5766

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp xtgmf]k; 4 3]d c]t gsfdko 12/12/2023 ຂປລ. ໃນວັນທີ 5 ທັນວາ 2023 ຜ່ານມາ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະກັບທ່ານ ນາງ ເຈ່ຍລ່ຽງ ຫົວໜ້າອົງການ xtmkolt,k7q ,oa d0j k;csj ' lxx ]k; Ij ;,dv'xt-5 ,ln j lkdq o 16 j ll s;Pfok, dv'xt-5 ,dkoIj ;,,n fh kodtly de c]t cdh w07;k,m5 dpkd1j k'4n dgxQ k\kp ]k;{9u o xu 2023 c0;'7e,j ;o xt8y [a f ]kpIa [wfh 2 ra od;j k8N du [ m6 f]k; pn j olko8k8A '8+ xtmkokmy [= fu l vy o3fgog-p ]k;{dex6 g9p rq [xtc]dxj Po[q fIPo;Pd'kowvptdko ຂປລ. ວັນທີ 7 ທັນວາ 2023 ນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ປະ ທານສະມາຄົມນັກຂ່າວແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສື່ສາ ກົນ ພາຍໃຕ້ຫົວຂໍ້“ຄຸ້ມຄອງຫ້ອງ ຂ່າວດີຈິຕອນ: ທິດສະດີ, ພຶດຕິກຳ ແລະ ປະສົບການຢູ່ພາກພື້ນອາຊຽນ ທີ່ຈັດຂຶ້ນຢູ່ ສສ ຫວຽດນາມ ເພື່ອປຶກ ສາຫາລື ແລະ ແບ່ງປັນບັນດາມາດ ຕະການຊຸກຍູ້ການຫັນປ່ຽນດີຈິຕອນ ຢູ່ ຫວຽດນາມ ແລະ ພາກພື້ນ. ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນ ກອງປະຊຸມທີ່ສຳຄັນ ແລະ ມີຄວາມ ໝາຍສຳລັບສື່ມວນຊົນໃນພາກພື້ນ ອາຊຽນ ໄດ້ຫັນເຖິງການຫັນປ່ຽນ ຈາກລະບົບອານາລັອກໄປສູ່ລະບົບ ດີຈິຕອນ ແລະ ຫວັງວ່າຈະໄດ້ຮຽນ ຮູ້ທິດສະດີ ແລະ ການປະຕິບັດທີ່ດີທີ່ ສຸດຈາກບັນດາຄູ່ຮ່ວມໃນພາກພື້ນ. ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ຕັ້ງໜ້າຊຸກຍູ້ສື່ມວນຊົນໃນ ສປປ ລາວ ໃນການຮຽນຮູ້ການປັບປ່ຽນວິ ທີການເຮັດວຽກ ເພື່ອໃຫ້ແທດເໝາະ ກັບສະພາບສື່ມວນຊົນທີ່ມີການ ປ່ຽນແປງ ໂດຍຜ່ານການຝຶກອົບຮົມ ແລະ ຫລັກສູດຕ່າງປະເທດກ່ຽວກັບ ສື່ໃໝ່ກັບບັນດາຄູ່ຮ່ວມມືພາກພື້ນ. ທ່ານ ສະຫວັນຄອນ ລາຊະມຸນຕີ ຍັງກ່າວອີກວ່າ: ໂດຍລວມແລ້ວ,ສື່ ມວນຊົນລາວ ໄດ້ປະສົບຜົນສຳເລັດ ຢ່າງໃຫຍ່ຫລວງ ໃນການຫັນເປັນສື່ ດີຈິຕອນ ໂດຍສະເພາການນຳໃຊ້ ເຕັກໂນໂລຊີທັນສະໄໝເຂົ້າໃນການ ຄຸ້ມຄອງຫ້ອງຂ່າວ; ການປັບປຸງ ການປະຕິບັດວຽກສື່ມວນຊົນເຮັດ ໄອຍະການສູງສຸດ ແຫ່ງ ຣາຊະອາ ນາຈັກ ກຳປູເຈຍ ໂອກາດເຂົ້າຮ່ວມ ກອງປະຊຸມໄອຍະການສູງສຸດ ຈີນອາຊຽນຄັ້ງທີ13ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ. ໃນວາລະດັ່ງກ່າວ, ທ່ານ ໄຊຊະ ນະ ໂຄດພູທອນ ໄດ້ສະແດງຄວາມ ຂອບໃຈເປັນຢ່າງສູງມາຍັງທ່ານ ນາງ ເຈ່ຍລ່ຽງ ຫົວໜ້າອົງການໄອ ຍະການສູງສຸດ ແຫ່ງຣາຊະອານາ ຈັກ ກຳປູເຈຍ ທີ່ໄດ້ສະຫລະເວລາ ພົບປະແລະປ່ຽນບົດຮຽນວຽກງານ ໄອຍະການຮ່ວມກັນໃນຄັ້ງນີ້. ສອງ ຝ່າຍພ້ອມກັນຕີລາຄາສູງຜົນສໍາ ເລັດຂອງການພົວພັນ-ຮ່ວມມື ລະ ຫວ່າງ ສອງຝ່າຍເປັນຢ່າງດີ ເຊິ່ງ ໃນຕໍ່ໜ້ານີ້ຈະສືບຕໍ່ແລກປ່ຽນຄະນະ ຜູ້ແທນໃນຂັ້ນສູນກາງ ແລະ ທ້ອງ ຖິ່ນ, ແລກປ່ຽນບົດຮຽນກ່ຽວກັບ ການໄປຢ້ຽມຢາມ ແລະ ເຮັດວຽກ ຢ່າງເປັນທາງການຂອງຄະນະຜູ້ ແທນຂັ້ນສູງອົງການໄອຍະການ ປະຊາຊົນສູງສຸດ ແຫ່ງ ສປປ ລາວ ຢູ່ ຣາຊະອານາຈັກກຳປູເຈຍ ໃນປີ 2024, ຈັດກອງປະຊຸມປະຊຸມອົງ ການໄອຍະການບັນດາແຂວງທີ່ມີ ຊາຍແດນຕິດຈອດກັນ ລາວ-ກຳ ປູເຈຍ, ການຕ້ານ ແລະ ສະກັດກັ້ນ ອາຊະຍາກຳຂ້າມຊາດ ແລະ ວຽກ ງານອື່ນໆ, ປະກອບສ່ວນເຂົ້າໃນ ການຕ້ານອາຊະຍາກຳຂ້າມຊາດ, ພັດທະນາອົງການໄອຍະການຂອງ ສອງປະເທດ ໃຫ້ມີຄວາມເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ. ຂປລ.ໃນວັນທີ 8 ທັນວາ2023, ຢູ່ສໍານັກງານປະທານາທິບໍດີ, ນະ ຄອນຫລວງ ຈາກາກຕາ, ສ ອິນໂດ ເນເຊຍ, ທ່ານ ຄຳເຟື້ອງ ພັນທະໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ທ່ານ ໂຈ ໂກ ວີໂດໂດ (H.E. Mr. JokoWidodo), ປະທານາທິບໍດີແຫ່ງສາທາ ລະນະລັດ ອິນໂດເນເຊຍ ເພື່ອດໍາລົງ ຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງສາ ທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ປະຈໍາ ສາທາລະນະລັດ ອິນໂດເນເຊຍ. ທ່ານ ໂຈໂກວີໂດໂດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການມາດໍາລົງຕໍາແໜ່ງ ຂອງເອກ ອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈໍາ ສ ອິນໂດເນເຊຍ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືລະຫວ່າງສອງປະເທດໃຫ້ສືບຕໍ່ ຂະຫຍາຍຕົວຍິ່ງໆຂຶ້ນ ແລະ ອວຍ ພອນໃຫ້ທ່ານເອກອັກຄະລັດຖະທູດ ລາວ ຈົ່ງປະສົບຜົນສໍາເລັດອັນຈົບ ງາມ ໃນການປະຕິບັດໜ້າທີ່ວຽກ ງານອັນມີກຽດຂອງຕົນ ຢູ່ ສ ອິນ ໂດເນເຊຍ. ທ່ານເອກອັກຄະລັດຖະທູດ ຄຳເຟື້ອງພັນທະໄຊ ໄດ້ຖືໂອກາດດັ່ງ ກ່າວນໍາເອົາຄວາມຢື້ຢາມຖາມຂ່າວ ອັນອົບອຸ່ນ ແລະ ພອນໄຊອັນປະ ເສີດຈາກທ່ານ ທອງລຸນ ສີສຸລິດ ປະ ທານປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ໂຈໂກວີໂດໂດ ປະທານາທິບໍ ດີ ແຫ່ງ ສ ອິນໂດເນເຊຍ ພ້ອມທັງ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບອັນໃກ້ຊິດທີ່ມີມາຢ່າງດີງາມ ລະຫວ່າງສອງປະເທດ. ພ້ອມນັ້ນ, ກໍໄດ້ອວຍພອນໄຊອັນປະເສີດແດ່ ທ່ານປະທານາທິບໍດີ ພ້ອມດ້ວຍ ຄອບຄົວມີພາລານາໄມສົມບູນ, ມີ ຄວາມຜາສຸກ ແລະ ປະສົບຜົນສຳ ເລັດທຸກປະການໃນໜ້າທີ່ອັນສູງ ສົ່ງຂອງທ່ານ, ລວມທັງປະຊາຊົນ ອິນໂດເນເຊຍ ທຸກຖ້ວນໜ້າມີຄວາມ ຈະເລີນຮຸ່ງເຮືອງ ແລະ ວັດທະນະ ຖາວອນ. ພາຍຫລັງຍື່ນສານຕາຕັ້ງຢ່າງ ເປັນທາງການ, ໃນຕອນບ່າຍວັນ ດຽວກັນ, ທ່ານເອກອັກຄະລັດຖະ ທູດ ຄໍາເຟື້ອງ ພັນທະໄຊ ໄດ້ເຂົ້າ ຢ້ຽມຂໍ່ານັບທ່ານ ນາງ ເຣັດໂນ ມາ ຊູດີ (H.E. RetnoMarsudi) ລັດ ຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ຊຶ່ງສອງຝ່າຍໄດ້ຕີ ລາຄາສູງຕໍ່ສາຍພົວພັນທີ່ເປັນມູນ ເຊື້ອ ແລະ ການຮ່ວມມືສອງຝ່າຍ ລະຫວ່າງ ລາວ ແລະ ອິນໂດເນເຊຍ ແລະ ໄດ້ປຶກສາຫາລືກ່ຽວກັບແຜນ ການຮ່ວມມືໃນຕໍ່ໜ້າ. ຂປລ. ກອງປະຊຸມການຮ່ວມມື ດ້ານກະສິກໍາ ແລະ ການແກ້ໄຂ ຄວາມທຸກຍາກຢ່າງຖືກເປົ້າໝາຍ ລາວ-ຈີນ ຈັດຂຶ້ນໃນວັນທີ 7 ທັນວາ 2023 