5748

mj kog9Q k7v' o; 8h voIa [g9Q kg,n v'w-8t,t lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 15/11/2023 xtgmf]k; ຖະແຫລງຂ່າວກ່ຽວກັບ... ນາຍົກລັດຖະມົນຕີ... ສະພາແຫ່ງຊາດ ສະເໜີປັບປຸງ... ຂປລ. ທ່ານ ອາດສະພັງ ທອງ ສີພັນດອນ ເຈົ້າຄອງນະຄອນຫລວງ ວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂ່ຳນັບຂອງທ່ານ ຮະຢະໂຕ ຊິມິຊຶ ເຈົ້າເມືອງໄຊຕະມະ ໃນວັນທີ 14 ພະຈິກ 2023 ຢູ່ຫ້ອງວ່າການປົກ ຄອງ ນວ ໃນໂອກາດທີ່ທ່ານພ້ອມ ຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານເຈົ້າຄອງນະ ຄອນຫລວງວຽງຈັນ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ຮະຢະໂຕ ຊິມິຊຶ ເຈົ້າເມືອງ ໄຊຕະມະ ພ້ອມຄະນະ ທີ່ໄດ້ເດີນທາງ ມາເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວ ພັນຮ່ວມມືລະຫວ່າງ ສປປ ລາວ- ຢີ່ປຸ່ນ ເວົ້າລວມ ເວົ້າສະເພາະ ແມ່ນ ການຊຸກສົ່ງເສີມການຕິດຕໍ່ພົວພັນ ຮ່ວມມືໃນດ້ານຕ່າງໆລະຫວ່າງນະ ຄອນຫລວງວຽງຈັນ ບັນດາແຂວງ ຂອງປະເທດຢີ່ປຸ່ນ ໂດຍສະເພາະ ການຮ່ວມມືກັບເມືອງ ໄຊຕະມະ ໃນ ດ້ານການພັດທະນາພື້ນຖານໂຄງ ລ່າງຂອງລະບົບນ້ຳປະປາ ແລະ ອື່ນໆ ໃຫ້ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວຍິ່ງຂຶ້ນ. ພ້ອມ ນີ້ທ່ານເຈົ້າຄອງຍັງໄດ້ລາຍງານສະ ພາບຈຸດພິເສດຂອງການພັດທະນາ ຢູ່ນະຄອນຫລວງວຽງຈັນ ແລະ ການພົວພັນຮ່ວມມື ລະຫວ່າງ ນະ ຄອນຫລວງວຽງຈັນ ກັບແຂວງ ຕ່າງໆຂອງປະເທດຢີ່ປຸ່ນ ໃຫ້ທ່ານ ເຈົ້າເມືອງໄຊຕະມະຊາບໃນໄລຍະ ຜ່ານມາອີກດ້ວຍ. ທ່າ ນ ເ ຈົ້າ ເ ມືອງ ໄ ຊຕ ະ ມ ະ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນຂອງທ່ານ ເຈົ້າຄອງນະຄອນຫລວງວຽງຈັນ, ພ້ອມທັງຍິນດີຈະສືບຕໍ່ໃຫ້ການຊຸກ ຍູ້ສົ່ງເສີມການພົວພັນຮ່ວມມືກັບ ສປປ ລາວ ກໍຄືນະຄອນຫລວງວຽງ ຈັນ ໃນດ້ານຕ່າງໆ ໂດຍສະເພາະ ການພັດທະນາພື້ນຖານໂຄງລ່າງ ຂອງລະບົບນ້ຳປະປາ ກໍຄື ການປະ ສານງານ, ການຝຶກອົບຮົມດ້ານວິ ຊາການແລະອື່ນໆໃນຕໍ່ໜ້າໃຫ້ມີຜົນ ສຳເລັດຫລາຍຂຶ້ນ. ພ້ອມນີ້ຍັງໄດ້ ລາຍງານໂຄງການສ້າງຄວາມເຂັ້ມ ແຂງ ໃຫ້ແກ່ຂະແໜງນ້ຳປະປາ ສປປ ລາວ (ໂຄງການຮາກຫຍ້າ ໄລຍະທີ 2) ໃຫ້ກັບທ່ານເຈົ້າຄອງ ຊາບຕື່ມອີກ. ຂ່າວ:ວຽງສະຫວັນ, ພາບ:ອ່າຍຄຳ ໃນໂອກາດນີ້, ທ່ານເຈົ້າແຂວງ ຈຳປາສັກ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການ ພັດທະນາ ເສດຖະກິດ-ສັງຄົມຂອງແຂວງຕິດ ພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນເຫັນວ່າ: ລວມຍອດຜະລິດຕະພັນພາຍໃນ ຂອງແຂວງ ໄລຍະ 9 ເດືອນຜ່ານມາ ປະຕິບັດໄດ້ 27.290,5 ຕື້ກີບເທົ່າ ກັບ 82,2% ຂອງແຜນການ, ລາຍ ຮັບສະເລ່ຍໄດ້ 35 ລ້ານກີບ/ຄົນ, ການເກັບລາຍຮັບເຂົ້າງົບປະມານ ໄລຍະ 10 ເດືອນ ປະຕິບັດໄດ້ 1.849,19ຕື້ກີບ ເທົ່າກັບ96,12% ຂອງແຜນການ, ລາຍຈ່າຍປະຕິ ບັດໄດ້ 627,26 ຕື້ກີບ, ເທົ່າກັບ 78,50% ຂອງແຜນການ; ການ ລົງທຶນປະຕິບັດໄດ້ 8.916,37 ຕື້ ກີບ ເທົ່າກັບ 96,97% ຂອງແຜນ ການ, ມູນຄ່າການລົງທຶນຂອງລັດ ກວມ 0,53%, ທຶນຊ່ວຍເຫລືອ ລ້າ (ODA) ກວມ 4,24%, ການ ລົງທຶນພາກເອກະຊົນພາຍໃນ-ຕ່າງ ປະເທດກວມ 31,5% ແລະ ສິນ ເຊື່ອທະນາຄານ ກວມ 63,73% ຂອງການລົງທຶນທັງໝົດ; ການສົ່ງ ອອກສິນຄ້າປະຕິບັດໄດ້ 296,28 ລ້ານໂດລາສະຫະລັດ, ເທົ່າກັບ64% ຂອງແຜນການ ເຊິ່ງສິນຄ້າຫລັກ ແມ່ນສິນຄ້າກະສິກໍາ, ພືດຜັກທີ່ ນອນ ໃນໂຄງການ Contract Farming, ຜະລິດຕະພັນອຸດສາຫະ ກໍາປຸງແຕ່ງແລະອື່ນໆ; ການນໍາເຂົ້າ ສິນຄ້າປະຕິບັດ ໄດ້ 286,71 ລ້ານ ໂດລາສະຫະລັດ, ເທົ່າກັບ 77% ຂອງແຜນການ ເຊິ່ງສິນຄ້າຫລັກ ແມ່ນນໍ້າມັນເຊື້ອໄຟ, ພາຫະນະ-ອາ ໄຫລ່, ເຄື່ອງກໍ່ສ້າງ, ເຄື່ອງໂຄງການ ຮັບໃຊ້ພາຍໃນ ແລະ ອື່ນໆ. ເມື່ອສົມ ທຽບລະຫວ່າງການນໍາ ເຂົ້າທັງໝົດ ແລະ ສົ່ງອອກທັງໝົດແຂວງ ຈໍາ ປາສັກ ມີມູນຄ່າການຄ້າເກີນດູນ 9,56 ລ້ານໂດລາສະຫະລັດ. ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນ ເຈາະຈີ້ມ ແລະ ສະເໜີຂະແໜງການ ກ່ຽວຂ້ອງຂອງແຂວງແລະສູນກາງ ປະກອບຄຳເຫັນບາງວຽກງານ ເພີ່ມເຕີມ. ຫລັງຈາກນັ້ນ ກໍໄດ້ໃຫ້ ກຽດໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ ຍົກໃຫ້ເຫັນສະພາບພົ້ນເດັ່ນ ໃນການ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ, ການເຄື່ອນໄຫວຊີ້ນຳວຽກ ງານ ຂອງສູນກາງພັກ ແລະລັດຖະ ບານ, ທັງໄດ້ຊີ້ນຳໃຫ້ອົງການປົກ ຄອງແຂວງເອົາໃຈໃສ່ຕື່ມບາງ ດ້ານ ເປັນຕົ້ນ ເຂັ້ມງວດແກ້ໄຂບັນຫາ ການຈັບຈອງໂຄງການທີ່ບໍ່ມີການ ພັດທະນາ ແລະ ໂຄງການທີ່ບໍ່ມີປະ ສິດທິຜົນ; ສຸມໃສ່ຍົກສະມັດຕະພາບ ການຜະລິດໃຫ້ສູງຂຶ້ນ, ປັບປຸງຮູບ ແບບການຜະລິດທີ່ມີລັກສະນະອີງ ໃສ່ທຳມະຊາດ ຫັນໄປສູ່ການຜະລິດ ທີ່ມີວິທະຍາສາດ, ຮັບປະກັນທາງ ດ້ານປະລິມານ, ຄຸນນະພາບ ແລະ ເສດຖະກິດ, ລວມທັງການພັດທະ ນາໂຄງລ່າງພື້ນຖານການຜະລິດ; ສືບຕໍ່ປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການໃນການແກ້ໄຂ ບັນຫາເຄັ່ງຮ້ອນ ຂອງເສດຖະກິດການເງິນ ກໍຄືວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໃຫ້ມີການຫັນປ່ຽນຢ່າງຈະແຈ້ງ; ສືບ ຕໍ່ຈັດຕັ້ງປະຕິບັດດຳລັດວ່າດ້ວຍ ລົດຂອງລັດ, ລວມທັງບັນດາມາດ ຕະການປະຢັດ ແລະ ຕ້ານການຟູມ ເຟືອຍຕ່າງໆ ໃຫ້ໄດ້ຮັບຜົນດີ; ສືບຕໍ່ ກວດກາ ແລະ ສ້ອມແປງໂຄງລ່າງ ເສັ້ນທາງພາຍໃນແຂວງໃຫ້ສາມາດ ໄປມາໄດ້ສະດວກ, ມີການຄຸ້ມຄອງ ທີ່ດີ, ຫລີກລ່ຽງສະພາບເສັ້ນທາງ ເປ່ເພຫລາຍແລ້ວຈຶ່ງສ້ອມແປງ. ພ້ອມກັນນັ້ນ ກໍປຸກລະດົມປະຊາຊົນ ແລະ ສັງຄົມ ມີສ່ວນຮ່ວມໃນການ ສ້ອມແປງ ແລະ ກໍ່ສ້າງບັນດາເສັ້ນ ທາງເຂົ້າຫາບ້ານ ແລະ ເສັ້ນທາງ ຮ່ອມຕ່າງໆ; ເອົາໃຈໃສ່ຕິດຕາມ ແລະແກ້ໄຂບັນຫາລົດທີ່ນຳເຂົ້າແລະ ນຳໃຊ້ບໍ່ຖືກຕ້ອງໃຫ້ຂາດຕົວເປັນ ກ້າວໆ; ຕິດຕາມແກ້ໄຂບັນຫາຫຍໍ້ ທໍ້ໃນສື່ສັງຄົມອອນລາຍ, ລວມທັງ ບັນຫາຫຍໍ້ທໍ້ ໃນຂົງເຂດການສຶກ ສາ, ແຮງງານ ແລະ ອື່ນໆ; ສືບຕໍ່ຊຸກ ຍູ້ສົ່ງເສີມວຽກງານການທ່ອງທ່ຽວ ໃຫ້ເປັນຂະບວນການກວ້າງຂວາງ ແລະ ແຂງແຮງກວ່າເກົ່າ ໂດຍສະ ເພາະ ການໂຄສະນາເຜີຍແຜ່, ການ ພັດທະນາ ແລະ ປັບປຸງໂຄງລ່າງພື້ນ ຖານການທ່ອງທ່ຽວ, ການສ້າງກິດ ຈະກຳທ່ອງທ່ຽວ, ການບໍລິການ ການທ່ອງທ່ຽວແລະອື່ນໆ; ກະກຽມ ກິດຈະກໍາ ສະເຫລີມສະຫລອງວັນ ສໍາຄັນທາງດ້ານປະຫວັດສາດ ຂອງ ຊາດ ໂດຍເນັ້ນໃສ່ດ້ານເນື້ອໃນ ເປັນສຳຄັນ ໃຫ້ມີລັກສະນະນຳພາ, ປຸກລະດົມ, ສຶກສາອົບຮົມ ແລະ ພັດ ທະນາທີ່ກ້າວໜ້າເຮັດໃຫ້ຄົນລາວ ມີນໍ້າໃຈຮັກຊາດ ແລະ ຮັກບ້ານເກີດ ເມືອງນອນຂອງຕົນ. ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ ໄດ້; ການສຳພາດເກັບກຳຂໍ້ມູນໃນ ສະພາບປົກກະຕິຢູ່ກົມກົງສຸນສາ ມາດພິຈາລະນາຮັບໄດ້ແຕ່ 300 ຄົນ/ມື້, ແຕ່ເພື່ອຕອບສະໜອງຄວາມ ຮຽກຮ້ອງຕ້ອງການຂອງປະຊາຊົນ ກົມກົງສຸນ ໄດ້ລະດົມພະນັກງານ ສືບຕໍ່ປະຕິບັດໜ້າທີ່ເກີນໂມງລັດຖະ ການ, ແຕ່ລະມື້ຕອນເຊົ້າພະນັກງານ ກົມກົງສຸນຕ້ອງໄດ້ສັບປ່ຽນກັນມາ ກ່ອນໂມງລັດຖະການ ແຕ່ 7:00 ໂມງ ແລະ ຕອນແລງຕ້ອງສືບຕໍ່ເຮັດ ວຽກນອກໂມງການ ຮອດ 18:00 ໂມງ ແລະ ຮັບສຳພາດເກັບກຳຂໍ້ມູນ ໃຫ້ໄດ້ຫລາຍກວ່າ 500ຄົນ/ມື້, ໂດຍ ລວມ 6 ສູນຮັບຄຳຮ້ອງທົ່ວປະເທດ ຈະມີຈຳນວນ 1.700-1.800 ຄົນ/ ມື້. ເຖິງແມ່ນວ່າ ຈະຮັບສຳພາດໄດ້ ເປັນຈຳນວນຫລວງຫລາຍ ແຕ່ການ ດຳເນີນການພິມອອກໜັງສືຜ່ານ ແດນຂອງກົມກົງສຸນ ປົກກະຕິແມ່ນ ຈະໄດ້ພຽງແຕ່ 800-900 ເຫລັ້ມ/ ມື້ ເນື່ອງຈາກເຄື່ອງຈັກ ແລະ ອຸປະ ກອນຮັບໃຊ້ການຜະລິດໜັງສືຜ່ານ ແດນມີຈຳນວນຈຳກັດ ແລະ ມີການ ເປ່ເພ. ຕໍ່ກັບບັນຫາດັ່ງກ່າວ, ກົມກົງ ສຸນຕ້ອງຂໍອະໄພຢ່າງສູງຕໍ່ກັບ ຄວາມບໍ່ສະດວກດັ່ງກ່າວ ມາໃນທີ່ ນີ້ດ້ວຍ. ພາຍຫລັງທີ່ໄດ້ຮັບທິດຊີ້ນຳຈາກ ຄະນະລັດຖະບານກໍຄືການນຳຂອງ ກະຊວງການຕ່າງປະເທດ ໃຫ້ເອົາ ໃຈໃສ່ແກ້ໄຂບັນຫາດັ່ງກ່າວໃຫ້ສຳ ເລັດໂດຍໄວ. ກົມກົງສຸນ ໄດ້ເລັ່ງ ໃຫ້ມີການສ້ອມແປງເຄື່ອງພິມໃຫ້ ສຳເລັດ ແລະ ໂດຍຕອບສະໜອງ ດ້ານງົບປະມານຈາກກະຊວງການ ເງິນ ຈຶ່ງໄດ້ຈັດຊື້ອຸປະກອນເຄື່ອງພິມ ເພີ່ມຕື່ມອີກຈຳນວນ 10 ເຄື່ອງ. ປັດ ຈຸບັນ, ກົມກົງສຸນ ສາມາດດຳເນີນ ການອອກໜັງສືຜ່ານແດນຕອບສະ ໜອງໄດ້ຕາມຄວາມຮຽກຮ້ອງຕ້ອງ ການ ແລະ ແກ້ໄຂບັນຫາໜັງສືຜ່ານ ແດນທີ່ຕົກຄ້າງຢູ່ກົມກົງສຸນ ແລະ ສູນຮັບຄຳຮ້ອງຂໍໜັງສືຜ່ານແດນ ແຂວງຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ໄຊຍະບູລີ ແລະ ຊຽງ ຂວາງ ໄດ້ສຳເລັດທັນຕາມກຳນົດ ທີ່ນັດໝາຍ100%.