຊື ເຟິງ ໂກນລ, ຜູ້ບໍລິ ຫານ ລຊມລ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານຫວາງ ຈຽນ ຫົວ, ປະທານ ບໍລິ ສັດ ຊືເຟິງ ໂກນ ໄດ້ ໃຫ້ຮູ້ວ່າ: 20 ປີຜ່ານ ]h ko-h k',y go3io lts]v' @W xu ມາ ລຊມລ ໄດ້ເປັນ ສັນຍະລັກຂອງການ ຂຸດຄົ້ນບໍ່ແຮ່ ແລະ ການຂະຫຍາຍທີ່ດີ ເລີດຢູ່ ສປປ ລາວ ໄດ້ຮັກສນາມມະຍົດ ຂອງບໍລິສັດຂັ້ນ A+ ໂຄງການບໍ່ຄຳ-ທອງ ເຊໂປນ ມີຄວາມພະ ຍາຍາມສຸດຄວາມ ສາມາດ ເພື່ອສົ່ງເສີມ ການພັດທະນາແບບ ຍືນຍົງ ແລະ ການ ເປັນຜູ້ນຳດ້ານສິ່ງ ແວດລ້ອມ ໃນອຸດ ສ າ ຫ ະ ກ ຳ ບໍ່ແ ຮ່ , ລວມເຖິງການຈັດ ຕັ້ງປະຕິບັວຽກງານ ຟື້ນຟູ ແລະ ຕິດຕາມ ສິ່ງແວດລ້ອມຢ່າງ ເຂັ້ມງວດ. ສະນັ້ນ, ໂຄງການບໍ່ຄຳ-ທອງ ເຊໂປນ ຈຶ່ງກາຍເປັນ ຜູ້ຜະລິດຄຳ ແລະ ທອງ ທີ່ໃຫຍ່ ແລະ ມີ ຄວາມຍືນຍົງທີ່ສຸດຢູ່ ສປປລາວເຊິ່ງໄດ້ລົງ ທຶນຫລາຍກວ່າ 55 ລ້ານໂດລາສະຫະ ລັດ, ໃນການປັບປຸງ ໂຄງລ່າງພື້ນຖານ 34 ລ້ານໂດລາສະ ຫະລັດ, ການສ້າງ ຕາຂ່າຍໄຟຟ້າແຫ່ງ ຊາດ ຈາກເມືອງທ່າ ແ ຂ ກ ຫາ ເມືອງມະຫາ ໄຊ ຜ່ານບໍ່ຄຳ-ທອງ ເຊໂປນ ເພື່ອຊື້ໄຟຟ້າ ຈາກລັດວິສາຫະ ກິດໄຟຟ້າລາວ, ຂະ ຫຍາຍໂຄງການພັດ ທະນາຊຸມຊົນໄປຍັງ ເຂດຊົນນະບົດ ແລະ ເກັບກູ້ລະເບີດບໍ່ທັນ ແຕກທີ່ຕົກຄ້າງໃນ ສປປ ລາວ. ລຊມລ ເປັນບໍລິສັດ ບໍ່ແຮ່ທີ່ຂຶ້ນທະບຽນທີ່ ສປປ ລາວ ໂດຍບໍລິ ສັດ ຊືເຟິງ ຈີຫລົງ ໂກນລມາຍນິງຖືຫຸ້ນ 90% ແລະ ລັດຖະ ບານລາວ10%ເຊິ່ງ ໄດ້ປະສານສົມທົບ ກັບຫລາຍກະຊວງ ສະແດງໃຫ້ເຫັນວ່າ ລັດຖະບານ ແລະບໍລິ ສັດເອກະຊົນເຮັດ ວຽກຮ່ວມກັນເພື່ອ ຜົນປະໂຫຍດຂອງ ສ່ວນລວມ ນັບແຕ່ ເລີ່ມດຳເນີນງານ ປີ 2003 ບໍ່ຄຳ-ທອງ ເຊໂປນໄດ້ຜະລິດຄຳ ຫລາຍກວ່າ 1,5 ລ້ານອອນ ທອງ 1,1 ລ້ານໂຕນ ໄດ້ສ້າງ ລາຍຮັບ ໂ ດຍກົງ ຫລາຍກວ່າ1,7ຕື້ໂດ ລາສະຫະລັດ ໃຫ້ລັດ ຖະບານລາວ ຜ່ານ ການຈ່າຍພາສີ, ອາ ກອນ, ຄ່າຊັບພະຍາ ກອນແຮ່ທາດ ແລະ ເງິນປັນຜົນ. ນອກນີ້, ຍັງໄດ້ສ້າງຜົນປະ ໂຫຍດທາງອ້ອມ ຜ່ານການສ້າງວຽກ ເຮັດງານທຳ, ຝຶກ ອົບຮົມ, ການພັດທະ ນາຊຸມຊົນ, ການ ຈ້າງງານ ແລະ ສ້າງ ລາຍໄດ້ໃຫ້ຄູ່ຮ່ວມ ທຸລະກິດ ແລະ ຜູ້ສະ ໜອງທ້ອງຖິ່ນ. ສຳລັບໂຄງການ ພັດທະນາຊຸມຊົນ ຂອງບໍ່ຄຳ-ທອງ ເຊ ໂປນໄດ້ສະໜອງງົບ ປະມານຫລາຍກວ່າ 20 ລ້ານໂດລາສະ ຫະລັດ ໃຫ້ປະຊາຊົນ 40.000 ຄົນ, ພ້ອມ ນີ້ຍັງໄດ້ສ້າງຜົນປະ ໂຫຍດໃຫຍ່ຫລວງ ໃຫ້ເມືອງວິລະບູລີ ແລະ ສ້າງລາຍຮັບ ໃຫ້ກຸ່ມນັກທຸລະກິດ ທ້ອງຖິ່ນ ເ ຖິງ50 ລ້ າ ນ ໂ ດ ລ າ ສ ະ ຫະລັດ.

RkJQdWJsaXNoZXIy MTc3MTYxMQ==