5764

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 08/12/2023 xtgmf]k; ຜູ້ປະຈຳການຄະນະ... ເປີດເວທີສົນທະນາ... ຊົມເຊີຍຜົນສຳເລັດ... ໂດຍສະເພາະສືບຕໍ່ເພີ່ມທະວີວຽກ ງານສຶກສາອົບຮົມການເມືອງແນວຄິດຕ້ອງຖືເປັນໜ້າທີ່ສໍາຄັນຕົ້ນ ຕໍອັນດັບໜຶ່ງ ຖືເປັນວຽກງານຍຸດ ທະສາດທີ່ຕ້ອງເຮັດຢ່າງເນື່ອງນິດ ລຽນຕິດແລະຍາວນານດ້ວຍຫລາຍ ວິທີການທີ່ແຂງແຮງກວ່າເກົ່າແນ ໃສ່ປຸກລະດົມແນວຄິດແມ່ຍິງຢ່າງ ກວ້າງຂວາງເລິກເຊິ່ງ ໃຫ້ມີຄວາມ ຕື່ນຕົວປະກອບສ່ວນເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ. ພ້ອມນີ້, ສະມາຊິກແມ່ຍິງລາວ ທຸກຄົນຕ້ອງສູ້ຊົນບຸກບືນຝຶກຝົນຫລໍ່ ຫລອມຕົນເອງຮອບດ້ານເປັນຕົ້ນ ດ້ານຄວາມຮູ້-ຄວາມສາມາດ, ດ້ານ ວິຊາສະເພາະ, ທິດສະດີການເມືອງ ແລະ ພາສາຕ່າງປະເທດ, ມີຄວາມ ສະດຸ້ງໄວ, ກ້າຄິດ, ກ້າເຮັດ ແລະ ກ້າ ຮັບຜິດຊອບ; ຕ້ອງຕີຖອຍ-ແກ້ໄຂ ແນວຄິດຄອງເດີມ, ເອື່ອຍອີງ ແລະ ປະລະຄວາມເຊື່ອຖືຮີດຄອງປະເພນີ ອັນຫລ້າຫລັງງົມງວາຍ ທີ່ເປັນການ ກົດໜ່ວງການພັດທະນາຊີວິດການ ເປັນຢູ່ ຂອງເອື້ອຍນ້ອງແມ່ຍິງລາວ; ເອົາໃຈໃສ່ປັບປຸງການຈັດຕັ້ງຂອງ ສະຫະພັນແມ່ຍິງແຕ່ສູນກາງລົງ ຮອດຮາກຖານ ໃຫ້ໜັກແໜ້ນເຂັ້ມ ແຂງ ເປັນຕົ້ນ ວຽກງານປັບປຸງການ ຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມ ແຂງ ແມ່ນຄວາມຮຽກຮ້ອງຕ້ອງ ການອັນຈໍາເປັນ ເພື່ອຮັບປະກັນໃຫ້ ແກ່ການຈັດຕັ້ງນໍາພາປະຕິບັດໜ້າທີ່ ການເມືອງໃຫ້ໄດ້ຮັບໝາກຜົນຢ່າງ ເປັນຮູບປະທໍາໃນແຕ່ລະໄລຍະ. ສະ ນັ້ນ, ຄະນະສະຫະພັນແມ່ຍິງລາວ ແຕ່ລະຂັ້ນ ຕ້ອງພ້ອມກັນກວດກາ ຄືນການຈັດຕັ້ງຢູ່ຂັ້ນໃດ, ບ່ອນໃດ, ຂອດໃດທີ່ຍັງອ່ອນ, ຍັງເປັນພຽງ ຮູບຮ່າງ-ບໍ່ໄປບໍ່ມາ, ບໍ່ຮູ້ເຮັດວຽກ, ຕ້ອງສຸມໃສ່ປັບປຸງແກ້ໄຂໃຫ້ໄດ້ ພ້ອມກັບການປັບປຸງຂອດການຈັດ ຕັ້ງ ແລະ ພະນັກງານຕ້ອງເອົາໃຈໃສ່ ປັບປຸງ-ແນະນໍາແບບແຜນການ ເຄື່ອນໄຫວຂອງອົງການຈັດຕັ້ງສະ ຫະພັນແມ່ຍິງຢູ່ແຕ່ລະຂັ້ນ ເປັນຕົ້ນ ຢູ່ຂັ້ນຮາກຖານໃຫ້ຮູ້ປະຕິບັດໜ້າ ທີ່ຕາມພາລະບົດບາດ ແລະ ສິດ ໜ້າທີ່ຂອງຕົນ. ພ້ອມກັນນັ້ນຕ້ອງປັບ ປຸງແບບແຜນນໍາພາ ແລະ ວິທີເຮັດ ວຽກໃຫ້ຖືກຕ້ອງແທດຕົວຈິງກັບ ຮາກຖານ, ການເຮັດວຽກມີແຜນ ການ,ແຜນງານ, ໂຄງການລະອຽດ, ມີການຊຸກຍູ້, ຕິດຕາມ, ກວດກາ, ປະເມີນຜົນ, ຕີລາຄາສະຫລຸບຖອນ ຖອນບົດຮຽນໃນແຕ່ລະໄລຍະ, ຮູ້ ນໍາພາເສີມຂະຫຍາຍດ້ານຕັ້ງໜ້າ, ດັດແປງແກ້ໄຂດ້ານອ່ອນ-ຂໍ້ຄົງ ຄ້າງຢ່າງທັນການ; ສືບຕໍ່ເອົາໃຈໃສ່ ປັບປຸງຫັນການເຄື່ອນໄຫວຂອງອົງ ການຈັດຕັ້ງແມ່ຍິງຢູ່ຂັ້ນສູນກາງ, ແຂວງ, ເມືອງລົງສູ່ຮາກຖານ ແລະ ອື່ນໆ; ສືບຕໍ່ຍູ້ແຮງການຜັນຂະ ຫຍາຍແນວທາງປ່ຽນແປງໃໝ່ໃຫ້ ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບ ດ້ານໃນການນໍາພາ ຂອງຄະນະສະ ຫະພັນແມ່ຍິງແຕ່ລະຂັ້ນຕາມເນື້ອໃຈ ຈິດໃຈຂອງມະຕິ 05/ຄບສພ; ກ່ອນ ອື່ນໝົດຕ້ອງປ່ຽນແປງໃໝ່ຕົນເອງ ໃນວິທີເຮັດວຽກ, ວິທີປຸກລະດົມ ຂົນຂວາຍຊວນເຊື່ອແມ່ຍິງບັນດາ ເຜົ່າ, ປ່ຽນແປງໃໝ່ເນື້ອໃນ ແລະ ແບບແຜນວິທີເຄື່ອນໄຫວໃຫ້ແທດ ເໝາະກັບຕົວຈິງຢູ່ແຕ່ລະຮາກຖານ ຂອງຕົນ; ຄະນະບໍລິຫານງານ ແລະ ຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ຕ້ອງເພີ່ມທະວີຍົກສູງຄວາມຮູ້- ຄວາມສາມາດຂອງຕົນໃຫ້ທຽບທັນ ກັບໜ້າທີ່ການເມືອງໃນໄລຍະໃໝ່ ກໍຄື ໃນສະພາບການປັດຈຸບັນ. ໃນສະພາບທີ່ພົບກັບຄວາມຫຍຸ້ງ ຍາກທາງດ້ານເສດຖະກິດຄືແນວ ນີ້, ຮຽກຮ້ອງເຖິງເອື້ອຍນ້ອງແມ່ຍິງ ລາວບັນດາເຜົ່າ ຕ້ອງສືບຕໍ່ເອົາໃຈ ໃສ່ປະຕິບັດພາລະບົດບາດເປັນຕົວ ແທນແຫ່ງການປົກປ້ອງສິດຜົນປະ ໂຫຍດຂອງແມ່ຍິງ ໃນການພັດທະ ນາ ແລະ ສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ ໂດຍນໍາພາຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນ ຂອງຕົນໃນທ້າຍສະໄໝ, ສຸມໃສ່ ຈັດຕັ້ງປະຕິບັດແຜນພັດທະນາແມ່ ຍິງແຫ່ງຊາດ ຕິດພັນກັບການປະຕິ ບັດສອງວາລະແຫ່ງຊາດ ໂດຍສະ ເພາະການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ, ປຸກລະດົມ ແມ່ຍິງເຂົ້າຮ່ວມໃນການປະຕິບັດ ແນວທາງ, ແຜນພັດທະນາເສດຖະ ກິດ-ສັງຄົມ ເຮັດໃຫ້ການຈັດຕັ້ງປະ ຕິບັດຄາດໝາຍສູ້ຊົນຂອງບັນດາ ໂຄງການພັດທະນາໃຫ້ບັນລຸຜົນສໍາ ເລັດ; ເລີ່ມແຕ່ປີ 2024 ນີ້ເປັນຕົ້ນ ໄປ ຕ້ອງພ້ອມກັນຄົ້ນຄວ້າກະກຽມ ສ້າງເງື່ອນໄຂຕ່າງໆໃຫ້ແກ່ການດໍາ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ສະຫະພັນແມ່ຍິງໃຫ້ໄປຕາມແຜນ ການທີ່ໄດ້ ກໍານົດໄວ້; ປຸກລະດົມສະ ມາຊິກສະຫະພັນແມ່ຍິງ ແລະ ແມ່ ຍິງລາວບັນດາເຜົ່າເອົາໃຈໃສ່ເປັນ ເຈົ້າການຕ້ານປະກົດການຫຍໍ້ທໍ້ໃນ ສັງຄົມ ກໍຄື ຖັນແຖວແມ່ຍິງໃຫ້ ຫລຸດລົງເທື່ອລະກ້າວ, ຊຸກຍູ້ສົ່ງເສີມ ໃຫ້ແມ່ຍິງລາວບັນດາເຜົ່າໄດ້ທໍາມາ ຫາກິນ ແລະ ດໍາລົງຊີວິດຢ່າງເປັນ ປົກກະຕິໃນເງື່ອນໄຂໃໝ່, ໂຄສະ ນາປຸກລະດົມຂົນຂວາຍຊຸກຍູ້ສົ່ງ ເສີມໃຫ້ເຂົາເຈົ້າໄດ້ເຂົ້າຮ່ວມໃນ ການສ້າງເສດຖະກິດຄອບຄົວ, ຊອກ ຫາແຫລ່ງລາຍຮັບດ້ວຍການຜະລິດ ເປັນສິນຄ້າ ແລະ ການບໍລິການ ເພື່ອ ປະກອບສ່ວນພັດທະນາເສດຖະ ກິດ-ສັງຄົມ ໂດຍເລີ່ມຈາກການນໍາ ໃຊ້ທ່າແຮງບົ່ມຊ້ອນ ທີ່ເປັນສີໄມ້ ລາຍມີອັນປານີດຂອງແມ່ຍິງລາວ ບັນດາເຜົ່າ ເປັນຕົ້ນ ຫັດຖະກໍາແຜ່ນ, ຕໍ່າຫູກທໍໄໝ,ຫັດຖະກໍາຜ້າຝ້າຍແລະ ອື່ນໆ ທີ່ເປັນມູນເຊື້ອພ້ອມທັງປະ ສານສົມທົບກັບພາກສ່ວນກ່ຽວ ຂ້ອງ ໃນການຊຸກຍູ້ວຽກງານໂຄສະ ນາສຸຂະສຶກສາ ແລະ ການຮັກສາສຸ ຂະພາບຂອງແມ່ ແລະ ເດັກ ໄປຄຽງ ຄູ່ກັບສ້າງເງື່ອນໄຂໃຫ້ແມ່ຍິງໄດ້ ເຂົ້າເຖິງການບໍລິການດ້ານສາທາ ລະນະສຸກ, ມີໂພຊະນາການທີ່ດີ ເພື່ອເຮັດໃຫ້ອັດຕາສ່ວນການຕາຍ ຂອງແມ່ ແລະ ເດັກຫລຸດລົງ ຮັບປະ ກັນໃຫ້ປະຊາຊົນກໍຄືແມ່ຍິງບັນດາ ເຜົ່າແລະເດັກມີສຸຂະພາບແຂງແຮງ, ສົມບູນມີອາຍຸຍືນ; ສ້າງສະຖາບັນ ຄອບຄົວໃຫ້ມີຄວາມເຂັ້ມແຂງ, ໜັກ ແໜ້ນ, ມີຄວາມຜາສຸກ; ຕ້ອງສືບ ຕໍ່ພົວພັນຮ່ວມມືກັບແມ່ຍິງປະເທດ ເພື່ອນມິດຍຸດທະສາດ ແລະ ອົງການ ຈັດຕັ້ງສາກົນຢ່າງມີການເລືອກ ເຟັ້ນ. ພ້ອມນັ້ນ, ຈົ່ງສືບຕໍ່ເພີ່ມທະ ວຽກງານຕິດຕາມກວດກາ ຢູ່ພາຍ ໃນຄະນະບໍລິຫານງານສະຫະພັນ ແມ່ຍິງແຕ່ລະຂັ້ນ ແລະ ທົ່ວສະມາ ຊິກສະຫະພັນແມ່ຍິງລາວໃຫ້ເປັນ ປົກກະຕິ, ທົ່ວເຖິງເພື່ອເສີມຂະ ຫຍາຍດ້ານຕ່າງໆໃຫ້ດີຂຶ້ນເລື້ອຍໆ. ຂໍ້ມູນ-ພາບ: ໜັງສືພິມ ປະຊາຊົນ ທັນວາ 2023 ທີ່ນະຄອນຫລວງ ວຽງຈັນ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ກິແກ້ວ ໄຂຄໍາພິທູນ ຮອງ ນາຍົກລັດຖະມົນຕີ, ທ່ານ ຟູຫົວ ຫົວ ໜ້າສຳນັກຂ່າວສານຊິນຮວາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ກິແກ້ວ ໄຂຄຳ ພິທູນ ໄດ້ກ່າວວ່າ: ເວທີປຶກສາຫາລື ການຮ່ວມມື ລາວ-ຈີນ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃນຄັ້ງນີ້ແມ່ນເວທີ ໜຶ່ງທີ່ມີຄວາມໝາຍສໍາຄັນ ເພື່ອທົບ ທວນຄືນໝາກຜົນຂອງການຈັດ ຕັ້ງປະຕິບັດກິດຈະກຳ, ແຜນງານ, ໂຄງການຂອງແຕ່ລະຂະແໜງການ, ທັງເປັນເວທີປຶກສາຫາລື ແລະ ເປີດກວ້າງການຮ່ວມມື, ການແລກ ປ່ຽນທາງດ້ານເສດຖະກິດ-ການ ຄ້າ, ການລົງທຶນ ຂອງພາກລັດແລະ ບັນດາຫົວໜ່ວຍທຸລະກິດ ລະຫວ່າງ ສອງຊາດ ລາວ-ຈີນ, ຈີນ-ລາວ. ສອງປະເທດໃນຖານະທີ່ເປັນບ້ານ ໃກ້ເຮືອນຄຽງຍາມໃດກໍ ໃຫ້ຄວາມ ສໍາຄັນ ແລະ ສະໜັບສະໝູນ ເຊິ່ງກັນ ແລະ ກັນຢ່າງຕັ້ງໜ້າ ໂດຍໄດ້ປະ ກອບສ່ວນເຂົ້າໃນການເພີ່ມທະວີ ແລະ ສົ່ງເສີມການຮ່ວມມືດ້ານເສດ ຖະກິດ, ການຄ້າ, ການລົງທຶນ, ການ ແລກປ່ຽນຂໍ້ມູນຂ່າວສານ,ວັດທະ ນະທໍາ, ເຕັກໂນໂລຊີກໍຄືການໄປມາ ຫາສູ່ກັນລະຫວ່າງປະຊາຊົນດ້ວຍ ກັນ ໂດຍຜ່ານການທ່ອງທ່ຽວ. ສປປ ລາວ ແລະ ສປ ຈີນ ມີສາຍ ພູ ແລະ ສາຍນໍ້າຕິດຈອດກັນ, ມີ ສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດ ທະສາດຮອບດ້ານ, ໝັ້ນຄົງຍາວ ນານຕາມທິດ 4 ດີ ແລະ ບົນພື້ນຖານ ການເປັນຄູ່ຮ່ວມຊາຕາກໍາ ລາວ- ຈີນ, ຈີນ-ລາວ. ສປປ ລາວ ສະໜັບ ສະໜູນບັນດາຂໍ້ລິເລີ່ມຂອງປະ ທານ ສີ ຈິ້ນ ຜິງ ເປັນຕົ້ນ ຂໍ້ລິເລີ່ມ ການພັດທະນາໂລກ, ຂໍ້ລິເລີ່ມດ້ານ ຄວາມໝັ້ນຄົງໂລກແລະຂໍ້ລິເລີ່ມອັດ ສະລິຍະໂລກ, ສອງພັກ, ສອງລັດ ພວກເຮົາ ໄດ້ຕັ້ງໜ້າຈັດຕັ້ງປະຕິບັດ ຂອບການຮ່ວມມື “ໜຶ່ງແລວ ໜຶ່ງ ເສັ້ນທາງ” ໃນຫລາຍຂົງເຂດວຽກ ງານ ເປັນຕົ້ນ ການຮ່ວມມືກັນສ້າງ ເສັ້ນທາງລົດໄຟ ລາວ-ຈີນ ເຊິ່ງໄດ້ ເປີດນໍາໃຊ້ຢ່າງເປັນທາງການໃນ ປີ 2021 ແລະ ເປີດຂະບວນລົດໄຟ ໂດຍສານສາຍສາກົນວຽງຈັນຄຸນມິງ, ຄຸນມິງ-ວຽງຈັນ ໃນເດືອນ ເມສາ 2023 ຜ່ານມາ. ຜົນສຳເລັດ ດັ່ງກ່າວ, ໄດ້ນຳເອົາຜົນປະໂຫຍດ ອັນໃຫຍ່ຫລວງມາສູ່ປະຊາຊົນສອງ ຊາດລາວ-ຈີນ ກໍຄືບັນດາປະເທດ ໃນພາກພື້ນ ເຊິ່ງເປັນການປະກອບ ສ່ວນສຳຄັນເຂົ້າໃນການຮ່ວມມືພັດ ທະນາເສດຖະກິດ, ການຄ້າ, ການ ລົງທຶນ ແລະ ການໄປມາຫາສູ່ລະ ຫວ່າງ ປະຊາຊົນສອງປະເທດ ກໍຄື ພາກພື້ນສາກົນ ນັບມື້ນັບເພີ່ມຂຶ້ນ. ສປປ ລາວ ຈະສືບຕໍ່ຮ່ວມມືກັບ ສປ ຈີນ ເພື່ອນໍາໃຊ້ເສັ້ນທາງລົດໄຟດັ່ງ ກ່າວ ໃຫ້ເປັນເສັ້ນທາງແຫ່ງມິດ ຕະພາບ, ການຮ່ວມມື ແລະ ການພັດ ທະນາ, ເສັ້ນທາງແຫ່ງຄວາມອີ່ມ ໜຳສຳລານແລະສ້າງຄວາມຜາສຸກ ໃຫ້ແກ່ປະຊາຊົນສອງຊາດ ລາວຈີນ ກໍຄື ປະຊາຊົນໃນພາກພື້ນ. ໂອກາດນີ້, ທ່ານ ນາງ ສວນສະ ຫວັນ ວິຍະເກດ ກໍໄດ້ມີຄຳເຫັນວ່າ: ກອງປະຊຸມໃນຄັ້ງນີ້, ຈັດຂຶ້ນເພື່ອ ເສີມສ້າງສາຍພົວພັນການຮ່ວມມື ລະຫວ່າງ ສປປ ລາວ ແລະ ສປ ຈີນ, ສົ່ງເສີມຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ ແລະ ມິດຕະພາບ ລະຫວ່າງປະຊາຊົນ ຂອງສອງປະ ເທດ ແລະ ເພີ່ມທະວີການແລກປ່ຽນ, ການຮ່ວມມືລະຫວ່າງຂະແໜງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ-ຈີນ, ຈີນ-ລາວ. ປັດ ຈຸບັນ, ການລົງທຶນພັດທະນາການ ທ່ອງທ່ຽວ ໂດຍນັກລົງທຶນຈາກ ສປ ຈີນ ກໍນັບມື້ນັບເພີ່ມຂຶ້ນ ໂດຍ ສະເພາະແມ່ນໂຄງການພັດທະນາ ສິ່ງອຳນວຍຄວາມສະດວກດ້ານ ການທ່ອງທ່ຽວຂອງບັນດາ ແຂວງ ຕາມແລວທາງລົດໄຟ ລາວ-ຈີນ ໄດ້ປະກອບສ່ວນຕາມຈຸດມຸ່ງໝາຍ ການພັດທະນາເສັ້ນທາງລົດໄຟ ລາວ-ຈີນ ໃຫ້ກາຍເປັນແລວທາງ ເສດຖະກິດທີ່ສ້າງລາຍໄດ້ມະຫາ ສານໃຫ້ປະເທດຊາດ, ຊ່ວຍການ ແກ້ໄຂສະພາບເສດຖະກິດ ຂອງປະ ເທດ, ສາມາດດຶງດູດນັກທ່ອງທ່ຽວ ໃນພາກພື້ນ ແລະ ສາກົນໃຫ້ນັບມື້ ນັບຫລາຍຂຶ້ນ, ທັງເປັນການໂຄສະ ນາສປປລາວໃຫ້ກວ້າງຂວາງໃນເວ ທີສາກົນ ເປັນຕົ້ນ ການເຊື່ອມໂຍງ ດ້ານບໍລິການຂົນສົ່ງໂດຍສານເພື່ອ ສົ່ງເສີມການທ່ອງທ່ຽວຂອງລາວ ຕໍ່ບັນດາປະເທດໃນພາກພື້ນ ແລະ ໃນໂລກ, ເຮັດໃຫ້ ສປປ ລາວ ກາຍ ເປັນຈຸດໃຈກາງການເຊື່ອມໂຍງ ຂອງບັນດາປະເທດອາຊຽນ ກັບ ສປ ຈີນ ກໍຄື ການເຊື່ອມໂຍງລະຫວ່າງ ສປປ ລາວ ກັບສາກົນ. ການປະກາດເປີດປີທ່ອງທ່ຽວ ລາວ (Visit Laos Year) ໃນປີ 2024 ສປປ ລາວ ຍິນດີຕ້ອນຮັບ ນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ໂດຍສະເພາະນັກທ່ອງທ່ຽວ ຈາກ ສປ ຈີນ, ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ, ພ້ອມທັງຮຽກຮ້ອງບັນ ດາຜູ້ປະກອບການທ່ອງທ່ຽວທັງ ພາກລັດ ແລະ ເອກະຊົນ, ບັນດາອົງ ການຈັດຕັ້ງສາກົນຊ່ວຍປະກອບ ສ່ວນ ແລະ ໃຫ້ການສະໜັບສະໜູນ ເຊິ່ງກັນແລະກັນເພື່ອກະກຽມຄວາມ ພ້ອມໃນການຮອງຮັບນັກທ່ອງທ່ຽວ ສາກົນ ທີ່ຈະເດີນເຂົ້າມາທ່ຽວລາວ ໂດຍນໍາໃຊ້ເສັ້ນທາງລົດໄຟລາວຈີນ ລວມທັງແຜນການເປີດຖ້ຽວ ບິນເໝົາລຳ ເພື່ອສືບຕໍ່ສົ່ງເສີມການ ເດີນທາງທ່ອງທ່ຽວ ຂອງສອງປະ ເທດໃຫ້ກັບຄືນມາຟົດຟື້ນໄປພ້ອມໆ ກັບການຮັບກຽດເປັນປະທານອາ ຊຽນ ຂອງ ສປປ ລາວ 2024 ທີ່ ຈະມາເຖິງນີ້. ໃນໂອກາດດຽວກັນນີ້, ຍັງມີພິ ທີວາງສະແດງຮູບພາບຜົນສຳເລັດ ໃນການສ້າງຄູ່ຮ່ວມຊາຕາກຳລາວຈີນ ເຊິ່ງຮູບພາບທີ່ນຳມາວາງສະ ແດງໃນຄັ້ງນີ້ ໄດ້ຮວບຮວມເອົາບັນ ດາຮູບພາບຂອງການຮ່ວມມືໃນຂົງ ເຂດຕ່າງໆ ເຊັ່ນ: ການສຶກສາ, ສາ ທາ, ການຄົມມະນາຄົມ, ການທ່ອງ ທ່ຽວ, ເສດຖະກິດ, ການຄ້າ, ການ ລົງທຶນ ແລະ ອື່ນໆ. ຂ່າວ: ກິດຕາ, ພາບ: ເກດສະໜາ ເທດຕໍ່ກັບການຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ, ແຜນງານ, ໂຄງການ ແລະ ຂໍ້ຕົກລົງຕ່າງໆ ທີ່ລັດຖະບານ ສາມປະເທດ ໄດ້ລົງນາມຮ່ວມກັນໃນເຂດສາມຫລ່ຽມພັດທະນາ CLV ທີ່ສາມາດບັນລຸຜົນສໍາເລັດໃນຫລາຍດ້ານ ໂດຍສະ ເພາະພື້ນຖານໂຄງລ່າງໃນເຂດສາມຫລ່ຽມພັດທະນາ ໄດ້ຮັບການປັບປຸງ-ຍົກລະດັບໃຫ້ດີຂຶ້ນ ເພື່ອເປັນການສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ, ການຂົນສົ່ງ ແລະ ການທ່ອງທ່ຽວ ພ້ອມທັງການໄປມາຫາສູ່ກັນ ຂອງປະຊາຊົນ ຢູ່ ເຂດສາມຫລ່ຽມພັດທະນາ CLV ເປັນການປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນເປັນລຳດັບ. ເຖິງຢ່າງໃດກໍຕາມ, ການພັດທະນາຢູ່ໃນບໍລິເວນເຂດສາມຫລ່ຽມCLVຍັງ ມີຄວາມຮຽກຮ້ອງຕ້ອງການພັດທະນາຫລາຍ ດ້ານກວ່ານີ້ ໂດຍສະເພາະການພັດທະນາດ້ານພື້ນຖານໂຄງລ່າງ, ການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບ ຮຽບຮ້ອຍຕາມບໍລິເວນຊາຍແດນ, ການພັດທະນາວຽກງານສຶກສາ ແລະ ສາທາລະນະສຸກ, ການສ້າງວຽກເຮັດງານທໍາ ແລະ ລາຍໄດ້ໃຫ້ແກ່ປະຊາຊົນ ຢູ່ໃນເຂດສາມຫລ່ຽມພັດທະນາ CLV. ສະນັ້ນ, ຕ້ອງໄດ້ຍົກສູງຄວາມຮັບຜິດຊອບ ແລະ ຄວາມພະ ຍາຍາມ ເພື່ອຊອກຫາວິທີການ ແລະ ມາດຕະການທີ່ສອດຄ່ອງເໝາະ ສົມ ເພື່ອເຮັດໃຫ້ເຂດດັ່ງກ່າວ ໄດ້ຮັບການພັດທະນາດີ ຂຶ້ນກວ່າເກົ່າ. ພ້ອມກັນນີ້, ສະພາແຫ່ງຊາດ 3 ປະເທດ ຈະຕ້ອງໄດ້ສືບຕໍ່ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນ ດາສົນທິສັນຍາ, ສັນຍາ, ແຜນງານ, ໂຄງການ ແລະ ຂໍ້ຕົກລົງຕ່າງໆທີ່ ລັດຖະບານ 3 ປະເທດ ໄດ້ລົງນາມຮ່ວມກັນ ໃຫ້ມີປະ ສິດທິພາບປະສິດທິຜົນ, ພ້ອມທັງສ້າງເງື່ອນໄຂ ເພື່ອອໍານວຍຄວາມສະດວກໃຫ້ແກ່ການປົກປັກຮັກສາຄວາມສະຫງົບ ແລະ ຄວາມປອດໄພ, ການເຊື່ອມໂຍງ-ເຊື່ອມຈອດ, ການພັດທະນາດ້ານເສດຖະກິດ, ການຮ່ວມມືທາງດ້ານວັດທະນະທໍາ-ສັງຄົມ ແລະ ການສົ່ງເສີມຄວາມຈະເລີນກ້າວໜ້າ ແລະ ການພັດທະນາແບບຍືນຍົງໃນເຂດສາມຫລ່ຽມພັດທະນາ CLV ເຮັດໃຫ້ ກາຍເປັນອົງປະກອບທີ່ສໍາຄັນ ໃນການຈັດຕັ້ງປະຕິບັດວິໄສທັດ ປະຊາຄົມອາຊຽນ ປີ 2025 ດ້ວຍການກໍານົດແນວທາງ ນະໂຍບາຍ ຂອງແຕ່ລະປະເທດຕໍ່ເຂດສາມຫລ່ຽມພັດທະນາ ໃຫ້ມີຄວາມແທດເໝາະກັບສະພາບຕົວຈິງ ແລະ ສອດຄ່ອງກົມ ກຽວກັນ ພ້ອມກັນກ້າວໄປຂ້າງໜ້າ ໂດຍບໍ່ໃຫ້ປະຖິ້ມຜູ້ໃດໄວ້ ຢູ່ເບື້ອງຫລັງ. ພາຍຫລັງທີ່ກອງປະຊຸມໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານຂອງກະຊວງທີ່ກ່ຽວຂ້ອງຂອງລັດຖະບານ ໃນໄລະຍະຜ່ານມາ, ປະທານສະພາແຫ່ງຊາດ ຂອງ 3 ປະເທດ CLV ໄດ້ລົງນາມຖະແຫລງການຮ່ວມກັນຄື: ດ້ານການເມືອງ ແລະ ວຽກງານການຕ່າງປະເທດ ເຫັນດີສືບຕໍ່ຊຸກຍູ້ສົ່ງເສີມໃຫ້ລັດຖະບານ 3 ປະເທດ ຮ່ວມມືກັນຈັດຕັ້ງປະຕິບັດບັນດາສົນທິ ສັນຍາ, ສັນຍາ, ຂໍ້ຕົກລົງ, ແຜນປະຕິບັດງານ, ໂຄງການຮ່ວມມືຕ່າງໆ ທີ່ 3 ຝ່າຍໄດ້ລົງນາມກັນຢ່າງຕັ້ງໜ້າ; ເຫັນດີສືບ ຕໍ່ຊຸກຍູ້ສົ່ງເສີມ ລັດຖະບານ 3 ປະເທດ ຮ່ວມມືກັນແກ້ໄຂບັນຫາການລັກລອບ ເຂົ້າ-ອອກເມືອງຜິດກົດໝາຍ, ການແຕ່ງດອງ ຜິດກົດໝາຍ ແລະ ການຕັ້ງພູມລຳເນົາຜິດລະບຽບກົດໝາຍ ຂອງປະຊາຊົນໃນຂອບເຂດບໍລິເວນຊາຍແດນ CLV; ເພີ່ມທະວີ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງສະພາແຫ່ງຊາດ 3 ປະເທດ ເປັນເພື່ອສົ່ງເສີມສັນຕິພາບ, ມິດຕະພາບ, ຄວາມສາມັກຄີ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງໃນບໍລິເວນເຂດສາມຫລ່ຽມພັດທະນາ; ຊຸກຍູ້ບັນດາສະມາຊິກ ສະພາແຫ່ງຊາດທີ່ປະຈໍາຢູ່ແຂວງໃນເຂດສາມຫລ່ຽມພັດທະນາມີການແລກປ່ຽນຄຳຄິດ ເຫັນ, ຮ່ວມກັນຕິດຕາມກວດກາແລະ ເກັບກໍາບັນຫາສໍາຄັນທີ່ພົ້ນເດັ່ນຂອງທ້ອງຖິ່ນ ແລ້ວນໍາສະເໜີຕໍ່ສະພາແຫ່ງຊາດ ແລະ ລັດຖະບານ 3 ປະເທດ ເພື່ອຊອກຫາຊ່ອງ ທາງ ແລະ ມີມາດຕະການແກ້ໄຂທີ່ເໝາະສົມ; ເຫັນດີສ້າງຕັ້ງຄະນະມິດຕະພາບສະມາຊິກລັດຖະສະພາ ໃນເຂດສາມຫລ່ຽມພັດ ທະນາ CLV ເພື່ອຊຸກຍູ້ສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ການຮ່ວມມືທາງດ້ານວັດທະນະທໍາ; ສືບຕໍ່ຕິດ ຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ, ຂໍ້ຕົກລົງ, ແຜນປະຕິບັດງານ, ໂຄງການ ຮ່ວມມືຕ່າງໆ ທີ່ລັດຖະບານທັງ 3 ປະເທດ ໄດ້ລົງນາມຮ່ວມກັນ ໂດຍໃຫ້ມີການລົງຕິດຕາມກວດກາຮ່ວມກັນ ໃນໄລຍະເວ ລາ 3 ເດືອນ ກ່ອນເປີດກອງປະຊຸມສຸດຍອດລັດຖະສະພາສາມປະເທດ ແຕ່ລະຄັ້ງ; ສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະ ພາບ, ຄວາມສາມັກຄີ, ການຮ່ວມມືຮອບດ້ານ ລະຫວ່າງ 3 ປະເທດ, ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ, ການຮ່ວມ ມືດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ສຳລັບວຽກງານການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ ສືບຕໍ່ຕິດຕາມກວດກາ ແລະ ຊຸກຍູ້ລັດ ຖະບານ 3 ປະເທດ CLV ໃນການຈັດຕັ້ງປະຕິບັດແຜນປະຕິບັດງານ ວ່າດ້ວຍການເຊື່ອມໂຍງເສດຖະກິດ, ແຜພັດ ທະນາການທ່ອງທ່ຽວ ຕາມຂອບການຮ່ວມມືໃນເຂດສາມຫລ່ຽມພັດທະນາ CLV ແລະ ວິໄສທັດຮອດປີ 2030 ພ້ອມ ທັງຊຸກຍູ້ໃຫ້ລັດຖະບານ 3 ປະເທດຮັບຮອງເອົາແຜນແມ່ບົດວ່າດ້ວຍການພັດທະນາເສດຖະກິດສັງຄົມ ຮອດປີ 2030 ໃນກອງປະຊຸມ CLV ຄັ້ງຕໍ່ໄປ; ສືບຕໍ່ຊຸກຍູ້ສົ່ງເສີມລັດຖະບານ 3 ປະເທດ ໃຫ້ເອົາໃຈໃສ່ຮ່ວມມືກັນຢ່າງຫ້າວຫັນໃນ ການສ້າງສະພາບແວດລ້ອມ ທີ່ດີທາງດ້ານກົດໝາຍ, ຫລຸດຜ່ອນຂັ້ນຕອນການດໍາເນີນລະບຽບການທາງດ້ານເອກະ ສານ, ການພັດທະນາລະບົບໂຄງລ່າງພື້ນຖານໃນເຂດສາມຫລ່ຽມພັດທະນາ, ການເສີມຂະຫຍາຍການເຊື່ອມຈອດເພື່ອ ສົ່ງເສີມການພົວພັນ ລະຫວ່າງ ປະຊາຊົນກັບປະຊາຊົນ ໃຫ້ນັບມື້ນັບດີຂຶ້ນ; ສືບຕໍ່ຊຸກຍູ້ລັດຖະບານ 3 ປະເທດ CLV ໃນ ການປົກປັກຮັກສາສິ່ງແວດລ້ອມທາງທໍາມະຊາດ, ຊັບພະຍາກອນທໍາມະຊາດ ໃຫ້ມີຄວາມຍືນຍົງໄປຄຽງຄູ່ກັບການ ພັດທະນາເສດຖະກິດ-ສັງຄົມ ຢູ່ເຂດສາມຫລ່ຽມພັດທະນາ; ສືບຕໍ່ໃຫ້ຍູ້ລັດຖະບານ 3 ປະເທດ ນໍາເອົາບັນດາເປົ້າໝາຍ ແຜນການພັດທະນາເຂດສາມຫລ່ຽມພັດທະນາ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ທ້ອງຖິ່ນຕົນ ດ້ວຍການຈັດສັນງົບປະມານແຫ່ງລັດ ເຂົ້າໃສ່ຢ່າງເໝາະສົມ ແລະ ຍາດແຍ່ງແຫລ່ງທຶນ ແລະ ເຕັກນິກວິຊາການຈາກ ສາກົນ; ສືບຕໍ່ຊຸກຍູ້ລັດຖະບານ 3 ປະເທດພັດທະນາໂຄງລ່າງພື້ນຖານ, ການຄົມມະນາຄົມ, ຕະຫລາດຊຸມຊົມ ແລະ ສ້າງ ສິ່ງອໍານວຍຄວາມສະດວກອື່ນໆ ຕາມບໍລິເວນຊາຍແດນ ຂອງສາມປະເທດ; ສືບຕໍ່ຊຸກຍູ້ລັດຖະບານ 3 ປະເທດໃນການ ສົ່ງເສີມ ແລະ ການແລກປ່ຽນຄວາມຮູ້, ປະສົບການ ແລະ ຄວາມເປັນຊ່ຽວຊານ ເພື່ອສະໜັບສະໜູນການພັດທະນດ້ານ ເຕັກນິກ, ການສຶກສາ ແລະ ການຝຶກອົບຮົມເຕັກນິກວິຊາຊີບ, ວິທະຍາສາດ-ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ໃນຂົງເຂດ ທີ່ກ່ຽວຂ້ອງ; ສືບຕໍ່ຊຸກຍູ້ລັດຖະບານ 3 ປະເທດ ໃຫ້ບຸລິມະສິດໃນການໂຄສະນາເຜີຍແຜ່ ແລະ ເລັ່ງຈັດຕັ້ງປະຕິບັດບັນດາ ຂໍ້ຕົກລົງ, ແຜນປະຕິບັດງານຕ່າງໆ ທີ່ໄດ້ລົງນາມຮ່ວມກັນ ເພື່ອໃຫ້ມີຄວາມເຂົ້າໃຈເປັນເອກະພາບກັນ ແລະ ເຂົ້າຮ່ວມໃນ ການຈັດຕັ້ງປະຕິບັດ. ສ່ວນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ເຫັນດີ ແລະ ເປັນເອກະພາບກັນ ໃນການກໍານົດທິດທາງ ແລະ ແຜນການ ເພື່ອໃຫ້ສະພາແຫ່ງຊາດ 3 ປະເທດ ສືບຕໍ່ຕິດຕາມກວດກາຮ່ວມກັນ ແລະ ຊຸກຍູ້ລັດຖະບານ 3 ປະເທດ ໃນການຮ່ວມມືທາງດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຊຸມປີຕໍ່ໜ້າ ໂດຍສະເພາະການຈັດຕັ້ງປະຕິ ບັດບັນດາເປົ້າໝາຍໃນຂົງເຂດວຽກງານ ປກສ-ປກຊ ຕາມຂອບການຮ່ວມມື CLV-DTA ທີ່ໄດ້ກ່າວມາຂ້າງເທິງດ້ວຍ ການມີສ່ວນຮ່ວມຂອງປະຊາຊົນ ໃຫ້ບັນລຸຜົນສຳເລັດຕາມທີ່ໄດ້ກໍານົດໄວ້. ກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງທີ 1 ໄດ້ເຫັນດີເປັນເອກະພາບຮັບຮອງເອົາຄຳຂວັນ “ສັນຕິພາບ, ມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ເພື່ອຄວາມຈະເລີນກ້າວໜ້າ ແລະ ຄວາມຍືນຍົງ” ເພື່ອເປັນວິໄສທັດ ໃນການຮ່ວມມື ລະຫວ່າງ ສາມສະພາແຫ່ງຊາດ CLV; ກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງທີ 1 ພິຈາລະນາການສ້າງຕັ້ງກົນໄກ ການຮ່ວມມືຂົງເຂດວັດທະນະທຳ-ສັງຄົມ ຂອງສາມສະພາແຫ່ງຊາດ CLV ເພື່ອນໍາໄປພິຈາລະນາຮັບຮອງໃນກອງປະຊຸມ ສຸດຍອດລັດຖະສະພາ CLV ຄັ້ງຕໍ່ໄປ ທີ່ຈະດໍາເນີນໃນ 2 ປີ ຕໍ່ໜ້າທີ່ ສສ ຫວຽດນາມ. ຊົມເຊີຍຜົນສຳເລັດກອງປະຊຸມສຸດຍອດ ລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 1 ຢ່າງສຸດໃຈ ລາວ-ຈີນ... ຄະນະຜູ້ແທນຂັ້ນສູງອົງການໄອຍະ ການສູງສຸດ ແຫ່ງ ສປ ຈີນ ນຳໂດຍ ທ່ານ ຢິ່ງ ຢົງ ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ ແຫ່ງ ສປ ຈີນ ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງ ສຸດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງ ປະຊຸມໄອຍະການສູງສຸດ ຈີນ-ອາ ຊຽນ ຄັ້ງທີ 13 ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ. ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຂອບ ໃຈເປັນຢ່າງສູງມາຍັງ ທ່ານ ຢິ່ງ ຢົງ ຫົວໜ້າອົງການໄອຍະການປະ ຊາຊົນສູງສຸດ ແຫ່ງ ສປ ຈີນ ທີ່ໄດ້ ພົບປະ ແລະ ແລກປ່ຽນບົດຮຽນ ວຽກງານໄອຍະການເຊິ່ງກັນ ແລະ ກັນໃນຄັ້ງນີ້້, ພ້ອມທັງຕີລາຄາສູງ ຜົນສໍາເລັດຂອງການພົວພັນ-ຮ່ວມ ມື ລະຫວ່າງ ສອງຝ່າຍເປັນຢ່າງດີ, ໃນຕໍ່ໜ້ານີ້ຈະສືບຕໍ່ແລກປ່ຽນຄະນະ ຜູ້ແທນໃນຂັ້ນສູນກາງ, ທ້ອງຖິ່ນ ລວມທັງອົງການໄອຍະການເຂດ ປົກຄອງຕົນເອງ ຮົງກົງ, ມາເກົ້າ, ແລກປ່ຽນບົດຮຽນກ່ຽວກັບວຽກ ງານໄອຍະການ, ບຳລຸງສ້າງພະນັກ ງານ, ຮ່ວມມືທາງອາຍາ, ການສົ່ງຜູ້ ຮ້າຍຂ້າມແດນ, ການຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດ ແລະ ວຽກງານອື່ນໆ, ປະກອບສ່ວນ ເຂົ້າໃນການຕ້ານອາຊະຍາກຳຂ້າມ ຊາດ, ພັດທະນາອົງການໄອຍະການ ຂອງສອງປະເທດ ໃຫ້ມີຄວາມເຂັ້ມ ແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ.

RkJQdWJsaXNoZXIy MTc3MTYxMQ==