5766

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 12/12/2023 xtgmf]k; ຄຳມ່ວນ ຈະປູກ... ບໍລິສັດ ເບສະຫວັນ... ກະສິກຳ ແລະ ປ່າໄມ້... ລັດຖະມົນຕີກະຊວງ... ສານອວຍພອນ... ເມືອງຫາດຊາຍຟອງ... ຜູ້ແທນລາວ... ລົງນາມບົດບັນທຶກ... *ພາຍຫລັງກະສິກອນທົ່ວແຂວງ ຄຳມ່ວນ ສຳເລັດການເກັບກູ້ນາປີ ສຳເລັດຢ່າງຮຽບຮ້ອຍແລ້ວ, ເຈົ້າ ໜ້າທີ່ພະແນກກະສິກຳ ແລະ ປ່າໄມ້ ແຂວງ ກໍ່ໄດ້ສືບຕໍ່ເອົາໃຈໃສ່ປັບປຸງ ລະບົບຊົນລະປະທານ, ສະໜອງ ແນວພັນ ແລະ ເຕັກນິກການຜະລິດ ຊຸກຍູ້ກະສິກອນຜະລິດເຂົ້ານາແຊງ, ພືດຜັກທີ່ເປັນສະບຽງອາຫານ ແລະ ເປັນສິນຄ້າອີກຕື່ມ. ຂະນະທີ່ການ ຜະລິດເຂົ້ານາແຊງ ກໍ່ໄດ້ຕັ້ງເປົ້າສູ້ ຊົນຜະລິດໃຫ້ໄດ້ຫລາຍກວ່າ 13,4 ພັນເຮັກຕາ. ໃນນັ້ນ, ຜະລິດເປັນສິນ ຄ້າຫລາຍກວ່າ 9 ພັນເຮັກຕາ. ຕາມຂໍ້ມູນຈາກເຈົ້າໜ້າທີ່ຂະ ແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ມາ ຮອດປັດຈຸບັນ ທົ່ວແຂວງຄຳມ່ວນ ແມ່ນໄດ້ເລີ່ມລົງມືທຳການຜະລິດ ລະດູແລ້ງຢ່າງຈຸດຈ້າວຫ້າວຫັນ ໂດຍສະເພາະແມ່ນການຜະລິດເຂົ້າ ນາແຊງ ເຊິ່ງຂະແໜງປູກຝັງກໍ່ໄດ້ ເອົາໃຈໃສ່ຕໍ່ການປັບປຸງບັນດາໄຈ ທີ່ຈຳເປັນ ເປັນຕົ້ນແມ່ນລະບົບຊົນ ລະປະທານເພື່ອສະໜອງນ້ຳໄດ້ຕາມ ຄວາມຕ້ອງການຂອງກະສິກອນ, ແນວພັນ ແລະ ອື່ນໆ ໂດຍມາຮອດ ດຽວນີ້, ການຕົກກ້ານໍາໃຊ້ແນວ ເຂົ້າແລ້ວຫລາຍກວ່າ 90 ໂຕນ ຫລື ກວ່າ 8% ຂອງຈໍານວນແນວພັນ ທັງໝົດ. ສຳລັບເມືອງທີ່ມີແຜນການ ຜະລິດເຂົ້ານາແຊງຫລາຍກວ່າໝູ່ ແມ່ນເມືອງໜອງບົກ, ເມືອງເຊບັ້ງ ຂະຫຍາຍຢ່າງຕໍ່ເນື່ອງເປັນກ້າວໆ ມາ. ຂ້າພະເຈົ້າມີຄວາມເຊື່ອໝັ້ນ ຢ່າງຍິ່ງວ່າດ້ວຍຄວາມພະຍາຍາມ ຮ່ວມກັນສອງຝ່າຍ, ການພົວພັນ ຮ່ວມມືອັນດີ ລາວ-ແຟງລັງ ຈະສືບ ຕໍ່ໄດ້ຮັບການຮັດແໜ້ນ ແລະ ກ້າວ ເຂົ້າສູ່ລວງເລິກໃນຊຸມປີຕໍ່ໜ້າ ເພື່ອ ຜົນປະໂຫຍດຂອງປະຊາຊົນສອງ ຊາດຂອງພວກເຮົາ ກໍຄືເພື່ອສັນຕິ ພາບ, ສະຖຽນລະພາບ ແລະ ການ ຮ່ວມມືເພື່ອການພັດທະນາແບບຍືນ ຍົງໃນພາກພື້ນ ແລະ ໃນໂລກ. ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າ ຂໍອວຍພອນແດ່ທ່ານຈົ່ງ ມີສຸຂະພາບເຂັ້ມແຂງ, ມີຄວາມຜາ ສຸກ ແລະ ປະສົບຜົນສໍາເລັດທຸກປະ ການໃນໜ້າທີ່ອັນສູງສົ່ງຂອງທ່ານ ແລະ ປະຊາຊົນແຟງລັັງເພື່ອນມິດ ຈົ່ງມີແຕ່ຄວາມສົມບູນພູນສຸກ ແລະ ວັດທະນະຖາວອນຕະຫລອດໄປ. ການແກ້ໄຂບັນຫາເຄັ່ງຮ້ອນຂອງ ເສດຖະກິດ-ການເງິນ ຢູ່ທ້ອງຖິ່ນ ພາຍໃນແຂວງໄຊສົມບູນ ໂດຍມີ ທ່ານຮອງເຈົ້າແຂວງໄຊສົມບູນ, ຫົວໜ້າພະແນກການການເງິນ ແຂວງ, ຜູ້ຕາງໜ້າບັນດາຂະແໜງ ການແລະພາກສ່ວນກ່ຽວຂ້ອງພາຍ ໃນແຂວງໃຫ້ການຕ້ອນຮັບ ແລະ ຮ່ວມເຮັດວຽກ. ໃນໂອກາດດັ່ງກ່າວ, ທ່ານ ສຸກສະຫວາດ ວົງພູມເຫລັກ, ຮອງ ເຈົ້າແຂວງໄຊສົມບູນ ໄດ້ລາຍງານ ໃຫ້ຊາບກ່ຽວກັບການປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມທີ່ພົ້ນ ເດັ່ນ ຂອງແຂວງ ໄລຍະ 11 ເດືອນ ທີ່ຜ່ານມາຕິດພັນກັບການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ແລະ ທ່ານ ທອງປະເສີດ ໄຊຍະລາດ, ຫົວໜ້າພະແນກການເງິນໄດ້ລາຍ ງານໃຫ້ຊາບກ່ຽວກັບການຈັດຕັ້ງ ປະຕິບັດວຽກງານການເງິນຂອງ ແຂວງ ເຊິ່ງເນື້ອໃນການລາຍງານ ທີ່ພົ້ນເດັ່ນຂອງສອງທ່ານດັ່ງກ່າວ ເຫັນວ່າ: ເສດຖະກິດຂອງແຂວງ ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ, ໄລຍະ 11 ເດືອນ ສາມາດເກັບລາຍຮັບໄດ້ 979,8 ຕື້ກີບ, ເທົ່າກັບ 144,38% ຂອງແຜນການ, ແຜນລາຍຈ່າຍປະ ຕິບັດໄດ້ 451,62 ຕື້ກີບ ເທົ່າກັບ 72,1% ຂອງແຜນການ; ການແກ້ ໄຂບັນຫາເຄັ່ງຮ້ອນຂອງເສດຖະ ກິດ-ການເງິນ: ໄດ້ຕິດຕາມ, ຄຸ້ມ ຄອງ, ເລັ່ງທວງບັນດາບໍລິສັດທີ່ຂຶ້ນ ທະບຽນຢູ່ແຂວງ ໃຫ້ແຈ້ງມອບ ອາກອນເປັນປົກກະຕິ ແລະ ທັນກໍາ ນົດເວລາ, ຕໍ່ໃບຢັ້ງຢືນການຊໍາລະ ອາກອນ ປະຈໍາປີ 2022 ສໍາເລັດ 70 ກວ່າຫົວໜ່ວຍ; ໄດ້ເຜີຍແຜ່ ແລະ ແນະນໍາການນໍາໃຊ້ລະບົບການ ແຈ້ງມອບອາກອນດ້ວຍຕົວເອງໃຫ້ ບັນດາຫົວໜ່ວຍທີ່ຂຶ້ນກັບການຄຸ້ມ ຄອງຂອງສ່ວຍສາອາກອນສຳເລັດ 77 ຫົວໜ່ວຍ; ສຳເລັດການລົງ ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ ວຽກງານສ່ວຍສາອາກອນ, ການ ນຳໃຊ້ລະບົບ TaxRis ແລະ ຝຶກ ອົບຮົມການນຳໃຊ້ລະບົບລາຍງານ ລາຍຮັບສ່ວຍສາອາກອນ ແລະ ການປ້ອນຂໍ້ມູນທີ່ດິນເຂົ້າລະບົບໃນ 5 ເມືອງ; ໄດ້ແຈ້ງການ ຫາບັນບໍລິ ສັດທີ່ບໍ່ແຈ້ງມອບອາກອນ ໃຫ້ ປະຕິບັດການແຈ້ງເສຍອາກອນ ດ້ວຍຕົນເອງ ຜ່ານລະບົບ Taxservice; ໄດ້ສົມທົບກັບພາກສ່ວນທີ່ ກ່ຽວຂ້ອງຂອງແຂວງ ລົງຕິດຕາມ, ຊຸກຍູ້, ປະເມີນການຈັດຕັ້ງປະຕິ ບັດບັນດາໂຄງການສຳຫລວດ, ຊອກຄົ້ນແຮ່ທາດ; ໄດ້ສົມທົບກັບກັບ ພາກສ່ວນກ່ຽວຂ້ອງປະເມີນ-ຕີລາ ຄາພາຫະນະລົດບໍລິຫານລັດທີ່ເປ່ ເພນໍາໃຊ້ບໍ່ໄດ້, ມີອາຍຸການນໍາໃຊ້ ເກີນຕາມທີ່ໄດ້ກໍານົດໄວ້ໃນດໍາລັດ 599/ລບ ເພື່ອສະສາງອອກຈາກ ບັນຊີຊັບສິນຂອງລັດຕາມລະບຽບ ການ; ສຳເລັດການປະຕິບັດແຜນ ລາຍຈ່າຍເງິນອຸດໜູນຄ່າຄອງຊີບ ໃຫ້ແກ່ພະນັກງານ-ລັດຖະກອນ 150.000/ຄົນ/ເດືອນ ໃນປີ 2023 ຕາມນະໂຍບາຍຂອງລັດຖະບານ. ໃນໂອກາດດຽວກັນ, ທ່ານລັດ ຖະມົນຕີກະຊວງການເງິນໄດ້ມີຄຳ ເຫັນເຈາະຈີ້ມ ແລະ ເປີດໂອກາດ ໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດເຫັນ ເພື່ອແລກປ່ຽນຂໍ້ມູນໃຫ້ມີຄວາມ ຊັດເຈນ ແລະ ແທດກັບຕົວຈິງຫລາຍ ຂຶ້ນ ເພື່ອເຮັດໃຫ້ການແກ້ໄຂບັນຫາ ເຄັ່ງຮ້ອນຂອງເສດຖະກິດ-ການ ເງິນ ກໍ່ຄື ການພັດທະນາເສດຖະ ກິດ-ສັງຄົມ ຂອງທ້ອງຖິ່ນມີຄວາມ ໜັກແໜ້ນ, ເຂັ້ມແຂງ ແລະ ຂະ ຫຍາຍຕົວຢ່າງຕໍ່ເນື່ອງ. ຈາກນັ້ນ, ທ່ານລັດຖະມົນຕີກະ ຊວງການເງິນ ກໍໄດ້ສະຫລຸບສັງ ລວມແລະແລກປ່ຽນຄຳຄິດເຫັນຕື່ມ ບາງດ້ານ ເພື່ອໃຫ້ພາກສ່ວນກ່ຽວ ຂ້ອງນຳໄປຄົ້ນຄວ້າ ແລະ ຈັດຕັ້ງປະ ຕິບັດ ໃຫ້ມີການຫັນປ່ຽນ ແລະ ເກີດ ດອກອອກຜົນເປັນຮູບປະທຳຕົວຈິງ ເປັນຕົ້ນ ສະເໜີໃຫ້ອົງການປົກ ຄອງທ້ອງຖິ່ນ ແຕ່ລະຂັ້ນສືບຕໍ່ໂຄສະ ນາເຜີຍແຜ່ ແລະ ເຊື່ອມຊຶມບັນດາ ນິຕິກຳ ທີ່ລັດຖະບານ ກໍຄືຄະນະສະ ເພາະກິດ 19/ກມສພ ວາງອອກຕິດ ພັນກັບການສຶກສາອົບຮົມວຽກ ງານການເມືອງແນວຄິດໃຫ້ພະນັກ ງານ-ລັດຖະກອນ, ທະຫານ, ຕຳ ຫລວດ ແລະ ປະຊາຊົນບັນດາເຜົ່າ ຕໍ່ການແກ້ໄຂຄວາມຫຍຸ້ງຍາກຂອງ ເສດຖະກິດ-ການເງິນ, ຄວາມພະ ຍາຍາມຂອງພາກສ່ວນຕ່າງໆ ແລະ ມາດຕະການຕ່າງໆ ທີ່ວາງອອກ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ, ເຊື່ອໝັ້ນ, ໃຫ້ການຮ່ວມມື, ສະໜັບ ສະໜູນ ແລະ ເຂົ້າຮ່ວມປະຕິບັດວຽກ ງານດັ່ງກ່າວ ດ້ວຍຄວາມເປັນເຈົ້າ ການ ແລະ ຮັບຜິດຊອບສູງຕໍ່ສ່ວນ ລວມ ກໍຄື ປະເທດຊາດ; ສຸມໃສ່ຄຸ້ມ ຄອງ ແລະ ຊຸກຍູ້ການຈັດເກັບລາຍ ຮັບເຂົ້າງົບປະມານຢູ່ຫົວໜ່ວຍ ຕ່າງໆ, ຈຳກັດຊ່ອງຫວ່າງການຮົ່ວ ໄຫລ ແລະ ນຳໃຊ້ເຄື່ອງມືທັນສະໄໝ ເປັນກ້າວໆ; ໃຫ້ຄົ້ນຄວ້າ, ວິເຄາະວິໄຈ, ຖອດຖອນບົດຮຽນທີ່ພາໃຫ້ ແຂວງສາມາດເກັບລາຍຮັບໄດ້ເກີນ ແຜນ ເພື່ອສືບຕໍ່ໃຫ້ໄດ້ຮັບຜົນຫລາຍ ຂຶ້ນກວ່າເກົ່າ; ເພີ່ມການນຳໃຊ້ທ່າ ແຮງ ຈາກບັນດາໂຄງການລົງທຶນ ຢູ່ພາຍໃນແຂວງ ໃຫ້ມີສ່ວນຮ່ວມໃນ ການພັດທະນາທ້ອງຖິ່ນ ໂດຍສະ ເພາະດ້ານໂຄງລ່າງພື້ນຖານ, ການ ສ້າງວຽກເຮັດງານທຳໃຫ້ຫລາຍ ຂຶ້ນ ແນໃສ່ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນກວ່າເກົ່າ; ສືບຕໍ່ຊຸກຍູ້ສົ່ງເສີມປະຊາຊົນທຳ ການຜະລິດ ເພື່ອຮັບໃຊ້ພາຍໃນແລະ ເປັນສິນຄ້າໃຫ້ເປັນຂະບວນກວ້າງ ຂວາງ ທັງໄດ້ປະລິມານ ແລະ ຄຸນ ນະພາບ ໂດຍສະເພາະສິນຄ້າທີ່ ທ້ອງຖິ່ນມີທ່າແຮງ; ຊຸກຍູ້ສົ່ງເສີມ ປະຊາຊົນນຳໃຊ້ຜະລິດຕະພັນພາຍ ໃນໃຫ້ຫລາຍຂຶ້ນ ເພື່ອຫລຸດຜ່ອນ ການນຳເຂົ້າ ໄປຄຽງຄູ່ກັບການປະຕິ ບັດບັນດາມາດຕະການປະຢັດມັດ ທະຍັດ ເພື່ອພ້ອມກັນຜ່ານຜ່າຄວາມ ຫຍຸ້ງຍາກຕ່າງໆ. ການເຮັດວຽກຢູ່ແຂວງໄຊສົມ ບູນ ຄັ້ງນີ້, ຄະນະຂອງທ່ານລັດຖະ ມົນຕີກະຊວງການເງິນ ຍັງໄດ້ໄປ ຢ້ຽມຢາມໂຄງການຂຸດຄົ້ນແຮ່ ເຫລັກ ຂອງບໍລິສັດ ເອທີໂອໂຕມາຍ ນິງຈຳກັດແລະໂຄງການຂຸດຄົ້ນແຮ່ ເຫລັກ ຂອງບໍລິສັດ ແຮ່ເຫລັກໂກ ເອໂກ ຈຳກັດຜູ້ດຽວ ຢູ່ເມືອງລ້ອງ ແຈ້ງ ເພື່ອຕິດຕາມ, ຊຸກຍູ້, ຄຸ້ມຄອງ ການຈັດຕັ້ງປະຕິບັດໂຄງການໃຫ້ມີ ປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະການປະຕິບັດພັນທະ ຕ່າງໆ ແລະ ການເຄື່ອນໄຫວກິດຈະ ການຂອງໂຄງການໃຫ້ສອດຄ່ອງ ຕາມກົດໝາຍ, ລະບຽບການ ແລະ ສັນຍາທີ່ກຳນົດໄວ້. ນອກນັ້ນ ຍັງໄດ້ ໄປຢ້ຽມຢາມສະຖານທີ່ທ່ອງທ່ຽວ ຖໍ້າເຈົ້າອະນຸວົງ ແລະ ຫໍຫລັກເມືອງ ຕື່ມອີກ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຈຸດປະສົງ ແລະ ເປົ້າໝາຍ ຂອງໂຄງການ ເພື່ອປະກອບສ່ວນ ເຂົ້າໃນການປັບປຸງໂພຊະນາການ ໃນເຂດຊົນນະບົດຢູ່ ສປປ ລາວ ໂດຍການໃຫ້ເງິນອຸດໜູນແມ່ມານ ແລະ ແມ່ລູກອ່ອນ ທີ່ມີລູກບໍ່ເກີນ 2 ປີ. ພ້ອມທັງສ້າງລະບົບ ເພື່ອລະບຸ ກຸ່ມເປົ້າໝາຍ ແລະ ການປະສານ ງານ, ການຕິດຕາມກວດກາ ແລະ ປະເມີນຜົນ, ຈໍານວນຜູ້ໄດ້ຮັບຜົນ ປະໂຫຍດໄດ້ຮັບເງິນສົດພາຍໃນໄລ ຍະເວລາທີ່ກຳນົດໄວ້, ອັດຕາສ່ວນ ຂອງແມ່ຍິງຖືພາ ແລະ ແມ່ລູກອ່ອນ (6-23 ເດືອນ) ບໍລິໂພກຢ່າງໜ້ອຍ 4 ໝູ່ ຈາກໝວດອາຫານທີ່ແພດ ແນະນໍາ. ໂຄງການດັ່ງກ່າວ, ປະກອບ ດ້ວຍ 3 ອົງປະກອບຫລັກຄື: ພັດ ທະນາອົງປະກອບພື້ນຖານຂອງ ລະບົບການປົກປ້ອງທາງສັງຄົມ; ແຜນງານການໂອນເງິນສົດໃຫ້ແມ່ ມານ ແລະ ແມ່ລູກອ່ອນອາຍຸ 2 ປີ ລົງມາ, ການຄຸ້ມຄອງໂຄງການ, ປະສານງານ ແລະ ຕິດຕາມປະເມີນ ຜົນ ໂດຍໄດ້ຈັດຕັ້ງປະຕິບັດຢູ່ 4 ແຂວງຄື: ແຂວງຜົ້ງສາລີ 4 ເມືອງ: ເມືອງໃໝ່, ເມືອງບຸນໃຕ້,ເມືອງ ສຳພັນ ແລະ ເມືອງຂວາ; ແຂວງ ອຸດົມໄຊ: ມີ 2 ເມືອງ ຄື:ເມືອງ ນາໝໍ້ ແລະ ເມືອງຫລາ; ແຂວງ ຫົວພັນ ມີ 4 ເມືອງ ຄື: ເມືອງຫົວ ເມືອງ, ເມືອງຊໍາໃຕ້, ເມືອງກວັນ ແລະ ເມືອງຊ່ອນ; ແຂວງຊຽງ ຂວາງ 2 ເມືອງຄື: ເມືອງຄຳ ແລະ ເມືອງໜອງແຮດ, ລວມທັງໝົດ 4 ແຂວງ 12 ເມືອງ. ລວມມູນຄ່າທັງ ໝົດຂອງໂຄງການ 27 ລ້ານໂດ ລາສະຫະລັດ ໂດຍແມ່ນທຶນກູ້ຢືມ ຈາກທະນາຄານໂລກ ເພື່ອສະໜັບ ສະໜູນໂຄງການຫລຸດຜ່ອນຄວາມ ທຸກຍາກ ແລະ ການຂາດໂພຊະນາ ການໃນເຂດຊົນນະບົດ. ການຈັດຕັ້ງປະຕິບັດໂຄງການມື້ ເລີ່ມຕົ້ນ 21 ມີນາ 2019 ແລະ ສິ້ນ ສຸດ 31 ມີນາ 2024. ຂ່າວ-ພາບ: ມະໄລລັກ ທ່ອງທ່ຽວວັດທະນະທຳຈຳກັດແຫ່ງ ສປ ຈີນ ແລະ ບໍລິສັດ ບໍລິເວນແຜ່ນ ດິນຄໍາທ່ອງທ່ຽວຈຳກັດໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈໂຄງການ ຮ່ວມມືສູນການທ່ອງທ່ຽວແບບອະ ນຸລັກຄົບວົງຈອນທີ່ເມືອງປາກຊ່ອງ, ແຂວງຈຳປາສັກ ສປປ ລາວ ແລະ ສວນຈຳລອງວັດທະນຳທຳລາວ ທີ່ແຂວງກຸຍໂຈ ທີ່ຈັດຂຶ້ນເມື່ອບໍ່ດົນ ມານີ້, ທີ່ນະຄອນຫລວງວຽງຈັນ. ທ່ານ ລີ ຈິງ (Li Jing) ບໍລິສັດ ບໍລິສັດ ກຸຍໂຈ ນານຊານຮົວ ຫາວ ເຢ້ຢວນ ການລົງທຶນແຫລ່ງທ່ອງ ທ່ຽວວັດທະນະທຳຈຳກັດແຫ່ງ ສປ ຈີນ ໄດ້ລາຍງານ ໃຫ້ຮູ້ກ່ຽວກັບຜົນ ເຫດຂອງການຈະລົງທຶນໃສ່ສູນ ການທ່ອງທ່ຽວແບບອະນຸລັກ ຄົບ ວົງຈອນທີ່ເມືອງປາກຊ່ອງ ແຂວງ ຈຳປາສັກ ເນື່ອງຈາກວ່າຕົນເອງໄດ້ ລົງສຳຫລວດພື້ນທີ່ຕົວຈິງເຫັນວ່າ ໃນເຂດດັ່ງກ່າວ ມີຄວາມເໝາະສົມ ຫລາຍດ້ານ ເປັນຕົ້ນ ແມ່ນຄວາມ ສວຍສົດງົດງາມາຂອງທຳມະຊາດ, ການດຳລົງຊີວິດຂອງພໍ່ແມ່ປະຊາ ຊົນ, ມີອາກາດທີ່ດີ, ມີອາກາດເຢັນ ແລະ ຊັບພະຍາກອນທຳມະຊາດອຸ ດົມສົມບູນ ເຊິ່ງມີຄວາມຄ້າຍຄືກັນ ກັບແຫລ່ງທ່ອງທ່ຽວຢູ່ກຸຍໂຈເມືອງ ກຸຍຢາງ ສປ ຈີນ, ປັດຈຸບັນສະຖານ ທີ່ນັ້ນ ແມ່ນໄດ້ຮັບຄວາມນິຊົມຈາກ ນັກທ່ອງທ່ຽວ ຈຶ່ງເກີດມີແນວຄິດ ຢາກນຳເອົາປະສົບການດັ່ງກ່າວນຳ ມາແບ່ງປັນ ແລະ ຊຸກຍູ້ການພັດ ທະນາແຫລ່ງທ່ອງທ່ຽວຂອງ ສປປ ລາວ. ສະນັ້ນ ຕົນເອງຈຶ່ງໄດ້ເລືອກ ພັດທະນາແຫລ່ງທ່ອງທ່ຽວຢູ່ເມືອງ ປາກຊ່ອງ ໂດຍໄດ້ຮັບການສະໜັບ ສະໜູນຈາກລັດຖະບານຂອງສອງ ປະເທດ ລາວ-ຈີນ ພາຍໃຕ້ຍຸດທະ ສາດ ໜຶ່ງແລວ ໜຶ່ງເສັ້ນທາງ. ທ່ານ ລີ ຈິງ ຍັງໃຫ້ຮູ້ອີກວ່າ: ແຜນພັດທະນາແຫລ່ງທ່ອງທ່ຽວ ໃນເຂດ ເມືອງດັ່ງກ່າວ, ຈະມີຫລາຍ ພາກສ່ວນຮ່ວມກັນພັດທະນາເປັນ ແຫລ່ງທ່ອງທ່ຽວຄົບວົງຈອນ ກໍຄື ເປັນແຫລ່ງທ່ອງທ່ຽວທີ່ປະສົມປະ ສານກັບກະສິກຳ, ການຮັກສາສຸຂະ ພາບ, ການຜະລິດສິນຄ້າຕ່າງໆ, ໂຄງການດັ່ງກ່າວ ຈະເລີ່ມຈັດຕັ້ງປະ ຕິບັດໃນປີ 2024 ນີ້ ເຊິ່ງເປັນໄລ ຍະເປີດປີທ່ອງທ່ຽວ ສປປ ລາວ ຈະ ໃຊ້ເວລາປະມານ 3-5 ປີ ຈຶ່ງຈະ ສຳເລັດ. ຖ້າສຳເລັດຕາມແຜນໂຄງ ການດັ່ງກ່າວ ຈະຊຸກຍູ້ການດຳລົງຊີ ວິດຂອງປະຊາຊົນໃນທ້ອງຖິ່ນໃຫ້ມີ ລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ ດີຂຶ້ນເປັນກ້າວໆ. ສໍາລັບໂຄງການສວນຈຳລອງ ວັດທະນຳທຳລາວ ທີ່ແຂວງກຸຍໂຈ ຈະນໍາເອົາເອກະລັກວັດທະນະທໍາ ຂອງລາວ ໄປສ້າງເປັນສວນຈຳ ລອງວັດທະທະນະທຳເອກະລັກ ລາວຢູ່ ນານຊານ ອີຈານ ນະຄອນ ກຸຍຢາງ ເມືອງກຸຍໂຈ ສປ ຈີນ ເພື່ອ ໃຫ້ປະຊາຊົນຈີນ ໄດ້ຮັບຮູ້ເຖິງເອກະ ລັກ, ຄວາມງົດງາມຂອງຮີດຄອງ ປະເພນີຂອງລາວ ແລະ ຈະນໍາເອົາ ຜະລິດຕະພັນຫົວຄິດປະດິດສ້າງ ຂອງປະຊາຊົນລາວ ເປັນຕົ້ນ ຫັດຖະ ກຳ, ສິນຄ້າກະສິກຳຕ່າງໆໄປວາງ ສະແດງ ເພື່ອໃຫ້ປະຊາຊົນຈີນ ໄດ້ ເຂົ້າມາທ່ຽວຊົມສະຖານ ແລະ ໃຫ້ ເກີດມີຄວາມຄິດຢາກມາທ່ຽວຊົມ, ສຳຜັດອາກາດຂອງລາວຕົວຈິງ ໂດຍສະເພາະຢູ່ເຂດເມືອງປາກຊ່ອງ. ຂ່າວ: ກິດຕາ,ພາບ: ເກດສະໜາ ສະທ້ອນຕໍ່ການະພັດທະນາເສດຖະ ກິດ-ສັງຄົມ, ຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ ກໍຄື ຊັບສິນຂອງພົນລະເມືອງ ແລະ ເອກະພາບກັນວ່າ ຈະຍັງຢືນຢັນພັນ ທະຂອງຕົນໃນການຍົກສູງ ໃນການ ຕ້ານອາຊະຍາກໍາຂ້າມຊາດລວມ ທັງອາຊະຍາກຳເຕັກໂນໂລຊີຂັ້ນສູງ, ຮ່ວມມືລະຫວ່າງປະເທດທາງອາ ຍາ, ຝຶກອົບຮົມພະນັກງານໄອຍະ ການແລະແລກປ່ຽນຂໍ້ມູນຂ່າວສານ ທາງກົດໝາຍ, ອາຊະຍາກຳຢ່າງມີ ປະສິດທິຜົນ. ໃນວາລະເຂົ້າຮ່ວມກອງປະຊຸມ ດັ່ງກ່າວ,ທ່ານໄຊຊະນະໂຄດພູທອນ ພ້ອມຄະນະຍັງໄດ້ພົບປະກັບຄະນະ ຜູ້ແທນຂັ້ນສູງ ສສ ຫວຽດນາມ, ສປ ຈີນ, ຣາຊະອານາຈັກກຳປູເຈຍ ເພື່ອ ເປັນການເພີ່ມທະວີການພົວພັນຮ່ວມ ມືນໍາກັນ. ບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີສໍາມະນາກອນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ຄໍາຫລ້າ ຍອຍສາຍຄຳ ໄດ້ສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງ ບໍລິສັດ ເບສະຫວັນ ອິນເຕີ ຈຳກັດ ກໍຄື ສະໜາມກິລາຫຍ້າທຽມ ເບສະຫວັນ ເອັບຊີ ບ້ານຄຳສະ ຫວາດ ເມືອງໄຊເຊດຖາ ນະຄອນ ຫລວງວຽງຈັນທີ່ເຫັນໄດ້ເຖິງຄວາມ ໝາຍຄວາມສຳຄັນໃນການຝຶກອົບ ຮົມຄັ້ງນີ້ ແລະ ໄດ້ນຳເອົານ້ຳດື່ມຈຳ ນວນ 50 ແພັກ ມາມອບໃຫ້ໃນຄັ້ງ ນີ້ ເພື່ອໃຫ້ສຳມະນາກອນໄດ້ດື່ມໃນ ເວລາຮຽນແລະຈັດກິດຈະກຳຕ່າງໆ ຕະຫລອດໄລຍະການຝຶກອົບຮົມ ແລະຫວັງວ່າໃນອະນາຄົດຈະໄດ້ຮັບ ການຊ່ວຍເຫລືອຕື່ມອີກ. ຊຸດຝຶກອົບຮົມໃນຄັ້ງນີ້, ແນໃສ່ ສ້າງຄວາມເຂັ້ມແຂງທາງດ້ານທິດ ສະດີການເມືອງ-ການປົກຄອງໃຫ້ ແກ່ບັນດາສື່ມວນຊົນທຸກຂະແໜງ ການອ້ອມຂ້າງສູນກາງໄດ້ຮຽນ ຫລັກມູນພື້ນຖານ, ທິດສະດີມາກເລນິນ, ແນວຄິດໄກສອນພົມວິຫານ, ຮຽນຮູ້ແນວທາງນະໂຍບາຍຂອງ ພັກ, ບັນດາກົດໝາຍ ແລະ ແຜນພັດ ທະນາເສດຖະກິດ-ສັງຄົມຂອງລັດ ຕາມໂຄງການຫລັກສູດທິດສະດີ ການເມືອງ ສະເພາະດ້ານທີ່ສະຖາ ບັນການເມືອງ ແລະ ການປົກຄອງ ແຫ່ງຊາດ ສ້າງໃຫ້ກະຊວງ ຖວທ ໃນການບຳລຸງຍົກລະດັບ, ຄຸນທາດ ການເມືອງ, ຄຸນສົມບັດສິນທຳປະ ຕິວັດ, ທັດສະນະຫລັກໝັ້ນພະນັກ ງານທີ່ເຮັດວຽກສື່ມວນຊົນຂອງກະ ຊວງ ຖວທ ແລະ ບັນດາສື່ມວນຊົນ ຂອງບັນດາກະຊວງທີ່ກ່ຽວຂ້ອງ ໃຫ້ສູງຂຶ້ນ. ພ້ອມນີ້, ຍັງໄດ້ແຕ່ງຕັ້ງ, ມອບ ໝາຍໃຫ້ພະນັກງານແຕ່ລະຂົງເຂດ ລົງເຮັດວຽກງານຮາກຖານ, ນຳພາ ຊີ້ນຳຢູ່ບັນດາບ້ານພາຍໃນເມືອງ ໂດຍສຸມໃສ່ລົງໂຄສະນາ, ລົງຄັດ ເລືອກບຸກຄະລາກອນ, ປັບປຸງກົງ ຈັກການຈັດຕັ້ງຂັ້ນບ້ານ, ຖ້າບ້ານ ໃດທີ່ເຖິງອາຍຸຂອງການເປີດກອງ ປະຊຸມໃຫຍ່ ກໍໃຫ້ດຳເນີນການເປີດ, ມາຮອດປັດຈຸບັນ ສາມາດເປີດກອງ ປະຊຸມໃຫຍ່ຂັ້ນບ້ານໄດ້ແລ້ວ 38 ບ້ານ ເພື່ອເລືອກຄະນະບ້ານ, ເລຂາ ພັກບ້ານ, ນາຍບ້ານ ແລະ ອື່ນໆ. ການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແມ່ນການຄັດເລືອກ ເອົາຜູ້ນໍາພາທີ່ມີຄວາມຮູ້, ຄວາມສາ ມາດ, ມີທັດສະນະຮັບໃຊ້ຊາດ, ຮັບ ໃຊ້ປະຊາຊົນເຂົ້າໃນຄະນະພັກແຕ່ ລະຂັ້ນ ເພື່ອນໍາພາສ້າງສາພັດທະ ນາປະເທດຊາດ, ແມ່ນການດໍາເນີນ ຊີວິດການເມືອງທ້າຍສະໄໝຂອງ ຄະນະບໍລິຫານງານພັກແຕ່ລະຂັ້ນ, ແມ່ນບັ້ນດໍາເນີນຊີວິດການເມືອງ ເພື່ອຕີລາຄາການນໍາພາລວມ, ສໍາ ຫລວດກວດກາ, ຕີລາຄາຄວາມຮັບ ຜິດຊອບຂອງບຸກຄົນ, ຄະນະພັກຕະ ຫລອດສະໄໝຜ່ານມາ. ສະນັ້ນ, ເພື່ອ ຮັບປະກັນໃຫ້ການດໍາເນີນກອງປະ ຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ມີຄຸນນະ ພາບ, ຖືກຕ້ອງຕາມຕົວຈິງກ່ອນອື່ນ ໝົດບັນດາສະຫາຍຄະນະພັກຕ້ອງ ຍົກສູງຄວາມຮັບຜິດຊອບຕີລາຄາ ການຈັດຕັ້ງປະຕິບັດໜ້າທີ່ການ ເມືອງຂອງຕົນເອງຢ່າງພາວະວິໄສ, ໄປຄຽງຄູ່ກັບການຕິຊົມຕົນເອງ ເເລະ ຕິຊົມ ເຊິ່ງກັນ ເເລະ ກັນຢ່າງ ຈິງໃຈ.ພ້ອມກັນນີ້,ກໍເອົາໃຈໃສ່ກວດ ກາຕີລາຄາກ່ຽວກັບການແກ້ໄຂ ຈຸດອ່ອນ, ຂໍ້ຄົງຄ້າງຈາກຄໍາຕໍານິສົ່ງ ຂ່າວຕ່າງໆຂອງການຈັດຕັ້ງພັກ, ສະມາຊິກພັກ, ພະນັກງານຕໍ່ການນໍາ ພາລວມຂອງຄະນະພັກ ແລະ ຕໍ່ແຕ່ ລະສະຫາຍໃນຄະນະພັກໃນໄລຍະ ຜ່ານມາ. ຂ່າວ-ພາບ: ທະນູທອງ ໄຟ, ເມືອງຍົມມະລາດ, ເມືອງຫີນບູນ ແລະ ເມືອງມະຫາໄຊ ຕາມລໍາດັບ. ຂະນະທີ່ເນື້ອທີ່ນາໃນແຕ່ລະເມືອງ ແມ່ນໄດ້ເລັ່ງເອົານໍ້າເຂົ້າສູ່ພື້ນທີ່ ການຜະລິດ ເພື່ອອຳນວຍຄວາມສະ ດວກແກ່ການຕົກກ້າ ແລະ ກະກຽມ ດິນໃຫ້ທັນກັບລະດູການ. ເຈົ້າໜ້າຂະແໜງປູກຝັງໃຫ້ຮູ້ ຕື່ມວ່າ: ແຜນການຜະລິດເຂົ້ານາ ແຊງສົກປີ 2023-2024 ທົ່ວ ແຂວງມີເນື້ອທີ່ແຜນການຫລາຍ ກວ່າ 13,4 ພັນເຮັກຕາ, ຄາດຄະເນ ພາຍຫລັງເກັບກູ້ແລ້ວ ຈະໄດ້ຜົນຜະ ລິດຫລາຍກວ່າ 73,5 ພັນໂຕນ. ໃນນີ້, ເນື້ອທີ່ແຜນການຜະລິດເຂົ້າ ເປັນສະບຽງອາຫານຫລາຍ ກວ່າ 4,3 ພັນເຮັກຕາ, ຄາດຄະເນຜົນຜະ ລິດຈະໄດ້ກວ່າ 23,7 ພັນໂຕນ, ເນື້ອ ທີ່ແຜນການຜະລິດເຂົ້າເປັນສິນຄ້າ ກວ່າ 9 ພັນເຮັກຕາ, ຄາດຄະເນຈະ ໄດ້ຜົນຜະລິດ ກວ່າ49,7 ພັນໂຕນ. ນອກຈາກນີ້, ຍັງສົ່ງເສີມຜະລິດພືດ ຜັກໄລຍະສັ້ນ ເພື່ອບໍລິໂພກພາຍໃນ ຄອບຄົວ ແລະ ເປັນສິນຄ້າທົດແທນ ການນຳເຂົ້າຢ່າງເປັນຂະບວນຟົດ ຟື້ນ. (ຂໍ້ມູນຈາກ ຖວທ ຄຳມ່ວນ) ທີ່ຕິດພັນກັບວຽກງານກະກຽມ ໃຫ້ແກ່ການເປີດກອງປະຊຸມໃຫຍ່ 3 ຂັ້ນ, ມາຮອດປັດຈຸບັນພາຍຫລັງ ໄດ້ຮັບການເຊື່ອມຊຶມ ເມືອງຫາດ ຊາຍຟອງ ໄດ້ນຳມາຈັດຕັ້ງຜັນຂະ ຫຍາຍຢູ່ພາຍໃນເມືອງ ໂດຍໄດ້ມີ ການແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອກະກຽມຄວາມພ້ອມ ແລະ ມອບ ໃຫ້ຄະນະພັກ, ຄະນະນຳເມືອງລົງ ຊີ້ນຳ, ຕິດຕາມ, ຊຸກຍູ້ປະຊາຊົນໃຫ້ ກຳໄດ້ກ່ຽວກັບວຽກງານນິຕິກຳ, ໃຫ້ຮູ້ວ່າ ການເປີດກອງປະຊຸມໃຫຍ່ 3 ຂັ້ນ ມີຄວາມໝາຍສຳຄັນຄືແນວ ໃດ, ທຸກພາກສ່ວນມີສ່ວນຮ່ວມ ຄືແນວໃດ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຢ່າງທົ່ວເຖິງ.

RkJQdWJsaXNoZXIy MTc3MTYxMQ==