okpq d]a f4t,q o8u 1h P,1k,c0;'w-pt[6 ]u Iv'xtmkoxtgmfrq [xt1h P,1k, xt-k-q o[h koxkd8;p g,n v'xtm5 ,rvo g]u j ,]q ',n d+ lh k'3I'cI,9exkla d ,u ik37 ltrkcsj '-kf ry 9k]tok Ij k'dq f\kp;j kfh ;p-a [ly omk'xa opk ]k;gxu fg;a [w- c]t sk]n 7;k,7n [|h k dkodtdP,gxa oxtmkovk-Po 2024 ll- gsa o;j kdq f\kp75 h ,7v' 9tlh k'7;k,g-n j v\A ocdj oa d]q 'mb o vvxl 4n le7a o;Pd'ko8h ko{ltda fdA o dko.-h 7;k,I5 ocI'8+ c,j py ' c]t gfa doh vp dP,8q ;cmogfa d 18 c0;'mq j ;xtgmf Ij ;,xt8y [a f;Pdly fmy gfa d16 j ]k; gru j ,mt;u dkog-n j v,9vf c]t 7;k,g0A ,c0'vk-Po ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 20.11.2023 ປີທີ 22 ສະບັບທີ 5.811 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີ -q ,g-u pdv'xt-5 ,ltw\lk,a ogmn j vmu 6 0v'ltrkcsj '-kf -5 fmu IX 1j k'l5 f.9 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ຂປລ. ທ້າຍອາທິດຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະ ທານປະເທດ ລົງເຄື່ອນໄຫວຢ້ຽມ ຢາມ, ພົບປະພໍ່ແມ່ປະຊາຊົນບ້ານ ປາກຕວຍ ເມືອງປະທຸມພອນ ແຂວງຈຳປາສັກ ໂດຍມີ ທ່ານໂສມ ບຸດຕະກູນ ຮອງເຈົ້າແຂວງຈຳປາ ສັກ, ທ່ານ ວຽງສະໄໝ ສີລິພອນພັນ ເຈົ້າເມືອງປະທຸມພອນ ພ້ອມຄະ ນະນຳຂັ້ນແຂວງ, ເມືອງ, ອົງການ ປົກຄອງບ້ານປາກຕວຍ, ຕະຫລອດ ຮອດພໍ່ແມ່ປະຊາຊົນບ້ານປາກຕວຍ ໃຫ້ການຕ້ອນຮັບ. ທ່ານ ວຽງສະໄໝ ສີລິພອນພັນ ເຈົ້າເມືອງປະທຸມພອນ ໄດ້ລາຍ ງານໂດຍຫຍໍ້ການຈັດຕັ້ງປະຕິບັດ ວຽກງານຮອບດ້ານຂອງເມືອງປະ ທຸມພອນ, ຈາກນັ້ນ ກໍໄດ້ຮັບຟັງ ຂປລ. ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະລົງຢ້ຽມຢາມຟາມ ລ້ຽງໝູ ແລະ ໂຮງງານອົບແຫ້ງສາ ລີ ຂອງບໍລິສັດ ຫົງໂຢ ກໍ່ສ້າງ ແລະ ພັດທະນາກະສິກໍາຈຳກັດ ຢູ່ແຂວງ ໄຊຍະບູລີໃນວັນທີ16ພະຈິກ2023 ໂດຍການຕ້ອນຮັບຂອງທ່ານ ພົງສະ ຫວັນ ສິດທະວົງ ເຈົ້າແຂວງໄຊຍະ ບູລີ ພ້ອມດ້ວຍການນໍາຂອງແຂວງ. ໂອກາດດັ່ງກ່າວ, ຜູ້ຕາງໜ້າ ຈາກບໍລິສັດ ຫົງໂຢ ກໍ່ສ້າງ ແລະ ພັດທະນາກະສິກໍາ ຈຳກັດ ໄດ້ລາຍ ງານວ່າ: ຟາມລ້ຽງໝູ ຂອງບໍລິສັດ ແມ່ນເພື່ອຜະລິດໝູປ້ອນໂຮງງານ ຂ້າສັດພາຍໃນ ເມືອງໄຊຍະບູລີ ເພື່ອໃຫ້ພຽງພໍກັບຄວາມຕ້ອງການ ຂອງຕະຫລາດພາຍໃນເມືອງໄຊຍະ ຂປລ. ໃນພາກບ່າຍຂອງກອງ ປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ພະຈິກ 2023, ພາຍໃຕ້ການ ເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງ ຊາດ. ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສະເໜີຮ່າງກົດ ໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບປັບປຸງ ເຊິ່ງປະກອບມີ 11 ພາກ, 22ໝວດແລະ142ມາດຕາ. ຫລັງຈາກນັ້ນ, ບັນດາສະມາຊິກ ສະພາແຫ່ງຊາດ ກໍໄດ້ພ້ອມກັນສຸມ ໃສ່ປະກອບຄຳເຫັນ ເພື່ອໃຫ້ການ ຂປລ. ໃນລະຫວ່າງວັນທີ 1820 ພະຈິກ 2023 ນີ້, ຄະນະກຳ ມາທິການແຫ່ງຊາດ ເພື່ອຄວາມ ກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບອົງການ ອຸຍນີເຊບ ຈັດຝຶກອົບຮົມຕົວແທນ ເດັກ ເພື່ອກະກຽມເຂົ້າຮ່ວມກອງ ປະຊຸມທົບທວນການຈັດຕັ້ງປະຕິ ບັດວຽກສິດທິເດັກຢູ່ ສປປ ລາວ, ທັງເປັນການສະເຫລີມສະຫລອງ ການລາຍງານຄອບຄົວຕົວແບບ ຂອງບ້ານປາກຕວຍ ນຳສະເໜີໂດຍ ທ່ານ ຄຳພັນ ນະຄອນສີ ເຊິ່ງເປັນ ຄອບຄົວຕົວແບບຜະລິດກະສິກໍາ ການປູກໝາກນາວຂອງບ້ານ. ໂອກາດນີ້, ທ່ານ ນາງ ປານີ ຢາທໍ່ຕູ້ ກໍໄດ້ມີຄຳເຫັນໂອ້ລົມຢ້ຽມ ຢາມຖາມຂ່າວຊີວິດການເປັນຢູ່ ຂອງພໍ່ແມ່ປະຊາຊົນ ແລະ ໄດ້ເນັ້ນ ໃຫ້ປະຊາຊົນເປັນເຈົ້າການພັດທະ ນາຊີວິດການເປັນຢູ່ດ້ວຍການອອກ ປັບປຸງກົດໝາຍສະບັບນີ້ ມີເນື້ອໃນ ຄົບຖ້ວນສົມບູນ ແນໃສ່ຊຸກຍູ້ສົ່ງ ເສີມການມີຫົວຄິດປະດິດສ້າງຂອງ ຄົນໃນສັງຄົມຕາມທິດເສດຖະກິດ ພູມປັນຍາ, ຮັບປະກັນຜົນປະໂຫຍດ ຂອງເຈົ້າຂອງຊັບສິນທາງປັນຍາ ແລະ ຂອງປະຊາຊົນລາວບັນດາ ເຜົ່າ, ສ້າງຄວາມສາມາດໃນການ ແຂ່ງຂັນ ປະກອບສ່ວນເຂົ້າໃນການ ຫັນເປັນປະເທດ ອຸດສາຫະກຳ ແລະ ທັນສະໄໝ ຕາມທິດສີຂຽວ ແລະ ຍຶນຍົງ. ທ່ານ ມະໄລທອງ ກົມມະສິດ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມ ຂປລ. ໃນໂອກາດລະນຶກວັນສາ ກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ ແມ່ຍິງ 25 ພະຈິກ 2023 ທີ່ຈະມາ ເຖິງນີ້, ທ່ານ ບຸນທັນ ບຸນທະວິໄລ ຮອງຫົວໜ້າອົງການໄອຍະການປະ ຊາຊົນສູງສຸດ (ອອປສ), ກຳມະ ການຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໄດ້ມີຄໍາເຫັນ ໃນວັນທີ 17 ພະຈິກ 2023 ນີ້ ໂດຍຊີ້ໃຫ້ເຫັນ ທ່ານ ບຸນທັນ ບຸນທະວິໄລ ຂປລ. ໃນວັນທີ 17 ພະຈິກ 2023 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະເທດ, ຮອງ ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ພິທີວາງສີລາ ລຶກໂຄງການກໍ່ສ້າງໂຮງແຮມຈຳ ປາສັກ ມິຣາໂຄ ລະດັບ 4 ດາວ ທີ່ ບ້ານຄັນແຍງ, ເມືອງໂພນທອງ, ແຂວງຈຳປາສັກ ຂອງບໍລິສັດ ທີທີ ສົ່ງເສີມກະສິກຳ ຂາອອກ-ຂາເຂົ້າ ຈຳກັດ ໃນວັນທີ 16 ພະຈິກ 2023
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 20/11/2023 xtgmf]k; ນາຍົກລັດຖະມົນຕີ... ເລີ່ມລົງມືກໍ່ສ້າງ... ສະພາແຫ່ງຊາດ ພິຈາລະນາ... ໂດຍການເຂົ້າຮ່ວມຂອງທ່ານພົນ ເອກ ວິໄລ ຫລ້າຄຳຟອງ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງປ້ອງກັນຄວາມສະຫງົບ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງ ຈຳປາສັກ ພ້ອມດ້ວຍບັນດາພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ໜິງ ຢູ ຕຽນ (Ning You Tian) ຜູ້ອໍານວຍການບໍລິສັດ ທີທີສົ່ງເສີມກະສິກຳຂາອອກ-ຂາ ເຂົ້າຈຳກັດໄດ້ກ່າວວ່າ: ມື້ນີ້ເປັນມື້ທີ່ ມີຄວາມສໍາຄັນທີ່ສຸດ ຊຶ່ງເປັນບາດ ກ້າວໃນການລິເລີ່ມລົງມືໃນການ ລົງທຶນກໍ່ສ້າງໂຮງແຮມລະດັບ 4 ດາວຢູ່ແຂວງຈຳປາສັກ ໂດຍມີມູນ ຄ່າປະມານ 50 ລ້ານໂດລາສະຫະ ລັດໂດຍແບ່ງຈະອອກເປັນ 2 ໄລ ຍະ ຄື: ໄລຍະທີ 1 ເລີ້ມແຕ່ຕົ້ນປີ 2024-2026 ມູນຄ່າ 20 ລ້ານໂດ ລາສະຫະລັດ ແລະ ໄລຍະທີ 2 ເລີ່ມ ແຕ່ປີ 2027-2030 ມູນຄ່າ 30 ລ້ານໂດລາສະຫະລັດ. ສ່ວນການ ແບ່ງປັນຜົນປະໂຫຍດ ແມ່ນມອບໃຫ້ ອົງການປົກຄອງແຂວງຈຳປາສັກ 10% ແລະປກສແຂວງ10% ຂອງ ກຳໄລສຸດທິຕະຫລອດໄລຍະອາ ຍຸການສໍາປະທານ. ນອກຈາກນີ້, ບໍລິສັດໄດ້ເອົາໃຈໃສ່ໃນວຽກງານ ການປົກປັກຮັກສາສິ່ງແວດລ້ອມ ທາງທຳມະຊາດ, ສ້າງໃຫ້ກາຍເປັນ ໂຮງແຮມສີຂຽວຂອງອາຊຽນ, ປະກອບສ່ວນໃນການສ້າງວຽກ ເຮັດ, ຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນລາວ ກໍຄືແຂວງຈຳ ປາສັກ, ຮັບປະກັນໃນການປະຕິບັດ ດ້ານພັນທະງົບປະມານໃຫ້ຖືກຕ້ອງ ຕາມລະບຽບກົດໝາຍກຳນົດ. ທ່ານ ໜິງ ຢູ ຕຽນ ກ່າວຕື່ມວ່າ: ບໍລິສັດ ທີທີ ສົ່ງເສີມກະສິກຳຂາ ອອກ-ຂາເຂົ້າ ຈໍາກັດ ເປັນບໍລິສັດ ມີຜົນສຳເລັດ, ປະສົບການ, ມີຄວາມ ສາມາດທາງດ້ານທຶນ ໃນການລົງ ທຶນຂະໜາດໃຫຍ່ຢູ່ ສປ ຈີນ ໃນຂົງ ເຂດການຜະລິດກະສິກໍາ, ອຸດສາ ຫະກຳການທ່ອງທ່ຽວ ແລະ ອື່ນໆ, ສ່ວນເປົ້າໝາຍຍຸດທະສາດ ແລະ ທິດ ທາງໃນການລົງທຶນ ຢູ່ ສປປ ລາວ ກໍຄື ແຂວງຈຳປາສັກ ບໍລິສັດດັ່ງ ກ່າວທີ່ມີຄວາມເຊື່ອໝັ້ນຕໍ່ແນວທາງ ນະໂຍບາຍສົ່ງເສີມການລົງທຶນຂອງ ແຂວງ ກໍຄືການສົ່ງເສີມວຽກງານ ອຸດສາຫະກຳການທ່ອງທ່ຽວປະ ກອບສ່ວນໃນການພັດທະນາເສດ ຖະກິດ-ສັງຄົມ ຂອງແຂວງຈຳປາ ສັກໃຫ້ດີຂຶ້ນ.ການທ່ອງທ່ຽວໄດ້ສ້າງ ລາຍຮັບເປັນເງິນຕາຕ່າງປະເທດ ເຂົ້າມາໃນປະເທດ, ພ້ອມທັງເປັນ ການຊຸກຍູ້ການຜະລິດກະສິກຳ, ການຜະລິດອຸດສາຫະກຳພາຍໃນ, ການສົ່ງເສີມຫັດຖະກຳ ທີ່ເປັນມູນ ເຊື້ອຂອງຊາວແຂວງຈໍາປາສັກ ອີກດ້ວຍ. ຂ່າວ: ທັດຊະນະ ຫລາຍເຂດເລືອກຕັ້ງໄດ້ມີຄວາມ ສົນໃຈ ແລະ ສືບຕໍ່ປະກອບຄໍາເຫັນ ໃສ່ຮ່າງກົດໝາຍວ່າດ້ວຍເຂດເສດ ຖະກິດພິເສດ ຢ່າງກົງໄປກົງມາ ເປັນຕົ້ນ ແມ່ນມາດຕາ 2 ຫລັກການ, ການຮັບຮອງຈຸດທີ່ຕັ້ງ, ການສະເໜີ ພັດທະນາ, ສິດຂອງຜູ້ພັດທະນາ ແລະ ພັນທະ ຂອງຜູ້ພັດທະນາເຂດ ເສດຖະກິດພິເສດ. ຮ່າງກົດໝາຍສະ ບັບນີ, ໄດ້ຮັບການສະໜີຕໍ່ທີ່ປະຊຸມ ສະພາ ໃນວັນທີ 16 ພະຈິກ 2023 ໂດຍທ່ານ ຄຳເຈນ ວົງໂພສີ ລັດຖະ ມົນຕີກະຊວງແຜນການ ແລະ ການ ລົງທຶນ ເຊິ່ງປະກອບມີ XII ພາກ, 16 ໝວດ ແລະ 90 ມາດຕາ. ທ່ານ ຈອມສີລັດຕະນະປັນ ສສຊ ປະຈຳເຂດເລືອກຕັ້ງທີ 5ແຂວງ ບໍ່ແກ້ວ ໄດ້ມີຄຳເຫັນວ່າ: ຮ່າງກົດ ໝົດເຂດເສດຖະກິດພິເສດສະບັບ ນີ້ ເຫັນວ່າເນື້ອໃນແມ່ນເນັ້ນໜັກ ກ່ຽວກັບການກຳນົດນະໂຍບາຍ ເພື່ອດຶງດູດນັກລົງທຶນເຂົ້າມາພັດ ທະນາຢູ່ເຂດເສດຖະກິດເປັນສ່ວນ ໃຫຍ່. ແຕ່ເຫັນວ່າຍັງບໍ່ທັນໄດ້ລົງ ເລິກໃສ່ການຄຸ້ມຄອງ, ການປົກຄອງ ແລະ ການບໍລິຫານຫລາຍປານໃດ. ສະນັ້ນ, ຄວນເພີ່ມເນື້ອໃນຈາກ ກົດໝາຍວ່າດ້ວຍເຂດເສດຖະກິດ ພິເສດມາເປັນກົດໝາຍວ່າການຄຸ້ມ ຄອງເຂດເສດຖະກິດພິເສດ. ທັງນີ້, ໄລຍະຜ່ານມາເຫັນວ່າ ສປປ ລາວ ໄດ້ດຶງດູດເອົານັກລົງທຶນຈາກຕ່າງ ປະເທດ ເຂົ້າມາພັດທະນາເຫັນວ່າ ມີສອງໂຄງການໃຫ່ຍຄື: ໂຄງການ ເຂດເສດຖະກິດພິເສດ ແລະ ໂຄງ ການເຂດເສດຖະກິດສະເພາະເຫັນ ວ່າມີຜົນສຳເລັດຫລາຍດ້ານທີ່ໜ້າ ເພິ່ງພໍໃຈ ໂດຍສະເພາະແມ່ນເຂດ ເສດຖະກິດພິເສດສາມຫລ່ຽມຄຳ ແມ່ນມີຜົນສຳເລັດຢ່າງຕັ້ງໜ້າເຊັ່ນ: ພື້ນຖານໂຄງລ່າງໄດ້ຮັບການພັດ ທະນາຢ່າງກ້າວກະໂດດ, ປະຊາຊົນ ທ້ອງຖິ່ນໄດ້ຮັບຜົນປະໂຫຍດສາ ມາດສ້າງວຽກເຮັດງານທຳໄດ້ ຢ່າງກວ້າງຂວາງ, ສ້າງຖານລາຍ ຮັບເພີ່ມຂຶ້ນ ແລະ ສ້າງລາຍຮັບເຂົ້າ ງົບປະມານຂອງລັດເປັນລະບົບ ທີ່ຕັ້ງໜ້າ ແລະ ໝັ້ນຄົງ ເຊິ່ງໃນ ເມື່ອກ່ອນແມ່ນລັດຖະບານເປັນຜູ້ ຄຸ້ມຄອງ ແຕ່ເມື່ອບໍ່ດົນມານີ້ໄດ້ມີ ການຊັບປ່ຽນໃຫ້ແຂວງ ເປັນຜູ້ຄຸ້ມ ຄອງເຂດເສດຖະກິດດັ່ງກ່າວ. ແນວ ໃດກໍຕາມຄວນສ້າງຕັ້ງຄະນະຄຸ້ມ ຄອງລະດັບຊາດຂຶ້ນ ເພື່ອພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດດັ່ງ ກ່າວໃຫ້ມີຄວາມໜັກແໜ້ນ,ຮັດກຸມ. ທ່ານ ນາງ ຂັນກາບ ໄຊຍະກຸມ ມານ ສສຊ ປະຈຳເຂດເລືອກຕັ້ງ 18 ແຂວງໄຊສົມບູນ ໄດ້ປະກອບຄຳ ເຫັນໃສ່ມາດຕາ30ພັນທະຂອງຜູ້ພັດ ທະນາເຂດເສດຖະກິດພິເສດໂດຍ ໄດ້ສະເໝີໃຫ້ຜູ້ພັດທະນາພາຍຫລັງ ທີ່ສຳເລັດໂຄງການແລ້ວ, ຜູ້ພັດທະ ນາຈະຕ້ອງໄດ້ປັບປຸງດິນຄືນ 3-5 ປີ ເພື່ອໃຫ້ກັບຄືນສູ່ສະພາບປົກກະຕິ. ພ້ອມນັ້ນ, ສະເໜີໃຫ້ລັດຖະບານພິ ຈາລະນາຄືນກ່ຽວກັບຜົນໄດ້ ແລະ ຜົນເສຍທີ່ຈະໄດ້ຮັບຈາກການລົງ ທຶນ, ທັງກຳນົດໃຫ້ລະອຽດກຽວກັບ ພາກສ່ວນຈັດຕັ້ງປະຕິບັດບໍ່ໃຫ້ກະ ແຈກກະຈາຍຄືໃນໄລຍະຜ່ານມາ. ພ້ອມກັນນີ້, ບັນດາ ສສຊ ຫລາຍ ເຂດເລືອກຕັ້ງ ຍັງເຊື່ອໝັ້ນວ່າພາຍ ຫລັງກົດໝາຍດັ່ງກ່າວຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ແລ້ວ ຈະເຮັດໃຫ້ການພັດທະນາ ຂປລ. ໃນວັນທີ 16 ພະຈິກ 2023 ຜ່ານມານີ້, ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ(ຄຕພ) ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຊູເດສ ມາເນຍ ເອກອັກຄະລັດຖະທູດວິ ສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາ ລະນະລັດ ສິງກະໂປ ປະຈໍາ ສປປ ລາວ ຄົນໃໝ່. ໃນໂອກາດດັ່ງກ່າວ, ທ່ານຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ຊູເດສ ມາເນຍ ທີ່ໄດ້ຮັບ ການແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມ ແຫ່ງ ສາທາລະນະລັດ ສິງ ກະໂປ ປະຈຳ ສປປ ລາວ ຄົນໃໝ່, ເຊື່ອ ໝັ້ນວ່າທ່ານເອກອັກຄະລັດຖະທູດຈະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສິງກະໂປ ໃຫ້ນັບມື້ນັບ ແໜ້ນແຟ້ນແລະມີໝາກຜົນ ເພື່ອນໍາເອົາ ຜົນປະໂຫຍດຕົວຈິງມາສູ່ ປະຊາຊົນ 2 ຊາດ ລາວ-ສິງກະໂປ ໃຫ້ຫລາຍຂຶ້ນ. ທ່ານຫົວໜ້າຄະນະພົວພັນຕ່າງປະ ເທດສູນກາພັກຍັງໄດ້ແຈ້ງສະພາບພົ້ນ ເດັ່ນ ໃນການສ້າງສາພັດທະນາເສດ ຖະກິດ-ສັງຄົມ ຂອງ ສປປ ລາວ ພາຍ ໃຕ້ການນໍາຂອງ ພັກ ປປ ລາວ; ແຈ້ງ ທີ່ຕັ້ງ ແລະ ພາລະບົດບາດຂອງ ຄຕພ ໃນການເປັນເສນາທິການ ໃຫ້ຂັ້ນເທິງ ຕໍ່ວຽກງານການຕ່າງປະເທດດ້ານພັກ ແລະ ການທູດປະຊາຊົນ. ພ້ອມທັງຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືລາວ-ສິງກະໂປ ຕະຫລອດ ໄລຍະຜ່ານມາ ແລະ ໃນປີ 2024 ຈະ ເປັນປີທີ່ສຳຄັນຂອງ ສປປ ລາວ ຄື: ຈະເປັນປະທານອາຊຽນ, ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນ ການທູດຮ່ວມກັນ ເຊິ່ງທັງສອງປະ ເທດຈະໄດ້ຮ່ວມກັນຈັດຫລາຍກິດຈະ ກຳສະເຫລີມສະຫລອງວັນດັ່ງກ່າວ ພ້ອມທັງຈະເປັນປີທ່ອງທ່ຽວລາວ. ພ້ອມນີ້,ທ່ານຍັງໄດ້ສະແດງຄວາມຂອບ ໃຈເປັນຢ່າງສູງຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອໃນດ້ານຕ່າງໆຂອງ ສິງກະໂປ ຕໍ່ ສປປ ລາວ ເປັນຕົ້ນແມ່ນ ການສຶກສາ, ສາທາລະນະສຸກ, ດ້ານມະ ນຸດສະທຳ,ການສ້າງຂີດຄວາມສາມາດ ໃຫ້ແກ່ພະນັກງານ ພັກ-ລັດ ລາວ, ຫວັງ ວ່າຝ່າຍສິງກະໂປ ຈະສືບຕໍ່ໃຫ້ການສະ ໜັບສະໜູນ ສປປ ລາວ ໃນການເປັນ ປະທານອາຊຽນ, ສົ່ງເສີມການໄປມາ ຫາສູ່ລະຫວ່າງປະຊາຊົນສອງຊາດ ໃຫ້ຫລາຍຂຶ້ນ, ສືບຕໍ່ຊ່ວຍເຫລືອດ້ານ ຕ່າງໆ ລວມທັງການພັດທະນາຊັບພະ ຍາກອນມະນຸດໃຫ້ແກ່ ສປປ ລາວ ກໍຄື ຄະນະພົວພັນຕ່າງປະເທດສູນກາງພັກ ຕື່ມອີກໃນຕໍ່ໜ້າ; ສະແດງຄວາມຍິນດີ ຕໍ່ການຮ່ວມມືດ້ານການຄ້າສອງຝ່າຍ, ການລົງທຶນຂອງສິງກະໂປ ຢູ່ ສປປ ລາວ ທີ່ມີທ່ວງທ່າຂະຫຍາຍຕົວຂຶ້ນໄປ ເລື້ອຍໆ. ພ້ອມນັ້ນ, ທ່ານຫົວໜ້າ ຄຕພ ມີຄວາມຍິນດີຈະຮ່ວມກັບຝ່າຍສິງກະ ໂປ ກໍຄື ທ່ານທູດສິງກະໂປຄົນໃໝ່ ເພື່ອ ພ້ອມກັນປະກອບສ່ວນຊຸກຍູ້ ແລະ ເພີ່ມ ພູນຄູນສ້າງ ສາຍພົວພັນ ລາວ-ສິງກະ ໂປ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ. ທ່ານເອກອັກຄະລັດຖະທູດໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນ ແລະ ການແຈ້ງສະພາບພົ້ນ ເດັ່ນຂອງພັກ, ລັດລາວ ໃຫ້ຊາບ; ຊົມ ເຊີຍບັນດາຜົນ ສໍາເລັດດ້ານຕ່າງໆ ທີ່ ປະຊາຊົນລາວຍາດມາໄດ້ພາຍໃຕ້ການ ນໍາພາຂອງ ພັກ ປປ ລາວ; ຕີລາຄາສູງ ຕໍ່ສາຍພົວພັນ ສິງກະໂປ-ລາວ. ພ້ອມ ທັງສະແດງຄວາມໝາຍໝັ້ນທີ່ຈະສືບ ຕໍ່ເສີມຂະຫຍາຍການຮ່ວມມືດ້ານຕ່າງໆ ກັບ ສປປ ລາວ ໃຫ້ດີຂຶ້ນໄປເລື້ອຍໆ; ຈະສະໜັບສະໜູນໃນການເປັນປະ ທານອາຊຽນ ແລະ ຈະຮ່ວມມືກັບພາກ ສ່ວນກ່ຽວຂ້ອງ ສປປ ລາວ ສະເຫລີມ ສະຫລອງ 50 ປີແຫ່ງການສ້າງຕັ້ງ ສາຍພົວພັນການທູດ ສິງກະໂປ-ລາວ ໃນປີ 2024; ພ້ອມທັງແຈ້ງຄວາມ ສົນໃຈ ທີ່ຈະຂະຫຍາຍການຮ່ວມມືກັບ ສປປລາວຕື່ມ ເຊັ່ນ: ການຮ່ວມມືໃນຂົງ ເຂດລັດຖະສະພາ, ຄວາມໝັ້ນຄົງທາງ ດ້ານພະລັງງານໄຟຟ້າ, ປ້ອງກັນຄວາມ ສະຫງົບ (ສະກັດກັ້ນຢາເສບຕິດ), ການປ່ຽນແປງດິນຟ້າອາກາດ (ກາກ ບອນເຄລດິດ), ການສົ່ງອາສາສະໝັກ ສິງກະໂປມາຊ່ວຍເຫລືອຢູ່ ສປປ ລາວ. ພ້ອມທັງຍິນດີຮ່ວມມືກັບຄະນະພົວ ພັນຕ່າງປະເທດສູນກາງພັກ ໃນການ ເປັນຂົວເຊື່ອມມິດຕະພາບອັນດີລະ ຫວ່າງ ສິງກະໂປ-ລາວ. ນອກນັ້ນ, ທັງສອງຝ່າຍຍັງໄດ້ແລກ ປ່ຽນທັດສະນະ ຕໍ່ບາງບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍມີຄວາມສົນ ໃຈ. ໃນຕອນທ້າຍ, ທ່ານຫົວໜ້າ ຄຕພ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດ ຖະທູດ ຈົ່ງປະສົບຜົນສໍາເລັດໃນການ ປະຕິບັດໜ້າທີ່ຢູ່ ສປປ ລາວ ເພື່ອນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ສິງກະໂປ ກໍຄື ເພື່ອສັນ ຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ຂ່າວ-ພາບ: ຄຕພ sq ;|h k7totrq ;ra o8j k'xtgmfl6 odk'ra d 8h voIa [m6 fly 'dt3x 7q o.\j ບູລີ, ເຊິ່ງປັດຈຸບັນ, ຟາມດັ່ງກ່າວມີໝູ ແມ່ພັນທີ່ໄດ້ປະສົມພັນຈໍານວນ117 ໂຕ, ໝູພໍ່ພັນ 3 ໂຕ (ໃຊ້ນໍ້າເຊື້ອປະ ສົມພັນທຽມ). ສ່ວນໂຮງງານສີ ແລະ ອົບແຫ້ງສາລີ ທາງບໍລິສັດ ແມ່ນໄດ້ສົ່ງເສີມກະສິກອນປູກໂດຍ ກົງ, ປູກແບບມີສ່ວນຮ່ວມ, ເຊິ່ງບໍລິ ສັດເປັນຜູ້ຕອບສະໜອງທາງດ້ານ ແນວພັນ ແລະ ເຕັກນິກວິຊາການ. ບໍລິສັດ ໄດ້ເກັບຊື້ສາລີນໍາປະຊາຊົນ ໃນລາຄາ 2.900 ກີບ, ໂຮງງານສາ ມາດສີ ແລະ ອົບແຫ້ງສາລີ 100 ໂຕນ/ມື້, ສາລີດັ່ງກ່າວ 70% ແມ່ນ ປ້ອນເຂົ້າຟາມລ້ຽງໝູຂອງບໍລິສັດ ເອງ ແລະ 30% ແມ່ນສົ່ງອອກໄປ ສປ ຈີນ. ໂອກາດດຽວກັນ,ຄະນະດັ່ງກ່າວ ຍັງໄດ້ເດີນທາງໄປຢ້ຽມຢາມໂຮງ ງານແປ້ງມັນຕົ້ນຂອງບໍລິສັດກ້າວ ໜ້າລາວ ຈໍາກັດ, ເຊິ່ງໂຮງງານດັ່ງ ກ່າວ ເປັນໂຮງງານສ້າງຕັ້ງໃໝ່ທີ່ ຂະຫຍາຍຈາກໂຮງງານແປັງມັນ ຕົ້ນ ເມືອງປາກລາຍ. ປັດຈຸບັນສໍາ ເລັດເກືອບ 100% ແລະ ຈະໄດ້ທໍາ ການຜະລິດໃນທ້າຍເດືອນພະຈິກ ນີ້ ແລະ ສາມາດຜະລິດແປ້ງໄດ້ 50.000ໂຕນຕໍ່ປີ,ໂຮງງານດັ່ງກ່າວ ມີຄວາມຕ້ອງການວັດຖຸດິບປະ ມານ 200.000 ໂຕນຕໍ່ປີ ໂດຍສະ ເລ່ຍກໍາລັງການຜະລິດສູງສຸດ 300 ໂຕນຕໍ່ມື້, ດ້ານສິ່ງແວດລ້ອມປັດ ຈຸບັນທາງໂຮງງານມີອ່າງບົ່ມ (ປິດ) ຈໍານວນ 3 ອ່າງ ຂະໜາດ 80x160 ແມັດ ເພື່ອຜະລິດ ແກັສຊີ ວະພາບ, ອ່າງເກັບຕະກອນ ແລະ ປອກມັນ ຈໍານວນ 1 ອ່າງ ຂະໜາດ 50x160 ແມັດ, ອ່າງເກັບນໍ້າທີ່ ຜ່ານການບໍາບັດເບື້ອງຕົ້ນ 1 ອ່າງ ມີ ຂະໜາດ160x260ແມັດ. ນອກນີ້, ຍັງຈະໄດ້ຕິດຕັັ້ງໂຮງອົບແຫ້ງກາກ ມັນຕົ້ນ (ເສດເຫລືອຈາກຂະບວນ ການຜະລິດ) ນໍາໄປອົບແຫ້ງ ເພື່ອ ເປັນຫົວອາຫານສັດ. ການຂະຫຍາຍ ໂຮງງານກໍເພື່ອແກ້ໄຂບັນຫາຊາວ ສວນທີ່ປູກມັນຕົ້ນ ໄດ້ນໍາຜົນຜະລິດ ໄປຂາຍໃນໄລຍະທາງທີ່ໃກ້, ທັງ ເປັນການສ້າງວຽກເຮັດງານທຳຢູ່ ພາຍໃນທ້ອງຖິ່ນ ໄດ້ເຖິງ 180 ຄົນ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາ ຊົນທ້ອງຖິ່ນນຳອີກ. ໃນມື້ດຽວກັນ, ທ່ານນາຍົກລັດ ຖະມົນຕີ ພ້ອມຄະນະຍັງໄດ້ໄປຢ້ຽມ ຢາມໂຮງງານຜະລິດເສັ້ນໝີ່ຂອງ ບໍລິສັດຫົງໂຢ ກໍ່ສ້າງ ແລະ ພັດທະ ນາກະສິກໍາ ຈຳກັດຕື່ມອີກ. ຂ່າວ-ພາບ:ອຸ່ນເຮືອນ ໂພທິລັກ ໝາຍສະບັບດັ່ງກ່າວ ໄດ້ປະຕິບັດ ຕາມຂະບວນການ ແລະ ຂັ້ນຕອນ ຕາມທີ່ກຳນົດໄວ້ໃນກົດໝາຍວ່າ ດ້ວຍການສ້າງນິຕິກຳຢ່າງເຂັ້ມ ງວດ, ມີການເຮັດບົດວິເຄາະວິໄຈ, ປະເມີນຜົນກະທົບ ໃນການຈັດຕັ້ງ ປະຕິບັດກົດໝາຍໄລຍະຜ່ານມາ, ໄດ້ ຄົ້ນຄວ້າຂໍ້ມູນ, ຖອດຖອນບົດຮຽນ ຈາກການຈັດຕັ້ງປະຕິບັດຕົວຈິງ ແລະ ອີງໃສ່ສົນທິສັນຍາ ແລະ ກົດ ໝາຍຂອງປະເທດໃກ້ຄຽງເຊັ່ນ: ສສ ຫວຽດນາມ,ບັນດາປະເທດອາຊຽນ ແລະ ສາກົນ ເພື່ອເປັນຂໍ້ມູນການຄົ້ນ ຄວ້າໃຫ້ຄະນະຮັບຜິດຊອບໃນການ ຄົ້ນຄວ້າ ແລະ ປັບປຸງ. ພາຍຫລັງທີ່ກົດໝາຍສະບັບນີ້ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຈະກາຍເປັນນິຕິກຳພື້ນຖານສຳຄັນ ໃຫ້ແກ່ວຽກງານຄຸ້ມຄອງ, ຕິດຕາມ ແລະ ກວດກາຊັບສິນທາງປັນຍາ ໃຫ້ມີປະສິດທິພາບ ແລະ ມີປະສິດທິ ຜົນກວ່າເກົ່າ ໂດຍສະເພາະການບັງ ຄັບໃຊ້ກົດໝາຍທີ່ແນໃສ່ ເພື່ອສ້າງ ຄວາມເຂັ້ມແຂງ ໃຫ້ແກ່ກົນໄກການ ແກ້ໄຂທາງດ້ານບໍລິຫານ ແລະ ກົນ ໄກໃນການດໍາເນີນຄະດີກ່ຽວກັບ ການລະເມີດຊັບສິນທາງປັນຍາ ແລະ ຈະກາຍເປັນການຊຸກຍູ້ສົ່ງເສີມ ຫົວຄິດປະດິດສ້າງ ຂອງຄົນໃນສັງ ຄົມ ຕາມທິດເສດຖະກິດພູມປັນຍາ, ການຫັນເປັນທັນສະໄໝ, ສີຂຽວ ແລະ ຍືນຍົງ; ຈະກາຍເປັນນິຕິກຳ ພື້ນຖານສຳຄັນໃນການເຈລະຈາ ເຂດການຄ້າເສລີ ໃນພາກຊັບສິນ ທາງປັນຍາ ໂດຍສະເພາະເຂດການ ຄ້າເສລີອາຊຽນ-ການາດາ ແລະ ອາຊຽນກັບບັນດາປະເທດອື່ນທີ່ຈະ ເກີດຂຶ້ນໃນອະນາຄົດພ້ອມທັງຈະ ເປັນເງື່ອນໄຂໃຫ້ສປປລາວ ໄດ້ ເຂົ້າ ເປັນພາຄີສົນທິສັນຍາເຮັກ ໂດຍຈະ ເປີດກວ້າງການຈົດທະບຽນແບບ ອຸດສາຫະກຳຂອງຄົນລາວ ແລະ ສາກົນຜ່ານລະບົບເຮັກແລະຈະເປັນ ແຫລ່ງລາຍຮັບເຂົ້າງົບປະມານແຫ່ງ ຊາດເພີ່ມຂຶ້ນ; ຈະເປັນເງື່ອນໄຂໃຫ້ ສປປ ລາວ ເຂົ້າເປັນພາຄີຂອງສົນ ທິສັນຍາພັນພືດໃໝ່ ເຊິ່ງຈະເປັນປະ ໂຫຍດຫລາຍໃນການສົ່ງເສີມວຽກ ງານການປັບປຸງພັນພືດໃໝ່ຂອງ ສປປ ລາວ ແລະ ຊ່ວຍປົກປ້ອງພັນ ພືດໃໝ່ ໂດຍສະເພາະພັນພືດທີ່ ສປປ ລາວ ໄດ້ຄົ້ນພົບ, ຄົ້ນຄວ້າ ແລະ ປັບ ປຸງພັນໃນລະດັບສາກົນ. ພ້ອມນັ້ນ ຍັງຈະສ້າງຄວາມຈະ ແຈ້ງກ່ຽວກັບສິດຂອງເຈົ້າຂອງ ຜົນງານ ຫລື ສິດຂອງເຈົ້າຂອງລິ ຂະສິດ ໂດຍສອດຄ່ອງກັບສົນທິສັນ ຍາລິຂະສິດ ຂອງອົງການຊັບສິນ ທາງປັນຍາໂລກຈະເປັນພື້ນຖານສຳ ຄັນໃນການສ້າງເສດຖະກິດ ຫລື ອຸດ ສາຫະກຳສ້າງສັນ ເຊິ່ງເປັນແຫລ່ງ ສ້າງລາຍໄດ້, ວຽກເຮັດງານທຳ ທີ່ສຳຄັນຜ່ານການສ້າງເສດຖະກິດ ສ້າງສັນ; ຈະເປັນພື້ນຖານສໍາຄັນໃນ ການພັດທະນາ ແລະ ຊຸກຍູ້ວຽກງານ ຊັບສິນທາງປັນຍາ ຜ່ານການສ້າງ ກອງທຶນຊັບສິນທາງປັນຍາ ໂດຍ ສະເພາະການຫັນວຽກງານຊັບສິນ ທາງປັນຍາສູ່ພາກທຸລະກິດ ແລະ ສະຖານການສຶກສາ ກໍຄືການສ້າງ ມູນຄ່າເພີ່ມໃຫ້ແກ່ວິສາຫະກິດຂະ ໜາດນ້ອຍ ແລະ ກາງຂອງລາວໃນ ຂອບເຂດທົ່ວໄປເທດ ຍົກລະດັບ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ມີຄວາມໜັກແໜ້ນ,ຮັດກຸມ,ຈະແຈ້ງ, ຄົບຖ້ວນ ແລະ ສັກສິດຂຶ້ນຕື່ມ; ຮັບ ປະກັນການພັດທະນາທີ່ດິນຢ່າງ ມີຈຸດສຸມ, ຮັບປະກັນຕາມທິດສີຂຽວ ແລະ ຍືນຍົງ; ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ຜູ້ພັດທະນາ ແລະ ຜູ້ລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ຫລາຍຂຶ້ນ. ຂ່າວ:ກິດຕາ, ພາບ: ຂັນໄຊ ປະທານ, ຜູ້ປະຈໍາການຄະນະກໍາມາ ການຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024 ໄດ້ເປັນປະທານພິທີເປີດການ ນໍາໃຊ້ເວັບໄຊ ສໍາລັບການເປັນປະ ທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍມີຊື່ວ່າ https://laoschairmanship 2024.gov.la/ ໂດຍມີທ່ານຮອງນາຍົກລັດຖະມົນ ຕີ, ລັດຖະມົນຕີ, ປະທານຄະນະກໍາ ມະທິການສະພາແຫ່ງຊາດ, ຮອງ ເຈົ້າຄອງນະຄອນຫລວງ, ຮອງລັດ ຖະມົນຕີ ແລະ ຕາງໜ້າບັນດາ ກົມກອງຂອງກະຊວງກ່ຽວຂ້ອງ ເຂົ້າຮ່ວມ. ພາຍຫລັງພິທີເປີດເວັບໄຊ ປະ ທານອາຊຽນ, ທ່ານຮອງນາຍົກລັດ ຖະມົນຕີ ສະເຫລີມໄຊ ກົມມະສິດ ກໍ ໄດ້ສືບຕໍ່ເປັນປະທານກອງປະຊຸມ 14 ອະນຸກໍາມະການໃນການກະ ກຽມແລະດໍາເນີນການເປັນປະທານ ອາຊຽນ ຂອງ ສປປ ລາວ ໃນ ປີ 2024. ກອງປະຊຸມຄັ້ງນີ້ໄດ້ທົບ ທວນຄືນການກະກຽມໜ້າວຽກຮີບ ດ່ວນ ເຊັ່ນ: ການກຳນົດບຸລິມະສິດ ສໍາລັບການເປັນປະທານອາຊຽນ ຂອງ ສປປ ລາວ; ສະຖານທີ່ປະຊຸມ ແລະ ສະະຖານທີ່ພັກເຊົາ; ພາຫະ ນະຂົນສົ່ງ ແລະ ພາຫະນະສຳລັບ ບັນດາປະມຸກລັດ/ຫົວໜ້າລັດຖະ ບານ, ລັດຖະມົນຕີ, ເຈົ້າໜ້າທີ່ອາວຸ ໂສ, ຄະນະຜູ້ແທນ ແລະ ນັກຂ່າວ ຕ່າງປະເທດ; ການປັບປຸງຖະໜົນ ຫົນທາງ ແລະ ສະໜາມບິນ; ວຽກ ງານປ້ອງກ ັນຊາດ-ປ້ອງກັນຄວາມ ສະຫງົບ; ຄວາມເປັນລະບຽບດ້ານ ຈະລາຈອນ; ລະບົບການສື່ສານ ແລະ ອິນເຕີເນັດ; ລວມທັງບຸກຄະລາ ກອນ; ແຜນງົບປະມານ; ສະຖານ ທີ່ທ່ອງທ່ຽວ ແລະ ອື່ນໆ ທີ່ມີຄວາມ ຈຳເປັນຕ້ອງກະກຽມລ່ວງໜ້າ. ຜ່ານການປຶກສາຫາລື ເຫັນວ່າ ການກະກຽມວຽກງານຕ່າງໆມີ ຄວາມຄືບໜ້າດີ ທີ່ຈະດໍາເນີນການ ເປັນປະທານອາຊຽນ ທີ່ຈະເລີ່ມຂຶ້ນ ຢ່າງເປັນທາງການໃນວັນທີ 1 ມັງ ກອນ 2024 ນີ້ ໂດຍສະເພາະການ ເປັນເຈົ້າພາບ ແລະ ປະທານບັນດາ ກອງປະຊຸມລະດັບລັດຖະມົນຕີທີ່ ສໍາຄັນໃນໄລຍະປີ 2024 ແລະ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ກໍຄື ກອງປະຊຸມສຸດ ຍອດອື່ນໆ ທີ່ກ່ຽວຂ້ອງທີ່ຈະຈັດຂຶ້ນ ໃນເດືອນຕຸລາ 2024. ໂອກາດນີ້, ທ່ານຮອງນາຍົກ ລັດຖະມົນຕີ ສະເຫລີມໄຊກົມມະສິດ ໄດ້ເນັ້ນຢໍ້າໃຫ້ບັນດາອະນຸກໍາມະ ການສືບຕໍ່ດໍາເນີນການກະກຽມໜ້າ ວຽກຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ເພື່ອ ຮັບປະກັນຜົນສຳເລັດຂອງການ ເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ຂ່າວ:ວຽງສະຫວັນ,ພາບ:ເກດສະໜາ ຈຳເປັນໃນການປັບປຸງກົດໝາຍວ່າ ດ້ວຍຊັບສິນທາງປັນຍາ ເຊິ່ງການ ຈັດຕັ້ງປະຕິບັດຕົວຈິງຜ່ານມາເຫັນ ວ່າເນື້ອໃນຂອງກົດໝາຍວ່າດັ່ງ ກ່າວ ຍັງມີບາງຂໍ້ຄົງຄ້າງທີ່ຕ້ອງໄດ້ ປັບປຸງຕື່ມ ເພື່ອໃຫ້ມີຄວາມຄົບ ຖ້ວນ, ຮັດກຸມແລະສອດຄ່ອງກັບສະ ພາບການຂະຫຍາຍຕົວຂອງເສດ ຖະກິດ-ສັງຄົມ ໄລຍະໃໝ່ ເປັນຕົ້ນ: ບາງຄຳສັບທີ່ກຳນົດຍັງບໍ່ຈະແຈ້ງ, ບໍ່ສອດຄ່ອງກັບຄຳສັບວິຊາການ ຂອງຂະແໜງການກ່ຽວຂ້ອງນໍາ ໃຊ້. ການຄົ້ນຄວ້າປັບປຸງຮ່າງກົດ ລາວ ເປີດເວັບໄຊ... ສສຊ ເຫັນວ່າກົດໝາຍ... ຂປລ. ການດໍາເນີນກອງປະ ຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນ ທີ 17 ພະຈິກ 2023, ບັນດາສະ ມາຊິກສະພາແຫ່ງຊາດ (ສສຊ) ການໃຫ້ບໍລິການວຽກງານຊັບສິນ ທາງປັນຍາ ທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄຸນນະພາບ, ໂປ່ງໄສ ແລະ ເທົ່າທຽມກັບສາກົນ, ພ້ອມທັງຊ່ວຍດຶງດູດການລົງທຶນ ໃຫ້ຫລາຍຂຶ້ນ. ຂ່າວ: ກິດຕາ, ພາບ: ຂັນໄຊ
