g,n v'30' gxu f0t[;ola d1kxh v'da o rtpkfla f c]t gxu foE-q o]txtmko xtgmf]k; 7 gsfdko{dkora fmtok 13/11/2023 ຄະນະຜູ້ແທນປະເທດລາວ... ສະຖາບັນເລືອດແຫ່ງຊາດ... ຂປລ. ສະຖາບັນເລືອດແຫ່ງຊາດ ຮ່ວມກັບບໍລິສັດ ເບຍລາວ ຈຳກັດ ຈັດກິດຈະກຳ ເຊີນຊວນພະນັກງານ ບໍລິຈາກເລືອດ ເພື່ອຕໍ່ຊີວິດ ເພື່ອນມະ ນຸດຂຶ້ນ ທີ່ສຳນັກງານໃຫຍ່ບໍລິສັດ ເບຍລາວໃນວັນທີ10 ພະຈິກ2023, ເຊິ່ງການບໍລິຈາກເລືອດຄັ້ງນີ້ ຄາດ ວ່າຈະໄດ້ເລືອດ ປະມານ 100 ກວ່າ ຖົງ ໂດຍການເຂົ້າຮ່ວມຂອງທ່ານ ເຮັນລິກ ໂຈແອນເດີຊັນ ຜູ້ອຳນວຍ ການໃຫຍ່ບໍລິສັດ ເບຍລາວ, ທ່ານ ສິດທິໄຊ ເກດຕະວົງ ຜູ້ອໍານວຍ ການຝ່າຍກິດຈະກຳ ເພື່ອສັງຄົມ ແລະ ບໍລິຫານ, ທ່ານ ນາງ ຈີລະພາ ແກ້ວຄຳຜຸຍ ຮອງຫົວໜ້າສະຖາບັນ ເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ ພ້ອມດ້ວຍພະນັກ ງານຈາກສອງພາກສ່ວນ. ທ່ານ ສິດທິໄຊ ເກດຕະວົງ ໄດ້ໃຫ້ ສຳພາດວ່າ: ໃນໄລຍະຜ່ານມາທາງ ບໍລິສັດ ເບຍລາວ ກໍໄດ້ມີການລະດົມ ພະນັກງານ, ກຳມະກອນ ພາຍໃນ ບໍລິຈາກເລືອດເປັນປະຈຳ ເຊິ່ງເປັນ ແຜນງານ ແລະ ເປັນພັນທະທີ່ບໍ ລິສັດຕ້ອງໄດ້ປະກອບສ່ວນຊ່ວຍ ເຫລືອສັງຄົມ, ພ້ອມນີ້ ກໍໄດ້ຊ່ວຍ ເຫລືອທຶນປີໜຶ່ງໆປະມານ 100 ກວ່າ ລ້ານກີບ. ຂະນະທີ່ປີນີ້, ເປັນປີພິ ເສດທີ່ທາງສູນເລືອດມີຄວາມຕ້ອງ ການເລືອດຫລາຍ ເພື່ອໄປເກັບຮັກ ສາໄວ້ຢູ່ສູນຕອບສະໜອງແກ່ຄົນ ເຈັບ. ດັ່ງນັ້ນ, ຈຶ່ງໄດ້ຈັດກິດຈະກຳບໍ ລິຈາກເລືອດຂຶ້ນ ເຊິ່ງຄັ້ງນີ້ ເປັນຄັ້ງ ທີສອງຂອງປີ 2023. ການຈັດກິດ ຈະກຳດັ່ງກ່າວ ແມ່ນເພື່ອຢາກປະ ກອບສ່ວນບໍລິຈາກເລືອດ ໃຫ້ໄດ້ ເລືອດຈຳນວນຫລວງຫລາຍ ປະ ກອບສ່ວນເຂົ້າໃນສູນເລືອດ ເພື່ອ ຊ່ວຍກອບກູ້ເອົາຊີວິດຄົນເຈັບທີ່ ຕ້ອງການເລືອດ. ນອກຈາກນີ້, ພວກ ໜັງສືພິມສຶກສາ... 10 ພະຈິກ 2023 ທີ່ສໍານັກຂ່າວ ສານປະເທດລາວ. ທ່ານ ສຸກສາຄອນ ສີປະເສີດ ຜູ້ອໍານວຍການສູນໂຄສະນາຂ່າວ ສານການສຶກສາ ແລະ ກິລາ ໄດ້ ກ່າວວ່າ: ສູນໂຄສະນາຂ່າວສານ ການສຶກສາ ແລະ ກິລາ ປະກອບມີ 3 ຂະແໜງການ ເປັນຕົ້ນ ວິທະຍຸ, ວາລະສານ ແລະ ໜັງສືພິມ ເຊິ່ງ ໄດ້ຫັນຈາກລະບົບອັອບລາຍມາ ເປັນອອນລາຍ ເມື່ອກ່ອນພວກເຮົາ ມີພຽງແຕ່ເຟສບຸກ ແລະ ຢາກມີ ໜັງສືພິມອອນລາຍຄືກັບພາກ ສ່ວນອື່ນໆ. ປັດຈຸບັນ, ພວກເຮົາຫາກໍພັດທະ ນາເວັບໄຊ ໜັງສືພິມສຶກສາ ແລະ ກິລາ ໄດ້ປະມານ 2 ເດືອນກວ່າ. ການແລກປ່ຽນ ແລະ ຖອດຖອນບົດ ຮຽນກັບສໍານັກຂ່າວສານປະເທດ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຕໍ່ຈາກໜ້າ ແຂວງຊຽງຂວາງ ໄດ້ຈັດກິດຈະກຳ ໂຄສະນາວຽກງານເກັບກູ້ລະເບີດ ບໍ່ທັນແຕກໃຫ້ບັນດາຜູ້ແທນໄດ້ຮັບ ຊົມ ເປັນຕົ້ນ ແນວຄິດຊຸມຊົນຕໍ່ບັນ ຫາລະເບີດບໍ່ທັນແຕກ, ພຶດຕິກຳຂອງ ຊຸມຊົນຕໍ່ລະເບີດບໍ່ທັນແຕກ, ການ ຖາມ-ຕອບທົດສອບຄວາມຮູ້ເດັກ ນັກຮຽນ, ຮັບຟັງລາຍງານປະສົບ ການຜູ້ຖືກເຄາະຮ້າຍ ແລະ ອື່ນໆ. ບ້ານດ່ອງ ເປັນບ້ານໜຶ່ງໃນບັນ ດາບ້ານຂອງແຂວງຊຽງຂວາງ ທີ່ ຖືກຜົນກະທົບຈາກບັນດາລະເບີດ ບໍ່ທັນແຕກ ມີເນື້ອທີ່ 2.427 ເຮັກຕາ ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນ ແຕກ 25 ຄົນ, ເສຍຊີິວິດ 2 ຄົນ ແລະ ບາດເຈັບ 1 ຄົນ. ຈຸດພິເສດຂອງ ບ້ານດ່ອງໄລຍະຜ່ານມາແມ່ນຖືກ ສົງຄາມຖິ້ມລູກລະເບີດຖະຫລົ່ມ ຢ່າງໜັກ ເຮັດໃຫ້ເຮືອນຊານໄຮ່ນາ ພູຜາ-ປ່າໄມ້ ໄດ້ກາຍເປັນພື້ນທີ່ສີ ແດງ, ພໍ່ແມ່ລູກປະຊາຊົນໄດ້ຕາຍພັດ ພາກກັນ. ມາຮອດປັດຈຸບັນປະຊາ ຊົນຍັງມີຄວາມສ່ຽງຕໍ່ລະເບີດບໍ່ທັນ ແຕກໃນການດຳລົງຊີວິດໂດຍສະ ເພາະການເຮັດໄຮ່-ນາຮົ້ວສວນ ແລະອື່ນໆ.ສະນັ້ນ,ອົງການປົກຄອງ ບ້ານດ່ອງ ຈຶ່ງໄດ້ສະເໜີນຳອົງການ ຈັດຕັ້ງສາກົນ ແລະ ຜູ້ໃຫ້ທຶນສືບຕໍ່ ກວດກູ້ພື້ນທີ່ມີລະເບີດຕົກຄ້າງໃຫ້ ຊາວບ້ານດ່ອງ ໄດ້ນຳໃຊ້ເນື້ອທີ່ດິນ ຢ່າງປອດໄພ ເພື່ອການດຳລົງຊີວິດ ລາວ ຄັ້ງນີ້ ເພື່ອຈະໄດ້ນໍາເອົາບົດ ຮຽນດັ່ງກ່າວມາໝູນໃຊ້ເຂົ້າໃນການ ບໍລິການຄຸ້ມຄອງໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ ແລະ ເວັບໄຊ ຂອງສູນໂຄສະນາ ຂ່າວສານການສຶກສາແລະກິລາ,ສະ ຖາບັນຄົ້ນຄວ້າວິທະຍາສາດການ ສຶກສາ, ກະຊວງສຶກສາທິການ ແລະ ກິລາ ໃຫ້ມີປະສິດທິພາບຫລາຍຂຶ້ນ ກວ່າເກົ່າ. ໂອກາດນີ້, ທ່ານ ນາງ ສີວັນໄຊ ສີພັນຄຳ ຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ໄດ້ ໃຫ້ຮູ້ວ່າ: ສຳນັກຂ່າວສານປະເທດ ລາວໄດ້ເລີ່ມສ້າງຕັ້ງແລະຈັດພິມໜັງ ສືພິມປະເທດລາວລາຍວັນ (ພາ ສາລາວ) ສະບັບທຳອິດ ປີ 2001 ເປັນສີຂາວດຳ ເຊິ່ງມີຍອດການພິມ ເບື້ອງຕົ້ນ 4.000 ສະບັບຕໍ່ມື້, ຕໍ່ມາ ປີ 2006 ໄດ້ສອດສີໜ້າໜັງສືພິມ ໜ້າທຳອິດດ້ວຍລະບົບໂປຣແກມ ຄອມພິວເຕີ ແລະ ການຈັດສົ່ງຕົ້ນສະ ບັບເຂົ້າໂຮງພິມດ້ວຍລະບົບເຕັກນິກ ການສື່ສານທີ່ທັນສະໄໝ ຈົນມາ ເຖິງປັດຈຸບັນ. ນອກຈາກນັ້ນ, ສຳນັກ ຂ່າວສານພວກເຮົາກໍໄດ້ມີຄວາມ ພະຍາຍາມເລັ່ງພັດທະນາຍົກລະ ດັບການພິມຈາກການພິມເປັນໃບ ຂ່າວພາສາຕ່າງປະເທດ (,PL News) ມາເປັນໜັງສືພິມລາຍວັນ ຂາວດຳ(ພາສາອັງກິດແລະຝຣັ່ງ) ດ້ວຍຍອດການພິມ ເບື້ອງຕົ້ນ 300 ສະບັບຕໍ່ມື້ ແລະ ຕໍ່ມາໃນປີ 2012 ກໍໄດ້ພັດທະນາຂຶ້ນ ດ້ວຍການເພີ່ມ ການພິມສອດສີໜ້າທຳອິດ ແລະ ຢຸດຕິການພິມໜ້າໜັງສືພິມທີ່ເປັນ ພາສາຝຣັ່ງ ແລ້ວປ່ຽນມາເປັນການ ກະຈາຍຂ່າວຜ່ານເວັບໄຊແທນ ຈົນ ມາເຖິງປັດຈຸບັນ. ນອກຈາກການຈັດ ພິມໜັງສືພິມແລ້ວ, ນັບແຕ່ປີ 2012 ເປັນຕົ້ນມາ, ຄະນະບັນນາທິການ ໜັງສືພິມດັ່ງກ່າວ ຍັງໄດ້ຈັດສົ່ງຂ່າວ ສັ້ນຜ່ານລະບົບໂທລະສັບມືຖື ແລະ ສົ່ງຂ່າວ-ຮູບພາບຜ່ານສື່ອອນລາຍ ໂດຍການຮ່ວມມືກັບບໍລິສັດລາວ ໂທລະຄົມອີກດ້ວຍ. ໃນປີ 2015 ສຳນັກຂ່າວສານປະເທດລາວ ໄດ້ມີ ການນຳສະເໜີຂ່າວ ແລະ ຮູບພາບ ຢູ່ໃນສື່ສັງຄົມອອນລາຍ (ເຟສບຸກ) ຕື່ມອີກ. ສຳລັບການພັດທະນາວຽກງານ ເຕັກນິກ-ເວັບໄຊ ແລະ ຮູບພາບ: ເນື່ອງຈາກໃນໄລຍະຕົ້ນປີ 