5764

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp xtgmf]k; 4 3]d c]t gsfdko xtgmfgrnj vo,y flkdq o 08/12/2023 xtgmflkmk]tot]a f vy 8k]u *ປະເທດອິຕາລີ ຫລື ຊື່ເອີ້ນຢ່າງ ເປັນທາງການວ່າ: ສາທາລະນະລັດ ອິຕາລີ (Italian Republic), ເປັນປະເທດໃນພາກພື້ນເອີຣົບໃຕ້ ແລະ ຍັງເປັນສ່ວນໜຶ່ງຂອງເອີຣົບ ຕາເວັນຕົກ ຕັ້ງຢູ່ແຫລມມະຫາສະ ໝຸດອິຕາລີແລະກັ້ນດ້ວຍພູແອລທາງ ພາກເໜືອ, ອິຕາລີ ເປັນລັດດຽວ ຊຶ່ງ ປົກຄອງດ້ວຍຮູບແບບສາທາລະ ນະລັດລະບົບລັດຖະສະພາ, ມີນະ ຄອນຫລວງ ຊື່ວ່າ ໂຣມ (Rome), ມີເນື້ອທີ່ 301.340 ກິໂລຕາແມັດ, ມີຊາຍແດນຕິດກັບປະເທດຝຣັ່ງ, ສະວິດ, ໂອຕຣິດ, ສະໂລວາກີ. ມີປະ ຊາກອນ 62.390.364 ຄົນ(ໃນ ປີ 2021), ໃຊ້ພາສາທາງການ ອິຕາລີ; ນໍາໃຊ້ສະກຸນເງິນເອີໂຣ (Euro); ປະຊາຊົນສ່ວນໃຫຍ່ນັບ ຖືສາສະໜາ ຄຣິສນິກາຍໂຣ ມັນຄາ ທໍລິກ 80,8%, ມຸສລິມ 4,9%ແລະ ສາສະໜາອື່ນໆ. ສ່ວນວັນຊາດ ແມ່ນ ວັນທີ 25 ເມສາ. ປະເທດສາທາລະນະລັດ ອິຕາລີ ແລະ ປະເທດ ສປປ ລາວ ໄດ້ສ້າງ ຕັ້ງສາຍພົວພັນທາງການທູດຮ່ວມ ກັນ ໃນວັນທີ 7.12.1965 ເປັນຕົ້ນ ມາຈາກນັ້ນທັງສອງຝ່າຍໄດ້ມີການ ພົວພັນຮ່ວມມືຢ່າງຮອບດ້ານ ແລະ ແລກປ່ຽນປະສົບການຢ່າງຕໍ່ເນື່ອງ ເຮັດໃຫ້ປະເທດ ຈະເລີນເຕີບໃຫຍ່ ກ້າວຂຶ້ນໄປສູ່ລະດັບໃໝ່ໃນຕໍ່ໜ້າ. ອິຕາລີ ມີເສດຖະກິດໃຫຍ່ເປັນ ອັນດັບ 8 ຂອງໂລກ ແລະ ໃຫຍ່ເປັນ ອັນດັບ 4 ຂອງເອີຣົບ, ມີລະບົບເສດ ຖະກິດແບບທຶນນິຍົມທີ່ມີອຸດສາ ຫະກຳ ເປັນພື້ນຖານ, ໂດຍທຸລະກິດ ຂະໜາດກາງ ແລະ ຂະໜາດນ້ອຍ (SMEs) ເປັນແກນຂັບເຄື່ອນ ຫລັກຂອງອຸດສາຫະກຳສິນຄ້າ ຂອງອິຕາລີໄດ້ຮັບການຍອມຮັບວ່າ ມີຄຸນນະພາບສູງຈົນສາມາດແຂ່ງ ຂັນໄດ້ໃນຕະຫລາດລະດັບສູງ. ໂດຍລວມຍອດຜະລິດຕະພັນພາຍ ໃນປະເທດ (ຈີດີພີ) 2,1 ພັນຕື້ ໂດລາສະຫະລັດ (ໃນປີ2021); ອັດຕາສະເລ່ຍຕໍ່ຫົວຄົນ 35.551 ກວ່າໂດລາສະຫະລັດຕໍ່ປີ; ສ່ວນ ອັດຕາການເຕີບໂຕທາງເສດຖະ ກິດ 6,6% ຕໍ່ປີ. ສິນຄ້າທີ່ສົ່ງອອກ ເປັນຕົ້ນແມ່ນເຄື່ອງກົນຈັກ ແລະ ສ່ວນປະກອບຜະລິດຕະພັນເຄມີ, ເຄື່ອງຈັກໄຟຟ້າ ແລະ ເຄື່ອງປະ ກອບ, ຜະລິດຕະພັນໂລຫະອື່ນໆ. ສິນຄ້າທີ່ນໍາເຂົ້າ ໂດຍສະເພາະແມ່ນ: ລົດໃຫຍ່, ອຸປະກອນ ແລະ ສ່ວນປະ ກອບ, ເຄື່ອງປັບອາກາດ, ສ່ວນປະ ກອບ, ອາຫານ, ຜະລິດຕະພັນຢາງ ພາລາອື່ນໆ. ສ່ວນຄູ່ການຄ້າທີ່ສຳ ຄັນແມ່ນ ເຢຍລະມັນ, ຝຣັ່ງ, ແອັດ ສະປາຍ, ສ.ອາ ເມລິກາ ແລະ ຈີນ ຕາມລຳດັບ. ນອກນີ້ ອິຕາລີ ຍັງມີເມືອງສຳ ຄັນ ແລະ ແຫລ່ງທ່ອງທ່ຽວເປັນຕົ້ນ ແມ່ນນະຄອນຫລວງ ໂຣມ ເປັນ ເມືອງໃຫຍ່ສຸດຂອງແຄວ້ນ ຊີໂອ ແລະ ປະເທດອິຕາລີຕັ້ງຢູ່ທາງພາກ ກາງ ຂອງປະເທດ ມີປະຫວັດສາດ ອັນຍາວນານກວ່າ 2.800 ປີ ແລະ ເປັນທີ່ຕັ້ງຂອງນະຄອນລັດວາຕິກັນ ຊຶ່ງເປັນດິນແດນປະທັບຂອງພະ ສັນຕະປາປາແຫ່ງສາສະໜາຄຣິສດ ນິກາຍໂຣມັນຄາທໍລິກອີກດ້ວຍ; ໂຄລໍສຊຽມ (Colloseum) ເປັນ ສະໜາມກິລາກາງແຈ້ງຂະໜາດ ໃຫຍ່ຕັ້ງຢູ່ໃຈກາງນະຄອນຫລວງ ໂຣມ ຊຶ່ງໄດ້ຄັດເລືອກໃຫ້ເປັນ 1 ໃນ 7 ສິ່ງມະຫັດສະຈັນຂອງໂລກຍຸດ ໃໝ່; ພະຣາສະວັງວາຕິກັນ (Vatican Palace); ນໍ້າພຸເທວີ (Trevi Fountain) ແລະ ແຫ່ງອື່ນໆ. ໂດຍ:ດາວັນ 4 ແຂວງພາກໃຕ້... ປະຊາຊົນເມືອງໝໍ້... ຄຳມ່ວນ ກຽມເປີດ... ດວກທາງດ້ານການຄ້າໃນຂອບ ການຮ່ວມມື CLV, ສົນທິສັນຍາ ການຄ້າສອງຝ່າຍ ແລະ ຫລາຍ ຝ່າຍ ໃນກອບການຄ້າເສລີອາຊຽນ ເຮັດໃຫ້ມີການແລກປ່ຽນບົດຮຽນ ແລະ ພົວພັນຊື້-ຂາຍຮ່ວມກັນຫລາຍ ຂຶ້ນ; ໄດ້ຮ່ວມກັນສົ່ງເສີມໃນການ ສ້າງ ແລະ ພັດທະນາຊັບພະຍາກອນ ມະນຸດ ໂດຍໃຫ້ທຶນການສຶກສາແກ່ ພະນັກງານ ແລະ ນັກຮຽນ ໃນ 4 ແຂວງ CLV ຂອງ ສປປ ລາວ ໄປ ຍົກລະດັບທິດສະດີ ແລະ ວິຊາສະ ເພາະຊັ້ນສູງ, ປະລິນຍາຕີ, ໂທ ແລະ ເອກ ທີ່ ສສ ຫວຽດນາມ;ໄດ້ຮ່ວມ ມືດ້ານການທ່ອງທ່ຽວ ໂດຍອະນຸ ຍາດໃຫ້ນັກທ່ອງທ່ຽວສາມາດໄປ ໄດ້ທຸກແຂວງໃນເຂດສາມຫລ່ຽມ ພັດທະນາ CLV; ແຂວງ ຈໍາປາສັກ ໄດ້ສໍາຫລວດເກັບກໍາຂໍ້ມູນ ແລະ ຕົວເລກແຫລ່ງທ່ອງທ່ຽວ ເພື່ອກໍາ ນົດກິດຈະກໍາ ສ້າງເປັນວົງຈອນ ການທ່ອງທ່ຽວໃນເຂດ CLV, ສ້າງເວັບໄຊ ໂຄສະນາຂໍ້ມູນແຫລ່ງ ທ່ອງທ່ຽວຮ່ວມກັນ ເພື່ອດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ; ແຂວງສາລະວັນ ໄດ້ສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງຂອງກະຊວງ ໃນການສໍາ ຫລວດແຫລ່ງທ່ອງທ່ຽວທາງທໍາ ມະຊາດ, ປະຫວັດສາດ ແລະ ວັດທະ ນະທໍາຕິດພັນກັບການທ່ອງທ່ຽວ ແບບອະນຸລັກ ໂດຍປະຊາຊົນມີ ສ່ວນຮ່ວມ. ຜ່ານການຈັດຕັ້ງປະຕິບັດໃນ ໄລຍະຜ່ານມາ ເຫັນວ່າມີຂໍ້ສະດວກ ຫລາຍດ້ານ ເນື່ອງຈາກໄດ້ຮັບການ ຮ່ວມມື, ການສະໜັບສະໜູນ, ການ ຊ່ວຍເຫລືອໃນດ້ານຕ່າງໆ ແລະ ນະ ໂຍບາຍ ທີ່ຈໍາເປັນ ເຮັດໃຫ້ການ ພົວພັນດ້ານວຽກງານຕ່າງປະເທດ ໄດ້ຮັບການເສີມຂະຫຍາຍນັບມື້ ນັບແໜ້ນແຟ້ນຂຶ້ນເທື່ອລະກ້າວ, ຮ່ວມກັນປົກປັກຮັກສາເຂດຊາຍ ແດນ, ຮ່ວມກັນຕ້ານ ແລະ ສະກັດ ກັ້ນ ການຄ້າຂາຍຢາເສບຕິດ, ການ ຄ້າຂາຍຜິດກົດໝາຍ, ການຄ້າມະ ນຸດ, ອາຊະຍາກໍາຂ້າມຊາດ, ການ ກໍ່ການຮ້າຍ, ຮັກສາຊັບພະຍາກອນ ທຳມະຊາດ, ຊັບພະຍາກອນນໍ້າ ແລະ ປ່າໄມ້. ຄຽງຄູ່ກັນນີ້, ຍັງມີ ຂໍ້ຫຍຸ້ງຍາກໂດຍສະເພາະກົນໄກ ການ ປະສານງານ, ການຈັດຕັ້ງຜັນ ຂະຫຍາຍບົດບັນທຶກຄວາມເຂົ້າໃຈ ແລະ ການນໍາເອົາໂຄງການຂອງ CLV ທີ່ບັນດາແຂວງ ໄດ້ຮ່ວມລົງ ນາມໄປຈັດຕັ້ງປະຕິບັດເຫັນວ່າຍັງ ບໍ່ທັນໄດ້ດີ ແລະ ຄືບໜ້າເທົ່າທີ່ຄວນ; ແຫລ່ງທຶນ ເພື່ອການພັດທະນາ ແລະ ຈັດຕັ້ງປະຕິບັດບັນດາໂຄງ ການບຸລິມະສິດ ຍັງຢູ່ໃນຂອດຈຳ ກັດ; ການເຂົ້າ-ອອກ ຢູ່ດ່ານສາກົນ ເບື້ອງກໍາປູເຈຍ ຍັງບໍ່ທັນມີຄວາມສະ ດວກເທົ່າທີ່ຄວນ. ໃນໂອກາດນີ້, ທ່ານ ນາງ ມີນາພອນ ໄຊສົມພູ ຍັງສະເໜີໃຫ້ ເພີ່ມທະວີສາຍພົວພັນຮ່ວມມືທາງ ດ້ານການເມືອງ, ການຕ່າງປະເທດ ແລະ ເສດຖະກິດ-ສັງຄົມ ເພື່ອໃຫ້ມີ ໝາກຜົນສູງຂຶ້ນກວ່າເກົ່າ; ສືບຕໍ່ຈັດ ຕັ້ງປະຕິບັດຕາມບົດບັນທຶກຄວາມ ເຂົ້າໃຈ ລະຫວ່າງບັນດາແຂວງ ໃນເຂດສາມຫລ່ຽມພັດທະນາຂອງ ສາມປະເທດ ເພື່ອຮ່ວມກັນພັດທະ ນາຮອບດ້ານ; ສືບຕໍ່ຊຸກຍູ້ໃຫ້ມີການ ຈັດສັນງົບປະມານຂອງລັດ ແລະ ແຫລ່ງທ່ອງທ່ຽວທາງທໍາມະຊາດ 145 ແຫ່ງ, ແຫລ່ງທ່ອງທ່ຽວທາງ ວັດທະນາທໍາ 33 ແຫ່ງ ແລະ ແຫລ່ງ ທ່ອງທ່ຽວທາງປະຫວັດສາດ 31 ແຫ່ງ; ເປີດໃຊ້ບໍລິການແລ້ວ 87 ແຫ່ງ; ທົ່ວແຂວງມີໂຮງແຮມ 26 ແຫ່ງ; ຣີສອດ 9 ແຫ່ງ, ເຮືອນພັກ 93 ແຫ່ງ; ຮ້ານອາຫານ 103 