5760

g8a d3o3]-u fu 9y 8vo -j ;p.sh glf4tdy f 16 j -q oot[q fc0;'16 ooko 0tspkp8q ;[+ 15 f1A ' gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** 01/12/2023 Iv']a f4t,q o8u dt-;'dko8j k'xtgmf 8y f8k,37'dko0q ;,y f8trk[ ]k;{wm csj 'mu 5 ]tob d;a olkdq o15 f8y dko.-h 7;k,I5 ocI'8+ c,j py ' 25 rt9y d ຂປລ. ປັດຈຸບັນ, ສປ ຈີນ ກໍາ ລັງຍູ້ແຮງການຈັດຕັ້ງປະຕິບັດ ກໍ່ ສ້າງພື້ນຖານໂຄງລ່າງດີຈິຕອນໃນ ເຂດຊົນນະບົດ ໂດຍສະເພາະການ ກໍ່ສ້າງໃນແຂວງຢູນນານ ໃນຮູບ ແບບດີຈິຕອນໄດ້ຮັບຜົນສຳເລັດ ຢ່າງເພິງພໍ່ໃຈ ເຊິ່ງພື້ນຖານໂຄງ ລ່າງດີຈິຕອນ ໄດ້ເຮັດໃຫ້ບັນດາບ້ານ ຕ່າງໆ ໄດ້ເຊື່ອມໂຍງເຂົ້າກັນ ແລະ ນຳເອົາໂອກາດການພັດທະນາອັນ ໃໝ່ ເພື່ອຟື້ນຟູຊົນນະບົດ. ສະນັ້ນ, ເຕັກໂນໂລຊີດີຈິຕອນ ໄດ້ມີບົດບາດ ສຳຄັນໃນການຊຸກຍູ້ການຂະຫຍາຍ ຕົວຂອງເສດຖະກິດ. ອີງຕາມການ ຄົ້ນຄວ້າຂອງສະຫະພາບໂທລະ ຄົມມະນາຄົມສາກົນ ໃຫ້ຮູ້ວ່າເມື່ອ ເຄືອຂ່າຍບຣອດແບນແບບເຄື່ອນ ທີ່ໄດ້ເພີ່ມຂຶ້ນ10%ຈະຊຸກຍູ້ໃຫ້ຍອດ ລວມຜະລິດຕະພັນພາຍໃນ ຫລື GDP ແບບສະເລ່ຍໃສ່ຫົວຄົນເພີ່ມ ຂຶ້ນ 1,5%. ທ່ານ ເຫລີຍເຫລີຍ (Lei Lei) ຫົວໜ້າພະແນກດຳເນີນການ ແລະ ທຸລະກິດຂອງບໍລິສັດຫົວເຫວີຍ ສາ ຂາຢູນນານ ໄດ້ກ່າວໃນກອງປະຊຸມ ພົບປະກັບສື່ມວນຊົນ ໃນວັນທີ 21 ພະຈິກ2023ວ່າ: ບໍລິສັດຫົວເຫວີຍ ຮ່ວມກັບຜູ້ໃຫ້ບໍລິການດ້ານໂທລະ ຄົມມະນາຄົມໃນທ້ອງຖິ່ນ ເພື່ອປະ ດິດສ້າງແລະນຳໃຊ້ເຕັກໂນໂລຊີອັນ ໃໝ່ ເປັນຕົ້ນແມ່ນເຕັກໂນໂລຊີການ ແຍກໂຊນສື່ສານແລະເຄື່ອງກະຈາຍ ແລະ ແຜນງານກໍ່ສ້າງເຄືອຂ່າຍ ໃນຊົນນະບົດແບບ RuralStar, ເຮັດໃຫ້ສັນຍານອິນເຕີເນັດໄດ້ປົກ ຄຸມບັນດາບ້ານ ເພີ່ມອັດຕາການປົກ ຄຸມອິນເຕີເນັດໃນຊົນນະບົດ ແລະ ເປັນການປະຕິບັດພັນທະໃນສັງ ຄົມ. ນອກຈາກນີ້,ກໍເພື່ອຕັ້ງໜ້າຊຸກຍູ້ ເຕັກໂນໂລຊີ ເຂົ້າໃນບັນດາຂົງເຂດທີ່ ສຳຄັນເຊັ່ນ: ຂະແໜງກະສິກຳ ແລະ ການທ່ອງທ່ຽວ ເຊິ່ງເປັນສອງຂະ ແໜງການທີ່ພົ້ນເດັ່ນ ແລະ ມີທ່າ ແຮງຂອງແຂວງຢູນນານ, ເຕັກໂນ ໂລຊີທີ່ທັນສະໄໝດັ່ງກ່າວ ໄດ້ເຮັດ ໃຫ້ການພັດທະນາໃນສອງຂະແໜງ ການດັ່ງກ່າວເກີດການປ່ຽນແປງ ອັນໃຫຍ່ຫລວງ. ໃນໂອກາດດຽວກັນ, ທ່ານ ສາງ ຈ້າຍເຟີຍ (Chang Zaifei) ຮອງຫົວໜ້າຫ້ອງການວັດທະນະ ທຳ ແລະ ທ່ອງທ່ຽວນະຄອນເຖິງ ຊົ່ງ ໃຫ້ຮູ້ວ່າ: ຂະແໜງການທ່ອງ ທ່ຽວຂອງ ນະຄອນເຖິງຊົ່ງເປັນຂະ ແໜງການທີ່ມີທ່າແຮງເຊິ່ງໃນລະ ຫວ່າງເດືອນ 1-9 ປີ 2023, ທົ່ວ ນະຄອນເຖິງຊົ່ງ ມີນັກທ່ອງທ່ຽວ ເຂົ້າມາທ່ຽວທັງໝົດ13.370.000 ເທື່ອຄົນ, ສ້າງລາຍຮັບໄດ້ 17.100 ລ້ານຢວນ, ທຽບໃສ່ໄລຍະດຽວກັນ ໄດ້ເພີ່ມຂຶ້ນ 22% ແລະ 38% ຕາມ ລຳດັບ. ການພັດທະນາຂອງຂະ ແໜງການທ່ອງທ່ຽວໄດ້ນຳມາເຊິ່ງ ໂອກາດໃໝ່ ໃນການພັດທະນາເສດ ຖະກິດ, ເຮັດໃຫ້ປະຊາຊົນທ້ອງຖິ່ນ ຈຳນວນ 4.000 ກວ່າຄົນ ມີລາຍ ຮັບເພີ່ມຂຶ້ນ. ການພັດທະນາຂະ ແໜງການທ່ອງທ່ຽວ ແມ່ນໄດ້ຕິດ ພັນຢ່າງແໜ້ນແຟ້ນກັບການກໍ່ສ້າງ ພື້ນຖານໂຄງລ່າງດີຈິຕອນ. ພວກ ເຮົາເຊື່ອໝັ້ນວ່າ ເຕັກໂນໂລຊີດີຈິ ຕອນ ຈະຊ່ວຍໃຫ້ຂະແໜງການວັດ ທະນະທຳ ແລະ ທ່ອງທ່ຽວຂອງນະ ຄອນເຖິງຊົ່ງ ເຕີບໃຫຍ່ຂະຫຍາຍ ຕົວຢ່າງວ່ອງໄວ, ພວກເຮົາຈະສືບ ຕໍ່ຍົກລະດັບການທ່ອງທ່ຽວແບບ ອັດສະລິຍະ ເພື່ອມອບປະສົບການ ທີ່ດີດ້ານການທ່ອງທ່ຽວແບບເຊື່ອມ ຕໍ່ກັບດີຈິຕອນ ໃຫ້ແກ່ນັກທ່ອງທ່ຽວ ທັງຫລາຍ ແລະ ສ້າງກຳລັງຂັບ ເຄືື່ອນອັນໃໝ່ ເພື່ອຊຸກຍູ້ການ ພັດທະ ນາຂະແໜງການວັດທະນະທຳ ແລະ ທ່ອງທ່ຽວຂອງນະຄອນເຖິງຊົ່ງ. ຂະນະທີ່, ທ່ານ ນາງ ຊູ ຢຸ້ຍຜີງ (Su Ruiping) ຫົວໜ້າຂະແໜງ ພັດທະນາການສື່ສານ ແລະ ຂໍ້ມູນ ຂ່າວສານຫ້ອງການຄຸ້ມຄອງການ ສື່ສານ ແຂວງຢູນນານ ເຜີຍໃຫ້ຮູ້ ກ່ຽວກັບຈຸດສຸມ ແລະ ວິໄສທັດໃນ ການພັດທະນາຊົນນະບົດແບບດີ ຈິຕອນ, ເຕັກໂນໂລຊີຕ່າງໆ ເປັນຕົ້ນ ແມ່ນ “5G, ຄລາວ, ປັນຍາປະດິດ ຫລື AI ແມ່ນທິດທາງໃນການຍົກ ລະດັບຄຸນນະພາບຂອງພື້ນຖານ ໂຄງລ່າງດີຈິຕອນ ໃນຊົນນະບົດ. ໃນອະນາຄົດແຂວງຢູນນານ ຈະ ສຸມໃສ່ໃນການຍົກລະດັບພື້ນຖານ ໂຄງລ່າງດີຈິຕອນ ໃນຊົນນະບົດເຮັດ ໃຫ້ຄວາມແຕກໂຕນກັນດ້ານດີຈິ ຕອນລະຫວ່າງຕົວເມືອງ ແລະຊົນ ນະບົດໃຫ້ໜ້ອຍລົງ, ສືບຕໍ່ຊຸກຍູ້ ການກໍ່ສ້າງທົ່ວແຂວງ ໃຫ້ຫັນເປັນ ດີຈິຕອນ ອັນໄດ້ກວມເອົາບ້ານຊິ່ນ ຈ້າຍ ແລະ ນະຄອນປາວຊານ; ນຳ ໃຊ້ດີຈິຕອນ ແລະ ເຕັກນິກອັດສະລິ ຍະ ເພື່ອໜູນຊ່ວຍໃຫ້ກະສິກຳ,ອຸດ ສາຫະກຳແລະການບໍລິການໃນຊົນ ນະບົດໄດ້ພັດທະນາແບບປະສົມ ປະສານກັນ, ປັບປຸງການບໍລິການ ສາທາລະນະ ໃນຂັ້ນພື້ນຖານຂອງ ຊົນນະບົດ ໃຫ້ສົມບູນຂຶ້ນ, ຍົກລະ ດັບການບໍລິຫານ ແລະ ປົວແປງຊົນ ນະບົດ ເພື່ອນຳເອົາບົດຮຽນຂອງ ແຂວງຢູນນານ ປະກອບສ່ວນເຂົ້າ ໃນການກໍ່ສ້າງປະເທດຈີນ ໃຫ້ຫັນ ເປັນປະເທດດີຈິຕອນ, ລວມໄປ ເຖິງການຫັນເປັນດີຈິຕອນ ຂອງ ທົ່ວໂລກ. ຂ່າວ-ພາບ: ກິດຕາ ນັກຮົບເກົ່າ ປະກອບສ່ວນ... ຂປລ. ໃນວັນທີ 29 ພະຈິກ 2023, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນ ຕີກະຊວງການຕ່າງ ປະເທດລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມກວດກາ ແລະ ຊຸກຍູ້ໂຄງ ການກໍ່ສ້າງຂົວມິດຕະພາບ ລາວໄທແຫ່ງທີ5 (ບໍລິຄໍາໄຊ-ບຶງການ) ໂດຍມີພາກສ່ວນທີ່ກ່ຽວຂ້ອງຈາກ ກະຊວງໂຍທາທິການ ແລະ ຂົນ ສົ່ງ, ແຂວງບໍລິຄໍາໄຊ ແລະ ຜູ້ຮັບຜິດ ຊອບໂຄງການ ໃຫ້ການຕ້ອນຮັບ. ໂອກາດດັ່ງກ່າວ, ທ່ານວັດທະ ພວກເຮົາຈະມີອາຍຸສູງ, ສຸຂະພາບ ບໍ່ແຮງແຮງຄືແຕ່ກ່ອນ, ພັກຜ່ອນ ຮັບບໍານານ, ບໍາເນັດແຕ່ກໍຍັງຕັ້ງ ໜ້າປະກອບສ່ວນເຂົ້າໃນພາລະກິດ ນາພັນດານຸວົງ ຮອງຫົວໜ້າໂຄງ ການກໍ່ສ້າງຂົວມິດຕະພາບ ລາວໄທ ແຫ່ງທີ 5 ລາຍງານໃຫ້ຮູ້ກ່ຽວ ກັບຄວາມຄືບໜ້າ ການຈັດປະຕິບັດ ໂຄງການດັ່ງກ່າວ, ພາຍຫລັງທີ່ ການນຳຂັ້ນສູງຂອງສອງປະເທດ ລາວ-ໄທ ໄດ້ເປັນປະທານຮ່ວມໃນ ພິທີວາງສີລາລຶກໂຄງການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ໃນວັນທີ 28 ຕຸລາ 2022 ຜ່ານມາ, ບັນດາໜ້າວຽກຕ່າງໆ ເປັນຕົ້ນ ວຽກງານການກໍ່ສ້າງພື້ນ ຖານໂຄງລ່າງ, ເສັ້ນທາງ, ສິ່ງອໍາ ນວຍຄວາມສະດວກ ແລະ ຕຶກອາ ຄານບໍລິຫານແມ່ນສາມາດປະຕິ ບັດໄດ້ຕາມແຜນ ແລະ ມີຜົນສໍາເລັດ ຕາມຄາດໝາຍກວມເອົາ 93%, ສໍາລັບບັນດາໜ້າວຽກກໍ່ສ້າງຂົວ ໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ 69% ໂດຍລວມແລ້ວເຫັນວ່າທັງ ສອງໜ້າວຽກດັ່ງກ່າວ ສາມາດຈັດ ຕັ້ງປະຕິບັດສໍາເລັດ 81%. ພາຍຫລັງທີ່ໄດ້ຮັບຟັງຄວາມ ຄືບໜ້າການຈັດຕັ້ງປະຕິບັດໂຄງ ການລວມທັງບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ແຜນການດຳເນີນໂຄງ ການ ແລະ ວຽກຈຸດສຸມທີ່ຈະຕ້ອງ ໄດ້ເອົາໃຈໃສ່ໃນຕໍ່ໜ້າ, ທ່ານ ໂພໄຊ ໄຂຄຳພິທູນ ໄດ້ສະແດງຄວາມຊົມ ເຊີຍຕໍ່ພາກສ່ວນກ່ຽວຂ້ອງທີ່ໄດ້ ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການ ກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ນີ້, ດ້ວຍຄວາມຮັບຜິດ ຊອບສູງ. ພ້ອມນີ້, ກໍສະເໜີໃຫ້ຄະ ນະຮັບຜິດຊອບໂຄງການ ແລະ ພາກ ສ່ວນທີ່ກ່ຽວຂ້ອງຕ່າງໆ ຈົ່ງສືບຕໍ່ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ ໃຫ້ສຳເລັດຕາມຄາດໝາຍທີ່ໄດ້ ກຳນົດໄວ້ ໂດຍສະເພາະແມ່ນການ ກະກຽມຄວາມພ້ອມດ້ານຕ່າງໆ. ສໍາລັບພິທີເທເບຕົງເຊື່ອມຈອດຈຸດ ໃຈກາງຂອງຂົວ ໃນຕົ້ນປີ 2024 ແລະ ພິທີເປີດນຳໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ຢ່າງເປັນທາງ ການໃນທ້າຍປີ 2024 ໂດຍຈະມີ ບັນດາການນຳຂັ້ນສູງຂອງສອງ ປະເທດ ລາວ-ໄທ ເຂົ້າຮ່ວມເປັນ ສັກຂີພິຍານໃນພິທີດັ່ງກ່າວ. ພ້ອມກັນນີ້, ທ່ານຮອງລັດຖະ ມົນຕີ ຍັງໄດ້ຢໍ້າເຖິງຄວາມໝາຍ ຄວາມສໍາຄັນຂອງໂຄງການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ນີ້ ຈະເປັນການຕອບສະໜອງຕໍ່ນະ ໂຍບາຍຂອງສປປລາວໃນການຫັນ ປະເທດຈາກປະເທດບໍ່ມີຊາຍແດນຕິ ດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດທາງດ້ານຄົມມະນາຄົມ ທັງເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຖານບ້ານ ໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນ ນານ ກໍຄື ການເປັນຄູ່ຮ່ວມຍຸດທະ ສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງລະ ຫວ່າງ ສອງຊາດ ລາວ ແລະ ໄທ. ຂ່າວ-ພາບ: ກຕທ ປົກປັກຮັກສາ ແລະ ພັດທະນາປະ ເທດຊາດຢ່າງບໍ່ຢຸດຢັ້ງ ເປັນຕົ້ນ ການປະກອບຄຳຄິດຄຳເຫັນ, ຖ່າຍ ທອດປະສົບການໃນການພັດທະ ນາເສດຖະກິດ-ສັງຄົມຂອງບ້ານ ເມືອງ, ບາງສະຫາຍຍັງເປັນແນວ ໂຮມ, ເປັນນາຍບ້ານ, ເປັນຄະນະ ພັກບ້ານຊີ້ນຳວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນ, ຊ່ວຍເຫລືອເບິ່ງແຍງກັນ ໃນເວລາພົບຄວາມຫຍຸ້ງຍາກ ແລະ ເຈັບເປັນ ເພື່ອແບ່ງເບົາການແບກ ຫາບຂອງພັກ-ລັດ, ນັ້ນສະແດງ ເຖິງຄຸນງາມຄວາມດີ ແລະ ມູນເຊື້ອ ອັນດີງາມຂອງນັກຮົບເກົ່າປະຕິວັດ ໃນໄລຍະໃໝ່. ທ່ານພົຈວ.ຄຳຫອມແສງບົວລົມ ຍັງໃຫ້ຮູ້ອີກວ່າ: ສະຫະພັນນັກ ຮົບ ເກົ່າແຫ່ງຊາດລາວໄດ້ເອົາໃຈໃສ່ ຕັ້ງໜ້າເສີມຂະຫຍາຍມູນເຊື້ອຮັກ ຊາດ ການຕໍ່ສູ້ພິລະອາດຫານ, ເຕົ້າ ໂຮມຄວາມສາມັກຄີຂອງນັກຮົບ ເກົ່າໄດ້ເປັນຢ່າງດີ ໂດຍຫັນລົງຮາກ ຖານເກັບກໍາສະພາບການເມືອງແນວຄິດ, ຄວາມມຸ່ງມາດປາຖະໜາ ຂອງຖັນແຖວນັກຮົບເກົ່າ, ຂົນຂວາຍ ດຶງດູດເອົານັກຮົບເກົ່າເຂົ້າການຈັດ ຕັ້ງເຄື່ອນໄຫວຮ່ວມຊີວິດ ແລະ ແລກ ປ່ຽນຄໍາຄິດຄໍາເຫັນທີ່ດີນໍາກັນ, ຈັດ ຕັ້ງເຜີຍແຜ່ແນວທາງນະໂຍບາຍ ຂອງພັກ, ກົດໝາຍຂອງລັດ, ມະຕິ ສຳຄັນຕ່າງໆ ກໍຄື ມະຕິກອງປະຊຸມ ໃຫຍ່ຜູ້ແທນນັກຮົບເກົ່າລາວທົ່ວປະ ເທດ ຄັ້ງທີ IV. ພ້ອມນີ້, ຍັງໄດ້ເອົາ ໃຈໃສ່ເສີມຂະຫຍາຍວຽກງານພົວ ພັນຮ່ວມມືກັບຕ່າງປະເທດ ແລະ ສາກົນ. ໃນນັ້ນ, ໄດ້ມີການພົວພັນ, ຮ່ວມມືກັບສະມາຄົມນັກຮົບເກົ່າ ຕ່າງປະເທດ, ພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນການຮ່ວມມືຊ່ວຍ ເຫລືອເຊິ່ງກັນ ແລະ ກັນແບບພິເສດ ຮອບດ້ານກັບສະມາຄົມນັກຮົບເກົ່າ ຫວຽດນາມ, ພົວພັນຮ່ວມມືສອງ ຝ່າຍກັບສະມາຄົມນັກຮົບເກົ່າຣາ ຊະອານາຈັກກຳປູເຈຍ, ນັກຮົບເກົ່າ ຈີນ ແລະ ອື່ນໆ. ທ່ານພົຈວ ຄຳຫອມ ແສງບົວລົມ ໄດ້ກ່າວອີກວ່າ: ປະຊາຊົນບັນດາ ເຜົ່າ ພາຍໃຕ້ການນຳພາຂອງພັກປະ ຊາຊົນ ປະຕິວັດລາວ ໄດ້ສາມັກຕີກັນ ຕໍ່ສູ້ຢ່າງພິລະອາດຫານຕ້ານການ ຮຸກຮານ ແລະ ການຄອບຄອງຂອງ ພວກຈັກກະພັດລ່າເມືອງຂຶ້ນທັງ ແບບເກົ່າ ແລະ ໃໝ່ສາມາດປົດປ່ອຍ ປະເທດຊາດຢ່າງມີໄຊ, ສະຖາປະ ນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າ ເຜີຍ ໃນວັນທີ 2 ທັນວາ 1975. ວັນຊາດທີ 2 ທັນວາ ແມ່ນວັນທີ່ມີ ຄວາມໝາຍຄວາມສຳຄັນສຳລັບ ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນ ລາວທັງຊາດ ມັນແມ່ນວັນແຫ່ງ ໄຊຊະນະອັນຍິ່ງໃຫຍ່ໃນປະຫວັດ ສາດແຫ່ງການຕໍ່ສູ້ເປັນພັນໆປີຂອງ ຊາດລາວເຮົາ, ແມ່ນວັນທີ່ປະຊາ ຊົນລາວບັນດາເຜົ່າໄດ້ມີອິດສາລະ ພາບ ແລະ ໄດ້ເປັນເຈົ້າຂອງປະເທດ ຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດ ລາວ ໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະ ເທົ່າທຽມກັບປະເທດອື່ນໆ ໃນເວທີ ປະຊາຄົມໂລກໄດ້ຮັບຮູ້. ຂ່າວ-ພາບ: ທະນູທອງ ຂປລ. ພະແນກສະຫະພັນແມ່ຍິງ ຫ້ອງການເມືອງ ໂຮງຮຽນວັດທະ ນະທຳຊົນເຜົ່າກອງທັບ ຈັດພິທີລະ ນຶກ ວັນສາກົນຢຸດຕິການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2023, ໃນວັນທີ 29 ພະຈິກ 2023 ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ສະແຫວງ ແດນນາມົນ ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ, ມີ ສະຫາຍ ພັນເອກ ນາງ ຄໍາມີ ບົດນາລີ ຄະນະປະຈຳພັກ, ຮອງການເມືອງ, ຫົວໜ້າຫ້ອງການ ເມືອງໂຮງຮຽນວັດທະນະທຳຊົນ ເຜົ່າກອງທັບ ພ້ອມດ້ວຍຄະນະຫ້ອງ 4 ຫ້ອງ 2 ກອງພັນ, ຫົວໜ້າພະແນກ ຊາວໜຸ່ມ ຕະຫລອດຮອດສະມາ ຊິກຊາວໜຸ່ມ ແລະ ສະຫະພັນແມ່ຍິງ ເຂົ້າຮ່ວມ. ສະຫາຍ ພັນເອກ ນາງ ຄໍາມີ ບົດນາລີ ໄດ້ຫວນຄືນປະຫວັດ ຄວາມເປັນມາຂອງວັນສາກົນ ເພື່ອ ຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ໂດຍໄດ້ຍົກໃຫ້ເຫັນເຖິງສາ ເຫດຕົ້ນຕໍ, ຮາກເຫງົ້າຄວາມຮຸນ ແຮງຕໍ່ແມ່ຍິງທີ່ມີຫລາຍຮູບການ ເປັນຕົ້ນ ທາງດ້ານຮ່າງກາຍ, ການ ທຸບຕີ, ການກັກຂັງ, ການທໍລະມານ ໃນຮູບການຕ່າງໆ, ຄວາມຮຸນແຮງ ທາງເພດ, ການຂົ່ມຂືນກະທໍາຊໍາ ເລົາ, ການເອົາລັດເອົາປຽບ ແລະ ການຂູດຮີດທາງດ້ານເສດຖະກິດ. ດັ່ງນັ້ນ, ວັນສາກົນຢຸດຕິຄວາມຕໍ່ ແມ່ຍິງ 25 ພະຈິກນີ້ ຈຶ່ງເປັນການ ປະຊາສໍາພັນ, ປຸກລະດົມການຢຸດຕິ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ເພື່ອ ເປັນການສະແດງອອກ ແລະ ຮຽກ ຮ້ອງໃຫ້ມີຄວາມສະເໝີພາບທາງ ເພດ, ເປັນການຕື່ນໃຫ້ຜູ້ທີ່ຖືກຄວາມ ຮຸນແຮງໃຫ້ຮັບຮູ້ ເຂົ້າໃຈໄດ້ລຸກຂຶ້ນ ປົກປ້ອງສິດຂອງຕົນເອງ ເພື່ອເປັນ ການຕໍ່ຕ້ານສະກັດກັ້ນບໍ່ໃຫ້ຕົກເປັນ ເຫຍື່ອຂອງຄວາມຮຸນແຮງອີກ. ພ້ອມນີ້, ສະຫາຍ ພັນຕີ ນາງ ມະໄລສອນ ວຽງເຮືອງທອງ ຫົວ ໜ້າພະແນກສະຫະພັນແມ່ຍິງ ກໍໄດ້ ຜ່ານແຜນພັດທະນາແມ່ຍິງໂຮງ ຮຽນວັດທະນະທຳຊົນເຜົ່າກອງ ທັບ 5 ປີ (2021-2025) ໂດຍອີງ ຕາມແຜນພັດທະນາແມ່ຍິງກອງ ທັບ 05 ປີ ຄັ້ງທີ VIII (20212025) 10 ແຜນງານ 65 ໂຄງ ການອີງຕາມສະພາບຈຸດພິເສດແລະ ເງື່ອນໄຂຕົວຈິງຂອງ ພະແນກສະ ຫະພັນແມ່ຍິງຫ້ອງການເມືອງໂຮງ ຮຽນວັດທະນະທຳຊົນເຜົ່າກອງ ທັບ. ສະນັ້ນ, ຈຶ່ງໃຫ້ຫັນມາເປັນ 10 ແຜນການ 42 ໂຄງການ. ໂອກາດດັ່ງກ່າວ, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ ບັນດາຄະນະພັກ-ຄະນະບັນຊາແຕ່ ລະຂັ້ນ ແລະ ບັນດາສະຫາຍໃນອົງ ການຈັດຕັ້ງມະຫາຊົນ ຈົ່ງພ້ອມກັນ ເອົາໃຈໃສ່ສືບຕໍ່ໂຄສະນາເຜີຍແຜ່ ແລະ ປູກຈິດສຳນຶກພະນັກງານນັກຮົບ ໃນທົ່ວກົມກອງໃຫ້ມີຄວາມ ຮັບຮູ້ ແລະ ເຂົ້າໃຈ ເພື່ອສ້າງຈິນຕະ ນາການໃໝ່ ທີ່ເຄົາລົບກຽດສັກສີ ການໃຫ້ກຽດເຊິ່ງ ກັນ ແລະ ກັນ ລະ ຫວ່າງຍິງ-ຊາຍ. ຂ່າວ: ໂອລິນ ມິ່ງມີໄຊ ນັກຂ່າວ ຮວຜທ

RkJQdWJsaXNoZXIy MTc3MTYxMQ==