5761

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** 05/12/2023 pq d]tfa [7;k,I6 h dj P;da [dko;y g7kt0j k; .sh ln j ,;o-q o]k; ma 'l6 odk' c]t mh v'4y j o ໂຮງຮຽນວັດທະນະທຳ... ຜູ້ແທນຂັ້ນສູງສະພາ... ໂທລະພາບແຫ່ງຊາດ... ໂອກາດນີ້, ທ່ານ ພັນເອກ ສະແຫວງ ແດນນາມົນ ໄດ້ຍົກໃຫ້ ເຫັນ ສາເຫດພາລະກິດປະຕິວັດຊາດ ປະຊາທິປະໄຕ ຍາດເອົາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນມາໃຫ້ປະຊາຊົນລາວ ບັນ ດາເຜົ່າ, ທີ່ໄດ້ເສຍສະລະ, ອຸທິດຊີວິດ ໄວໜຸ່ມ, ທຸມເທຊີວິດຈິດໃຈ ແລະ ເຫື່ອແຮງຂອງຕົນເຂົ້າໃນພາລະກິດ ປົດປ່ອຍຊາດ ຈຶ່ງເຮັດໃຫ້ປະເທດ ຊາດໄດ້ຮັບເອກະລາດຈົນມາຮອດ ປັດຈຸບັນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບ ດ້ານທີ່ມີຫລັກການຂອງພັກ. ພ້ອມ ນີ້, ທ່ານຍັງໃຫ້ຮູ້ຕື່ມວ່າ: ວັນທີ 2 ທັນວາ 1975 ແມ່ນວັນທີ່ມີຄວາມ ໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ມະຫາຣັດສະເພຍທິກາທິພະໄດຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາ ຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ສະພາແຫ່ງຊາດກໍາປູເຈຍ ໄດ້ຢ້ຽມ ຢາມສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຢ່າງເປັນທາງ ການໃນລະຫວ່າງວັນທີ2-4 ທັນວາ 2023 ແລະ ສືບຕໍ່ເຂົ້າຮ່ວມກອງ ປະຊຸມສຸດຍອດລັດຖະສະພາກໍາ ປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ເຊິ່ງຈະຈັດຂຶ້ນໃນລະຫວ່າງ ວັນທີ 4-7 ທັນວາ 2023. ໃນຕອນເຊົ້າວັນທີ 3 ທັນວາ 2023, ສົມເດັດມະຫາຣັດສະເພຍ ທິກາທິພະໄດຄູນສຸດາຣີ ແລະ ຄະນະ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນ ທາງການ ແລະ ສົມກຽດຢູ່ຕໍ່ໜ້າຫໍ ສະພາແຫ່ງຊາດລາວ ໂດຍມີທ່ານ ໄຊສົມພອນ ພົມວິຫານ ປະທານສະ ພາແຫ່ງຊາດແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະເຂົ້າຮ່ວມໃນພິທີຕ້ອນ ຮັບໃນຄັ້ງນີ້. ພາຍຫລັງພິທີຕ້ອນຮັບ ຢ່າງເປັນທາງການ, ຄະນະຜູ້ແທນ ຂັ້ນສູງຂອງສະພາແຫ່ງຊາດລາວ ແລະ ກຳປູເຈຍ ໄດ້ດໍາເນີນການພົບ ປະເຈລະຈາສອງຝ່າຍ ເຊິ່ງໄດ້ດໍາ ເນີນໄປດ້ວຍບັນຍາກາດໄມຕີຈິດ ມິດຕະພາບອັນອົບອຸ່ນຖານບ້ານໃກ້ ເຮືອນຄຽງ ແລະ ບົນພື້ນຖານການ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງຍາວນານ. ໃນການພົບປະ ສອງຝ່າຍຄັ້ງນີ້, ທ່ານປະທານສະ ພາແຫ່ງຊາດລາວ ໄດ້ຕີລາຄາສູງ ຕໍ່ການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ໄດ້ແຈ້ງ ສະພາບການພົ້ນເດັ່ນຂອງ ສປປ ລາວ ເຊິ່ງຢູ່ໃນບັນຍາກາດສະເຫລີມ ສະຫລອງວັນສະຖາປະນາສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 48 ປີ, ທັງເປັນໄລ ຍະກາງສະໄໝແຫ່ງການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ເປັນປີທີ 3 ໃນການຈັດຕັ້ງປະ ຕິບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ ແລະ ວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ. ສະພາແຫ່ງຊາດຫາກໍສໍາ ເລັດກອງປະຊຸມສະໄໝສາມັນເທື່ອ ທີ 6 ຂອງຕົນ ໃນທ້າຍເດືອນພະຈິກ 2023 ຜ່ານມາ. ພ້ອມນີ້, ທ່ານປະ ທານສະພາແຫ່ງຊາດລາວ ຍັງໄດ້ ຕີລາຄາສູງຜົນສໍາເລັດຮອບດ້ານ ຂອງຣາຊະອານາຈັກ ກໍາປູເຈຍ ໃນການພັດທະນາປະເທດຊາດ ໃນ ໄລຍະຜ່ານມາ, ພິເສດແມ່ນຜົນສໍາ ເລັດໃນການເລືອກຕັ້ງສະມາຊິກສະ ພາແຫ່ງຊາດ ຊຸດທີ VII ໃນເດືອນ ກໍລະກົດຜ່ານມາ ແລະ ການຈັດຕັ້ງ ລັດຖະບານໃໝ່, ການເລືອກຕັ້ງຄະ ນະນໍາຊຸດໃໝ່ຂອງສະພາແຫ່ງຊາດ ກໍາປູເຈຍ. ໃນໂອກາດພົບປະສອງຝ່າຍນີ້, ສົມເດັດຄູນສຸດາຣີ, ປະທານສະ ພາແຫ່ງຊາດ ກໍາປູເຈຍ ໄດ້ສະແດງ ຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ ມາຢ້ຽມຢາມ ສປປ ລາວ ເປັນຄັ້ງ ທໍາອິດພາຍຫລັງຖືກເລືອກຕັ້ງເປັນ ປະທານສະພາແຫ່ງຊາດ ກໍາປູເຈຍ. ສະນາອົບຮົມສູນກາງພັກພ້ອມດ້ວຍ ພະນັກງານ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ. ທ່ານ ອຳຄາ ວົງໝື່ນກ້າ ຜູ້ອຳ ນວຍການໃຫຍ່ໂທລະພາບແຫ່ງ ຊາດລາວ ໄດ້ລາຍງານຄວາມເປັນ ມາການເຕີບໃຫຍ່ ແລະ ຈຸດດີ-ຂໍ້ຄົງ ຄ້າງໃນໄລຍະຜ່ານມາ ຂອງໂທລະ ພາບແຫ່ງຊາດລາວ ໂດຍສະເພາະ ແມ່ນການເຕີບໃຫຍ່ຂະຫຍາຍຕົວ ແລະ ໝາກຜົນໃນການເຄື່ອນໄຫວ ວຽກງານໂທລະພາບແຫ່ງຊາດ ທຊລ 1 ແລະ ທຊລ 3 ທີ່ ຄະນະອໍາ ນວຍການໃຫຍ່ແລະ ພະນັກງານລັດ ຖະກອນທົ່ວໂທລະພາບແຫ່ງຊາດ ຍາດມາໄດ້, ແຕ່ພວກເຮົາຍັງຈະໄດ້ ສືບຕໍ່ກັບສິ່ງທີ່ທ້າທາຍຕໍ່ສື່ໂທລະ ພາບໃນຕໍ່ໜ້າ ໂດຍສະເພາະສື່ອອນ ລາຍພວກເຮົາຈະຕ້ອງໄດ້ຮ່ວມແຮງ ຮ່ວມໃຈກັນບຸກບືນສູ້ຊົນຫັນມາໂຄ ທ່ານໄດ້ແຈ້ງສະພາບການອັນພົ້ນ ເດັ່ນຂອງລາຊະອານາຈັກ ກໍາປູເຈຍ ໃນໄລຍະມານີ້. ສອງປະທານສະພາ ແຫ່ງຊາດ ໄດ້ຮ່ວມກັນຕີລາຄາຄືນ ການຈັດຕັ້ງປະຕິບັດບົດບັນທຶກ ຄວາມເຂົ້າໃຈວ່າດ້ວຍການຮ່ວມມື ລະຫວ່າງສອງສະພາແຫ່ງຊາດ ລາວ-ກໍາປູເຈຍ ທີ່ໄດ້ເຊັນຮ່ວມກັນ ໃນປີ 2022 ຜ່ານມາ ແລະ ເປັນ ເອກະພາບກັນກໍານົດທິດທາງແຜນ ການຮ່ວມມືໃນຕໍ່ໜ້າກໍຄືການປະ ກອບສ່ວນອັນສໍາຄັນເຂົ້າໃນການ ຮັດແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນມິດຕະພາບທີ່ເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບ ດ້ານ ແລະ ໝັ້ນຄົງຍາວນານລະ ຫວ່າງ ສປປ ລາວ ແລະ ຣາຊະອາ ນາຈັກ ກໍາປູເຈຍ. ພາຍຫລັງການພົບປະສອງ ຝ່າຍລະຫວ່າງສອງປະທານສະພາ ແຫ່ງຊາດ ລາວ-ກໍາປູເຈຍແລ້ວ. ຄະນະຜູ້ແທນຂອງສອງປະເທດ ລາວ-ກຳປູເຈຍ ກໍໄດ້ສືບຕໍ່ພົບປະ ສອງຝ່າຍນຳກັນເພື່ອປຶກສາຫາລື ແລະ ຊຸກຍູ້ເສີມຂະຫຍາຍການພົວ ພັນຮ່ວມມືນໍາກັນ ແລະ ບັນດາເນື້ອ ໃນທີ່ຈະນໍາມາຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາໃນກອງປະຊຸມ ສຸດຍອດລັດຖະສະພາ ກໍາປູເຈຍລາວ-ຫວຽດນາມ ຄັ້ງທີ 1. ໃນໂອກາດນີ້, ສົມເດັດມະຫາ ຣັດສະເພຍທິກາທິພະໄດຄູນສຸດາຣີ ປະທານສະພາແຫ່ງຊາດແຫ່ງ ຣາຊະອານາ ຈັກກໍາປູເຈຍ ພ້ອມ ດ້ວຍຄະນະຍັງຈະໄດ້ພົບປະສອງ ຝ່າຍກັບການນຳຂັ້ນສູງຂອງ ສປປ ລາວ ຊຶ່ງລວມມີ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ເຂົ້າວາງພວງມາລາຢູ່ອະ ນຸສາວະລີນັກຮົບນິລະນາມ (ດາວ ແດງ)ນະຄອນຫລວງວຽງຈັນ ເພື່ອສະແດງຄວາມໄວ້ອາໄລ ເຖິງ ດວງວິນຍານຂອງບັນດານັກຮົມນິ ລະນາມ, ວິລະຊົນ ຜູ້ທີ່ເສຍສະລະຊີ ວິດ, ເລືອດເນື້ອເພື່ອພາລະກິດປະ ຕິວັດຢ່າງອົງອາດກ້າຫານພາຍໃຕ້ ການນຳພາ-ຊີ້ນຳ ຂອງພັກປະຊາ ຊົນປະຕິວັດລາວ. ສະນາເຜີຍແຜ່ຕອບໂຕ້ສິ່ງຫຍໍ້ທໍ້ ຕ່າງໆທີ່ເກີດຂຶ້ນໃນສັງຄົມຜ່ານທາງ ສື່ອອນລາຍໃຫ້ຫລາຍຂຶ້ນໃຫ້ວ່ອງ ໄວທັນເຫດການ ແລະ ທັນກັບຍຸກ ສະໄໝໃໝ່ຫລື ຍຸກ 4.0. ນອກຈາກ ນີ້, ຍັງໄດ້ຮັບໃຊ້ເຄື່ອນໄຫວລາຍ ງານຂ່າວ, ຖ່າຍທອດສົດ, ບັນທຶກ ເຫດການສຳຄັນຕ່າງໆ ທີ່ຈັດຂຶ້ນໃນ ແຕ່ລະປີ ເຊັ່ນ: ບຸນປະເພນີຕ່າງໆ ແລະ ງານອື່ນໆ ຂອງສັງຄົມໄດ້ເປັນ ຢ່າງດີ. ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ຄໍາເຫັນ ວ່າ: ຕະຫລອດໄລຍະ 40 ປີຜ່ານ ມາໂທລະພາບແຫ່ງຊາດລາວ ໄດ້ ຜ່ານຜ່າຫລາຍເຫດການມີທັງຂໍ້ ສະດວກ ແລະ ຂໍ້ຫຍຸ້ງຍາກແຕ່ຄະ ນະນຳໂທລະພາບແຫ່ງຊາດລາວ ໃນແຕ່ລະໄລຍະ ກໍຄື ປັດຈຸບັນໄດ້ຕັດ ສິນໃຈສືບຕໍ່ເສີມຂະຫຍາຍຈຸດດີ ໃຫ້ເປັນທິດທາງແຜນການການພັດ ທະນາໃນຕໍ່ໜ້າ ໂດຍສະເພາະໄດ້ພະ ຍາຍາມປັບປຸງເນື້ອໃນ ແລະ ຮູບ ແບບໃຫ້ມີຄຸນນະພາບດີຂຶ້ນ, ຮັບປະ ກັນຄວາມວ່ອງໄວ ແລະ ຊັດເຈນ ຂອງການແຈ້ງຂ່າວ, ແຈ້ງເຕືອນ, ໃຫ້ຄວາມຮູ້, ແນະນໍາສຶກສາອົບຮົມ ແລະ ໃຫ້ຄວາມບັນເທີງໄປນຳ, ຄຽງຄູ່ກັບການຍົກລະດັບບຸກຄະລາ ກອນ, ປ່ຽນຖ່າຍລະບົບເຕັກນິກຈາກ ອານາລອກ ໄປສູ່ດີຈິຕອນ ຫລື ໄປ ສູ່ລະບົບ High Difinition(Full HD) ເພື່ອໃຫ້ທຽມທັນກັບພາກ ພື້ນ ແລະ ສາກົນ. ທັງໝົດນີ້ ເປັນພາ ລະໜ້າທີ່ອັນໜັກໜ່ວງທີ່ໂທລະພາບ ແຫ່ງຊາດລາວ ຕ້ອງໄດ້ສືບຕໍ່ພ້ອມ ກັນຕັດສິນໃຈບຸກບືນຢ່າງຕັ້ງໜ້າປະ ຕິບັດໜ້າທີ່ວຽກງານໃຫ້ປະສົບຜົນ ສຳເລັດ ໃຫ້ສົມກັບວ່າເປັນກະບອກ ສຽງຂອງພັກ ຂອງລັດ ແລະ ເປັນ ເວທີສື່ມວນຊົນທີ່ໄວ້ໃຈໄດ້ຂອງປະ ຊາຊົນ. ພ້ອມນັ້ນ, ສື່ໂທລະພາບເປັນ ສື່ເອເລັກໂຕຣນິກປະເພດໜຶ່ງທີ່ມີ ຄຸນສົມບັດພິເສດໃນການນຳສະເໜີ ທັງພາບ ແລະ ສຽງ ໃນເວລາດຽວ ກັນ ຈຶ່ງສາມາດເວົ້າໄດ້ວ່າໂທລະ ພາບໄດ້ກາຍເປັນເຄື່ອງມືສື່ສານ ທີ່ສໍາຄັນ, ເປັນກະບອກສຽງອັນ ແຫລມຄົມ ໃນການໂຄສະນາເຜີຍ ແຜ່ແນວທາງນະໂຍບາຍຂອງພັກລັດ, ສະໜອງຂໍ້ມູນຂ່າວສານ-ສາ ລະຄວາມຮູ້-ສາລະບັນເທີງໃຫ້ແກ່ ສັງຄົມກໍຄືປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດໄດ້ຮັບຮູ້ ແລະ ສັງ ຄົມມີຄວາມເຂົ້າໃຈທີ່ຖືກຕ້ອງຢ່າງ ມີປະສິດທິພາບປະສິດທິຜົນຢ່າງ ຫລວງຫລາຍ; ໃນຍຸກປັດຈຸບັນ ກໍຄື ຍຸກ 4.0 ນີ້ ເປັນຍຸກຂໍ້ມູນຂ່າວສານ ທີ່ບໍ່ມີພົມແດນ ເຊິ່ງຄົນເຮົາສາມາດ ເຂົ້າເຖິງຂໍ້ມູນຂ່າວສານໄດ້ຫລາຍ ຊ່ອງທາງທຸກຄົນສາມາດສົ່ງຂໍ້ມູນ ແລະ ຮູບພາບຕ່າງໆ ທີ່ເປັນຄວາມ ຈິງ ແລະ ບໍ່ເປັນຄວາມຈິງຈໍານວນບໍ່ ໜ້ອຍໂດຍສະເພາະເພື່ອໃສ່ຮ້າຍ ປ້າຍສີການຈັດຕັ້ງພັກ-ລັດ ກໍຄື ການນຳພາຂອງພັກ-ລັດ. ສະນັ້ນ, ສື່ພວກເຮົາຕ້ອງພ້ອມກັນປັບປຸງຕົນ ເອງໃຫ້ມີຄວາມເຂັ້ມແຂງ, ມີທັດ ສະນະຫລັກໝັ້ນ, ມີສະຕິໃນການ ບໍລິໂພກຂໍ້ມູນຂ່າວສານເພາະພວກ ເຮົາເປັນຜູ້ເຮັດໜ້າທີ່ເຜີຍແຜ່ຂໍ້ມູນ ອັນຖືກຕ້ອງໃຫ້ສັງຄົມໄດ້ເຂົ້າໃຈ ຢ່າງເຖິງຖ່ອງແທ້ຕໍ່ເຫດການທີ່ເກີດ ຂຶ້ນ, ດ້ວຍການວິເຄາະເຈາະເລິກບັນ ຫານັ້ນໆ, ຊີ້ໃຫ້ເຫັນສາເຫດ, ເບື້ອງ ໜ້າເບື້ອງຫລັງ, ຜົນກະທົບທີ່ຈະຕາມ ມາ ແລະ ໃຊ້ຄວາມຄິດສ້າງສັນຂອງ ຕົນໃນການນໍາສະເໜີວິທີທາງແກ້ ໄຂບັນຫານັ້ນໆ ເພື່ອໃຫ້ບັນຫາເຫລົ່າ ນັ້ນບັນເທົາລົງ ຫລື ຫລຸດໜ້ອຍຖອຍ ລົງເຮັດໃຫ້ສັງຄົມໄດ້ຮັບການແກ້ ໄຂດີຂຶ້ນ. ໂອກາດນີ້, ທ່ານນາງ ສວນສະ ຫວັນ ວິຍະເກດ ຍັງໄດ້ຮຽກຮ້ອງໃຫ້ ບັນດານັກສື່ມວນຊົນທັງຫລາຍຈົ່ງ ສະແຫວງຮຽນຮູ້ຢູ່ຕະຫລອດເວ ລາ, ຊອກຫາແຫລ່ງຂໍ້ມູນໃຫ້ຫລາຍ, ເບິ່ງບັນຫາຢ່າງເລິກເຊິ່ງເຖິງຖ່ອງ ແລະ ຮອບຮູ້ກວ້າງໄກໃນທຸກໆດ້ານ ເພາະເຮົາເປັນຜູ້ຄິດ, ຜູ້ຂຽນ, ຜູ້ວາງ ແຜນຮູບແບບໃນການເຜີຍແຜ່ສິ່ງ ຕ່າງໆໄປສູ່ສັງຄົມ ຈຶ່ງມີຄວາມສໍາ ຄັນເປັນຢ່າງຍິ່ງ ສາມາດເວົ້າໄດ້ວ່າ ຄຸນນະພາບຂອງສື່ມວນຊົນແມ່ນ ຂຶ້ນຢູ່ກັບຮູບແບບ ແລະ ເນື້ອໃນຂອງ ຂໍ້ມູນນັ້ນໆ ເພື່ອສົ່ງຕໍ່ໃຫ້ມວນຊົນ. ເພື່ອປັບປຸງວຽກງານສື່ໃຫ້ດີຂຶ້ນ ກວ່າເກົ່າ ໃຫ້ບັນດານັກຮົບສື່ທັງ ຫລາຍທີ່ນໍາສະເໜີຂ່າວຕ້ອງໄດ້ມີ ການຫັນປ່ຽນ ເພື່ອເຮັດແນວຈະດຶງ ດູດໃຫ້ສັງຄົມມີຄວາມສົນໃຈຢາກ ຕິດຕາມໂທລະພາບຂອງພວກເຮົາ ໃຫ້ມີຈຳນວນເພີ່ມຂຶ້ນ (ເພາະຜ່ານ ມາຂ່າວສ່ວນໃຫຍ່ຍັງຍຶດຕິດຢູ່ກັບ ຂ່າວພິທີການ). ສະນັ້ນ, ຄວນເພີ່ມ ຂ່າວກ່ຽວກັບບັນຫາສັງຄົມ ຫລື ປະ ຊາຊົນໃຫ້ຫລາຍຂຶ້ນ. ດັ່ງທ່ານເລນິນ ເຄີຍເວົ້າວ່າ: ຖ້າຢາກໃຫ້ປະຊາຊົນ ສົນໃຈຕິດຕາມຂ່າວສານບ້ານເມືອງ ສື່ຕ້ອງເວົ້າເຖິງບັນຫາຂອງເຂົາ ເຈົ້າໃຫ້ຫລາຍຂຶ້ນ ແລະ ສື່ກໍ່ຕ້ອງກໍາ ແໜ້ນໃຫ້ໄດ້ 4 ລັກສະນະນໍາໜ້າ ຂອງສື່ມວນຊົນລາວ ຕາມກົດໝາຍ ທີ່ກໍານົດໄວ້ ຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະ ແນະນໍາ ແລະ ລັກສະນະຕໍ່ສູ້. ຂ່າວ: ວຽງສະຫວັນ, ພາບ: ອ່າຍຄຳ ໃນປະຫວັດສາດແຫ່ງການຕໍ່ສູ້ ເປັນພັນໆປີຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າ ໄດ້ມີອິດສະຫລະພາບ ແລະ ໄດ້ເປັນ ເຈົ້າຂອງປະເທດຊາດຊາດຢ່າງແທ້ ຈິງ; ທັງເປັນວັນແຫ່ງການກ້າວສູ່ ຍຸກສະໄໝໃໝ່ແຫ່ງການສ້າງປະ ເທດລາວສັນຕິພາບ, ເອກະລາດ,ປະ ຊາທິປະໄຕ, ເອກະພາບ, ວັດທະນາ ຖາວອນ. ປະທານ ໄກສອນ ພົມວິ ຫານ ໄດ້ຕີລາຄາ ວັນທີ 2 ທັນວາປີ 1975 ວ່າ: “ບໍ່ທັນມີເວລາໃດທີ່ປະ ຊາຊົນເຮົາ ເຊິ່ງເປັນຜູ້ສ້າງປະຫວັດ ສາດຂອງຊາດນັ້ນ ໄດ້ຍາດເອົາໄຊ ຊະນະສົມບູນ, ເຖິງຖອງ ແລະ ບໍລິ ບູນໄດ້ຢ່າງສະຫງ່າລາສີຄືແນວນີ້ ຈັກເທື່ອ. ໄຊຊະນະນັ້ນບໍ່ສະເພາະ ແຕ່ໄດ້ຟື້ນຟູຄວາມເປັນເອກະລາດ ຂອງປະເທດເຮົາ, ຫາກຍັງເປັນຄັ້ງ ທໍາອິດທີ່ປະຊາຊົນບັນດາເຜົ່າຜູ້ເຄີຍ ດໍາລົງຊີວິດເປັນທາດໄດ້ກາຍມາ ເປັນເຈົ້າຂອງແທ້ຈິງຂອງຊາດໜຶ່ງ ທີ່ມີເອກະລາດ, ມີອິດສະຫລະພາບ ຢ່າງສົມບູນມວນມະນຸດປະກົດເປັນ ຈິງຢູ່ບົນຜືນແຜ່ນດິນອັນແສນຮັກ ຂອງພວກເຮົາ”. ສະນັ້ນວຽກງານ ປົກປັກຮັກສາປະເທດຊາດ ແມ່ນໜຶ່ງ ໃນສອງໜ້າທີ່ຍຸດທະສາດສໍາຄັນ ໃນໄລຍະໃໝ່ ໂດຍປະຕິບັດແນວ ທາງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ, ອັນ ພົ້ນເດັ່ນກໍາລັງປະກອບອາວຸດມີ ຄວາມໜັກແໜ້ນທາງດ້ານການ ເມືອງ-ແນວຄິດ, ເຂັ້ມແຂງທາງດ້ານ ການຈັດຕັ້ງ, ເປັນກໍາລັງທີ່ຈົ່ງຮັກ ພັກດີ, ບໍລິສຸດຊື່ສັດຕໍ່ຊາດ, ຕໍ່ພັກ, ຕໍ່ ປະຊາຊົນ ແລະ ອຸດົມການສັງຄົມນິ ຍົມ. ໃນນັ້ນ ສປປ ລາວ ຍັງໄດ້ເປີດ ກວ້າງການພົວພັນກັບຕ່າງປະເທດ ແລະ ຮ່ວມມືສາກົນ. ມາຮອດປັດ ຈຸບັນມີການພົວພັນການທູດກັບ 148 ປະເທດ (ຈາກ 193 ປະເທດ ທົ່ວໂລກ) ມີສໍານັກງານຜູ້ຕາງໜ້າ ການທູດຂອງ ສປປ ລາວ ຢູ່ຕ່າງປະ ເທດ41ແຫ່ງ, ມີສະຖານເອກອັກຄະ ລັດຖະທູດ 27 ແຫ່ງ, ສໍານັກງານ ຜູ້ຕາງໜ້າຖາວອນ 3 ແຫ່ງ, ສະ ຖານກົງສູນໃຫຍ່ 10 ແຫ່ງ, ຫ້ອງ ການກົງສູນ 1 ແຫ່ງ, ກົງສູນກິຕິມະ ສັກຂອງ ສປປ ລາວ ຢູ່ຕ່າງປະເທດ 19 ແຫ່ງ, ສະຖານທູດຕ່າງປະເທດ ມີສໍານັກງານຢູ່ລາວ 28 ແຫ່ງ, ກົງ ສູນໃຫຍ່ 6 ແຫ່ງ, 18 