07 xtgmf]k; gsfdko{dkora fmtok 05/12/2023 3I'\= oh vp c]t 3I'\= -5 ,-q o g,n v'8t3vh p wfh Ia [v5 xtdv[dkocrf de,t[koIkd4ko 4;m c0;';P'9a o lts]5 [dkoxt8y [a fgoN v.o0= h c0j ' 5 gxa og9Q k ຂ່າວ-ພາບ: ທະນູທອງ c]j o,y oy ,k]kmvo lts]v'gxu fdkooe.-h mk']q fw2 ]k;{9u o 7q [Iv[ 2 xu dkooec0;'s];'rt[k' g0Q k;k'r;',k]k c]t dt8j kfvdw,h ]tob dg4y 'z6h ,u 75 o'k,7;k,fu 8+ xtgmf-kf ຂປລ. ບໍລິສັດທາງລົດໄຟລາວ- ຈີນ ຈັດກິດຈະກຳແລ່ນມິນິມາລາ ທອນ ໃນວັນທີ 1 ທັນວາ 2023 ຢູ່ບຶງທາດຫລວງ ນະຄອນຫລວງ ວຽງຈັນ ເພື່ອສະເຫລີມສະຫລອງ ວັນ ຄົບຮອບ 2 ປີ ເປີດດຳເນີນງານ ທາງລົດໄຟລາວ-ຈີນ ແລະ ວັນ ຊາດ ທີ 2 ທັນວາ ຄົບຮອບ 48 ປີ ໂດຍມີລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຜູ້ຕາງໜ້າຈາກພະແນກ ການຕ່າງໆໃນນະຄອນຫລວງວຽງ ຈັນ, ສະຖານທູດຈີນ ປະຈຳລາວ, ອົງການຕ່າງໆ, ຄູ່ຮ່ວມມືຂອງທາງ ລົດໄຟລາວ-ຈີນ ລວມເຖິງນັກກິລາ ໄວໜຸ່ມ ຍິງ-ຊາຍ, ຜູ້ອາວຸໂສ, ພະ ນັກງານ-ລັດຖະກອນ, ພະນັກງານ ບໍລິສັດ, ແມ່ຄ້າຊາວຂາຍ, ຄູອາ ຈານ-ນັກຮຽນ ແລະ ພາກສ່ວນ ອື່ນໆ ເຂົ້າຮ່ວມແຂ່ງຂັນ. ການແຂ່ງຂັນແລ່ນມິນິມາລາ ທອນໃນຄັ້ງນີ້, ມີຄວາມຍາວ 10 ກິ ໂລແມັດ, ປະກອບມີຫລາຍລາງວັນ ເປັນຕົ້ນ ເງິນລາງວັນລາງວັນ ຜູ້ຊະ ນະເລີດ 10 ລາງວັນ, ໂມເດວລົດ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ການນຳ ພັກ-ລັດ ແຂວງຫລວງພະບາງ ໄດ້ ເຂົ້າວາງພວງມາລາຢູ່ອະນຸສາວະ ລີນັກຮົບນິລະນາມແລະວາງກະຕ່າ ດອກໄມ້ຢູ່ໜ້າຮູບຫລໍ່ຂອງປະທານ ໄກສອນພົມວິຫານ ຢູ່ອະນຸສາລະລີ ປະທານ ໄກສອນພົມວິຫານ ບ້ານ ພະບາດໃຕ້ ແລະ ຮູບຫລໍ່ ຂອງປະ ທານສຸພານຸວົງ ຢູ່ອະນຸສາວະລີ ປະທານ ສຸພານຸວົງ ບ້ານນາວຽງ ຄຳ ເນື່ອງໃນໂອກາດສະເຫລີມສະ ຫລອງວັນຊາດ ຄົບຮອບ 48 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ຄົບຮອບ 103 ປີ, ເຊິ່ງນຳ ໂດຍທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເລຂາພັກ ແຂວງ ເຈົ້າແຂວງຫລວງພະບາງ ພ້ອມດ້ວຍພະນັກງານຫລັກແຫລ່ງ ຂອງແຂວງ. ຈຸດປະສົງ ເພື່ອລະນຶກເຖິງພະ ນັກງານປະຕິວັດ ແລະ ການນຳຮຸ່ນ ກ່ອນ ຜູ້ມີຜົນງານຄຸນງາມຄວາມ ດີຕໍ່ພາລະກິດຕໍ່ສູ້ປົດປ່ອຍປະເທດ ຊາດໃນເມື່ອກ່ອນ ກໍຄືພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ໃນໄລຍະໃໝ່, ທັງໄດ້ ໃຫ້ປະຕິຍານວ່າ: ຈະຮ່ຳຮຽນເອົາ ຄຸນສົມບັດ ສິນທຳປະຕິວັດ ອັນ ເປັນພື້ນຖານທີ່ດີເລີດຂອງ ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໂດຍສະເພາະແມ່ນຈິດ ໃຈຮັກຊາດອັນສູງສົ່ງ ແລະ ການ ອຸທິດຕົນເພື່ອຊາດ ຍອມເສຍສະ ຫລະເພື່ອຜົນປະໂຫຍດລວມຂອງ ຊາດ, ເພື່ອປະຊາຊົນ ດ້ວຍຄວາມ ສັດຊື່ບໍລິສຸດ, ມີແບບແຜນການດໍາ ລົງຊີວິດທີ່ປອດໃສຂາວສະອາດ, ດຸໝັ່ນ, ປະຢັດ, ສັດຊື່, ທ່ຽງທຳ ທີ່ປະທານ ໄດ້ສ້າງໄວ້ໃຫ້ຄົນຮຸ່ນ ຫລັງໄດ້ສືບທອດ, ພ້ອມຕັ້ງໜ້າເສີມ ຂະຫຍາຍແນວຄິດປະທານໄກສອນ ພົມວິຫານ ກໍຄືພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ຕາມແນວທາງການ ປ່ຽນແປງ ໃໝ່ຮອບດ້ານ ທີ່ມີຫລັກ ການຂອງພັກ ໄປສູ່ຈຸດໝາຍທີ່ພັກ ແລະ ປະຊາຊົນລາວ ບັນດາເຜົ່າ ໄດ້ເລືອກເອົາໄວ້. ໄຟ EMU, ຫລຽນໄຊ, ຂັນລາງ ວັນ ແລະ ລາງວັນອື່ນໆ. ໃນນັ້ນ, ອັນດັບທີ 1 ໄດ້ຮັບເງິນລາງວັນ 8.880.000ກີບ, ອັນດັບທີ 2 ໄດ້ຮັບເງິນລາງວັນ 6.880.000 ກີບ, ອັນດັບທີ3 ໄດ້ຮັບເງິນລາງວັນ 3.880.000 ກີບ, ອັນດັບທີ 4-10 ໄດ້ຮັບເງິນລາງວັນ 2.880.000 ກີບ. ສ່ວນນັກກິລາທີ່ແລ່ນຄົບຕາມ ໄລຍະທາງຈະໄດ້ຮັບລາງວັນຊົມ ເຊີຍເປັນຫລຽນທີ່ລະນຶກ. ໂອກາດ ດັ່ງກ່າວ, ທ່ານ ງາມປະສົງ ເມືອງ ມະນີ ລັດຖະມົນຕີກະຊວງ ໂຍທາທິ ການແລະຂົນສົ່ງໄດ້ສະແດງຄວາມ ຫວັງວ່າ ທາງລົດໄຟລາວ-ຈີນ ຈະ ໃຫ້ການສະໜອງການບໍລິການຂົນ ສົ່ງຜູ້ໂດຍສານທີ່ດີ ແລະ ດຶງດູດນັກ ທ່ອງທ່ຽວມາທ່ອງທ່ຽວສປປລາວ ເພີ່ມຂຶ້ນອີກ. ພ້ອມທັງ ຕີລາຄາສູງຕໍ່ ຜົນງານທີ່ດີຂອງທາງລົດໄຟ ລາວ- ຈີນ ໃນດ້ານຄວາມປອດໄພ, ການ ເຝົ້າລະວັງຕິດຕາມໄພທາງທຳມະ ຊາດ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ, ການຝຶກອົບຮົມພະນັກງານ ລາວ, ການປະຕິບັດໜ້າທີ່ຮັບຜິດ ຊອບຕໍ່ສັງຄົມໃນສອງປີທີ່ຜ່ານມາ ເຊິ່ງລົດໄຟEMUຂະບວນລ້ານຊ້າງ ເປັນນາມບັດອັນສວຍງາມຂອງ ປະເທດລາວ, ທາງລົດໄຟລາວ-ຈີນ ໄດ້ກາຍເປັນເສັ້ນທາງອັນສຳຄັນທີ່ ເຊື່ອມຕໍ່ອາຊີຕາເວັນອອກສຽງໃຕ້ ກັບ ສປ ຈີນ, ອາຊີ, ເອີຣົບ ແລະ ເປັນເສັ້ນທາງແຫ່ງຄວາມຜາສຸກ, ເສັ້ນທາງແຫ່ງການພັດທະນາ ແລະ ເສັ້ນທາງແຫ່ງມິດຕະພາບທີ່ສ້າງ ຜົນປະໂຫຍດໃຫ້ແກ່ປະຊາຊົນ ລາວ- ຈີນ ບັນດາເຜົ່າ. ທ່ານ ຫລິວ ຫົງ ຜູ້ ອຳນວຍການໃຫຍ່ ບໍລິສັດ ທາງລົດ ໄຟລາວ-ຈີນ ໄດ້ໃຫ້ຮູ້ກ່າວວ່າ: ບໍລິ ສັດທາງລົດໄຟລາວ-ຈີນ ມຸ່ງຫວັງ ໃນການການຮັບໃຊ້ ສັງຄົມ, ຮັບໃຊ້ ວຽກງານການພັດທະນາເສດຖະ ກິດ-ສັງຄົມຂອງ ສປປ ລາວ ແລະ ປະຊາຊົນລາວບັນດາເຜົ່າ, ຊຸກຍູ້ ວຽກງານດ້ານການກິລາ, ສົ່ງເສີມ ໂຄສະນາການທ່ອງທ່ຽວ ແລະ ວັດ ທະນະທຳ, ເສີມສ້າງສຸຂະພາບຂອງ ປະຊາຊົນໃຫ້ແຂງແຮງ ແລະ ສ້າງ ກຳລັງໃຈຄວາມເບີກບານໃຫ້ແກ່ ປະຊາຊົນລາວ. ມາຮອດວັນທີ 30 ພະຈິກ 2023 ນີ້, ການແລ່ນລົດ ໄຟຂົນສົ່ງຜູ້ໂດຍສານບັນລຸ 5.412 ຖ້ຽວ, ສາມາດຂົນສົ່ງຜູ້ໂດຍສານ ໄດ້ 3.728.000 ເທື່ອຄົນ, ສະເລ່ຍ 5.116 ເທື່ອຄົນຕໍ່ມື້ ແລະ ນັບຕັ້ງ ແຕ່ເປີດນຳໃຊ້ລົດໄຟຂ້າມແດນເປັນ ຕົ້ນມາ, ໄດ້ມີການຂົນສົ່ງຜູ້ໂດຍ ສານຂ້າມແດນທັງໝົດ 78.581 ເທື່ອຄົນ, ໃນນັ້ນ, ມີຜູ້ໂດຍສານ ຂາອອກ 46.794 ເທື່ອຄົນ ແລະ ຂາເຂົ້າ 46.480 ເທື່ອຄົນ, ໃຊ້ເວ ລາຜ່ານດ່ານພາສີສາກົນ ບໍ່ເຕ່ນ ພຽງແຕ່ 40 ນາທີ ເຊິ່ງສັ້ນກວ່າ ເວລາເບື້ອງຕົ້ນເກືອບ 1 ຊົ່ວໂມງ. ສຳລັບລົດໄຟຂົນສົ່ງສິນຄ້າໄດ້ ມີ ການຂົນສົ່ງ 7.744 ຖ້ຽວ. ໃນ ນັ້ນ, ມີລົດໄຟຂົນສົ່ງສິນຄ້າຂ້າມ ແດນ 7.372 ຖ້ຽວ, ຂົນສົ່ງສິນຄ້າ 5.990.000 ໂຕນ, ຂົນສົ່ງສິນຄ້າ ຈາກຈີນມາລາວໄດ້ 993.000 ໂຕນ ແລະ ຂົນສົ່ງສິນຄ້າຈາກລາວ ໄປຈີນ 4.997.000 ລ້ານໂຕນ. ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ກຳມະບານຮາກ ຖານພະແນກ ຖວທ ແຂວງວຽງຈັນ ສະຫລຸບການຈັດຕັ້ງປະຕິບັດເນື້ອໃນ ຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນວັນທີ 1 ທັນວາ 2023 ໂດຍການເປັນປະທານ ຂອງ ສະຫາຍ ສຳພັນ ມະນີຈັນ ຄະນະ ພັກຮາກຖານ ຮອງຫົວໜ້າພະແນກ ຖວທ ແຂວງ ປະທານ ກຳມະບານຮາກ ຖານພະແນກ ຖວທ ແຂວງ, ມີສະຫາຍ ດາວສະຫວັນ ລາຊະວົງສ໌ ຮອງປະ ທານສະຫະພັນກຳມະບານແຂວງ, ສະ ຫາຍ ແສງແກ້ວ ສູນທະວົງສາ ຮອງ ເລຂາຄະນະພັກຮາກຖານ, ຮອງຫົວ ໜ້າພະແນກ ຖວທ ແຂວງ ພ້ອມດ້ວຍ ບັນດາຄະນະກຳມະບານຮາກຖານ ອ້ອມຂ້າງ ແລະ ສະມາຊິກກຳມະບານ ຮາກຖານພະແນກ ຖວທ ແຂວງວຽງ ຈັນ ເຂົ້າຮ່ວມ. ສະຫາຍ ນາງ ໂອທອງ ມີນາຄົມ ຮອງປະທານກຳມະບານຮາກຖານພະ ແນກ ຖວທ ແຂວງວຽງຈັນ ໄດ້ຍົກ ໃຫ້ເຫັນເຖິງຜົນງານທີ່ພົ້ນເດັ່ນດ້ານ ດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງໃນຂະ ບວນການແຂ່ງຂັນ 5 ເປັນເຈົ້າໃນແຕ່ ລະດ້ານ ໃນໄລຍະຜ່ານມາ ເຊິ່ງສະ ແດງອອກໃນການເອົາໃຈໃສ່ຈັດຕັ້ງ ເຊື່ອມຊຶມມະຕິ, ຄຳສັ່ງ, ແນວທາງນະ ໂຍບາຍຂອງພັກ, ລະບຽບກົດໝາຍ ຂອງລັດ ກໍຄືເນື້ອໃນຂໍ້ແຂ່ງຂັນ 5 ເປັນ ເຈົ້າ ຂອງສູນກາງສະຫະພັນກຳມະ ບານວາງອອກ, ເປັນເຈົ້າການ ສຶກສາ ອົບຮົມການ ເມືອງ-ແນວຄິດ, ໂຄສະ ນາເຜີຍແຜ່ແນວທາງນະໂຍບາຍ, ມະ ຕິຄຳສັ່ງຕ່າງໆຂອງຂັ້ນເທິງ ແຕ່ລະ ໄລຍະ ໃຫ້ແກ່ຖັນແຖວ ພະນັກງານສະ ມາຊິກພັກ ກໍຄືສະມາຊິກກຳມະບານ ພະແນກ ຖວທ ແຂວງ ໃຫ້ຮັບຮູ້ ແລະ ເຂົ້າໃຈ ກຳແໜ້ນແນວທາງນະໂຍບາຍ ຂອງພັກ, ເປັນເຈົ້າການໃນການປັບປຸງ ແບບແຜນນຳພາ ແບບແຜນວິທີເຮັດ ວຽກໃຫ້ແທດເໝາະ, ເຮັດວຽກປະຕິ ບັດຕາມຫລັກການລວມສູນປະຊາທິ ປະໄຕ ເຮັດວຽກເປັນໝູ່ຄະນະ ບຸກຄົນ ປະຕິບັດຕາມການຈັດຕັ້ງ, ເປັນເຈົ້າ ການປະກອບຄຳຄິດເຫັນຕໍ່ແນວທາງ ນະໂຍບາຍຂອງພັກ ລະບຽບກົດໝາຍ ຂອງລັດ ແລະ ແຜນພັດທະນາ ເສດຖະ ກິດ-ສັງຄົມຂອງລັດ ທີ່ກ່ຽວຂ້ອງກັບ ການປົກປ້ອງສິດຜົນປະໂຫຍດອັນ ຊອບທຳຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງ ງານຊຸກຍູ້ສະມາຊິກຂອງຕົນເຂົ້າເປັນ ສະມາຊິກກອງທຶນ ກສກ ແລະ ກອງ ທຶນທານຸເຄາະ. ໃນໄລຍະ 1 ປີຜ່ານມາ ໄດ້ຂຽນຂ່າວໄດ້ 4.287 ຂ່າວ, ປົກປັກ ຮັກສາຮີດຄອງປະເພນີ, ເຜີຍແຜ່ ແລະ ຄຸ້ມຄອງວັດທະນະທຳຮອບ II ໄດ້ 19 ບ້ານ, ມີບ້ານວັດທະນະທຳທັງໝົດ 407 ບ້ານ, ຄອບຄົວວັດທະນະທຳ 71.068 ຄອບຄົວ, ວຽກງານທ່ອງ ທ່ຽວສາມາດດຶງດູດນັກທ່ອງທ່ຽວໄດ້ 664.839 ເທື່ອຄົນ ສ້າງລາຍຮັບໄດ້ 218 ຕື້ກວ່າກີບ. ຜ່ານການຕີລາຄາ ໃນການຈັດຕັ້ງ ປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານຮາກຖານພະແນກ ຖວທ ແຂວງວຽງຈັນ ໂດຍສະເພາະ ເປັນເຈົ້າການ ຝຶກຝົນຫລໍ່ຫລອມ ທາງ ດ້ານການເມືອງ-ແນວຄິດ ປະຕິບັດໄດ້ 93%, ເປັນເຈົ້າການ ປະຕິບັດກົດໝາຍ ແລະ ລະບຽບການຂອງລັດ ປະຕິບັດ ໄດ້ 92%, ເປັນເຈົ້າການພັດທະນາ ຕົນເອງ ແລະ ການຈັດຕັ້ງປະຕິບັດໄດ້ 94%, ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາປະຕິບັດ ໄດ້ 95% ແລະ ເປັນເຈົ້າການປະຕິບັດໜ້າ ທີ່ວິຊາສະເພາະຢ່າງປະດິດສ້າງປະຕິ ບັດໄດ້ 94%. ເຫັນວ່າກຳມະບານຮາກ ຖານພະແນກຖວທແຂວງວຽງຈັນສາ ມາດປະຕິບັດໄດ້ຕາມມາດຖານເງື່ອນ ໄຂຄົບຖ້ວນ. ໃນໂອກາດດຽວກັນ ໄດ້ມີການ ມອບໃບຢັ້ງຢືນ 5 ເປັນເຈົ້າ ແລະ ໃບ ຍ້ອງຍໍ ໃຫ້ແກ່ໜ່ວຍກຳມະບານ ຮາກ ຖານພະແນກ ຖວທ ແຂວງວຽງຈັນ ຕາງໜ້າມອບໂດຍ ສະຫາຍ ດາວສະ ຫວັນ ລາຊະວົງສ໌ ແລະ ຕາງໜ້າຮັບ ໂດຍ ສະຫາຍ ສຳພັນ ມະນີຈັນ ປະທານ ກຳມະບານຮາກຖານພະແນກ ຖວທ ແຂວງວຽງຈັນ ພ້ອມທັງມອບໃບຍ້ອງ ຍໍ ໃຫ້ແກ່ສະມາຊິກກຳມະບານທັງໝົດ ນຳອີກ. ຂປລ. ແຫລ່ງຂ່າວຈາກ ແຂວງສາ ລະວັນ ໃຫ້ຮູ້ວ່າ: ທ່ານ ດຣ ອາຄົມ ລໍ່າວິຈິດ ຫົວໜ້າພະແນກສາທາລະ ນະສຸກ ແຂວງສາລະວັນ ພ້ອມຄະນະ ໄດ້ນຳເອົາອຸປະກອນການແພດ ໄປ ມອບໃຫ້ໂຮງໝໍນ້ອຍ ແລະ ໂຮງໝໍຊຸມ ຊົນເມືອງຕະໂອ້ຍ ໃນວັນທີ 30 ພະຈິກ 2023 ຕາງໜ້າຮັບໂດຍ ທ່ານ ບຸນເນື້ອ ຫລອງຄຳໄຕ ເຈົ້າເມືອງໆຕະໂອ້ຍ, ມີທ່ານນາງວິລະພັນແກ້ວເມກຫົວໜ້າ ຫ້ອງການສາທາລະນະສຸກເມືອງ, ຜູ້ອຳນວຍການໂຮງໝໍຊຸມຊົນ ແລະ ບັນ ດາຂະແໜງການຕ່າງໆທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ ພ້ອມດ້ວຍ ແພດໝໍ ແລະ ພະຍາບານເຂົ້າຮ່ວມ. ອຸປະກອນການແພດທີ່ນຳມາມອບ ໃຫ້ໃນຄັ້ງນີ້ ປະກອບມີ: ເຄື່ອງກວດ ຊີບີ (CB) 22 ປາຣາແມັດ ຈໍານວນ 1 ຊຸດ, ເຄື່ອງວັດແທກຄວາມດັນເລືອດ 5 ຊຸດ ແລະ ເຄື່ອງຕັດເຂັມ 3 ໜ່ວຍ ມູນຄ່າທັງໝົດ 285 ລ້ານກີບ ໂດຍ ແມ່ນການຈັດສັນງົບປະມານຂອງພະ ແນກສາທາລະນະສຸກແຂວງ ກໍຄືກະ ຊວງ, ທັງເປັນການຈັດຕັ້ງປະຕິບັດ ຕາມແຜນຍຸດທະສາດ ແລະ ແຜນພັດ ທະນາຂອງພະແນກ ແນໃສ່ໃນການຍົກ ລະດັບດ້ານການບໍລິການປີ່ນປົວສຸຂະ ພາບຂອງປະຊາຊົນ ໃຫ້ວ່ອງໄວ, ທັນ ການ ແລະ ຮອງຮັບການປີ່ນປົວໃຫ້ ທ່ວງທັນ ໂດຍສະເພາະການບໍລິການ ຢູ່ເຂດໃນຂອບເຂດໂຮງໝໍນ້ອຍ ແລະ ໂຮງໝໍຊຸມຊົນ. ອຸປະກອນດັ່ງກ່າວ ເປັນອຸປະກອນການແພດທີ່ມີຄວາມສຳ ຄັນ ແລະ ຈຳເປັນທີ່ສຸດ ທີ່ຈະເຮັດໃຫ້ ຄະນະແພດໝໍ ສາມາດຊ່ວຍເຫລືອຄົນ ເຈັບເຈັບ ທີ່ເຂົ້າມາຮັບການຮັກສາຢູ່ ໂຮງໝໍໄດ້ດີຂຶ້ນ. ນອກຈາກນັ້ນ, ຕາມ ແຜນຂອງພະແນກສາທາລະນະສຸກ ແຂວງ ແມ່ນໄດ້ຄົ້ນຄວ້າງົບປະມານ ຂອງຕົນ 700 ລ້ານກວ່າກີບ ເພື່ອສືບ ຕໍ່ສະໜອງດ້ານອຸປະກອນທີ່ຈຳເປັນ ແລະມີຄວາມຕ້ອງການຢູ່ໃຫ້ກັບບັນດາ ເມືອງຕ່າງໆ. ໂອກາດນີ້,ທ່ານຫົວໜ້າພະແນກສາ ທາລະນະສຸກແຂວງ ໄດ້ແນະນຳ ແລະ ຮຽກຮ້ອງໃຫ້ໂຮງໝໍນ້ອຍ ແລະ ໂຮງ ໝໍຊຸມຊົນ ຈົ່ງນຳໃຊ້ອຸປະກອນດັ່ງກ່າວ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ຂອງຕົນໃຫ້ດີຂຶ້ນ ແລະ ຮອງຮັບໃຫ້ກັບ ການປີ່ນປົວ, ບົ່ງມະຕິພະຍາດຕ່າງໆ ໃຫ້ມີຄວາມຊັດເຈນ ເພື່ອເຮັດໃຫ້ການ ປີ່ນປົວສຸຂະພາບປະຊາຊົນ ແລະ ພ້ອມ ກັນເອົາໃຈໃສ່ໃນການເກັບມ້ຽນຮັກສາ ໃຫ້ຖືກຕາມຫລັກການ ເພື່ອເຮັດໃຫ້ ການນຳໃຊ້ອຸປະກອນໄດ້ຍາວນານແລະ ການນຳໃຊ້ງົບປະມານໄດ້ຢ່າງສົມເຫດ ສົມຜົນ. ຂ່າວ-ພາບ: ວິໄລວອນ ສິດທິໄຊ
RkJQdWJsaXNoZXIy MTc3MTYxMQ==