5766

xtgmf]k; 6 12/12/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ g0Q k|q ,xa '0v'7q o]k; ry ddu [u dP,0tspkplk0k 16 j xtgmfwm c]t dex6 g9p * ພາຍຫລັງລັດຖະບານໄດ້ເປີດ ປີທ່ອງທ່ຽວລາວຢ່າງເປັນທາງ ການແລ້ວ, ຫລາຍພາກສ່ວນທາງ ພາກລັດ ແລະ ເອກະຊົນ, ຜູ້ປະກອບ ການຕ່າງໆລ້ວນແລ້ວແຕ່ໄດ້ຫ້າງຫາ ກະກຽມຫລາຍປັດໄຈ ເພື່ອຕ້ອນຮັບ ການປີເປີດທ່ອງທ່ຽວຢ່າງຟົດຟື້ນ. ຂະນະທີ່ກໍ່ມີນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເລີ່ມທະຍ່ອຍເຂົ້າ ໂດຍ: ຢ່າຕົ່ງ [= ]y la f ra fmtok oE8q d8kfgpn v' dP,rh v,s]kpxa fw9.oxu mj v'mj P; ມາທ່ອງທ່ຽວຕາມສະຖານທີ່ທ່ອງ ທ່ຽວທາງທຳມະຊາດ, ປະຫວັດ ສາດ, ວັດທະນະທຳຢ່າງບໍ່ຂາດ ສາຍໃນແຕ່ລະມື້. ເມື່ອບໍ່ດົນມານີ້ທີມງານນັກຂ່າວ ໜັງສືພິມປະເທດລາວຂອງພວກໄດ້ ໄປເຄື່ອນໄຫວວຽກ ຢູ່ເມືອງປາກ ຊ່ອງ ແຂວງຈໍາປາສັກ ແລະ ໄດ້ມີ ໂອກາດສໍາພາດ ທ່ານນາງ ສອນທິ ດາ ອຸນາພົມ ຜູ້ອໍານວຍການ ບໍລິສັດ ພັດທະນາແຫລ່ງທ່ອງທ່ຽວນ້ຳຕົກ ຕາດເຍືອງ ຫລັກ 40 ເມືອງປາກ ຊ່ອງ ຈໍາກັດ ໂດຍທາງບໍລິສັດ ໄດ້ ກະກຽມຄວາມພ້ອມຫລາຍປັດໄຈ ຕ້ອນຮັບການເປີດປີທ່ອງທ່ຽວ ລາວຕິດພັນກັບກອງປະຊຸມທ່ອງ ທ່ຽວອາຊຽນທີ່ສປປລາວ ເຮົາເປັນ ເຈົ້າພາບ ໂດຍສະເພາະໄດ້ປັບປຸງ ສະຖານທີ່ທ່ອງທ່ຽວນ້ຳຕົກຕາດ ເຍືອງຢູ່ຈຸດທິວທັດ, ທາງເຂົ້າ-ອອກ, ບຸກຄະລາກອນທ້ອງຖິ່ນ, ພ້ອມນີ້ຍັງ ແຫລ່ງທ່ອງທ່ຽວນ້ຳຕົກຕາດເຍືອງ ກໍ່ໄດ້ກຽມຄວາມພ້ອມການທ່ອງ ທ່ຽວແບບຍ່າງປ່າ, ການທ່ອງທ່ຽວ ປູກຕົ້ນໄມ້ ບໍ່ສະເພາະປູກໄດ້ ແຕ່ຢູ່ ຕາດເຍືອງ ສາມາດປູກໄດ້ຫລາຍໆ ຈຸດພາຍໃນແຂວງຈຳປາສັກ ເຊື່ອມ ໂຍມ ໄປຫາແຂວງສາລະວັນ ໄປ ພ້ອມໆກັນ.ແຂວງຈຳປາສັກກໍ່ແມ່ນ ແຂວງໜຶ່ງທີ່ມີແຫລ່ງທ່ອງທ່ຽວ ຫລາຍແຫ່ງ ເຊິ່ງນອກຈາກນ້ຳຕົກ ຕາດເຍືອງ ແລ້ວ, ຍັງມີນ້ຳຕົກຕາດ ຟານ, ຄອນພະເພັງ, ວັດພູ ແລະ ແຫລ່ງທ່ອງທ່ຽວປະຫວັດສາດ ອື່ນໆຕື່ມອີກ ແລະ ຂໍເຊີນຊວນນັກ ທ່ອງທ່ຽວພາຍໃນ ແລະ ຕ່າງປະ ເທດ ເຂົ້າໄປທ່ຽວແຂວງຈຳປາສັກ ຮັບຮອງວ່າປະທັດໃຈແນ່ນອນ. ທ່ານ ນາງ ສອນທິດາ ອຸນາພົມ ກ່າວຕື່ມວ່າ: ນອກຈາກການທ່ອງ ທ່ຽວຢູ່ນ້ຳຕົກຕາດເຍືອງແລ້ວ, ນັກ ທ່ອງທ່ຽວສາມາດທ່ອງທ່ຽວເຊື່ອມ ຍົງໄປຍັງແຫລ່ງທ່ອງທ່ຽວນ້ຳຕົກ ຕາດເລາະ-ຕາດຮັງ ທີ່ຕັ້ງຢູ່ເມືອງ ເລົ່າງາມ ແຂວງສາລະວັນ ເຊິ່ງປັດ ຈຸບັນທາງບໍລິສັດກຳລັງເລັ່ງຟື້ນຟູ ເພື່ອໃຫ້ສາມາດເປີດບໍລິການໃຫ້ ແກ່ນັກທ່ອງທ່ຽວທີ່ຢາກມາທ່ຽວ ຊົມຕາດເລາະ-ຕາດຮັງ ທັນກັບ ການເປີດທ່ອງທ່ຽວລາວ. ນີ້ກໍ່ແມ່ນ ກິດຈະກຳໜຶ່ງທີ່ທາງບໍລິສັດຢາກ ພັດທະນາແຫລ່ງທ່ອງທ່ຽວນ້ຳຕົກ ຕາດເລາະ-ຕາດຮັງ ເພື່ອເປົ້າໝາຍ ນອກຈາກທ່ອງທ່ຽວຢູ່ແຂວງຈຳ ປາສັກແລ້ວ, ນັກທ່ອງທ່ຽວຍັງສາ ມາດທ່ອງທ່ຽວເຊື່ອມຕໍ່ກັບແຂວງ ສາລະວັນຕື່ມອີກ. ຢ່າງໃດກໍ່ຕາມ ເມື່ອທ່ານໄດ້ໄປ ທ່ອງທ່ຽວບໍ່ວ່າຢູ່ແຫລ່ງທ່ອງທ່ຽວ ນ້ຳຕົກຕາດເຍືອງ ຫລື ແຫລ່ງທ່ອງ ທ່ຽວອື່ນໆແລະ ເມື່ອມີການສ້າງສັນ ກິນດື່ມ ຮູ້ສຶກມືນເມົາແດ່ກໍ່ໃຫ້ຄົນທີ່ ບໍ່ເມົາຂັບລົດແທນ ຫລື ນອນໃຫ້ ຊ່ວງກ່ອນຈຶ່ງຂັບລົດ ເພື່ອຄວາມ ປອດໄພຂອງທ່ານເອງ ແລະ ເພື່ອນ ຮ່ວມທາງ. ໄດ້ສົ່ງເສີມການຜະລິດພືດຜັກຢູ່ໃນ ບ້ານຫລັກ 40 ເພື່ອສະໜອງດ້ານ ສະບຽງອາຫານໃຫ້ແກ່ການມາ ທ່ອງທ່ຽວ, ຢ້ຽມຢາມນ້ຳຕົກຕາດ ເຍືອງກໍ່ຄືແຂວງຈຳປາສັກຂອງນັກ ທ່ອງທ່ຽວໃຫ້ພຽງພໍ. ນອກຈາກນີ້, ກິດຈະກຳທ່ອງທ່ຽວໃໝ່ໆໃນຕົ້ນປີ 2024 ນີ້, ທາງບໍລິສັດພັດທະນາ * ເຂົ້າໜົມປັງ ຂອງຄົນລາວ ພິກກີບີ (PiggyB) ກໍາລັງໄດ້ຮັບ ຄວາມນິຍົມຢ່າງຫລວງຫລາຍໃນ ປັດຈຸບັນ ເພາະບໍ່ວ່າ ຈະໄປເຂດໃດ ກໍຈະເຫັນ ຈຸດຂາຍຕາມແຄມທາງ ເພື່ອຕອບສະໜອງຄວາມຕ້ອງ ການຂອງລູກຄ້າທີ່ນັບມື້ເພີ່ມຂຶ້ນ ຢ່າງວ່ອງໄວພາຍໃນເວລາ 3ປີສາ ມາດຂະຫຍາຍສາຂາໄດ້ 103 ສາ ຂາທົ່ວປະເທດ. ບໍ່ພຽງເທົ່ານີ້, ໃນ ປີ 2024 ທີ່ຈະມາເຖິງນີ້ມີແຜນຈະ ຂະຫຍາຍສາຂາໄປເປີດຢູ່ປະເທດ ໄທ ແລະ ກໍາປູເຈຍ ອີກດ້ວຍ. ທ່ານນາງ ມະນິລິນ ສິດທິໄຊ ຜູ້ ຮ່ວມກໍ່ຕັ້ງ ແລະ ຜູ້ບໍລິຫານເຂົ້າໜົມ PiggyB ໄດ້ໃຫ້ສໍາພາດວ່າ: ຮ້ານ ເຂົ້າໜົມປັງ PiggyB ເກີດຂຶ້ນ ຈາກການພິກວິກິດ ໃຫ້ເປັນໂອກາດ ກໍຄືໃນໄລຍະຂອງການແພ່ລະບາດ ຂອງພະຍາດໂຄວິດ-19ໃນປີ2020 ໂດຍແນມເຫັນຄວາມຕ້ອງການ ຂອງປະຊາຊົນທີ່ຍັງຕ້ອງກິນ, ຕ້ອງ ໃຊ້ແຕ່ບໍ່ສາມາດອອກໄປຊື້ ຫລື ໄປ ກິນຢູ່ນອກເຮືອນໄດ້. ຈຶ່ງໄດ້ເລີ່ມຕົ້ນ ທຸລະກິດນີ້ ໂດຍແນໃສ່ການບໍລິ ການແບບ (food delivery) ຫລື ບໍລິການສົ່ງຮອດເຮືອນ ເພື່ອຕອບ ໂຈດກັບຄວາມຕ້ອງການດັ່ງກ່າວ ຈຶ່ງເຮັດໃຫ້ໃນໄລຍະທຳອິດ PiggyB ໄດ້ຮັບຜົນຕອບຮັບຈາກລູກ ຄ້ານັບມື້ສູງຂຶ້ນ ເຊິ່ງພາຍໃນເວລາ 3 ປີ ທີ່ເຮັດທຸລະກິດນີ້ສາມາດ ຂະຫຍາຍໄດ້ແລ້ວ 103 ສາຂາ ທົ່ວປະເທດ. ແຕ່ບໍ່ໝົດພຽງເທົ່ານີ້ ເພາະປັດຈຸບັນ PiggyB ໄດ້ມີ ການໄປທົດລອງຕະຫລາດຢູ່ຕ່າງ ປະເທດແລ້ວ 1 ສາຂາ ກໍຄື ໄດ້ໄປ ຕັ້ງຢູ່ໜ້າ ສູນການຄ້າ Asawan ໜອງຄາຍ ປະເທດໄທ ເຫັນວ່າລູກ ຄ້າໃຫ້ຄວາມສົນໃຈ ບໍ່ຕ່າງຈາກຢູ່ ປະເທດລາວເລີຍ. ສະນັ້ນ, ໃນປີ 2024 ທີ່ຈະມາຮອດນີ້ ຈຶ່ງມີແຜນ ຈະຂະຫຍາຍ ສາຂາຢູ່ພາກອີສານ ຂອງໄທຕື່ມ ແລະ ຕັ້ງເປົ້າ 3 ເດືອນ ທໍາອິດໃຫ້ໄດ້ 100 ສາຂາ ແລະ ຈະ ຂະຫຍາຍອີກ 30 ສາຂາ ໄປພະນົມ ເປັນ ປະເທດກຳປູເຈຍ ອີກດ້ວຍ. ທ່ານນາງ ມະນິລິນ ສິດທິໄຊ ໄດ້ເປີດເຜີຍເຖິງໂອກາດໃນການ ຂະຫຍາຍສາຂາໄປຕ່າງປະເທດ ໂດຍສະເພາະ ປະເທດໃກ້ຄຽງວ່າ: ອີງຕາມຈຳນວນປະຊາກອນຂອງ ສປປ ລາວ ທີ່ມີພຽງ 7 ລ້ານກວ່າ ຄົນ ເຮັດໃຫ້ການຂະຫຍາຍສາຂາ ນັ້ນ ອາດບໍ່ໄດ້ຫລາຍປານໃດ ແຕ່ ໃນຕ່າງປະເທດນັ້ນ ດ້ວຍຈຳນວນ ປະຊາກອນທີ່ຫລາຍກວ່າທັງໃນໄທ ທີ່ມີຫລາຍກວ່າ 70 ລ້ານ ຄົນ ແລະ ກຳປູເຈຍ ທີ່ມີຫລາຍ ກວ່າ 14ລ້ານ ຄົນ ແລະ ວັດທະນະທຳການກິນ ແລະ ພາສາທີ່ໃກ້ຄຽງກັນ ຈຶ່ງເປັນ ໂອກາດດີໃນການຂະຫຍາຍໄປຕ່າງ ປະເທດ ແລະ ຄາດວ່າຈະສາມາດ ຂະຫຍາຍສາຂາໄປໄທໃຫ້ໄດ້300500 ສາຂາ ແລະ ໃນກຳປູເຈຍ ຈະ ໃຫ້ໄດ້ 100-200 ສາຂາ. ແນວໃດກໍຂອບໃຈລູກຄ້າທີ່ໃຫ້ ຄວາມສົນໃຈບໍລິໂພກ ສິນຄ້າທີ່ດີ ຕະຫລອດມາ. ສໍາລັບທ່ານໃດທີ່ ຍັງບໍ່ໄດ້ລອງກໍ່ໄປຫາລອງກິນໄດ້ທີ່ ຮ້ານສາຂາຕ່າງໆ ຕາມແຕ່ລະເຂດ ແລ້ວທ່ານຈະບໍ່ຜິດຫວັງແນ່ນອນ. “ ”

RkJQdWJsaXNoZXIy MTc3MTYxMQ==