5766

07 xtgmf]k; gsfdko{dkora fmtok 12/12/2023 ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ g,n v'30' -j ;'gIn v xt9exu 1j k'7b d7N o g-a ola opklextmko 37'dko g0nj vow22h k sh ;px;' 1 c]t 2 xt-k-q o 2 [h ko g,n v'vto5 ;q ' ,v[{lq j ' ';7n o .sh d5 j ,[= ]y la f 7ewr-tot g9Q kc0;'g-dv' 1h P,1k, l;odtly de [= ]y la f -k,g-dv' [h ko8q '-P' ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມ ຄະ ນະການນໍາຂັ້ນແຂວງ ແລະ ເມືອງ ດາກຈຶງ ໄດ້ໄປຕິດຕາມ, ຊຸກຍູ້ ແລະ ຢ້ຽມຢາມສວນຜະລິດກະສິກໍາ ບໍລິ ສັດ ຊາມເຊກອງ (ບໍລິສັດ ຮຸ້ນສ່ວນ ກຸ່ມລົງທຶນຫວຽດເຟືອງ) ໃນວັນທີ 7 ທັນວາ 2023 ນີ້ ຊຶ່ງຕັ້ງຢູ່ບ້ານ ຕົງຊຽງ ເມືອງດາກຈຶງ ແຂວງເຊ ກອງ ໂດຍມີເນື້ອທີ່ທັງໝົດ 100 ເຮັກຕາ. ໂອກາດນີ້, ທ່ານ ຫງຽນ ຊວນ ນາມ ຜູ້ອໍານວຍການບໍລິສັດຊາມ ເຊກອງ ໄດ້ລາຍງານວ່າ: ບໍລິສັດ ຊາມເຊກອງ ໄດ້ຮັບອະນຸຍາດ ຈາກ ພັກ-ລັດຖະບານ ກໍຄືຄະນະພັກ, ອົງ ການປົກຄອງແຂວງເຊກອງ ໃຫ້ ລົງທຶນໃນການພັດທະນາກະສິກໍາ (ປູກພືດ)ຢູ່ເຂດບ້ານຕົງຊຽງ ເມືອງ ດາກຈຶງ ລວມເນື້ອທີ່ ທັງໝົດ 100 ເຮັກຕາ. ໃນນີ້, ໄດ້ບຸກເບີກ, ນໍາໃຊ້ ເຂົ້າໃນການປູກກາເຟ 35 ເຮັກຕາ ແລະ ປູກມັນຝຣັ່ງ 25 ເຮັກຕາ, ຄາດຄະເນຜົນຜະລິດ (ມັນຝຣັ່ງ) ປະມານ 500 ໂຕນ, ສົ່ງຂາຍພາຍ ໃນ ແລະ ຕ່າງປະເທດໂດຍສະເພາະ ແມ່ນປະເທດໃນລາຄາ 12 ລ້ານ ກີບຕໍ່ໂຕນ. ໃນໂອກາດນີ້, ທ່ານ ເຫລັກໄຫລ ຂປລ. ແຫລ່ງຂ່າວຈາກ ແຂວງໄຊ ສົມບູນ ໃຫ້ຮູ້ວ່າ: ປະຊາຊົນບ້ານອອມ ແລະ ບ້ານກໍໄຮ ເມືອງອະນຸວົງ ແຂວງ ໄຊສົມບູນ ມອບ-ສົ່ງ ງົວຄືນ ໃຫ້ກຸ່ມ ບໍລິສັດ ຄໍາໄພຊະນະ ຈໍາກັດຜູ້ດຽວ ໃນໂຄງການ ເຄພີຈີພັດທະນາກະສິກໍາ ແລະ ປ່າໄມ້ ແຂວງໄຊສົມບູນ ທີ່ໄດ້ນໍາ ງົວແມ່ພັນ ຈໍານວນ 209 ໂຕ ມາຊຸກຍູ້ ສົ່ງເສີມປະຊາຊົນຜູ້ທຸກຍາກ ຈໍານວນ 104 ຄອບຄົວ ຢູ່ເຂດຈຸດສຸມບ້ານອອມ ແລະ ບ້ານກໍໄຮ ທີ່ໄດ້ຄົບຮອບຕາມກໍາ ນົດເວລາ4ປີໃນວັນທີ7ທັນວາ2023 ທີ່ຫ້ອງການບ້ານອອມ ໂດຍການເຂົ້້າ ຮ່ວມເປັນປະທານຂອງທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ມີ ທ່ານ ບຸນທອນ ປັນແກ້ວ ຮອງຫົວໜ້າ ພະແນກກະສິກໍາ ແລະ ປ່າໄມ້ ແຂວງ, ທ່ານ ຄໍາໄພ ສົມຊະນະ ປະທານກຸ່ມ ບໍລິສັດຄໍາໄພຊະນະ ຈໍາກັດຜູ້ດຽວ ພ້ອມດ້ວຍອໍານາດການປົກຄອງ ແລະ ປະຊາຊົນ ທັງ 2 ບ້ານ ເຂົ້າຮ່ວມ. ໃນພິທີໄດ້ຮັບຟັງການລາຍງານ ຜົນສໍາເລັດ ຂອງໂຄງການຊຸກຍູ້ສົ່ງ ເສີມການລ້ຽງງົວ ໃນຮູບແບບ 2+3 ຢູ່ບ້ານອອມ ແລະ ບ້ານກໍໄຮ ໃນໄລຍະ 4 ປີ ທີ່ຜ່ານມາ ນັບແຕ່ວັນທີ 11 ພະຈິກ 2019-11ພະຈິກ2023ຊຶ່ງບໍລິສັດໄດ້ ສະໜອງດ້ານແນວພັນຫຍ້າໃຫ້ເມືອງ ອະນຸວົງ 2.500ກິໂລ ໃນນີ້, ບ້ານອອມ ແລະບ້ານກໍໄຮໄດ້ຮັບ1.980ກິໂລໃນ ເນື້ອທີ່ 128 ເຮັກຕາ ໃນປີ 2019. ປັດ ຈຸບັນເພີ່ມຂຶ້ນ 250 ເຮັກຕາ ພ້ອມທັງ ເອົາແນວພັນງົວມາຊຸກຍູ້ສົ່ງເສີມປະ ຊາຊົນບ້ານອອມ ແລະ ບ້ານກໍໄຮ ຈໍາ ນວນ209ໂຕລວມເປັນມູນຄ່າທັງໝົດ 1,2 ຕື້ກວ່າກີບ, ມີກຸ່ມລ້ຽງງົວ 10 ກຸ່ມ ໃນນີ້, ບ້ານອອມ 72 ຄອບຄົວ ມີ 7 ກຸ່ມ, ບ້ານກໍໄຮ 32 ຄອບຄົວ ມີ 3 ກຸ່ມ, ຜ່ານການຈັດຕັ້ງປະຕິບັດຂອງໂຄງ ການ ມາຮອດປັດຈຸບັນມີງົວ ທັງໝົດ 446 ໂຕ, ງົວຜູ້129 ໂຕ ໃນນີ້, ງົວເກີດ ໃໝ່ຢູ່ 2 ບ້ານ ມີຈໍານວນ 292 ໂຕ, ງົວ ຜູ້ 139 ໂຕ (ງົວນ້ອຍຕາຍທັງໝົດ 20 ໂຕ ໃນນີ້ມີງົວຜູ້ 10 ໂຕ), ງົວທີ່ເກີດ ໃໝ່ຍັງມີຊີວິດ 272 ໂຕ, ແມ່ພັນທີ່ເອົາ ມາຊຸກຍູ້ປະຊາຊົນຕາຍຍ້ອນສະພາບ ດິນຟ້າອາກາດປ່ຽນແປງແລະ ພະຍາດ ຕ່າງໆ ທັງໝົດ 36 ໂຕ ຍັງເຫລືອ 173 ໂຕ, ຜ່ານການລົງປະເມີນຖອນງົວ ຄືນ ຕົ້ນທຶນຂອງໂຄງການ ສາມາດຖອນ ຄືນໄດ້ຕົວຈິງທັງໝົດ 179 ໂຕ, ໃນນີ້ ງົວຜູ້ 70 ໂຕ, ງົວແມ່ 109 ໂຕ, ທຽບ ໃສ່ຕົ້ນທຶນ 209 ໂຕ ແມ່ນສາມາດຖອນ ໄດ້ 86% ຍັງເຫລືອເປັນແນວພັນ ໃຫ້ປະຊາຊົນ 242 ໂຕ, ຄິດເປັນເງິນ ຕາມມູນຄ່າຕົວຈິງ 1,1 ຕື້ກວ່າກີບ, ໃນ ນີ້ຍັງບໍ່ໄດ້ປະເມີນ 2 ຄອບຄົວ ພ້ອມ ດຽວກັນນີ້ ຕາງໜ້າແຕ່ລະກຸ່ມລ້ຽງ ງົວ ທັງ 2 ບ້ານດັ່ງກ່າວກໍໄດ້ມີການ ແລກປ່ຽນສະແດງຄໍາຄິດ-ຄໍາເຫັນ ຢ່າງກົງໄປ-ກົງມາ ໃນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການເບິ່ງແຍງດູແລຮັກ ສາສັດລ້ຽງຂອງຕົນ ໃຫ້ມີສຸຂະພາບ ແຂງແຮງປາສະຈາກໂລກໄພຕ່າງໆ ທີ່ຈະເກີດຂຶ້ນຕາມລະດູການ. ໃນໂອກາດນີ້, ທ່ານ ຕົ່ງມົວ ຊົວໂກ້ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ກຸ່ມ ບໍລິສັດຄໍາໄພຊະນະຈໍາກັດຜູ້ດຽວທີ່ໄດ້ ປະກອບທຶນຊ່ວຍເຫລືອປະຊາຊົນໃນ ຄັ້ງນີ້ ພ້ອມທັງຊົມເຊີຍປະຊາຊົນ ທັງ 2 ບ້ານ ທີ່ມີຄວາມດຸໝັ່ນຂະຫຍັນພຽນທີ່ ໄດ້ພ້ອມກັນປະຕິບັດຕາມຄໍາແນະນໍາ ຂອງໂຄງການຈົນສາມາດບັນລຸຜົນສໍາ ເລັດ ແລະ ມອບ-ສົ່ງ ງົວຄືນ ໃຫ້ແກ່ກຸ່ມ ບໍລິສັດ ທັນຕາມກໍານົດເວລາທີ່ໂຄງ ການວາງໄວ້ແລະຈໍານວນງົວທີ່ສົ່ງຄືນ ໃຫ້ບໍລິສັດນັ້ນທາງບໍລິສັດຈະໄດ້ນໍາໄປ ມອບໃຫ້ຄອບຄົວທຸກຍາກອື່ນໆ ທີ່ມີ ເງື່ອນໄຂ ພາຍໃນແຂວງໄຊສົມບູນ ຕໍ່ໄປ ພ້ອມທັງຮຽກຮ້ອງໃຫ້ສະມາຊິກກຸ່ມ ລ້ຽງງົວຂອງໂຄງການ ຈົ່ງສືບຕໍ່ເພີ່ມທະ ວີປະຕິບັດຕາມຫລັກການຂອງການລ້ຽງ ສັດ, ປະຕິບັດຕາມຄໍາແນະນໍາຂອງສັດ ຕະວະແພດເປັນຕົ້ນ ຕ້ອງໄດ້ສ້າງຄອກ ໃຫ້ສັດນອນ, ເອົາໃຈໃສ່ດູແລສຸຂະພາບ ສັດ, ປູກຫຍ້າລ້ຽງສັດໃຫ້ພຽງພໍກັບຈໍາ ນວນຝູງສັດໃນຄອບຄົວ ແລະ ເກັບຖະ ໜອມອາຫານສັດໄວ້ ໃຫ້ສັດໃນຍາມ ຂາດແຄນ ໂດຍສະເພາະໃນລະດູແລ້ງ ແຕ່ລະປີ. ຈຸດປະສົງຕົ້ນຕໍ ທີ່ພັກ-ລັດຖະ ບານ ແລະ ບໍລິສັດ ໄດ້ນໍາເອົາທຶນຮອນ ກໍຄືນໍາເອົາພໍ່ແມ່ພັນງົວມາໃຫ້ປະຊາຊົນ ລ້ຽງໃນຄັ້ງນີ້ ກໍເພື່ອເປັນການຊຸກຍູ້ສົ່ງ ເສີມ, ຍົກລະດັບຊີວິດການເປັນຢູ່ຂອງ ພໍ່ແມ່ປະຊາຊົນໃຫ້ດີຂຶ້ນເປັນກ້າວໆ. ຂ່າວ-ພາບ: ສຸກສັນ ອ້ວນລິທິກຸນ ຂປລ. ແຫລ່ງຂ່າວຈາກ ແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ເມືອງໂຂງ ແຂວງຈຳປາສັກ ຈັດຊ່ວງເຮືອ ປະ ຈຳປີ 2023 ຂຶ້ນໃນວັນທີ 9 ທັນວາ 2023 ທີ່ສາລາຫໍໄຊ ບ້ານ ໃຫຍ່ກາງໂຂງ ໂດຍການເຂົ້າຮ່ວມ ຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າ ແຂວງຈຳປາສັກ, ທ່ານ ສະນັ່ນ ສີພາພົມມະຈັນ ຫົວໜ້າຄະນະຈັດ ຕັ້ງແຂວງ, ທ່ານ ນາງ ຄຳພູ ລິດທິ ສັກ ເຈົ້າເມືອງໆໂຂງ ພ້ອມດ້ວຍ ພໍ່ແມ່ປະຊາຊົນພາຍໃນເມືອງ ແລະ ເມືອງອ້ອມຂ້າງເຂົ້າຮ່ວມ. ໂອກາດນີ້, ທ່ານນາງ ຄຳພູ ລິດທິສັກ ໄດ້ກ່າວວ່າ: ປະເພນີແຂ່ງ ຂັນຊ່ວງເຮືອ. ໃນປີນີ້, ກໍຄືທຸກໆປີ ທີ່ຜ່ານມາ ເພື່ອສືບສານວັດທະນະ ທຳປະເພນີອັນດີງາມຂອງຊາດກໍຄື ຂອງທ້ອງຖິ່ນ, ອະນຸລັກປົກປັກຮັກ ສາໄວ້ໃຫ້ລູກໃຫ້ຫລານສືບທອດ ຕໍ່ໆກັນໄປ ແລະ ເພື່ອສ້າງຄວາມສາ ຂປລ. ແຫລ່ງຂ່າວຈາກ ແຂວງເຊ ກອງ ໃຫ້ຮູ້ວ່າ: ພິທີເຊັນສັນຍາສໍາປະ ທານ ໂຄງການເຂື່ອນໄຟຟ້າ ຫ້ວຍປວງ 1 ແລະ ຫ້ວຍປວງ 2 ຈັດຂຶ້ນໃນວັນທີ 8 ທັນວາ 2023 ຜ່ານມາ ທີ່ພະແນກ ແຜນການ ແລະ ການລົງທຶນ ແຂວງເຊ ກອງໂດຍການເຂົ້າຮ່ວມຂອງ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊ ກອງ, ມີຕາງອົງການປົກຄອງແຂວງ ແລະ ບໍລິສັດ ພ້ອມດ້ວຍຂະແໜງການ ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ທ່ານ ກອງແກ້ວ ໄຊຍະສິງ ຮອງ ຫົວໜ້າຂະແໜງສົ່ງເສີມການລົງທຶນ ໄດ້ຜ່ານໃບມອບສິດສະບັບ ເລກທີ103 ແລະ 104/ຈຂ.