ແຫ່ງ; ຮ້ານກິນດື່ມ-ບັນເທິງ 63 ແຫ່ງ ແລະ ສະຖານທີ່ທ່ອງທ່ຽວທີ່ໄດ້ຮັບ ການພັດທະນາແລ້ວ 23 ແຫ່ງ. ທ່ານ ສົມສັກດາ ແກ້ວມະນີ ຍັງໃຫ້ຮູ້ຕື່ມວ່າ: ສໍາລັບແຫລ່ງທ່ອງ ທ່ຽວທີ່ໂດດເດັ່ນຂອງແຂວງປະ ກອບມີ: ພະທາດສີໂຄດຕະບອງ, ຖໍ້າກອງລໍ, ຖໍ້ານໍ້າລອດເຊບັ້ງໄຟ, ວົງຈອນເດີລຸບ (ທ່ອງທ່ຽວແບບ ວົງແຫວນ), ຂຸນກອງແລງ, ຈຸດ ປີນຜາ, ກໍາແພງຫີນ, ທ່າຝຣັ່ງ, ເສັ້ນ ທາງໂຮ່ຈີ່ມິງ ແລະ ອື່ນໆ. ໄລຍະ 2 ປີຜ່ານມາມີນັກທ່ອງທ່ຽວ ເຂົ້າມາ ແຂວງຄໍາມ່ວນ ທັງໝົດ 5 ແສນ ກວ່າຄົນ; ນັກທ່ອງທ່ຽວພາຍໃນ 4 ແສນກວ່າຄົນ, ນັກທ່ອງທ່ຽວ ຕ່າງປະເທດ 1 ແສນກວ່າຄົນ, ສາ ມາດສ້າງລາຍຮັບໄດ້ 300 ກວ່າ ຕື້ກີບ. ຂ່າວ-ພາບ: ຂັນໄຊ ສະຖານທູດໄທປະຈຳລາວ... ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຄະນະທູຕານຸ ທູດ, ຜູ້ແທນອົງການລະຫວ່າງປະ ເທດ ແລະ ຊາວໄທ ທີ່ອາໄສຢູ່ ສປປ ລາວ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາ ຊະທູດໄທ ປະຈຳ ສປປ ລາວ ໄດ້ ກ່າວເຖິງການພົວພັນອັນໃກ້ຊິດ ແລະ ພິເສດລະຫວ່າງ ໄທແລະສປປ ລາວ ເຊິ່ງປຽບເໝືອນຄອບຄົວທີ່ມີ ຄວາມເຂົ້າໃຈກັນ, ຄວາມຫ່ວງໄຍ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ໄລຍະຜ່ານມາ, ທັງສອງປະເທດ ໃຫ້ຄວາມສຳຄັນຕໍ່ການສົ່ງເສີມ ການເຊື່ອມໂຍງທາງກາຍະພາບ ທາງບົກລະຫວ່າງກັນໂດຍສະເພາະ ທາງລົດ ແລະ ທາງລົດໄຟ ເຊິ່ງຈະ ຊ່ວຍສົ່ງເສີມການໄປມາຫາສູ່ລະ ຫວ່າງປະຊາຊົນ ແລະ ການຂົນສົ່ງ ສິນຄ້າ. ນອກຈາກນີ້, ທ່ານທູດຍັງ ໄດ້ເນັ້ນຄວາມພ້ອມຂອງໄທ ທີ່ຈະ ສະໜັບສະໜູນການເປັນປະທານ ອາຊຽນຂອງ ສປປ ລາວ ແລະ ປີ ທ່ອງທ່ຽວລາວ ໃນປີ 2024. ໃນໂອກາດດັ່ງກ່າວ, ເອກອັກ ຄະຣາຊະທູດ ແລະ ແຂກກຽດຕິຍົດ ໄດ້ຝາກຄຳອວຍພອນເຖິງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງສປປລາວແລະຖວາຍພະພອນ ໄຊມຸງຄຸນແດ່ພະບາດສົມ ເດັດພະ ເຈົ້າຢູ່ຫົວລວມເຖິງການພົວພັນລະ ຫວ່າງໄທ ແລະ ສປປ ລາວ. *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ຊອກຫາແຫລ່ງທຶນຈາກນັກລົງທຶນ ພາຍໃນ ແລະ ຕ່າງປະເທດເພື່ອມາ ພັດທະນາໂຄງການ ແລະ ວຽກງານ ຕ່າງໆໃນຂອບເຂດສາມຫລ່ຽມ ພັດທະນາ CLV; ບັນດາແຂວງໃນ ເຂດສາມຫລ່ຽມພັດທະນາ CLV ສືບຕໍ່ພົວພັນຮ່ວມມືກັນໃຫ້ສະໜິດ ແໜ້ນ, ມີການໄປມາຫາສູ່ແລະແລກ ປ່ຽນຄະນະຜູ້ແທນນໍາກັນຢ່າງເປັນ ປົກກະຕິ, ເຂົ້າຮ່ວມງານປະເພນີແລະ ວັນສໍາຄັນຂອງຊາດ ເພື່ອສືບຕໍ່ຮັກ ສາສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງ ຢູ່ໃນເຂດ CLV ຕື່ມອີກ. ພາບ: ເກດສະໜາ ນາຍົກລັດຖະມົນຕີ... ເຂົ້າຢ້ຽມຂ່ຳນັບຂອງທ່ານ ຟູ ຫົວ ປະທານສຳນັກຂ່າວສານ ຊິນຮວາ ພ້ອມຄະນະໃນວັນທີ7ທັນວາ2023 ທີ່ຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ ໃນໂອກາດເດີນທາງມາ ຮ່ວມກອງປະຊຸມເວທີສົນທະນາ ການຮ່ວມມື ລາວ -ຈີນ ພາຍໃຕ້ຫົວ ຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ II ປີ 2023 ຢູ່ ສປປ ລາວ. ທ່ານ ສອນໄຊ ສີພັນດອນ ໄດ້ສະແດງ ຄວາມຕ້ອນຮັບ, ພ້ອມທັງຕີລາຄາ ສູງຕໍ່ຜົົນສຳເລັດໃນການຈັດກອງ ປະຊຸມເວທີສົນທະນາການຮ່ວມມື ລາວ- ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ I ໃນປີ 2018 ແລະ ກອງປະຊຸມຄັ້ງທີ II ທີ່ຈັດຂຶ້ນ ໃນມື້ນີ້ຈະສ້າງເງື່ອນໄຂອັນສະດວກ ແລະ ເຂົ້າສູ່ລວງເລິກເພື່ອຜັນຂະ ຫຍາຍຈິດໃຈການຮ່ວມມືຂອງສອງ ຝ່າຍບົນພື້ນຖານຄູ່ຮ່ວມຊາຕາກໍາ ດຽວກັນ ໃນຂົງເຂດເສດຖະກິດ, ພະ ລັງງານ,ບໍ່ແຮ່,ການຄ້າ,ການລົງທຶນ, ການບໍລິການດ້ານການທ່ອງທ່ຽວ, ວັດທະນະທໍາ ແລະ ວຽກງານການ ໂຄສະນາ ເຊິ່ງຜ່ານມາພັກ ແລະ ລັດຖະບານແຫ່ງ ສປປ ລາວ ໄດ້ ຊີ້ນໍາໃຫ້ບັນດາຂະແໜງການທີ່ກ່ຽວ ຂ້ອງເອົາໃຈໃສ່ສົມທົບກັບຝ່າຍ ຈີນ ໃນການຈັດຕັ້ງປະຕິບັດກິດຈະ ກໍາຕ່າງໆ ຂອງໂຄງການຮ່ວມມື ລາວ-ຈີນ ໃຫ້ມີຜົນສໍາເລັດ ໂດຍສະ ເພາະຂະແໜງຖະແຫລງຂ່າວ,ວັດ ທະນະທຳ ແລະ ທ່ອງທ່ຽວ. ພ້ອມ ທັງຕີລາຄາສູງ ແລະ ໃຫ້ຄວາມສຳ ຄັນຕໍ່ການສະໜັບສະໜູນຮອບດ້ານ ແລະ ຕໍ່ເນື່ອງທີ່ ສປ ຈີນ ໃຫ້ການປະ ກອບສ່ວນຊ່ວຍເຫລືອ ເພື່ອສົ່ງເສີມ ແລະ ແລກປ່ຽນປະສົບການໃນການ ຜະລິດ, ການເຜີຍແຜ່ເນື້ອໃນຂໍ້ມູນ ຂ່າວສານຕ່າງໆ ຜ່ານຫລາຍຊ່ອງ ທາງ ຂອງສື່ມວນຊົນ ແລະ ເພີ່ມທະ ວີການຮ່ວມມືທາງດ້ານວິຊາການ, ວິທະຍຸ, ໂທລະພາບ, ຮູບເງົາລວມ ທັງການພັດທະນາຊັບພະຍາກອນ ມະນຸດ, ນະໂຍບາຍ, ເຕັກໂນໂລຊີ ແລະ ຮູບແບບວິທີການຕ່າງໆຂອງ ສື່ມວນຊົນ ຊຶ່ງກາຍເປັນກະບອກ ສຽງໜຶ່ງ ໃນການສົ່ງເສີມການທ່ອງ ທ່ຽວ ໂດຍເອົາການເຜີຍແຜ່ໂຄສະ ນາແຫລ່ງທ່ອງທ່ຽວ ພາຍໃນສອງ ປະເທດ ລາວ-ຈີນ, ຈີນ-ລາວ ຜ່ານສື່ມວນຊົນ, ເປັນການປະກອບ ສ່ວນສຳຄັນແກ່ການພັດທະນາເສດ ຖະກິດ-ສັງຄົມ, ການໄປມາຫາສູ່ ແລະ ການແລກປ່ຽນວັດທະນະທຳ ລະຫວ່າງປະຊາຊົນສອງຊາດດ້ວຍ ການຮ່ວມມືຕ່າງໆ ທີ່ໄດ້ລົງນາມ ຮ່ວມກັນ ເປັນຕົ້ນ ວຽກງານຊາຍ ແດນ, ຄວາມໝັ້ນຄົງດ້ານພະລັງ ງານ-ສະບຽງອາຫານ, ການປ່ຽນ ແປງຂອງດິນຟ້າອາກາດແລະອື່ນໆ; ແຂວງອັດຕະປື ໄດ້ສຳເລັດການ ເປັນເຈົ້າພາບຈັດກອງປະຊຸມ 2 ຝ່າຍຮ່ວມກັບແຂວງຊຽງແຕງ ໃນວັນທີ 26/9/2023 ປັດຈຸບັນ ກໍາລັງກະກຽມຄວາມພ້ອມຮອບ ດ້ານ ໃຫ້ແກ່ກອງປະຊຸມ CLV ລະ ດັບລັດຖະມົນຕີຂອງ 3 ປະເທດ ກໍາ ປູເຈຍ-ລາວ-ຫວຽດນາມ ທີ່ຈະຈັດ ຂຶ້ນ ໃນຕົ້ນປີ 2024, ພ້ອມທັງໄດ້ ໃຫ້ການຮ່ວມມື, ອຳນວຍຄວາມ ສະດວກ ແລະ ຊຸກຍູ້ບັນດາໂຄງ ການລົງທຶນ ຢູ່ໃນ 4 ແຂວງພາກ ໃຕ້ ເປັນຕົ້ນ ໂຄງການກໍ່ສ້າງເຂື່ອນ ໄຟຟ້າ, ໂຮງງານຜະລິດ-ປຸງ ແຕ່ງ ແຮ່ທາດ, ໂຮງງານປຸງແຕ່ງໄມ້ສໍາ ເລັດຮູບ, ຢາງພາລາ, ແປ້ງມັນຕົ້ນ, ໂຮງງານຜະລິດນໍ້າຕານ; ໂຄງການ ຄຸ້ມຄອງຕິດຕາມປັບປຸງ ແລະ ກໍາ ນົດແຜນແມ່ບົດ CLV, ໂຄງການ ຄົ້ນຄວ້າ ແລະ ກໍານົດແຜນການ ທ່ອງທ່ຽວ 4 ແຂວງພາກໃຕ້; ໂຄງ ການກໍ່ສ້າງສູນຝຶກອົບຮົມ 4 ພາສາ ຄື: ລາວ, ຫວຽດນາມ, ຂະແມ ແລະ ອັງກິດ; ໂຄງການຮ່ວມມືປ້ອງກັນ ສິ່ງແວດລ້ອມ, ຊັບພະຍາກອນນໍ້າ, ສັດນໍ້າ ແລະ ສັດປ່າຢູ່ໃນ3ປະເທດ; ໄດ້ສົ່ງເສີມ ແລະ ອໍານວຍຄວາມສະ ກັນ. ໂອກາດນີ້, ທ່ານນາຍົກລັດຖະ ມົນຕີ ຍັງສະເໜີໃຫ້ຊ່ວຍຊຸກຍູ້ວຽກ ງານສື່ເອເລັກໂຕຣນິກ ກໍຄື ສື່ວິທະຍຸ ແລະ ໂທລະພາບຂອງລາວ ໃຫ້ມີ ສ່ວນຮ່ວມໃນຂອບການຮ່ວມມືໃນ ຂອບໜຶ່ງແລວ ໜຶ່ງເສັ້ນທາງ ທີ່ ເປັນເວທີສາກົນ ເປີດໂອກາດໃຫ້ມີ ການແລກປ່ຽນປຶກສາຫາລື ແລະ ການຮ່ວມມືຂອງບັນດາສື່ມວນຊົນ ທີ່ກວມເອົາຂອບເຂດອັນກວ້າງ ຂວາງ ແລະ ມີຂະໜາດໃຫຍ່ທີ່ສຸດ ໃນໂລກ ໂດຍໃຫ້ເລີ່ມການຮ່ວມມື ຈາກນ້ອຍໄປຫາໃຫຍ່ມີການພັດ ທະນາ ແລະ ສະແດງອອກຜົນງານ ໃຫ້ເປັນຮູບປະທໍາ. ນອກຈາກນີ້, ໂຄງການລົດໄຟລາວ-ຈີນ ເປັນໂຄງ ການຮ່ວມມືທີ່ການນຳຂັ້ນສູງຂອງ ສອງພັກ, ສອງລັດ ລາວ-ຈີນ ຊຸກຍູ້ ຮ່ວມກັນ, ເປັນສັນຍະລັກແຫ່ງມິດ ຕະພາບ ລາວ-ຈີນ ແຫ່ງຍຸກສະໄໝ ໃໝ່, ເປັນໂຄງການຍຸດທະສາດຂອງ ສປປ ລາວ ໃນການຫັນປະເທດທີ່ບໍ່ ມີຊາຍແດນຕິດກັບທະເລໃຫ້ກາຍ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ເຮັດໃຫ້ຄວາມໄຝ່ຝັນຄວາມຄອງ ຄອຍຂອງປະຊາຊົນລາວບັນລຸຜົນ ເປັນຈິງ, ຜົນສຳເລັດດັ່ງກ່າວເກີດ ຂຶ້ນໄດ້ ກໍຍ້ອນການຊຸກຍູ້ຮ່ວມກັນ ຈັດຕັ້ງປະຕິບັດຂໍ້ລິເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ຂອງປະທານ ສີ ຈິ້ນຜິງ ເຊິ່ງທັງສອງປະເທດເຮົາຈະ ຕ້ອງສືບຕໍ່ເອົາໃຈໃສ່ຕໍ່ກັບວຽກງານ ດັ່ງກ່າວ ໃຫ້ມີການພັດທະນາດ້ວຍ ຄຸນນະພາບສູງ ແລະ ຍົກລະດັບການ ຮ່ວມມືຕົວຈິງໃຫ້ສູງຂຶ້ນຢ່າງບໍ່ ຢຸດຢັ້ງ. ໃນນັ້ນສື່ມວນຊົນລາວແລະ ຈີນ ກໍມີບົດບາດສໍາຄັນໃນການໂຄ ສະນາສົ່ງເສີມ ແລະ ບໍລິການຂໍ້ມູນ ຂ່າວສານໃຫ້ແກ່ປະຊາຊົນສອງ ຊາດ ລາວ-ຈີນ ໄດ້ບໍລິໂພກຢ່າງ ທົ່ວເຖິງ. ການປະກາດເປີດປີທ່ອງທ່ຽວ (Visit Lao Year) ໃນປີ 2024 ທີ່ໄດ້ປະກາດຢ່າງເປັນທາງການໃນ ວັນທີ 23 ພະຈິກ 2023 ທີ່ຜ່ານມາ ນີ້, ຂໍສະແດງຄວາມຍິນດີຕ້ອນຮັບ ແລະ ເຊີນຊວນບັນດາສະຫາຍ, ນັກທ່ອງທ່ຽວຈາກ ສປ ຈີນ ທີ່ເຂົ້າ ມາທ່ອງທ່ຽວຢູ່ ສປປ ລາວ ແລະ ຂໍ ໃຫ້ບັນດາສື່ມວນຊົນໂດຍສະເພາະ ສື່ຂອງຊິນຮວາຈົ່ງໄດ້ຊ່ວຍໂຄສະນາ ປະຊາສໍາພັນ ແລະ ເປັນສື່ກາງໂຄ ສະນາໄປຍັງບັນດາຜູ້ປະກອບການ ດ້ານການທ່ອງທ່ຽວທາງພາກລັດ ແລະ ເອກະຊົນ, ບັນດາອົງການຈັດ ຕັ້ງສາກົນຊ່ວຍປະກອບສ່ວນ ແລະ ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນໃຫ້ມາທ່ຽວລາວຕາມຕົວ ເລກຄາດໝາຍທີ່ກຳນົດໄວ້ພິເສດ ຢ່າງຍິ່ງໃຫ້ນັກທ່ອງທ່ຽວຈີນໄດ້ທົດ ລອງນໍາໃຊ້ເສັ້ນທາງລົດໄຟລາວຈີນ ລວມທັງບັນດາຖ້ຽວບິນເໝົາ ລຳ ທີ່ກັບຄືນມາເປີດໃຫ້ບໍລິການ ອີກຄັ້ງ. ໂອກາດນີ້, ທ່ານ ຟູ ຫົວ ກໍໄດ້ສະ ແດງຄວາມຂອບໃຈມາຍັງທ່ານນາ ຍົກລັດຖະມົນຕີທີ່ໃຫ້ຄວາມຕ້ອນ ຮັບຢ່າງອົບອຸ່ນ, ພ້ອມທັງຢືນຢັນຈະ ຮ່ວມມືກັນບັນດາສື່ມວນຊົນຂອງ ລາວ ໃນການຊ່ວຍໂຄສະນາປະຊາ ສໍາພັນ ແລະ ເປັນສື່ກາງໂຄສະນາ ແລະ ແລກປ່ຽນຂໍ້ມູນຂ່າວດ້ານ ຕ່າງໆ ເຊິ່ງກັນ ແລະ ກັນ ເພື່ອໃຫ້ນັກ ທ່ອງທ່ຽວຈີນ ແລະ ລາວໄດ້ຮູ້ຂໍ້ມູນ ຂ່າວສານຫລາຍຂຶ້ນ. ເກີນມາດຕະຖານ ແລະ ການພັດທະ ນາສະໝອງຂອງເດັກກໍຫລ້າຊ້າ, ເຮັດໃຫ້ເດັກຕົວເຕ້ຍ, ສຸຂະພາບບໍ່ ແຂງແຮງ ແລະ ອື່ນໆ. ແຕ່ຫລັງຈາກ ທີ່ໂຄງການເຂົ້າມາຈັດຕັ້ງປະຕິບັດ ຢູ່ເມືອງນາໝໍ້, ພວກເຮົາກໍມີຂໍ້ມູນ ລົງເຜີຍແຜ່ໂຄສະນາສຸຂະສືກສາ ໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການລ້ຽງລູກດ້ວຍນົມແມ່, ລວມທັງຄວາມອັນຕະລາຍຂອງ ການຂາດສານອາຫານ, ເຮັດໃຫ້ ເດັກນ້ອຍມີສຸຂະພາບແຂງແຮງອັດ ຕາການຕາຍຫລຸດລົງ. ອີງຕາມເປົ້າໝາຍທີ່ສະພາແຫ່ງ ຊາດວາງໄວ້ ຄື: ສູ້ຊົນເຮັດໃຫ້ເດັກ ນ້ອຍຂາດສານອາຫານຫລຸດລົງ ໃຫ້ໄດ້ 15%. ຜ່ານການຈັດຕັ້ງປະ ຕິບັດຕົວຈິງປະຕິບັດໄດ້ 13% ສໍາ ລັບລວງສູງຂອງເດັກຫລຸດມາດ ຕະຖານນັ້ນວາງຄາດໝາຍໄວ້15% ແຕ່ການຈັດຕັ້ງປະຕິບັດຕົວຈິງໄດ້ 14% ເຊິ່ງສະແດງໃຫ້ເຫັນວ່າການ ຈັດຕັ້ງປະຕິບັດວຽກງານໂພຊະນາ ການມີຄວາມຄືບໜ້າ ແລະ ປະສົບ ຜົນສຳເລັດດີສົມຄວນ. ການລົງເຄື່ອນໄຫວສຳພາດ ຂອງບັນດາສື່ມວນຊົນໃນຄັ້ງນີ້, ນໍາ ໂດຍສູນສະຖິຕິ ແລະ ຂ່າວສານສາ ທາລະນະສຸກ ກ່ຽວກັບວຽກງານສຸ ຂະພາບຈະເລີນພັນຢູ່ແຂວງອຸດົມໄຊ ໃນລະຫວ່າງວັນທີ 5-7 ທັນວາ 2023 ໂດຍການສະໜັບສະໜູນ ຈາກຫລາຍພາກສ່ວນ ລວມທັງສະ ຫະພາບເອີລົບ ໂດຍຜ່ານອົງການ ອຸຍນີເຊບປະຈຳລາວ. ຈຸດປະສົງກໍ ເພື່ອເກັບກຳຂໍ້ມູນການຈັດຕັ້ງປະຕິ ບັດວຽກງານໂພຊະນາການ ແລະ ການລ້ຽງລູກດ້ວຍນົມແມ່ຢູ່ຂັ້ນ ແຂວງ, ເມືອງ ແລະ ບ້ານ ເພື່ອເປັນ ການໂຄສະນາລາຍງານຜົນການ ຈັດຕັ້ງປະຕິບັດກໍຄືຜົນສຳເລັດ ແລະ ຂໍ້ຫຍຸ້ງຍາກ ຂໍ້ສະເໜີຕ່າງໆຕໍ່ວຽກ ງານດັ່ງກ່າວ. ຂ່າວ-ພາບ: ມະໄລລັກ

RkJQdWJsaXNoZXIy MTc3MTYxMQ==