2000 ເປັນໄລຍະທີ່ມີການນຳໃຊ້ລະບົບ ເຕັກນິກການສື່ສານທາງອິນເຕີເນັດ ຍັງບໍ່ທັນສະໄໝປານໃດ, ການກະ ຈາຍຂ່າວຜ່ານເວັບໄຊ ກໍຍັງຢູ່ໃນ ໄລຍະທົດລອງນຳໃຊ້, ພະນັກງານ ລັດຖະກອນຍັງບໍ່ທັນເຂົ້າເຖິງການ ນຳໃຊ້ລະບົບຄອມພິວເຕີຫລາຍ ປານໃດ,ການຮັບ-ສົ່ງຂ່າວລະຫວ່າງ ສູນກາງ ແລະ ແຂວງຕ່າງໆ ກໍຍັງ ນຳໃຊ້ລະບົບວິທະຍຸຄື້ນສັນ ແລະ ອື່ນໆ, ແຕ່ດ້ວຍຄວາມພະຍາຍາມ ຂອງຄະນະນຳສຳນັກຂ່າວສານປະ ເທດລາວຈຶ່ງໄດ້ຕັດສິນໃຈຍົກລະດັບ ແລະ ພັດທະນາລະບົບເຕັກນິກການ ສື່ສານອິນເຕີເນັດ ໃຫ້ສາມາດເຊື່ອມ ຕໍ່ກັບໂລກໄດ້ດ້ວຍການຂະຫຍາຍ ລະບົບອິນເຕີເນັດ ແລະ ມີເວບໄຊ ສໍາລັບການກະຈາຍຂໍ້ມູນຂ່າວສານ ຕ່າງໆຜ່ານ www.kplnet.net ໃນຊຸມປີ 2000 ຜ່ານມາ ແລະ ປັບ ປຸງປ່ຽນຊື່ ເປັນ www.kpl.net. la ໃນປີ 2010 ແລະ www.kpl. goW.la ໃນປີ 2014 ຕາມລຳດັບ, ເຊິ່ງມີລະບົບຄວບຄຸມ ທີ່ເອີ້ນວ່າ S&RV&R ເປັນຂອງຕົນເອງ, ຄວບຄຸມ ແລະ ຄຸ້ມຄອງດ້ວຍຕົນເອງ ເພື່ອເກັບມ້ຽນຜະລິດຕະພັນຕ່າງໆ ຂອງສຳນັກໄວ້ໃນສາງເກັບຮັກສາ ແບບຈຸດດຽວ. ຂອງລູກຫລານ ໃນອະນາຄົດ. ໃນຕອນບ່າຍວັນດຽວກັນ, ຄະ ນະຜູ້ແທນ ໄດ້ໄປຢ້ຽມຢາມພາກສະ ໜາມການສຳຫລວດ ແລະ ເກັບກູ້ ລະເບີດບໍ່ທັນແຕກ ແລະ ຮັບຊົມການ ສາທິດວຽກງານການສຳຫລວດ ດ້ານວິຊາການຢູ່ບ້ານດ່ອງ, ເມືອງ ແປກ. ການລົງຢ້ຽມຢາມຄັ້ງນີ້ແມ່ນ ເປັນສ່ວນຂອງແຜນ 5 ປີ ທີ່ລັດຖະ ບານສປປລາວແລະອົງການສປຊ ເພື່ອການພັດທະນາ ປະຈຳ ສປປ ລາວໄດ້ໃຫ້ການສະໜັບສະໜູນດ້ານ ປະສິດທິຜົນ ແລະ ປະສິດທິພາບ ຂອງຂະແໜງແກ້ໄຂບັນຫາ ລບຕ ເພື່ອປະກອບສ່ວນເຂົ້າໃນການບັນລຸ ເປົ້າໝາຍການພັດທະນາແບບຢືນ ຢົງທີ18ແລະເສັ້ນທາງກ້າວສູ່ຄວາມ ປອດໄພ III ທີ່ໄດ້ຮັບທຶນສະໜັບ ສະໜູນ ຈາກລັດຖະບານ ສ ເກົາຫລີ, ນູແວນເຊລັງ, ອຽກລັງ ແລະ ລຸກຊຳ ບວກ ແຕ່ປີ 2022 ຫາ2026. ນັບແຕ່ ປີ 2008-2023, ຢູ່ ແຂວງຊຽງຂວາງ ມີອຸບັດເຫດເກີດ ຂຶ້ນທັງໝົດ 232 ຄັ້ງ ເຮັດໃຫ້ມີຜູ້ ເສຍຊີວິດ ຫລື ບາດເຈັບ 331 ຄົນ, ໃນນັ້ນເສຍຊີວິດ 52 ຄົນ. ໂດຍໄດ້ ຮັບການສະໜັບສະໜູນຈາກລັດຖະ ບານ ສປປ ລາວ ແລະ ປະເທດຜູ້ໃຫ້ ທຶນແຂວງຊຽງຂວາງສາມາຈັດຕັ້ງ ປະຕິບັດວຽກງານເກັບກູ້ລະເບີດ ອອກຈາກພື້ນທີ່ໄດ້ 18.605 ເຮັກ ຕາ, ໃນນີ້ແມ່ນດິນກະສິກຳກວມ 87%. ຂ່າວ-ພາບ: ບຸນກອງ ເຮົາຍັງຖືວຽກງານບໍລິຈາກເລືອດ ເປັນວຽກສຳຄັນ ໂດຍໃນແຕ່ລະປີກໍ ໄດ້ຈັດຕັ້ງປະຕິບັດ ແລະ ຮ່ວມກັນບໍ ລິຈາກເລືອດທຸກປີມາຕະຫລອດ. ຢ່າງໃດກໍດີ ການບໍລິຈາກເລືອດ ແມ່ນມີຄວາມສຳຄັນຫລາຍຈຶ່ງຢາກ ຮຽກຮ້ອງມາຍັງສັງຄົມຕ້ອງເຂົ້າ ມາມີສ່ວນຮ່ວມບໍລິຈາກເລືອດໃຫ້ ຫລາຍຂຶ້ນ ເພື່ອຊ່ວຍເຫລືອຄົນເຈັບ ທີ່ຍັງຕ້ອງການເລືອດຕາມໂຮງໝໍ ຕ່າງໆ, ຖ້າເຮົາໄດ້ປະກອບສ່ວນ ບໍລິຈາກເລືອດ ຫລື ໃຫ້ເລືອດກໍປານ ການເຮັດບຸນທີ່ໃຫຍ່ຫລວງທີ່ສຸດ ແລະ ໃຫ້ຊີວິດໃໝ່ແກ່ຄົນອື່ນໆ. ຂະນະທີ່ ທ່ານ ນາງ ຈີລະພາ ແກ້ວຄຳຜຸຍ ໃຫ້ສຳພາດວ່າ: ການ ບໍລິຈາກເລືອດແມ່ນມີຄວາມສຳຄັນ ຫລາຍ ເພາະວ່າບໍ່ມີໂຮງງານໃດທີ່ ຜະລິດເລືອດມານຳໃຊ້ໃຫ້ແກ່ຄົນ ເຮົາໄດ້ມີແຕ່ການບໍລິການຈາກ ເລືອດ ຈາກຄົນສູ່ຄົນເທົ່ານັ້ນ ຈຶ່ງສາ ມາດນຳໃຊ້ເຂົ້າໃນການປິ່ນປົວຄົນ ເຈັບໄດ້. ປັດຈຸບັນນີ້, ຄວາມຕ້ອງ ການເລືອດ ເພື່ອກອບກູ້ເອົາຊີວິດຄົນ ແມ່ນມີຫລາຍ ໂດຍສະເພາະແມ່ນ ຄົນເຈັບເປັນມະເຮັງ, ຄົນຂາດເລືອດ ປະຈຳ, ເກີດອຸບັດເຫດ, ຜ່າຕັດ, ຄົນເຈັບທີ່ເປັນແມ່ເສຍເລືອດເວລາ ເກີດລູກໃໝ່, ເຊິ່ງຄວາມຕ້ອງການ ເລືອດມື້ໜຶ່ງຢ່າງໜ້ອຍ 200-300 ຖົງ. ດັ່ງນັ້ນ, ເມື່ອຄວາມຕ້ອງ ການເລືອດສູງຄືດັ່ງກ່າວ ພວກເຮົາ ຕ້ອງໄດ້ຮ່ວມກັນບໍລິຈາກເລືອດໃຫ້ ຫລາຍຂຶ້ນ ເພື່ອສາມາດຕອບສະ ໜອງໄດ້ຕາມຄວາມຕ້ອງການຂອງ ຄົນເຈັບທີ່ຍັງລໍຄອຍເລືອດຢູ່ໃນປັດ ຈຸບັນນີ້. ສຳລັບການບໍລິຈາກເລືອດ ຢູ່ບໍລິສັດເບຍຄັ້ງນີ້, ຄາດວ່າຈະໄດ້ ເລືອດປະມານ 100 ກວ່າຖົງ. ທ່ານນາງ ຈີລະພາ ແກ້ວຄຳຜຸຍ ກ່າວຕື່ມວ່າ:ໃນແຕ່ລະມື້ການຕອບ ສະໜອງເລືອດໂດຍລວມ ແລ້ວຍັງ ບໍ່ທັນພຽງພໍຕໍ່ຄວາມຕ້ອງການໂດຍ ອີງໃສ່ອົງການອະນາໄມໂລກຊີ້ໃຫ້ ເຫັນວ່າປະຊາກອນລາວເຮົາຕ້ອງ ບໍລິຈາກເລືອດຢ່າງໜ້ອຍ 1-3%, ແຕ່ປັດຈຸບັນນີ້ ການບໍລິຈາກເລືອດ ຍັງບໍ່ຮອດ 1% ອັນໄດ້ເຮັດໃຫ້ການ ຕອບສະໜອງເລືອດຢູ່ປະເທດເຮົາ ຍັງຂາດແຄນ. ແນວໃດກໍດີການບໍລິ ຈາກເລືອດມີແຕ່ໄດ້ ໂດຍສະເພາະ ແມ່ນເຮັດໃຫ້ສຸພາບແຂງແຮງ, ປອດ ໄພທັງຜູ້ໃຫ້ແລະຜູ້ຮັບ. ນອກຈາກນີ້, ຍັງສາມາດຮູ້ໄດ້ວ່າເລືອດຂອງເຮົາ ແມ່ນເລືອດໝວດໃດ, ສາມາດຮູ້ວ່າ ເຮົາມີພະຍາດຕິດຕໍ່ທາງເລືອດແບບ ໂອໂຕຕື່ມອີກ. ຂະນະດຽວກັນ,ທັງ ສະຖາບັນເລືອດແຫ່ງຊາດ ກໍໄດ້ເກັບ ກຳສະຖິຕິຜູ້ບໍລິການເລືອດ ເພື່ອຂໍ ຍ້ອງຍໍ, ຫລຽນ ຈາກລັດຖະບານ ມອບໃຫ້ຜູ້ທີ່ບໍລິຈາກເລືອດໄດ້ ຫລາຍຄັ້ງ. ສຳລັບສະຖິຕິຜູ້ໃຫ້ບໍລິ ຈາກເລືອດຢູ່ລາວເຮົາກໍມີຜູ້ໃຫ້ບໍລິ ຈາກມາແລ້ວຫລາຍກວ່າ 100 ຄັ້ງ. ຂ່າວ: ຢ່າຕົ່ງ ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ເມືອງໂຂງ ແຂວງຈຳປາສັກ ເປີດຂະບວນການ ສັກຢາປ້ອງກັນພະຍາດສັດເນື່ອງ ໃນວັນສັກຢາປ້ອງກັນພະຍາດສັດ ແຫ່ງຊາດ 11 ພະຈິກ ແລະ ເປີດນ້ຳ ຊົນລະປະທານ ເນື່ອງໃນວັນຊົນລະ ປະທານແຫ່ງຊາດ 3 ພະຈິກ ໃນວັນ ທີ 10 ພະຈິກ 2023 ທີ່ວັດບ້ານ ຫ້ວຍເມືອງໂຂງໂດຍການເຂົ້າຮ່ວມ ຂອງທ່ານ ບຸນເຮັງ ກົມປະເສີດ ຮອງເຈົ້າເມືອງໆໂຂງ, ທ່ານ ທອງ ໃສ ສິມຈະເລີນ ຫົວໜ້າຫ້ອງການ ກະສິກຳ-ປ່າໄມ້ເມືອງ ພ້ອມດ້ວຍ ອຳນາດການປົກຄອງບ້ານ ແລະ ພໍ່ ແມ່ປະຊາຊົນ ບ້ານຫ້ວຍເຂົ້າຮ່ວມ. ທ່ານ ບຸນເຮັງ ກົມປະເສີດ ໃຫ້ ຮູ້ວ່າ: ສປປລາວໄດ້ກຳນົດ ເອົາວັນ ທີ 3 ພະຈິກ ເປັນວັນຊົນລະປະທານ ແຫ່ງຊາດ ເປັນສັນຍານເຕືອນໃຫ້ ປະຊາຊົນທຸກຄົນຮູ້ກະກຽມຄວາມ ພ້ອມລົງມືສູ່ການຜະລິດລະດູແລ້ງ ແລະ ຍັງຖືເອົາເປັນວັນເປີດນຳໃຊ້ ນ້ຳ ເປັນມື້ເລີ່ມຕົ້ນສູ່ການຜະລິດ ເຂົ້ານາແຊງແລະພືດລະດູແລ້ງຢ່າງ ເປັນທາງການ. ເວົ້າລວມກໍ ເພື່ອ ເຮັດໃຫ້ການຈັດຕັ້ງປະຕິບັດວຽກ ງານທີ່ກະຊວງກະສິກຳ ແລະ ປ່າໄມ້ ວາງອອກ ເປັນຕົ້ນ ການຄ້ຳປະກັນ ທາງດ້ານສະບຽງອາຫານ, ການ ຜະລິດໃຫ້ກາຍເປັນສິນຄ້ານັບມື້ ນັບຫລາຍຂຶ້ນ, ການຄຸ້ມຄອງນໍາໃຊ້ ປ່າໄມ້ໃຫ້ມີຄວາມຍືນຍົງ ແລະ ລຶບ ລ້າງຄວາມທຸກຍາກຂອງປະຊາຊົນ ເທື່ອລະກ້າວ, ຊຸກຍູ້ການຜະລິດໃຫ້ ມີປະສິດທິພາບ ແລະ ສ້າງຄວາມ ເຂັ້ມແຂງ ໃຫ້ແກ່ກະສິກອນໃນການ ຜະລິດລະດູແລ້ງຢ່າງເປັນຂະບວນ ກວ້າງຂວາງ ແລະ ຟົດຟື້ນ. ໂອກາດນີ້, ທ່ານ ທອງໃສ ສີມ ຈະເລີນ ກ່າວວ່າ: ປັດຈຸບັນ, ທົ່ວ ເມືອງ ມີສັດລ້ຽງປະເພດງົວຈຳ ນວນ18.616 ໂຕ, ຄວາຍ13.528 ໂຕ, ໝູ 15.904 ໂຕ, ແບ້ 4.518 ໂຕ ແລະ ສັດປີກຈຳນວນ 2 ແສນ ກວ່າໂຕ. ສຳລັບແຜນປູກເຂົ້ານາ ແຊງ ທົ່ວເມືອງມີເນື້ອທີ່ທັງໝົດ 2.999 ເຮັກຕາ, ໃນນັ້ນແມ່ນປູກໃນ ເນື້ອທີ່ເຂດຊົນລະປະທານຊຸມຊົນ 1.717ເຮັກຕາ, ເຂດຊົນລະປະທານ ຂອງລັດ 1.285 ເຮັກຕາ. ພ້ອມ ກັນນີ້, ເມືອງໂຂງ ຍັງມີແຜນການ ປູກພືດສຳຮອງລະດູແລ້ງໃນເນື້ອ ທີ່ 368 ເຮັກຕາ, ພືດທີ່ຈະປູກ ເປັນສ່ວນໃຫຍ່ແມ່ນຢາສູບ, ສາລີ, ເຜືອກ-ມັນ, ພືດຕະກຸນຖົ່ວ ແລະ ພືດຜັກຊະນິດຕ່າງໆຂາຍພາຍໃນ ແລະ ສົ່ງອອກຕ່າງແຂວງ. ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ lh k'7;k,g0A ,c0'.sh d5j ,gda [-k .odkolh k',6 o7j kgrjuj ,zt]y f8tra o-k ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ກະຊວງ ອົດສາຫະກຳ ແລະ ການຄ້າ ຮ່ວມ ກັບກົມສົ່ງເສີມວິສາຫະກິດຂະໜາດ ນ້ອຍ-ກາງ ແລະ ກອງທຶນສົ່ງເສີມ ວິສາຫະກິດຂະໜາດນ້ອຍ-ກາງ ຈັດຝຶກອົບຮົມໂຄງການສ້າງຄວາມ ເຂັ້ມແຂງ ໃຫ້ກຸ່ມເກັບຊາ,ສ້າງມູນ ຄ່າເພີ່ມໃຫ້ຜະລິດຕະພັນຊາ ພາຍ ໃນເມືອງວຽງພູຄາ ແຂວງຫລວງ ນ້ຳທາ ເມື່ອມໍ່ໆມານີ້, ທີ່ເມືອງວຽງ ພູຄາ ໂດຍການເປັນປະທານຂອງ ທ່ານ ຄໍາລາ ຂານສະຫງ່າ ຫົວໜ້າ ພະແນກອຸດສາຫະກໍາ ແລະການຄ້າ ແຂວງ, ມີທ່ານ ຄໍາມວນ ແອÐ ບຸນ ເຫລືອງ ຫົວໜ້າຫ້ອງການອຸດສາ ຫະກໍາ ແລະ ການຄ້າເມືອງ ພ້ອມ ດ້ວຍວິຊາການກ່ຽວຂ້ອງອ້ອມ ຂ້າງເມືອງ ແລະ ຜູ້ຕາງໜ້າກຸ່ມຜະ ລິດຊາພາຍໃນເມືອງເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້ເພື່ອໃຫ້ ກຸ່ມການຜະລິດຊາຮັບຮູ້ ແລະ ເຂົ້າ ໃຈລະບຽບການຂອງການບົວລະ ບັດ, ຂັ້ນຕອນການເກັບຊາ ແລະ ການເຄື່ອນໄຫວ, ການຄຸ້ມຄອງ, ຕິດຕາມກວດກາ ສົ່ງເສີມຈຸນລະວິ ສາຫະກິດຂະໜາດນ້ອຍ-ກາງ, ຊຸກ ຍູ້ສົ່ງເສີມການຜະລິດສິນຄ້າ, ການ ຄ້າ ແລະ ການບໍລິການເພື່ອແນໃສ່ ສ້າງວຽກເຮັດງານທໍາ ເພື່ອສ້າງ ລາຍຮັບແລະ ພັດທະນາ, ຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ຍືນຍົງ, ສ້າງຄວາມເຂັ້ມແຂງ ໃຫ້ກຸ່ມການຜະລິດຊາ ແລະ ສ້າງ ມູນຄ່າເພີ່ມໃຫ້ຜະລິດຕະພັນຊາ ພາຍໃນເມືອງວຽງພູຄາ ແຂວງ ຫລວງນໍ້າທາ ທັງເປັນການປະກອບ ສ່ວນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມຂອງເມືອງກໍຄືຂອງ ແຂວງໃຫ້ເຕີບໃຫຍ່ເຂັ້ມແຂງ. ການຝຶກອົບຮົມຄັ້ງນີ້, ບັນດາ ນັກສໍາມະນາກອນໄດ້ຮັບຟັງການ ຜ່ານຂໍ້ຕົງລົງຂອງທ່ານເຈົ້າແຂວງ ເລກທີ 278 ຈຂ ວ່າດ້ວຍການສົ່ງ ເສີມ ຈູນລະວິສາຫະກິດຂະໜາດ ນ້ອຍ ແລະ ກາງ, ຂໍ້ຕົກລົງຂອງລັດ ຖະມົນຕີກະຊວງອຸດສາຫະກໍາແລະ ການຄ້າ ວ່າດ້ວຍສູນສົ່ງເສີມຫັດຖະ ກໍາ, ເຜີຍແຜ່ເອກະສານກ່ຽວກັບ ການບົວລະບັດຕົ້ນຊາ, ຂັ້ນຕອນ ການເກັບຊາການເກັບຍອດຊາ, ຂັ້ນ ຕອນການຂົ້ວຊາ, ເອກະສານກ່ຽວ ກັບການສ້າງມູນຄ່າເພີ່ມໃຫ້ຜະລິດ ຕະພັນຊາທີ່ມີຫລາຍຮູບແບບ, ລະບຽບການສະໜອງທຶນໃຫ້ໂຄງ ການວິຊາການ ແລະ ການເຂົ້າເຖິງ ແຫລ່ງທຶນດອກເບ້ຍຕໍ່າ ເຊິ່ງປັດ ຈຸບັນ, ເມືອງວຽງພູຄາ ມີກຸ່ມເກັບ ຊາຄື: ກຸ່ມນໍ້າແອ່ງ, ກຸ່ມນໍ້າໂອ,ໜອງ ຄໍາ, ພູລັນເໜືອ, ຕະລອງ, ນໍ້າສິງ, ນໍ້າລຸງ ແລະ ກຸ່ມບ້ານປຣາງ. ຂ່າວ: ຄໍາປິງ
RkJQdWJsaXNoZXIy MTc3MTYxMQ==