ຊກ, ລົງວັນທີ9ພະຈິກ 2023 ວ່າດ້ວຍເຊັນສັນຍາສໍາປະທານ ໂຄງການເຂື່ອນໄຟຟ້າ ຫ້ວຍປວງ 1 ທີ່ ມີກຳລັງຕິດຕັ້ງ 3,4 ເມກາວັດ ແລະ ຫ້ວຍປວງ 2 ທີ່ມີກຳລັງຕິດຕັ້ງ 6 ເມ ກາວັດ ຂອງ ບໍລິສັດ ຫ້ວຍປວງ 1 ແລະ 2ທີ່ຕັ້ງຢູ່ເມືອງດາກຈຶງແຂວງເຊກອງ. ຕາງໜ້າອົງການປົກຄອງແຂວງ ລົງນາມຄັ້ງນີ້ໂດຍ ທ່ານ ສາກົນ ພອນ ປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ, ທ່ານ ລໍາພັນ ແກ້ວມະຫາໄຊ ຮອງຫົວໜ້າ ພະແນກພະລັງງານ ແລະ ບໍ່ແຮ່, ທ່ານ ເພັງນາ ຈັນທະພອນ ເຈົ້າເມືອງດາກ ຈຶງ ແລະ ຕາງໜ້າຝ່າຍບໍລິສັດ ໂດຍ ທ່ານ ພຸດດາວຽງ ສີສຸລາດ ປະທານ ບໍລິສັດ ໄຟຟ້າ ຫ້ວຍປວງ 1 ແລະ 2 ຈໍາກັດ. ຂ່າວ: ພຸດທະສອນ ສີວິໄລ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍບໍລິສັດ ທີ່ໄດ້ຕັດສິນໃຈເລືອກ ລົງທຶນໃນຂະແໜງກະສິກໍາ, ກ້າ ຄິດ, ກ້າເຮັດ ແລະ ກ້າລົງທຶນ ເພື່ອ ຕອບສະໜອງເປັນສິນຄ້າຮັບໃຊ້ ພາຍໃນ ແລະ ສົ່ງຂາຍຕ່າງປະເທດ, ເປັນການປະກອບສ່ວນຕາມແຜນ ພັດທະນາເສດຖະກິດ-ສັງຄົມ ກໍຄື ການຜະລິດເປັນສິນຄ້າຕາມທ່າ ແຮງທີ່ບົ່ມຊ້ອນຂອງແຂວງ ແລະ ສອດຄ່ອງກັບຄວາມຮຽກຮ້ອງ ຕ້ອງການຂອງການພັດທະນາໃນ ປັດຈຸບັນ ກໍຄື ສະເພາະໜ້າ ໂດຍສະ ເພາະແມ່ນປະກອບສ່ວນເຂົ້າໃນ ການປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ແລະ ສົ່ງເສີມການຜະລິດພາຍໃນ ໃຫ້ເຂັ້ມແຂງ. ພ້ອມທັງຊີ້ນໍາໃຫ້ບໍລິ ສັດ ສືບຕໍ່ປະຕິບັດກິດຈະກໍາຕ່າງໆ ຂອງໂຄງການ, ຂະຫຍາຍເນື້ອທີ່ ການຜະລິດ ແລະ ເອົາໃຈໃສ່ຈ້າງ ງານປະຊາຊົນໃນເຂດທ້ອງຖິ່ນ ເປັນ ຫລັກ ເພື່ອເປັນການສ້າງອາຊີບ, ສ້າງວຽກເຮັດງານທໍາ, ສ້າງລາຍ ຮັບ ແລະ ແກ້ໄຂຄວາມທຸກຍາກໃຫ້ ປະຊາຊົນ ຕາມແນວທາງນະໂຍ ບາຍ ຂອງພັກ-ລັດຖະບານວາງ ອອກ. ຂ່າວ-ພາບ: ສັນຍາ ມັກຄີລະຫວ່າງປະຊາຊົນບັນດາ ເຜົ່າ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ທັງເປັນການປຸກລະດົມພໍ່ແມ່ປະຊາ ຊົນເມືອງໂຂງ ພາຍຫລັງສຳເລັດ ການເກັບກ່ຽວຜົນຜະລິດພືດລະ ດູຝົນແລ້ວ ກໍກະກຽມລົງສູ່ການ ຜະລິດລະດູແລ້ງ, ເຮັດໃຫ້ກະສິ ກອນແລະພໍ່ຄ້າຊາວຂາຍໄດ້ນຳຜົນ ຜະລິດກະສິກຳ, ເຄື່ອງຫັດຖະກຳ, ການປຸງແຕ່ງອາຫານຈາກທຳມະ ຊາດ ແລະ ສິນຄ້າປະເພດຕ່າງໆ ຂອງຕົນມາວາງສະແດງ, ບໍລິການ ຂາຍໃຫ້ແຂກ ແລະ ນັກທ່ອງທ່ຽວ ທີ່ເຂົ້າມາຢ້ຽມຢາມ. ການຊ່ວງເຮືອທີ່ເມືອງໂຂງມີ ເຮືອພາຍໃນເມືອງ ແລະ ຕ່າງເມືອງ ເຂົ້າຮ່ວມແຂ່ງຂັນທັງໝົດ 22 ລຳ, ໃນນັ້ນເຮືອໃຫຍ່ປະເພດຮຸ່ນ 33 ສີພາຍ ມີ 10 ລຳ, ຮຸ່ນ 22 ສີພາຍ ມີ 6 ລຳ ແລະ ຮຸ່ນ 12 ສີພາຍ ມີ 6 ລຳ ແລະ ມີເຮືອຈາກເມືອງອ້ອມຂ້າງ ເຂົ້າຮ່ວມ 3 ລຳ ເຊິ່ງຜົນການແຂ່ງ ຂັນເຮືອໃຫຍ່ປະເພດຮຸ່ນ 33 ສີພາຍ ອັນດັບທີ 1 ໄດ້ແກ່ເຮືອທະຫານ ແຂວງຈຳປາສັກ, ອັນດັບ ທີ 2 ໄດ້ ແກ່ເຮືອ ບ້ານເວີນສົມ ແລະ ອັນ ດັບທີ 3 ໄດ້ແກ່ເຮືອ ບ້ານຫົວໂຂງ. ສຳລັບເຮືອປະເພດ ຮຸ່ນ 24 ສີພາຍ ອັນດັບທີ 1 ໄດ້ແກ່ເຮືອບ້ານທ່າ ພ້າວ, ອັນດັບທີ 2 ໄດ້ແກ່ເຮືອບ້ານ ຫົວສັນ ແລະ ອັນດັບທີ 3 ໄດ້ແກ່ ເຮືອບ້ານທ່າໂພໃຕ້. ສ່ວນເຮືອປະ ເພດ ຮຸ່ນ 12 ສີພາຍອັນດັບທີ 1 ໄດ້ ແກ່ເຮືອສ່ວນນ້ຳບ້ານຈານ, ອັນດັບ ທີ 2 ໄດ້ແກ່ເຮືອ ບ້ານເວີນສົມ ແລະ ອັນດັບທີ 3 ໄດ້ແກ່ເຮືອບ້ານທ່າ ພ້າວ. q

RkJQdWJsaXNoZXIy MTc3MTYxMQ==