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ຈິນ ເວີນ ເສິງ ຫົວໜ້າສູນຄົ້ນຄວ້າ ເສດຖະກິດຊົນນະບົດ, ກະຊວງກະ ສິກໍາ ແລະ ຊົນນະບົດ ສປ ຈີນ, ມີຂະ ແໜງການກ່ຽວຂ້ອງຂອງສອງຝ່າຍ ເຂົ້າຮ່ວມ. ກອງປະຊຸມໄດ້ລາຍງານກ່ຽວ ກັບການຄົ້ນຄວ້າກະສິກໍາ ແລະ ເປົ້າ ໝາຍຫລຸດຜ່ອນຄວາມທຸກຍຸກຂອງ ສປປ ລາວ ຈາກສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນ ນະບົດຂອງ ສປປ ລາວ, ລາຍງານ ການພັດທະນາການລົງດ້ານກະສິກໍາ ຈີນທີ່ຕ່າງປະເທດ, ລາຍງານການ ສົ່ງເສີມການພັດທະນາຄຸນນະພາບ ກະສິກໍາຂອງລາວຈາກບໍລິສັດອາຊີ- ໂປຕັດ ອິນເຕີເນ ຊັນນໍ ອິນເວສເມັນ, ລາຍງານບົດຮຽນການພັດທະນາຢູ່ ສປປ ລາວ ຂອງກຸ່ມບໍລິສັດ ໂລໂວນ ຄອນສະ ຕຣັດຊັນ ມາຊີນ ເນຣີກຣຸບ ແລະການສະເໜີບົດຮຽນການຈັດຕັ້ງ ປະຕິບັດການຫລຸດຜ່ອນຄວາມທຸກ ຍາກໃນລາວ ຂອງຂະແໜງການຈໍາ ນວນໜຶ່ງທັງລາວ ແລະ ຈີນ. ທ່ານ ສົມນຶກ ສຸວັດ ຮອງຫົວ ໜ້າສູນຄົ້ນຄວ້າເຂົ້າ ແລະ ພຶດເສດ ຖະກິດສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ໄດ້ໃຫ້ຮູ້ວ່າ: ຂະແໜງ ການຕົນມີຍຸດທະສາດການຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ຮອດປີ 2025 ແລະ ວິໄສທັດ ເຖິງປີ 2030 ໂດຍ ປະຕິບັດການຄົ້ນຄວ້າແບບປະສົມ ປະສານ ເພື່ອການພັດທະນາ. ຄຽງ ຄູ່ກັນນີ້, ສກປພ ໄດ້ຮ່ວມມືຢ່າງຕັ້ງ ໜ້າກັບບັນດາສະຖາບັນພາຍໃນ ແລະ ຕ່າງປະເທດລວມທັງມະຫາ ວິທະຍາໄລຕ່າງໆ ໃນການຄົ້ນຄວ້າ ແລະ ພັດທະນາວຽກງານກະສິກໍາປ່າໄມ້ ໃຫ້ມີການພັດທະນາຢ່າງ ຕໍ່ເນື່ອງ ໂດຍສະເພາະໄດ້ມີການ ຮ່ວມມື ແລະ ເຊັນບົດບັນທຶກຄວາມ ເຂົ້າໃຈກັບບັນດາສະຖາບັນ, ມະຫາ ວິທະຍາໄລຕ່າງໆ. ໃນນີ້ມີ: ມະຫາວິ ທະຍາໄລ ແລະ ສະຖາບັນຄົ້ນຄວ້າ ວິທະຍາສາດກະສິກຳ-ປ່າໄມ້ ຂອງ ສປ ຈີນ ຫລາຍແຫ່ງ ເຊັ່ນ: Yunnan Academy of Agricultural Sciences (YAAS), Guangxi Academy of Agricultural Sciences (GXAAS), Guangxi Institute of Standards and Technology (GXIST), Yuanye Company , Kunming institute of Botany (KIB), ວິທະ ຍາໄລວິຊາຊິບເຕັກນິກກະສິກໍາ ແຂວງກວາງຊີ ທີ່ກຳລັງຈັດຕັ້ງປະ ຕິບັດໂຄງການສູນທົດລອງແນວ ພັນພືດທີ່ດີຮ່ວມມື ລາວ-ຈີນ, ສຸນ ຄົ້ນຄວ້າວິໄຈຢາງພາລາ ແລະ ພືດ ກະສິກຳ ແລະ ໂຄງການອື່ນໆອີກ. ອີງຕາມແຜນຍຸດທະສາດການ ຄົ້ນຄວ້າ ແລະ ການຮ່ວມມືດັ່ງກ່າວ, ສະຖາບັນຄົ້ນຄວ້າກະສິກຳ, ປ່າ ໄມ້ ແລະ ພັດທະນາຊົນນະບົດສາມາດ ຄົ້ນຄວ້າພັດທະນາແນວພັນພືດ, ພັນສັດໃໝ່ຫລາຍແນວພັນເຊັ່ນ: ແນວພັນເຂົ້າ, ມັນຕົ້ນ ແລະ ສາລີທີ່ມີ ຄວາມທົນທານຕໍ່ການປ່ຽນແປງດິນ ຟ້າອາກາດ, ນໍ້າຖ້ວມ, ແຫ້ງແລ້ງ ແລະ ພະຍາດ-ສັດຕູພືດ. ພ້ອມກັນນີ້, ກໍໄດ້ຄົ້ນຄວ້າບັນດາເຕັກນິກຕ່າງໆ ເພື່ອສະໜອງໃຫ້ກະສິກອນເຂດຊົນ ນະບົດໃນເຂດຫ່າງໄກສາມາດປູກ ແລະ ບໍລິໂພກ ເປັນການປະກອບ ສ່ວນແກ້ໄຂຄວາມທຸກຍາກ. ຂປລ. ມາຮອດປັດຈຸບັນເສດຖະ ກິດຂອງແຂວງໄດ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ໃນລະດັບ 5,45%, ລວມຍອດຜະລິດຕະພັນພາຍໃນປະ ຕິບັດ 14.854 ຕື້ກີບ, ການຈັດເກັບ ລາຍຮັບເຂົ້າງົບປະມານມາຮອດ ທ້າຍເດືອນພະຈິກ2023ປະຕິບັດໄດ້ 2.411 ຕື້ກວ່າກີບ ເທົ່າກັບ 138%. ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ໄດ້ກ່າວຜ່ານສື່ ມວນຊົນ ເມື່ອບໍ່ດົນນີ້ວ່າ: ລາຍຮັບ ສະເລ່ຍຕໍ່ຄົນຕໍ່ປີໄດ້ 1.905 ໂດ ລາສະຫະລັດ; ການລະດົມແຫລ່ງ ທຶນ ເຂົ້າໃນການພັດທະນາໄດ້ທັງ ໝົດ 4.165,11 ຕຶ້ກີບເທົ່າກັບ 123%; ມູນຄ່າການສົ່ງອອກສິນຄ້າ ປະຕິບັດໄດ້ 597,55 ລ້ານໂດລາ ເທົ່າກັບ 125,55%, ມູນຄ່ານໍາ ເຂົ້າສິນຄ້າ 233,65 ລ້ານໂດລາ ເທົ່າກັບ 90,13% (ສົມທຽບກັບ ມູນຄ່າສົ່ງອອກເຫັນວ່າເກີນດຸນ); ການຈັດເກັບລາຍຮັບເຂົ້າງົບປະ ມານ ມາຮອດວັນທີ 29 ພະຈິກ 2023 ປະຕິບັດໄດ້ 2.411 ຕື້ກວ່າ ກີບ ເທົ່າກັບ 138%, ໃນນີ້ສູນກາງ ປະຕິບັດໄດ້ 837,85 ຕື້ກວ່າກີບ ເທ່ົາກັບ 106,33%, ທ້ອງຖິ່ນບັນ ລຸໄດ້ 1.573,57 