5751

xtgmf]k; 3 20/11/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ©“’ žາຕÊ້ Ž ll- ltg|u .sh xa [x5 ' dq f\kp;j kfh ;pdkoxyj oxq ; Œ່າວ ຸ›າະ ວັນ c0;'7e,j ;o 4n gvq kdkozt]y fgxa o dtf6 dla os]a ' grnj vcdh w07;k,m5 dpkd gxa og9Q kdkolh k'zq o'ko0= j koa [Ia [8h vo dv'xt-5 , 3 0A o0v'ra d .sh ,u [a opkdkf2q f2N o ບັນດາ ສສຊ ສືບຕໍ່ປະກອບຄໍາ ຄິດຄໍາເຫັນຢ່າງຟົດຟື້ລະຫວ່າງກອງ ປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດຊຸດທີ IX ໄດ້ດໍາ ນີນມາຮອດວັນທີ15ພະຈິກ2023 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານ ສະພາແຫ່ງຊາດ ເຊິ່ງໄດ້ມີການສະ ເໜີ ຮ່າງກົດໝາຍວ່າດ້ວຍການປິ່ນ ປົວສະບັບປັບປຸງໃໝ່ ແລະ ສະເໜີ ໂດຍທ່ານ ບຸນ ແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະ ສຸກ ທີ່ໄດ້ຍົກໃຫ້ເຫັນກ່ຽວກັບສະ ພາບການປະຕິບັດກົດໝາຍດັ່ງ ກ່າວໄລຍະຜ່ານມາ ແລະ ເຫດຜົນ ຄວາມຈໍາເປັນຂອງການປັບປຸງກົດ ໝາຍ, ໂດຍກົດໝາຍສະບັບປັບປຸງ ໃໝ່ນີ້ ປະກອບມີທັງໝົດ 9 ພາກ, 4 ໝວດ, 72 ມາດຕາ.ໃນນັ້ນ ປັບປຸງ 47 ມາດຕາ ແລະ ເພີ່ມເຂົ້າໃໝ່ 1 ພາກ ແລະ 15 ມາດຕາ. ທ່ານລັດຖະມົນຕີກະຊວງສາ ທາລະນະສຸກ ກ່າວວ່າ: ການປັບ ປຸງກົດໝາຍດັ່ງກ່າວ ກໍເພື່ອໃຫ້ມີ ຄວາມສອດຄ່ອງ ແລະ ແທດເໝາະ ກັບສະພາບເງື່ອນໄຂການຂະຫຍາຍ ຕົວຂອງເສດຖະກິດ-ສັງຄົມຂອງ ປະເທດພວກເຮົາໃນປັດຈຸບັນກໍຄື ການປ່ຽນແປງໃນດ້ານວິທະຍາ ສາດ-ວິທະຍາການ ໃນດ້ານການ ແພດໃນຍຸກໃໝ່ຂອງໂລກ, ແນໃສ່ ພັດທະນາລະບົບການບໍລິການປິ່ນ ປົວສຸຂະພາບ ຂອງ ສປປ ລາວ ໃຫ້ ນັບມື້ວ່ອງໄວ, ມີຄຸນນະພາບ, ທັນ ສະໄໝ ສາມາດກວດສອບໄດ້, ທັງ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ, ອັນສໍາຄັນຈະສາມາດ ຫລຸດຜ່ອນຫາງສຽງຂອງສັງຄົມ ລວມໄປເຖິງຈັນຍາບັນ, ຈັນຍາທໍາ ຂອງແພດໝໍອີກດ້ວຍ. ແນວໃດກໍຕາມ, ພາຍຫລັງທ່ານ ລັດຖະມົນຕີກະຊວງສາທາລະນະ ສຸກ ຈົບການສະເໜີຮ່າງກົດໝາຍ ດັ່ງແລ້ວ, ກໍມີສະມາຊິກສະພາແຫ່ງ ຊາດ (ສສຊ) ຫລາຍທ່ານໄດ້ປະ ກອບຄໍາເຫັນໃສ່ຮ່າງກົດໝາຍສະ ບັບນີ້ຢ່າງກົງໄປກົງມາ ເພື່ອໃຫ້ ຮ່າງກົດໝາຍມີເນື້ອໃນຄົບຖ້ວນຮັດ ກຸມຫລາຍຂຶ້ນກວ່າເກົ່າ ແລະ ເຊື່ອ ປີ 2023 ນີ້, ແມ່ນອີກປີໜຶ່ງ ທີ່ມີຫລາຍໆເຫດການສຳຄັນໃນລະ ດັບຊາດ, ລະດັບພາກພື້ນ ໂດຍສະ ເພາະແມ່ນວັນສະຖາປະນາ ສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຫລື ວັນຊາດທີ 2 ທັນວາ ຄົບຮອບ48ປີ(2ທັນວາ1975-2 ທັນວາ 2023) ກໍ່ຈະໝູນວຽນມາ ເຖິງນີ້, ການເປັນເຈົ້າພາບຈັດກອງ ປະຊຸມສຸດຍອດອາຊຽນ, ການເປີດ ປີທ່ອງທ່ຽວລາວຕົ້ນປີ 2024, ບັນ ດາກອງປະຊຸມ 3 ຂັ້ນຂອງພັກ ນັບ ແຕ່ສູນກາງຮອດທ້ອງຖິ່ນ ແລະ ວັນ ສຳຄັນອື່ນໆ, ເຊິ່ງວັນສຳຄັນຕ່າງໆ ເຫລົ່ານັ້ນ, ມັນຮຽກຮ້ອງໃຫ້ທົ່ວ ປວງຊົນລາວ ຕ້ອງໄດ້ພ້ອມກັນສ້າງ ຂະບວນການຕ້ອນຮັບຢ່າງຟົດຟື້ນ ເພື່ອປະກອບສ່ວນໃຫ້ເຕັມໄປດ້ວຍ ເນື້ອໃນຈິດໃຈອັນເລິກເຊິ່ງ. ສະນັ້ນ, ມື້ນີ້ ຄໍລຳຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຂໍ ນຳສະເໜີບາງເນື້ອໃນຄຳແນະນຳ ຂອງຄະນະໂຄສະນາອົບຮົມສູນ ກາງພັກກ່ຽວກັບສ້າງຂະບວນການ ເພື່ອກະກຽມ ແລະ ດຳເນີນກອງປະ ຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອໃຫ້ ພວກເຮົາມີຄວາມເຂົ້າໃຈ, ຮັບຮູ້ ເນື້ອໃນຈິດໃຈຄຳແນະນຳດັ່ງກ່າວ. ຄະນະໂຄສະນາອົບຮົມສູນ ກາງພັກ ໄດ້ອອກຄໍາແນະນໍາເພື່ອ ສ້າງຂະບວນການກ່ຽວກັບສ້າງຂະ ບວນການເພື່ອກະກຽມ ແລະ ດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ພັກ, ໂດຍຈຸດປະສົງ-ລະດັບຄາດ ໝາຍແມ່ນເພື່ອຮັບປະກັນໃຫ້ແກ່ ການຈັດຕັ້ງປະຕິບັດຄໍາສັ່ງຂອງຄະ ນະເລຂາທິການສູນກາງພັກກ່ຽວ ກັບການກະກຽມແລະດໍາເນີນກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍສະ ເພາະແມ່ນວຽກງານຂະບວນການ ໃຫ້ເປັນຂະບວນການຟົດຟື້ນ, ©“’ žາຕÊ້ Ž ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກວ້າງຂວາງ, ຕໍ່ເນື່ອງ ແລະ ມີ ຫລາຍຮູບຫລາຍສີ ໂດຍຕິດພັນກັບ ການຊຸກຍູ້ການປະຕິບັດໜ້າທີ່ວຽກ ງານທີ່ໄດ້ຮັບການມອບໝາຍ ຢູ່ແຕ່ ລະຂະແໜງການ ແລະ ທ້ອງຖິ່ນ ໃຫ້ສໍາເລັດຜົນ; ທັງເຮັດໃຫ້ການກະ ກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ດໍາເນີນໄປຢ່າງຖືກ ຕ້ອງຕາມກົດລະບຽບຂອງພັກ ໂດຍຖືເອົາການສ້າງຂະບວນການ ເປັນການສ້າງຄວາມຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ໃຫ້ແກ່ສະມາຊິກພັກ, ພະນັກງານຕໍ່ຄວາມໝາຍສໍາຄັນ ຂອງກອງປະຊຸມໃຫຍ່ຂອງພັກຂັ້ນ ຂອງຕົນ ທັງເປັນການຝຶກຝົນຫລໍ່ ຫລອມຕົນເອງ ແລະ ແຂ່ງຂັນກັນ ສ້າງຜົນງານດ້ວຍຄວາມເປັນແບບ ຢ່າງ ແລະ ຄວາມເປັນເຈົ້າການໃນ ການປະຕິບັດໜ້າທີ່ວຽກງານ; ທັງ ເປັນການຍູ້ແຮງການເຄື່ອນໄຫວ ວຽກງານຮອບດ້ານ ໃນທົ່ວອົງຄະ ນະພັກ, ປຸກລະດົມສະມາຊິກພັກ, ພະ ນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມພາ ລະກິດປົກປັກຮັກສາ ແລະ ພັດທະ ນາປະເທດຊາດ, ພັດທະນາທ້ອງ ຖິ່ນ ແລະ ຂະແໜງການຕົນ ໃຫ້ກາຍ ເປັນຂະບວນການກວ້າງຂວາງ, ຟົດຟື້ນ, ຕໍ່ເນື່ອງໂດຍຜ່ານຂະບວນ ການດັ່ງກ່າວ ໃຫ້ສາມາດສ້າງໄດ້ ກົມກອງ, ບຸກຄົນດີເດັ່ນໃນທຸກຂົງ ເຂດວຽກງານ ທັງຢູ່ສູນກາງ ແລະ ທ້ອງຖິ່ນ. ທັດສະນະຊີ້ນໍາຂອງພັກ ຕໍ່ກັບ ການສ້າງຂະບວນການ; ພັກເຮົາ ຍາມໃດກໍ່ຖືວ່າ ການປ່ຽນແປງໃໝ່ ແມ່ນພາລະກິດປະຕິວັດອັນເລິກ ເຊິ່ງ ທີ່ຕ້ອງດໍາເນີນການຢ່າງຍາວ ນານແລະ ຕໍ່ເນື່ອງ; ສະນັ້ນຈິ່ງຕ້ອງ ກໍາແໜ້ນທັດສະນະຍຶດໝັ້ນອັນທີ່ ເປັນຫລັກການ, ທັງປະດິດສ້າງ, ຕໍ່ ຍອດ, ເສີມຂະຫຍາຍ ແລະ ບຸກທະ ລຸຢ່າງແຂງແຮງ; ສ້າງການຫັນ ປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໂດຍນໍາໃຊ້ບັນດາຮູບ ການ, ວິທີການ, ມາດຕະການ ແລະ ຂັ້ນຕອນທີ່ເໝາະສົມ, ບໍ່ອັດຕະວິໄສ, ບໍ່ສ້າງບັນຫາທີ່ອາດກໍ່ໃຫ້ເກີດມີ ຄວາມບໍ່ສະຫງົບ ພາຍໃນພັກ ແລະ ສັງຄົມ; ຕ້ອງຮຽນຮູ້-ຮັບເອົາອັນ ໃໝ່ຢ່າງມີການເລືອກເຟັ້ນ ແລະ ປະ ດິດສ້າງ, ຕ້ານແລະ ແກ້ໄຂແນວຄິດ ຮັກສາເດີມ, ອືດອາດຊັກຊ້າ, ບໍ່ຍອມ ປ່ຽນແປງ; ຍົກສູງນໍ້າໃຈຮັກຊາດ ຕິດພັນກັບການຮັກລະບອບໃໝ່, ບົນຈິດໃຈເອກະລາດ, ເປັນເຈົ້າຕົນ ເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ທັງເພີ່ມທະວີຄວາມສາມັກ ຄີເປັນເອກະພາບລະດັບສູງທາງ ດ້ານການເມືອງ, ດ້ານແນວຄິດ ແລະ ດ້ານການຈັດຕັ້ງ; ປະຕິບັດລະ ບຽບວິໃນຢ່າງເຂັ້ມງວດ ແລະ ເຮັດ ໃຫ້ກາຍເປັນວັດທະນະທໍາການ ເມືອງໃໝ່ຂອງພັກເຮົາ; ຍູ້ແຮງການ ປ່ຽນແປງໃໝ່ທາງດ້ານເສດຖະ ກິດ-ການເງິນ, ສ້າງເສດຖະກິດ ແບບເປັນເຈົ້າຕົນເອງ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ; ຮັບປະກັນ ຄວາມສົມສ່ວນລະຫວ່າງການພັດ ທະນາເສດຖະກິດ ກັບການພັດທະ ນາສັງຄົມ ແລະ ການປົກປັກຮັກສາ ສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ. ຕ້ອງປ່ຽນແປງໃໝ່ແບບແຜນ ນໍາພາຂອງພັກ ແລະ ລະບົບການ ປົກຄອງໃຫ້ຖືກຕ້ອງຕາມຫລັກ ວິທະຍາສາດ, ສອດຄ່ອງກັບຈຸດພິ ເສດ ແລະ ສະພາບຄວາມເປັນຈິງ ຂອງປະເທດເຮົາ; ເຄົາລົບຢ່າງເຂັ້ມ ງວດ ອັນໃດຄືບົດບາດການນໍາພາ ຂອງພັກແລະອັນໃດຄືບົດບາດການ ຄຸ້ມຄອງ-ບໍລິຫານຂອງລັດ; ແກ້ໄຂ ບັນຫາຄົນ ແລະ ການເລືອກເຟັ້ນ ຄົນໃຫ້ຖືກຕ້ອງ, ເດັດດ່ຽວແກ້ໄຂພະ ຍາດອາຍາສິດ, ທ້ອງຖິ່ນ, ຈຸ້ມເຈື້ອ ເຊື້ອສາຍ, ພັກພວກ ເພື່ອຜົນປະ ໂຫຍດໃນໜ້າທີ່ວຽກງານ; ຍົກສູງ ປະສິດທິພາບການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມ ຕາມທິດ ສ້າງລັດ ທີ່ປົກຄອງດ້ວຍກົດໝາຍ ໂດຍພາຍໃຕ້ການນໍາພາຂອງພັກ; ສ້າງຮາກຖານພັກໃຫ້ເຂັ້ມແຂງ, ໜັກແໜ້ນ, ເປັນກໍາລັງແຮງໃຫ້ແກ່ ການຂັບເຄື່ອນຂອງລະບົບການ ເມືອງຢູ່ແຕ່ລະຂັ້ນ; ເສີມຂະຫຍາຍ ສິດເປັນເຈົ້າຂອງປະຊາຊົນ, ສ້າງ ເງື່ອນໄຂໃຫ້ປະຊາຊົນ ເຂົ້າຮ່ວມ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະ ກິດ-ສັງຄົມ ຕາມທິດປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນ ເຮັດ, ປະຊາຊົນຕິດຕາມ, ກວດກາ ແລະ ປະຊາຊົນຊົມໃຊ້ໝາກຜົນ. ເພີ່ມທະວີການນໍາພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກ ຕໍ່ກໍາ ລັງປະກອບອາວຸດ ປະຕິວັດ ເພື່ອໃຫ້ ເປັນກໍາລັງທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີແບບແຜນແລະທັນສະ ໄໝຕິດພັນກັບການປະຕິບັດ ແນວ ທາງການຕ່າງປະເທດ ໃຫ້ສອດ ຄ່ອງ ແລະ ມີໄຫວພິບ ເພື່ອຮັບປະ ກັນຄວາມໝັ້ນຄົງກໍຄືຜົນປະໂຫຍດ ຂອງຊາດ. ເພື່ອຮັບປະກັນໃຫ້ແກ່ ການຈັດຕັ້ງຜັນຂະຫຍາຍທັດສະ ນະຊີ້ນໍາດັ່ງກ່າວ ໂດຍຜ່ານຂະບວນ ການກະກຽມ ແລະ ດໍາເນີນກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກນີ້ ຄະນະ ພັກແຕ່ລະຂັ້ນຕ້ອງເປັນເຈົ້າການ ນໍາເອົາບັນດາເນື້ອໃນ ທັດສະນະຊີ້ ນໍາຂອງພັກເປັນບ່ອນອີງໃນການ ກໍານົດຄາດໝາຍລວມ ຂອງການ ນໍາພາສ້າງຂະບວນການໂດຍການ ເຂົ້າຮ່ວມຂອງສະມາຊິກພັກ ພະ ນັກງານ, ທະຫານ, ຕໍາຫລວດ ຢ່າງ ທົ່ວເຖິງ ພ້ອມທັງລະດົມທຸກກໍາ ລັງແຮງຂອງສັງຄົມເຂົ້າຮ່ວມບົນ ຈິດໃຈເພິ່ງຕົນເອງແລະສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ. ( ອ່ານຕໍ່ສະບັບໜ້າ) ໝັ້ນວ່າພາຍຫລັງກົດໝາຍສະບັບ ນີ້ຖືກຮັບຮອງແລະປະກາດໃຊ້ແລ້ວ ຈະເປັນນິຕິກໍາ ສໍາຄັນທີ່ຈະຊ່ວຍຍົກ ລະດັບວຽກງານສາທາລະນະສຸກ ຢູ່ປະເທດເຮົາໃຫ້ດີຂຶ້ນກວ່າເກົ່າ, ໂດຍສະເພາະ ແມ່ນລະບົບການບໍລິ ການປິ່ນປົວພະຍາດຂອງບັນດາ ໂຮງໝໍ ຫລື ສະຖານບໍລິການສາທາ ລະນະສຸກຂັ້ນຕ່າງໆ ມີບາດກ້າວ ປ່ຽນແປງໃໝ່ທັງດ້ານປະລິມານ ແລະຄຸນນະພາບໃນການປິ່ນປົວທີ່ດີ ຂຶ້ນ. ດັ່ງທ່ານ ຄຳແສນ ສີສະວົງ ສະ ມາຊິກສະພາແຫ່ງຊາດ ເຂດເລືອກ ຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະ ກອບຄຳເຫັນວ່າ: ປັດຈຸບັນການປິ່ນ ປົວ ຫລື ການຮັກສາສຸຂະພາບ ຢູ່ສະ ຖານທີ່ບໍລິການສາທາລະນະສຸກ ເປັນບັນຫາໜຶ່ງທີ່ສັງຄົມ ກໍຄືປະຊາ ຊົນໃຫ້ຄວາມສົນໃຈແລະມີສຽງສະ ທ້ອນອອກມາເປັນໄລຍະ ເປັນຕົ້ນ ການບໍລິການບໍ່ດີ, ສະຖານທີ່ບໍລິ ການສາທາລະນະສຸກບໍ່ສະອາດ, ການວາງຢາ, ການວິເຄາະ, ວິໄຈ ແລະ ການບົ່ງມະຕິບາງພະຍາດ ຍັງ ມີລັກສະນະບໍ່ຈະແຈ້ງຊັດເຈນ ຕົວ ຢ່າງໄປກວດສຸຂະພາບຢູ່ໂຮງໝໍ ບ່ອນໜຶ່ງ ກໍບົ່ງມະຕິພະຍາດວ່າ ແນວໜຶ່ງ, ໄປກວດອີກໂຮງໝໍໝຶ່ງ ກໍບົ່ງມະຕິພະຍາດອີກແນວໜຶ່ງ. ສະນັ້ນເຮັດໃຫ້ຄົນເຈັບ ແລະ ຍາດ ພີ່ນ້ອງຄົນເຈັບ ເກີດຄວາມສັບສົນ ແລະ ບໍ່ໝັ້ນໃຈທີ່ຈະປິ່ນປົວ ຫລື ຮັກ ສາຢູ່ໂຮງໝໍໃນປະເທດ ແລະ ເປັນ ສາເຫດສໍາຄັນທີ່ພາໃຫ້ຄົນລາວ ຈໍານວນໜຶ່ງຕ້ອງໄປຮັກສາ ແລະ ປິ່ນປົວຢູ່ປະເທດໃກ້ຄຽງ. ດັ່ງນັ້ນ ການມີກົດໝາຍທີ່ມີເນື້ອໃນທີ່ຮັດ ກຸມຂຶ້ນແລ້ວ ກໍສະເໝີໃຫ້ພາກສ່ວນ ກ່ຽວຂ້ອງນໍາໃຊ້ເປັນບ່ອນອີງໃນ ການແກ້ໄຂບັນຫາດັ່ງກ່າວ ເພື່ອ ເຮັດໃຫ້ລະບົບການບໍລິການປິ່ນປົວ ສຸຂະພາບຢູ່ພາຍໃນປະເທດມີຄຸນ ນະພາບ, ທັນສະໄໝ, ຫລຸດຜ່ອນ ຫາງສຽງດ້ານ ລົບທີ່ມີຕໍ່ລະບົບສາ ທາລະນະສຸກ ກໍຄືຈັນຍາບັນ, ຈັນຍາ ທຳຂອງແພດໝໍ. ຂະນະທີ່ທ່ານນາງ ພອນມະນີ ຂຽນໄຊຍະວົງ ສະມາຊິກສະພາ ແຫ່ງຊາດເຂດ 17 ແຂວງອັດຕະປື ກໍໄດ້ມີຄໍາເຫັນວ່າ: ເຫັນດີເປັນເອກະ ພາບຕໍ່ການສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດ ໝາຍວ່າດ້ວຍການປິ່ນປົວຂອງ ທ່ານລັດຖະມົນຕີກະຊວງສາທາ ລະນະສຸກຄັ້ງນີ້ ເພາະສັງເກດໄດ້ວ່າກົດໝາຍ ວ່າດ້ວຍການປິ່ນປົວ ສະບັບປັບປຸງ ນີ້ ມີເນື້ອໃນຄົບຖ້ວນຈະແຈ້ງຫລາຍ ຂຶ້ນ. ແຕ່ຢ່າງໃດກໍຕາມ, ຢາກສະເໜີ ໃຫ້ຄະນະກໍາມະການຮ່າງກົດໝາຍ ສະບັບນີ້ ກວດຄືນ ບາງມາດຕາ ທີ່ ໄດ້ເວົ້າກ່ຽວກັບໂຮງໝໍເອກະຊົນ ແລະ ຫ້ອງກວດພະຍາດເອກະຊົນ ຂໍໃຫ້ກໍານົດຢ່າງຈະແຈ້ງ, ເພາະຖ້າ ກໍານົດຫລັກການ, ລະບຽບການ ແລະມາດຕະການກ່ຽວກັບການຄຸ້ມ ຄອງ ແລະ ຕິດຕາມກວດກາວຽກ ງານປິ່ນປົວທີ່ຮັດກຸມແລ້ວ ກໍຈະ ຊ່ວຍໃຫ້ວຽກງານດັ່ງກ່າວມີຄຸນ ນະພາບ, ປອດໄພ, ທັນສະໄໝ ສາ ມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນທັງເປັນສ່ວນສໍາຄັນໃນການ ດຶງດູດການລົງທຶນໃນຂະແໜງ ການສາທາລະນະສຸກຢູ່ປະເທດເຮົາ ນັບມື້ຫລາຍຂຶ້ນ, ອັນເປັນການປະ ກອບສ່ວນເຂົ້າໃນການປົກປັກຮັກ ສາ ແລະ ພັດທະນາປະເທດຊາດ ໃຫ້ ຍືນຍົງໃນອະນາຄົດ. ແຂວງຄໍາມ່ວນ ຖືເອົາວຽກ ງານປູກ-ລ້ຽງເປັນໜຶ່ງໃນຫລາຍ ບຸລິມະສິດສໍາຄັນໃນການປະກອບ ສ່ວນພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນພາຍໃນແຂວງ ຂະນະທີ່ ການຜະລິດເຂົ້າຄໍ້າປະກັນສະບຽງ ອາຫານ ແລະ ເປັນສິນຄ້ານັ້ນຄື hກະດູກສັນຫລັງສໍາຄັນh ເພື່ອຮັບ ປະກັນເຮັດໃຫ້ປະຊາຊົນມີອາຫານ ພຽງພໍໃນອະນາຄົດ. ດັ່ງທີ່ຮູ້ນໍາກັນ, ມາຮອດປັດຈຸ ບັນນີ້, ກະສິກອນໃນທົ່ວປະເທດ ແມ່ນລື່ນກວ່າ 13,2 ພັນເຮັກຕາ). ຂະນະທີ່ໃນໄລຍະລະດູຝົນທີ່ຜ່ານ ມານີ້ ເນື້ອທີ່ທຳການຜະລິດຂອງກະ ສິກອນກໍ່ໄດ້ຮັບຜົນກະທົບຈາກໄພ ທຳມະຊາດ ນໍ້າຖ້ວມຫລາຍກວ່າ 3,3 ພັນເຮັກຕາ. ໃນນັ້ນ, ເສຍ ຫາຍກວ່າ 2,3 ພັນເຮັກຕາ, ຍັງ ເຫລືອຈາກນໍ້າຖ້ວມກວ່າ 23,6 ພັນເຮັກຕາ. ນັບແຕ່ຕົ້ນເດືອນຕຸລາມາຮອດ ປັດຈຸບັນນີ້, ກະສິກອນທົ່ວແຂວງ ຄຳມ່ວນ ໄດ້ຕັ້ງໜ້າສຸມໃສ່ເກັບກູ້ ຜົນລະປູກລະດູຝົນຢ່າງຂຸ້ນຂ້້ຽວ ເພື່ອໃຫ້ທັນກັບວັນເວລາ ໂດຍສະ ເພາະແມ່ນໃຫ້ທັນກັບການຜະລິດ ລະດູແລ້ງນີ້, ໂດຍສາມາດເກັບກູ້ສຳ ເລັດແລ້ວຫລາຍກວ່າ11,6ພັນເຮັກ ຕາ ຫລື ກວ່າ 49%. ໃນນັ້ນ, ເນື້ອ ທີ່ປູກພືດເພື່ອເປັນສະບຽງອາຫານ ປະຕິບັດໄດ້ກວ່າ 2,5 ພັນເຮັກຕາ, ຖືກໄພນ້ຳຖ້ວມເສຍຫາຍຫລາຍ ກວ່າ 18 ເຮັກຕາ, ເຊິ່ງມາຮອດ ດຽວນີ້ ໄດ້ສຳເລັດການເກັບກູ້ແລ້ວ ກວ່າ 1,2 ພັນເຮັກຕາ ຫລື ກວ່າ 50%. ຂະນະທີ່ເນື້ອທີ່ປູກພືດເປັນ ສິນຄ້າ ປະຕິບັດໄດ້ກວ່າ 23,4 ພັນ ເຮັກຕາ, ເສຍຫາຍຈາກນ້ຳຖ້ວມ ກວ່າ 2,3 ພັນເຮັກຕາ, ຍັງເຫລືອ ກວ່າ 21,1 ພັນເຮັກຕາ ແລະ ໄດ້ ສຳເລັດການເກັບກູ້ກວ່າ 10,3 ພັນ ເຮັກຕາ ຫລື ກວ່າ 49% ຂອງເນື້ອ ທີ່ທັງໝົດ. ແນວໃດກໍ່ດີ ພາຍຫລັງສຳເລັດ ການເກັບກູ້ຜົນຜະລິດລະດູຝົນສຳ ເລັດແລ້ວ, ກໍ່ຈະໄດ້ສືບຕໍ່ສົ່ງເສີມ ກະສິກອນທຳການຜະລິດລະດູແລ້ງ ເພື່ອທົດແທນຜົນຜະລິດທີ່ເສຍຫາຍ ຈາກຜົນກະທົບນ້ຳຖ້ວມ ທັງເປັນ ການຜະລິດເປັນສິນຄ້າຕອບສະ ໜອງໃຫ້ແກ່ສັງຄົມພາຍໃນແຂວງ ແລະ ສົ່ງອອກຈຳນວນໜຶ່ງ. ໄດ້ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ, ພືດ ຜັກຕ່າງໆຂອງຕົນຢ່າງຫ້າວຫັນ ໃຫ້ທັນເວລາ ເພື່ອສຸມໃສ່ສືບຕໍ່ຜະ ລິດລະດູແລ້ງທົດແທນຜົນເສຍ ຫາຍຈາກໄພພິບັດທຳມະຊາດຕື່ມ. ໜຶ່ງໃນຫລາຍແຂວງນັ້ນ ກະສິ ກອນແຂວງຄຳມ່ວນ ກໍ່ໄດ້ເອົາໃຈ ໃສ່ເກັບກ່ຽວຜົນລະປູກລະດູຝົນ ຢ່າງຕັ້ງໜ້າເປັນຕົ້ນແມ່ນເຂົ້ານາ ປີ ແລະ ພືດຜັກຕ່າງໆ ມີຄວາມຄືບ ໜ້າແລ້ວຫລາຍກວ່າ 11,6 ພັນ ເຮັກຕາ ຂອງເນື້ອທີ່ຈັດຕັ້ງປະຕິບັດ ຕົວຈິງກວ່າ 25,9 ພັນເຮັກຕາ. ຕາມການໃຫ້ຮູ້ຂອງເຈົ້າໜ້າທີ່ ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນວ່າ: ໃນປີ 2023 ນີ້, ແຂວງຄຳມ່ວນ ໄດ້ວາງຄາດໝາຍສູ້ຊົນຜະລິດ ພືດລະດູຝົນໃນເນື້ອທີ່ແຜນການ ລວມຫລາຍກວ່າ12,7ພັນເຮັກຕາ. ໃນນັ້ນ, ຄາດຄະເນຜົນຜະລິດ ຈະ ໄດ້ກວ່າ 200 ແສນໂຕນ. ຂະນະ ທີ່ເນື້ອທີ່ແຜນການປູກພືດ ເພື່ອ ເປັນສະບຽງອາຫານກວ່າ 2,4 ພັນ ເຮັກຕາ, ຄາດຈະໄດ້ຮັບຜົນຜະລິດ ກວ່າ 26,4 ພັນໂຕນ, ເນື້ອທີ່ແຜນ ການປູກພືດເປັນສິນຄ້າກວ່າ 10,2 ພັນເຮັກຕາ, ຄາດຈະໄດ້ຜົນຜະລິດ ກວ່າ 174 ແສນໂຕນ. ຢ່າງໃດກໍ່ດີ ດ້ວຍຄວາມເອົາໃຈ ໃສ່ຂອງແຂງແໜງປູກຝັງ ໂດຍສະ ເພາະແມ່ນໄດ້ສົ່ງເສີມທາງດ້ານ ເຕັກນິກ, ວິຊາການຕິດພັນກັບການ ລົງໃກ້ຊິດຕິດແທດກະສິກອນ, ສ້າງ ທຸກເງື່ອນໄຂອຳນວຍໃຫ້ແກ່ການ ຜະລິດ ສົ່ງຜົນເຮັດໃຫ້ການຈັດຕັ້ງ ປະຕິບັດຕົວຈິງເນື້ອທີ່ປູກພືດລວມ ທົ່ວແຂວງໄດ້ຫລາຍກວ່າ 25,9 ພັນເຮັກຕາ (ທຽບໃສ່ແຜນການ

RkJQdWJsaXNoZXIy MTc3MTYxMQ==