ອົງການສາ ກົນທີ່ຂຶ້ນກັບລັດຖະບານ ແລະ ກົງ ສູນກິດຕິມະສັກ 18 ປະເທດ ປະຈໍາ ຢູ່ລາວ, ມີດ່ານສາກົນ 28 ແຫ່ງ, ໄດ້ສ້າງສະມາຄົມມິດຕະພາບກັບ 18 ປະເທດ, ໄດ້ເຊັນສັນຍາຍົກເວັ້ນ ວີຊາກັບ 37 ປະເທດ, ພົວພັນກັບພັກ ການເມືອງຫລາຍກວ່າ 140 ພັກ ແລະ ມີການພົວພັນດ້ານເສດຖະກິດ ຫລາຍກວ່າ 50 ປະເທດ. ຂ່າວ-ພາບ: ຂັນໄຊ ຂປລ. ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບວິທະຍຸໂທລະ ພາບສູນກາງຈີນ (CMG) ປະຈຳ ລາວ ໄດ້ຈັດສໍາມະນາວິເຄາະຂ່າວ ຄັ້ງປະຖົມມະລືກຂອງສູນຝຶກອົບຮົມ ນັກວິເຄາະຂ່າວລາວໃຫ້ກັບສື່ມວນ ຊົນທັງສູນກາງແລະທ້ອງຖິ່ນໃນຮູບ ແບບເຊິ່ງໜ້າ ແລະ ອອນລາຍ ໃນ ຕອນບ່າຍຂອງວັນທີ 1 ທັນວາ 2023 ທີ່ນະຄອນຫລວງວຽງຈັນ. ການສຳມະນາຄັ້ງນີ້, ສຳມະນາ ກອນໄດ້ຮັບຟັງບົດຮຽນ ແລະ ປະ ສົບການຂອງນັກຂ່າວຈີນ ແລະ ນັກ ຂ່າວລາວ ໃນການຂຽນບົດວິເຄາະ, ເພື່ອແລກປ່ຽນບົດຮຽນເຊິ່ງກັນແລະ ກັນແນໃສ່ສ້າງນັກວິເຄາະຂ່າວໃຫ້ ກາຍເປັນນັກວິເຄາະມືອາຊີບ, ເປັນ ນັກວິເຄາະທີ່ດີມີຮູບແບບໃນການ ຂຽນບົດວິເຄາະ, ຮູ້ສົ່ງເສີມຈິດໃຈ ຮັກເຊື້ອແພງຊາດ, ຮູ້ມິດຮູ້ສັດຕູ, ສົ່ງເສີມຄວາມສາມັກຄີບຸກບືນກ້າວ ໜ້າ, ຕຳນິສະພາບສັງຄົມທີ່ບໍ່ດີ, ສ້າງບັນຍາກາດຫາງສຽງທີ່ດີໃຫ້ ແກ່ສະພາບກວມລວມແຫ່ງການ ພັດທະນາຂອງປະເທດຊາດ ແລະ ຄວາມປອງ. ທ່ານ ນາງ ແສງແກ້ວ ຫົວໜ້າ ວິທະຍຸໂທລະພາບສູນກາງ ຈີນ (CMG)ປະຈຳລາວ ໄດ້ກ່າວວ່າ: ໃນຍຸກແຫ່ງເຕັກນິກວິທະຍາສາດ ໄດ້ພັດທະນາໄປຢ່າງວ່ອງໄວ, ສື່ ມວນຊົນໄດ້ມີການຫັນປ່ຽນຮູບແບບ ການພັດທະນາຢ່າງໄວວາເຊັ່ນກັນ, ຄວາມຮຽກຮ້ອງຕ້ອງການຂອງ ການບໍລິໂພກຂ່າວຈາກສື່ໃໝ່ນັບມື້ ຫລາຍຂຶ້ນ ໂດຍສະເພາະປະເພດ ຂ່າວວິເຄາະ, ວິຈານ, ຊີ້ເຫດ ແລະ ຜົນ ເພື່ອຢັ້ງຢືນຄວາມຊວນເຊື່ອແບບ ແຂ່ງຂັນກັນລາຍງານຂ່າວ ນັບມື້ ເພີ່ມຫລາຍຂຶ້ນແບບບໍ່ມີຂອບເຂດ ພົມແດນ. ສະນັ້ນ, ສື່ມວນຊົນ, ໃນ ນາມເປັນສື່ທາງການຢາກໃຫ້ມີຜູ້ ອ່ານ, ຜູ້ຟັງຫລາຍຂື້ນ ຈະຕ້ອງເພີ່ມ ທະວີການເຄື່ອນໄຫວຮ່ວມກັນ, ສ້າງ ອິດທິພົນຂອງສື່ມວນຊົນໃຫ້ສູງ ຂຶ້ນ ແລະ ມີການຮ່ວມມືແບບຕ່າງ ຝ່າຍຕ່າງມີຜົນປະໂຫຍດ. ພ້ອມນີ້, ທ່ານຍັງເຊື່ອໝັ້ນວ່າ: ຜ່ານການຝຶກ ອົບຮົມຄັ້ງນີ້, ນັກຂ່າວລາວຈະສ້າງ ໄດ້ຄວາມຮັບຮູ້ອັນໃໝ່ ໃນການວິ ເຄາະຂ່າວໃຫ້ມີເນື້ອໃນເລິກເຊິ່ງ, ຈັບໃຈຜູ້ອ່ານ, ຜູ້ຟັງ ແລະ ຕີຕ້ານໄດ້ ຖ້ອຍທຳນອງທີ່ບິດເບືອນຂອງສື່ທີ່ ບໍ່ຫວັງດີຕໍ່ສາຍພົວພັນ ຂອງສອງ ປະເທດພວກເຮົາ. ໃນໂອກາດນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະ ຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມີຄຳເຫັນວ່າ: ການສຳມະນາ ການວິເຄາະຂ່າວໃຫ້ ນັກຂ່າວລາວຄັ້ງນີ້, ແມ່ນມີຄວາມ ສໍາຄັນຕໍ່ການພົວພັນຮ່ວມມືລະ ຫວ່າງສື່ມວນຊົນລາວແລະຈີນເພາະ ເປັນການຮຽນຮູ້ບົດຮຽນ, ຫລັກ ການ ແລະ ວິຊາການໃນການຂຽນ ຂ່າວວິເຄາະໃຫ້ແກ່ນັກຂ່າວລາວ. ພາຍຫລັງສຳເລັດການຝຶກອົບຮົມ ນີ້, ຜູ້ເຂົ້າຮ່ວມຈຳນວນໜຶ່ງຈະໄດ້ໄປ ເກັບກຳຂ່າວຕົວຈິງຕາມທາງລົດ ໄຟລາວ-ຈີນ ເພື່ອມາຂຽນບົດວິ ເຄາະ ແລະ ໃນປີ 2024 ສະມາຄົມ ນັກຂ່າວແຫ່ງ ສປປ ລາວ ຈະສືບຕໍ່ ຮ່ວມມືກັບວິທະຍຸໂທລະພາບສູນ ກາງຈີນ ປະຈໍາລາວຈັດງານປະ ກວດບົດວິເຄາະຂ່າວ ຊີງຂັນລາງ ວັນ CMG ເພື່ອຊຸກຍູ້ໃຫ້ມີຂະບວນ ການສຳຫລວດຄົ້ນຄວ້າຊອກຫາຂໍ້ ມູນເພື່ອຂຽນເປັນບົດຂ່າວ, ບົດວິ ເຄາະ ແລະ ນຶກຄິດໂຕ້ວາທີ. ນອກ ຈາກນີ້, ຍັງເປັນການສົ່ງເສີມຈິດໃຈ ເຊື້ອໝັ້ນຕໍ່ແນວທາງຂອງພັກ, ຮັກ ປະເທດຊາດດ້ວຍການວິເຄາະ, ສົ່ງເສີມຄວາມສາມັກຄີບຸກບືນກ້າວ ໜ້າ, ສ່ອງແສງໃຫ້ເຫັນສະພາບສັງ ຄົມທີ່ບໍ່ດີ, ສ້າງບັນຍາກາດຫາງ ສຽງທີ່ດີໃຫ້ແກ່ສະພາບກວມລວມ ແຫ່ງການພັດທະນາ ຂອງປະເທດ ຊາດແລະຄວາມສາມັກຄີປອງດອງ ກັນຂອງປະຊາຊົນພາຍໃນຊາດ, ສ້າງທ່າອ່ຽງ ແລະ ກາລະໂອກາດ ທີ່ອໍານວຍໃຫ້ການເສີມຂະຫຍາຍ ສາຍພົວພັນມິດຕະພາບ ລາວ-ຈີນ ກ້າວສູ່ລວງເລິກ. ພ້ອມນີ້, ທ່ານຮອງ ລັດຖະມົນຕີ ຍັງຮຽກຮ້ອງໃຫ້ນັກ ຂ່າວລາວ ທີ່ເຂົ້າຮວ່ມຝຶກອົບຮົມ ທັງແບບເຊິ່ງໜ້າ ແລະ ອອນລາຍຈົ່ງ ຕັ້ງໃຈຮັບຟັງ, ຈົດກ່າຍບັນທຶກ ແລະ ແລກປ່ຽນບົດຮຽນນຳກັນ ເພື່ອກຳ ແໜ້ນຫລັກການວິເຄາະຂ່າວໃຫ້ ຊັດເຈນ ແລະ ນໍາບົດຮຽນນີ້ໄປໝູນ ໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ. ຂ່າວ:ກິດຕາ, ພາບ:ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==