lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 20/11/2023 xtgmf]k; ນາຍົກລັດຖະມົນຕີ... ເລີ່ມລົງມືກໍ່ສ້າງ... ສະພາແຫ່ງຊາດ ພິຈາລະນາ... ໂດຍການເຂົ້າຮ່ວມຂອງທ່ານພົນ ເອກ ວິໄລ ຫລ້າຄຳຟອງ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງ ຈຳປາສັກ ພ້ອມດ້ວຍບັນດາພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໜິງ ຢູ ຕຽນ (Ning You Tian) ຜູ້ອໍານວຍການບໍລິສັດ ທີທີສົ່ງເສີມກະສິກຳຂາອອກ-ຂາ ເຂົ້າຈຳກັດໄດ້ກ່າວວ່າ: ມື້ນີ້ເປັນມື້ທີ່ ມີຄວາມສໍາຄັນທີ່ສຸດ ຊຶ່ງເປັນບາດ ກ້າວໃນການລິເລີ່ມລົງມືໃນການ ລົງທຶນກໍ່ສ້າງໂຮງແຮມລະດັບ 4 ດາວຢູ່ແຂວງຈຳປາສັກ ໂດຍມີມູນ ຄ່າປະມານ 50 ລ້ານໂດລາສະຫະ ລັດໂດຍແບ່ງຈະອອກເປັນ 2 ໄລ ຍະ ຄື: ໄລຍະທີ 1 ເລີ້ມແຕ່ຕົ້ນປີ 2024-2026 ມູນຄ່າ 20 ລ້ານໂດ ລາສະຫະລັດ ແລະ ໄລຍະທີ 2 ເລີ່ມ ແຕ່ປີ 2027-2030 ມູນຄ່າ 30 ລ້ານໂດລາສະຫະລັດ. ສ່ວນການ ແບ່ງປັນຜົນປະໂຫຍດ ແມ່ນມອບໃຫ້ ອົງການປົກຄອງແຂວງຈຳປາສັກ 10% ແລະປກສແຂວງ10% ຂອງ ກຳໄລສຸດທິຕະຫລອດໄລຍະອາ ຍຸການສໍາປະທານ. ນອກຈາກນີ້, ບໍລິສັດໄດ້ເອົາໃຈໃສ່ໃນວຽກງານ ການປົກປັກຮັກສາສິ່ງແວດລ້ອມ ທາງທຳມະຊາດ, ສ້າງໃຫ້ກາຍເປັນ ໂຮງແຮມສີຂຽວຂອງອາຊຽນ, ປະກອບສ່ວນໃນການສ້າງວຽກ ເຮັດ, ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວ ກໍຄືແຂວງຈຳ ປາສັກ, ຮັບປະກັນໃນການປະຕິບັດ ດ້ານພັນທະງົບປະມານໃຫ້ຖືກຕ້ອງ ຕາມລະບຽບກົດໝາຍກຳນົດ. ທ່ານ ໜິງ ຢູ ຕຽນ ກ່າວຕື່ມວ່າ: ບໍລິສັດ ທີທີ ສົ່ງເສີມກະສິກຳຂາ ອອກ-ຂາເຂົ້າ ຈໍາກັດ ເປັນບໍລິສັດ ມີຜົນສຳເລັດ, ປະສົບການ, ມີຄວາມ ສາມາດທາງດ້ານທຶນ ໃນການລົງ ທຶນຂະໜາດໃຫຍ່ຢູ່ ສປ ຈີນ ໃນຂົງ ເຂດການຜະລິດກະສິກໍາ, ອຸດສາ ຫະກຳການທ່ອງທ່ຽວ ແລະ ອື່ນໆ, ສ່ວນເປົ້າໝາຍຍຸດທະສາດ ແລະ ທິດ ທາງໃນການລົງທຶນ ຢູ່ ສປປ ລາວ ກໍຄື ແຂວງຈຳປາສັກ ບໍລິສັດດັ່ງ ກ່າວທີ່ມີຄວາມເຊື່ອໝັ້ນຕໍ່ແນວທາງ ນະໂຍບາຍສົ່ງເສີມການລົງທຶນຂອງ ແຂວງ ກໍຄືການສົ່ງເສີມວຽກງານ ອຸດສາຫະກຳການທ່ອງທ່ຽວປະ ກອບສ່ວນໃນການພັດທະນາເສດ ຖະກິດ-ສັງຄົມ ຂອງແຂວງຈຳປາ ສັກໃຫ້ດີຂຶ້ນ.ການທ່ອງທ່ຽວໄດ້ສ້າງ ລາຍຮັບເປັນເງິນຕາຕ່າງປະເທດ ເຂົ້າມາໃນປະເທດ, ພ້ອມທັງເປັນ ການຊຸກຍູ້ການຜະລິດກະສິກຳ, ການຜະລິດອຸດສາຫະກຳພາຍໃນ, ການສົ່ງເສີມຫັດຖະກຳ ທີ່ເປັນມູນ ເຊື້ອຂອງຊາວແຂວງຈໍາປາສັກ ອີກດ້ວຍ. ຂ່າວ: ທັດຊະນະ ຫລາຍເຂດເລືອກຕັ້ງໄດ້ມີຄວາມ ສົນໃຈ ແລະ ສືບຕໍ່ປະກອບຄໍາເຫັນ ໃສ່ຮ່າງກົດໝາຍວ່າດ້ວຍເຂດເສດ ຖະກິດພິເສດ ຢ່າງກົງໄປກົງມາ ເປັນຕົ້ນ ແມ່ນມາດຕາ 2 ຫລັກການ, ການຮັບຮອງຈຸດທີ່ຕັ້ງ, ການສະເໜີ ພັດທະນາ, ສິດຂອງຜູ້ພັດທະນາ ແລະ ພັນທະ ຂອງຜູ້ພັດທະນາເຂດ ເສດຖະກິດພິເສດ. ຮ່າງກົດໝາຍສະ ບັບນີ, ໄດ້ຮັບການສະໜີຕໍ່ທີ່ປະຊຸມ ສະພາ ໃນວັນທີ 16 ພະຈິກ 2023 ໂດຍທ່ານ ຄຳເຈນ ວົງໂພສີ ລັດຖະ ມົນຕີກະຊວງແຜນການ ແລະ ການ ລົງທຶນ ເຊິ່ງປະກອບມີ XII ພາກ, 16 ໝວດ ແລະ 90 ມາດຕາ. ທ່ານ ຈອມສີລັດຕະນະປັນ ສສຊ ປະຈຳເຂດເລືອກຕັ້ງທີ 5ແຂວງ ບໍ່ແກ້ວ ໄດ້ມີຄຳເຫັນວ່າ: ຮ່າງກົດ ໝົດເຂດເສດຖະກິດພິເສດສະບັບ ນີ້ ເຫັນວ່າເນື້ອໃນແມ່ນເນັ້ນໜັກ ກ່ຽວກັບການກຳນົດນະໂຍບາຍ ເພື່ອດຶງດູດນັກລົງທຶນເຂົ້າມາພັດ ທະນາຢູ່ເຂດເສດຖະກິດເປັນສ່ວນ ໃຫຍ່. ແຕ່ເຫັນວ່າຍັງບໍ່ທັນໄດ້ລົງ ເລິກໃສ່ການຄຸ້ມຄອງ, ການປົກຄອງ ແລະ ການບໍລິຫານຫລາຍປານໃດ. ສະນັ້ນ, ຄວນເພີ່ມເນື້ອໃນຈາກ ກົດໝາຍວ່າດ້ວຍເຂດເສດຖະກິດ ພິເສດມາເປັນກົດໝາຍວ່າການຄຸ້ມ ຄອງເຂດເສດຖະກິດພິເສດ. ທັງນີ້, ໄລຍະຜ່ານມາເຫັນວ່າ ສປປ ລາວ ໄດ້ດຶງດູດເອົານັກລົງທຶນຈາກຕ່າງ ປະເທດ ເຂົ້າມາພັດທະນາເຫັນວ່າ ມີສອງໂຄງການໃຫ່ຍຄື: ໂຄງການ ເຂດເສດຖະກິດພິເສດ ແລະ ໂຄງ ການເຂດເສດຖະກິດສະເພາະເຫັນ ວ່າມີຜົນສຳເລັດຫລາຍດ້ານທີ່ໜ້າ ເພິ່ງພໍໃຈ ໂດຍສະເພາະແມ່ນເຂດ ເສດຖະກິດພິເສດສາມຫລ່ຽມຄຳ ແມ່ນມີຜົນສຳເລັດຢ່າງຕັ້ງໜ້າເຊັ່ນ: ພື້ນຖານໂຄງລ່າງໄດ້ຮັບການພັດ ທະນາຢ່າງກ້າວກະໂດດ, ປະຊາຊົນ ທ້ອງຖິ່ນໄດ້ຮັບຜົນປະໂຫຍດສາ ມາດສ້າງວຽກເຮັດງານທຳໄດ້ ຢ່າງກວ້າງຂວາງ, ສ້າງຖານລາຍ ຮັບເພີ່ມຂຶ້ນ ແລະ ສ້າງລາຍຮັບເຂົ້າ ງົບປະມານຂອງລັດເປັນລະບົບ ທີ່ຕັ້ງໜ້າ ແລະ ໝັ້ນຄົງ ເຊິ່ງໃນ ເມື່ອກ່ອນແມ່ນລັດຖະບານເປັນຜູ້ ຄຸ້ມຄອງ ແຕ່ເມື່ອບໍ່ດົນມານີ້ໄດ້ມີ ການຊັບປ່ຽນໃຫ້ແຂວງ ເປັນຜູ້ຄຸ້ມ ຄອງເຂດເສດຖະກິດດັ່ງກ່າວ. ແນວ ໃດກໍຕາມຄວນສ້າງຕັ້ງຄະນະຄຸ້ມ ຄອງລະດັບຊາດຂຶ້ນ ເພື່ອພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດດັ່ງ ກ່າວໃຫ້ມີຄວາມໜັກແໜ້ນ,ຮັດກຸມ. ທ່ານ ນາງ ຂັນກາບ ໄຊຍະກຸມ ມານ ສສຊ ປະຈຳເຂດເລືອກຕັ້ງ 18 ແຂວງໄຊສົມບູນ ໄດ້ປະກອບຄຳ ເຫັນໃສ່ມາດຕາ30ພັນທະຂອງຜູ້ພັດ ທະນາເຂດເສດຖະກິດພິເສດໂດຍ ໄດ້ສະເໝີໃຫ້ຜູ້ພັດທະນາພາຍຫລັງ ທີ່ສຳເລັດໂຄງການແລ້ວ, ຜູ້ພັດທະ ນາຈະຕ້ອງໄດ້ປັບປຸງດິນຄືນ 3-5 ປີ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິ. ພ້ອມນັ້ນ, ສະເໜີໃຫ້ລັດຖະບານພິ ຈາລະນາຄືນກ່ຽວກັບຜົນໄດ້ ແລະ ຜົນເສຍທີ່ຈະໄດ້ຮັບຈາກການລົງ ທຶນ, ທັງກຳນົດໃຫ້ລະອຽດກຽວກັບ ພາກສ່ວນຈັດຕັ້ງປະຕິບັດບໍ່ໃຫ້ກະ ແຈກກະຈາຍຄືໃນໄລຍະຜ່ານມາ. ພ້ອມກັນນີ້, ບັນດາ ສສຊ ຫລາຍ ເຂດເລືອກຕັ້ງ ຍັງເຊື່ອໝັ້ນວ່າພາຍ ຫລັງກົດໝາຍດັ່ງກ່າວຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ແລ້ວ ຈະເຮັດໃຫ້ການພັດທະນາ ຂປລ. ໃນວັນທີ 16 ພະຈິກ 2023 ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ(ຄຕພ) ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຊູເດສ ມາເນຍ ເອກອັກຄະລັດຖະທູດວິ ສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາ ລະນະລັດ ສິງກະໂປ ປະຈໍາ ສປປ ລາວ ຄົນໃໝ່. ໃນໂອກາດດັ່ງກ່າວ, ທ່ານຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ຊູເດສ ມາເນຍ ທີ່ໄດ້ຮັບ ການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສາທາລະນະລັດ ສິງ ກະໂປ ປະຈຳ ສປປ ລາວ ຄົນໃໝ່, ເຊື່ອ ໝັ້ນວ່າທ່ານເອກອັກຄະລັດຖະທູດຈະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສິງກະໂປ ໃຫ້ນັບມື້ນັບ ແໜ້ນແຟ້ນແລະມີໝາກຜົນ ເພື່ອນໍາເອົາ ຜົນປະໂຫຍດຕົວຈິງມາສູ່ ປະຊາຊົນ 2 ຊາດ ລາວ-ສິງກະໂປ ໃຫ້ຫລາຍຂຶ້ນ. ທ່ານຫົວໜ້າຄະນະພົວພັນຕ່າງປະ ເທດສູນກາພັກຍັງໄດ້ແຈ້ງສະພາບພົ້ນ ເດັ່ນ ໃນການສ້າງສາພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ ພາຍ ໃຕ້ການນໍາຂອງ ພັກ ປປ ລາວ; ແຈ້ງ ທີ່ຕັ້ງ ແລະ ພາລະບົດບາດຂອງ ຄຕພ ໃນການເປັນເສນາທິການ ໃຫ້ຂັ້ນເທິງ ຕໍ່ວຽກງານການຕ່າງປະເທດດ້ານພັກ ແລະ ການທູດປະຊາຊົນ. ພ້ອມທັງຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລາວ-ສິງກະໂປ ຕະຫລອດ ໄລຍະຜ່ານມາ ແລະ ໃນປີ 2024 ຈະ ເປັນປີທີ່ສຳຄັນຂອງ ສປປ ລາວ ຄື: ຈະເປັນປະທານອາຊຽນ, ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດຮ່ວມກັນ ເຊິ່ງທັງສອງປະ ເທດຈະໄດ້ຮ່ວມກັນຈັດຫລາຍກິດຈະ ກຳສະເຫລີມສະຫລອງວັນດັ່ງກ່າວ ພ້ອມທັງຈະເປັນປີທ່ອງທ່ຽວລາວ. ພ້ອມນີ້,ທ່ານຍັງໄດ້ສະແດງຄວາມຂອບ ໃຈເປັນຢ່າງສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອໃນດ້ານຕ່າງໆຂອງ ສິງກະໂປ ຕໍ່ ສປປ ລາວ ເປັນຕົ້ນແມ່ນ ການສຶກສາ, ສາທາລະນະສຸກ, ດ້ານມະ ນຸດສະທຳ,ການສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານ ພັກ-ລັດ ລາວ, ຫວັງ ວ່າຝ່າຍສິງກະໂປ ຈະສືບຕໍ່ໃຫ້ການສະ ໜັບສະໜູນ ສປປ ລາວ ໃນການເປັນ ປະທານອາຊຽນ, ສົ່ງເສີມການໄປມາ ຫາສູ່ລະຫວ່າງປະຊາຊົນສອງຊາດ ໃຫ້ຫລາຍຂຶ້ນ, ສືບຕໍ່ຊ່ວຍເຫລືອດ້ານ ຕ່າງໆ ລວມທັງການພັດທະນາຊັບພະ ຍາກອນມະນຸດໃຫ້ແກ່ ສປປ ລາວ ກໍຄື ຄະນະພົວພັນຕ່າງປະເທດສູນກາງພັກ ຕື່ມອີກໃນຕໍ່ໜ້າ; ສະແດງຄວາມຍິນດີ ຕໍ່ການຮ່ວມມືດ້ານການຄ້າສອງຝ່າຍ, ການລົງທຶນຂອງສິງກະໂປ ຢູ່ ສປປ ລາວ ທີ່ມີທ່ວງທ່າຂະຫຍາຍຕົວຂຶ້ນໄປ ເລື້ອຍໆ. ພ້ອມນັ້ນ, ທ່ານຫົວໜ້າ ຄຕພ ມີຄວາມຍິນດີຈະຮ່ວມກັບຝ່າຍສິງກະ ໂປ ກໍຄື ທ່ານທູດສິງກະໂປຄົນໃໝ່ ເພື່ອ ພ້ອມກັນປະກອບສ່ວນຊຸກຍູ້ ແລະ ເພີ່ມ ພູນຄູນສ້າງ ສາຍພົວພັນ ລາວ-ສິງກະ ໂປ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ທ່ານເອກອັກຄະລັດຖະທູດໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນ ແລະ ການແຈ້ງສະພາບພົ້ນ ເດັ່ນຂອງພັກ, ລັດລາວ ໃຫ້ຊາບ; ຊົມ ເຊີຍບັນດາຜົນ ສໍາເລັດດ້ານຕ່າງໆ ທີ່ ປະຊາຊົນລາວຍາດມາໄດ້ພາຍໃຕ້ການ ນໍາພາຂອງ ພັກ ປປ ລາວ; ຕີລາຄາສູງ ຕໍ່ສາຍພົວພັນ ສິງກະໂປ-ລາວ. ພ້ອມ ທັງສະແດງຄວາມໝາຍໝັ້ນທີ່ຈະສືບ ຕໍ່ເສີມຂະຫຍາຍການຮ່ວມມືດ້ານຕ່າງໆ ກັບ ສປປ ລາວ ໃຫ້ດີຂຶ້ນໄປເລື້ອຍໆ; ຈະສະໜັບສະໜູນໃນການເປັນປະ ທານອາຊຽນ ແລະ ຈະຮ່ວມມືກັບພາກ ສ່ວນກ່ຽວຂ້ອງ ສປປ ລາວ ສະເຫລີມ ສະຫລອງ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນການທູດ ສິງກະໂປ-ລາວ ໃນປີ 2024; ພ້ອມທັງແຈ້ງຄວາມ ສົນໃຈ ທີ່ຈະຂະຫຍາຍການຮ່ວມມືກັບ ສປປລາວຕື່ມ ເຊັ່ນ: ການຮ່ວມມືໃນຂົງ ເຂດລັດຖະສະພາ, ຄວາມໝັ້ນຄົງທາງ ດ້ານພະລັງງານໄຟຟ້າ, ປ້ອງກັນຄວາມ ສະຫງົບ (ສະກັດກັ້ນຢາເສບຕິດ), ການປ່ຽນແປງດິນຟ້າອາກາດ (ກາກ ບອນເຄລດິດ), ການສົ່ງອາສາສະໝັກ ສິງກະໂປມາຊ່ວຍເຫລືອຢູ່ ສປປ ລາວ. ພ້ອມທັງຍິນດີຮ່ວມມືກັບຄະນະພົວ ພັນຕ່າງປະເທດສູນກາງພັກ ໃນການ ເປັນຂົວເຊື່ອມມິດຕະພາບອັນດີລະ ຫວ່າງ ສິງກະໂປ-ລາວ. ນອກນັ້ນ, ທັງສອງຝ່າຍຍັງໄດ້ແລກ ປ່ຽນທັດສະນະ ຕໍ່ບາງບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມສົນ ໃຈ. ໃນຕອນທ້າຍ, ທ່ານຫົວໜ້າ ຄຕພ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດ ຖະທູດ ຈົ່ງປະສົບຜົນສໍາເລັດໃນການ ປະຕິບັດໜ້າທີ່ຢູ່ ສປປ ລາວ ເພື່ອນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ສິງກະໂປ ກໍຄື ເພື່ອສັນ ຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ຂ່າວ-ພາບ: ຄຕພ sq ;|h k7totrq ;ra o8j k'xtgmfl6 odk'ra d 8h voIa [m6 fly 'dt3x 7q o.\j ບູລີ, ເຊິ່ງປັດຈຸບັນ, ຟາມດັ່ງກ່າວມີໝູ ແມ່ພັນທີ່ໄດ້ປະສົມພັນຈໍານວນ117 ໂຕ, ໝູພໍ່ພັນ 3 ໂຕ (ໃຊ້ນໍ້າເຊື້ອປະ ສົມພັນທຽມ). ສ່ວນໂຮງງານສີ ແລະ ອົບແຫ້ງສາລີ ທາງບໍລິສັດ ແມ່ນໄດ້ສົ່ງເສີມກະສິກອນປູກໂດຍ ກົງ, ປູກແບບມີສ່ວນຮ່ວມ, ເຊິ່ງບໍລິ ສັດເປັນຜູ້ຕອບສະໜອງທາງດ້ານ ແນວພັນ ແລະ ເຕັກນິກວິຊາການ. ບໍລິສັດ ໄດ້ເກັບຊື້ສາລີນໍາປະຊາຊົນ ໃນລາຄາ 2.900 ກີບ, ໂຮງງານສາ ມາດສີ ແລະ ອົບແຫ້ງສາລີ 100 ໂຕນ/ມື້, ສາລີດັ່ງກ່າວ 70% ແມ່ນ ປ້ອນເຂົ້າຟາມລ້ຽງໝູຂອງບໍລິສັດ ເອງ ແລະ 30% ແມ່ນສົ່ງອອກໄປ ສປ ຈີນ. ໂອກາດດຽວກັນ,ຄະນະດັ່ງກ່າວ ຍັງໄດ້ເດີນທາງໄປຢ້ຽມຢາມໂຮງ ງານແປ້ງມັນຕົ້ນຂອງບໍລິສັດກ້າວ ໜ້າລາວ ຈໍາກັດ, ເຊິ່ງໂຮງງານດັ່ງ ກ່າວ ເປັນໂຮງງານສ້າງຕັ້ງໃໝ່ທີ່ ຂະຫຍາຍຈາກໂຮງງານແປັງມັນ ຕົ້ນ ເມືອງປາກລາຍ. ປັດຈຸບັນສໍາ ເລັດເກືອບ 100% ແລະ ຈະໄດ້ທໍາ ການຜະລິດໃນທ້າຍເດືອນພະຈິກ ນີ້ ແລະ ສາມາດຜະລິດແປ້ງໄດ້ 50.000ໂຕນຕໍ່ປີ,ໂຮງງານດັ່ງກ່າວ ມີຄວາມຕ້ອງການວັດຖຸດິບປະ ມານ 200.000 ໂຕນຕໍ່ປີ ໂດຍສະ ເລ່ຍກໍາລັງການຜະລິດສູງສຸດ 300 ໂຕນຕໍ່ມື້, ດ້ານສິ່ງແວດລ້ອມປັດ ຈຸບັນທາງໂຮງງານມີອ່າງບົ່ມ (ປິດ) ຈໍານວນ 3 ອ່າງ ຂະໜາດ 80x160 ແມັດ ເພື່ອຜະລິດ ແກັສຊີ ວະພາບ, ອ່າງເກັບຕະກອນ ແລະ ປອກມັນ ຈໍານວນ 1 ອ່າງ ຂະໜາດ 50x160 ແມັດ, ອ່າງເກັບນໍ້າທີ່ ຜ່ານການບໍາບັດເບື້ອງຕົ້ນ 1 ອ່າງ ມີ ຂະໜາດ160x260ແມັດ. ນອກນີ້, ຍັງຈະໄດ້ຕິດຕັັ້ງໂຮງອົບແຫ້ງກາກ ມັນຕົ້ນ (ເສດເຫລືອຈາກຂະບວນ ການຜະລິດ) ນໍາໄປອົບແຫ້ງ ເພື່ອ ເປັນຫົວອາຫານສັດ. ການຂະຫຍາຍ ໂຮງງານກໍເພື່ອແກ້ໄຂບັນຫາຊາວ ສວນທີ່ປູກມັນຕົ້ນ ໄດ້ນໍາຜົນຜະລິດ ໄປຂາຍໃນໄລຍະທາງທີ່ໃກ້, ທັງ ເປັນການສ້າງວຽກເຮັດງານທຳຢູ່ ພາຍໃນທ້ອງຖິ່ນ ໄດ້ເຖິງ 180 ຄົນ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາ ຊົນທ້ອງຖິ່ນນຳອີກ. ໃນມື້ດຽວກັນ, ທ່ານນາຍົກລັດ ຖະມົນຕີ ພ້ອມຄະນະຍັງໄດ້ໄປຢ້ຽມ ຢາມໂຮງງານຜະລິດເສັ້ນໝີ່ຂອງ ບໍລິສັດຫົງໂຢ ກໍ່ສ້າງ ແລະ ພັດທະ ນາກະສິກໍາ ຈຳກັດຕື່ມອີກ. ຂ່າວ-ພາບ:ອຸ່ນເຮືອນ ໂພທິລັກ ໝາຍສະບັບດັ່ງກ່າວ ໄດ້ປະຕິບັດ ຕາມຂະບວນການ ແລະ ຂັ້ນຕອນ ຕາມທີ່ກຳນົດໄວ້ໃນກົດໝາຍວ່າ ດ້ວຍການສ້າງນິຕິກຳຢ່າງເຂັ້ມ ງວດ, ມີການເຮັດບົດວິເຄາະວິໄຈ, ປະເມີນຜົນກະທົບ ໃນການຈັດຕັ້ງ ປະຕິບັດກົດໝາຍໄລຍະຜ່ານມາ, ໄດ້ ຄົ້ນຄວ້າຂໍ້ມູນ, ຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດຕົວຈິງ ແລະ ອີງໃສ່ສົນທິສັນຍາ ແລະ ກົດ ໝາຍຂອງປະເທດໃກ້ຄຽງເຊັ່ນ: ສສ ຫວຽດນາມ,ບັນດາປະເທດອາຊຽນ ແລະ ສາກົນ ເພື່ອເປັນຂໍ້ມູນການຄົ້ນ ຄວ້າໃຫ້ຄະນະຮັບຜິດຊອບໃນການ ຄົ້ນຄວ້າ ແລະ ປັບປຸງ. ພາຍຫລັງທີ່ກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຈະກາຍເປັນນິຕິກຳພື້ນຖານສຳຄັນ ໃຫ້ແກ່ວຽກງານຄຸ້ມຄອງ, ຕິດຕາມ ແລະ ກວດກາຊັບສິນທາງປັນຍາ ໃຫ້ມີປະສິດທິພາບ ແລະ ມີປະສິດທິ ຜົນກວ່າເກົ່າ ໂດຍສະເພາະການບັງ ຄັບໃຊ້ກົດໝາຍທີ່ແນໃສ່ ເພື່ອສ້າງ ຄວາມເຂັ້ມແຂງ ໃຫ້ແກ່ກົນໄກການ ແກ້ໄຂທາງດ້ານບໍລິຫານ ແລະ ກົນ ໄກໃນການດໍາເນີນຄະດີກ່ຽວກັບ ການລະເມີດຊັບສິນທາງປັນຍາ ແລະ ຈະກາຍເປັນການຊຸກຍູ້ສົ່ງເສີມ ຫົວຄິດປະດິດສ້າງ ຂອງຄົນໃນສັງ ຄົມ ຕາມທິດເສດຖະກິດພູມປັນຍາ, ການຫັນເປັນທັນສະໄໝ, ສີຂຽວ ແລະ ຍືນຍົງ; ຈະກາຍເປັນນິຕິກຳ ພື້ນຖານສຳຄັນໃນການເຈລະຈາ ເຂດການຄ້າເສລີ ໃນພາກຊັບສິນ ທາງປັນຍາ ໂດຍສະເພາະເຂດການ ຄ້າເສລີອາຊຽນ-ການາດາ ແລະ ອາຊຽນກັບບັນດາປະເທດອື່ນທີ່ຈະ ເກີດຂຶ້ນໃນອະນາຄົດພ້ອມທັງຈະ ເປັນເງື່ອນໄຂໃຫ້ສປປລາວ ໄດ້ ເຂົ້າ ເປັນພາຄີສົນທິສັນຍາເຮັກ ໂດຍຈະ ເປີດກວ້າງການຈົດທະບຽນແບບ ອຸດສາຫະກຳຂອງຄົນລາວ ແລະ ສາກົນຜ່ານລະບົບເຮັກແລະຈະເປັນ ແຫລ່ງລາຍຮັບເຂົ້າງົບປະມານແຫ່ງ ຊາດເພີ່ມຂຶ້ນ; ຈະເປັນເງື່ອນໄຂໃຫ້ ສປປ ລາວ ເຂົ້າເປັນພາຄີຂອງສົນ ທິສັນຍາພັນພືດໃໝ່ ເຊິ່ງຈະເປັນປະ ໂຫຍດຫລາຍໃນການສົ່ງເສີມວຽກ ງານການປັບປຸງພັນພືດໃໝ່ຂອງ ສປປ ລາວ ແລະ ຊ່ວຍປົກປ້ອງພັນ ພືດໃໝ່ ໂດຍສະເພາະພັນພືດທີ່ ສປປ ລາວ ໄດ້ຄົ້ນພົບ, ຄົ້ນຄວ້າ ແລະ ປັບ ປຸງພັນໃນລະດັບສາກົນ. ພ້ອມນັ້ນ ຍັງຈະສ້າງຄວາມຈະ ແຈ້ງກ່ຽວກັບສິດຂອງເຈົ້າຂອງ ຜົນງານ ຫລື ສິດຂອງເຈົ້າຂອງລິ ຂະສິດ ໂດຍສອດຄ່ອງກັບສົນທິສັນ ຍາລິຂະສິດ ຂອງອົງການຊັບສິນ ທາງປັນຍາໂລກຈະເປັນພື້ນຖານສຳ ຄັນໃນການສ້າງເສດຖະກິດ ຫລື ອຸດ ສາຫະກຳສ້າງສັນ ເຊິ່ງເປັນແຫລ່ງ ສ້າງລາຍໄດ້, ວຽກເຮັດງານທຳ ທີ່ສຳຄັນຜ່ານການສ້າງເສດຖະກິດ ສ້າງສັນ; ຈະເປັນພື້ນຖານສໍາຄັນໃນ ການພັດທະນາ ແລະ ຊຸກຍູ້ວຽກງານ ຊັບສິນທາງປັນຍາ ຜ່ານການສ້າງ ກອງທຶນຊັບສິນທາງປັນຍາ ໂດຍ ສະເພາະການຫັນວຽກງານຊັບສິນ ທາງປັນຍາສູ່ພາກທຸລະກິດ ແລະ ສະຖານການສຶກສາ ກໍຄືການສ້າງ ມູນຄ່າເພີ່ມໃຫ້ແກ່ວິສາຫະກິດຂະ ໜາດນ້ອຍ ແລະ ກາງຂອງລາວໃນ ຂອບເຂດທົ່ວໄປເທດ ຍົກລະດັບ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ມີຄວາມໜັກແໜ້ນ,ຮັດກຸມ,ຈະແຈ້ງ, ຄົບຖ້ວນ ແລະ ສັກສິດຂຶ້ນຕື່ມ; ຮັບ ປະກັນການພັດທະນາທີ່ດິນຢ່າງ ມີຈຸດສຸມ, ຮັບປະກັນຕາມທິດສີຂຽວ ແລະ ຍືນຍົງ; ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ຜູ້ພັດທະນາ ແລະ ຜູ້ລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ຫລາຍຂຶ້ນ. ຂ່າວ:ກິດຕາ, ພາບ: ຂັນໄຊ ປະທານ, ຜູ້ປະຈໍາການຄະນະກໍາມາ ການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານພິທີເປີດການ ນໍາໃຊ້ເວັບໄຊ ສໍາລັບການເປັນປະ ທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍມີຊື່ວ່າ https://laoschairmanship 2024.gov.la/ ໂດຍມີທ່ານຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີ, ປະທານຄະນະກໍາ ມະທິການສະພາແຫ່ງຊາດ, ຮອງ ເຈົ້າຄອງນະຄອນຫລວງ, ຮອງລັດ ຖະມົນຕີ ແລະ ຕາງໜ້າບັນດາ ກົມກອງຂອງກະຊວງກ່ຽວຂ້ອງ ເຂົ້າຮ່ວມ. ພາຍຫລັງພິທີເປີດເວັບໄຊ ປະ ທານອາຊຽນ, ທ່ານຮອງນາຍົກລັດ ຖະມົນຕີ ສະເຫລີມໄຊ ກົມມະສິດ ກໍ ໄດ້ສືບຕໍ່ເປັນປະທານກອງປະຊຸມ 14 ອະນຸກໍາມະການໃນການກະ ກຽມແລະດໍາເນີນການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນ ປີ 2024. ກອງປະຊຸມຄັ້ງນີ້ໄດ້ທົບ ທວນຄືນການກະກຽມໜ້າວຽກຮີບ ດ່ວນ ເຊັ່ນ: ການກຳນົດບຸລິມະສິດ ສໍາລັບການເປັນປະທານອາຊຽນ ຂອງ ສປປ ລາວ; ສະຖານທີ່ປະຊຸມ ແລະ ສະະຖານທີ່ພັກເຊົາ; ພາຫະ ນະຂົນສົ່ງ ແລະ ພາຫະນະສຳລັບ ບັນດາປະມຸກລັດ/ຫົວໜ້າລັດຖະ ບານ, ລັດຖະມົນຕີ, ເຈົ້າໜ້າທີ່ອາວຸ ໂສ, ຄະນະຜູ້ແທນ ແລະ ນັກຂ່າວ ຕ່າງປະເທດ; ການປັບປຸງຖະໜົນ ຫົນທາງ ແລະ ສະໜາມບິນ; ວຽກ ງານປ້ອງກ ັນຊາດ-ປ້ອງກັນຄວາມ ສະຫງົບ; ຄວາມເປັນລະບຽບດ້ານ ຈະລາຈອນ; ລະບົບການສື່ສານ ແລະ ອິນເຕີເນັດ; ລວມທັງບຸກຄະລາ ກອນ; ແຜນງົບປະມານ; ສະຖານ ທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ມີຄວາມ ຈຳເປັນຕ້ອງກະກຽມລ່ວງໜ້າ. ຜ່ານການປຶກສາຫາລື ເຫັນວ່າ ການກະກຽມວຽກງານຕ່າງໆມີ ຄວາມຄືບໜ້າດີ ທີ່ຈະດໍາເນີນການ ເປັນປະທານອາຊຽນ ທີ່ຈະເລີ່ມຂຶ້ນ ຢ່າງເປັນທາງການໃນວັນທີ 1 ມັງ ກອນ 2024 ນີ້ ໂດຍສະເພາະການ ເປັນເຈົ້າພາບ ແລະ ປະທານບັນດາ ກອງປະຊຸມລະດັບລັດຖະມົນຕີທີ່ ສໍາຄັນໃນໄລຍະປີ 2024 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ກໍຄື ກອງປະຊຸມສຸດ ຍອດອື່ນໆ ທີ່ກ່ຽວຂ້ອງທີ່ຈະຈັດຂຶ້ນ ໃນເດືອນຕຸລາ 2024. ໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ສະເຫລີມໄຊກົມມະສິດ ໄດ້ເນັ້ນຢໍ້າໃຫ້ບັນດາອະນຸກໍາມະ ການສືບຕໍ່ດໍາເນີນການກະກຽມໜ້າ ວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ເພື່ອ ຮັບປະກັນຜົນສຳເລັດຂອງການ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ຂ່າວ:ວຽງສະຫວັນ,ພາບ:ເກດສະໜາ ຈຳເປັນໃນການປັບປຸງກົດໝາຍວ່າ ດ້ວຍຊັບສິນທາງປັນຍາ ເຊິ່ງການ ຈັດຕັ້ງປະຕິບັດຕົວຈິງຜ່ານມາເຫັນ ວ່າເນື້ອໃນຂອງກົດໝາຍວ່າດັ່ງ ກ່າວ ຍັງມີບາງຂໍ້ຄົງຄ້າງທີ່ຕ້ອງໄດ້ ປັບປຸງຕື່ມ ເພື່ອໃຫ້ມີຄວາມຄົບ ຖ້ວນ, ຮັດກຸມແລະສອດຄ່ອງກັບສະ ພາບການຂະຫຍາຍຕົວຂອງເສດ ຖະກິດ-ສັງຄົມ ໄລຍະໃໝ່ ເປັນຕົ້ນ: ບາງຄຳສັບທີ່ກຳນົດຍັງບໍ່ຈະແຈ້ງ, ບໍ່ສອດຄ່ອງກັບຄຳສັບວິຊາການ ຂອງຂະແໜງການກ່ຽວຂ້ອງນໍາ ໃຊ້. ການຄົ້ນຄວ້າປັບປຸງຮ່າງກົດ ລາວ ເປີດເວັບໄຊ... ສສຊ ເຫັນວ່າກົດໝາຍ... ຂປລ. ການດໍາເນີນກອງປະ ຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນ ທີ 17 ພະຈິກ 2023, ບັນດາສະ ມາຊິກສະພາແຫ່ງຊາດ (ສສຊ) ການໃຫ້ບໍລິການວຽກງານຊັບສິນ ທາງປັນຍາ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄຸນນະພາບ, ໂປ່ງໄສ ແລະ ເທົ່າທຽມກັບສາກົນ, ພ້ອມທັງຊ່ວຍດຶງດູດການລົງທຶນ ໃຫ້ຫລາຍຂຶ້ນ. ຂ່າວ: ກິດຕາ, ພາບ: ຂັນໄຊ
RkJQdWJsaXNoZXIy MTc3MTYxMQ==