5751

07 xtgmf]k; gsfdko{dkora fmtok 20/11/2023 g,n v';P'7e gzu pczj gvdtlko gda [7j kmeoP,dkooe.-h muj fy o dkog'y og-dv' lts]5 [;Pd'ko c0j '0a o{ph v'p= Ia d-kf c]t ra fmtok g,n v'8Q ogzY ' dP,lh k'rtmkf ia f8totg9fu c]t s]= j rtg9Q kma o.9 xk',kit;u wຂປລ. ແຫລ່ງຂ່າວຈາກ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ພະແນກ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ສປປ ລາວ ແລະ ພະແນກຖະແຫລງ ຂ່າວແລະ ການສື່ສານແຂວງກວາງ ຈິ ສສ ຫວຽດນາມ ແລກປ່ຽນບົດ ຮຽນບົດຮຽນເຊິ່ງ ກັນ ແລະ ກັນ ໃນລະຫວ່າງວັນທີ 15-16 ພະຈິກ 2023 ທີ່ພະແນກ ຖວທ ແຂວງສະ ຫວັນນະເຂດ ໂດຍການເຂົ້າຮ່ວມ ຂອງທ່ານ ໂພສີສ້ອຍ ກຸທິລາດ ຫົວ ໜ້າພະແນກ ຖວທ ແຂວງສະຫວັນ ນະເຂດ ພ້ອມຄະນະ ແລະ ທ່ານ ຫງວຽນ ຮ່ວານ ຮອງຫົວໜ້າພະ ແນກຖະແຫລງຂ່າວ ແລະ ການສື່ ສານ ແຂວງກວາງຈິ ພ້ອມຄະນະ. ໃນພິທີ, ທັງສອງຝ່າຍ ໄດ້ລາຍ ໂດຍຫຍໍ້ ກ່ຽວກັບສະພາບການຈັດ ຕັ້ງປະຕິບັດວຽກງານ ທີ່ຕົນຮັບຜິດ ຊອບໃນໄລຍະຜ່າຍມາ ເຊິ່ງມີທັງ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງ ທ້າຍທາຍທົດສອບຫລາຍຢ່າງ ໂດຍສະເພາະດ້ານວຽກງານຖະ ແຫລງຂ່າວ ແລະ ສື່ມວນຊົນ ພາຍ ຫລັງທີ່ມີສື່ແບບໃໝ່ເຂົ້າມາມີອິດ ທິພົນ ເຮັດໃຫ້ຄຸນຄ່າ ແລະ ຄວາມ ສົນໃຈຂອງສັງຄົມ ໃນການບໍລິໂພກ ຂໍ້ມູນຂ່າວສານ ຈາກສື່ແບບເກົ່າ ແມ່ນນັບມື້ຫລຸດໜ້ອຍຖອຍລົງ. ສະນັ້ນ, ຈຶ່ງເປັນຈຸດສຳຄັນເຮັດໃຫ້ ສື່ວິທະຍຸ, ໂທລະພາບ ແລະ ໜັງສື ພິມຕ້ອງໄດ້ມີການປັບປຸງທາງດ້ານ ຄຸນະພາບ ໃຫ້ຫັນເປັນທັນສະໄໝ ສ້າງສິ່ງດຶງດູດຈາກຜູ້ຊົມ ແລະ ຜູ້ ຟັງໃຫ້ຫລາຍຂຶ້ນ. ໂອກາດດຽວກັນ, ທັງສອງຝ່າຍ ຍັງໄດ້ລົງນາມເຊັນບົດບັນທຶກຮ່ວມ ມືດ້ານວຽກງານສື່ມວນຊົນຮ່ວມ ກັນຕື່ມອີກ, ເຊິ່ງເນື້ອໃນບົດບັນທຶກ ການຮ່ວມມືໄດ້ລະບຸວ່າ:ທັງ2ຝ່າຍ ສືບຕໍ່ເພີ່ມທະວີການຮ່ວມມືດ້ານ ການສື່ສານ, ໂຄສະນາ ແລະ ແນະ ນຳກ່ຽວກັບປະຫວັດສາດ ແລະ ວັດ ທະນະທຳ, ຮີດຄອງປະເພນີອັນດີ ງາມ ຂອງຊາດ ກໍຄືຂອງທ້ອງຖິ່ນ; ຂໍ້ມູນກ່ຽວກັບແນວທາງແຜນນະ ໂຍບາຍ, ຄວາມສາມາດບົ່ມຊ້ອນ, ຄວາມໄດ້ປຽບຂອງແຕ່ລະແຂວງ ແລະ ແຕ່ລະປະເທດໃນການຮຽກ ຮ້ອງ, ດຶງດູດເອົາການລົງທຶນ, ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງ ແຂວງ, ຮຽບຮຽງບັນດາຜະລິດຕະ ພັນການພິມ ແລະ ສາລະຄະດີໂທລະ ພາບ ເພື່ອເຜີຍແຜ່ແຜນນະໂຍບາຍ ແລະ ແນວທາງຂອງແຕ່ລະປະເທດ, ໂຄສະນາເຜີຍແຜ່ກ່ຽວກັບ ຄວາມ ສາມາດບົ່ມຊ້ອນ ແລະ ຄວາມໄດ້ ປຽບຂອງ 2 ແຂວງດ້ວຍພາສາ: ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ພະແນກການເງິນ ແຂວງເຊກອງແລະສາມຂະແໜງການ ສາຍຕັ້ງສະຫລຸບວຽກງານແຂ່ງຂັນ- ຍ້ອງຍໍ ຕິດພັນກັບຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ (20162020), ພ້ອມທັງຍ້ອງຍໍຜົນງານ 5 ປີ ໃນວັນທີ 14 ພະຈິກ 2023 ໂດຍ ການເປັນປະທານ ຂອງທ່ານ ເຫລັກ ໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ເຊກອງ, ມີຄະນະພັກ, ຄະນະພະແນກ, ສະມາຊິກ ພັກ, ພະນັກງານ-ລັດຖະກອນ ແລະ ພະ ນັກງານອາວຸໂສບໍານານຂົ້າຮ່ວມ. ທ່ານ ຄໍາຮູ້ ອ່ອນມະນີ ກໍາມະການ ພັກແຂວງ, ຫົວໜ້າພະແນກການເງິນ ແຂວງ ໄດ້ລາຍງານວ່າ: ຕະຫລອດໄລ ຍະ 5 ປີຜ່ານມາ ຄະນະພັກ-ຄະນະນຳ ພະແນກ ໄດ້ຖືເອົາວຽກງານແຂ່ງຂັນ- ຍ້ອງຍໍຕິດພັນກັບແນວທາງນະໂຍ ບາຍຂອງພັກ-ລັດ ເປັນການປຸກລະດົມ ແລະຊຸກຍູ້ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນພັດທະ ນາວຽກງານການເງິນ ກໍຄືການເຄື່ອນ ໄຫວວຽກງານວິຊາສະເພາະຂອງຂະ ແໜງການເງິນແລະສາມຂະແໜງການ ສາຍຕັ້ງ ອັນເຮັດໃຫ້ການເຄື່ອນໄຫວ ວຽກງານມີຜົນສໍາເລັດເປັນກ້າວໆມາ. ພ້ອມກັນນີ້, ຍັງມີນິຕິກໍາຈໍານວນໜຶ່ງ ເປັນບ່ອນອີງສໍາຄັນ ໃນການຈັດຕັ້ງປະ ຕິບັດ ເປັນຕົ້ນ ຄໍາແນະນໍາ ສະບັບເລກ ທີ 082/ຄປພຂ.ຊກ ກ່ຽວກັບການເປີດ ຂະບວນການຮັກຊາດ ແລະ ພັດທະນາ, ຊຸກຍູ້ວຽກງານ 3 ສ້າງ; ມີການແຕ່ງ ຕັ້ງຄະນະຮັບຜິດຊອບ ແລະ ເປີດບັ້ນ ແຂ່ງຂັນຮັກຊາດ ແລະ ພັດທະນາເຂົ້າ ສູ່ການພັດທະນາ ແລະ ການເຄື່ອນໄຫວ ວຽກງານການເງິນຫັນໄປສູ່ທັນສະໄໝ ເທື່ອລະກ້າວ, ເຊິ່ງສາມາດສັງລວມ ການຍ້ອງ ຍໍຜົນງານ 5 ປີ (20162020) ຂອງສະມາຊິກພັກ ແລະ ພະ ນັກງານ-ລັດຖະກອນ ທີ່ມີຜົນງານພົ້ນ ເດັ່ນໃນບັ້ນແຂ່ງຂັນຄັ້ງນີ້. ທ່ານ ຄໍາຮູ້ ອ່ອນມະນີ ຍັງໄດ້ຍົກ ໃຫ້ເຫັນທິດທາງແຜນການ (20212025) ຕ້ອງສືບຕໍ່ຍູ້ແຮງຂະບວນ ການແຂ່ງຂັນ-ຍ້ອງຍໍ ໂດຍຕິດພັນກັບ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ່ວຽກງານຕົວຈິງ ຂອງແຕ່ ລະຂະແໜງການຢ່າງຕັ້ງໜ້າ; ປຸກລະ ດົມສະມາຊິກພັກ-ພະນັກງານພະແນກ ການເງິນແຂວງ ແລະ ສາມຂະແໜງ ການສາຍຕັ້ງ ເຂົ້າຮ່ວມຢ່າງແຂງແຮງ ແລະ ກວ້າງຂວາງ ເພື່ອແຂ່ງຂັນກັນ ສ້າງຂະບວນການພັດທະນາວຽກງານ ການເງິນ ໃຫ້ເປັນຂະບວນຟົດຟື້ນ, ຕໍ່ ເນື່ອງແລະມີຜົນສໍາເລັດດີຂຶ້ນກວ່າເກົ່າ. ໃນໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ງານທີ່ສາມາດຈັດຕັ້ງປະຕິບັດໄດ້ ໃນ ໄລຍະຜ່ານມາ ແລະ ໄດ້ຊີ້ນໍາໃຫ້ຂະ ແໜງການເງິນ ກໍຄືສາມຂະແໜງການ ສາຍຕັ້ງ ສືບຕໍ່ຈັດຕັ້ງປະຕິບັດຕາມທິດ ທາງແຜນການ ທີ່ວາງໄວ້ຢ່າງເປັນຂະ ບວນການຕົວຈິງ ໂດຍຖືເອົາການສຶກ ສາອົບຮົມການເມືອງນໍາພາແນວຄິດ, ສ້າງຄວາມຮັບຮູ້-ເຂົ້າໃຈໃຫ້ສະມາຊິກ ພັກ-ພະນັກງານ; ເພີ່ມທະວີຄວາມເປັນ ແບບຢ່າງນໍາໜ້າ, ຍົກສູງຄວາມສາ ມາດການນໍາພາໃຫ້ເຂັ້ມແຂງ, ການຄຸ້ມ ຄອງລັດໃຫ້ສັກສິດ ເພື່ອພັດທະນາ ວຽກງານການເງິນໃຫ້ມີຄຸນນະ ພາບ ແລະ ຫັນໄປສູ່ທັນສະໄໝ. ໂອກາດດຽວກັນນີ້, ກໍໄດ້ມີການ ມອບຫລຽນໄຊແຮງງານຊັ້ນ II, ຊັ້ນ III ແລະ ໃບຍ້ອງຍໍ-ໃບຊົມເຊີຍໃຫ້ກັບ ບຸກຄົນແລະກົມກອງທີ່ມີຜົນງານດີເດັ່ນ ປະກອບສ່ວນເຮື່ອແຮງເຂົ້າໃນຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ (2016-2020). ໃນນີ້, ໄດ້ຮັບຫລຽນ ໄຊແຮງງານຊັ້ນ II ຈໍານວນ 1 ທ່ານ; ຫລຽນໄຊແຮງງານ ຊັ້ນ III ຈໍານວນ 6 ທ່ານ; ຫລຽນກາແຮງງານ ຈຳນວນ 17ທ່ານ, ຍິງ2ທ່ານແລະ 1ກົມກອງ; ໃບຍ້ອງຍໍລັດຖະບານ ຈໍານວນ 37 ທ່ານ, ຍິງ 13 ທ່ານ ແລະ 1 ກົມກອງ; ໃບຍ້ອງຍໍທ່ານເຈົ້າແຂວງຈໍານວນ32 ທ່ານແລະ ໃບຊົມເຊີຍຈໍານວນ5ທ່ານ. ຂ່າວ: ສັນຍາ, ພາບ: ພະແນກການເງິນແຂວງ lts;a ootg0f c]t d;'9y ln [8+ Ij ;,,n fh koln j ,;o-q o ຄໍາ, ມີຫົວໜ້າ-ຮອງຫົວໜ້າຫ້ອງ ການ, ຄະນະພັດທະນາກຸ່ມບ້ານ, ຜູ້ຮັບຜິດຊອບບ້ານ ແລະ ອົງການ ປົກຄອງບ້ານເຂົ້າຮ່ວມ. ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບ ຟັງການແນະນໍາມາດຖານ ແລະ ວິທີການຈັດຕັ້ງປະຕິບັດ ການເກັບ ຄ່າທໍານຽມການນໍາໃຊ້ທີ່ດິນ ແລະ ຄ່າທໍານຽມອາກອນ, ເກັບເງິນຊຸກ ຍູ້ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ກອງທຶນໄພພິບັດ ແລະ ທຶນຊຸກຍູ້ການ ແກ້ໄຂບັນຫາ ຢາເສບຕິດພາຍໃນເມືອງ ໂອກາດ ນີ້ ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນ ຄົ້ນຄວ້າປຶກສາຫາລື ຕໍ່ກັບບັນດາ ວຽກງານ ເພື່ອຄວາມເປັນເອກະ ພາບ ທີ່ຈະນຳໄປຈັດຕັ້ງປະຕິບັດ ເປັນຕົ້ນ ມາດຖານການເກັບຄ່າທໍາ ນຽມທີ່ດິນປຸກສ້າງ, ດິນກະສິກໍາ, ນະໂຍບາຍຍົກເວັ້ນຄ່າທໍານຽມ ແລະບັນຫາອື່ນທີ່ກ່ຽວຂ້ອງຕື່ມອີກ. ພ້ອມດຽວກັນນີ້, ໄດ້ຜ່ານຂໍ້ຕົກລົງ ຂອງເຈົ້າເມືອງ ວ່າດ້ວຍການແຕ່ງ ຕັ້ງຄະນະຮັບຜິດຊອບລົງເກັບຄ່າ ທໍານຽມການນໍາໃຊ້ທີ່ດິນ ປະຈໍາປີ 2023. ໂອກາດນີ້, ທ່ານ ຊາຍພອນ ຈັນທຸມມາ ໄດ້ມີຄໍາເຫັນຊີ້ນໍາຕໍ່ຜູ້ ໄດ້ຮັບການແຕ່ງຕັ້ງຕ້ອງເອົາໃຈໃສ່ ຈັດຕັ້ງປະຕິບັດໜ້າທີ່, ຄວາມຮັບ ຜິດຊອບ ຂອງຕົນຢ່າງຕັ້ງໜ້າ, ຄະ ນະບ້ານຕ້ອງເປັນໃຈກາງສະໜອງ ຂໍ້ມູນສະຖິຕິ, ພະນັກງານຜູ້ລົງຈັດ ຕັ້ງປະຕິບັດ ຕ້ອງຖືເອົາລະບຽບ ຫລັກການເປັນບ່ອນອີງໃນການ ເກັບຄ່າທໍານຽມແນ່ໃສ່ເຮັດໃຫ້ການ ເກັບຄ່າທໍານຽມຕາມຖານລາຍຮັບ ທີ່ມີ ເພື່ອຖອກງົບປະມານ ມີຄວາມ ຖືກຕ້ອງ, ປອດໄພ, ຈຳກັດການຮົ່ວ ໄຫລ ແລະ ບັນລຸຕາມແຜນ. ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມືອງ ວຽງຄໍາ ແຂວງຫລວງພະບາງ ຈັດ ກອງປະຊຸມແນະນໍາ ກ່ຽວກັບການ ເກັບຄ່າທໍານຽມ ການນໍາໃຊ້ທີ່ດິນ ປະຈໍາປີ 2023 ເມື່ອບໍ່ດົນມານີ້ ໂດຍເປັນປະທານຂອງ ທ່ານ ຊາຍ ພອນ ຈັນທຸມມາ ເຈົ້າເມືອງວຽງ ຫວຽດນາມ, ອັງກິດ, ລາວ ເພື່ອໂຄ ສະນາເຜີຍແຜ່ໃນໜ້າໜັງສືພິມຂອງ 2 ແຂວງ, ເນື້ອໃນການສື່ສານ ທີ່ ສະແດງອອກຜ່ານບັນດາຜະລິດ ຕະພັນໜັງສືພິມ (ໜັງສືພິມເອເລັກ ໂຕຣນິກ) ໂດຍສອງຝ່າຍໄດ້ຮຽບ ຮຽງດ້ວຍເອກະສານ ທີ່ເປັນລາຍ ລັກອັກສອນ, ພາບນິ້ງ, ພາບເຄື່ອນ ໄຫວ, ພາບແຕ້ມ, ສຽງ, ທີ່ເປັນພາ ສາ ຫວຽດນາມ, ອັງກິດ, ລາວ ຈໍາ ນວນ 2 ບົດ/ເດືອນ/ພາກສ່ວນ ພ້ອມທັງຊຸກຍູ້ການເຄື່ອນໄຫວແລກ ປ່ຽນການສື່ສານ ລະຫວ່າງບັນດາ ສື່ມວນຊົນ ລວມທັງການສື່ສານ ຜ່ານສະຖານີວິທະຍຸ, ໂທລະພາບ, ໜັງສືພິມ ແລະ ສື່ສັງຄົມອອນລາຍ. ບັນດາການເຄື່ອນໄຫວແລກປ່ຽນ ບົດຄວາມ, ຂໍ້ມູນຂ່າວສານ, ເອກະ ສານ ແລະ ປະສົບການໃນຂົງເຂດ ການສື່ມວນຊົນ ເຊິ່ງຈະໄດ້ຮັບການ ຈັດຕັ້ງປະຕິບັດ ເພື່ອແນໃສ່ເພີ່ມທະ ວີຄວາມເຂົ້າໃຈກ່ຽວກັບປະເທດ, ຄົນ, ວັດທະນະທຳ ແລະ ປະຫວັດ ສາດຂອງສອງແຂວງ. ຕາງໜ້າລົງນາມເຊັນບົດບັນ ທຶກການຮ່ວມມື ຄັ້ງນີ້ ໂດຍທ່ານ ໂພສີສ້ອຍ ກຸທິລາດ ແລະ ທ່ານ ຫງວຽນ ຮ່ວານ ຮອງຫົວໜ້າພະ ແນກຖະແຫລງຂ່າວ ແລະ ການສື່ ສານແຂວງ. ຂ່າວ-ພາບ: ອັກສອນສິນ ພົມມະຈັນ ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວໃຫ້ຮູ້ວ່າ: ໃນວັນທີ15ພະຈິກ 2023 ນີ້, ວັດສຣີດອນຄູນ ບ້ານ ໃຫຍ່ນໍ້າເກິ່ງໃໝ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັດພິທີຍົກເສົາເອກ ວາງສີລາລຶກສ້າງພະທາດ ຣັດຕະ ນະເຈດີ ສຸວັນນະສຣິຄູນເມືອງ ແລະ ຫລໍ່ພະເຈົ້າທັນໃຈ ປາງມາຣະວິໄຊ ໂດຍການເຂົ້າຮ່ວມຂອງ ພະອາ ຈານໃຫຍ່ ອາຊຍາທັມ ຄຳເງິນ ຄຳວົງ ປະທານອົງການພຸດທະສາ ສະໜາ (ອພສ) ແຂວງບໍ່ແກ້ວ, ພະ ອາຈານໃຫຍ່ ຄູບາຄຳແສນ ພົມປັນ ຍາ ປະທານທີ່ປຶກສາ ອພສ ແຂວງ, ທ່ານ ຄຳແຍງ ຄອນໄຊຍະກິດ ເຈົ້າ ເມືອງຕົ້ນເຜິ້ງ ພ້ອມດ້ວຍອົງການ ປົກຄອງບ້ານ, ເຖົ້າແກ່ແນວໂຮມຕະ ຫລອດພຸດທະສະນິກະຊົນ ແລະ ຜູ້ ມີສັດທາເຂົ້າຮ່ວມ. ໃນພິທີ, ທ່ານ ອ່ອນແກ້ວ ວົງມະ ນີ ນາຍບ້ານໆໃຫຍ່ນໍ້າເກິ່ງໃໝ່ໄດ້ ກ່າວປະຫວັດຄວາມເປັນມາຂອງ ການສ້າງສາພັດທະນາວັດສຣີດອນ ຄູນ ນັບແຕ່ປະຊາຊົນເຜົ່າໄທເໜືອ ແລະ ເຜົ່າລື້ ບ້ານໃຫຍ່ນໍ້າເກິ່ງໃໝ່ ໄດ້ອົບພະຍົບຈາກເມືອງສິງ ແຂວງ ຫລວງນໍ້າທາ ມາຕັ້ງຖິ່ນຖານຢູ່ ບ້ານໃຫຍ່ນໍ້າເກິ່ງໃໝ່ ໃນປີ 1963 ແລະ ໄດ້ສ້າງວັດສຣີດອນຄູນຂຶ້ນ ເພື່ອເປັນສູນລວມທາງຈິດໃຈຈົນ ສຳເລັດໃນປີ 1970 ພ້ອມທັງໃຫ້ຮູ້ ກ່ຽວກັບຄວາມເປັນມາຂອງການ ລິເລີ່ມວາງແຜນສ້າງ ພະທາດຣັດ ຕະນະເຈດີສຸວັນນະສຣິຄູນເມືອງ ແລະ ພະພຸດທະຮູບ ພຸດທະປະຕິ ມາກອນ ບໍວອນໂຄຕະມະ ມະຫາສີ ລະວັນໂຕ ປາງມາຣະວິໄຊ ໄວ້ໃນບໍ ວອນ ພຸດທະສາສະໜາ ຕາມເຈດ ຕະນາຂອງ ຄະນະສັດທາເຄົ້າ ແລະ ຕາມການຕົກລົງເຫັນດີ ຈາກທຸກ ພາກສ່ວນພາຍໃນບ້ານ, ເຊິ່ງພະ ທາດຣັດຕະນະເຈດີສຸວັນນະສຣີຄູນ ເມືອງ ປະກອບມີກົມມະລຽນອ້ອມ ຮອບກວ້າງ 12 ແມັດມົນທົນ, ມີຂັ້ນ ໄດທາງຂຶ້ນ 4 ດ້ານ, ອົງພະທາດ ໃຫຍ່ ມີຂະໜາດກວ້າງ 6 ແມັດ, ສູງ 19 ແມັດ, ມີເຈດີນ້ອຍ 4 ອົງ ປະດິດ ສະຖານໄວ້ 4 ດ້ານ ຂອງກົມມະ ລຽນດ້ານນອກ ແລະ ພະພຸດທະຮູບ ປາງປະທານພອນ 4 ອົງ ສູງ 170 ຊັງຕີແມັດ ປະດິດສະຖານ ໄວ້ຊຸ້ມ ປະຕູ ຂອງອົງພະທາດ ທັງ 4 ທິດ ຄາດວ່າຈະໃຊ້ເວລາ ໃນການກໍ່ສ້າງ 240 ວັນ ໃຫ້ສຳເລັດ. ການສ້າງພຣະພຸດທະຮູບ ແລະ ເຈດີ ຖືເປັນການສ້າງທີ່ມີຄວາມສຳ ຄັນ ໃນພຸດທະສາສະໜາ ເພື່ອເປັນ ສິ່ງລະນຶກເຖິງປັນຍາທິຄຸນເມດຕາ ທິຄຸນແລະບໍລິສຸດທິຄຸນກໍຄືຫລັກທໍາ ຄຳສອນ ຂອງພຸດທະເຈົ້າ ເພື່ອນໍາ ມາເປັນແນວທາງໃນການດຳລົງຊີ ວິດ, ການສ້າງແຕ່ລະສ່ວນຂອງ ເຈດີ ນັບແຕ່ຖານຈົນເຖິງສ່ວນຍອດ ລ້ວນແຕ່ມີຄວາມໝາຍເຖິງການ ຕັດສະຮູ້ ຂອງພຣະພຸດທະເຈົ້າ ເຊັ່ນ: ອະຣິຍະສັດສີ່, ອະຣິຍະມັກມີອົງ 8 ແລະ ອື່ນໆ. ຂ່າວ-ພາບ: ອຸໄທ ພູມມາ

RkJQdWJsaXNoZXIy MTc3MTYxMQ==