xtgmf]k; 6 20/11/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ໂດຍ: ມາລີດາ [+ wfh IPo9q [3m{gvdc8j skg'y o wfh 6 0 - 7 0 ]h kodu [8+ xu xtgrf ly f c]t ra omt0v'ly ]txy o 7;k,gxa o,kczj ocr]kp\kdxa f 0v'-q ogzqj kdt86 ສິລະປິນທຸກຄົນ ແລະ ສິລະປະ ການສະແດງທຸກປະເພດ ຕ້ອງໄດ້ ຂຶ້ນທະບຽນ ນໍາຂະແໜງການຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ໃນນັ້ນ ກົດໝາຍວ່າດ້ວຍສິລະ ປະການສະແດງ ໄດ້ກຳນົດປະເພດ ສິລະປິນ ອອກເປັນສາມປະເພດ ຄື: ສິລະປິນອາຊີບ; ສິລະປິນເຄິ່ງອາ ຊີບ; ສິລະປິນສະໝັກຫລິ້ນ. ໃນນັ້ນ, ສິລະປິນອາຊີບ ແມ່ນບຸກຄົນ, ນິຕິບຸກ ຄົນ ຫລື ການຈັດຕັ້ງທີ່ເຄື່ອນໄຫວ ວຽກງານສິລະປະການສະແດງປະ ເພດຕ່າງໆ ເປັນອາຊີບຕົ້ນຕໍເຊັ່ນ: ກອງສະແດງທີ່ການຈັດຕັ້ງຂອງ ລັດຫລືເອກະຊົນຄຸ້ມຄອງທາງດ້ານ ວິຊາການ, ບຸກຄະລາກອນ, ງົບປະ ມານ ແລະ ການປະກອບວັດຖຸເຕັກ ນິກຢ່າງເປັນລະບົບຄົບຊຸດ. ສິລະປິນເຄິ່ງອາຊີບ ແມ່ນບຸກ ຄົນ,ນິຕິບຸກຄົນຫລືການຈັດຕັ້ງທີ່ປະ ກອບກິດຈະການດ້ານສິລະປະການ ສະແດງເປັນອາຊີບສໍາຮອງຄຽງຄູ່ ກັບການປະກອບອາຊີບອື່ນ. ສ່ວນ ສິລະປິນສະໝັກຫລິ້ນ ແມ່ນບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງທີ່ເຄື່ອນ ໄຫວວຽກງານສິລະປະການສະ ແດງເປັນບາງຄັ້ງຄາວ, ບາງໄລຍະ ຕາມກາລະໂອກາດ ແລະ ເງື່ອນໄຂ. ສຳລັບສິລະປິນ ແມ່ນມີສິດ ດັ່ງ ນີ້: ຄົ້ນຄວ້າ, ສຶກສາຮ່ໍາຮຽນ ເພື່ອ ຍົກລະດັບທິດສະດີທາງດ້ານການ ເມືອງ, ວິຊາສະເພາະ ແລະ ວັດທະ ນະທໍາ; 2. ຄົ້ນຄວ້າ, ປະດິດຄິດແຕ່ງ ແລະ ສະແດງຜົນງານຂອງຕົນ ທີ່ ໄດ້ຮັບອະນຸຍາດ; ສະເໜີຂໍການຢັ້ງ ຢືນຜົນງານສິລະປະການສະແດງ ຂອງຕົນ ແລະ ໄດ້ຮັບການປົກປ້ອງ ຕາມລິຂະສິດ; ເຄື່ອນໄຫວ ຫລື ດໍາ ເນີນທຸລະກິດສິລະປະການສະແດງ ທີ່ຖືກຕ້ອງຕາມກົດໝາຍ; ສ້າງຕັ້ງ ຫລືເຂົ້າຮ່ວມສະມາຄົມວິຊາຊີບ,ສູນ, ສະໂມສອນ, ມູນນິທິກ່ຽວກັບສິລະ ປະການສະແດງ ເພື່ອສັງຄົມທີ່ຖືກ ຕ້ອງຕາມກົດໝາຍ; ນໍາໃຊ້ສິດອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ສິລະປິນ ມີພັນທະດັ່ງນີ້: ຟື້ນຟູ, ອະນຸລັກ, ພັດທະນາ ແລະ ເສີມຂະ ຫຍາຍມູນເຊື້ອ ສິລະປະວັດທະນະ ທໍາ, ຮີດຄອງປະເພນີອັນດີງາມ ຂອງຊາດ, ຂອງເຜົ່າ; ໂຄສະນາເຜີຍ ແຜ່ແນວທາງນະໂຍບາຍ, ລັດຖະ ທໍາມະນູນ, ກົດໝາຍ ໂດຍຜ່ານການ ເຄື່ອນໄຫວສິລະປະການສະແດງ; ຖ່າຍທອດຄວາມຮູ້, ຄວາມສາມາດ, ບົດຮຽນ, ປະສົບການຕ່າງໆ ເພື່ອບໍາ ລຸງສ້າງສິລະປິນຮຸ່ນສືບທອດ; ຕ້ານ ແລະສະກັດກັ້ນປາກົດການຫຍໍ້ທໍ້ທາງ ດ້ານວັດທະນະທໍາໃນສັງຄົມ; ມອບ ສໍາເນົາການປະດິດແຕ່ງແລະຜະລິດ ຕະພັນສິລະປະການສະແດງຂອງ ຕົນໃຫ້ແກ່ອົງການທີ່ກ່ຽວຂ້ອງເພື່ອ ເປັນມໍລະດົກໃນການຄົ້ນຄວ້າ, ສຶກ ສາຮໍ່າຮຽນ; ເສຍພາສີ, ອາກອນ, ຄ່າທໍານຽມແລະປະຕິບັດພັນທະອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ. ຍ້ອນຮຽນຮູ້ ແລະ ສຶກສາຕົວ ຈິງຈາກສິ່ງແວດລ້ອມອ້ອມຂ້າງ ໂດຍສັງເກດເບິ່ງໝູ່ເພື່ອນປູກລ້ຽງ, ຖອດຖອນບົດຮຽນນໍາຜູ້ປະສົບ ຜົນສໍາເລັດ ແລະ ຊອກເບິ່ງຄວາມ ຕ້ອງການຂອງຕະຫລາດຈິ່ງເຮັດ ໃຫ້ ທ່ານ ຜ່ານ ໄຊຍະລາດ ໄດ້ຮັບ ການຍົກຍ້ອງວ່າເປັນຄອບຄົວຕົວ ແບບຂອງການປູກຝັງໃນແຂວງສະ ຫວັນນະເຂດ. ດັ່ງທີ່ຮູ້ນໍາກັນ ໃນໄລຍະປີຜ່ານ ມາການປູກມັນຕົ້ນແມ່ນໄດ້ຮັບ ຄວາມນິຍົມສູງພໍສົມຄວນ ເນື່ອງ ຈາກມີປະຊາຊົນຫັນມາປູກມັນຕົ້ນ ເພື່ອຈໍາໜ່າຍຫລາຍຂຶ້ນທຸກໆປີ ໂດຍລາຄາຂາຍ ໃນປີຜ່ານມາມັນ ແຫ້ງ 2-3 ພັນກີບ, ສ່ວນມັນດິບລາ ຄາ 1 ພັນກວ່າກີບ. ດັ່ງນັ້ນ, ມາໃນປີ 