xtgmf]k; 6 13/11/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ໂດຍ: ມາລີດາ ly f c]t ra omt 0v'rq o]tg,n v' 8+ ly ]txtdkoltcf' ພົນລະເມືອງທຸກຄົນ ມີສິດໄດ້ ຮັບຂໍ້ມູນຂ່າວສານ, ສາລະຄວາມ ຮູ້, ສາລະບັນເທີງ ແລະ ຊົມໃຊ້ຜະ ລິດຕະພັນສິລະປະການສະແດງ, ມູນເຊື້ອສິລະປະວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມ ຂອງ ຊາດ, ຂອງເຜົ່າ ແລະ ມີພັນທະໃນ ການຟື້ນຟູ, ອະນຸລັກ, ພັດທະນາ, ປົກປັກຮັກສາ, ສົ່ງເສີມ, ເຜີຍແຜ່ ແລະ ສືບທອດວຽກງານສິລະປະ ການສະແດງຂອງຊາດ, ຂອງເຜົ່າ ປະກອບສ່ວນຕ້ານ, ສະກັດກັ້ນແລະ ແກ້ໄຂປາກົດການຫຍໍ້ທໍ້ໃນເຄື່ອນ ໄຫວທາງດ້ານສິລະປະວັດທະນະ ທໍາໃນສັງຄົມ. ກົດໝາຍສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ຫລື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ພົວ ພັນກັບວຽກງານສິລະປະການສະ ແດງ ຢູ່ດິນແດນ ຂອງ ສປປ ລາວ. ໂດຍແມ່ນລັດສົ່ງເສີມການພົວພັນ ຮ່ວມມືກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ດ້ວຍການແລກປ່ຽນ ສິລະປະ ວັດທະນະທໍາ, ສິລະປະ ການສະແດງ, ພັດທະນາບຸກຄະລາ ກອນ, ເຕັກໂນໂລຊີ, ຂໍ້ມູນຂ່າວສານ ເພື່ອເຮັດໃຫ້ວຽກງານສິລະປະ ການສະແດງມີຄຸນນະພາບແລະທັນ ສະໄໝບົນພື້ນຖານການເຄົາລົບກົດ ໝາຍ ແລະ ຮີດຄອງປະເພນີອັນດີ ງານຂອງກັນ ແລະ ກັນ, ປະຕິບັດ ສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. xts;a frtmkfl5 ;a ootzh k7e ວັດທາດສຸວັນນະຜາຄຳ ເປັນ ວັດສັກສິດທີ່ເກົ່າແກ່ ແລະ ມີຊື່ສຽງ ທີ່ໂດ່ງດັ່ງອີກແຫ່ງໜຶ່ງໃນແຂວງບໍ່ ແກ້ວ ປັດຈຸບັນຕັ້ງຢູ່ບ້ານຕີນທາດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ ຂຶ້ນທະບຽນເປັນມໍລະດົກແຫ່ງຊາດ ປະຈໍາທ້ອງຖິ່ນແຫ່ງທໍາອິດຂອງ ແຂວງບໍ່ແກ້ວ ໃນຂະດຽວກັນກໍ່ ກໍາລັງຄົ້ນຄວ້າກຽມສະເໜີຂຶ້ນທະ ບຽນເປັນມໍລະດົກແຫ່ງຊາດລະດັບ ປະເທດ. ພະທາດສຸວັນນະຜ້າຄຳ ຕັ້ງຢູ່ ເທິງ ເນີນພູ ສູງ 200 ແມັດ, ຫ່າງ ຈາກທ່າເຮືອໃຈກາງເທສະບານ ເມືອງຫ້ວຍຊາຍ ໄປປະມານ3ກິໂລ ແມັດ, ເປັນອີກພະທາດໜຶ່ງທີ່ຂຶ້ນ ຊື່ຂອງແຂວງບໍ່ແກ້ວ ແລະ ມີປະ ຫວັດຄວາມເປັນມາທີ່ໜ້າຄົ້ນຫາ. ພະທາດສຸວັນນະຜ້າຄໍາ ຫລື ມີຊື່ ເດີມວ່າ ພະທາດປາກຫ່າຍ (ປາກ ຫ້ວຍຫ່າຍ)ຫລືຄໍາວ່າ hຂ່າຍiຊຶ່ງ ໃນອະດີດມີຊາວລົວະເຄີຍມາປັກ ຫ່າຍ(ຂ່າຍ)ໄວ້ດັກສັດປ່າໃນລ້ອງ ນໍ້າຫ້ວຍແຫ່ງນີ້. ດັ່ງນັ້ນ, ຫ້ວຍດັ່ງ ກ່າວກໍ່ໄດ້ຖືກເອີ້ນວ່າຫ້ວຍປາກ ຫ່າຍແຕ່ນັ້ນເປັນຕົ້ນມາ, ພະທາດ ແຫ່ງນີ້ໄດ້ເປັນປູສະນີຍະສະຖານ ອັນເກົ່າແກ້ທີ່ສຸດ ຊຶ່ງມີອາຍຸ 1.000 ປີ. ອີງຕາມປະຊາຊົນເຂດນັ້ນເລົ່າ ລືກັນວ່າ ທຸກໆມື້ຂຶ້ນ 15 ຄ່ຳ ຈະມີ ແສງສີຕ່າງໆອອກຈາກອົງພະທາດ ຊຶ່ງເປັນສິ່ງທີ່ໜ້າອັດສະຈັນຫລາຍ. ສຳລັບພະທາດທີ່ເຫັນຢູ່ທຸກວັນນີ້, ແມ່ນເປັນທາດທີ່ໄດ້ຮັບການກໍ່ສ້າງ ກວມພະທາດເກົ່າ ເຊິ່ງໄດ້ພຸພັງລົງ ໃນປີ 1956 ກ່ອນທີ່ການສ້າງທາດ ໃໝ່ກວມນັ້ນ, ເຈົ້າສັດທາທັງຫລາຍ ກໍ່ໄດ້ພາກັນຂຸດລົງໄປ ໃນພື້ນຖານ ຂອງທາດເກົ່ານັ້ນ ກໍ່ໄດ້ພົບພະພຸດ ທະຮູບທີ່ຫລໍ່ຫລອມດ້ວຍທອງສໍາ ລິດ ໜ້າຕັກສີ່ຫາຫ້ານິ້ວຫລາຍອົງ ແລະ ພະພຸດທະຮູບຫລໍ່ດ້ວຍເງິນ ຫລາຍອົງ, ພະພຸດທະຮູບດັ່ງກ່າວ ລ້ວນແຕ່ມີລວດລາຍ ແລະ ແກະສະ ລັກຂອງເມືອງລ້ານນາແລະມີວັດຖຸ ສິ່ງຂອງບູຮານບັນຈຸຢູ່ຢ່າງຫລວງ ຫລາຍ ເມື່ອການຂຸດລົງໄປປະມານ 5 ແມັດ ກໍພົບອຸມົງນ້ອຍໆ ແລະ ມີ ພະອູບຫີບຂະໜາດໃຫຍ່ພໍສົມຄວນ ບັນຈຸຢູ່ ອູບໃບນັ້ນໄດ້ມີສະລັກລວດ ລາຍຢ່າງງົດງາມແລະມີປະຕູ່ຫີນສີ ລາປິດໄວ້ຢ່າງດີ ເມື່ອເປີດປະຕູຫີນ ອອກ ກໍເຫັນພະອູບທອງສໍາລິດຢູ່ ຂ້າງໃນ ແລະ ມີການແກະສະລັກ ລວດລາຍອັນງົດງາມຈີຈອມແຫລມ ຄ້າຍກັບພະທາດ, ເມື່ອເປີດຝາ ພະອູບທອງນັ້ນກໍ່ປາກົດເຫັນມີອູບ ເງິນແລະ ເມື່ອໄຂອູບເງິນອອກກໍບັນ ຈຸດ້ວຍອູບຄໍາອີກ ແຕ່ລະອູບລ້ວນ ແຕ່ແກະສະລັກລວດລາຍຢ່າງງົດ ງາມໃບສຸດທ້າຍກໍ່ເປີດອູບຄໍານັ້ນ ອອກມາກໍ່ປາກົດເຫັນພະອັດຖິທາດ ຄໍານ້ອຍໆຈໍານວນ 80 ອົງ ແຕ່ລັກ ສະນະຂອງທາດນ້ອຍດັ່ງກ່າວມີ ລັກສະນະແຕກຕ່າງກັນໄປບາງອັນ ກໍ່ປ້ອມບາງອັນກໍ່ແຫລມທັງໝົດ ເປັນຮູບຊົງເຫລືອມໃສແວວວາວ ເປັນລະຍິບລະຍັບ, ພະທາດນ້ອຍແປດ ສິບແມັດ ໄດ້ບົ່ງບອກເຖິງອາຍຸສັງ ຂານພະສໍາມາສໍາພຸດທະເຈົ້າ ເຊິ່ງ ໄດ້ມີອາຍຸແປດສິບພັນສານັ້ນເອງ. ສິ່ງສໍາຄັນເລື່ອງໜຶ່ງຄືພະແທ່ນຂອງ ພະອູບນັ້ນໄດ້ແກະສະລັກຕົວໜັງສື ລ້ານນາເຖິງມື້ສ້າງພະທາດນີ້ ໃນຈຸ ລະສັກກະຣາດ 384 ເຊິ່ງກົງກັບ ປີ ຄສ 1022. ພະທາດປາກຫ່າຍນີ້ໄດ້ມີພື້ນປະ ຕະພີອັນຮັ່ງມີທີ່ເຕັມໄປດ້ວຍແກ້ວ ແສງອັນລໍ້າຄ່າມູນຄ່າຂອງມັນຍາກ ທີ່ຈະຢັ່ງເຖິງໄດ້. ຕໍ່ມາພະທາດນີ້. ກໍ່ໄດ້ປ່ຽນຊື່ມາເປັນພະທາດສຸວັນ ນະຜ້າຄໍາ ຫລື ຜ້າຄໍາອັນເປັນລັກສະ ນະອັນງົດງາມ ແລະ ເປັນມິ່ງແກ້ວ ຂວັນເມືອງ ເຊິ່ງຊາວເມືອງຫ້ວຍ ຊາຍທຸກຄົນມີຄວາມພາກພູມໃຈ ແລະ ເປັນເຈົ້າການບູລະນະປົກປັກ ຮັກສາໄວ້ທີ່ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ປະຈໍາແຂວງບໍ່ ແກ້ວ ຕະຫລອດໄປ.
RkJQdWJsaXNoZXIy MTc3MTYxMQ==