xtgmf]k; 6 01/12/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີ okpq d,kg]g-p xtdkfpq dg;A o;u -k .sh oa dmj v'mj P;-k;9u o vk-Po g]aj 'ra fmtok;j v'w;0B o grnj vg-nj v,3p'da [rkdrN o{lkdq o ໂດຍ: ເກີດຂວັນໃຈ ມາລີຈັນສີ * ປະເທດມາເລເຊຍ ແມ່ນໜຶ່ງ ໃນບັນດາ 10 ປະເທດສະມາຊິກອາ ຊຽນໄດ້ເຂົ້າຮ່ວມໂຄງການຂໍ້ລິເລີ່ມ ໜຶ່ງແລວໜຶ່ເສັ້ນທາງ ແລະ ນອນໃນ ໂຄງການເຊື່ອມຕໍ່ເຊື່ອມຈອດເສັ້ນ ທາງລົດໄຟລາວ-ຈີນ,ໄທ, ມາເລ ເຊຍ ແລະ ເຊິ່ງຕະຫລອດໄລຍະ 10 ປີຜ່ານມາລັດຖະບານມາເລເຊຍ ບໍ່ ເບິ່ງໂຄງການຂໍ້ລິເລີ່ມໜຶ່ງແລວໜຶ່ງ ເສັ້ນທາງເປັນພຽງການສົ່ງເສີມຊຸກ ຍູ້ການພັດທະນາເສດຖະກິດ-ສັງ ຄົມເທົ່ານັ້ນຫາກຍັງຕ້ອງເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນພາກອຸດສາ ຫະກໍາທ່ອງທ່ຽວ ໂດຍຜ່ານແລກ ປ່ຽນວັດທະນະທໍາ, ການໄປມາຫາ ສູ່ກັນແລະຍົກລະດັບວຽກງານພາກ ອຸດສາຫະກໍາທ່ອງທ່ຽວລະຫວ່າງ ມາເລເຊຍ, ອາຊຽນ, ສປ ຈີນ, ພາກພື້ນ ແລະ ສາກົນອີກດ້ວຍ. ຕາມການລາຍງານຂອງສື່ຊາວ ຈາຍນາຟົສ ໄດ້ລາຍງານວ່າ: ທ່ານ ອັນວາອິບຣາຮີມ, ນາຍົກລັດຖະມົນ ຕີ ມາເລເຊຍ ກ່າວວ່າ: ນັບແຕ່ວັນທີ 1 ທັນວານີ້ ເປັນຕົ້ນໄປ, ມາເລເຊຍ ຈະປະຕິບັດມາດຕະການຍົກເວັ້ນວີ ຊາເຂົ້າເມືອງ ໄລຍະ 30 ວັນ ໃຫ້ກັບ ນັກທ່ອງທ່ຽວຈີນ ເພື່ອສ້າງບັນຍາ ກາດທີ່ດີ ແລະ ຍົກລະດັບການຮ່ວມ ມືທີ່ແຕກຕ່າງກັນໂດຍຕ່າງຝ່າຍຕ່າງ ມີຜົນປະໂຫຍດຮ່ວມກັນ. ການອະນຸມັດຍົກເວັ້ນວີຊາຄັ້ງນີ້ ຈະເຮັດໃຫ້ນັກທ່ອງທ່ຽວຈີນ, ອາ ຣັບບີ ຊາອຸດິດ ແລະ ຕູຣາ ເຄຍຈະ ເດີນທາງເຂົ້າມາຢ້ຽມຢາມປະເທດ ເວລາສາມສິບວັນຂອງນັກທ່ອງ ທ່ຽວຈີນ ໄປຍັງປະເທດມາເລເຊຍ ສັນຍານທີ່ດີຈະຊຸກຍູ້ພາກອຸດສາຫະ ກໍາທ່ອງທ່ຽວມາເລເຊຍທີ່ໄດ້ຮັບ ຜົນກະທົບຈາກພະຍາດໂຄວິດໃນ ອະດີດຜ່ານມາຄ່ອຍໆຟື້ນ ຕົວດີຂຶ້ນ ແລະ ກ້າວໄປຫາເຮັດໃຫ້ເສດຖະກິດ ເຂັ້ມແຂງເປັນກ້າວໆ. ແນວໃດກໍດີ ການເຄື່ອນໄຫວດັ່ງ ກ່າວມີຂຶ້ນພຽງແຕ່ບໍ່ເທົ່າໃດມື້ຫລັງ ຈາກ ສປ ຈີນ ໄດ້ເພີ່ມປະເທດມາເລ ເຊຍເຂົ້າໃນບັນຊີລາຍຊື່ການເດີນ ທາງແບບບໍ່ມີວີຊາໃນການທົດລອງ ໜຶ່ງປີ. ສະນັ້ນ ຊາວມາເລເຊຍ ທີ່ຈະ ໄປຈີນ ສາມາດຢູ່ໄດ້ 15 ວັນ ໂດຍ ບໍ່ມີວີຊາ, ໃນຂະນະທີ່ນັກທ່ອງທ່ຽວ ຈີນ ຈະມີເວລາເດີນທາງຢູ່ມາເລ ເຊຍ ເປັນສອງເທົ່າ. ໃນປີ 2019 ຜ່ານມາ, ມີນັກ ທ່ອງທ່ຽວຈີນ ໄປທ່ຽວມາເລເຊຍ ຫລາຍກວ່າ 3,1 ລ້ານເທື່ອຄົນ, ເຊິ່ງເປັນກຸ່ມນັກທ່ອງທ່ຽວລາຍ ໃຫຍ່ເປັນອັນດັບ 3 ຮອງຈາກສິງ ກະໂປ ແລະ ອິນໂດເນເຊຍ ທີ່ເດີນ ທາງເຂົ້າມາຢ້ຽມຢາມປະເທດມາ ເລເຊຍ. ທ່ານຈອນກົງ(JohnGong), ຜູ້ຊ່ຽວຊານຂອງເວທີປາໄສຈີນ ແລະ ອາຈານຂອງມະຫາວິທະຍາໄລ ທຸລະກິດສາກົນ ແລະ ເສດຖະກິດ ສາກົນຂອງຈີນກ່າວວ່າ “ ການຍົກ ເວັ້ນວີຊາລະຫວ່າງກັນມັນຈະປະ ກອບສ່ວນຫລາຍເຂົ້າໃນເດີນທາງ ໄປມາເພື່ອເຮັດໃຫ້ມີຄວາມສະດວກ ສະບາຍ, ຫລຸດຜ່ອນລາຍຈາຍ, ຫລຸດຜ່ອນເວລາທີ່ຫຍຸ້ງຍາກສັບ ສົນລວມທັງຈະເຮັດໃຫ້ປະຊາຊົນ ໃນມາເລເຊຍ ທີ່ຈະໄປຢ້ຽມຢາມ ປະເທດຈີນ ງ່າຍຂຶ້ນ. ພາກອຸດສາຫະກໍາການທ່ອງ ທ່ຽວແມ່ນການປະກອບສ່ວນສຳ ຄັນເຂົ້າໃນລາຍຮັບຂອງຊາດ, ໂດຍ ຂະແໜງການ ແລະ ອຸດສາຫະກຳທີ່ ກ່ຽວຂ້ອງດຶງດູດ 251,5 ຕື້ລິງກິດ (53,7 ຕື້ໂດລາສະຫະລັດ) ຫລື 14% ຂອງຍອດຜະລິດຕະພັນລວມ ແຫ່ງຊາດ ຂອງມາເລເຊຍ ໃນປີ 2022, ຕາມຂໍ້ມູນຈາກກົມສະຖິຕິ. ປະເທດມາເລເຊຍແມ່ນໜຶ່ງໃນ ບັນດາປະເທດທີ່ຮັບຮອງເອົາຂໍ້ລິ ເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ເຊິ່ງເຫັນວ່າມັນຈະປະກອບສ່ວນ ສໍາຄັນເຂົ້າໃນການພັດທະນາ ເສດ ຖະກິດ-ສັງຄົມ, ຫລຸດຜ່ອນຄວາມ ແຕກໂຕນຂອງປະຊາຊົນ, ສ້າງກາ ລະໂອກາດດີໆລະຫວ່າງປະເທດ ແລະ ຍັງສ້າງວຽກເຮັດງານທໍາ ທີ່ ຍືນຍົງ. ມາເລເຊຍໄດ້ຢ່າງສະດວກສະບາຍ ບໍ່ເກີນ 30 ວັນ. ການເດີນທາງທີ່ບໍ່ມີວີຊາເປັນ * ສຽງສະທ້ອນທີ່ເປັນຜົນບວກ ຈາກຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນ ທາງ” ຕະຫລອດໄລຍະ 10 ປີຜ່ານ ມານັ້ນໄດ້ດັງກ້ອງ ແລະ ເກີດດອກ ອອກຜົນຈັບບາຍໄດ້ຢ່າງເປັນຮູບ ປະທໍາ ດັ່ງຕົວຢ່າງໜຶ່ງທີ່ຫລາຍ ທ່ານເຫັນ ແລະ ຮັບຮູ້ພວມກາຍເປັນ ຕົວແບບທີ່ດີຈາກໂຄງການລົດໄຟ ລາວ-ຈີນ ໂດຍການຮ່ວມມືລະຫວ່າງ ສອງພັກ-ສອງລັດລາວ-ຈີນ ພາຍ ໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ເຊິ່ງໄດ້ໃຫ້ບັນດາຊາດອາຊຽນຕ່າງ ກໍໄດ້ແນມເຫັນກາລະໂອກາດ ແລະ ຄວາມສໍາຄັນຢ່າງໃຈຈົດໃຈຈໍ່ເພື່ອ ຮັບປະກັບເຮັດໃຫ້ການເຊື່ອມໂຍງ ເຊື່ອມຈອດດ້ານການຄ້າ, ການລົງ ທຶນ, ການຄົມມະນາຄົມ ແລະ ການ ໄປມາຫາສູ່ກັນມີຄວາມສະດວກ ສະບາຍ, ທັງຫລຸດຜ່ອນຄວາມແຕກ ໂຕນກັນດ້ານການພັດທະນາ ແລະ ຄວາມທຸກຍາກໃນອະນາຄົດ. ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນ ທາງ” ເປັນແມ່ນຂອງບຸກຄົນ ຫລື ນິຕິບຸກຄົນໃດໜຶ່ງ ແຕ່ຫາກແມ່ນຜະ ລິດຕະພັນສາທາລະນະທົ່ວໂລກທີ່ ຈີນສະໜອງໃຫ້ແກ່ປະຊາຄົມໂລກ. ປັດຈຸບັນນີ້ ໃນທົ່ວໂລກມີ 150 ປະ ເທດ ແລະບັນດາອົງການຈັດຕັ້ງສາ ກົນກ່ຽວຂ້ອງໄດ້ຮ່ວມມືກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊິ່ງນັ້ນ ສະແດງໃຫ້ເຫັນວ່າປະຊາຄົມໂລກ ໃຫ້ການສະໜັບສະໜູນ ແລະ ມີ ຄວາມໝັ້ນໃຈຕໍ່ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ດ້ວຍການເຮັດຕົວ ຈິງ ແລະ ເກີດດອກອອກຜົນຕົວຈິງ. ປະເທດລາວແມ່ນປະເທດໜຶ່ງ ໃນ 10 ປະເທດສະມາຊິກອາຊຽນ ທີ່ບໍ່ມີທາງອອກສູ່ທະເລ, ດ້ວຍເຫດ ທີ່ວ່ານັ້ນປະເທດລາວຈິ່ງໄດ້ກຳນົດ ຍຸດທະສາດການຫັນປະເທດທີ່ບໍ່ມີ ທາງອອກສູ່ທະເລເປັນປະເທດເຊື່ອມ ໂຍງເຊື່ອມຈອດ” ແມ່ນຍຸດທະສາດ ການພັດທະນາ ຂອງພັກ-ລັດຖະ ບານ ແລະ ຍັງປາຖະໜາ ແລະ ຄວາມໃຝ່ຝັນຂອງປະຊາຊົນລາວ ບັນດາເຜົ່າຢາກໃຊ້ບໍລິການລະບົບ ຄົມມະນາຄົມທີ່ວ່ອງໄວ, ປະຢັດເວ ລາ, ປະຢັດເງິນ, ຄ່າຂົນສົ່ງຖືກ, ມີ ຄວາມປອດໄພສູງ, ມີຄວາມສະ ຫງົບ ແລະ ເປັນລະບຽບຮຽບຮ້ອຍ. ຫລ້າສຸດ ໃນວັນທີ 27 ພະຈິກ ການຈັດສໍາມະນາໃນຄັ້ງນີ້ແມ່ນ ເພື່ອສົ່ງເສີມການຮ່ວມມືໃນວຽກ ງານການເຊື່ອມໂຍງ-ເຊື່ອມຈອດ ແລະຜັນຂະຫຍາຍຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ກໍຄືແຜນແມ່ບົດວ່າ ດ້ວຍການເຊື່ອມຈອດອາຊຽນ 2025 ໃຫ້ມີປະສິດທິຜົນຫລາຍຂຶ້ນ ກວ່າເກົ່າ ແລະ ພ້ອມທັງເປັນການ ຈັດຕັ້ງປະຕິບັດພາລະບົດບາດກໍຄື ບັນດາກິດຈະກໍາຂອງສູນ ອາຊຽນຈີນ ໃນການສົ່ງເສີມການຮ່ວມມືທາງ ດ້ານການຄ້າ, ການລົງທຶນ, ການສຶກ ສາ, ວັດທະນະທຳ ແລະ ການທ່ອງ ທ່ຽວລະຫວ່າງອາຊຽນ ແລະ ຈີນ ລວມທັງສປປລາວ ໃຫ້ນັບມື້ນັບຂະ ຫຍາຍໂຕ ແລະ ມີໝາກຜົນຕົວຈິງ. ທ່ານ ຮອງນາຍົກລັດຖະມົນຕີ ໄດ້ກ່າວວ່າ: ສຳລັບ ສປປ ລາວ, ການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງ ແລວ ໜຶ່ງເສັ້ນທາງ ໂດຍສະເພາະ ໂຄງການທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນໃນປະເທດ ແລະ ໂຄງການແລວເສດຖະກິດ ອື່ນໆ ໄດ້ປະກອບສ່ວນໂດຍກົງໃຫ້ ແກ່ ສປປ ລາວ ໃນການ “ຫັນປະ ເທດທີ່ບໍ່ມີຊາຍແດນຕິດຈອດທະເລ ໄປສູ່ປະເທດເຊື່ອມໂຍງ-ເຊື່ອມ ຈອດພາກພື້ນ” ຢ່າງເປັນຮູບປະທຳ ແລະ ຈະສືບຕໍ່ຈັດຕັ້ງປະຕິບັດຂໍ້ລິ ເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ແລະ ແຜນແມ່ບົດ ວ່າດ້ວຍການເຊື່ອມ ຈອດອາຊຽນ 2025 (MPAC 2025) ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ. ການຈັດກິດຈະກໍາຂອງສູນອາ ຊຽນ-ຈີນ ຢູ່ ສປປ ລາວ ໃນຄັ້ງນີ້ ພາຍໃຕ້ຫົວຂໍ້: “ເພີ່ມທະວີການ ເຊື່ອມຈອດແລະ ແບ່ງປັນຄວາມຈະ ເລີນກ້າວໜ້າ: ຜົນສໍາເລັດ ແລະ ທ່າ ແຮງຂອງການເຊື່ອມສານຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ(BRI)ແລະ ແຜນແມ່ບົດວ່າດ້ວຍການເຊື່ອມ ຈອດອາຊຽນ 2025” ແມ່ນ ສອດ ຄ່ອງກັບຄໍາຂວັນການເປັນປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ຄື: ເພີ່ມທະວີການເຊື່ອມຈອດ ແລະ ຄວມເຂັ້ມແຂງອາຊຽນ (ASEAN: Enhancing Connectivity and Resilience)”. ແນວໃດກໍດີ ກະຊວງຖະແຫລງ ຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ຫາກໍໄດ້ປະກາດເປີດປີທ່ອງທ່ຽວ ຢ່າງເປັນທາງການ 2 ວັນຜ່ານມາ ນີ້ໂດຍຕັ້ງວາງເປົ້າໝາຍໄວ້ວ່າປີ 2023 ຈະມີນັກທ່ອງທ່ຽວເຂົ້າມາ ຢ້ຽມຢາມ 2 ລ້ານກວ່າຄົນ ໃນນັ້ນ ຈະມີນັກທ່ອງທ່ຽວຈາກ ສປ ຈີນ ບໍ່ຫລຸດ3ແສນຄົນ,ຄາດວ່າປີ2024 ຈະສູ້ຊົນດຶງດູດນັກທ່ອງທ່ຽວໃຫ້ ເຂົ້າມາຢ້ຽມຢາມໃຫ້ໄດ້ 3 ລ້ານ ກວ່າຄົນ. 2023, ທ່ານ ສະເຫລີມໄຊ ກົມມະ ສິດ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະ ເທດ ໄດ້ເຂົ້າຮ່ວມພິທີເປິດກອງປະ ຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ເພີ່ມ ທະວີການເຊື່ອມຈອດແລະແບ່ງປັນ ຄວາມຈະເລີນກ້າວໜ້າ: ຜົນສໍາເລັດ ແລະ ທ່າແຮງຂອງການເຊື່ອມສານ ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງແລະ ແຜນແມ່ບົດວ່າດ້ວຍການເຊື່ອມ ຈອດອາຊຽນ2025” ແລະ ບັນດາ ກິດຈະກໍາຕ່າງໆ ຈັດໂດຍສູນອາ ຊຽນ-ຈີນ ທີ່ນະຄອນຫລວງວຽງ ຈັນ, ໂດຍເຂົ້າຮ່ວມພິທິເປີດດັ່ງກ່າວ ມີ ທ່ານ ນາງ ເສີນ ເຢເຢ, ຮອງປະ ທານສະພາປະຊາຊົນທີ່ປຶກສາການ ເມືອງ ສປ ຈີນ, ບັນດາທ່ານລັດຖະ ມົນຕີ, ຮອງລັດຖະມົນຕີຈາກປະເທດ ສະມາຊິກອາຊຽນ, ທ່ານ ສື ຈົງຈຸນ, ເລຂາທິການໃຫຍ່ສູນອາຊຽນ- ຈີນ, ພ້ອມດ້ວຍບັນດາແຂກຈາກສະ ຖານທູດປະເທດສະມາຊິກ ອາຊຽນ ທີ່ ສປປ ລາວ ແລະ ພາກທຸລະກິດ ຈາກ ສປປ ລາວ ແລະ ສປ ຈີນ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==