ສ່ວນການແກ້ໄຂ ການອອກໜັງສືຜ່ານແດນ ຂອງ ສູນຮັບຄຳຮ້ອງຂໍໜັງສືຜ່ານແດນ ແຂວງອຸດົມໄຊ ແມ່ນສາມາດປະຕິ ບັດໄດ້ແລ້ວ 98%, ຍ້ອນບັນຫາ ດ້ານການຂົນສົ່ງ (ສະພາບດິນຟ້າ ແລະ ເສັ້ນທາງທີ່ຫຍຸ້ງຍາກ)ຈຶ່ງເຮັດ ໃຫ້ມີຄວາມຫລ້າຊ້າ ແລະ ຮັບໜັງສື ຜ່ານແດນບໍ່ໄດ້ຕາມກຳນົດນັດໝາຍ (ຫລຸດລື່ນກັນ 1-2 ວັນ) ແລະ ອີກ ສາເຫດໜຶ່ງທີ່ເຮັດໃຫ້ການອອກໜັງ ສືຜ່ານແດນມີຄວາມຫລ້າຊ້າແມ່ນ ເນື່ອງຈາກການແກ້ໄຂເອກະສານ ແຈ້ງເສຍຫາຍ ທີ່ມີຈຳນວນຫລາຍ ຊຶ່ງຕ້ອງໄດ້ດຳເນີນໄປຕາມຂັ້ນຕອນ ລະບຽບການ, ເຖິງຢ່າງໃດກໍຕາມ ກົມກົງສຸນຈະພະຍາຍາມເລັ່ງແກ້ ໄຂບັນຫາດັ່ງກ່າວໃຫ້ໄດ້ 100% ໃນໄລຍະອັນໃກ້ນີ້. ກົມກົງສຸນ ຂໍແຈ້ງມາຍັງພໍ່ແມ່ ປະຊາຊົນຊາບຕື່ມວ່າ: ຖ້າຫາກທ່ານ ໃດເຂົ້າມາແລ່ນຂໍນຳໃຊ້ໜັງສືຜ່ານ ແດນຢູ່ກົມກົງສຸນ ຫລື ສູນຮັບຄຳ ຮ້ອງເຮັດໜັງສືຜ່ານແດນຢູ່6ແຂວງ ຂ້າງເທິງ ຫາກບໍ່ໄດ້ຮັບໜັງສືຜ່ານ ແດນຕາມວັນກຳນົດນັດໝາຍ ແມ່ນ ໃຫ້ເຂົ້າມາພົວພັນນຳພະນັກງານທີ່ ກ່ຽວຂ້ອງຂອງກົມກົງສຸນ, ສຳລັບ ຢູ່ສູນຮັບຄໍາຮ້ອງແມ່ນໃຫ້ເຂົ້າໄປ ພົວ ພັນກັບຫົວໜ້າ ຫລື ພະນັກງານ ຂອງສູນຮັບຄຳຮ້ອງ ເພື່ອຕິດຕາມ ແລະ ພິຈາລະນາແກ້ໄຂໄປຕາມທາງ ຄວນ. ໃນໂອກາດນີ້,ກົມກົງສຸນຂໍອະໄພ ໃນຄວາມບໍ່ສະດວກຕໍ່ກັບການໃຫ້ ບໍລິການ ໃນການດຳເນີນການອອກ ໜັງສືຜ່ານແດນໃຫ້ພໍ່ແມ່ປະຊາຊົນ, ພະນັກງານ,ທະຫານແລະຕຳຫລວດ ບໍ່ໄດ້ທັນຕາມກຳນົດນັດໝາຍໃນ ໄລຍະຜ່ານມາແລະຂໍສະແດງຄວາມ ຂອບໃຈມາຍັງທຸກທ່ານທີ່ໃຫ້ການ ຮ່ວມມື ແລະ ສະແດງຄວາມຮູ້ບຸນ ຄຸນມາຍັງລັດຖະບານກໍຄື ການນຳ ຂອງກະຊວງການຕ່າງປະເທດທີ່ໄດ້ ໃກ້ຊິດຕິດແທດ ແລະ ໃຫ້ທິດຊີ້ນຳໃນ ການແກ້ໄຂບັນຫາໃຫ້ສຳເລັດໄປໄດ້ ດ້ວຍດີ. ຂ່າວ: ກຕທ ວ່າດ້ວຍການບັນຊີ ປະກອບມີ 10 ພາກ, 12 ໝວດ, 89 ມາດຕາ ເຊິ່ງ ໄດ້ມີການປັບປຸງ 67 ມາດຕາ ແລະ ສ້າງໃໝ່ 1 ມາດຕາ. ພາຍຫລັງກົດ ໝາຍສະບັບນີ້, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ແລ້ວ ຈະເຮັດໃຫ້ກົດໝາຍວ່າດ້ວຍ ການບັນຊີ ມີເນື້ອໃນຄົບຖ້ວນ, ຊັດ ເຈນ, ມີປະສິດທິຜົນສູງຂຶ້ນເປັນບ່ອນ ອີງໃນການກຳນົດນະໂຍບາຍຊຸກຍູ້, ສົ່ງເສີມ ແລະ ສ້າງແຮງຈູງໃຈໃຫ້ ຫົວໜ່ວຍຖືບັນຊີເຄື່ອນໄຫວຖືກ ຕ້ອງຕາມກົດໝາຍ, ມາດຕະຖານ ບັນຊີ, ລົບລ້າງການຖືບັນຊີ 2 ຫລື ຫລາຍລະບົບພ້ອມທັງຊຸກຍູ້ໃຫ້ມີ ການຖືບັນຊີຫລາຍຂຶ້ນ ເພື່ອເປັນພື້ນ ຖານໃຫ້ແກ່ການຄຸ້ມຄອງລາຍຮັບ ແລະ ລາຍຈ່າຍງົບປະມານແຫ່ງລັດ, ຕ້ານ ແລະ ສະກັດກັ້ນປາກົດຫຍໍ້ທໍ້ ດ້ານການເງິນ ແລະການບັນຊີ,ພ້ອມ ທັງ ຈະເຮັດໃຫ້ການຄຸ້ມຄອງ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ໃຫ້ນັກບັນຊີ ຂອງພາກລັດ ແລະ ເອກະຊົນ ມີຄວາມເຂັ້ມແຂງ ແລະ ເປັນມືອາຊີບດ້ານວຽກງານບັນຊີ. ທັງຍົກສູງຄຸນນະພາບເອກະສານ ລາຍງານການເງິນ ໃຫ້ມີຄວາມຖືກ ຕ້ອງໂປ່ງໄສ, ທັນສະໄໝ ແລະ ສາ ມາດກວດສອບໄດ້ ພ້ອມທັງສ້າງ ຄວາມເຊື່ອໝັ້ນ ໃຫ້ແກ່ນັກລົງທຶນທັງ ພາຍໃນ ແລະ ຕ່າງປະເທດ. ພ້ອມນີ້, ຍັງຈະປົກປ້ອງສິດຜົນປະໂຫຍດ ຂອງລັດ, ຂອງລວມໝູ່ ແລະ ຂອງ ປະຊາຊົນ, ເຮັດໃຫ້ການຈັດຕັ້ງ, ພະ ນັກງານ-ລັດຖະກອນ ທີ່ເຮັດວຽກ ຄຸ້ມຄອງການເງິນ-ການບັນຊີມີສະ ຕິເຄົາລົບກົດໝາຍ ແນໃສ່ການ ຄຸ້ມຄອງການເງິນແຫ່ງລັດໃຫ້ເຂັ້ມ ແຂງ ແລະ ການພັດທະນາເສດຖະ ກິດ-ສັງຄົມມີການຂະຫຍາຍຕົວ. ທ່ານ ສັນຕິພາບ ພົມວິຫານ ກ່າວ ອີກວ່າ: ຜ່ານການຈັດຕັ້ງປະຕິ ບັດກົດໝາຍວ່າດ້ວຍການບັນຊີມາ ຮອດປັດຈຸບັນ ເຫັນວ່າເປັນເຄື່ອງ ມືທີ່ສຳຄັນແລະຈຳເປັນໃນການຄຸ້ມ ຄອງການເງິນແຫ່ງລັດໂດຍສະ ເພາະ ການຄຸ້ມຄອງ, ຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດວຽກ ງານບັນຊີຢ່າງລວມສູນ ແລະ ເປັນ ເອກະພາບ ໃນຂອບເຂດທົ່ວປະເທດ ມີປະສິດທິພາບ ແລະ ປະສິີດທິຜົນ, ທັງເປັນພື້ນຖານໃນການຄຸ້ມ ຄອງ ເກັບລາຍຮັບ ແລະ ລາຍຈ່າຍງົບປະ ມານແຫ່ງລັດ ໃຫ້ມີຄວາມຖືກຕ້ອງ, ໂປ່ງໄສ, ທັນເວລາ ແລະ ສາມາດ ກວດສອບໄດ້. ເຖິງແນວໃດກໍຕາມ, ອີງໃສ່ສະພາບການຂະຫຍາຍຕົວ ຂອງ ເສດຖະກິດ-ສັງຄົມ,ກົດໝາຍ ວ່າດ້ວຍການບັນຊີ ສະບັບນີ້ ໄດ້ນຳ ໃຊ້ມາເກືອບ 10 ປີແລ້ວ ເຫັນວ່າມີ ບາງເນື້ອໃນບໍ່ສອດຄ່ອງກັບສະ ພາບການຂະຫຍາຍຕົວຂອງເສດຖະ ກິດ-ສັງຄົມ ໃນປັດຈຸບັນ ແລະ ບັນ ດາກົດໝາຍທີ່ຕິດພັນກັບການຈັດ ຕັ້ງປະຕິບັດວຽກງານບັນຊີ ໄດ້ມີ ການປັບປຸງ ຈຶ່ງເຮັດໃຫ້ມີບາງເນື້ອ ໃນຂອງກົດໝາຍວ່າດ້ວຍການບັນ ຊີບໍ່ສອດຄ່ອງ ແລະ ກົມກຽວກັນ ເທົ່າທີ່ຄວນ. ສະນັ້ນ, ຈຶ່ງມີຄວາມຈຳ ທ່ອງທ່ຽວ ພ້ອມດ້ວຍບັນດາຫົວໜ້າ ກົມ ແລະ ແຂກຖືກເຊີນເຂົ້າຮ່ວມ. ການລົງນາມບົດບັນທຶກຄວາມ ເຂົ້າໃຈສະບັບນີ້ ແມ່ນເພື່ອກຳນົດ ຫລັກການ ແລະ ລະບຽບການກ່ຽວ ກັບການສ້າງຕັ້ງບໍລິສັດ ລັດຮຸ້ນ ສ່ວນອຸດສາຫະກຳທ່ອງທ່ຽວລາວ ຈຳກັດ ເພື່ອພັດທະນາການທ່ອງ ທ່ຽວ ຢູ່ ສປປ ລາວ ຕາມແນວທາງ ນະໂຍບາຍກົດໝາຍ ແລະ ແຜນພັດ ທະນາການທ່ອງທ່ຽວຂອງ ສປປ ລາວ ໂດຍມີການສຶກສາຄວາມ ເປັນໄປໄດ້ຕາມບົດວິພາກເສດຖະ ກິດ-ເຕັກນິກ ໃນເບື້ອງຕົ້ນ, ກຳນົດ ແຜນການດຳເນີນທຸລະກິດ, ຄວາມ ຮັບຜິດຊອບຂອງແຕ່ລະຝ່າຍ,ລວມ ທັງເງື່ອນໄຂການສ້າງຕັ້ງ ແລະ ການເຄື່ອນໄຫວຂອງບໍລິສັດ ແນ ໃສ່ການອະນຸລັກ, ປົກປັກຮັກສາ ຊັບພະຍາກອນທ່ອງທ່ຽວ ໃຫ້ຄົງຄຸນ ຄ່າ ເປັນທ່າແຮງດຶງດູດນັກທ່ອງ ທ່ຽວ, ນັກລົງທຶນພາຍໃນ ແລະ ຕ່າງປະເທດ, ສ້າງລາຍຮັບໃຫ້ລັດ, ສ້າງວຽກເຮັດງານທຳ, ກະຈາຍ ລາຍໄດ້ສູ່ສັງຄົມ, ປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດສັງຄົມຕາມທິດສີຂຽວ ແລະ ຍືນຍົງ. ຂ່າວ:ວຽງສະຫວັນ, ພາບ: ຂັນໄຊ ທ່ານ ຄຳແພງ ວິລະພັນ ລາຍ ງານໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍ ການຕິດຕາມ ກວດກາ ຂອງສະພາ ແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງປະກອບມີ VIII ພາກ, 10 ໝວດ 104 ມາດຕາ ເຊິ່ງໄດ້ເພີ່ມ ໃໝ່ 13 ມາດຕາ, ປັບປຸງ 61 ມາດ ຕາ, ຕັດອອກ 6 ມາດຕາ ແລະ ຮັກ ສາເດີມ 37 ມາດຕາ. ການປັບປຸງ ກົດໝາຍ ສະບັບດັ່ງກ່າວ ເພື່ອໃຫ້ ສອດຄ່ອງກັບສະພາບການຂະ ຫຍາຍຕົວທາງດ້ານເສດຖະກິດສັງຄົມ ໃນໄລຍະໃໝ່ ໂດຍສະເພາະ ສະພາບການປັບປຸງ, ປ່ຽນແປງດ້ານ ກົງຈັກ ແລະ ບຸກຄະລາກອນ ທີ່ສະ ພາແຫ່ງຊາດ, ສະພາປະຊາຊົນ ຂັ້ນແຂວງເລືອກຕັ້ງ, ແຕ່ງຕັ້ງ ແລະ ຮັບຮອງເອົາ, ທັງເຮັດໃຫ້ເນື້ອໃນ ກົດໝາຍ ຈະແຈ້ງ, ຄົບຖ້ວນ, ເຮັດ ໃຫ້ການຕິດຕາມກວດກາມີຄວາມ ວ່ອງໄວ, ໂປ່ງໄສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທຳ ໂດຍສະ ເພາະການຊັກຖາມເປົ້າໝາຍຖືກ ກວດກາ, ການຊີ້ແຈງ, ການໃຫ້ຄະ ແນນ, ການແກ້ໄຂຜົນຂອງການ ກວດ ກາ ແລະ ເປັນການສ້າງຄວາມ ຮັບຮູ້, ເຂົ້າໃຈ ໃຫ້ພາກສ່ວນກ່ຽວ ຂ້ອງລວມທັງບຸກຄະລາກອນ ຂອງ ສະພາແຫ່ງຊາດ ແລະ ສະພາປະ ຊາຊົນ ຂັ້ນແຂວງ ໃຫ້ສາມາດໄຈ້ ແຍກໄດ້ ລະຫວ່າງການຕິດຕາມ ກວດກາ ຂອງສະພາແຫ່ງຊາດ,ສະ ພາປະຊາຊົນຂັ້ນແຂວງ ແລະ ການ ຕິດຕາມກວດກາຂອງອົງການອື່ນ. ພາຍຫລັງຮ່າງກົດໝາຍວ່າ ດ້ວຍການຕິດຕາມກວດກາຂອງ ສະພາແຫ່ງຊາດ ແລະ ສະພາປະ ຊາຊົນຂັ້ນແຂວງ (ສະບັບປັບປຸງ) ຖືກຮັບຮອງ ແລະປະກາດໃຊ້ຈະ ເຮັດໃຫ້ເນື້ອໃນກົດໝາຍມີຄວາມ ອຸດົມສົມບູນ, ລະອຽດຈະແຈ້ງຂຶ້ນ, ເຂົ້າໃຈງ່າຍ, ສອດຄ່ອງກັບຕົວຈິງ, ສາມາດຈັດຕັ້ງປະຕິບັດໄດ້ ແລະ ເປັນເຄື່ອງມື, ເປັນບ່ອນອີງໃຫ້ ແກ່ການເຄື່ອນໄຫວຕິດຕາມກວດ ກາຂອງສະພາແຫ່ງຊາດ ແລະ ສະ ພາປະຊາຊົນ ຂັ້ນແຂວງ ໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນ; ເປັນ ບ່ອນອີງໃຫ້ແກ່ການປັບປຸງກົດ ໝາຍ ໃນຂົງເຂດຄວາມຮັບຜິດຊອບ ຂອງສະພາແຫ່ງຊາດ ທີ່ຈະປັບ ປຸງໃນຕໍ່ໜ້ານີ້. ພ້ອມທັງເຮັດໃຫ້ ການຈັດຕັ້ງລັດ, ອົງການຈັດຕັ້ງສັງ ຄົມ ແລະ ພົນລະເມືອງທຸກຄົນມີ ຄວາມຮັບຮູ້, ເຂົ້າໃຈຕໍ່ພາລະບົດ ບາດ, ສິດ, ໜ້າທີ່ຂອງສະພາແຫ່ງ ຊາດ, ສະພາປະຊາຊົນຂັ້ນແຂວງ ແລະ ໃຫ້ການຮ່ວມມືຫລາຍຂຶ້ນ. ທ່ານ ຄຳແພງ ວິລະພັນ ໃຫ້ ຮູ້ອີກວ່າ: ກົດໝາຍວ່າດ້ວຍການ ຕິດຕາມກວດກາ ຂອງສະພາແຫ່ງ ຊາດ ສະບັບທໍາອິດ ຖືກຮັບຮອງເອົາ ໃນກອງປະຊຸມສະໄໝສາມັນ ເທື່ອ ທີ 4 ຂອງສະພາແຫ່ງຊາດ ຊຸດທີ V ປີ2004 ແລະ ໄດ້ປັບປຸງມາເປັນກົດ ໝາຍວ່າດ້ວຍການຕິດຕາມກວດ ກາຂອງສະພາແຫ່ງຊາດ ແລະສະ ພາປະຊາຊົນຂັ້ນແຂວງໃນປີ2016 ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມ ສະພາແຫ່ງຊາດ. ຜ່ານການຈັດຕັ້ງ ປະຕິບັດມາເປັນເວລາ 7 ປີ ເຫັນ ວ່າ ກົດໝາຍສະບັບດັ່ງກ່າວໄດ້ເປັນ ເຄື່ອງມືສຳຄັນໃຫ້ແກ່ສະພາແຫ່ງ ຊາດແລະສະພາປະຊາຊົນຂັ້ນແຂວງ ໃນການຕິດຕາມກວດກາການຈັດ ຕັ້ງປະຕິບັດລັດຖະທຳມະນູນ, ກົດ ໝາຍ, ມະຕິກອງປະຊຸມສະພາແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ, ມະຕິຄະນະປະຈຳສະພາ ແຫ່ງ ຊາດ ແລະ ສະພາປະຊາຊົນຂັ້ນ ແຂວງ ຂອງບັນດາເປົ້າໝາຍທີ່ຖືກ ຕິດຕາມກວດກາ ໃຫ້ມີສະຕິຕື່ນຕົວ ໃນການເຄົາລົບ ແລະ ປະຕິບັດຢ່າງ ເຂັ້ມງວດ. ຂ່າວ: ທະນູທອງ ພາບ: ສຸກສະຫວັນ ສຶກສາຄວາມເປັນໄປໄດ້... ເປັນຕ້ອງມີການຄົ້ນຄວ້າປັບປຸງກົດ ໝາຍດັ່ງກ່າວ ເພື່ອໃຫ້ມີເນື້ອໃນຈະ ແຈ້ງ, ຄົບຖ້ວນ ແລະ ຮັດກຸມຂຶ້ນ ກວ່າເກົ່າ. ຂ່າວ: ທະນູທອງ ພາບ: ສຸກສະຫວັນ ສະພາແຫ່ງຊາດ ພິຈາລະນາ...

RkJQdWJsaXNoZXIy MTc3MTYxMQ==