5761

xtgmf]k; 6 05/12/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ມາລີດາ c0;';P'9a o 9t9a f 20 dy f9tde8h voIa [xu mj v'mj P; I6 [g'q k]k;g]nj v' la opko lkprP' 3 ,N lh k']kpwfh 100 ]h kod;j kdu [ * ແຂວງວຽງຈັນຈະຈັດ20ກິດ ຈະກຳ ໃນໂອກາດປີທ່ອງທ່ຽວລາວ 2024, ໃນນີ້ ມີກິດຈະກໍາລະດັບ ຊາດ 2 ກິດຈະກໍາ, ລະດັບແຂວງ 6 ກິດຈະກໍາ ແລະ ຂັ້ນເມືອງ 12 ກິດ ຈະກໍາ ເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ. ​ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງວຽງຈັນ ໃຫ້ສໍາພາດຕໍ່ສື່ມ ວນຊົນເມື່ອບໍ່ດົນມານີ້ວ່າ: ສໍາລັບ 2 ກິດຈະກໍາລະດັບຊາດ ລວມມີ: ບຸນກິນຈຽງເຜົ່າມົ້ງ ບ້ານຫລັກ 52 ເມືອງໂພນໂຮງ ແລະ ງານເປີດ ໂດຍ: ເກີດຂວັນໃຈ ມາລີຈັນສີ ແຫລ່ງທ່ອງທ່ຽວ ໜ້າເຂື່ອນນ້ຳງື່ມ 1 ເມືອງແກ້ວອຸດົມ. ສ່ວນ 6 ກິດຈະກຳລະດັບແຂວງ ລວມມີ: ເທສະການໝາກຂາມ ຫວານ ເມືອງຊະນະຄາມ, ບຸນພະ ທາດດອນແກ້ວ ເມືອງໂພນໂຮງ, ແຫ່ນາງສັງຂານເມືອງວັງວຽງ, ເທ ສະການໝາກກ້ຽງຫວານ ເມືອງ ວັງວຽງ, ເທສະການ ສາມໝື່ນຕູບ ເຟືອງ ແລະ ບຸນຊ່ວງເຮືອບ້ານເກິນ ເມືອງທຸລະຄົມ. ສໍາລັບ12 ກິດຈະກຳລະດັບ ເມືອງແມ່ນຕິດພັນກັບບຸນປະເພນີ ທີ່ໂດນເດັ່ນ ເປັນຕົ້ນແມ່ນ: ບຸນແຫ່ ຜາສາດເຜິ້ງບ້ານແກ້ວກູ່, ບຸນກິນ ຈຽງ, ບຸນເກຣີ, ບຸນນະມັດສະການ ພະທາດມາຫລ້າ, ເທສະການດົນຕີ ວັງວຽງເຟສ, ບຸນບັ້ງໄຟ ແລະ ບຸນ ປະເພນີອື່ນໆ. ທ່ານຫົວໜ້າພະແນກ ໃຫ້ຮູ້ຕື່ມ ວ່າ: ປັດຈຸບັນ, ແຂວງວຽງຈັນ ມີ ແຫລ່ງທ່ອງທ່ຽວ ທີ່ເປີດບໍລິການ ແລ້ວ 38 ແຫ່ງ, ໃນນີ້ທີ່ໄດ້ຮັບຄວາມ ນິຍົມຫລາຍແມ່ນແຫລ່ງທ່ອງທ່ຽວ ທາງທຳມະຊາດຢູ່ເມືອງວັງວຽງ, ເຮືອນແພຕາມແຄມນໍ້າລີກ ເມືອງ ເຟືອງ, ຣີສອດແດນສະຫວັນ ເມືອງ ທຸລະຄົມ, ວັດສັງສິນໄຊ ບ້ານໂນນ ຫີນແຮ່ ແລະ ສະຖານທີ່ທ່ອງທ່ຽວ ທາງດ້ານປະຫວັດສາດ-ວັດທະນະ ທໍາ ອີກຫລາຍແຫ່ງ. ສໍາລັບທີ່ພັກ ແຮມ ທົ່ວແຂວງ ມີໂຮງແຮມ 48 ແຫ່ງ, ເຮືອນພັກ 327 ແຫ່ງ, ຣີ ສອດ 37 ແຫ່ງ, ມີ 8.173 ຫ້ອງ ມີ 10.612 ຕຽງ, ສາມາດບໍລິການ ຕ້ອນຮັບນັກທ່ອງທ່ຽວທີ່ມາພັກເຊົາ ໄດ້ເຖິງ 21.224 ຄົນ/ວັນ. ​ແຂວງວຽງຈັນ ສາມາດເດີນ ທາງໄປ ໄດ້ຢ່າງສະດວກສະບາຍ ໂດຍຜ່ານລົດໄຟລາວ-ຈີນ, ທາງ ດ່ວນວຽງຈັນ-ວັງວຽງ ແລະ ດ້ວຍ ລົດສ່ວນຕົວ ຫລື ລົດໂດຍສານຜ່ານ ເສັ້ນທາງຫລວງແຫ່ງຊາດເລກທີ 13 ເໜືອ. * ໄລຍະ​ນີ້ ຕ້ອງ​ບອກ​ເລີຍ​ວ່າ​ ໂຮງຮູບ​ເງົາ​ລາວ ຄືກ​ຄື້ນ​ຫລາຍ​ ເພາະ ໄ​ ລຍະນີ້​ ຮູບເ​ງົາລ​ າວ ເ​ລື່ອງ The Signal ຫລື “ສັນຍານ” ທີ່​ ເຂົ້າສ​ າຍ ໃ​ ນວັ​ ນທີ​ 23 ພະຈິກຜ່​ ານ​ ມານີ້​ ມີກ​ ະແ​ ສຕ​ ອບຮັ​ ບດີ​ ຫ​ ລາຍ ໃ​ ນ​ ຮອບຫ​ ລາຍປີ​ ກໍເ​ວົ້າໄ​ ດ້ ເ​ພາະ ເ​ນື້ອ​ ເລື່ອງ ທີ່​ ໜ້າສົນໃ​ ຈ ແ​ ລະ ໄ​ ດ້ນັ​ ກສະ​ ແດງ ທີ່​ມີ​ຄວາມ​ສາມາດ, ມີ​ຊື່ສຽງ ມາ​ຮ່ວມ​ຖ່າຍທອດ​ເລື່ອງລ​ າວ ຈຶ່ງ​ ເຮັດ​ໃຫ້ ຮູບ​ເງົາ​ເລື່ອງ​ນີ້ ​ໄດ້​ຮັບ​ ຄວາມສົນ​ໃຈ​ຫລາຍ ຈົນ​ສາມາດ​ ສ້າງ​ ລາຍຮັ​ ບ 100 ລ້ານກີ​ ບ ໃ​ ນໄ​ ລ ຍະເ​ວລາພ​ ຽງ 3 ມື້ ທີ່ເ​ຂົ້າສ​ າຍ ​ເ​ຊິ່ງ ປັດຈຸບັນ ກໍາລັງ​ກ້າວ​ເຂົ້າ 200 ລ້ານ​ກີບ​ແລ້ວ. ຮູບເງົາ​ເລື່ອງນີ້ ເປັນຜົນງານ ການຂຽນບົດ ແລະ ກຳກັບໂດຍ: ລີ ພົງສະຫວັນ ຜູ້ທີ່ເຄີຍສ້າງສັນ ຜົນງານຮູບເງົາສັ້ນ ແລະ ຮູບເງົາ ໂຄສະນາມາຫລາຍໆເລື່ອງ, ແຕ່ສຳ ລັບຮູບເງົາຍາວທີ່ເຂົ້າສາຍໃນໂຮງ ໜັງ ແມ່ນຖືວ່າເປັນເລື່ອງທຳອິດ ຂອງຜູ້ກຳກັບລີ. ທ່ານ ລີ ພົງສະຫວັນ ໄດ້ເລົ່າທີ່ ໄປທີ່ມາຂອງຮູບເງົາ “The Signal ສັນຍານ” ໃຫ້ຟັງວ່າ: ຮູບເງົາ ເລື່ອງ ນີ້ເກີດຂຶ້ນໄດ້ຍ້ອນປະສົບ ການຊີວິດ, ຈາກການເດີນທາງ ຂອງໂຕເອງທີ່ໄປແຕ່ລະບ່ອນ ແ​ ລະ​ ໄດ້ພົ​ ບກັ​ ບຫ​ ລາຍເ​ລື່ອງລ​ າວທີ່​ ທັ​ ງດີ​ ​ ແລະ ບ່ໍດີ ລວມເ​ຖິງເ​ລື່ອງທີ່​ ເ​ປັນຕາ​ ຢ້ານ​ຈຶ່ງຢ​ າກຖ່​ າຍທ​ ອດເ​ລື່ອງລ​ າວ​ ຕ່າງໆ ຜ່ານ​ຮູບເ​ງົາ ຈັກເ​ລື່ອງໜຶ່ງ​ ເພື່ອໃຫ້ສັງຄົມ​ໄດ້​ເຫັນຊີວິດ​ຂອງ​ ຄົນໃນຫລາຍແບບ ຈຶ່ງໄດ້ເລີ່ມຂຽນ ບົດເລື່ອງນີ້ມາໄດ້ຫລາຍປີແລ້ວ ແ​ ຕ່​ ຍັງ​ບໍ່​ມີ​ທຶນ​ສ້າງ ​ແຕ່​ພາຍຫລັງທີ່ມີ ທຶນສະໜັບສະໜູນຈາກຫລາຍໆ ບ່ອນ ເຮັດໃຫ້ບົດທີ່ຂຽນສາມາດ ກາຍມາເປັນຮູບເງົາໄດ້ ເຖິງວ່າຈະ ມີສິ່ງທ້າທາຍຫລາຍຢ່າງແຕ່ກໍພູມ ໃຈທີ່ຮູບເງົາອອກມາປະສົບຜົນສຳ ເລັດ ຫລັກໆເລີຍກໍ່​ຂໍ​ຂອບໃຈທຸກໆ ຄົນທີ່​ໃຫ້​ຄວາມຊ່ວຍ​ເຫລືອ ບໍ່ວ່າ ຈະເປັນການອຸປະຖຳ, ສະຖານທີ່ ຖ່າຍທຳຕ່າງໆ ກໍໃຫ້ການຊ່ວຍ ເຫລືອທີ່ດີເວົ້າໄດ້ວ່າ ຮູບເງົາເລື່ອງ ນີ້ເກີດຂຶ້ນໄດ້ຈາກການຮ່ວມມືຂອງ ຫລາຍໆພາກສ່ວນ​ຈຶ່ງເ​ຮັດ​ໃຫ້​ຮູບ​ ເງົາເລື່ອງນີ້ ອອກ​ມາ​ສົມບູນ​ແບບ​​ ແລະ ຖືກໃ​ ຈແ​ ຟນໆ. ສໍາລັບຮູບເ​ງົາ​ ເລື່ອງ​ນີ້ແມ່ນການ​ເລົ່າ​ເລື່ອງຂອງ​ ຜູ້ຍິງ​ຊົນນະບົດຄົນ ໜຶ່ງທີ່​ເຂົ້າ​ມາ ນໍາຫາ​ພໍ່ທີ່​ຫາຍ​ໂຕ​ໄປ ​ໃນ​ເມືອງ ໃຫຍ່ ​ແລະ ​ໄດ້​ພົບ​ກັບ​ເລື່ອງລ​ າ​ວທີ່​ ເປັນຕາ​ຢ້ານ. ​ ທີ່​ເວົ້າ​ມາ​ນັ້ນ ​ແມ່ນ​ເລື່ອງ ຫຍໍ້​ສັ້ນໆ​ເທົ່າ​ນັ້ນສ່ວນ​ເລື່ອງ​ແທ້​ ຈະເປັນຕາ​ຢ້ານຊໍາ​ໃດ​ນັ້ນບັນດາ ​ທ່ານຕ້ອງ​ໄດ້ໄ​ ປ​ພິ​ສູດດ້​ ວຍ​ຕົນເ​ອງ ໃນໂ​ ຮງຮູ​ ບເ​ງົາ Major platinum Cineplex ​ໃ​ ນ ITECC Mall. “ ” ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==