xtgmf]k; 3 05/12/2023 0j k; c]t gsfdko -q ,g-u p glA omk']q fw2]k;{9u o *** ອ່ານຕໍ່ສະບັບໜ້າ *** dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ແຫລ່ງຂໍ້ມູນ: ບໍລິສັດລົດໄຟລາວ-ຈີນ ໂດຍ: ຄ້ອງໃໝ່ ໂດຍ: ສຸພາສະຫວັນ 2 ma o;k w0la ddt]kf csj 'dkolh k'lkra fmtokxtgmf * ໃນໂອກາດວັນຊາດທີ 2 ທັນ ວາ ຄົບຮອບ 48 ປີໄດ້ໝູນວຽນມາ ອີກວາລະໜຶ່ງ, ທ່ານໜູກີສີຫາລາດ ຮັກສາການ ເຈົ້າເມືອງໄຊທານີ ນະ ຄອນຫລວງວຽງຈັນ ໄດ້ສະແດງ ຄວາມຮູ້ສຶກຜ່ານນັກຂ່າວສໍານັກ ຂ່າວສານປະເທດລາວໃນວັນທີ 29 ພະຈິກ2023ນີ້ວ່າ: ວັນທີ2ທັນວາ ແມ່ນວັນປະຫວັດສາດແຫ່ງການ ກໍາເນີດ ແລະ ການເຕີບໃຫຍ່ ຂະ ຫຍາຍຕົວຂອງຊາດລາວຕະຫລອດ ໄລຍະ 48 ປີ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຊາດ, ວັນແຫ່ງສັນຕິພາບ, ວັນແຫ່ງ ການກ້າວສູ່ຍຸກສະໄໝ ໃໝ່ແຫ່ງ ການສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະ ພາບ ວັດທະນະຖາວອນ, ເປັນວັນ ທີ່ມີຄວາມໝາຍສໍາຄັນສໍາລັບທົ່ວ ພັກ, ທົ່ວລັດ, ທົ່ວປວງຊົນລາວ, ວັນ ແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະ ຫວັດສາດແຫ່ງການຕໍ່ສູ້ຂອງຊາດ ລາວເຮົາ, ວັນທີ່ປະຊາຊົນລາວບັນ ດາເຜົ່າໄດ້ມີອິດສະຫລະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດ ຢ່າງ ແທ້ຈິງ; ວັນທີ່ປະເທດລາວໄດ້ມີເອ ກະລາດຢ່າງສົມບູນ, ມີອະທິປະໄຕ ຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດ ອື່ນໆໃນເວທີປະຊາຄົມໂລກ ແລະ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງ ການກ້າວສູ່ຍຸກສະໄໝໃໝ່ແຫ່ງ ການສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະ ພາບ, ວັດທະນະຖາວອນ. ພາຍຫລັງທີ່ພັກປະຊາຊົນ ປະຕິວັດລາວໄດ້ເຮັດການປະຕິວັດ ຊາດ ປະຊາທິປະໄຕ, ນຳພາປົກປັກ ຮັກສາ ແລະ ສ້າງສາລະບອບໃໝ່, ເວລາໃດກໍຍຶດໝັ້ນລັດທິມາກ-ເລ ນິນເປັນພື້ນຖານແນວຄິດທິດສະດີ ແລະ ຢຶດຖືຫລັກໝັ້ນຂອງຊົນຊັ້ນ ກຳມະກອນຢ່າງສະເໝີຕົ້ນສະເໝີ ປາຍ, ມີຄວາມຈົງຮັກພັກດີຕໍ່ອຸດົມ ການປະຕິວັດ ແລະ ຜົນປະໂຫຍດ ຂອງປະຊາຊົນລາວບັນດາເຜົ່າ, ຖືເອົາຄວາມສາມັກຄີພາຍໃນ ເປັນ ຫລັກ, ເຕົ້າໂຮມຄວາມສາມັກຄີເປັນ ປຶກແຜ່ນພາຍໃນຊາດ, ເຊີດຊູຄວາມ ເປັນແບບຢ່າງນຳໜ້າ, ຮັກສາໄດ້ ຄຸນທາດການເມືອງ ແລະ ຄຸນສົມ ບັດສິນທຳປະຕິວັດ, ຄວາມເຊື່ອໝັ້ນ ຈາກປະຊາຊົນລາວບັນດາເຜົ່າຕະ ຫລອດມາ. ຍ້ອນມູນເຊື້ອອັນດີງາມ ຂອງພັກຂອງຊາດລາວເຮົານັ້ນຈຶ່ງ ເຮັດໃຫ້ ສປປ ລາວ ເຮົາສາມາດປະ ກາດເອກະລາດສາມາດປົດປ່ອຍ ປະເທດຊາດຢ່າງມີໄຊ, ສະຖາປະ ນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າ ຜ່າ ເຜີຍ ໃນວັນທີ 2 ທັນວາ 1975. ລັດປະຊາທິປະໄຕ ປະຊາຊົນ ແມ່ນ ລັດທີ່ເກີດຈາກການຕໍ່ສູ້ເສຍສະ ຫລະອັນໃຫຍ່ຫລວງຂອງປະຊາ ຊົນລາວບັນດາເຜົ່າ, ລັດທີ່ມາຈາກ ປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ຕະຫລອດ 48 ປີ ແຫ່ງການປະ * ວັນທີ 25 ພະຈິກ ແມ່ນວັນສາ ກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ ແມ່ຍິງ ເຊິ່ງວັນດັ່ງກ່າວຫາກໍ່ຜ່ານ ມານັ້ນ, ສປປ ລາວ ແລະ ທົ່ວໂລກ ໄດ້ພ້ອມກັນລະນຶກເຖິງ, ທັງໄດ້ສະ ແດງຄວາມໝາຍໝັ້ນຂອງຕົນໃນ ການປ້ອງກັນແລະແກ້ໄຂຄວາມຮຸນ ແຮງ ຕໍ່ແມ່ຍິງ ແລະ ເດັກຍິງ, ພາຍ ໃຕ້ຄໍາຂວັນ “ຮ່ວມກັນ! ລົງທຶນໃສ່ ການປ້ອງກັນ ແລະ ແກ້ໄຂຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”. ເວົ້າເຖິງວຽກງານປ້ອງກັນ ແລະແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຕະຫລອດໄລຍະຜ່ານ ມາ, ລັດຖະບານເຮົາ ໄດ້ຮ່ວມກັບ ພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເອົາ ໃຈໃສ່ປ້ອງກັນ ແລະ ແກ້ໄຂຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢູ່ ລາວ ໄດ້ຮັບຜົນດີຕະຫລອດມາ, ອັນ ພົ້ນເດັ່ນ ແມ່ນໄດ້ສໍາເລັດເຄື່ອງມື ໃນການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ໂດຍສໍາເລັດ ມາດຕະຖານດຳເນີນ ງານການປະສານ, ການຄຸ້ມຄອງ ການປະສານງານ ແລະ ການສົ່ງຕໍ່ ແມ່ຍິງ ແລະ ເດັກຍິງ ທີ່ຖືກຄວາມ ຮຸນແຮງ; ມາດຕະຖານດຳເນີນ ງານວຽກງານຕອບສະໜອງການ ບໍລິການ ແກ່ຜູ້ທີ່ຖືກຄວາມ ຮຸນແຮງ ສຳລັບສະຖານທີ່ບໍລິການສຸຂະ ພາບ; ມາດຕະຖານການດໍາເນີນ ງານການປົກປ້ອງ ແລະ ການບໍລິ ການຊ່ວຍເຫລືອທາງດ້ານສັງຄົມ ແລະ ມາດຕະຖານການດໍາເນີນ ງານການຊ່ວຍເຫລືອດ້ານຂະບວນ ການຍຸຕິທຳ ພ້ອມທັງ ຝຶກອົບຮົມໃຫ້ ຄວາມຮັບຮູ້ກ່ຽວກັບເຄື່ອງມືທີ່ກ່າວ ມານັ້ນ ໃຫ້ແກ່ໜ່ວຍງານຕ່າງໆ ທີ່ ກ່ຽວຂ້ອງການຊ່ວຍເຫລືອຜູ້ຖືກ ເຄາະຮ້າຍ ໂດຍດຳເນີນການຊ່ວຍ ເຫລືອຜູ້ຖືກເຄາະຮ້າຍ ໄດ້ທັງໝົດ 158 ກໍລະນີ. ໃນນັ້ນ, ຫລາຍກວ່າ ໝູ່ແມ່ນຄວາມຮຸນແຮງທາງເພດ ເຊິ່ງໄດ້ໃຫ້ການຊ່ວຍເຫລືອດ້ານຄໍາ ປຶກສາ, ການກວດ ແລະ ປິ່ນປົວສຸ ຂະພາບ, ທີ່ພັກເຊົາ ແລະ ການດຳ ເນີນຄະດີ. ປະເດັນນໍາມາແລກປ່ຽນຄໍາ ເຫັນນໍາທ່ານຜູ້ອ່ານກໍ່ແມ່ນພວກ ເຮົາຕ້ອງຮ່ວມແຮງຮ່ວມໃຈກັນແທ້ ໃນການປ້ອງກັນແລະແກ້ໄຂຄວາມ ຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ. ພາກລັດ ຮ່ວມກັບທຸກພາກສ່ວນ ລວມທັງພາກທຸລະກິດ-ເອກະຊົນ ແລະ ຍາດແຍ່ງເອົາການສະໜັບສະ ໜູນຈາກພາຍນອກ ເພື່ອລົງທຶນໃສ່ ວຽກງານນີ້ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ສັງຄົມເຂົ້າ ຮ່ວມ ຢ່າງແຂງແຮງຕໍ່ການສະກັດ-ປ້ອງ ກັນ, ໃນນັ້ນ ບໍ່ວ່າແຕ່ກະໂຕເພດຍິງ ເອງ. ພ້ອມກັນຫັນປ່ຽນການປະຕິ ບັດຕໍ່ແມ່ຍິງ ແລະ ເດັກຍິງ ທີ່ບໍ່ຖືກ ຕ້ອງຍຸກສະໄໝ, ໂດຍສະເພາະການ ຖືຕໍ່າຕໍ່ເພດຍິງ, ການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກຍິງ ບໍ່ວ່າ ແຕ່ກໍລະນີໃດກໍ່ຕາມ. ການກະທໍາ ຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ລວມໄປເຖິງການເວົ້າຈາກໍ່ຕ້ອງໄດ້ ຖືສໍາຄັນ. ພ້ອມດຽວກັນກໍ່ຕ້ອງ ສືບຕໍ່ການໂຄສະນາເຜີຍແຜ່ປູກຈິດ ສຳນຶກ ກ່ຽວກັບການຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ດ້ວຍຫລາຍຮູບຫລາຍສີ ທັງຜ່ານສື່ທຸກຮູບແບບ, ຝຶກອົບ ຮົມ-ສຳມະນາ ແລະ ແຈກຢາຍເອ ກະສານ ເພື່ອປ່ຽນແປງການປະພຶດ, ວັດທະນະທໍາ, ຮີດຄອງປະເພນີ, ຄວາມເຊື່ອຖື ແລະ ທັດສະນະຄະຕິ ທີ່ເປັນການໝິ່ນປະໝາດ, ຈຳແນກ ແມ່ຍິງ ແລະ ເດັກຍິງ ໂດຍສະເພາະ ໃຫ້ແມ່ຍິງຮູ້ສິດຂອງຕົນເອງ ລວມ ທັງການມີສ່ວນຮ່ວມຂອງທ່ານ ຊາຍ ໃນການຕ້ານການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ການລຶບລ້າງຄວາມຮຸນແຮງຈະ ປະສົບຜົນສຳເລັດໄດ້ ກໍ່ແມ່ນຕ້ອງ ຜ່ານການປ້ອງກັນການໃຊ້ຄວາມ ຮຸນແຮງເທົ່ານັ້ນ, ໂດຍສະເພາະ ການມີສ່ວນຮ່ວມຂອງຫລາຍພາກ ສ່ວນ, ການໃຫ້ຄວາມໝາຍໝັ້ນ ຂອງລັດຖະບານ ໃນການສົ່ງເສີມ ວຽກງານດັ່ງກ່າວ, ການຈັດຕັ້ງ ປະຕິບັດກົດໝາຍ ແລະ ນະໂຍບາຍ ທີ່ເປັນການສົ່ງເສີມຄວາມສະເໝີ ພາບຍິງ-ຊາຍ, ການລົງທຶນໃສ່ການ ຈັດຕັ້ງຂອງແມ່ຍິງ, ການຈັດສັນຊັບ ພະຍາກອນ ໃສ່ການປ້ອງກັນ ແລະ ແກ້ໄຂການຈຳແນກ ໃນຫລາຍຮູບ ແບບ ທີ່ແມ່ຍິງພວມປະເຊີນໜ້າໃນ ແຕ່ລະວັນ. ສ້າງຄວາມເຂັ້ມແຂງ ໃຫ້ແມ່ຍິງ ແລະ ເດັກ ໃນທຸກຂົງເຂດ ທົ່ວສັງຄົມ, ຮັບປະກັນການບໍລິການ ຊ່ວຍເຫລືອຜູ້ຖືກເຄາະຮ້າຍ ຈາກ ຄວາມຮຸນແຮງ; ສ້າງສະພາບແວດ ລ້ອມທີ່ປອດໄພ ສໍາລັບແມ່ຍິງ ແລະ ເດັກຍິງ, ຫລຸດຜ່ອນຄວາມທຸກຍາກ ໂດຍເລີ່ມຈາກການສ້າງຄວາມ ເຂັ້ມແຂງດ້ານເສດຖະກິດ ໃຫ້ແມ່ ຍິງ ຫລື ເສດຖະກິດຄອບຄົວ. Ij ;,da o]q 'mb o.lj dkoxh v'da o c]t cdh w07;k,I5 ocI' 8+ c,j py ' c]t gfa dpy ' ຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ພັກປະຊາຊົນປະຕິ ວັດລາວໂດຍມີລັດເປັນເຄື່ອງມືໄດ້ ນໍາພາ-ຊີ້ນໍາ ທົ່ວພັກ, ທົ່ວປວງຊົນ ລາວທັງຊາດເສີມຂະຫຍາຍຈິດໃຈ ເອກະລາດ, ເປັນເຈົ້າຕົນເອງ ແລະ ມານະຈິດບຸກບືນສ້າງຄວາມເຂັ້ມ ແຂງດ້ວຍຕົນເອງຜ່ານຜ່າການທົດ ສອບທ້າທາຍແລະຂໍ້ຫຍຸ້ງຍາກນາໆ ປະການ, ສາມາດເຮັດໃຫ້ ສປປ ລາວ ມີການຫັນປ່ຽນຢ່າງຕັ້ງໜ້າ ໃນຫລາຍດ້ານ ເຊັ່ນ: ມີສະຖຽນລະ ພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ ແລະ ມີຄວາມ ເປັນລະບຽບຮຽບຮ້ອຍ; ການພັດ ທະນາເສດຖະກິດ-ສັງຄົມ ມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ; ຊີວິດ ການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງດີຂຶ້ນ; ປະຊາ ຊົນບັນດາເຜົ່າມີຄວາມສາມັກຄີ ເປັນປຶກແຜ່ນແລະມີຄວາມເຊື່ອໝັ້ນ ຕໍ່ແນວທາງຂອງ ພັກ ແລະ ອະນາ ຄົດຂອງຊາດ, ຖານະບົດບາດຂອງ ສປປ ລາວ ໃນເວທີສາກົນກໍໄດ້ຮັບ ການເຊີດຊູສູງຂຶ້ນຢ່າງບໍ່ຢຸດຢັ້ງ. ສໍາລັບເມືອງໄຊທານີ ພວກເຮົາ ສາມາດປົກປັກຮັກສາ, ພັດທະນາ ນະຄອນຫລວງບັນລຸຜົນສໍາເລັດ ຫລາຍດ້ານ ອັນພົ້ນເດັ່ນສາມາດ ຮັກສາສະຖຽນລະພາບໜັກແໜ້ນ, ສັງຄົມມີຄວາມສະຫງົບ, ເປັນລະ ບຽບຮຽບຮ້ອຍດີ, ເສດຖະກິດ ຂະ ຫຍາຍຕົວຢ່າງ ຕໍ່ເນື່ອງ, ໝັ້ນທ່ຽງ; ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງ, ແກ້ໄຂດີຂຶ້ນ ເປັນກ້າວໆ; ນັບແຕ່ຕົວເມືອງຮອດ ຊົນນະບົດໄດ້ຮັບການພັດທະນາ ຢ່າງວ່ອງໄວ, ມີຄວາມສະອາດ, ຈົບ ງາມ, ພື້ນຖານໂຄງລ່າງດ້ານການ ສຶກສາ, ສາທາ ແລະ ການຄົມມະ ນາຄົມ ໄດ້ຮັບການປັບປຸງກໍ່ສ້າງ ຢ່າງຫລວງຫລາຍ ເຮັດໃຫ້ນະຄອນ ຫລວງວຽງຈັນ ມີຄວາມໂດດເດັ່ນ ສູງຂຶ້ນຢ່າງກ້າວກະໂດດ ດໍາລົງບົດ ບາດເປັນຫົວຈັກແກ່ດຶງການພັດທະ ນາຂອງປະເທດ. mk']q fw2]k;{9u o oezq oxt3spf 1j k's];'s]kp ,k.sh lxx ]k; * ທາງລົດໄຟ ລາວ-ຈີນ ໄດ້ ເປີດນຳໃຊ້ມາເປັນເວລາ 2 ປີແລ້ວ, ໄດ້ມີການຂົນສົ່ງຜູ້ໂດຍສານທັງ ໝົດ 3.728.000 ເທື່ອຄົນ ແລະ ຂົນສົ່ງສິນຄ້າ 5.990.000 ໂຕນ, ໃນນັ້ນປະລິມານຂົນສົ່ງສິນຄ້າ ຂ້າມແດນ 5.940.000 ໂຕນ, ເຫັນໄດ້ວ່າບົດບາດການຊ່ວຍຊຸກ ຍູ້ການພັດທະນາເສດຖະກິດ ແລະ ສັງຄົມຂອງພາກພື້ນ ແລະ “ເສັ້ນ ທາງທອງຄຳ” ຂອງທາງລົດໄຟ ລາວ-ຈີນ ໄດ້ສະແດງໃຫ້ເຫັນນັບ ມື້ນັບພົ້ນເດັ່ນຂຶ້ນ. ໃນສອງປີຜ່ານມາ, ບໍລິສັດ ທາງລົດໄຟລາວ-ຈີນ ໄດ້ນຳໃຊ້ ມາດຕະການຄຸ້ມຄອງ ແລະ ດຳເນີນ ການທາງລົດໄຟລາວ-ຈີນ ຢ່າງ ມີປະສິດທິພາບ, ສືບຕໍ່ກໍ່ສ້າງທາງ ລົດໄຟໃຫ້ເປັນເສັ້ນທາງແຫ່ງ ການ ພັດທະນາ, ເສັ້ນທາງແຫ່ງຄວາມ ຜາສຸກ ແລະ ເສັ້ນທາງແຫ່ງມິດຕະ ພາບຂອງປະຊາຊົນລາວ-ຈີນ ຢ່າງມີປະສິດທິຜົນ. ຍົກສູງຄຸນນະ ພາບການບໍລິການ, ການຂົນສົ່ງຜູ້ ໂດຍສານ ແລະ ສິນຄ້າ ເພື່ອຮັບໃຊ້ ການໄປມາຂອງປະຊາຊົນ ຂອງ ສອງປະເທດໃຫ້ມີຄວາມສະດວກ ສະບາຍ ແລະ ວ່ອງໄວ ແລະ ຊ່ວຍ ຊຸກຍູ້ການກໍ່ສ້າງແລວທາງເສດຖະ ກິດລາວ-ຈີນ. ຜ່ານການດຳເນີນງານ 2 ປີ ຂອງທາງລົດໄຟລາວ-ຈີນ ໄດ້ຮັບ ໝາກຜົນອັນຈົບງາມຄືດັ່ງນີ້: ຄຸນນະ ພາບ ແລະ ປະລິມານການຂົນສົ່ງ ຜູ້ໂດຍສານເພີ່ມຂຶ້ນ ແລະ ໄດ້ຮັບ ຄວາມນິຍົມຊົມຊອບຈາກປະຊາ (ສະເຫລີມສະຫລອງວັນສ້າງຕັ້ງ ເສັ້ນທາງລົດໄຟລາວ-ຈີນ ຄົບຮອບ 2 ປີ) ຊົນເປັນຈຳນວນຫລາຍ. ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ ວິ ເຄາະ ຈຸດພິເສດການຈະລາຈອນຜູ້ ໂດຍສານຢ່າງມີວິທະຍາສາດ, ຈັດ ສັນຄວາມສາມາດໃນການຂົນສົ່ງ ຢ່າງຖືກຕ້ອງ, ເພີ່ມໃຫ້ມີປະເພດ ບ່ອນນັ່ງທີ່ຫລາກຫລາຍ, ປັບປຸງ ການບໍລິການຢູ່ໃນສະຖານີ ແລະ ເທິງລົດໄຟໃຫ້ມີຄວາມເໝາະສົມ, ສະໜອງການເດີນທາງທີ່ປອດໄພ, ເປັນມິດຕໍ່ສິ່ງແວດລ້ອມ, ວ່ອງໄວ ແລະ ມີຄວາມສະດວກສະບາຍໃຫ້ ແກ່ປະຊາຊົນສອງຊາດລາວ-ຈີນ. ຈຳນວນລົດໄຟຂົນສົ່ງໂດຍສານ ເພີ່ມຂຶ້ນຈາກ 4 ຖ້ຽວໃນເບື້ອງຕົ້ນ ເປັນ 10 ຖ້ຽວໃນປັດຈຸບັນ, ຈັດສັນ ຕູ້ລົດໄຟຂອງຂະບວນລົດໄຟທຳ ມະດາໃຫ້ເພີ່ມຂຶ້ນ ເປັນຈຳນວນ ຫລາຍກວ່າ 10 ຕູ້ຕໍ່ຂະບວນ, ມາ ຮອດປັດຈຸບັນ ປະລິມານການ ຂົນສົ່ງຜູ້ໂດຍສານທັງໝົດແມ່ນ 3.728.000 ເທື່ອຄົນ, ປະລິມານ ຂົນສົ່ງສູງສຸດຕໍ່ມື້ແມ່ນ 10.197 ເທື່ອຄົນ. ນອກນີ້ຍັງມີການວາງ ແຜນຈັດຕັ້ງການຂົນສົ່ງຜູ້ໂດຍສານ ຢ່າງລະອຽດຮັບໃຊ້ໃນງານບຸນປະ ເພນີລາວຕ່າງໆເຊັ່ນ: ບຸນປີໃໝ່ ລາວ, ບຸນອອກພັນສາ, ບຸນເຂົ້າ ພັນສາ ແລະ ບຸນປະເພນີອື່ນໆ, ອໍາ ນວຍຄວາມສະດວກໃນການເປັນ ເຈົ້າພາບຈັດກິດຈະກຳສຳຄັນຕ່າງໆ ຂອງລັດຖະບານເຊັ່ນ: ກອງປະ ຊຸມລັດຖະມົນຕີຂົນສົ່ງອາຊຽນ ແລະ ອື່ນໆ; ເປີດນຳໃຊ້ APP ຊື້ປີ້ ລົດໄຟ, ເພີ່ມຊ່ອງທາງການຊຳລະ ເງິນໃຫ້ມີຄວາມຫລາກຫລາຍ, ເພີ່ມຈຸດຂາຍປີ້ໃນນະຄອນຫລວງ ວຽງຈັນ, ຫລວງພະບາງ, ອຳນວຍ ຄວາມສະດວກໃນການຊື້ປີ້ລົດໄຟ ອີກລະດັບ; ເປີດນຳໃຊ້ລົດໄຟຂົນສົ່ງ ໂດຍສານສາກົນແຕ່ວັນທີ13 ເມສາ 2023 ເຮັດໃຫ້ສາມາດເດີນທາງ ໂດຍກົງຈາກຄຸນໝິງ ຫານະຄອນ ຫລວງວຽງຈັນ ແລະ ພາຍຫລັງໄດ້ ມີການປັບປຸງແຜນການແລ່ນລົດ ໃໝ່ໃນວັນທີ 25 ກໍລະກົດນີ້ ໄດ້ ເຮັດໃຫ້ໄລຍະການເດີນທາງສັ້ນ ລົງກວ່າເກົ່າ 64 ນາທີ. ປັດຈຸບັນປະ ລິມານຜູ້ໂດຍສານຂ້າມແດນແມ່ນ ໄດ້ບັນລຸ 93.000 ຄົນຈາກ 72 ປະເທດ ແລະ ເຂດແຄວ້ນ ອໍານວຍ ຄວາມສະດວກສະບາຍໃຫ້ແກ່ປະ ຊາຊົນໃນການເດີນທາງໄປທ່ອງ ທ່ຽວ, ສຶກສາ ແລະ ດໍາເນີນທຸລະກິດ ລະຫວ່າງປະເທດ. ທາງລົດໄຟລາວ-ຈີນ ໄດ້ສ້າງ ຊ່ອງທາງການຂົນສົ່ງສາກົນລະ ຫວ່າງຈີນ ແລະ ອາຊຽນທີ່ມີຄວາມ ສະດວກສະບາຍ, ຫລຸດຜ່ອນຄ່າໃຊ້ ຈ່າຍໃນການຂົນສົ່ງຢ່າງຫລວງ ຫລາຍ; ຄວາມຕ້ອງການດ້ານການ ຂົນສົ່ງມີທ່າແຮງເພີ່ມຂຶ້ນຢ່າງບໍ່ ຢຸດຢັ້ງ. ບໍລິສັດທາງລົດໄຟລາວຈີນ ຈຳກັດ ໄດ້ເພີ່ມທະວີການຈັດ ຕັ້ງດ້ານການຂົນສົ່ງສິນຄ້າ, ຍົກ ລະດັບຄວາມສາມາດ ແລະ ປະສິດ ທິພາບໃນການຂົນສົ່ງ, ຈໍານວນລົດ ໄຟຂົນສົ່ງສິນຄ້າຂ້າມແດນ ເພີ່ມ ຂຶ້ນຈາກ 2 ຖ້ຽວ ໃນໄລຍະເບື້ອງ ຕົ້ນເປັນ 14 ຖ້ຽວໃນປັດຈຸບັນ. ຂະ ຫຍາຍຮູບແບບການຂົນສົ່ງສິນຄ້າ ຂ້າມແດນ, ເປີດນໍາໃຊ້ລົດໄຟຂົນ ສົ່ງສິນຄ້າຂ້າມແດນລາວ-ຈີນ ໂດຍ ການກຳນົດຈຸດ, ກຳນົດເສັ້ນ ທາງ, ກຳນົດເວລາ ແລະ ກໍານົດຖ້ຽວລົດ ຂອງ “ສາຍດ່ວນລ້ານຊ້າງ-ແມ່ ນ້ຳຂອງ”, ພ້ອມທັງຕັ້ງໜ້າຄົ້ນຄວ້າ ຮູບແບບການຂົນສົ່ງສາກົນແບບ ໃໝ່ເຊັ່ນ “ທາງລົດໄຟລາວ-ຈີນ+ ທາງລົດໄຟຈີນ-ເອີຣົບ”, ໄລຍະເວ ລາການຂົນ ສົ່ງຈາກອາຊີຕາ ເວັນ ອອກສຽງໃຕ້ໄປເອີຣົບໂດຍກົງ ແມ່ນສັ້ນລົງເປັນ 15 ວັນ,
RkJQdWJsaXNoZXIy MTc3MTYxMQ==