2023 ນີ້ລາຄາມັນຕົ້ນຍັງຖືວ່າສົດ ໃສ ແລະ ກາຍເປັນແຮງຊຸກຍູ້ເຮັດ ໃຫ້ປະຊາຊົນຫັນມາປູກຫລາຍຂຶ້ນ ກວ່າເກົ່າໂດຍສະເພາະປະຊາຊົນຢູ່ ຫັດຖະກໍາຕໍ່າແຜ່ນ ລາຍໝາກ ປັດ ຂອງຊົນເຜົ່າກະຕູ ແມ່ນສິລະປະ ວັດທະນະທໍາທີ່ປານີດ ອ່ອນຊ້ອຍ ຂອງແມ່ຍິງໂດຍສືບກັນມາແຕ່ຮຸ່ນ ປູ່ຍ່າ ຈົນມາຮອດປັດຈຸບັນນີ້ວັດທະ ນະທໍາ ທາງພູມປັນຍາ ໄດ້ກາຍເປັນ ສິລະປະ, ກາຍເປັນເອກະລັກ, ວັດ ທະນະທໍາ ທີ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ ເຂົ້າມາທ່ຽວຊົມຜົນງານຂອງຊົນ ເຜົ່າກະຕູຫລາຍຂຶ້ນ. ທ່ານ ຄໍາພອນ ອ່ອນຈັນ ນາຍ ເມືອງພະລານໄຊ ແຂວງສະຫວັນ ນະເຂດ. ທ່ານ ຜ່ານ ໄຊຍະລາດ ເປັນໜຶ່ງ ໃນຄອບຄົວຕົວແບບການປູກມັນ ຕົ້ນບ້ານໂນມີໄຊ ໄດ້ໃຫ້ສໍາພາດວ່າ: ຕົນເອງໄດ້ປູກມັນ ຕົ້ນເປັນປີທີ 3 ຕິດຕໍ່ກັຍແລ້ວ ເຊິ່ງປີທໍາອິດປູກໃນ ເນື້ອທີ່1 ເຮັກຕາປາຍມີລາຍຮັບ10 ລ້ານກວ່າກີບ, ປີທີ 2 ປູກໃນເນື້ອທີ່ 4 ເຮັກຕາ ມີລາຍຮັບ 20 ລ້ານ ກວ່າກີບ ແລະ ປີທີ 3 ນີ້ ປູກໃນເນື້ອ ທີ່ 6 ເຮັກຕາ ແລະ ຈະເລີ່ມກົ່ນ ໃນ ໄລຍະເດືອນ 1-2 ປີ 2024, ຄາດ ຄະເນຜົນໄດ້ຮັບ ປະມານ 60-70 ລ້ານກີບ. ທ່ານ ຜ່ານ ໄຊຍະລາດ ຍັງເລົ່າ ສູ່ຟັງວ່າ hຂ້ອຍບໍ່ໄດ້ຮຽນຈົບໃນ ລະດັບໂທ-ເອກຄືເພີ່ນ ແຕ່ຮູ້ດີວ່າ ຄວນເຮັດແນວໃດ ສິ່ງສໍາຄັນຕ້ອງ ດຸໝັ່ນ, ສຶກສາໃຫ້ດີ, ຕ້ອງຮູ້ເບິ່ງບັນ ຫາ ແລະ ມາຕີລາຄາເບິ່ງຜົນໄດ້ ຜົນເສຍh. ສໍາການປູກມັນຕົ້ນປີນີ້, ມີລາຍ ຈ່າຍ 4-5 ລ້ານກີບເທົ່ານັ້ນ ເນື່ອງ ຈາກວ່າມີເນື້ອທີ່ດິນທີ່ປູກຜ່ານມາ ແຕ່ປີກ່ອນແລ້ວ 4 ເຮັກຕາ ດັ່ງນັ້ນ, ມາໃນປີ 2023 ນີ້ ຈຶ່ງເສຍຄ່າບຸກ ເບີກເພີ່ມພຽງ 2 ເຮັກຕາ. ສໍາລັດ ການບົວລະບັດຮັກສາມັນຕົ້ນຂອງ ທ່ານ ຜ່ານ ກໍ່ບໍ່ຫຍຸ້ງຍາກປານໃດ ມີພຽງແຕ່ໝັ່ນຫລົກຫຍ້າ, ສ່ວນ ການໃສ່ປຸÐ ຍ ຫລື ຢາຂ້າຫຍ້າທ່ານ ຜ່ານ ແມ່ນບໍ່ໄດ້ນໍາໃຊ້ ແຕ່ຈະເນັ້ນ ປູກແບບວິທີທໍາມະຊາດ ເນື່ອງຈາກ ວ່າດິນທີ່ປູກນີ້ເປັນດິນດົງ ເຊິ່ງເປັນ ດິນທີ່ມີຄວາມອຸດົມສົມບູນພໍສົມ ຄວນເຮັດໃຫ້ມັນຕົ້ນດູດຊຶມແຮ່ ທາດໄດ້ດີ. ສໍາລັບຂໍ້ຫຍຸ້ງຍາກທີ່ມັກ ພົບແມ່ນ ຢູ່ໃນຊ່ວງກົ່ນຫົວມັນ ແລະ ຕັດລໍາມັນ ເນື່ອງຈາກວ່າແຮງງານ ພາຍໃນຄອບຄົວມີພຽງ 5 ຄົນເທົ່າ ນັ້ນ ດັ່ງນັ້ນ, ຈຶ່ງຕ້ອງໄດ້ຈ້າງແຮງ ງານຈາກພາຍນອກມາຊ່ວຍ. ໃນໂອ ກາດສຸດທ້າຍ, ທ່ານ ຜ່ານ ກໍ່ໄດ້ເຊີນ ຊວນບັນດາພໍ່ແມ່ປະຊາຊົນຊາວ ກະ ສິກອນທົ່ວແຂວງສະຫວັນນະເຂດ ກໍ່ຄືເມືອງພະລານໄຊ ໃຫ້ພ້ອມກັນ ຫັນມາປູກມັນຕົ້ນ ເພື່ອສ້າງລາຍ ຮັບໃຫ້ແກ່ຄອບຄົວ, ທັງເປັນການ ສ້າງພື້ນຖານເສດຖະກິດຂອງຊຸມ ຊົນໃຫ້ມີຄວາມໝັ້ນຄົງ. ເປັນຂອງຊົນເຜົ່າກະຕູ ເຊິ່ງໄດ້ສືບ ທອດມູນເຊື້ອອັນດີງາມມາແຕ່ດົນ ນານ ໂດຍບ້ານຫ້ວຍຫູນໃຕ້ ເປັນ ຊົນເຜົ່າກະຕູ ມີຕົ້ນກໍາເນີດມາຈາກ ບ້ານປະລຸຕາແສງອາເຕັງ ເມືອງກະ ລືມ ແຂວງເຊກອງ. ການດໍາລົງຊີ ວິດໃນເມື່ອກ່ອນພົບຄວາມຫຍຸ້ງ ຍາກຫລາຍດ້ານ ໄດ້ຍົກຍ້າຍຈາກ ບ້ານເດີມມາບຸກເບີກຕັ້ງຖິ່ນຖານ ໃໝ່ ຢູ່ແຄມສາຍນໍ້າຫ້ວຍຫູນຕອນ ໃຕ້ໃນຕົ້ນປີ 1976 ຊຶ່ງເອີ້ນວ່າບ້ານ ຫ້ວຍຫູນໃຕ້ ໃນປັດຈຸບັນ ເຊິ່ງມີ 145 ຫລັງຄາເຮືອນ, ມີ 155 ຄອບ ຄົວ, ມີພົນລະເມືອງ 852 ຄົນ. ນອກຈາກການປູກຝັງເປັນອາຊີບ ຫລັກ ຍັງມີມູນເຊື້ອການຕໍ່າແຜ່ນ ແພເປັນອາຊີບສຳຮອງສືບທອດ ກັນມາແຕ່ປູ່ຍ່າຕາຍາຍເພາະການ ຕໍ່າຫູກໃນເມື່ອກ່ອນຍັງເຮັດກະແຈກ ກະຈາຍ ພໍໃຜພໍລາວ ຂາດຄວາມຮູ້ ເຕັກນິກໃນການເຮັດລວດລາຍຍັງ ບໍ່ທັນມີສີສັນທີ່ເປັນເອກະລັກ ແລະ ດຶງດູດລູກຄ້າເທົ່າທີ່ຄວນ ຈຶ່ງໄດ້ມີ ການປັບປຸງຈັດຕັ້ງເປັນກຸ່ມຜະລິດ ຂຶ້ນໃນປີ2000 ໂດຍໄດ້ຮັບການສະ ໜັບສະໜູນ ຈາກໂຄງການໄຈກ້າ ຂອງຢີ່ປຸ່ນຈຶ່ງໄດ້ມີການຝຶກອົບຮົມ ໃຫ້ຄວາມຮູ້ເຕັກນິກວິທີການຕໍ່າ ແລະ ລວຍລາຍຕ່າງໆ ເພື່ອເປັນເອ ກະລັກຂອງຊົນເຜົ່າ ແລະ ມີຄວາມ ສວຍງາມ, ໃນວັນທີ 10 ມັງກອນ 2014, ຜະລິດຕະພັນຫັດຖະກໍາຕໍ່າ ແຜ່ນແພຜ້າລາຍໝາກປັດຂອງຊົນ ເຜົ່າກະຕູໄດ້ຮັບໃບຢັ້ງຢືນຮັບຮອງ ແລະ ປະກາດເປັນສິນຄ້າໂອດັອບ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງ ບ້ານຫ້ວຍຫູນໃຕ້ ແລະ ໄດ້ສືບຕໍ່ຈັດ ຕັ້ງປະຕິບັດເປັນກຸ່ມການຜະລິດ ຫັດ ຖະກໍາຕໍ່າແຜ່ນແພຂະໜາດນ້ອຍ ແບບຄອບຄົວ ການສ້າງກຸ່ມຫັດຖະ ກໍາ ເປັນການລວມຕົວຂອງບັນດາ ຫົວໜ່ວຍຄອບຄົວ ເພື່ອຈັດຕັ້ງເປັນ ກຸ່ມຫັດຖະກໍາ ເພື່ອສ້າງຄວາມເຂັ້ມ ແຂງທາງດ້ານການຈັດຕັ້ງ, ການ ຄຸ້ມຄອງແລະການຮ່ວມທຶນເພື່ອຜະ ລິດເປັນສິນຄ້າຕາມລາຍການຜະ ລິດຕະພັນ. ຈົນມາຮອດປັດຈຸບັນກົມ ມໍລະດົກ ກະຊວງ ຖະແຫລງຂ່າວ, ວັດທະນະທໍາແລະທ່ອງທ່ຽວ ໄດ້ລົງ ມາເຄື່ອນໄຫວເກັບກໍາຂໍ້ມູນການຕໍ່າ ແຜ່ນແພດັ່ງກ່າວ ເພື່ອສະເໜີພາກ ສ່ວນກ່ຽວຂ້ອງຮັບຮອງເປັນມູນມໍ ລະດົກລະດັບທ້ອງຖິ່ນໃນຕໍ່ໜ້າ. ທ່ານ ຄໍາພອນ ເວົ້າເສີມວ່າ: ຫັດ ຖະກໍາຕໍ່າແຜ່ນລາຍໝາກປັດ ແມ່ນ ກິດຈະກຳຍາມຫວ່າງຂອງເອື້ອຍ ນ້ອງແມ່ຍິງ ພາຍໃນບ້ານ ເພື່ອ ສ້າງລາຍຮັບເພີ່ມ ຈາກການເຮັດ ໄຮ່, ເຮັດນາ ເຊິ່ງຂັ້ນຕອນແມ່ນມີ ຄວາມຫຍຸ້ງຍາກຫລາຍ ນັບແຕ່ຂັ້ນ ຕອນການຕໍ່າຫູກທໍໄໝ ແລະ ການ ປັກລາຍໝາກປັດນັ້ນ ຕ້ອງໃຊ້ເວ ລາເກືອບເດືອນເພາະກ່ອນຈະໄດ້ ລາຍໜຶ່ງຕ້ອງໄດ້ພັນລະນາ ເຖິງ ການດໍາລົງຊີວິດ ແລະ ຮີດຄອງປະ ເພນີອັນດີງາມຂອງຊົນເຜົ່າກະຕູ ຜ່ານການປັກແຊວ. ບ້ານໆຫ້ວຍຫູນໃຕ້ ເມືອງລະມາມ ແຂວງເຊກອງ ໄດ້ໃຫ້ຮູ້ວ່າ: ຫັດຖະ ກໍາຕໍ່າແຜ່ນແພຜ້າລາຍໝາກປັດ
RkJQdWJsaXNoZXIy MTc3MTYxMQ==