xtgmf]k; 3 20/11/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me © າຕÊ້ ll- ltg|u .sh xa [x5 ' dq f\kp;j kfh ;pdkoxyj oxq ; ່າວ ຸາະ ວັນ c0;'7e,j ;o 4n gvq kdkozt]y fgxa o dtf6 dla os]a ' grnj vcdh w07;k,m5 dpkd gxa og9Q kdkolh k'zq o'ko0= j koa [Ia [8h vo dv'xt-5 , 3 0A o0v'ra d .sh ,u [a opkdkf2q f2N o ບັນດາ ສສຊ ສືບຕໍ່ປະກອບຄໍາ ຄິດຄໍາເຫັນຢ່າງຟົດຟື້ລະຫວ່າງກອງ ປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດຊຸດທີ IX ໄດ້ດໍາ ນີນມາຮອດວັນທີ15ພະຈິກ2023 ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳໃບ ດຳລັດ ຮອງປະທານ ສະພາແຫ່ງຊາດ ເຊິ່ງໄດ້ມີການສະ ເໜີ ຮ່າງກົດໝາຍວ່າດ້ວຍການປິ່ນ ປົວສະບັບປັບປຸງໃໝ່ ແລະ ສະເໜີ ໂດຍທ່ານ ບຸນ ແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະ ສຸກ ທີ່ໄດ້ຍົກໃຫ້ເຫັນກ່ຽວກັບສະ ພາບການປະຕິບັດກົດໝາຍດັ່ງ ກ່າວໄລຍະຜ່ານມາ ແລະ ເຫດຜົນ ຄວາມຈໍາເປັນຂອງການປັບປຸງກົດ ໝາຍ, ໂດຍກົດໝາຍສະບັບປັບປຸງ ໃໝ່ນີ້ ປະກອບມີທັງໝົດ 9 ພາກ, 4 ໝວດ, 72 ມາດຕາ.ໃນນັ້ນ ປັບປຸງ 47 ມາດຕາ ແລະ ເພີ່ມເຂົ້າໃໝ່ 1 ພາກ ແລະ 15 ມາດຕາ. ທ່ານລັດຖະມົນຕີກະຊວງສາ ທາລະນະສຸກ ກ່າວວ່າ: ການປັບ ປຸງກົດໝາຍດັ່ງກ່າວ ກໍເພື່ອໃຫ້ມີ ຄວາມສອດຄ່ອງ ແລະ ແທດເໝາະ ກັບສະພາບເງື່ອນໄຂການຂະຫຍາຍ ຕົວຂອງເສດຖະກິດ-ສັງຄົມຂອງ ປະເທດພວກເຮົາໃນປັດຈຸບັນກໍຄື ການປ່ຽນແປງໃນດ້ານວິທະຍາ ສາດ-ວິທະຍາການ ໃນດ້ານການ ແພດໃນຍຸກໃໝ່ຂອງໂລກ, ແນໃສ່ ພັດທະນາລະບົບການບໍລິການປິ່ນ ປົວສຸຂະພາບ ຂອງ ສປປ ລາວ ໃຫ້ ນັບມື້ວ່ອງໄວ, ມີຄຸນນະພາບ, ທັນ ສະໄໝ ສາມາດກວດສອບໄດ້, ທັງ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ, ອັນສໍາຄັນຈະສາມາດ ຫລຸດຜ່ອນຫາງສຽງຂອງສັງຄົມ ລວມໄປເຖິງຈັນຍາບັນ, ຈັນຍາທໍາ ຂອງແພດໝໍອີກດ້ວຍ. ແນວໃດກໍຕາມ, ພາຍຫລັງທ່ານ ລັດຖະມົນຕີກະຊວງສາທາລະນະ ສຸກ ຈົບການສະເໜີຮ່າງກົດໝາຍ ດັ່ງແລ້ວ, ກໍມີສະມາຊິກສະພາແຫ່ງ ຊາດ (ສສຊ) ຫລາຍທ່ານໄດ້ປະ ກອບຄໍາເຫັນໃສ່ຮ່າງກົດໝາຍສະ ບັບນີ້ຢ່າງກົງໄປກົງມາ ເພື່ອໃຫ້ ຮ່າງກົດໝາຍມີເນື້ອໃນຄົບຖ້ວນຮັດ ກຸມຫລາຍຂຶ້ນກວ່າເກົ່າ ແລະ ເຊື່ອ ປີ 2023 ນີ້, ແມ່ນອີກປີໜຶ່ງ ທີ່ມີຫລາຍໆເຫດການສຳຄັນໃນລະ ດັບຊາດ, ລະດັບພາກພື້ນ ໂດຍສະ ເພາະແມ່ນວັນສະຖາປະນາ ສາທາ ລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຫລື ວັນຊາດທີ 2 ທັນວາ ຄົບຮອບ48ປີ(2ທັນວາ1975-2 ທັນວາ 2023) ກໍ່ຈະໝູນວຽນມາ ເຖິງນີ້, ການເປັນເຈົ້າພາບຈັດກອງ ປະຊຸມສຸດຍອດອາຊຽນ, ການເປີດ ປີທ່ອງທ່ຽວລາວຕົ້ນປີ 2024, ບັນ ດາກອງປະຊຸມ 3 ຂັ້ນຂອງພັກ ນັບ ແຕ່ສູນກາງຮອດທ້ອງຖິ່ນ ແລະ ວັນ ສຳຄັນອື່ນໆ, ເຊິ່ງວັນສຳຄັນຕ່າງໆ ເຫລົ່ານັ້ນ, ມັນຮຽກຮ້ອງໃຫ້ທົ່ວ ປວງຊົນລາວ ຕ້ອງໄດ້ພ້ອມກັນສ້າງ ຂະບວນການຕ້ອນຮັບຢ່າງຟົດຟື້ນ ເພື່ອປະກອບສ່ວນໃຫ້ເຕັມໄປດ້ວຍ ເນື້ອໃນຈິດໃຈອັນເລິກເຊິ່ງ. ສະນັ້ນ, ມື້ນີ້ ຄໍລຳຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຂໍ ນຳສະເໜີບາງເນື້ອໃນຄຳແນະນຳ ຂອງຄະນະໂຄສະນາອົບຮົມສູນ ກາງພັກກ່ຽວກັບສ້າງຂະບວນການ ເພື່ອກະກຽມ ແລະ ດຳເນີນກອງປະ ຊຸມໃຫຍ່ 3 ຂັ້ນຂອງພັກ ເພື່ອໃຫ້ ພວກເຮົາມີຄວາມເຂົ້າໃຈ, ຮັບຮູ້ ເນື້ອໃນຈິດໃຈຄຳແນະນຳດັ່ງກ່າວ. ຄະນະໂຄສະນາອົບຮົມສູນ ກາງພັກ ໄດ້ອອກຄໍາແນະນໍາເພື່ອ ສ້າງຂະບວນການກ່ຽວກັບສ້າງຂະ ບວນການເພື່ອກະກຽມ ແລະ ດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນຂອງ ພັກ, ໂດຍຈຸດປະສົງ-ລະດັບຄາດ ໝາຍແມ່ນເພື່ອຮັບປະກັນໃຫ້ແກ່ ການຈັດຕັ້ງປະຕິບັດຄໍາສັ່ງຂອງຄະ ນະເລຂາທິການສູນກາງພັກກ່ຽວ ກັບການກະກຽມແລະດໍາເນີນກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍສະ ເພາະແມ່ນວຽກງານຂະບວນການ ໃຫ້ເປັນຂະບວນການຟົດຟື້ນ, © າຕÊ້ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກວ້າງຂວາງ, ຕໍ່ເນື່ອງ ແລະ ມີ ຫລາຍຮູບຫລາຍສີ ໂດຍຕິດພັນກັບ ການຊຸກຍູ້ການປະຕິບັດໜ້າທີ່ວຽກ ງານທີ່ໄດ້ຮັບການມອບໝາຍ ຢູ່ແຕ່ ລະຂະແໜງການ ແລະ ທ້ອງຖິ່ນ ໃຫ້ສໍາເລັດຜົນ; ທັງເຮັດໃຫ້ການກະ ກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ດໍາເນີນໄປຢ່າງຖືກ ຕ້ອງຕາມກົດລະບຽບຂອງພັກ ໂດຍຖືເອົາການສ້າງຂະບວນການ ເປັນການສ້າງຄວາມຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ໃຫ້ແກ່ສະມາຊິກພັກ, ພະນັກງານຕໍ່ຄວາມໝາຍສໍາຄັນ ຂອງກອງປະຊຸມໃຫຍ່ຂອງພັກຂັ້ນ ຂອງຕົນ ທັງເປັນການຝຶກຝົນຫລໍ່ ຫລອມຕົນເອງ ແລະ ແຂ່ງຂັນກັນ ສ້າງຜົນງານດ້ວຍຄວາມເປັນແບບ ຢ່າງ ແລະ ຄວາມເປັນເຈົ້າການໃນ ການປະຕິບັດໜ້າທີ່ວຽກງານ; ທັງ ເປັນການຍູ້ແຮງການເຄື່ອນໄຫວ ວຽກງານຮອບດ້ານ ໃນທົ່ວອົງຄະ ນະພັກ, ປຸກລະດົມສະມາຊິກພັກ, ພະ ນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມພາ ລະກິດປົກປັກຮັກສາ ແລະ ພັດທະ ນາປະເທດຊາດ, ພັດທະນາທ້ອງ ຖິ່ນ ແລະ ຂະແໜງການຕົນ ໃຫ້ກາຍ ເປັນຂະບວນການກວ້າງຂວາງ, ຟົດຟື້ນ, ຕໍ່ເນື່ອງໂດຍຜ່ານຂະບວນ ການດັ່ງກ່າວ ໃຫ້ສາມາດສ້າງໄດ້ ກົມກອງ, ບຸກຄົນດີເດັ່ນໃນທຸກຂົງ ເຂດວຽກງານ ທັງຢູ່ສູນກາງ ແລະ ທ້ອງຖິ່ນ. ທັດສະນະຊີ້ນໍາຂອງພັກ ຕໍ່ກັບ ການສ້າງຂະບວນການ; ພັກເຮົາ ຍາມໃດກໍ່ຖືວ່າ ການປ່ຽນແປງໃໝ່ ແມ່ນພາລະກິດປະຕິວັດອັນເລິກ ເຊິ່ງ ທີ່ຕ້ອງດໍາເນີນການຢ່າງຍາວ ນານແລະ ຕໍ່ເນື່ອງ; ສະນັ້ນຈິ່ງຕ້ອງ ກໍາແໜ້ນທັດສະນະຍຶດໝັ້ນອັນທີ່ ເປັນຫລັກການ, ທັງປະດິດສ້າງ, ຕໍ່ ຍອດ, ເສີມຂະຫຍາຍ ແລະ ບຸກທະ ລຸຢ່າງແຂງແຮງ; ສ້າງການຫັນ ປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໂດຍນໍາໃຊ້ບັນດາຮູບ ການ, ວິທີການ, ມາດຕະການ ແລະ ຂັ້ນຕອນທີ່ເໝາະສົມ, ບໍ່ອັດຕະວິໄສ, ບໍ່ສ້າງບັນຫາທີ່ອາດກໍ່ໃຫ້ເກີດມີ ຄວາມບໍ່ສະຫງົບ ພາຍໃນພັກ ແລະ ສັງຄົມ; ຕ້ອງຮຽນຮູ້-ຮັບເອົາອັນ ໃໝ່ຢ່າງມີການເລືອກເຟັ້ນ ແລະ ປະ ດິດສ້າງ, ຕ້ານແລະ ແກ້ໄຂແນວຄິດ ຮັກສາເດີມ, ອືດອາດຊັກຊ້າ, ບໍ່ຍອມ ປ່ຽນແປງ; ຍົກສູງນໍ້າໃຈຮັກຊາດ ຕິດພັນກັບການຮັກລະບອບໃໝ່, ບົນຈິດໃຈເອກະລາດ, ເປັນເຈົ້າຕົນ ເອງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ທັງເພີ່ມທະວີຄວາມສາມັກ ຄີເປັນເອກະພາບລະດັບສູງທາງ ດ້ານການເມືອງ, ດ້ານແນວຄິດ ແລະ ດ້ານການຈັດຕັ້ງ; ປະຕິບັດລະ ບຽບວິໃນຢ່າງເຂັ້ມງວດ ແລະ ເຮັດ ໃຫ້ກາຍເປັນວັດທະນະທໍາການ ເມືອງໃໝ່ຂອງພັກເຮົາ; ຍູ້ແຮງການ ປ່ຽນແປງໃໝ່ທາງດ້ານເສດຖະ ກິດ-ການເງິນ, ສ້າງເສດຖະກິດ ແບບເປັນເຈົ້າຕົນເອງ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ; ຮັບປະກັນ ຄວາມສົມສ່ວນລະຫວ່າງການພັດ ທະນາເສດຖະກິດ ກັບການພັດທະ ນາສັງຄົມ ແລະ ການປົກປັກຮັກສາ ສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ. ຕ້ອງປ່ຽນແປງໃໝ່ແບບແຜນ ນໍາພາຂອງພັກ ແລະ ລະບົບການ ປົກຄອງໃຫ້ຖືກຕ້ອງຕາມຫລັກ ວິທະຍາສາດ, ສອດຄ່ອງກັບຈຸດພິ ເສດ ແລະ ສະພາບຄວາມເປັນຈິງ ຂອງປະເທດເຮົາ; ເຄົາລົບຢ່າງເຂັ້ມ ງວດ ອັນໃດຄືບົດບາດການນໍາພາ ຂອງພັກແລະອັນໃດຄືບົດບາດການ ຄຸ້ມຄອງ-ບໍລິຫານຂອງລັດ; ແກ້ໄຂ ບັນຫາຄົນ ແລະ ການເລືອກເຟັ້ນ ຄົນໃຫ້ຖືກຕ້ອງ, ເດັດດ່ຽວແກ້ໄຂພະ ຍາດອາຍາສິດ, ທ້ອງຖິ່ນ, ຈຸ້ມເຈື້ອ ເຊື້ອສາຍ, ພັກພວກ ເພື່ອຜົນປະ ໂຫຍດໃນໜ້າທີ່ວຽກງານ; ຍົກສູງ ປະສິດທິພາບການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມ ຕາມທິດ ສ້າງລັດ ທີ່ປົກຄອງດ້ວຍກົດໝາຍ ໂດຍພາຍໃຕ້ການນໍາພາຂອງພັກ; ສ້າງຮາກຖານພັກໃຫ້ເຂັ້ມແຂງ, ໜັກແໜ້ນ, ເປັນກໍາລັງແຮງໃຫ້ແກ່ ການຂັບເຄື່ອນຂອງລະບົບການ ເມືອງຢູ່ແຕ່ລະຂັ້ນ; ເສີມຂະຫຍາຍ ສິດເປັນເຈົ້າຂອງປະຊາຊົນ, ສ້າງ ເງື່ອນໄຂໃຫ້ປະຊາຊົນ ເຂົ້າຮ່ວມ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະ ກິດ-ສັງຄົມ ຕາມທິດປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນ ເຮັດ, ປະຊາຊົນຕິດຕາມ, ກວດກາ ແລະ ປະຊາຊົນຊົມໃຊ້ໝາກຜົນ. ເພີ່ມທະວີການນໍາພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກ ຕໍ່ກໍາ ລັງປະກອບອາວຸດ ປະຕິວັດ ເພື່ອໃຫ້ ເປັນກໍາລັງທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີແບບແຜນແລະທັນສະ ໄໝຕິດພັນກັບການປະຕິບັດ ແນວ ທາງການຕ່າງປະເທດ ໃຫ້ສອດ ຄ່ອງ ແລະ ມີໄຫວພິບ ເພື່ອຮັບປະ ກັນຄວາມໝັ້ນຄົງກໍຄືຜົນປະໂຫຍດ ຂອງຊາດ. ເພື່ອຮັບປະກັນໃຫ້ແກ່ ການຈັດຕັ້ງຜັນຂະຫຍາຍທັດສະ ນະຊີ້ນໍາດັ່ງກ່າວ ໂດຍຜ່ານຂະບວນ ການກະກຽມ ແລະ ດໍາເນີນກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກນີ້ ຄະນະ ພັກແຕ່ລະຂັ້ນຕ້ອງເປັນເຈົ້າການ ນໍາເອົາບັນດາເນື້ອໃນ ທັດສະນະຊີ້ ນໍາຂອງພັກເປັນບ່ອນອີງໃນການ ກໍານົດຄາດໝາຍລວມ ຂອງການ ນໍາພາສ້າງຂະບວນການໂດຍການ ເຂົ້າຮ່ວມຂອງສະມາຊິກພັກ ພະ ນັກງານ, ທະຫານ, ຕໍາຫລວດ ຢ່າງ ທົ່ວເຖິງ ພ້ອມທັງລະດົມທຸກກໍາ ລັງແຮງຂອງສັງຄົມເຂົ້າຮ່ວມບົນ ຈິດໃຈເພິ່ງຕົນເອງແລະສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ. ( ອ່ານຕໍ່ສະບັບໜ້າ) ໝັ້ນວ່າພາຍຫລັງກົດໝາຍສະບັບ ນີ້ຖືກຮັບຮອງແລະປະກາດໃຊ້ແລ້ວ ຈະເປັນນິຕິກໍາ ສໍາຄັນທີ່ຈະຊ່ວຍຍົກ ລະດັບວຽກງານສາທາລະນະສຸກ ຢູ່ປະເທດເຮົາໃຫ້ດີຂຶ້ນກວ່າເກົ່າ, ໂດຍສະເພາະ ແມ່ນລະບົບການບໍລິ ການປິ່ນປົວພະຍາດຂອງບັນດາ ໂຮງໝໍ ຫລື ສະຖານບໍລິການສາທາ ລະນະສຸກຂັ້ນຕ່າງໆ ມີບາດກ້າວ ປ່ຽນແປງໃໝ່ທັງດ້ານປະລິມານ ແລະຄຸນນະພາບໃນການປິ່ນປົວທີ່ດີ ຂຶ້ນ. ດັ່ງທ່ານ ຄຳແສນ ສີສະວົງ ສະ ມາຊິກສະພາແຫ່ງຊາດ ເຂດເລືອກ ຕັ້ງທີ 9 ແຂວງຊຽງຂວາງ ໄດ້ປະ ກອບຄຳເຫັນວ່າ: ປັດຈຸບັນການປິ່ນ ປົວ ຫລື ການຮັກສາສຸຂະພາບ ຢູ່ສະ ຖານທີ່ບໍລິການສາທາລະນະສຸກ ເປັນບັນຫາໜຶ່ງທີ່ສັງຄົມ ກໍຄືປະຊາ ຊົນໃຫ້ຄວາມສົນໃຈແລະມີສຽງສະ ທ້ອນອອກມາເປັນໄລຍະ ເປັນຕົ້ນ ການບໍລິການບໍ່ດີ, ສະຖານທີ່ບໍລິ ການສາທາລະນະສຸກບໍ່ສະອາດ, ການວາງຢາ, ການວິເຄາະ, ວິໄຈ ແລະ ການບົ່ງມະຕິບາງພະຍາດ ຍັງ ມີລັກສະນະບໍ່ຈະແຈ້ງຊັດເຈນ ຕົວ ຢ່າງໄປກວດສຸຂະພາບຢູ່ໂຮງໝໍ ບ່ອນໜຶ່ງ ກໍບົ່ງມະຕິພະຍາດວ່າ ແນວໜຶ່ງ, ໄປກວດອີກໂຮງໝໍໝຶ່ງ ກໍບົ່ງມະຕິພະຍາດອີກແນວໜຶ່ງ. ສະນັ້ນເຮັດໃຫ້ຄົນເຈັບ ແລະ ຍາດ ພີ່ນ້ອງຄົນເຈັບ ເກີດຄວາມສັບສົນ ແລະ ບໍ່ໝັ້ນໃຈທີ່ຈະປິ່ນປົວ ຫລື ຮັກ ສາຢູ່ໂຮງໝໍໃນປະເທດ ແລະ ເປັນ ສາເຫດສໍາຄັນທີ່ພາໃຫ້ຄົນລາວ ຈໍານວນໜຶ່ງຕ້ອງໄປຮັກສາ ແລະ ປິ່ນປົວຢູ່ປະເທດໃກ້ຄຽງ. ດັ່ງນັ້ນ ການມີກົດໝາຍທີ່ມີເນື້ອໃນທີ່ຮັດ ກຸມຂຶ້ນແລ້ວ ກໍສະເໝີໃຫ້ພາກສ່ວນ ກ່ຽວຂ້ອງນໍາໃຊ້ເປັນບ່ອນອີງໃນ ການແກ້ໄຂບັນຫາດັ່ງກ່າວ ເພື່ອ ເຮັດໃຫ້ລະບົບການບໍລິການປິ່ນປົວ ສຸຂະພາບຢູ່ພາຍໃນປະເທດມີຄຸນ ນະພາບ, ທັນສະໄໝ, ຫລຸດຜ່ອນ ຫາງສຽງດ້ານ ລົບທີ່ມີຕໍ່ລະບົບສາ ທາລະນະສຸກ ກໍຄືຈັນຍາບັນ, ຈັນຍາ ທຳຂອງແພດໝໍ. ຂະນະທີ່ທ່ານນາງ ພອນມະນີ ຂຽນໄຊຍະວົງ ສະມາຊິກສະພາ ແຫ່ງຊາດເຂດ 17 ແຂວງອັດຕະປື ກໍໄດ້ມີຄໍາເຫັນວ່າ: ເຫັນດີເປັນເອກະ ພາບຕໍ່ການສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດ ໝາຍວ່າດ້ວຍການປິ່ນປົວຂອງ ທ່ານລັດຖະມົນຕີກະຊວງສາທາ ລະນະສຸກຄັ້ງນີ້ ເພາະສັງເກດໄດ້ວ່າກົດໝາຍ ວ່າດ້ວຍການປິ່ນປົວ ສະບັບປັບປຸງ ນີ້ ມີເນື້ອໃນຄົບຖ້ວນຈະແຈ້ງຫລາຍ ຂຶ້ນ. ແຕ່ຢ່າງໃດກໍຕາມ, ຢາກສະເໜີ ໃຫ້ຄະນະກໍາມະການຮ່າງກົດໝາຍ ສະບັບນີ້ ກວດຄືນ ບາງມາດຕາ ທີ່ ໄດ້ເວົ້າກ່ຽວກັບໂຮງໝໍເອກະຊົນ ແລະ ຫ້ອງກວດພະຍາດເອກະຊົນ ຂໍໃຫ້ກໍານົດຢ່າງຈະແຈ້ງ, ເພາະຖ້າ ກໍານົດຫລັກການ, ລະບຽບການ ແລະມາດຕະການກ່ຽວກັບການຄຸ້ມ ຄອງ ແລະ ຕິດຕາມກວດກາວຽກ ງານປິ່ນປົວທີ່ຮັດກຸມແລ້ວ ກໍຈະ ຊ່ວຍໃຫ້ວຽກງານດັ່ງກ່າວມີຄຸນ ນະພາບ, ປອດໄພ, ທັນສະໄໝ ສາ ມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນທັງເປັນສ່ວນສໍາຄັນໃນການ ດຶງດູດການລົງທຶນໃນຂະແໜງ ການສາທາລະນະສຸກຢູ່ປະເທດເຮົາ ນັບມື້ຫລາຍຂຶ້ນ, ອັນເປັນການປະ ກອບສ່ວນເຂົ້າໃນການປົກປັກຮັກ ສາ ແລະ ພັດທະນາປະເທດຊາດ ໃຫ້ ຍືນຍົງໃນອະນາຄົດ. ແຂວງຄໍາມ່ວນ ຖືເອົາວຽກ ງານປູກ-ລ້ຽງເປັນໜຶ່ງໃນຫລາຍ ບຸລິມະສິດສໍາຄັນໃນການປະກອບ ສ່ວນພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນພາຍໃນແຂວງ ຂະນະທີ່ ການຜະລິດເຂົ້າຄໍ້າປະກັນສະບຽງ ອາຫານ ແລະ ເປັນສິນຄ້ານັ້ນຄື hກະດູກສັນຫລັງສໍາຄັນh ເພື່ອຮັບ ປະກັນເຮັດໃຫ້ປະຊາຊົນມີອາຫານ ພຽງພໍໃນອະນາຄົດ. ດັ່ງທີ່ຮູ້ນໍາກັນ, ມາຮອດປັດຈຸ ບັນນີ້, ກະສິກອນໃນທົ່ວປະເທດ ແມ່ນລື່ນກວ່າ 13,2 ພັນເຮັກຕາ). ຂະນະທີ່ໃນໄລຍະລະດູຝົນທີ່ຜ່ານ ມານີ້ ເນື້ອທີ່ທຳການຜະລິດຂອງກະ ສິກອນກໍ່ໄດ້ຮັບຜົນກະທົບຈາກໄພ ທຳມະຊາດ ນໍ້າຖ້ວມຫລາຍກວ່າ 3,3 ພັນເຮັກຕາ. ໃນນັ້ນ, ເສຍ ຫາຍກວ່າ 2,3 ພັນເຮັກຕາ, ຍັງ ເຫລືອຈາກນໍ້າຖ້ວມກວ່າ 23,6 ພັນເຮັກຕາ. ນັບແຕ່ຕົ້ນເດືອນຕຸລາມາຮອດ ປັດຈຸບັນນີ້, ກະສິກອນທົ່ວແຂວງ ຄຳມ່ວນ ໄດ້ຕັ້ງໜ້າສຸມໃສ່ເກັບກູ້ ຜົນລະປູກລະດູຝົນຢ່າງຂຸ້ນຂ້້ຽວ ເພື່ອໃຫ້ທັນກັບວັນເວລາ ໂດຍສະ ເພາະແມ່ນໃຫ້ທັນກັບການຜະລິດ ລະດູແລ້ງນີ້, ໂດຍສາມາດເກັບກູ້ສຳ ເລັດແລ້ວຫລາຍກວ່າ11,6ພັນເຮັກ ຕາ ຫລື ກວ່າ 49%. ໃນນັ້ນ, ເນື້ອ ທີ່ປູກພືດເພື່ອເປັນສະບຽງອາຫານ ປະຕິບັດໄດ້ກວ່າ 2,5 ພັນເຮັກຕາ, ຖືກໄພນ້ຳຖ້ວມເສຍຫາຍຫລາຍ ກວ່າ 18 ເຮັກຕາ, ເຊິ່ງມາຮອດ ດຽວນີ້ ໄດ້ສຳເລັດການເກັບກູ້ແລ້ວ ກວ່າ 1,2 ພັນເຮັກຕາ ຫລື ກວ່າ 50%. ຂະນະທີ່ເນື້ອທີ່ປູກພືດເປັນ ສິນຄ້າ ປະຕິບັດໄດ້ກວ່າ 23,4 ພັນ ເຮັກຕາ, ເສຍຫາຍຈາກນ້ຳຖ້ວມ ກວ່າ 2,3 ພັນເຮັກຕາ, ຍັງເຫລືອ ກວ່າ 21,1 ພັນເຮັກຕາ ແລະ ໄດ້ ສຳເລັດການເກັບກູ້ກວ່າ 10,3 ພັນ ເຮັກຕາ ຫລື ກວ່າ 49% ຂອງເນື້ອ ທີ່ທັງໝົດ. ແນວໃດກໍ່ດີ ພາຍຫລັງສຳເລັດ ການເກັບກູ້ຜົນຜະລິດລະດູຝົນສຳ ເລັດແລ້ວ, ກໍ່ຈະໄດ້ສືບຕໍ່ສົ່ງເສີມ ກະສິກອນທຳການຜະລິດລະດູແລ້ງ ເພື່ອທົດແທນຜົນຜະລິດທີ່ເສຍຫາຍ ຈາກຜົນກະທົບນ້ຳຖ້ວມ ທັງເປັນ ການຜະລິດເປັນສິນຄ້າຕອບສະ ໜອງໃຫ້ແກ່ສັງຄົມພາຍໃນແຂວງ ແລະ ສົ່ງອອກຈຳນວນໜຶ່ງ. ໄດ້ຂຸ້ນຂ້ຽວເກັບກ່ຽວເຂົ້ານາປີ, ພືດ ຜັກຕ່າງໆຂອງຕົນຢ່າງຫ້າວຫັນ ໃຫ້ທັນເວລາ ເພື່ອສຸມໃສ່ສືບຕໍ່ຜະ ລິດລະດູແລ້ງທົດແທນຜົນເສຍ ຫາຍຈາກໄພພິບັດທຳມະຊາດຕື່ມ. ໜຶ່ງໃນຫລາຍແຂວງນັ້ນ ກະສິ ກອນແຂວງຄຳມ່ວນ ກໍ່ໄດ້ເອົາໃຈ ໃສ່ເກັບກ່ຽວຜົນລະປູກລະດູຝົນ ຢ່າງຕັ້ງໜ້າເປັນຕົ້ນແມ່ນເຂົ້ານາ ປີ ແລະ ພືດຜັກຕ່າງໆ ມີຄວາມຄືບ ໜ້າແລ້ວຫລາຍກວ່າ 11,6 ພັນ ເຮັກຕາ ຂອງເນື້ອທີ່ຈັດຕັ້ງປະຕິບັດ ຕົວຈິງກວ່າ 25,9 ພັນເຮັກຕາ. ຕາມການໃຫ້ຮູ້ຂອງເຈົ້າໜ້າທີ່ ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ແຂວງຄໍາມ່ວນວ່າ: ໃນປີ 2023 ນີ້, ແຂວງຄຳມ່ວນ ໄດ້ວາງຄາດໝາຍສູ້ຊົນຜະລິດ ພືດລະດູຝົນໃນເນື້ອທີ່ແຜນການ ລວມຫລາຍກວ່າ12,7ພັນເຮັກຕາ. ໃນນັ້ນ, ຄາດຄະເນຜົນຜະລິດ ຈະ ໄດ້ກວ່າ 200 ແສນໂຕນ. ຂະນະ ທີ່ເນື້ອທີ່ແຜນການປູກພືດ ເພື່ອ ເປັນສະບຽງອາຫານກວ່າ 2,4 ພັນ ເຮັກຕາ, ຄາດຈະໄດ້ຮັບຜົນຜະລິດ ກວ່າ 26,4 ພັນໂຕນ, ເນື້ອທີ່ແຜນ ການປູກພືດເປັນສິນຄ້າກວ່າ 10,2 ພັນເຮັກຕາ, ຄາດຈະໄດ້ຜົນຜະລິດ ກວ່າ 174 ແສນໂຕນ. ຢ່າງໃດກໍ່ດີ ດ້ວຍຄວາມເອົາໃຈ ໃສ່ຂອງແຂງແໜງປູກຝັງ ໂດຍສະ ເພາະແມ່ນໄດ້ສົ່ງເສີມທາງດ້ານ ເຕັກນິກ, ວິຊາການຕິດພັນກັບການ ລົງໃກ້ຊິດຕິດແທດກະສິກອນ, ສ້າງ ທຸກເງື່ອນໄຂອຳນວຍໃຫ້ແກ່ການ ຜະລິດ ສົ່ງຜົນເຮັດໃຫ້ການຈັດຕັ້ງ ປະຕິບັດຕົວຈິງເນື້ອທີ່ປູກພືດລວມ ທົ່ວແຂວງໄດ້ຫລາຍກວ່າ 25,9 ພັນເຮັກຕາ (ທຽບໃສ່ແຜນການ
RkJQdWJsaXNoZXIy MTc3MTYxMQ==