dv'xt-5 ,;y mtpklkf dko0Po,kf8k dq f\kp.ogvdtlkomk']a f4tdko vvxl ,v[{Ia [|h kmuj sq ;|h ksh v'dko oa dIq [gdqj kxtdv[lj ;o1j k'8A '|h kpkfgvq k gvdt]kf vtmy xtw8 .sh xt-k-q o]k;[a ofkgzqj k -q ,g-u p;a olt4kxtok lxx ]k; 7q [Iv[ 48 xu 1j k'l5 f.9 dt-;'xh v'da oxtgmf xtfa [s]Powry ]tvkfsko .sh dkooec0;'lts;a ootg0f g]0kmy dko.spj vk-Po 1h P,1k,gIa f;Pd16 j lxx ]k; okpq d]a f4t,q o8u 8h voIa [ g]0kmy dko.spj vk-Po gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 01.12.2023 ປີທີ 22 ສະບັບທີ 5.819 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີົີ້ົ່ືັັຸີີັີົີ້ົ່ືັັຸີີັີ oE.9;a o-kfmu 2 ma o;k \A opn o K ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 * ຊາດລາວແມ່ນຊາດໜຶ່ງ ທີ່ມີປະຫວັດສາດອັນຍາວນານຫລາຍ ພັນປີ, ມີມູນເຊື້ອທີ່ສະຫງ່າອົງອາດ ໃນການຕໍ່ສູ້ຕ້ານການຮຸກຮານຂອງ ສັດຕູຈາກພາຍນອກ ແລະ ມີນໍ້າໃຈບຸກບືນສູງໃນການສ້າງສາພັດທະ ນາປະເທດຊາດຂອງຕົນ. ໂດຍສືບທອດມູນເຊື້ອອັນອົງອາດກ້າແກ່ນ ຂອງບັນພະບຸລຸດຄືດັ່ງກ່າວມານັ້ນ; ປະຊາຊົນລາວບັນດາເຜົ່າພາຍໃຕ້ ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ໄດ້ສາມັກຄີກັນຕໍ່ສູ້ຢ່າງພິລະ ອາດຫານ ຕ້ານການຮຸກຮານ ແລະ ຄອບຄອງຂອງພວກຈັກກະພັດລ່າ ເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່, ສາມາດປົດປ່ອຍປະເທດຊາດຢ່າງ ມີໄຊ, ສ້າງຕັ້ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງ ສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975. ສປປ ລາວ ໄດ້ກາຍເປັນລັດ ປະຊາທິປະໄຕ ປະຊາຊົນຢ່າງແທ້ຈິງ ທີ່ເກີດຈາກການຕໍ່ສູ້ເສຍສະລະ ອັນ ໃຫຍ່ຫລວງຂອງປະຊາຊົນລາວບັນດາເຜົ່າ, ມັນແມ່ນລັດທີ່ມາຈາກປະຊາ ຊົນ, ແມ່ນລັດແຫ່ງອໍານາດຂອງປະຊາຊົນ ແລະ ເພື່່ອປະຊາຊົນ. ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາເອົາໄວ້ວ່າ: “ ບໍ່ທັນມີເວລາ ໃດທີ່ປະຊາຊົນເຮົາ ເຊິ່ງເປັນຜູ້ສ້າງປະຫວັດສາດຂອງຊາດນັ້ນ ໄດ້ຍາດ c9h 'ra d dkory , c]t 9e|j kp|a 'ln ry , * ອີງຕາມດຳລັດວ່າດ້ວຍ ວັນພັກ ສະບັບເລກທີ 386/ລບ ລົງວັນທີ 15/12/2017, ມາດຕາ 4 ວັນພັກລັດຖະການ ແລະ ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 48 ປີ ຊຶ່ງປີນີ້ ກົງກັບວັນເສົາ. ດັ່ງນັ້ນ, ສຳນັກຂ່າວສານປະເທດລາວ, ຄະນະ ບກ ໜັງສືພິມປະເທດລາວ ຈິ່ງ ແຈ້ງມາຍັງທ່ານຜູ້ຈອງ, ຜູ້ອ່ານຊາບວ່າ: ວັນຈັນ ທີ 4 ທັນວາ 2023 ຈະບໍ່ໄດ້ຈັດພິມ ແລະ ຈຳໜ່າຍໜັງສືພິມປະເທດລາວ, ໂດຍຈະສືບຕໍ່ພິມ ແລະ ຈຳໜ່າຍໃນວັນອັງຄານທີ 5 ທັນວາ 2023. ໃນໄລຍະພັກທ່ານສາມາດຕິດຕາມຂ່າວສານໄດ້ທາງເວັບໄຊ: www.kpl.gov.la ແລະ ທາງ Facebook: ປະເທດລາວ pathedlao Lao ຕາມປົກກະຕິ. ດັ່ງນັ້ນ ຈຶ່ງແຈ້ງມາເພື່ອຊາບ. ບ.ກ ຂປລ. ໃນຕອນບ່າຍຂອງວັນທີ 29 ພະຈິກ 2023, ທີ່ອົງການໄອ ຍະການປະຊາຊົນສູງສຸດ ໄດ້ຈັດພິ ທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ນາງ ພອນເພັດ ອຸ່ນແກ້ວ ຫົວໜ້າ ຫ້ອງການອົງການໄອຍະການປະ ຊາຊົນສູງສຸດ (ຜູ້ເກົ່າ) ແລະ ທ່ານ ຂປລ. ການອົງການໄອຍະການ ປະຊາຊົນສູງສຸດ(ອອປສ)ຈັດກອງ ປະຊຸມວິທະຍາສາດ ກ່ຽວກັບການ ຂຽນມາດຕາກົດໝາຍໃນເອກະ ສານທາງລັດຖະການ ໃນວັນທີ 30 ພະຈິກ 2023 ພາຍໃຕ້ການເປັນ ປະທານຂອງ ສະຫາຍ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ, ຮອງ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ ໂດຍມາຜູ້ແທນທີ່ມາຈາກ ອົງການໄອຍະການປະຊາຊົນສູງ ຂປລ. ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ (ຫສນຍ) ຈັດ ສຳມະນາວິທະຍາສາດ ພາຍໃຕ້ຫົວ ຂໍ້: “ການສ້າງຄວາມສົມດູນດ້ານ ເສດຖະກິດ ໂດຍອີງໃສ່ທ່າແຮງ ຂອງປະເທດ” ໃນວັນທີ 29-30 ພະຈິກ 2023 ຢູ່ເມືອງວັງວຽງ, ແຂວງວຽງຈັນ ພາຍໃຕ້ການເປັນ ປະທານຂອງ ທ່ານ ສົມດີ ດວງດີ ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການ ເງິນ, ຫົວໜ້າຄະນະຊ່ຽວຊານລາວ ຕາມຂໍ້ຕົກລົງເລກທີ 132/ນຍ, ຂປລ. ໃນໂອກາດ ສະຫລອງ ວັນຊາດ ທີ 2 ທັນວາ ຄົບຮອບ 48 ປີ, ທ່ານພົຈວ. ຄຳຫອມແສງບົວລົມ ຮອງປະທານສະຫະພັນນັກຮົບ ເກົ່າແຫ່ງຊາດລາວ ໄດ້ຍົກໃຫ້ບາງ ທັດສະນະວ່າ: ບັນດາສະຫາຍນັກ ຮົບເກົ່າ ໄດ້ປະກອບສ່ວນຢ່າງຕັ້ງ ໜ້າເຂົ້າໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ຍາດເອົາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນ ຄົບຖ້ວນມາໃຫ້ປະຊາຊົນລາວບັນ ດາເຜົ່າ, ໄດ້ເສຍສະລະ, ອຸທິດຊີວິດ ໄວໜຸ່ມ, ທຸມເທຊີວິດຈິດໃຈ ແລະ ເຫື່ອແຮງຂອງຕົນເຂົ້າໃນພາລະກິດ ປົດປ່ອຍຊາດ ຈຶ່ງເຮັດໃຫ້ປະເທດ ຊາດ ໄດ້ຮັບເອກະລາດຈົນມາຮອດ ປັດຈຸບັນໄລຍະປົກປັກຮັກສາ ແລະ ສຸດ, ບັນດາກະຊວງ ແລະ ຂະແໜງ ການອ້ອມຂ້າງສູນກາງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍ ຄຳເພັດ ສົມວໍລະຈິດ ກ່າວວ່າ: ສປປ ລາວ ຍາມໃດກໍຖືສໍາຄັນການປົກ ຄອງດ້ວຍກົດໝາຍ ເອກະພາບ ແລະ ສັກສິດ ຍ້ອນເຫັນໄດ້ຄວາມສຳຄັນ ຄືແນວນັ້ນ, ພັກເຮົາຈຶ່ງອອກມະຕິວ່າ ດ້ວຍຍົກສູງປະສິດທິພາບການຄຸ້ມ ຄອງລັດຄຸ້ມຄອງສັງຄົມດ້ວຍກົດ ບຸນທ່ຽງ ວິໄລວົງ ຫົວໜ້າຫ້ອງການ ອົງການໄອຍະການປະຊາຊົນສູງ ສຸດ(ຜູ້ໃໝ່)ໃຫ້ກຽດເປັນປະທານໃນ ພິທີໂດຍທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາ ຊົນສູງສຸດ, ມີບັນດາທ່ານຄະນະພັກສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຮອບ ດ້ານທີ່ມີຫລັກການຂອງພັກ. ເຖິງວ່າສະຫາຍນັກຮົບເກົ່າ ທ່ານ ພົຈວ. ຄຳຫອມ ແສງບົວລົມ le,tok;y mtpklkf dkocdh w07;k,sp5h 'pkd fh koglf4tdy f{dkog'oy ທ່ານ ສອນໄຊ ສີພັນດອນ (ຂວາ) ຂປລ. ໃນວັນທີ 29 ພະຈິກ 2023 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳ ນັບຂອງ ທ່ານ ກາວ ກິມ ຮຸນ ເລຂາ ທິການໃຫຍ່ອາຊຽນ ພ້ອມດ້ວຍຄະ ນະ, ໃນໂອກາດທີ່ເດີນທາງມາ ຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນວັນທີ 28-30 ພະຈິກ 2023. ໂອກາດດັ່ງກ່າວ, ທ່ານນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນ ອົບອຸ່ນ ແລະ ຕີລາຄາສູງຕໍ່ທ່ານ ກາວ ກິມ ຮຸນ ທີ່ໄດ້ນຳພາຄະນະມາ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຂປລ. ພິທີປະດັບຫລຽນໄຊພິ ລະອາດຫານຊັ້ນຕ່າງໆ ໃຫ້ແກ່ການ ນຳແຂວງສະຫວັນນະເຂດ ຜູ້ທີ່ມີ ຜົນງານໃນການເຄື່ອນໄຫວ ນໍາພາຊີ້ນໍາວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ໄດ້ຈັດຂຶ້ນໃນ ວັນທີ 28 ພະຈິກຜ່ານມາ ຢູ່ແຂວງ ສະຫວັນນະເຂດ ໂດຍການເຂົ້າຮ່ວມ ແລະ ປະດັບຫລຽນຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງ ພັກ, ຮອງນາຍົກລັດຖະມົນຕີ,ຮອງ ປະທານ, ຜູ້ປະຈໍາການຄະນະກໍາມະ ການ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບສູນກາງ, ລັດຖະມົນຕີກະ ຊວງປ້ອງກັນປະເທດ. ສະຫາຍ ພົນຈັດຕະວາ ພູມມີ ດາລາເພັດ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວ ໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງວ່າ ດ້ວຍການມອບ ຫລຽນໄຊພິລະອາດຫານຊັ້ນຕ່າງໆ ໃຫ້ແກ່ການນຳແຂວງສະຫວັນນະ ເຂດ ເພື່ອຍ້ອງຍໍຜົນງານໃນການ ປະກອບສ່ວນນໍາພາ-ຊ້ີນໍາກຳລັງ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 01/12/2023 xtgmf]k; ອອປສ ມອບ-ຮັບໜ້າທີ່... ສຳມະນາວິທະຍາສາດ... ນາຍົກລັດຖະມົນຕີ... ກະຊວງປ້ອງກັນປະເທດ... ເລຂາທິການໃຫຍ່... ກອງປະຊຸມວິທະຍາສາດ... ຊົມເຊີຍວັນສະຖາປະນາ... ເອົາໄຊຊະນະສົມບູນ, ເຖິງຖອງ ແລະ ບໍລິບູນໄດ້ຢ່າງສະຫງ່າລືຊາຄື ແນວນີ້ຈັກເທື່ອ. ໄຊຊະນະນັ້ນ ບໍ່ສະເພາະແຕ່ໄດ້ຟື້ນຟູຄວາມເປັນເອກະ ລາດຂອງປະເທດເຮົາ, ຫາກຍັງເປັນຄັ້ງທໍາອິດທີ່ປະຊາຊົນບັນດາຊົນຊາດ ເຮົາ ຜູ້ເຄີຍດໍາລົງຊີວິດເປັນທາດ ໄດ້ກາຍມາເປັນເຈົ້າຂອງແທ້ຈິງ ຂອງ ຊາດໜຶ່ງ ທີ່ມີເອກະລາດ, ມີອິດສະລະພາບ ຢ່າງສົມບູນ ແລະ ພວມກ້າວ ຂຶ້ນສູ່ສັງຄົມນິຍົມ, ເຮັດໃຫ້ຄວາມມຸ່ງຫວັງອັນແຮງກ້າຂອງປວງຊົນລາວ ກໍ່ຄືຂອງມວນມະນຸດ ປະກົດເປັນຈິງ ຢູ່ບົນຜືນແຜ່ນດິນອັນແສນຮັກຂອງ ພວກເຮົາ”. ການສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ແມ່ນໄຊຊະນະ ທີ່ເດັດດ່ຽວອາດຫານໃນການປະຕິບັດພາລະກິດ ປະຕິວັດຊາດ ປະຊາ ທິປະໄຕຢູ່ປະເທດເຮົາ, ແມ່ນໄຊຊະນະແຫ່ງການລວມສູນທາງດ້ານ ສະຕິປັນຍາ, ການເສຍສະລະເລືອດເນື້ອຂອງປະຊາຊົນລາວບັນດາເຜົ່າ ໃນການຕໍ່ສູ້ຢ່າງອົງອາດກ້າຫານ ຕ້ານການຮຸກຮານຂອງພວກຈັກກະພັດ ຕ່າງດ້າວ, ພາຍໃຕ້ການນຳພາຂອງພັກ ປະຊາຊົນລາວ ໃນເມື່ອກ່ອນ ກໍ່ຄື ພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ. ເມື່ອຫວນຄືນເສັ້ນທາງຕໍ່ສູ້ມີໄຊ ອັນຍິ່ງໃຫຍ່ຄືດັ່ງກ່າວ ຍິ່ງສະທ້ອນໃຫ້ເຫັນເລິກ ເຖິງຄວາມດຸເດືອດຂ້ຽວ ຂາດເອົາເປັນເອົາຕາຍລະຫວ່າງກຳລັງປະຕິວັດຂອງຊາດລາວ ກັບຈັກກະ ພັດຕ່າງດ້າວທີ່ມີກຳລັງທະຫານລື່ນກາຍຫລາຍເທົ່າ ທັງອາວຸດຍຸດໂທ ປະກອນທີ່ທັນສະໄໝກວ່າ, ແຕ່ດ້ວຍແນວທາງອັນຖືກຕ້ອງເປັນທຳ, ດ້ວຍຄວາມປີຊາສາມາດ ສະຫລາດສ່ອງໃສໃນການນຳພາຕໍ່ສູ້ປົດ ປ່ອຍຊາດ, ພັກເຮົາໄດ້ປະສົມປະສານທັງດ້ານການທະຫານ, ການເມືອງ, ກົດໝາຍ, ການຕ່າງປະເທດ, ທັງປຸກລະດົມນໍ້າໃຈຮັກຊາດຂອງປະຊາ ຊົນບັນດາເຜົ່າ ໃຫ້ສະໜັບສະໜູນ ແລະ ເຂົ້າຮ່ວມຂະບວນການຕໍ່ສູ້ກູ້ຊາດ ໄດ້ນັບມື້ຫລາຍຂຶ້ນ ອັນໄດ້ເຮັດໃຫ້ຂະບວນການຕໍ່ສູ້ກູ້ຊາດນັບມື້ໄດ້ຮັບໄຊ ຊະນະ, ຈາກໄຊຊະນະນີ້ ກ້າວສູ່ໄຊຊະນະໃໝ່ ແລະ ເຕີບໃຫຍ່ເຂັ້ມແຂງ. ດ້ວຍແນວທາງອັນຖືກຕ້ອງຂອງພັກ, ຄວາມເດັດດ່ຽວຕໍ່ສູ້ບໍ່ຍອມຈຳນົນ ຂອງນັກຮົບປະຕິວັດ ແລະ ປະຊາຊົນລາວ, ເຮັດໃຫ້ການປະຕິວັດເຮົາໄດ້ ຮັບໄຊຊະນະໃນແຕ່ລະບັ້ນຮົບ ເນື່ອງນິດລຽນຕິດ ຈົນສາມາດປົດປ່ອຍທົ່ວ ປະເທດຢ່າງສົມບູນ ຄືດັ່ງກ່າວມາ. ວັນທີ 2 ທັນວາ ປີ 1975 ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະ ຫວັດສາດແຫ່ງການຕໍ່ສູ້ທີ່ຍືດເຍື້ອຍາວນານເປັນພັນປີຂອງຊາດລາວເຮົາ, ແມ່ນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີສິດເສລີພາບ ແລະ ໄດ້ເປັນເຈົ້າ ຂອງປະເທດຊາດຢ່າງແທ້ຈິງ, ແມ່ນວັນທີ່ປະເທດລາວ ໄດ້ມີເອກະລາດ ຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີ ຖານະເທົ່າທຽມກັບປະເທດອື່ນໆໃນເວທີສາກົນ ກໍ່ຄື ປະຊາຄົມໂລກ. ວັນທີ 2 ທັນວາ ແມ່ນວັນແຫ່ງສັນຕິພາບ, ແມ່ນວັນແຫ່ງການກ້າວສູ່ຍຸກສະໄໝ ແຫ່ງການສ້າງປະເທດລາວໃຫ້ມີສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນາຖາວອນ. ຕະຫລອດໄລຍະ 48 ປີ ແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ ພັກ-ລັດຖະບານໄດ້ເອົາໃຈໃສ່ຕໍ່ພັດທະນາມາທຸກໆດ້ານໂດຍຕະຫລອດ ຕິດພັນກັບການຊຸກຍູ້ປະຊາຊົນບັນດາເຜົ່າເປັນເຈົ້າການຈັດຕັ້ງປະຕິບັດ ສອງໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ເຮັດໃຫ້ບ້ານເມືອງມີການພັດທະນານັບແຕ່ໂຕເມືອງຫາຊົນນະບົດ. ພົ້ນ ເດັ່ນແມ່ນຖະໜົນຫົນທາງ, ພື້ນຖານໂຄງລ່າງໂຮງຮຽນ, ສຸກສາລາ, ໄຟ ຟ້າ, ລະບົບນ້ຳສະອາດຕ່າງໆຢູ່ເຂດຫ່າງໄກສອກຫລີກໄດ້ຖືກພັດທະ ນາດີຂຶ້ນ, ຄວາມທຸກຍາກໄດ້ຮັບການແກ້ໄຂນັບມື້ຫລຸດລົງເປັນກ້າວໆ. ສະເພາະດ້ານເສດຖະກິດ ກໍມີທ່າຂະຫຍາຍຕົວ; ການຜະລິດກະສິກຳກໍຂະ ຫຍາຍຕົວເປັນກ້າວໆ, ສາມາດຜະລິດເຂົ້າກິນພຽງພໍ, ກຸ້ມກິນ, ມີສ່ວນແຮ ໄວ້ ແລະ ຂາຍເປັນສິນຄ້າສົ່ງອອກນັບມື້ເພີ່ມຂຶ້ນ ແລະ ຍັງສາມາດຜະລິດ ສະບຽງອາຫານໄດ້ພຽງພໍກັບການບໍລິໂພກພາຍໃນ ແລະ ສາມາດສົ່ງອອກ ຈຳນວນໜຶ່ງ. ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ສືບຕໍ່ຍຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກການຂອງ ພັກ, ເພີ່ມທະວີກ້ອນກໍາລັງມະຫາສາມັກຄີທົ່ວປວງຊົນ, ເສີມຂະຫຍາຍຈິດ ໃຈຮັກຊາດ ຕິດພັນກັບຮັກລະບອບໃໝ່, ເຊີດຊູຈິດໃຈເອກະລາດ, ເປັນເຈົ້າ ຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ,ເພີ່ມທະວີຄວາມເປັນແບບ ຢ່າງນໍາໜ້າຂອງສະມາຊິກພັກ, ອອກແຮງຂຸດຄົ້ນຄວາມອາດສາມາດບົ່ມ ຊ້ອນ ແລະ ທ່າແຮງຢູ່ພາຍໃນຢ່າງສຸດຂີດ, ສົມທົບກັບການປີດກວ້າງ ການພົວພັນຮ່ວມມືຈາກພາຍນອກ; ທັງນີ້ເພື່ອປົກປັກຮັກສາ ແລະ ພັດທະ ນາປະເທດຊາດອັນແສນຮັກຂອງພວກເຮົາ ກ້າວຂຶ້ນຕາມທິດຍືນຍົງສູ່ຈຸດ ໝາຍສັງຄົມນິຍົມຢ່າງໜັກແໜ້ນ. ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນເຮົາ ພ້ອມກັນເສີມ ຂະຫຍາຍມູນເຊື້ອວັນຊາດ 2 ທັນວາ, ຍູ້ແຮງການປະຕິບັດບັນດາຄາດ ໝາຍສູ້ຊົນ ທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ ໃຫ້ປາກົດຜົນ ເປັນຈິງເປັນກ້າວໆໄປ. ນ້ຳໃຈວັນຊາດ 2 ທັນວາ ໝັ້ນຍືນ ! ຂປລ. ໂດຍຕອບສະໜອງຕາມ ຄຳເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ, ທ່ານ ກາວ ຄິມ ຮຸນ ເລຂາທິການໃຫຍ່ອາຊຽນ ພ້ອມ ດ້ວຍຄະນະຈາກກອງເລຂາ ອາຊຽນ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ວັນທີ 29 ພະຈິກ 2023. ຈຸດປະສົງຂອງການຢ້ຽມຢາມ- ເຮັດວຽກຄັ້ງນີ້ ເພື່ອປຶກສາຫາລື ກ່ຽວກັບການກະກຽມສຳລັບການ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024, ໂດຍສະເພາະ ຂົງເຂດບຸລິມະສິດ, ໜ້າວຽກ ແລະ ກິດຈະກຳຕ່າງໆ ພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແນໃສ່ ເສີມສ້າງປະຊາຄົມອາຊຽນໃຫ້ມີ ການເຊື່ອມຈອດແລະ ເຂັ້ມແຂງກວ່າ ເກົ່າ ແລະ ເຮັດໃຫ້ອາຊຽນສາມາດ ນຳໃຊ້ກາລະໂອກາດເພີ່ມທະວີການ ຮ່ວມມື ແລະ ຮັບມືກັບສິ່ງທ້າທາຍ ໃນປັດຈຸບັນ ແລະ ໃນອະນາຄົດໄດ້ ຢ່າງມີປະສິດທິພາບ ແລະ ທັນການ. ການມາຢ້ຽມຢາມ-ເຮັດວຽກ ໃນຄັ້ງນີ້, ທ່ານເລຂາທິການໃຫຍ່ ອາຊຽນ ໄດ້ພົບປະເຮັດວຽກກັບ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງການຕ່າງປະເທດຮັບຜິດ ຊອບເສົາຄໍ້າປະຊາຄົມການ ເມືອງຄວາມໝັ້ນຄົງອາຊຽນ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນ ຕີກະຊວງອຸດສາຫະກໍາ ແລະ ການ ຄ້າຮັບຜິດຊອບເສົາຄໍ້າປະຊາຄົມ ເສດຖະກິດອາຊຽນ ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດ ຖະມົນຕີກະຊວງຖະແຫລງຂ່າວ,ວັດ ທະນະທໍາ ແລະ ທ່ອງທ່ຽວຮັບຜິດ ຊອບເສົາຄໍ້າວັດທະນະທໍາ-ສັງຄົມ ອາຊຽນ. ທ່ານເລຂາທິການໃຫຍ່ອາຊຽນ ໄດ້ສະແດງຄວາມຂອບໃຈມາຍັງ ສປປ ລາວ ໃນການຕ້ອນຮັບອັນອົບ ອຸ່ນ ແລະ ໄດ້ຮັບຊາບຄວາມຄືບໜ້າ ໃນການກະກຽມການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນດ້ານ ຕ່າງໆລວມທັງດ້ານເນື້ອໃນ. ຝ່າຍ ສປປ ລາວ ໄດ້ສະແດງຄວາມຂອບ ໃຈຕໍ່ທ່ານເລຂາທິການໃຫຍ່ອາ ຊຽນ ທີ່ໄດ້ຢືນຢັນຄວາມໝາຍໝັ້ນທີ່ ຈະສືບຕໍ່ສະໜັບສະໜູນການເປັນ ປະທານອາຊຽນຂອງ ສປປ ລາວ ເພື່ອໃຫ້ໄດ້ຮັບຜົນສຳເລັດຕາມ ຄາດໝາຍ. ພາບ: ອ່າຍຄຳ ໝາຍ ແລະ ມະຕິຂອງກົມການເມືອງ ສູນກາງພັກ ວ່າດ້ວຍການຍົກສູງ ຄຸນນະພາບການດໍາເນີນຄະດີຕາມ ຂະບວນຍຸຕິທຳ, ຄົ້ນຄວ້າຫົວຂໍ້ລະ ດັບຊາດ ຫົວຂໍ້: “ການສ້າງລັດທີ່ປົກ ຄອງດ້ວຍກົດໝາຍຢູ່ ສປປ ລາວ”, ຮັບຮອງກົດໝາຍຮ້ອຍກວ່າສະ ບັບ ເຊິ່ງໄດ້ເປັນພື້ນຖານສໍາຄັນໃຫ້ ແກ່ການສ້າງລັດທີ່ປົກຄອງດ້ວຍ ກົດໝາຍຢູ່ສປປລາວໃນຕໍ່ໜ້າແລະ ຍາວນານ. ປະທານ ໄກສອນ ພົມວິ ຫານ ໄດ້ໃຫ້ທັດສະນະວ່າ: “ລັດ ປົກຄອງດ້ວຍກົດໝາຍແມ່ນລັດທີ່ ຖືກົດໝາຍສູງກວ່າສິ່ງໃດໆ ແລະ ສະຕິເຄົາລົບກົດໝາຍຂອງພົນລະ ເມືອງໄດ້ກາຍເປັນຄວາມຊິນເຄີຍ ໃນຊີວິດປະຈຳວັນແລ້ວ”. ທ່ານ ຍັງໄດ້ໃຫ້ທັດສະນະວ່າ: “ການສ້າງ ລັດປົກຄອງດ້ວຍກົດໝາຍເປັນຈຸດ ໝາຍທີ່ຕ້ອງຜ່ານຂະບວນວິວັດ ອັນຍາວນານ ໂດຍຂຶ້ນກັບລະດັບ ການຂະຫຍາຍຕົວທາງດ້ານເສດ ຖະກິດ-ສັງຄົມຂອງປະເທດ, ຂຶ້ນ ກັບລະດັບຄວາມຮູ້, ຄວາມຕື່ນຕົວ ທາງດ້ານການເມືອງ ຂອງປະຊາ ຊົນພົນລະເມືອງ ແລະ ເງື່ອນໄຂ ອື່ນໆອີກຫລາຍຢ່າງ”. ໃນລັດປົກ ຄອງດ້ວຍກົດໝາຍ ປະຊາຊົນ ສາມາດເຄື່ອນໄຫວດໍາລົງຊີວິດ ໄດ້ຢ່າງເສລີ ໃນສິ່ງທີ່ກົດໝາຍ ບໍ່ຫ້າມສ່ວນອົງການຈັດຕັ້ງລັດຈະ ເຄື່ອນໄຫວໄດ້ ກໍຕໍ່ເມື່ອກົດໝາຍ ອະນຸຍາດເທົ່ານັ້ນ. ຢາກເຮັດໄດ້ ແນວນັ້ນ ກ່ອນອື່ນໝົດຈະຕ້ອງສ້າງ ກົດໝາຍ ແລະ ລະບຽບການ ເພື່ອ ກຳນົດຂອບເຂດສິດ, ພັນທະຂອງ ບັນດາເຈົ້າກຳໃນສາຍພົວພັນສັງ ຄົມຢ່າງຈະແຈ້ງ ແລະ ຊັດເຈນດີ. ພ້ອມທັງສ້າງສະຕິເຄົາລົບ, ປະຕິ ບັດກົດໝາຍຂອງປະຊາຊົນເຮົາ ຢ່າງເລິກເຊິ່ງ ຈຶ່ງສາມາດປະຕິບັດ ແລະ ນຳໃຊ້ກົດໝາຍ ເຂົ້າໃນການ ເຄື່ອນໄຫວ, ດຳລົງຊີວິດຂອງຄົນ ເຮົາຖືກຕ້ອງ. ການນຳໃຊ້ກົດໝາຍ, ການປະຕິບັດກົດໝາຍ ສະແດງ ອອກໃນການຂຽນມາດຕາກົດໝາຍ ແຕ່ຜ່ານການເຄື່ອນໄຫວຕົວຈິງ ເຫັນວ່າບັນຫານີ້ຍັງບໍ່ທັນມີຄວາມ ເປັນເອກະພາບ. ການຈັດກອງປະຊຸມວິທະຍາ ສາດໃນຄັ້ງນີ້, ມີຄວາມໝາຍຄວາມ ສຳຄັນຫລາຍ ເພື່ອເປັນພື້ນຖານ ໃຫ້ລັດເຮົາ ໂດຍສະເພາະ ເພື່ ອລາຍ ງານສະພາແຫ່ງຊາດຕົກລົງວ່າ ຈະຂຽນມາດຕາກົດໝາຍຢູ່ປະເທດ ເຮົາຄືແນວໃດ ຈຶ່ງເປັນການຖືກ ຕ້ອງ, ປະກອບສ່ວນໃຫ້ກົດໝາຍ ໄດ້ຮັບການເຄົາລົບ ແລະ ປະຕິບັດ ກົດໝາຍຖືກຕ້ອງ ແລະ ເປັນເອກະ ພາບໃນຂອບເຂດທົ່ວປະເທດ. ພາບ: ເກດສະໜາ ປກຊ-ປກສ ແກ້ໄຂໜໍ່ແໜ່ງຄວາມບໍ່ ສະຫງົບທາງດ້ານການເມືອງ ແລະ ປະກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນ ແຂວງໃຫ້ມີຄວາມສະຫງົບໂດຍພື້ນ ຖານ, ກະຊວງປ້ອງກັນປະເທດຕົກ ລົງມອບຫລຽນໄຊພິລະອາດຫານ ຊັ້ນ I ໃຫ້ແກ່ການນຳ ແຂວງສະຫວັນ ນະເຂດ 2 ສະຫາຍ ຄື: ສະຫາຍ ສັນຕິພາບ ພົມວິຫານ ກຳມະການ ສູນກາງພັກ, ລັດຖະມົນຕີກະຊວງ ການເງິນ(ອະດີດເຈົ້າແຂວງສະ ຫວັນນະເຂດ) ແລະ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າ ແຂວງສະຫວັນນະເຂດ; ມອບ ຫລຽນໄຊພິລະອາດຫານຊັ້ນ II ຈຳ ນວນ 7 ສະຫາຍ ແລະ ມອບຫລຽນ ໄຊພິລະອາດຫານຊັ້ນ III ໃຫ້ແກ່ ເຈົ້າເມືອງ, ເຈົ້ານະຄອນພະແນກ ການຕ່າງໆ ແລະ ບໍລິສັດ ຈຳນວນ 18 ສະຫາຍ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ການ ນຳແຂວງສະຫວັນນະເຂດ ກໍຄືຄະ ນະກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບແຂວງ ທີ່ໄດ້ນຳ ພາ-ຊີ້ນຳວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບອັນໄດ້ສ້າງ ພື້ນຖານໃຫ້ແກ່ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າດີຂຶ້ນ ເທື່ອລະກ້າວ, ເສດຖະກິດ, ວັດທະ ນະທຳ-ສັງຄົມ ຂະຫຍາຍຕົວຢ່າງຕໍ່ ເນື່ອງ ແລະ ເຮັດໃຫ້ສະພາບພາຍໃນ ແຂວງມີຄວາມສະຫງົບ. ພ້ອມນີ້, ສະຫາຍລັດຖະມົນຕີກະຊວງປ້ອງ ກັນປະເທດ ຍັງໄດ້ເນັ້ນໜັກໃຫ້ການ ນໍາແຂວງ, ຄະນະພັກ-ຄະນະບັນຊາ ປກຊ-ປກສ ເພີ່ມທະວີຄວາມເປັນ ເຈົ້າການນໍາພາ-ຊີ້ນໍາຕໍ່ຂົງເຂດ ວຽກງານດັ່ງກ່າວ ໃຫ້ແຂງແຮງ, ມີ ຈຸດສຸມຕາມທິດຊີ້ນໍາຂອງຂັ້ນເທິງ, ເອົາໃຈໃສ່ຊີ້ນໍາກໍາລັງຫັນກໍ່ສ້າງ ຮາກຖານການເມືອງຕາມ 4 ເນື້ອ ໃນ 4 ຄາດໝາຍ, ເຄື່ອນໄຫວຕາມ ພາລະບົດບາດຂອງຕົນຢ່າງແຂງ ແຮງກວ່າເກົ່າ, ພະນັກງານແຕ່ລະ ຂັ້ນຕ້ອງເຊື່ອມຊຶມກໍາແໜ້ນໜ້າທີ່ ພາລະບົດບາດຂອງຕົນຕິດພັນກັບ ວຽກງານ 3 ສ້າງ, ແກ້ໄຂສະພາບ ຄວາມບໍ່ສະຫງົບໃຫ້ຂາດຕົວ, ສ້າງ ໃຫ້ເປັນກໍາລັງຫລັກແຫລ່ງທີ່ເຂັ້ມ ແຂງ, ຖືເອົາການສຶກສາອົບຮົມການ ເມືອງ-ນໍາພາແນວຄິດເປັນກົກ, ເອົາການພັດທະນາເສດຖະກິດ-ສັງ ຄົມເປັນໃຈກາງ ແລະ ເອົາວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບເປັນພື້ນຖານເພື່ອຮັບປະ ກັນໃນການປະຕິບັດວຽກງານໃຫ້ມີ ຄຸນນະພາບສູງສຸດ. ສໍາລັບບັນດາ ສະຫາຍ ທີ່ໄດ້ຮັບການແຕ່ງຕັ້ງ ເປັນກຳມະການຄະນະກຳມະການ ປກຊ- ປກສ ແຂວງ ເຊິ່ງເປັນຕຳ ແໜ່ງ ແລະ ໜ້າທີ່ໜຶ່ງທີ່ມີຄວາມສໍາ ຄັນ ໃນການນໍາພາ-ຊີ້ນຳຂົງເຂດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ຢູ່ໃນຂັ້ນແຂວງ, ໃນນີ້ ກຳມະການຄະນະກຳມະການ ປກຊ-ປກສ ແຂວງ ແມ່ນເປັນການ ຈັດຕັ້ງໜຶ່ງທີ່ມີບົດບາດສຳຄັນພາຍ ໃນແຂວງ ແລະ ເປັນເສນາທິການ ໃຫ້ແກ່ຄະນະກຳມະການປກຊປກສ ສູນກາງ, ຄະນະພັກ ແຂວງ ເພື່ອຄົ້ນຄວ້າ, ກຳນົດບັນຫາຍຸດ ທະສາດກ່ຽວກັບວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງຂອງທ້ອງຖິ່ນ, ຂອງ ຊາດ; ຜັນຂະຫຍາຍແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃນຂອບ ເຂດຄວາມຮັບຜິດຊອບຂອງຕົນ; ເຄື່ອນໄຫວເພື່ອຮັບປະກັນໃຫ້ ແຂວງ ມີສະຖຽນລະພາບທາງດ້ານ ການເມືອງ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມ ແລະ ຄວາມໝັ້ນຄົງ ຂອງຊາດ. ໃນພິທີ, ຍັງໄດ້ຮັບຟັງການລາຍ ງານຫຍໍ້ການຈັດຕັ້ງເຄື່ອນໄຫວນໍາ ພາ-ຊີ້ນຳ ຂອງຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ຢູ່ແຂວງສະຫວັນນະເຂດ ໃນໄລຍະຜ່ານມາ ເຊິ່ງເຫັນວ່າທົ່ວ ແຂວງມີຄວາມສະຫງົບ ໂດຍພື້ນ ຖານ, ການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ,ຊີວິດການ ເປັນຢູ່ຂອງພະນັກງານ-ນັກຮົບ ກຳລັງ ປກຊ-ປກສ ແລະ ປະຊາຊົນ ບັນດາເຜົ່າໄດ້ມີການປ່ຽນແປງໄປ ໃນທິດທາງທີ່ດີເຮັດໃຫ້ທຸກຊັ້ນຄົນ ມີຄວາມຕື່ນຕົວປະກອບສ່ວນເຂົ້າ ໃນວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານຢ່າງແຂງແຮງ. ຂໍ້ມູນ: ໜັງສືພິມ ກອງທັບ ອຸ່ນແກ້ວ ຫົວໜ້າຫ້ອງການອົງການ ໄອຍະການປະຊາຊົນສູງສຸດ (ຜູ້ ເກົ່າ) ໄດ້ຜ່ານບົດສະຫລຸບຕີລາຄາ ການຈັດຕັ້ງປະຕິບັດວຽກງານຮອບ ດ້ານຂອງຫ້ອງການອົງການໄອຍະ ການປະຊາຊົນສູງສຸດ ແຕ່ເດືອນມີ ນາ ຫາເດືອນທັນວາ 2023 ແລະ ທິດທາງວຽກງານຈຸດສຸມເດືອນ ທັນວາ 2023, ພ້ອມທັງຜ່ານຮ່າງ ບົດບັນທຶກການມອບ-ຮັບໜ້າທີ່ລະ ຫວ່າງ ຫົວໜ້າຫ້ອງການອົງການ ໄອຍະການປະຊາຊົນສູງສຸດ (ຜູ້ ເກົ່າ) ແລະ ຫົວໜ້າຫ້ອງການອົງ ການໄອຍະການປະຊາຊົນສູງສຸດ (ຜູ້ໃໜ່). ຈາກນັ້ນ, ກໍໄດ້ຮ່ວມລົງ ນາມເຊັນບົດບັນທຶກການມອບ-ຮັບ ໜ້າທີ່ຢ່າງເປັນທາງການ. ພາບ: ເກດສະໜາ ມີບັນດາລັດຖະມົນຕີ, ຮອງລັດຖະ ມົນຕີ, ຜູ້ຕາງໜ້າກຳມາທິການທີ່ ກ່ຽວຂ້ອງຂອງສະພາແຫ່ງຊາດ, ສະຖາບັນຄົ້ນຄວ້າເສດຖະກິດສັງຄົມແຫ່ງຊາດ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ມະ ຫາວິທະຍາໄລແຫ່ງຊາດ, ບັນດາໃນ ຄະນະຕາມຂໍ້ຕົກລົງ132/ນຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເພື່ອນຳສະ ເໜີຂໍ້ມູນ, ຄົ້ນຄວ້າ ແລະ ປະກອບ ຄຳຄິດເຫັນຕໍ່ບັນດາຫົວຂໍ້ຍ່ອຍທີ່ ໄດ້ນຳມາສຳມະນາຄື: ການດູນດ່ຽງ ມະຫາພາກ ດ້ານແຫລ່ງທຶນ ແລະ ແຮງງານເພື່ອການພັດທະນາ; ທ່າ ແຮງດ້ານການເງິນ; ນະໂຍບາຍເງິນ ຕາຕໍ່ການຄວບຄຸມປະລິມານເງິນ M2 ແລະ ການແກ້ໄຂບັນຫາເງິນເຟີ້; ການປັບປຸງອັດຕາອາກອນມູນຄ່າ ເພີ່ມໂດຍຕິດພັນກັບການເກັບລາຍ ຮັບຕ່າງໆ ເຊິ່ງທັງໝົດນັ້ນ ເພື່ອເປັນ ຂໍ້ມູນຕໍ່ການຄົ້ນຄວ້າກຳນົດມາດຕະ ການໃນແກ້ໄຂບັນຫາຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຂອງປະເທດເຮົາ ທັງໄລຍະສັ້ນ ແລະ ໄລຍະຍາວ. ໃນໂອກາດນີ້, ທ່ານສົມດີດວງດີ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງ ກອງປະຊຸມໃນຄັ້ງນີ້ ໂດຍສະເພາະ ຄວາມໝາຍຄວາມສຳຄັນຂອງບັນ ດາຫົວຂໍ້ທີ່ນຳມາສະເໜີ; ຍົກໃຫ້ເຫັນ ຄວາມພະຍາຍາມຂອງສູນກາງພັກ ແລະ ລັດຖະບານ ໃນການແກ້ໄຂບັນ ຫາເສດຖະກິດ-ການເງິນດ້ວຍ ຫລາຍດ້ານ, ຫລາຍວິທີ, ຫລາຍ ມາດຕະການ ໂດຍໄດ້ສົມທົບກັບບັນ ດາຊ່ຽວຊານ ຈາກອົງການຈັດຕັ້ງ ສາກົນ ແລະ ບັນດາປະເທດເພື່ອນ ມິດຍຸດທະສາດ ເພື່ອຄົ້ນຄວ້າຫາສາ ເຫດແທ້ຈິງຂອງບັນຫາ ແລະ ຊອກ ຫາວິທີແກ້ໄຂເປັນແຕ່ລະຂົງເຂດ ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ຂອງປະເທດເຮົາໃຫ້ກັບສູ່ສະພາບ ປົກກະຕິໂດຍໄວ. ພ້ອມນັ້ນ, ທ່ານຍັງ ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າ ຮ່ວມກອງປະຊຸມ ຈົ່ງພ້ອມກັນເອົາ ໃຈໃສ່ດໍາເນີນການສໍາມະນາວິທະ ຍາສາດໃນຄັ້ງນີ້ ດ້ວຍຄວາມເປັນ ເຈົ້າການ ແລະ ຮັບຜິດຊອບສູງ, ພ້ອມກັນປະກອບຄຳເຫັນຢ່າງມີຈຸດ ສຸມ, ນຳສະເໜີວິທີແກ້ໄຂທີ່ເໝາະ ສົມ, ສອດຄ່ອງກັບສະພາບຕົວຈິງ ຢ່າງກົງໄປກົງມາ, ບໍ່ແກ່ຍາວເວລາ, ລົງເລິກປະກອບຄຳເຫັນຕໍ່ການແກ້ ໄຂບັນຫາທີ່ກຳລັງຜະເຊີນໃນປັດ ຈຸບັນ ແລະ ສິ່ງທ້າທາຍທີ່ຈະເກີດ ຂຶ້ນໃນຕໍ່ໜ້າ. ພາຍຫລັງສຳເລັດ ການສຳມະນາຄັ້ງນີ້ ຈະໄດ້ນຳເອົາ ບົດຮຽນໄປຜັນຂະຫຍາຍ ແລະ ຈັດ ຕັ້ງປະຕິບັດໃຫ້ມີການຫັນປ່ຽນ ແລະ ເກີດໝາກຜົນຕົວຈິງ. ຂ່າວ: ກົມປະຊາສຳພັນ ຫສນຍ ໃນຄັ້ງນີ້ ເຊິ່ງເປັນການຢ້ຳຄືນ ຄວາມກຽມພ້ອມຂອງກອງເລຂາ ອາຊຽນ ເພື່ອສະໜັບສະໜູນການ ເປັນປະທານອາຊຽນຂອງ ສປປ ລາວ 2024 ທີ່ຈະມາເຖິງນີ້. ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຢ້ຳຄືນ ຄວາມໝາຍໝັ້ນຂອງ ສປປ ລາວ ຕໍ່ວຽກງານອາຊຽນ ແລະ ຜ່ານ ມາໄດ້ປະກອບສ່ວນເຂົ້າໃນວຽກ ງານອາຊຽນ ຢ່າງຕັ້ງໜ້າ, ມີຄວາມ ຮັບຜິດຊອບສູງ, ປະຕິບັດໜ້າທີ່ ແລະ ພັນທະຂອງຕົນຢ່າງດີ ແລະ ໄດ້ຮັບການຮ່ວມມືແລະການສະໜັບ ສະໜູນຊ່ວຍເຫລືອຈາກກອງເລຂາ ອາຊຽນ ມາໂດຍຕະຫລອດ ເປັນຕົ້ນ ການເປັນປະທານອາຊຽນ ຂອງ ສປປ ລາວ 2 ຄັ້ງຜ່ານມາ ໃນສົກປີ 2004-2005 ແລະ ປີ 2016 ຢ່າງມີຜົນສຳເລັດອັນຈົບງາມ. ພ້ອມກັນນີ້, ທ່ານນາຍົກລັດຖະມົນ ຕີ ກໍ່ໄດ້ຢ້ຳຄວາມກຽມພ້ອມຂອງ ສປປ ລາວ ທີ່ຈະເປັນປະທານອາ ຊຽນ ຄັ້ງທີ 3 ໃນປີ 2024 ພາຍໃຕ້ ຄຳຂວັນ“ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງທ່ານເລຂາທິການໃຫຍ່ອາ ຊຽນ ກໍຄື ກອງເລຂາອາຊຽນທີ່ໄດ້ ໃຫ້ການຮ່ວມມື ແລະ ສະໜັບສະ ໜູນຊ່ວຍເຫລືອ ສປປ ລາວ ໃນໄລ ຍະຜ່ານມາ ແລະ ຫວັງວ່າກອງເລ ຂາ ອາຊຽນ ຈະສືບຕໍ່ໃຫ້ການຊ່ວຍ ເຫລືອແກ່ ສປປ ລາວ ໃນຕໍ່ໜ້າໂດຍ ສະເພາະການຮ່ວມມື ແລະ ການ ປະສານງານດ້ານຕ່າງໆ ເພື່ອຈັດຕັ້ງ ປະຕິບັດຂົງເຂດບູລິມະສິດ ສຳລັບ ການເປັນປະທານອາຊຽນ ຂອງ ສປປ ລາວ ໃຫ້ປະສົບຜົນສຳເລັດ ແລະ ປະກອບສ່ວນເຂົ້າໃນການ ເສີມສ້າງປະຊາຄົມອາຊຽນ ໃຫ້ມີ ການເຊື່ອມໂຍງ-ເຊື່ອມຈອດ ແລະ ເຂັ້ມແຂງຫລາຍຂຶ້ນໃນປີ 2024. ທ່ານນາຍົກລັດຖະມົນຕີຍັງໄດ້ຢ້ຳ ວ່າ ສປປ ລາວ ພ້ອມທີ່ຈະເຮັດວຽກ ຢ່າງໃກ້ຊິດກັບກອງເລຂາອາຊຽນ, ປະເທດສະມາຊິກຄອບຄົວອາຊຽນ ແລະ ຄູ່ຮ່ວມມືພາຍນອກ ເພື່ອຜົນ ສຳເລັດຂອງອາຊຽນ ກໍຄືຜົນສຳ ເລັດ ຂອງ ສປປ ລາວ ໃນການເປັນ ປະທານອາຊຽນ. ໃນຂະນະດຽວກັນ, ທ່ານເລຂາ ທິການໃຫຍ່ອາຊຽນ ກາວ ກິມ ຮຸນ ໄດ້ສະແດງຄວາມຍິນດີຕໍ່ຄວາມ ກຽມພ້ອມຂອງສປປລາວທີ່ຈະເຮັດ ໜ້າທີ່ປະທານອາຊຽນ ແລະ ໄດ້ຢ້ຳ ວ່າກອງເລຂາອາຊຽນ ພ້ອມທີ່ ຈະເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ໃຫ້ການຮ່ວມມື ແລະ ການສະ ໜັບສະໜູນຊ່ວຍເຫລືອ ສປປ ລາວ ຢ່າງເຕັມທີ່ໃນການເປັນປະທານອາ ຊຽນຂອງ ສປປ ລາວ ໃນປີ 2024. ໃນຕອນທ້າຍ, ທ່ານນາຍົກລັດ ຖະມົນຕີ ກໍໄດ້ແຈ້ງອີກວ່າ ປີ 2024 ເປັນປີທ່ອງທ່ຽວລາວ ແລະ ໄດ້ ເຊີນຊວນ ພະນັກງານກອງເລຂາອາ ຊຽນ ມາທ່ຽວສະຖານທີ່ຕ່າງໆ ໃນ ສປປ ລາວ ໃນໂອກາດມາຮ່ວມ ກອງປະຊຸມຕ່າງໆຢູ່ສປປລາວແລະ ຊ່ວຍໂຄສະນາ “ປີທ່ອງທ່ຽວລາວ 2024” ໃຫ້ນັກທ່ອງທ່ຽວຈາກ ປະເທດສະມາຊິກອາຊຽນ ແລະ ຈາກພາຍນອກ. ຂ່າວ: ກຕທ ຄະນະນໍາຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ໄອຍະການອົງການໄອຍະການປະ ຊາຊົນສູງສຸດ ແລະ ພາກສ່ວນກ່ຽວ ຂ້ອງ ເຂົ້າຮ່ວມ. ໃນພິທີ, ທ່ານ ນາງ ພອນເພັດ
RkJQdWJsaXNoZXIy MTc3MTYxMQ==