5748

07 xtgmf]k; gsfdko{dkora fmtok 15/11/2023 7tot-U oe37'dkora fmtokglf4tdy f-q oot[q f ]q '-5 dp6h 7v[7q ;gxQ k\kp 16j g,n v'zkv5 fq , rtcod 8l lk]t;a o g-nj v,-b , gvdtlkole7a o0v'ra d 0v'-kf l6 o;a fmtotmegfa d{s= lt,5 f c0;'sq ;ra o g7nj vows;dy f9tde 16j 3I'IPxt4q ,okmv' g-dv' 9tl6h -q ogIa f.sh ,6 o7j k 9u fu ru [a o]5 3 ra o8N du [ ຂປລ. ແຫລ່ງຂ່າວຈາກ ແຂວງ ສາ ລະວັນ ໃຫ້ຮູ້ວ່າ: ຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງສາລະວັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນມະຕິທີ່ສຳ ຄັນຂອງພັກຂອງຊາດ ແລະ ເນື້ອໃນ ການກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ສະມາຊິກພັກ, ພະນັກງານ-ລັດ ຖະກອນ ໃນວັນທີ 9 ພະຈິກ 2023 ທີ່ ບໍລິສັດລາວໂທລະຄົມ ສາຂາແຂວງ ສາລະວັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ສົມຄິດ ແສນທະວີ ເລຂາ ຄະນະພັກຮາກຖານຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ສາລະວັນ, ມີບັນດາຄະນະພັກຮາກ ຖານ, ເລຂາ-ຮອງເລຂາໜ່ວຍພັກ, ສະມາຊິກພັກ ແລະ ພະນັກງານລັດຖະ ກອນ ເຂົ້າຮ່ວມ. ໃນພິທີ, ສະຫາຍສົມຄິດແສນທະວີ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ທີ່ຄະ ນະພັກ, ສະມາຊິກພັກ ຕ້ອງໄດ້ເອົາໃຈ ໃສ່ເຊື່ອມຊຶມ, ກຳແໜ້ນ ແລະ ຄົ້ນຄວ້າ ໃຫ້ເລິກເຊິ່ງ, ເຖິງຖອງ ເພື່ອສາມາດນຳ ໄປຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ວຽກ ງານຕົວຈິງ ໃນຂອບເຂດຄວາມຮັບຜິດ ຊອບຂອງຕົນ, ຫັນເອົາມະຕິ, ຫັນເອົາ ຄຳສັ່ງ ແລະ ເນື້ອໃນສຳຄັນຕ່າງໆ ເປັນ ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກ ງານ, ທັງຮຽກຮ້ອງໃຫ້ຄະນະພັກ, ສະ ມາຊິກເອົາໃຈໃສ່ໃນການສຶກສາຄົ້ນ ຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍ ໃຫ້ກວ້າງຂວາງ ທົ່ວເຖິງ ແກ່ຖັນແຖວ ພະນັກງານ, ສະມາຊິກພັກ, ເຊີດຊູ ຄວາມຮັບຜິດຊອບ. ພ້ອມກັນນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບ ຟັງການເຜີຍແຜ່ ຄຳເຫັນຊີ້ນຳຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານສູນກາງພັກ, ເຊື່ອມຊືມມະຕິກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ຊຶ່ງໄດ້ຄົ້ນ ຄວ້າ, ປຶກສາຫາລືຫລາຍບັນຫາສຳຄັນ ເປັນຕົ້ນ ຕີລາຄາຜົນການນໍາພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ, ມະຕິເລກທີ 05/ຄບສພ ວ່າດ້ວຍການສືບຕໍ່ຍູ້ແຮງ ການຜັນຂະຫຍາຍແນວທາງການ ປ່ຽນແປງໃໝ່ ໃຫ້ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກ ເຊິ່ງ ແລະ ຮອບດ້ານໃນການນຳພາ ຂອງພັກ, ບົດລາຍງານ ກ່ຽວກັບການ ສະຫລຸບການຈັດຕັ້ງປະຕິບັດກາງສະ ໄໝ, ແຜນພັດທະນາເສດຖະກິດ-ສັງ ຄົມແຫ່ງຊາດ 5 ປີ ຄັ້ງທີ IX ຕິດພັນ ກັບ 2 ວາລະແຫ່ງຊາດ ແລະ ທິດທາງ ແຜນການທ້າຍສະໄໝ ຮອດປີ 2025 ແລະ ການກະກຽມດຳເນີນກອງປະຊຸມ ໃຫຍ່ 3 ຂັ້ນຄື: ຂັ້ນສູນກາງ, ຂັ້ນກະ ຊວງ, ອົງການ, ແຂວງ, ນະຄອນ ຫລວງວຽງຈັນ, ເມືອງ, ນະຄອນ ແລະ ຂັ້ນຮາກຖານພັກ. ນອກຈາກນີ້, ພະນັກງານຫລັກ ຂປລ. ແຫລ່ງຂ່າວຈາກ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ໃນລະຫ່ວາງວັນທີ 7-8 ພະຈິກ 2023 ຜ່ານມາ, ຄະນະຊີ້ ນໍາໂຄງການພັດທະນາເສດຖະກິດຊົນ ນະບົດ ເພື່ອປັບປຸງຊີວິດການເປັນຢູ່ ຂອງຊາວກະສິກອນ ໃນແຂວງບໍ່ແກ້ວ ລົງຕິດຕາມ, ກວດກາ, ຊຸກຍູ້ຄອບຄົວ ເປົ້າໝາຍຂອງໂຄງການ ຢູ່ເມືອງຜາ ອຸດົມ ແຂວງບໍ່ແກ້ວ ໂດຍການນໍາ ພາ-ຊີ້ນໍາ ຂອງທ່ານ ສົມໃຈ ວົງປັນຍາ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງບໍ່ແກ້ວ, ມີທ່ານ ກາງ ມະນີຫວ່າງ ຮອງເຈົ້າເມືອງໆຜາອຸດົມ, ທ່ານ ວັນນະພຸດ ເພັດສຸດາລາ ຫົວ ໜ້າໂຄງການພັດທະນາເສດຖະກິດຊົນ ນະບົດ ເພື່ອປັບປຸງຊີວິດການເປັນຢູ່ ຂອງຊາວກະສິກອນ ໃນແຂວງບໍ່ແກ້ວ ພ້ອມດ້ວຍວິຊາການເຂົ້າຮ່ວມ. ການລົງຕິດຕາມກວດກາ ແລະ ຊຸກຍູ້ວຽກງານການຈັດຕັ້ງປະຕິບັດ ແຜນກິດຈະກໍາຂອງໂຄງການພັດທະ ນາເສດຖະກິດຊົນນະບົດ ເພື່ອປັບປຸງ ຊີວິດການເປັນຢູ່ ຂອງຊາວກະສິກອນ ໃນຄັ້ງນີ້ ຄະນະຊີ້ນໍາໂຄງການແຕ່ລະ ຂັ້ນ ແລະ ພາກສ່ວນກ່ຽວຂ້ອງໄດ້ປຶກ ສາຫາລື ພ້ອມທັງຮັບຟັງການລາຍ ງານການຈັດຕັ້ງປະຕິບັດກິດຈະກໍາ 6 ເດືອນທ້າຍປີ 2023 ຢູ່ເມືອງຜາອຸດົມ, ເຊິ່ງຍົກໃຫ້ເຫັນຜົນສໍາເລັດຂອງແຕ່ ລະໜ້າວຽກ, ແຕ່ລະກິດຈະກໍາ ແລະ ຜົນງານ ດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ແລະບົດຮຽນຖອດຖອນໄດ້. ສຳລັບແຜນສູ້ຊົນຕາມຕົວຊີ້ວັດ ຂອງໂຄງການ ປະກອບມີ: ກິດຈະກໍາ ປູກຫຍ້າທອມງົວ 30 ບ້ານ 69 ຄອບ ຄົວ, ປູກແຂມ 55 ບ້ານ 88 ຄອບຄົວ, ຜະລິດໝາກນັດນອກລະດູການ 2 ບ້ານ 2 ຄອບຄົວ, ປູກເຂົ້ານາຢອດເມັດ 32 ບ້ານ 32 ຄອບຄົວ ລວມຜົນໄດ້ຮັບ ຂອງ 4 ກິດຈະກໍາເທົ່າ ກັບ 86,48%, ປະຊາຊົນ 5 ບ້ານເປົ້າໝາຍ ຄື: ບ້ານ ພູວຽງ, ບ້ານກາງ, ບ້ານໃໝ່, ບ້ານ ເດື່ອ ແລະ ບ້ານຖິ່ນ ຈໍານວນ 89 ຄອບ ຄົວ ມີລາຍຮັບຈາກການຂາຍແຂມ 289ລ້ານກວ່າກີບ. ນອກນີ້, ຍັງມີລາຍ ຮັບຈາກການຜະລິດຍູກວາດຂາຍໄດ້ 19 ລ້ານກວ່າກີບ ແລະ ຜົນສໍາເລັດ ຂອງບັນດາກິດຈະກໍາອື່ນໆ. ກອງປະຊຸມຄະນະຊີ້ນໍາໂຄງການ ຂັ້ນແຂວງ, ຂັ້ນເມືອງ ກໍໄດ້ມີຄໍາເຫັນຊີ້ ນໍາຫລາຍດ້ານຕໍ່ການຈັດຕັ້ງປະຕິບັດ ກິດຈະກໍາ ແລະ ເນັ້ນໜັກໃຫ້ວິຊາການ ກ່ຽວຂ້ອງ ຈົ່ງສືບຕໍ່ລົງຕິດຕາມ, ແນະ ນໍາ-ແນະແນວ ໃຫ້ຄອບຄົວເປົ້າໝາຍ ດ້ານການປູກ-ການລ້ຽງທັງນີ້ເພື່ອເຮັດ ໃຫ້ບັນດາແຜນກິດຈະກໍາໄດ້ຮັບການ ຈັດຕັ້ງປະຕິບັດສໍາເລັດ ຕາມຈຸດປະສົງ, ຄາດໝາຍທີ່ວາງໄວ້ແນໃສ່ເຮັດໃຫ້ ປະຊາຊົນກໍຄືຄອບຄົວເປົ້າໝາຍມີລາຍ ຮັບຈາກກິດຈະກໍາ ດັ່ງກ່າວໃຫ້ໄດ້ຫລາຍ ເພີ່ມຂຶ້ນ ແລະ ສົ່ງອອກຂາຍ ເພື່ອ ຫລຸດ ພົ້ນອອກຈາກຄວາມທຸກຍາກເທື່ອລະ ກ້າວ. ກິດຈະກໍາດັ່ງກ່າວ ແມ່ນໄດ້ຮັບ ການສະໜັບສະໜູນທຶນຊ່ວຍເຫລືອ ຈາກອົງການແພÓນສາກົນ ປະຈໍາ ສປປ ລາວ. ຂ່າວ-ພາບ: ໂສພາ ທິບພະວົງ ແຫລ່ງຍັງໄດ້ເຊື່ອມຊຶມເນື້ອໃນເອກະ ສານສຳຄັນ ເຊັ່ນ: ຍົກສູງຄວາມສາ ມາດນຳພາ ແລະ ຄວາມເປັນແບບຢ່າງ ນຳໜ້າຂອງພັກ, ຕັ້ງໜ້າຝຶກຝົນຫລໍ່ ຫລອມຄຸນທາດການເມືອງ, ຄຸນສົມ ບັດສິນທຳປະຕິວັດ, ເດັດດ່ຽວແກ້ໄຂ ປະກົດການຫຍໍ້ທໍ້ ໃນຖັນແຖວພະນັກ ງານ, ສະມາຊິກພັກ ແນໃສ່ເຮັດໃຫ້ຄະ ນະພັກ, ພະນັກງານຫລັກແຫລ່ງ, ສະ ມາຊິກພັກພາຍໃນພະແນກ ຮັບຮູ້ເຂົ້າ ໃຈ, ເຊື່ອມຊຶມ, ກຳແໜ້ນຢ່າງເລິກເຊິ່ງ, ມີຄວາມເປັນເອກະພາບສູງ ຕໍ່ເນື້ອ ໃນຂອງກອງປະຊຸມດັ່ງກ່າວ, ປະຕິບັດ ບັນດາຄາດໝາຍສູ້ຊົນ, ວຽກງານຈຸດ ສຸມ ແລະ ແຜນປະຕິບັດງານລະອຽດ ໃນການຈັດຕັ້ງຜັນຂະຫຍາຍ ໃຫ້ເຂົ້າ ສູ່ການຈັດຕັ້ງປະຕິບັດຕົວຈິງ ແລະ ມີ ປະສິດທິຜົນສູງ. ຂ່າວ-ພາບ: ວິໄລວອນ ສິດທິໄຊ ຂປລ. ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໃນປີ 2024 ແຂວງເຊກອງ ຈະເອົາໃຈໃສ່ພັດທະ ນາເສດຖະກິດ ຕາມທ່າແຮງ ໃຫ້ມີ ຄວາມຫລາກຫລາຍ ໂດຍຖືເອົາ ການຊຸກຍູ້ສົ່ງເສີມການຜະລິດກະ ສິກໍາ, ສົ່ງເສີມບັນດາອຸດສາຫະກໍາ ປຸງແຕ່ງ ໃຫ້ມີການເຄື່ອນໄຫວ ເພື່ອສ້າງອາຊີບ-ສ້າງວຽກເຮັດ ງານທໍາໃຫ້ປະຊາຊົນ, ຍູ້ໜູນການ ຈັດເກັບລາຍຮັບ, ການສົ່ງອອກ ແລະ ຍູ້ແຮງການພັດທະນາເສດຖະ ກິດ ເຮັດໃຫ້ລວມຍອດມູນຄ່າ ຜະ ລິດຕະພັນພາຍໃນ(ຈີດີພີ)ບັນລຸໄດ້ 3.024 ຕື້ກີບ, ສະເລ່ຍຕໍ່ຫົວຄົນ ເທົ່າກັບ 21,72 ລ້ານກີບ. ໃນນີ້, ຂະແໜງກະສິກໍາ-ປ່າໄມ້ເພີ່ມຂຶ້ນ 4,69% ກວມເອົາ 36,34%, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 8,12% ກວມເອົາ 30,82% ແລະ ຂະແໜງບໍລິການເພີ່ມຂຶ້ນ 2,44% ກວມເອົາ 32,84% ຂອງ ຈີດີພີ. ທ່ານ ເຫລັກໄຫລ ສີວິໄລ ເຈົ້າ ແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນມາ ນີ້ວ່າ: ທິດທາງແຜນການແລະແຜນ ວຽກຈຸດສຸມໃນປີ 2024 ແຂວງ ຈະສືບຕໍ່ສ້າງສະພາບແວດລ້ອມ ທາງສັງຄົມ ໃຫ້ມີຄວາມສະຫງົບ, ມີຄວາມປອດໄພ ໃນການດຳລົງຊີ ວິດ ແລະ ການທຳມາຫາກິນຂອງ ປະຊາຊົນ; ສ້າງເງື່ອນໄຂອຳນວຍ ຄວາມສະດວກໃນການພັດທະນາ, ການລົງທຶນຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ; ສືບຕໍ່ ປະຕິບັດວຽກງານພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍຖືເອົາວຽກງານຫັນລົງກໍ່ສ້າງ ຮາກຖານການເມືອງ, ສ້າງຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະ ນາ ແລະ ວຽກງານ 3 ສ້າງ; ຊຸກຍູ້ ການສ້າງຖານການຜະລິດໃໝ່ ໃນ ຂົງເຂດອຸດສະຫະກຳ, ກະສິກຳ, ຫັດຖະກໍາແລະການບໍລິການ; ຊຸກຍູ້ ສົ່ງເສີມການຜະລິດ ແລະ ສົ່ງເສີມ ການແປຮູບຜະລິດຕະພັນກະສິກໍາ, ສົ່ງເສີມວຽກງານຫັດຖະກໍາ ເຂົ້າ ໃນການພັດທະນາສິນຄ້າ ທ່າແຮງ ໃຫ້ກາຍເປັນສິນຄ້າໂອດັອບ ແຫ່ງ ຊາດ ຕາມພູມປັນຍາຊາວບ້ານ; ສູ້ຊົນເຮັດໃຫ້ມູນຄ່າຈໍລະຈອນສິນ ຄ້າ (ຂາຍຍົກ, ຂາຍຍ່ອຍ ແລະ ບໍລິ ການ) ເພີ່ມຂຶ້ນ; ສ້າງແຜນພັດທະ ນາການທ່ອງທ່ຽວ, ສົ່ງເສີມການ ສ້າງຕັ້ງ ແລະ ດໍາເນີນທຸລະກິດຂະ ໜາດກາງ ແລະ ຂະໜາດນ້ອຍ, ພັດ ທະນາຈຸນລະວິສາຫະກິດ, ວິສາຫະ ກິດຂະໜາດນ້ອຍ ແລະ ກາງ ໄປສູ່ ຄຸນນະພາບໃໝ່; ເອົາໃຈໃສ່ຈັດ ເກັບ ລາຍຮັບ-ຄຸ້ມຄອງລາຍຈ່າຍງົບ ປະມານ, ປະຕິບັດມາດຕະການປະ ຢັດຕ້ານການຟຸມເຟືອຍ, ອັດທຸກ ຊ່ອງຫວ່າງການຮົ່ວໄຫລຂອງລາຍ ຮັບ ດ້ວຍການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ແລະ ປະຕິບັດມາດຕະ ການແກ້ໄຂບັນຫາຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເປັນຕົ້ນ ບັນຫາເງິນເຟີ້, ອັດຕາແລກ ປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ໃຫ້ແຂງແຮງ; ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ, ປະຕິບັດບັນດາ ຄາດໝາຍຕົວຊີ້ວັດຂົງເຂດສຶກສາ, ສາທາລະນະສຸກ ແລະ ແຮງງານ ສະຫວັດດີການ-ສັງຄົມ ເພື່ອເປັນ ກໍາລັງແຮງຂັບເຄື່ອນການພັດທະ ນາແຂວງ ໃຫ້ຫລຸດພົ້ນອອກຈາກ ຄວາມທຸກຍາກແລະບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ. ທ່ານເຈົ້າແຂວງເຊກອງ ໃຫ້ຮູ້ ຕື່ມວ່າ:ການຄາດຄະເນໝົດປີ2023 ເສດຖະກິດຂອງແຂວງຂະຫຍາຍ ຕົວ 5,5% ມູນຄ່າ ຈີດີພີ ເທົ່າກັບ 2.685 ຕື້ກີບ ສະເລ່ຍຕໍ່ຫົວຄົນໄດ້ 19,43 ລ້ານກີບ. ໃນນີ້, ຂະແໜງ ກະສິກໍາເພີ່ມຂຶ້ນ 4,95% ກວມເອົາ 36,72% ອຸດສາຫະກໍາເພີ່ມຂຶ້ນ 7,98% ກວມເອົາ 29,79% ແລະ ຂະແໜງບໍລິການເພີ່ມຂຶ້ນ 3,85% ກວມເອົາ 33,49% ຂອງ ຈີດີພີ; ການລົງທຶນປະຕິບັດໄດ້ 1.042,12 ຕື້ກີບກວມເອົາ 39,22% ຂອງ ຈີດີພີ; ການນໍາເຂົ້າສິນຄ້າ 8,97 ລ້ານໂດລາສະຫະລັດ ທຽບໃສ່ແຜນ ເທົ່າກັບ 28,37% ແລະ ການສົ່ງ ອອກປະຕິບັດໄດ້ 233,46 ລ້ານໂດ ລາສະຫະລັດ ທຽບໃສ່ແຜນ ເທົ່າກັບ 628,42% ໂດຍສ່ວນໃຫຍ່ແມ່ນ ກະແສໄຟຟ້າ, ຖ່ານຫີນ ແລະ ຜົນ ຜະລິດກະສິກໍາ. ຂ່າວ-ພາບ: ສັນຍາ ຂປລ. ແຫລ່ງຂ່າວຈາກ ແຂວງ ຫົວພັນ ໃຫ້ຮູ້ວ່າ: ສູນວັດທະນະ ທຳເດັກ-ຫໍສະໝຸດແຂວງຫົວພັນ ລົງເຄື່ອນໄຫວຈັດກິດຈະກຳ ຮ່ວມ ກັບໂຮງຮຽນປະຖົມນາທອງ ເມືອງ ຊຳເໜືອ ແຂວງຫົວພັນ ເມື່ອບໍ່ດົນ ມານີ້ ເຊິ່ງນຳໂດຍ ທ່ານ ບຸນມີໄຊ ລັດທະບູນ ຫົວໜ້າກອງວິຊາການ ວັດທະນະທຳ ພະແນກ ຖະແຫລງ ຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ ແຂວງຫົວພັນ, ທ່ານນາງ ພັດສອນ ລໍເຟືອງທອງ ອຳນວຍ ການໂຮງຮຽນປະຖົມນາທອງພ້ອມ ດ້ວຍພະນັກງານກອງວິຊາການ ວັດທະນະທຳ, ຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນເຂົ້າຮ່ວມນຳ ຢ່າງພ້ອມພຽງ. ຈຸດປະສົງ ເພື່ອນຳເອົາວຽກ ງານວັດທະນະທຳລາວ ລົງສູ່ໝວດ ໂຮງຮຽນ ໂດຍສະເພາະວຽກງານ ສອນໃຫ້ເດັກໄດ້ຮັບຮູ້ກ່ຽວກັບວັດ ທະນະທຳ, ຮີດຄອງປະເພນີ ຂອງ ລາວເຮົາ ໃຫ້ຢູ່ຄູ່ກັບນ້ອງນ້ອຍນັກ ຮຽນນັກສຶກສາຂອງລາວເຮົາ ຕະ ຫລອດໄປ. ໂຮງຮຽນປະຖົມນາທອງ ແມ່ນ ໂຮງຮຽນໜຶ່ງທີ່ຕັ້ງຢູ່ເທສະບານຕົວ ເມືອງຊຳເໜືອ ມີຄູທັງໝົດ 07 ຄົນ, ຍິງ07ຄົນ, ມີນັກຮຽນທັງໝົດ130 ຄົນ, ປະກອບມີ 05 ຊັ້ນຮຽນ, ຊັ້ນ ປ1-ປ5. ການຈັດກິດຈະກຳຄັ້ງນີ້, ໄດ້ນຳພານັກຮຽນ ສູນວັດທະນະ ທຳເດັກສະແດງບົດຟ້ອນ, ຮ້ອງ ເພງ ຮ່ວມກັບນ້ອງນ້ອຍນັກຮຽນ ປະຖົມນາທອງ ແລະ ແລກປ່ຽນບົດ ຮຽນເຊິ່ງກັນ ແລະ ກັນ. ໂອກາດດຽວກັນ, ກອງວິຊາ ການວັດທະນະທຳ ຍັງໄດ້ມອບປຶ້ມ ເລື່ອງ, ປື້ມນິທານຈຳນວນໜຶ່ງ ໃຫ້ ໂຮງຮຽນດັ່ງກ່າວ ເພື່ອນຳໃຊ້ເຂົ້າ ໃນການຮຽນ-ການສອນ ແລະ ຍັງ ໄດ້ຮັບຟັງການເລົ່ານິທານ ຈາກ ພະນັກງານປະຈຳຫ້ອງອ່ານຫໍສະ ໝຸດແຂວງ, ຮ່ວມຫລິ້ນເກມ, ອ່ານ ປຶ້ມເລື່ອງ ແລະ ເຕັ້ນປະກອບທ່າທີ ດ້ວຍຄວາມເບີກບານມ່ວນຊື່ນຕື່ມ ອີກ. ຂ່າວ-ພາບ: ສີອຳພອນ ວັດທະນະທຳເດັກ, ສິລະປະການ ສະແດງ ແລະ ຫໍສະໝຸດ ເພື່ອປູກ ຈິດສຳນຶກໃຫ້ນັກຮຽນຮັກການ ອ່ານ, ໄດ້ສະແດງຄວາມຮູ້ຄວາມ ສາມາດ, ສະແດງພອນສະຫວັນ ກ້າສະແດງອອກ, ສ້າງຄວາມ ກ້າຫານ ສົ່ງເສີມທັກສະດ້ານຕ່າງໆ ຂອງເດັກ ເພື່ອສ້າງສາຍພົວພັນ, ສ້າງຄວາມສາມັກຄີຮັກແພງຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ພ້ອມທັງ

RkJQdWJsaXNoZXIy MTc3MTYxMQ==