ຕື້ກວ່າກີບເທົ່າ ກັບ 164,91% (ຄາດຄະເນໝົດປີ ທ້ອງຖິ່ນຈະເກີນແຜນປະມານ 600 ກວ່າຕື້ກີບ); ທາງດ້ານການຜະລິດ ກະສິກໍາ ເພື່ອຮັບປະກັນຄວາມໝັ້ນ ຄົງດ້ານສະບຽງອາຫານເຫັນວ່າ ປັດຈຸບັນສາມາດເວົ້າໄດ້ວ່າແຂວງ ຄໍາມ່ວນ ສາມາດກຸ້ມຕົນເອງໄດ້, ສ່ວນການຜະລິດເປັນສິນຄ້າກໍມີ ການຂະຫຍາຍຕົວເພີ່ມຂຶ້ນສາມາດ ສົ່ງອອກສິນຄ້າຂາຍພາຍໃນ ແລະ ສົ່ງອອກຕ່າງປະເທດໄດ້ ຈໍານວນ ໜຶ່ງ. ທ່ານເຈົ້າແຂວງຄາມ່ວນ ຍັງໃຫ້ ຮູ້ຕື່ມວ່າ: ປັດຈຸບັນ, ແຂວງກໍາລັງສຸມ ໃສ່ການກະກຽມເປີດປີທ່ອງທ່ຽວປີ 2024 ໂດຍໄດ້ສຸມໃສ່ຊຸກຍູ້ປັບປຸງ ພື້ນຖານໂຄງລ່າງ ແລະ ການບໍລິ ການ ເພື່ອດຶງດູດ ແລະ ຮອງຮັບນັກ ທ່ອງທ່ຽວ ກໍຄື ແຂກຄົນທີ່ຈະເຂົ້າ ມາທ່ອງທ່ຽວພາຍໃນແຂວງ. ພ້ອມ ນີ້, ວຽກບໍລິຫານລັດກໍໄດ້ເອົາໃຈໃສ່ ປັບປຸງການຈັດຕັ້ງຂັ້ນຮາກຖານໃຫ້ ມີຄວາມເຂັ້ມແຂງ, ເອົາໃຈໃສ່ໃນ ການປັບປຸງແບບແຜນການເຮັດ ວຽກ ແລະ ເພີ່ມທະວີຄວາມເອົາໃຈ ໃສ່ໃນການຕິດຕາມ, ກວດກາການ ປະຕິບັດໜ້າທີ່ຂອງອົງການປົກຄອງ ແຂວງ, ອົງການຕຸລາການ, ອົງ ການກວດກາ-ກວດສອບ ແລະ ເປັນຕົວແທນປົກປ້ອງສິດຜົນປະ ໂຫຍດອັນຊອບທໍາຂອງປະຊາຊົນ ຕາມພາລະບົດບາດຂອງຕົນໄດ້ ເປັນຢ່າງດີ, ນັບມື້ມີຄວາມໂດດເດັ່ນ ແລະ ເຂັ້ມງວດຂຶ້ນກວ່າເກົ່າ. ຂ່າວ: ຂັນໄຊ ໃຫ້ຜູ້ຊົມສາມາດເຂົ້າເຖິງຂໍ້ມູນໄດ້ ໄວຂຶ້ນ ເພື່ອໃຫ້ໄດ້ຮັບຂໍ້ມູນຢ່າງເຕັມ ທີ່ໂດຍຜ່ານການຈັດສົ່ງຂ່າວທີ່ໄວ ຂຶ້ນ. ໃນຂະນະດຽວກັນສື່ມວນຊົນ ລາວ ກໍປະສົບກັບສິ່ງທ້າທາຍຫລາຍ ດ້ານແລະ ຂ້າພະເຈົ້າຫວັງວ່າຄະນະ ຜູ້ແທນລາວ ຈະໄດ້ແລກປ່ຽນ ແລະ ຮຽນຮູ້ຈາກບັນດາຄູ່ຮ່ວມມືໃນພາກ ພື້ນ ເພື່ອໃຫ້ພວກເຮົານຳເອົາຄວາມ ຮູ້ໃໝ່ໆ ມາໝູນໃຊ້ເຂົ້າໃນການນຳ ຂະແໜງສື່ມວນຊົນຂອງລາວ ກ້າວ ໄປສູ່ມາດຕະຖານສາກົນ. ນອກຈາກນີ້, ໃນງານກອງປະ ຊຸມຍັງໄດ້ຈັດງານວາງສະແດງຜົນ ງານທີ່ຍົກໃຫ້ເຫັນເຖິງການພັດທະ ນາຂອງວາລະສານຫວຽດນາມ, ການຫັນເປັນດີຈິຕອນ ແລະ ການ ຮ່ວມມືສາກົນໃນຂົງເຂດສື່.

RkJQdWJsaXNoZXIy MTc3MTYxMQ==