5760

xtgmf]k; 3 01/12/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ໄໝຄຳຍ້ອມສິນ ໂດຍ: ຢາຕົ້ງ ໂດຍ: ສຸພາສະຫວັນ Ij ;,da oxq dxa dIa dlklyj 'c;f]h v, .o]tf6 c]h ' 1j k'gxa og9Q kdko ;a omu 2 ma o;k ;a oxts;a flkf0v'-kf * ໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 48 ປີ (2 ທັນວາ 1975-2 ທັນວາ 2023) ທ່ານ ໄຊທອງ ພົມພິທັກ ຜູ້ ອຳນວຍການໃຫ່ຍ ສະຖາບັນການ ເງິນຈຸນລະພາກ ທີ່ບໍ່ຮັບເງິນຝາກ ສີເມືອງເງິນດ່ວນຈຳກັດຜູ້ດຽວ ໄດ້ ມີສະແດງຄວາມຮູ້ສຶກຜ່ານສື່ມວນ ຊົນ ໃນວັນທີ 29 ພະຈິກ 2023 ນີ້ ວ່າ: ເປັນໜຶ່ງວັນປະຫວັດສາດທີ່ສຳ ຄັນຂອງຊາດລາວ ເຊິ່ງປະຊາຊົນ ລາວບັນດາເຜົ່າ ທຸກຖ້ວນໜ້າຕ່າງ ກໍຮັບຮູ້ ແລະ ຖືເປັນສຳຄັນ ແລະ ພ້ອມກັນສ້າງຜົນງານເພື່ອຕ້ອນຮັບ ແລະ ສະເຫລີມສະຫລອງວັນສຳ ຄັນດັ່ງກ່າວໃນແຕ່ລະປີ. ຂ້າພະເຈົ້າ ໃນນາມຜູ້ອຳນວນການໃຫຍ່ ຂອງ ສະຖາບັນການເງິນຈຸນລະພາກທີ່ ບໍ່ຮັບເງິນຝາກ ສີເມືອງເງິນດ່ວນ ຈຳກັດຜູ້ດຽວແລະໃນນາມສ່ວນຕົວ ຍາມໃດກໍມີຄວາມພາກພູມໃຈ ແລະ ເປັນກຽດທີ່ໄດ້ເກີດມາເປັນຄົນລາວ ແລະ ໄດ້ປະກອບສ່ວນ ຢ່າງຕັ້ງໜ້າ ໃນການໃຫ້ການສະໜັບສະໝູນ ທາງດ້ານທຶນຮອນໃຫ້ແກ່ບັນດາ ຫົວໜ່ວຍທຸລະກິດ, ພໍ່ຄ້າຊາວຂາຍ, ພະນັກງານ, ກຳລັງປ້ອງກັນຊາດປ້ອງກັນຄວາມສະຫົງບ ເພື່ອໃຫ້ ພວກເພິ່ນໄດ້ນຳໄປພັດທະນາເສດ ຖະກິດຕົນເອງ, ຄອບຄົວ ແລະ ທຸລະ ກິດໃຫ້ຈະເລີນເຕີບໂຕ ເພື່ອຊ່ວຍ ເສີມສ້າງເສດຖະກິດແຫ່ງຊາດ ຈະເລີນເຕີບໂຕ ທັງທາງກົງ ແລະ ທາງອ້ອມ . ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ນີ້ ຂ້າພະເຈົ້າ ຂໍສົ່ງພອນໄຊ ອັນປະເສິດ ໄປຍັງຜູ້ນຳພັກລັດ ການນຳຂັ້ນສູງ,ພະນັກງານ,ກຳລັງ ປ້ອງກັນຊາດປ້ອງກັນຄວາມສະ ຫົງບ, ນັກທຸລະກິດ, ຊາວຄ້າຂາຍ ແລະ ປະຊາຊົນບັນດາເຜົ່າທຸກຖ້ວນ ໜ້າ ນັບແຕ່ສູນກາງຮອດທ້ອງຖິ່ນ ຈົ່ງມີສຸຂະພາບພາລະນາໄມສົມ ບູນ, ສຳເລັດທຸກໜ້າທີ່ອັນມີກຽດ ທີ່ ປະເທດຊາດ ແລະ ປະຊາຊົນມອບ ໝາຍໃຫ້ດ້ວຍໄຊຊະນະໃໝ່ ຍິ່ງ ໃຫຍ່ກວ່າເກົ່າ. * ໃນໄລຍະນີ້ ຈະປາກົດເຫັນ ຫລາຍຜ່ານສື່ສັງຄົມອອນລາຍ ໂດຍສະເພາະແມ່ນເຟສບຸກ ທີ່ເຈົ້າ ຂອງເຟສບຸກ ສ່ວນຕົວຈໍານວນໜຶ່ງ ແຈ້ງວ່າ ມີຄົນບໍ່ດີເອົາຊື່ຕົນເອງ ຫລື ຂອງຄອບຄົວ-ລູກ-ເມຍ ໄປ ຕັ້ງເປັນຂອງເຂົາ ຊຶ່ງໃຊ້ຄໍາວ່າຜູ້ ບໍ່ຫວັງດີ ເຄື່ອນໄຫວທາງອອນ ລາຍ ສົ່ງຈົດໝາຍໃຫ້ກຸ່ມໝູ່ຄູ່ຜູ້ຖືກ ລັກເອົາຊື່ ຫວັງຕົວະຍົວະໃນຮູບ ແບບການໂຈລະກໍາທາງການເງິນ ແລະ ມີຫລາຍຄົນຕົກເປັນເຫຍື່ອ ເຮັດໃຫ້ສູນເສຍເງິນຄຳເປັນຈຳ ນວນຫລາຍກໍມີ. ເຫດການແບບນີ້ ໃນປະເທດ ເຮົາອາດຈະຖືວ່າຍັງເກີດບໍ່ທັນ ຫລາຍທຽບກັບບັນດາປະເທດທີ່ນໍາ ໃຊ້ສື່ອອນລາຍມາກ່ອນຫລາຍປີ ເຊິ່ງໃນຄວາມເປັນຈິງແລ້ວ, ປາ ກົດການຫຍໍ້ທໍ້ໃນສັງຄົມອອນລາຍ ຂອງບັນດາປະເທດ ສາມາດເປັນ ບົດຮຽນອັນລໍ້າຄ່າໃຫ້ສັງຄົມລາວ ໄດ້ປ້ອງກັນແຕ່ຫົວທີ ເຊິ່ງພາກລັດ ມີຄວາມສໍາຄັນຕໍ່ການສ້າງພູມ ຕ້ານທານໃຫ້ສັງຄົມ ເພື່ອປ້ອງກັນ ສິ່ງຫຍໍ້ທໍ້ຈາກການໃຊ້ສື່ສັງຄົມ ອອນລາຍ ທີ່ພວມແຜ່ຂະຫຍາຍນີ້ g-nj v'j kp vkfdkpgxa ogspnj v ຊຶ່ງກ່ອນອື່ນໝົດ ທົ່ວສັງຄົມລາວ ຍົກສູງສະຕິໃນການນໍາໃຊ້ສື່ສັງຄົມ ອອນລາຍໃຫ້ນັບມື້ສູງ. ຕ້ອງຄຳນຶງ ສະເໝີວ່າການໃຊ້ສັງຄົມອອນລາຍ ນັ້ນຕ້ອງລະມັດ ລະວັງ ໃນການຮັບ, ສະໜັບສະໜູນກໍ່ຄື Like, ສົ່ງຕໍ່ ລວມເຖິງການສະແດງຄວາມຄິດ ເຫັນ ຕໍ່ບັນຫາທີ່ຖືກນໍາມາເຜີຍແຜ່ ໃນໂລກອອນລາຍ ແມ່ນສໍາຄັນ ຫລາຍ. ຈະ Like, ໃຫ້ຄວາມເຫັນ (Comment) ຫລື ແຊ(Share) ຕ້ອງຄິດຫງໍາຫລາຍຫລົບຫລາຍ ຕ່າວ ເພື່ອບໍ່ໃຫ້ຕົກເປັນເຍື່ອຂອງ ກຸ່ມຄົນບໍ່ຫວັງດີ ນັ້ນເອງ. ສຳລັບກໍລະນີການລັກເຂົ້າ ຫລື ໃຊ້ຊື່ຜູ້ອື່ນ ໃນສັງຄົມສື່ອອນລາຍ ເພື່ອຈຸດປະສົງບໍ່ດີ ຖືວ່າຂັດກັບລະ ບຽບກົດໝາຍຂອງ ສປປ ລາວ ຊຶ່ງກໍມີຫລາຍກົດໝາຍທີ່ກ່ຽວຂ້ອງ ແລ້ວ ເປັນຕົ້ນແມ່ນ ກົດໝາຍວ່າ ດ້ວຍເຕັກໂນໂລຊີການສື່ສານ ແລະ ຂໍ້ມູນຂ່າວສານ; ກົດໝາຍວ່າດ້ວຍ ການປົກປ້ອງຂໍ້ມູນເອເລັກໂຕຣນິກ; ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງລະ ບົບຄອມພິມເຕີ ແລະ ອື່ນໆ. ໃນສັງ ຄົມເຮົາ, ການສະກັດກັ້ນ ຕໍ່ປາກົດ ອັນບໍ່ດີທີ່ອາດຈະເກີດຂຶ້ນຈາກການ ໃຊ້ສື່ສັງຄົມອອນລາຍນີ້ ຍັງຖືວ່າ ການໂຄສະນາສຶກສາອົບຮົມທາງ ດ້ານແນວຄິດ ມີຄວາມສໍາຄັນອັນ ທໍາອິດ ເຊິ່ງຕ້ອງການການມີສ່ວນ ຮ່ວມທົ່ວສັງຄົມ ນັບແຕ່ຫົວໜ່ວຍ ຄອບຄົວ, ອໍານາດການປົກຄອງ ຮາກຖານ, ສະຖານສຶກສາ ແລະ ອື່ນໆ. ສ່ວນລັດ ແນ່ນອນແມ່ນເປັນ ກົກຢູ່ແລ້ວ ເຊິ່ງຈໍາເປັນຕ້ອງເພີ່ມ ທະວີບົດບາດການຄຸ້ມຄອງ, ຕິດ ຕາມ-ກວດກາ ແລະ ນໍາໃຊ້ບັນດາ ມາດຕະການທາງລະບຽບ-ກົດໝາຍ ໃຫ້ສອດຄ່ອງສະພາບ ເງື່ອນໄຂ ໃຫ້ ເຂັ້ມງວດ ແລະ ທັນການ. * ປັດຈຸບັນນີ້, ກໍແມ່ນໄລຍະທີ່ປະ ຊາຊົນລາວບັນດາເຜົ່າລົງມືທຳ ການຜະລິດລະດູແລ້ງຢ່າງເປັນຂະ ບວນຟົດຟື້ນ ໂດຍສະເພາະແມ່ນ ການຜະລິດເຂົ້ານາແຊງ, ພືດ-ຜັກ ຕ່າງໆ ເພື່ອບໍລິໂພກພາຍໃນຄອບ ຄົວ ແລະ ເປັນສິນຄ້າຕອບສະໜອງ ໃຫ້ແກ່ຕະຫລາດໃນປັດຈຸບັນ. ແຕ່ ເຖິງຢ່າງໃດກໍຕາມພວກເຮົາຕ້ອງ ຄຳນຶງເຖິງຜົນກະທົບຕໍ່ສິ່ງແວດ ລ້ອມໄປພ້ອມໆກັນເປັນຕົ້ນແມ່ນ ການໃຊ້ຝືນ-ໄຟຈູດສວນຕ່່າງໆ ຕ້ອງເອົາໃຈໃສ່ປ້ອງກັນບໍ່ໃຫ້ໄຟ ລາມປ່າ ເພາະໄລຍະນີ້ ເຫັນວ່າທຸກ ສາລະທິດຢູ່ໃນປະເທດເຮົາໄດ້ເລີ່ມ ແຫ້ງແລ້ງໄປຕາມໆກັນ ຕິດພັນກັບ ການຫລຸດຜ່ອນການນຳໃຊ້ສານ ເຄມີຕ່າງໆເຂົ້າໃນການຜະລິດ ເພື່ອ ຫລີກເວັ້ນບັນຫາຜົນກະທົບຕໍ່ສຸຂະ ພາບຂອງຄົນ, ສັດ ແລະ ສິ່ງແວດ ລ້ອມອື່ນໆ. ໄລຍະນີ້ ແມ່ນໄລຍະສຸມໃສ່ຜະ ລິດລະດູແລ້ງກໍຈິງ, ແຕ່ການປົກປັກ ຮັກສາສິ່ງແວດລ້ອມ ແມ່ນໜ້າທີ່ ຂອງທຸກຊັ້ນຄົນ ໃນສັງຄົມ ຊຶ່ງພວກ ເຮົາຕ້ອງໄດ້ເອົາໃຈໃສ່ຕໍ່ວຽກງານ ນີ້ຢ່າງເປັນເຈົ້າການຕິດພັນກັບການ ນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງມີເຫດຜົນ ເພື່ອໃຫ້ເກີດປະ ໂຫຍດສູງສຸດ ໂດຍຄຳນຶງເຖິງໄລ ຍະເວລາໃນການໃຊ້ຍາວນານ ແລະ ກໍ່ໃຫ້ເກີດຜົນເສຍຫາຍຕໍ່ສິ່ງເວດ ລ້ອມນ້ອຍທີ່ສຸດ ລວມທັງຕ້ອງມີ ການໃຊ້ຊັບພະຍາກອນຢ່າງພໍດີພໍ ງາມ. ໃນປັດຈຸບັນສິ່ງແວດລ້ອມ ໄດ້ ຖືກທຳລາຍລົງຢ່າງຫລວງຫລາຍ ເຊັ່ນ: ການຕັດໄມ້ທຳລາຍປ່າ, ການ ກະທຳຂອງມະນຸດທີ່ກໍ່ໃຫ້ເກີດພາ ວະເຮືອນແກ້ວ, ການໃຊ້ສານເຄມີ ປາບສັດຕູພືດຫລາຍເກີນໄປ, ການ ໃຊ້ປຸຍເຄມີໃນການເລັ່ງໃຫ້ພືດມີ ການຈະເລີນເຕີບໂຕຫງອກງາມ ຈຶ່ງພາໃຫ້ເກີດຜົນຕາມມາເຊັ່ນ: ດິນ ເຊື່ອມຄຸນນະພາບ, ເກີດສານຕົກ ຄ້າງອື່ນໆຍິ່ງໄປກວ່ານັ້ນຍັງສົ່ງຜົນ ກະທົໍບຕໍ່ສຸຂະພາບຂອງຄົນເຮົາຕື່ມ ອີກ ຊຶ່ງສະພາບປ່ຽນແປງໄປຕາມ ສິ່ງແວດລ້ອມດັ່ງກ່າວ ສົ່ງຜົນສະ ທ້ອນຕໍ່ສິ່ງທີ່ມີຊິວິດລວມທັງມະ ນຸດເຮົາ. ດັ່ງນັ້ນ, ພວກເຮົາຕ້ອງພາ ກັນປົກປັກຮັກສາສິ່ງແວດລ້ອມໃຫ້ ຢູ່ໃນສະພາບທີ່ດີຢ່າງຍືນຍົງໃນອະ ນາຄົດ. ເຖິງຢ່າງໃດກໍ່ຕາມການປົກປັກ ຮັກສາສິ່ງແວດລ້ອມ ຊຶ່ງເປັນວຽກ ງານຕົ້ນຕໍທີ່ພັກ-ລັດ ແລະ ອົງການ ຈັດຕັ້ງທຸກຂັ້ນໃຫ້ຄວາມສຳຄັນ ໂດຍມີການວາງແຜນການພັດທະ ນາເສດຖະກິດ-ສັງຄົມທີ່ດີ, ຊອກ ອາຊີບທີ່ໝັ້ນຄົງ ແລະ ຍືນຍົງໃຫ້ພໍ່ ແມ່ປະຊາຊົນ ເພື່ອປົກປ້ອງຄຸ້ມຄອງ ຊັບພະຍາກອນທໍາມະຊາດໃຫ້ຢູ່ກັບ ພວກເຮົາຕະຫລອດໄປ, ພ້ອມນີ້ຍັງ ໄດ້ວາງລະລະບຽບກົດໝາຍທີ່ກ່ຽວ ຂ້ອງໃຫ້ທົ່ວສັງຄົມຈັດຕັ້ງປະຕິບັດ ຢ່າງເຂັມງວດ. ຢ່າງໃດກໍຕາມນັບ ແຕ່ນີ້ເປັນຕົ້ນໄປພວກເຮົາຄວນ ຫລີກເວັ້ນການຈູດປ່າ, ຖາງປ່າຢ່າງ ຊະຊາຍ, ພ້ອມທັງຢຸດລ່າສັດທຸກ ຊະນິດບວກໃສ່ອະນຸລັກຮັກສາປ່າ ໄມ້, ປ່າສະຫງວນ ແລະ ປ່າອື່ນ ເພື່ອ ເຮັດໃຫ້ຊີວະນາໆພັນຢູ່ປະເທດເຮົາ ມີຄວາມອຸດົມສົມບູນ ແລະ ມີຄຸນຄ່າ ສູງຕໍ່ການ ພັດທະນາເສດຖະກິດສັງຄົມຂອງປະເທດເຮົາໄປຢ່າງ ຍືນຍົງ. ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==