gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 20/11/2023 xtgmf]k; 4 3]d c]t gsfdko ຕໍ່າໜ້າ ຕໍ່າໜ້າ ຕໍ່າໜ້າ Iv'sq ;|h k vvxl 8h voIa [7tot -j P;-kofh kodq f\kp c]t ;y -kdko ຂປລ. ໃນວັນທີ 13 ພະຈິກ 2023 ນີ້,ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ຄະນະກຳມະການ ແຫ່ງຊາດເພື່ອຕ້ານການຟອກເງິນ ແລະສະໜອງທຶນໃຫ້ແກ່ການກໍ່ການ ຮ້າຍໄດ້ຕ້ອນຮັບທ່ານ ລິດຊາດ ຟີລິ ພາດ (3icharE 1hilippart) ຜູ້ ອຳນວຍການສະຖາບັນຊ່ວຍເຫລືອ ດ້ານກົດໝາຍ ແລະ ວິຊາການພ້ອມ ດ້ວຍຄະນະ ເພື່ອລາຍງານ ສະພາບ ລວມຜົນກະທົບ ແລະ ວິທີການແກ້ ໄຂຕໍ່ກັບການລະເມີດວຽກງານຕ້ານ ການຟອກເງິນ ແລະ ການສະໜອງ ທຶນ ໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ. ທ່ານ ບຸນທັນ ບຸນທະວິໄລ ໄດ້ສະ ແດງຄວາມຍິນດີຕ້ອນຮັບ ແລະ ຕີ ລາຄາສູງຕໍ່ທ່ານ ລິດຊາດ ຟີລິພາດ ທີ່ໄດ້ນຳພາຄະນະມາຢ້ຽມຢາມ ແລະ ມາແນະນໍາແນວທາງຈັດຕັ້ງ ປະຕິບັດກ່ຽວກັບວຽກງານຕ້ານ ການຟອກເງິນ ແລະ ການສະໜອງ ທຶນ ໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ, ພາຍຫລັງບົດລາຍງານ ຜົນການປະເມີນຮອບດ້ານວຽກ ງານຕ້ານການຟອກເງິນ ແລະ ການ ສະໜອງທຶນໃຫ້ແກ່ການກໍ່ການ ຮ້າຍຖືກຮັບຮອງ. ລັດຖະບານຂອງ ສປປ ລາວ ແມ່ນມີຄວາມກັງວົນຕໍ່ ຜົນກະທົບຢ່າງຮ້າຍແຮງຂອງການ ຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍທັງລະດັບ ພາກພື້ນ ແລະ ສາກົນ ຕໍ່ລະບົບການ ເງິນ ແລະ ຄວາມສະຫງົບໃນສັງຄົມ ຂອງປະເທດ ໂດຍສະເພາະອົງການ ໄອຍະການປະຊາຊົນສູງສຸດ ໄດ້ໃຫ້ ຄວາມສຳຄັນ ແລະ ຊີ້ນຳຢ່າງໃກ້ຊິດ ຕໍ່ພະນັກງານຫລັກແຫລ່ງໃນກາ ນສຶກສາຄົ້ນຄວ້າບັນດາມາດຕະ ການສາກົນໃນການຈັດຕັ້ງປະຕິບັດ ວຽກງານຕ້ານ ສະກັດກັ້ນການ ຟອກເງິນ ແລະ ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໃຫ້ສາມາດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຕົວຈິງ ໃນວຽກງານ ອົງການໄອຍະການປະຊາຊົນໄດ້ ເປັນຕົ້ນ, ການເພີ່ມບຸກຄະລາກອນ, ການນໍາໃຊ້ລະບົບທີ່ທັນສະໄໝ ເເລະ ງົບປະມານ ເຂົ້າໃນວຽກງານ ຂອງອົງການໄອຍະການປະຊາຊົນ ເພື່ອຮັບປະກັນປະສິດທິພາບ ໃນ ການຕິດຕາມ, ກວດກາການດຳເນີນ ຄະດີຂອງເຈົ້າໜ້າທີ່ສືບສວນ-ສອບ ສວນຄວາມຜິດຕົ້ນ ແລະ ການຟອກ ເງິນ ໂດຍສະເພາະຂໍ້ຫາການຄ້າ ຂາຍຢາເສບຕິດຂ້າມຊາດ, ການຄ້າ ມະນຸດ ແລະ ຄວາມຜິດອື່ນໆ ໃຫ້ມີ ຈຳນວນສະຖິຕິເພີ່ມຂຶ້ນ; ການເຜີຍ ແຜ່ຄວາມຮູ້ກ່ຽວກັບວຽກງານຕ້ານ ການຟອກເງິນ, ການສະໜອງທຶນ ໃຫ້ແກ່ການກໍ່ການຮ້າຍ ແລະ ການ ແຜ່ຜາຍອາວຸດທຳລາຍລ້າງຜານ ໃຫ້ກັບພະນັກງານທັງສູນກາງ ແລະ ທ້ອງຖິ່ນ. ພ້ອມນີ້,ທ່ານບຸນທັນບຸນທະວິໄລ ຍັງໄດ້ສະແດງຄວາມຍິນດີທີ່ຈະ ຮັບເອົາຄຳແນະນຳ ເພື່ອນຳໄປຜັນ ຂະຫຍາຍເພື່ອໃຫ້ລະບົບ ".-/ $'Tກໍຄືວຽກງານຂອງອົງການໄອ ຍະການປະຊາຊົນ ມີຄວາມເຂັ້ມ ແຂງສອດຄ່ອງກັບມາດຕະຖານ ຂອງອົງການຕ້ານການຟອກເງິນ ສາກົນ('"T'),ພ້ອມທັງສະແດງ ຄວາມຫວັງວ່າ ສະຖາບັນຊ່ວຍ ເຫລືອດ້ານກົດໝາຍ ແລະ ວິຊາການ ຈະສືບຕໍ່ໃຫ້ການສະໜັບສະໜູນ ສປປ ລາວ ໃນເວທີພາກພື້ນ ແລະສາ ກົນ ໃນຕໍ່ໜ້າ. ກຽມຕົວແທນເດັກ... ອອປສ ຖືສຳຄັນ... ກ່ຽວກັບການຊ່ວຍເຫລືອ ແລະ ການດໍາເນີນຄະດີຕໍ່ການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃນ ໄລ ຍະຜ່ານມາ ເຊິ່ງ ອອປສ ໄດ້ຖືສໍາຄັນ ທີ່ສຸດໃນວຽກງານຕ້ານ ແລະ ສະ ກັດກັ້ນການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກ ໂດຍໄດ້ແຕ່ງຕັ້ງ ຄະນະຮັບຜິດຊອບຂຶ້ນຢູ່ອົງການໄອ ຍະການປະຊາຊົນສູງສຸດ ເຊິ່ງແມ່ນ ຮອງຫົວໜ້າ ອອປສ ເປັນຫົວໜ້າ ແລະ ປະກອບດ້ວຍຫົວໜ້າຫ້ອງ ການ, ຮອງຫົວໜ້າຫ້ອງການ, ຮອງ ກົມເປັນຄະນະ ແລະ ມີກອງເລຂາ ຊ່ວຍວຽກຈໍານວນໜຶ່ງ. ທ່ານ ບຸນທັນ ບຸນທະວິໄລ ກ່າວວ່າ: ໃນການແຕ່ງຕັ້ງຄະນະຮັບ ຜິດຊອບຂຶ້ນຢູ່ອົງການໄອຍະການ ປະຊາຊົນສູງສຸດ ເພື່ອເປັນເສນາທິ ການໃຫ້ແກ່ຄະນະກໍາມາທິການ ແຫ່ງຊາດ ເພື່ອສົ່ງເສີມຄວາມກ້າວ ໜ້າຂອງແມ່ຍິງ, ແມ່ ແລະ ເດັກ ແລະ ເປັນເສນາທິການໃຫ້ແກ່ຄະນະ ນໍາອົງການໄອຍະການປະຊາຊົນ ສູງສຸດປະຕິບັດໜ້າທີ່ໃນການເກັບ ກໍາຂໍ້ມູນກ່ຽວກັບສະຖິຕິການດໍາ ເນີນຄະດີການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກ ທີ່ອົງການໄອຍະ ການປະຊາຊົນ ໃນຂອບເຂດທົ່ວປະ ເທດໄດ້ຮັບຈາກເຈົ້າໜ້າທີ່ຕໍາຫລວດ ແລະ ມີໜ້າທີ່ໃນການຊີ້ນໍາອົງການ ໄອຍະການປະຊາຊົນທ້ອງຖິ່ນ ໃນ ການຕິດຕາມກວດກາການດໍາເນີນ ຄະດີການໃຊ້ຄວາມຮຸນແຮງຕໍ່ແມ່ ຍິງ ແລະ ເດັກ ໃຫ້ຖືກຕ້ອງຕາມກົດ ໝາຍ ໂດຍໄດ້ສັ່ງຟ້ອງຜູ້ຖືກຫາໃຫ້ ສານຕັດສິນລົງໂທດ ເພື່ອຮັບປະ ກັນໃຫ້ຜູ້ກະທໍາຜິດ ໄດ້ຖືກລົງໂທດ ຕາມກົດໝາຍຢ່າງເຂັ້ມງວດ ເພື່ອ ຟື້ນຟູສິດແລະຜົນປະໂຫຍດອັນຊອບ ທໍາຂອງແມ່ຍິງ ແລະ ເດັກ ທີ່ຖືກ ລະ ເມີດນັ້ນ ໃຫ້ກັບຄືນສູ່ປົກກະຕິໂດຍ ໄວ ແລະ ຮັບປະກັນໃຫ້ແມ່ຍິງ ແລະ ເດັກໄດ້ຮັບຄວາມເປັນທໍາໃນການ ດໍາເນີນຄະດີ. ອົງການໄອຍະການປະຊາຊົນ ສູງສຸດໄດ້ເອົາໃຈໃສ່ໃນການຊີ້ນໍາໆ ພາອົງການໄອຍະການປະຊາຊົນ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ໃຫ້ມີຄວາມເຂັ້ມງວດໃນການຕິດ ຕາມກວດກາການດໍາເນີນຄະດີ ກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກ ຊິ່ງໄດ້ຮັບການຈັດ ຕັ້ງປະຕິບັດດ້ວຍດີຕະຫລອດມາ, ອັນໄດ້ປະກອບສ່ວນເຂົ້າໃນການ ຕ້ານແລະສະກັດກັ້ນການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກຢູ່ໃນ ສັງຄົມ ເພື່ອກ້າວໄປສູ່ການລຶບລ້າງ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃຫ້ໝົດໄປ. ໃນໂອກາດລະນຶກວັນສາກົນ ເພື່ອລຶບລ້າງການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກ ວັນທີ 25 ພະ ຈິກ 2023 ທີ່ຈະມາເຖິງນີ້ ທ່ານ ບຸນທັນ ບຸນທະວິໄລ ຍັງຮຽກຮ້ອງ ມາຍັງບັນດາທ່ານໃຫ້ຮ່ວມແຮງ ຮ່ວມໃຈກັນຕ້ານສະກັດກັ້ນ ແລະ ກໍາຈັດການໃຊ້ຄວາມຮຸນແຮງຕໍ່ ແມ່ ຍິງ ແລະ ເດັກ ໃນທຸກຮູບແບບ ເພື່ອ ເຮັດ ໃຫ້ບັນຫາດັ່ງກ່າວໝົດໄປຈາກ ສັງຄົມລາວຂອງພວກເຮົາ. ວັນຄົບຮອບ 34 ປີຂອງສົນທິສັນ ຍາວ່າດ້ວຍສິດທິເດັກ ຫລື ວັນເດັກ ໂລກ ແລະ ສະເຫລີມສະຫລອງຄົບ ຮອບ 50 ປີຂອງການຮ່ວມມືກັນລະ ຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການ ອຸຍນີເຊບ ພາຍໃຕ້ຄໍາ ຂວັນທີ່ວ່າ hການລົງທຶນໃນອະນາ ຄົດ ຄືການລົງທຶນໃສ່ເດັກi ໂດຍ ການເປັນປະທານຮ່ວມຂອງທ່ານ ນາງ ມະນີວອນ ຫລວງສົມບັດ ຫົວໜ້າຫ້ອງການ ຄຊກມດ ແລະ ທ່ານນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນີເຊບ ປະຈໍາ ສປປ ລາວ ໂດຍມີຕົວແທນເດັກຈາກ 18 ແຂວງ ໃນຂອບເຂດທົ່ວປະເທດ ແລະ ຜູ້ຕາງໜ້າຈາກສະຖານທູດ ]a f7;o,u ot3p[kpmj u 4n d8h v' c]t dq f\kp mu j Ia fd5 , grn j vlh k'7;k,g-n j v\A o.sh oa d]q 'mb o leg]a fdko/b dvq [Iq ,;y mu ;y mtpk .sh rtoa d'ko 8xmF 78r c]t dt-;'vh v,0h k'l6 odk' ຂປລ. ໃນຕອນບ່າຍຂອງການ ດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດ ທີ IX ໃນວັນທີ 16 ພະຈິກ 2023, ພາຍຫລັງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ສະເໜີຮ່າງກົດໝາຍ ວ່າເຂດເສດຖະກິດພິເສດ ສະບັບ ສ້າງໃໝ່, ບັນດາສະມາຊິກສະພາ ແຫ່ງຊາດ ໄດ້ສຸມໃສ່ປະກອບຄຳ ເຫັນໃສ່ຮ່າງກົດໝາຍດັ່ງກ່າວຢ່າງ ກົງໄປກົງມາ ໂດຍສະເພາະ ທ່ານ ຄຳແສນ ສີສະວົງ ສສຊ ປະຈຳເຂດ ເລືອກຕັ້ງທີ 9 ແຂວງຊຽງຂວາງ ໄດ້ສະເໜີໃຫ້ມີນະໂຍບາຍ, ກົນໄກ ຄຸ້ມຄອງບໍລິຫານສະເພາະເພື່ອສ້າງ ເງື່ອນໄຂໃຫ້ແກ່ການດຶງດູດນັກລົງ ທຶນຈາກທັງພາຍໃນ ແລະ ຕ່າງປະ ເທດທີ່ນຳໃຊ້ເຕັກໂນໂລຊີລະດັບສູງ, ນະວັດຕະກຳ, ຜະລິດເປັນສິນຄ້າ ແລະ ອື່ນໆ. ຫາກລັດຖະບານມີນະ ໂຍບາຍທີ່ຖືກຕ້ອງ, ມີກົດໝາຍທີ່ຮັດ ກຸມຄາດວ່າຈະສາມາດສ້າງຄວາມ ເຊື້ອໝັ້ນໃຫ້ກັບນັກລົງທຶນເຂົ້າມາ ລົງທຶນ ຢູ່ ສປປ ລາວ ກໍຄືຢູ່ເຂດເສດ ຖະກິດພິເສດຫລາຍຂຶ້ນ. ທ່ານ ຄຳແສນ ສີສະວົງ ຍັງໄດ້ ສະແດງຄວາມຊົມເຊີຍຕໍ່ກະຊວງ ແຜນການ ແລະ ການລົງທຶນ ກໍຄືຄະ ນະຮັບຜິດຊອບສ້າງຮ່າງກົດໝາຍ ວ່າດ້ວຍເຂດເສດຖະກິດພິເສດທີ່ໄດ້ ສ້າງກົດໝາຍນີ້ຂຶ້ນມາ ເຊິ່ງເປັນ ກົດໝາຍທີ່ດີທີ່ສຸດ ແລະ ເໝາະສົມ ທີ່ສຸດ ຢູ່ໃນໄລຍະທີ່ເສດຖະກິດມີ ຄວາມຝຶດເຄື່ອງໃນປັດຈຸບັນພ້ອມ ທັງສະເໜີໃຫ້ພິຈາລະນາບາງບັນ ຫາ ເປັນຕົ້ນຈຸດປະສົງຂອງກົດໝາຍ ຄວນກຳນົດໃຫ້ມີການຄຸ້ມຄອງ ຫລື ສົ່ງເສີມການລົງທຶນໃຫ້ລະບຸຢ່າງ ຈະແຈ້ງ ເຊິ່ງໃນລັກສະນະຂອງກົດ ໝາຍຕ້ອງໄດ້ຕີລາຄາຢ່າງລະອຽດ ບັນຫາໃດທີ່ພົ້ນເດັ່ນຄວນຄຸ້ມຄອງ ໃຫ້ຖືກຕ້ອງ, ຊັດເຈນ, ໃຫ້ຢູ່ໃນກອບ ຂອງກົດໝາຍ, ອັນໃດທີ່ຍັງບໍ່ພົ້ນ ເດັ່ນເທົ່າທີ່ຄວນເຮົາຕ້ອງມີນະໂຍ ບາຍຊຸກຍູ້ສົ່ງເສີມໃຫ້ຫລາຍຂຶ້ນ ເພື່ອ ເຮັດແນໃສ່ດຶງດູດເອົາການລົງທຶນ ຈາກນັກລົງທຶນ ໃຫ້ຫລາຍຂຶ້ນ. ພ້ອມນັ້ນ, ຍັງໄດ້ສະເໜີໃຫ້ປັບປຸງ ບາງມາດຕາ ເປັນຕົ້ນ, ການກຳນົດ ເນື້ອທີ່ເຂດເສດຖະກິດພິເສດໃຫ້ກຳ ນົດໄລຍະເວລາການສຳປະທານ ເນື້ອທີ່ສຳປະທານໃຫ້ລະອຽດ, ຍຸຕິ ທຳ ແລະ ອື່ນໆ. ພ້ອມນີ້, ຍັງໄດ້ມີຄຳ ເຫັນໃສ່ມາດຕາທີ 22 ເລື່ອງເອກະ ສານປະກອບການເຊັນສັນຍາພັດ ທະນາເຂດເສດຖະກິດພິເສດຕໍ່ກັບ ບັນຫານີ້, ສະເໜີໃຫ້ມີບົດວິເຄາະສິ່ງ ແວດລ້ອມທີ່ບົ່ງບອກເຖິງດ້ານດີ ແລະ ດ້ານລົບ, ຜົນເສຍຫາຍ ແລະ ຜົນທີ່ຈະໄດ້ຮັບ ເຊິ່ງຫລາຍໂຄງ ການທີ່ເກີດຂຶ້ນຢູ່ ສປປ ລາວ ຍັງ ເຫັນວ່າຍັງບໍ່ຖືເອົາບັນຫານີ້ເປັນ ສຳຄັນເທົ່າທີ່ຄວນທັງນີ້, ແນໃສ່ໃຫ້ ຮູ້ເຖິງຜົນທີ່ຈະໄດ້ຮັບ ແລະ ຜົນເສຍ ຫາຍທີ່ຈະຕາມມາຢ່າງລະອຽດ. ສສຊ ເຂດ 9 ກ່າວຕື່ມວ່າ: ສຳ ລັບອາຍຸການພັດທະນາ ເຂດເສດຖະ ກິດພິເສດສະເໜີໃຫ້ເພີ່ມອາຍຸການ ພັດທະນາເຂດເສດຖະກິໃຫ້ຫລາຍ ກວ່າ ເກົ່າ ຈາກ 50 ປີ, ຂຶ້ນເປັນ 7080 ປີ ຕາມຄວາມເໜາະສົມ ເພື່ອດຶງ ດູດເອົານັກລົງທຶນໃຫ້ໄດ້ຫລາຍທີ່ ສຸດເນື່ອງຈາກວ່າຖ້າອາຍຸສຳປະ ທານໜ້ອຍນັກລົງທຶນກໍບໍ່ຢາກເຂົ້າ ມາລົງທຶນ; ສະເໜີໃຫ້ເພີ່ມສິດນຳໃຊ້ ຫລື ຜົນໄດ້ຮັບໃຫ້ຜູ້ພັດທະນາໃຫ້ ຫລາຍຂຶ້ນກວ່າເກົ່າ ເພື່ອໃຫ້ສົມດູນ ກັບພັນທະໃນການພັດທະນາເຂດ ເສດຖະກິດພິເສດທັງແນໃສ່ດຶງດູດ ເອົາການລົງທຶນຈາກພາຍໃນປະ ເທດແລະຕ່າງປະເທດເຂົ້າມາລົງທຶນ ຢູ່ ສປປ ລາວ ໃຫ້ຫລາຍຂຶ້ນ ເພື່ອປະ ກອບເຮັດໃຫ້ເສດຖະກິດຂອງ ສປປ ລາວ ຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ. ຂ່າວ: ທະນູທອງ ຂປລ. ເມື່ອບໍ່ດົນມານີ້, ສະຖາ ບັນການຕ່າງປະເທດ, ກະຊວງ ການຕ່າງປະເທດປີດຊຸດຝຶກອົບ ຮົມວິທີວິທະຍາ (3FsFarch .FthoEologZ 4L i l l s)ໃຫ້ ແກ່ພະນັກງານກະຊວງການຕ່າງ ປະເທດ (ຕປທ), ຄະນະພົວພັນ ຕ່າງປະເທດສູນກາງພັກ (ຄຕພ) ແລະ ບັນດາກະຊວງອ້ອມຂ້າງ ສູນກາງ ໂດຍການໃຫ້ກຽດເຂົ້າ ຮ່ວມເປັນປະທານຂອງ ທ່ານນາງ ວິທະຍາ ໄຊຍະວົງ ຮັກສາການແທນ ຫົວໜ້າສະຖາບັນການຕ່າງປະເທດ, ຮອງຫົວໜ້າສະຖາບັນການຕ່າງ ປະເທດ, ມີຄະນະສະຖາບັນ, ຄະນະ ພະແນກ ເຂົ້າຮ່ວມ. ຊຸດຝຶກອົບຮົມດັ່ງກ່າວ, ດຳເນີນ ມາແຕ່ວັນທີ 6 ພະຈິກ 2023 ເປັນ ຕົ້ນມາ, ມີຜູ້ເຂົ້າຮ່ວມຝຶກອົບຮົມ ທັງໝົດ 20 ທ່ານ, ຍິງ 7 ທ່ານ ທີ່ມາຈາກບັນດາກົມພາຍໃນກະ ຊວງການຕ່າງປະເທດ, ຄະນະພົວ ພັນຕ່າງປະເທດສູນກາງພັກ, ມະຫາ ວິທະຍາໄລ ແຫ່ງຊາດລາວ, ສະຖາ ບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ກະຊວງປ້ອງກັນ ປະເທດ ແລະ ກະຊວງປ້ອງກັນ ຄວາມສະຫງົບ ເຊິ່ງຈຸດປະສົງຂອງ ຊຸດຝຶກອົບຮົມຄັ້ງນີ້, ເພື່ອພັດທະ ນາທັກສະການເຮັດບົດຄົ້ນຄວ້າ ແລະ ການວິເຄາະບັນຫາເປັນພາ ສາອັງກິດ ໃຫ້ມີລັກສະນະວິຊາການ ("caEFmic 8riting) ແລະ ໄດ້ມາດຕະຖານສາກົນ. ຕະຫລອດໄລຍະ 4 ວັນ ຂອງ ການຝຶກອົບຮົມ, ທ່ານ ສົມໄພ ວົງ ມະຫາຈັກ ຮອງຫົວໜ້າສະຖາບັນ ການຕ່າງປະເທດ ໄດ້ລາຍງານສະ ຫລຸບຜົນການຝຶກອົບຮົມໃນຄັ້ງນີ້ ໂດຍໄດ້ຍົກໃຫ້ເຫັນເນື້ອໃນສໍາຄັນ ຂອງການຈັດຊຸດຝຶກອົບຮົມ ໂດຍ ເນັ້ນໃສ່ສະພາບລວມຂອງການຄົ້ນ ຄວ້າໃນຂະແໜງການຕ່າງປະເທດ, ວິທີການວິເຄາະເຫດການລະຫວ່າງ ປະເທດ, ການຄົ້ນຄວ້າຂັ້ນພື້ນຖານ, ການຄົ້ນຄວ້າການຄາດຄະເນຂອງ ອົງການຈັດຕັ້ງພາກພື້ນ ແລະ ສາ ກົນ, ການຄົ້ນຄວ້າທ່າອ່ຽງໃຫຍ່ໃນ ການພົວພັນລະຫວ່າງປະເທດ, ການແບ່ງປັນປະສົບການຂອງກະ ຊວງການຕ່າງປະເທດຫວຽດນາມ ແລະ ກໍລະນີສຶກສາບັນຫາທີ່ພົ້ນ ເດັ່ນໃນພາກພື້ນ ແລະ ສາກົນ. ຊຸດຝຶກອົບຮົມຄັ້ງນີ້, ມີຄູ-ອາ ຈານ ແລະ ຊ່ຽວຊານ ຜູ້ທີ່ມີບົດຮຽນ ແລະ ປະສົບການທີ່ມາຈາກວິທະຍາ ຄານການທູດຫວຽດນາມ(%"7) ແລະ ກະຊວງການຕ່າງປະເທດ ຫວຽດນາມ ໂດຍກົງມາຖ່າຍທອດ ບົດຮຽນໃຫ້ໃນຄັ້ງນີ້, ເຊິ່ງທຸກທ່ານ ລ້ວນແລ້ວແຕ່ເປັນຜູ້ທີ່ມີປະສົບ ການ ໃນການເຄື່ອນໄຫວວຽກງານ ຕົວຈິງໃນການເຮັດບົດຄົ້ນຄວ້າມາ ແລ້ວຫລາຍສິບປີ. ໃນຕອນທ້າຍ, ປະທານກອງ ປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ ບັນດາຜູ້ເຂົ້າຮ່ວມຝຶກອົບຮົມທີ່ໄດ້ ເສຍສະລະເວລາເຂົ້າຮ່ວມຝຶກອົບ ຮົມ, ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ແລະ ແລກປ່ຽນບົດຮຽນທີ່ໄດ້ຈາກ ການຝຶກອົບຮົມໃນຄັ້ງນີ້ໄປຜັນຂະ ຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນ ໜ້າທີ່ວຽກງານຂອງຕົນ ເພື່ອເປັນ ພື້ນຖານໃນການສືບຕໍ່ຄົ້ນຄວ້າ ແລະ ເປັນເສນາທິການທີ່ມີຄຸນນະພາບໃຫ້ ແກ່ການນໍາ ໃນການວາງແນວທາງ ນະໂຍບາຍຂອງພັກ-ລັດຕໍ່ບັນຫາທີ່ ເກີດຂຶ້ນໃນພາກພື້ນ ແລະ ສາກົນ ໃນຕໍ່ໜ້າ. ຂ່າວ: ຕປທ ອົດສະຕຣາລີ ປະຈຳ ສປປ ລາວ, ອົງການ ກອຍກາ (,0I$") ເຂົ້າ ຮ່ວມ. ຊຸດອົບຮົມໃນຄັ້ງນີ້, ໄດ້ຈັດ ແບ່ງເປັນກຸ່ມ ເພື່ອນຳພາຕົວແທນ ເດັກ ຈາກ 18 ແຂວງ ຄົ້ນຄວ້າ, ປຶກ ສາຫາລື, ວາງແຜນ, ຊອກຫາສາ ເຫດ, ສິ່ງທ້າທາຍ ແລະ ວິທິແກ້ໄຂ ຕໍ່ບັນຫາທີ່ພົ້ນເດັ່ນທີ່ເດັກພວມຜະ ເຊີນໜ້າໃນປັດຈຸບັນ ໂດຍສະເພາະ ຜົນກະທົບຈາກການປ່ຽນແປງດິນ ຟ້າອາກາດ ແລະ ໄພພິບັດຕໍ່ເດັກ, ຜົນກະທົບຂອງການແຕ່ງດອງກ່ອນ ໄວ, ລວມເຖິງການຖືພາຂອງເດັກ ແລະ ການປົກປ້ອງເດັກທາງອອນ ລາຍ. ໃນໂອກາດດຽວກັນ, ຕົວແທນ ເດັກ ຈາກ 18 ແຂວງ ຍັງໄດ້ເຂົ້າ ຮ່ວມການຝຶກອົບຮົມດ້ານພາວະຜູ້ ນຳເພື່ອສະໜັບສະໜູນໃຫ້ເຂົາເຈົ້າມີ ຄວາມສາມາດໃນການສື່ສານຜ່ານ ທາງສື່ທາງພາບ ແລະ ສຽງຕື່ມອີກ. ໂອກາດດັ່ງກ່າວ, ທ່ານນາງ ມະ ນີວອນ ຫລວງສົມບັດ ຫົວໜ້າຫ້ອງ ການ ຄຊກມດ ກ່າວວ່າ: ພັກ ແລະ ລັດຖະບານຍາມໃດກໍຖືສໍາຄັນ ແລະ ເອົາໃຈໃສ່ໃນການສົ່ງເສີມ, ປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງເດັກ, ການມີສ່ວນຮ່ວມ ແລະ ໄດ້ຮັບໂອກາດການພັດທະນາໃນ ດ້ານຕ່າງໆ ຕາມສີ່ສິດພື້ນຖານຂອງ ເດັກ ຊຶ່ງສະແດງອອກອອກຢ່າງຈະ ແຈ້ງໃນແນວນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງ ລັດ. ເພື່ອຮັບປະກັນໃຫ້ແນວທາງ ນະໂຍບາຍຂອງພັກ ກ່ຽວກັບການ ສົ່ງເສີມປົກປ້ອງສິດທິເດັກ ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງເປັນຮູບ ປະທຳ ພັກ ແລະ ລັດ ໄດ້ມອບໝາຍ ໜ້າທີ່ ແລະ ຄວາມຮັບຜິດຊອບໃຫ້ ຄຊກມດ ເພື່ອຈັດຕັງປະຕິບັດວຽກ ງານດັ່ງກ່າວຕາມພາລະບົດບາດ ໂດຍມີແຜນດຳເນີນງານ, ແຜນງານ, ໂຄງການ ແລະ ກິດຈະກໍາຕ່າງໆອັນ ລະອຽດ ແນໃສ່ຮັບປະກັນສິດທິຂັ້ນ ພື້ນຖານຂອງເດັກ ທັງສ້າງເງື່ອນ ໄຂໃຫ້ເດັກໄດ້ຮັບການປົກປ້ອງແລະ ພັດທະນາຢ່າງຮອບດ້ານເພື່ອເຮັດ ໃຫ້ເດັກໃນມື້ນີ້ກາຍເປັນຜູ້ໃຫຍ່ທີ່ມີ ຄຸນນະພາບໃນອະນາຄົດ. ທ່ານນາງ ມະນີວອນ ຫລວງສົມບັດ ຍັງໄດ້ສະ ແດງຄວາມຂອບຕໍ່ອົງການ, ສະ ຖານທູດອົດສະຕຣາລີແລະ ອົງການ ກອຍກາ ທີ່ໄດ້ໃຫ້ຄວາມສໍາຄັນ ແລະ ເປັນຄູ່ຮ່ວມງານຫລັກໃນການ ຮ່ວມມື ແລະ ສະໜັບສະໜູນທາງ ດ້ານທຶນຮອນ ແລະ ວິຊາການແກ່ ວຽກງານເດັກຕະຫລອດມາ ແລະ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ໃຫ້ການ ຮ່ວມມື ແລະ ສະໜັບສະໜູນໃນຕໍ່ ໜ້າ ເພາະໃນປີ 2024 ສປປ ລາວ ຈະໄດ້ເປັນເຈົ້າພາບກອງປະຊຸມສຸດ ຍອດອາຊຽນ ໃນນັ້ນ ມີກອງປະຊຸມ ສໍາຄັນທີ່ກ່ຽວຂ້ອງກັບເດັກແມ່ນເວ ທີເດັກອາຊຽນຄັ້ງທີ 8 ແລະ ກອງ ປະຊຸມໄອຊີທີອາຊຽນ ໃນການປົກ ປ້ອງເດັກທາງອອນລາຍ. ຂ່າວ:ທະນູທອງ, ພາບ: ເກດສະໜາ ຮອງປະທານປະເທດ.... ແຮງງານເພີ່ມພູນຜະລິດຜົນປູກຝັງລ້ຽງສັດພັດທະນາຊີວິດຄອບຄົວ ໃຫ້ມີຢູ່ມີກິນຫລຸດພົ້ນຈາກຄວາມ ທຸກຍາກເທື່ອລະກ້າວ, ປຸກລະດົມສົ່ງ ເສີມໃຫ້ເດັກນ້ອຍ, ຊາວໜຸ່ມ-ເຍົາ ວະຊົນໃຫ້ໄດ້ຮັບການສຶກສາຮ່ຳ ຮຽນຢ່າງທົ່ວເຖິງ ແລະ ໄດ້ເນັ້ນໃຫ້ ຄະນະພັກ, ອຳນາດການປົກຄອງ ບ້ານປາກຕວຍ ຈົ່ງເພີ່ມຄວາມຮັບ ຜິດຊອບຂອງຕົນໃນການນຳພາ- ຊີ້ນຳພໍ່ແມ່ປະຊາຊົນໃຫ້ເປັນເຈົ້າ ການໃນການປະຕິບັດລະບຽບກົດ ໝາຍ, ສ້າງສາພັດທະນາຊີວິດການ ເປັນຢູ່ຂອງຄອບຄົວ ແລະ ເນັ້ນໃຫ້ 2 ກຳລັງ ຈົ່ງໜັກແໜ້ນໃນການຮັກ ສາຄວາມສະຫງົບ, ຄວາມປອດໄພ ພາຍໃນບ້ານຢ່າງເຂັ້ມແຂງ ແລະ ຕໍ່ເນື່ອງ. ຈາກນັ້ນ, ທ່ານຮອງປະທານ ປະເທດ ພ້ອມຄະນະ ກໍໄດ້ເດີນທາງ ໄປພົບປະຢ້ຽມຢາມພື້ນຖານການ ຜະລິດສວນໝາກນາວຂອງຄອບ ຄົວພໍ່ແມ່ປະຊາຊົນບ້ານດັ່ງກ່າວ ຕື່ມອີກ. ຂ່າວ-ພາບ: ສີສົມບູນວົງວຽງຄຳ
RkJQdWJsaXNoZXIy MTc3MTYxMQ==