5746

gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 13/11/2023 xtgmf]k; 4 3]d c]t gsfdko Iv']a f4t,q o8u dt-;' 4;m 8h voIa [ 7totlt,k7q ,oa d0j k;|a 'ln ry ,csj 'xtgmfwm dy f9tdelq j 'glu ,dko7h k,tskot7vo d;k'96 l gdq ks]u 9a f0B omu j o; ຂປລ. ວັນທີ 8 ພະຈິກ 2023 ນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມ ຂ່ຳນັບຂອງຄະນະສະມາຄົມນັກ ຂ່າວໜັງສືພິມ ແຫ່ງປະເທດໄທ ນຳ ໂດຍ ທ່ານ ມົງຄຸນ ບາງປຣະພາ ປະ ທານສະມາຄົມນັກຂ່າວໜັງສືພິມ ແຫ່ງ ປະເທດໄທ ໃນໂອກາດທີ່ເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານ ໂພສີ ແກ້ວມະ ນີວົງ ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ທີ່ທ່ານ ມົງຄຸນ ບາງປຣະພາ ພ້ອມຄະນະທີ່ ເດີນທາງມາເຄື່ອນໄຫວວຽກງານ ໃນຄັ້ງນີ້ ຊຶ່ງເປັນການປະກອບ ສ່ວນສຳຄັນເຂົ້າໃນການເສີມຂະ ຫຍາຍການພົວພັນການຮ່ວມມືລະ ຫວ່າງປະເທດ ໂດຍສະເພາະດ້ານ ການຮ່ວມມືໃນຂົງເຂດວຽກງານ ສື່ມວນຊົນ, ວຽກການຂ່າວ ແລະ ການພັດທະນາບຸກຄະລາກອນ ພາຍ ໃຕ້ການຝຶກອົບຮົມ ໂດຍການການ ຮ່ວມມືກັນທັງສອງສະມາຄົມນັກ ຂ່າວລາວ ແລະ ໄທ ໃຫ້ນັບມື້ມີການ ຂະຫຍາຍຕົວຍິ່ງໆຂຶ້ນ. ທ່ານ ມົງຄຸນ ບາງປຣະພາ ກໍ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານຮອງລັດຖະມົນຕີ ທີ່ໄດ້ໃຫ້ ການຕ້ອນຮັບ ພ້ອມທັງໄດ້ລາຍງານ ໃຫ້ຊາບກ່ຽວກັບຜົນຂອງການພົບ ປະ ແລະ ການຢ້ຽມຢາມເຮັດວຽກ ຮ່ວມກັນຂອງທັງສອງສະມາຄົມນັກ ຂ່າວລາວ-ໄທ. ພ້ອມນີ້, ກໍໃຫ້ຄຳສັນ ຍາວ່າ ຈະສືບຕໍ່ສົ່ງເສີມວຽກງານ ດ້ານສື່ມວນຊົນ, ດ້ານການຂ່າວ, ການພັດທະນາບຸກຄະລາກ່ອນ ໂດຍ ເນັ້ນໃສ່ການແລກປ່ຽນບົດຮຽນ ພາຍໃຕ້ການຮ່ວມຂອງສອງສະມາ ຄົມນັກຂ່າວຈັດຝຶກອົບຮົມໃຫ້ແກ່ ນັກຂ່າວ ລາວ ແລະ ໄທ ໃຫ້ມີປະສິດ ຕິພາບສູງຂຶ້ນ. ໃນໂອກາດນີ້, ທ່ານ ມົງຄຸນ ບາງປຣະພາ ພ້ອມຄະນະຍັງໄດ້ ໄປຢ້ຽມຢາມໂທລະພາບນະຄອນ ຫລວງວຽງຈັນ (Vte9), ດ່ານສາ ກົນ ສິນຄ້າທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫລວງວຽງ ຈັນ ຕື່ມອີກ. ຂ່າວ: ວຽງສະຫວັນ, ພາບ: ຂັນໄຊ ຂປລ. ອົງການສົ່ງເສີມການຄ້າການລົງທຶນ ສ ເກົາຫລີ (,OTRA) ຮ່ວມກັບຫ້ອງວ່າການແຂວງກວາງຈູ- ບັກກູ (,wangju-Buk (u) ໄດ້ກິດ ຈະກຳສົ່ງເສີມການຄ້າຂອງມະຫານະ ຄອນກວາງຈູ ສ ເກົາຫລີ ປະຈຳປີ 2023(the2023(wangjuTrade Mission) ຂຶ້ນຢູ່ນະຄອນຫລວງວຽງ ຈັນ(ນວ) ໃນອາທິດຜ່ານມາ ໂດຍມີ 10 ບໍລິສັດທີ່ມີ ຊື່ສຽງໃນຂະແໜງຜະ ລິດຕະພັນດ້ານຄວາມງາມ ແລະ ອາ ຫານແປຮູບ ຈາກກວາງຈູ ແລະ 35 ບໍລິສັດ ຈາກ ສປປ ລາວ ເຂົ້າຮ່ວມ. ໃນງານດັ່ງກ່າວ, ໄດ້ມີກອງປະຊຸມ ສອງຝ່າຍລະຫວ່າງຜູ້ປະກອບການ ຂອງລາວ ແລະ ສ ເກົາຫລີ 65 ຄັ້ງ ເພື່ອແລກປ່ຽນຂໍ້ມູນດ້ານທຸລະກິດກ່ຽວ ກັບຜະລິດຕະພັນ ແລະ ການທົດລອງ ຕະຫລາດ. ໃນໂອກາດນີ້ຜູ້ປະກອບການ ຂອງລາວກໍຍັງໄດ້ຮຽນຮູ້ວິໄສທັດ ແລະ ວັດທະນະທໍາດ້ານການດຳເນີນ ທຸລະກິດຂອງເກົາຫລີ. ຜູ້ປະກອບ ການ ຈາກ ສ ເກົາຫລີ ທີ່ເຂົ້າຮ່ວມໃນ ຄັ້ງນີ້ລ້ວນແຕ່ມາຈາກບໍລິສັດ ທີ່ມີທ່າ ແຮງ ແລະ ຈາກຂະແໜງທີ່ກົງກັບຜົນ ວິໄຈການຕະຫລາດໃນລາວ ເຊິ່ງທຸກ ບໍລິສັດທີ່ເຂົ້າຮ່ວມ ແມ່ນຖືກຄັດເລືອກ ໂດຍອົງການ ,OTRA ຮ່ວມກັບຫ້ອງ ວ່າການມະຫານະຄອນກວາງຈູ-ບັກກູ. ໃນກິດຈະກຳການສົ່ງເສີມການຄ້າ ຄັ້ງນີ້ອົງການ ,OTRA ໄດ້ຈັບຄູ່ບັນ ດາຜູ້ຊື້ ແລະ ຜູ້ຜະລິດສິນຄ້າເກົາຫລີ ຄຸນນະພາບດີ ໃນຂະແໜງຕ່າງໆ ເຊັ່ນ: ເຄື່ອງສໍາອາງ, ຜະລິດຕະພັນບໍາລຸງເສັ້ນ ຜົມ, ອາຫານແປຮູບ, ຄອນແທກເລນ ແລະ ອື່ນໆ. ທັງນີ້ກໍເພື່ອແນໃສ່ສົ່ງ ເສີມການຄ້າ ແລະ ເສີມຂະຫຍາຍໂອ ກາດດ້ານເສດຖະກິດລະຫວ່າງສອງ ປະເທດ. ໃນກິດຈະກຳດັ່ງກ່າວ, ຍັງໄດ້ ມີການລົງນາມຮ່ວມກັນໃນບົດບັນທຶກ ຄວາມເຂົ້າໃຈທັງໝົດ 7 ສະບັບ ເຊິ່ງ ບົດບັນທຶກຄວາມເຂົ້າໃຈສະບັບທຳອິດ ແມ່ນລົງນາມໂດຍ ທ່ານ ອຸເດດ ສຸວັນ ນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ ມຸນ ອິນ ເຈົ້າເມືອງບັກກູ ແນໃສ່ ເພີ່ມໂອກາດໃນການພັດທະດ້ານເສດ ຖະກິດການຄ້າທີ່ຕ່າງຝ່າຍຕ່າງໄດ້ຮັບ ຜົນປະໂຫຍດ. ສ່ວນບົດບັນທຶກຄວາມ ເຂົ້າໃຈອີກ 6 ສະບັບ ແມ່ນລົງນາມ ໂດຍບໍລິສັດເອກະຊົນຈາກທງສອງປະ ເທດເຊັ່ນ: ບໍລິສັດ (reen (oods ຮ່ວມກັບບໍລິສັດ Dongseo (reen Co., Ltd ໄດ້ນຳສະເໜີເຕັກນິກການ ເຮັດກະສິກຳແບບອັດສະລິຍະ ໃຫ້ແກ່ ປະເທດລາວ ແລະ ຍັງມີບັນດາບໍລິສັດ ຈາກຂະແໜງເຄື່ອງສໍາອາງ ແລະ ຜູ້ ຜະລິດອາຫານແປຮູບ. ທ່ານ ຄິມ ພີລຊອງ ຜູ້ອໍານວຍການ ໃຫຍ່ອົງການ ,OTRA ວຽງຈັນ ໃຫ້ຮູ້ວ່າ: ໃນປີ 2023, ອົງການ ,OTRA ວຽງຈັນ ໄດ້ຈັດ 10 ກິດຈະກຳ ຕ່າງໆ ເພື່ອສົ່ງເສີມການຄ້າການລົງ ທຶນລະຫວ່າງສອງປະເທດເຊັ່ນ: ບັນດາ ກິດຈະກຳສົ່ງເສີມການຄ້າ, ການຮ່ວມ ມືລະຫວ່າງທຸລະກິດຈາກສອງປະເທດ (B2B) ແລະ ງານວາງສະແດງສິນ ຄ້າຕ່າງໆ. ຕະຫລອດປີ 2023, ອົງ ການ,OTRAວຽງຈັນ ບໍ່ພຽງແຕ່ຈັດ ກິດຈະກຳໃນແບບໃນສະຖານທີ່ເທົ່ານັ້ນ ແຕ່ຍັງໃດ້ຈັດ ແລະ ສົ່ງເສີມການປະຊຸມ ອອນລາຍຜ່ານໂປແກຣມ;oomລວມ ທັງໝົດ 146 ຄັ້ງ ໂດຍມີ 105 ບໍລິສັດ ຈາກເກົາຫລີ ແລະ 50 ບໍລິສັດ ຂອງ ລາວ ເຂົ້າຮ່ວມ. ຜົນການພິຈາລະນາ... ສຳນັກຂ່່າວສານຫວຽດນາມ... ຂປລ. ສໍານັກຂ່າວສານຫວຽດ ນາມຈັດວາງສະແດງຮູບພາບການ ຮ່ວມມືມິດຕະພາບ ລາວ-ຫວຽດ ນາມ ໃນວັນບຸນໄມຕີຈິດມິດຕະພາບ ພິເສດ ລາວ-ຫວຽດນາມ ໃນວັນທີ 11 ພະຈິກ 2023 ຢູ່ນະຄອນເຫວ້ ແຂວງເທື່ອທຽນເຫວ້ ເຊິ່ງຮູບ ພາບທີ່ນໍາມາວາງສະແດງໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນ ໃນການປະກອບສ່ວນຊຸກຍູ້ການ ຮ່ວມມືໃນຂົງເຂດຖະແຫລງຂ່າວ ແລະ ສື່ສານ, ຄວາມສາມັກຄີແບບພິ ເສດແລະການຮ່ວມມືຮອບດ້ານລະ ຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະການຮ່ວມມືສອງ ສໍາ ນັກຂ່າວສານ ລາວ-ຫວຽດນາມ. ທ່ານ ຫງວຽນ ຕວັນ ຮຸ່ງ ຮອງ ຜູ້ອຳນວຍການໃຫຍ່ສໍານັກຂ່າວ ສານຫວຽດນາມ ໄດ້ໃຫ້ສໍາພາດໃນ ໂອກາດເຂົ້າຮ່ວມວັນບຸນໄມຕີຈິດ ມິດຕະພາບພິເສດລາວ-ຫວຽດນາມ 2023 ນີ້ວ່າ: ການມາຮ່ວມງານສະ ແດງໃນຄັ້ງນີ້, ຢາກໃຫ້ປະຊາຊົນ ທຸກທົ່ວໜ້າຮັບຮູ້ເຖິງສາຍພົວພັນ ແບບພິເສດ ລາວ-ຫວຽດນາມ ຕະ ຫລອດໄລຍະ 61 ປີ ເຊິ່ງບັນດາຜະ ລິດຕະພັນເອົາມາວາງສະແດງ ລ້ວນແລ້ວແຕ່ໄດ້ສະແດງເຖິງການ ພົວພັນ ລາວ-ຫວຽດນາມ ໃນໄລຍະ ຜ່ານມາຈົນເຖິງປັດຈຸບັນ ໂດຍສະ ເພາະການຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງສອງສໍານັກຂ່າວສານ ລາວ-ຫວຽດນາມ. ການຈັດວາງສະ ແດງຮູບພາບແບບນີ້ ແມ່ນໄດ້ຈັດ ຫລາຍເທື່ອແລ້ວທັງຢູ່ລາວ ແລະ ຫວຽດນາມ, ສ່ວນຢູ່ນະຄອນເຫວ້ ແມ່ນຈັດເປັນເທື່ອທໍາອິດ. ທ່ານ ຫງວຽນ ຕວັນ ຮຸ່ງ ຍັງໃຫ້ ຮູ້ອີກວ່າ: ສຳນັກຂ່າວສານຫວຽດ ນາມ ໄດ້ພິມໜັງສືພິມຮູບພາບເປັນ ພາສາລາວ ສະບັບທໍາອິດໃນເດືອນ ກໍລະກົດ 1978 ແລ້ວໄດ້ພິມເປັນ ຄະນະປະຈໍາສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດໄດ້ສຸມໃສ່ ປະກອບຄຳຄິດຄຳເຫັນ ແລະ ສຸມສະ ຕິປັນຍາລົງເລິກຄົ້ນຄວ້າ, ວິເຄາະວິໄຈດ້ວຍຄວາມຮັບຜິດຊອບສູງ, ມີ ຈຸດສຸມ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ມາດຕະການແກ້ໄຂ ເພື່ອໃຫ້ອົງ ການກວດສອບແຫ່ງລັດ ແລະ ອົງ ການກວດກາແຫ່ງລັດນໍາໄປປັບ ປຸງແກ້ໄຂໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ. ຜ່ານການປະກອບຄຳເຫັນສະ ມາຊິກສະພາແຫ່ງຊາດ ໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍອົງການກວດ ກາແຫ່ງລັດ ແລະ ອົງການກວດ ສອບແຫ່ງລັດ ທີ່ໄດ້ຈັດຕັ້ງປະຕິ ບັດໜ້າທີ່ວຽກງານຂອງຕົນດ້ວຍ ຄວາມບຸກບືນຫ້າວຫັນຕາມກົດ ໝາຍ, ເຖິງວ່າການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຂອງສອງອົງການ ໃນໄລຍະຜ່ານມາ ຢູ່ໃນສະພາບຫຍຸ້ງ ຍາກຫລາຍປະການ ໂດຍສະເພາະ ງົບປະມານບໍ່ພຽງພໍ, ແຕ່ດ້ວຍຄວາມ ເອົາໃຈໃສ່ນໍາພາ-ຊີ້ນໍາ ຂອງຄະນະ ພັກ, ຄະນະນໍາຂອງສອງອົງການ ເຮັດໃຫ້ການຈັດຕັ້ງປະຕິບັດແຜນ ການໄດ້ຮັບຜົນສໍາເລັດຫລາຍດ້ານ, ສາມາດນໍາເອົາຜົນການກວດກາກວດສອບລາຍງານຕໍ່ກອງປະຊຸມ ສະພາແຫ່ງຊາດ ທັນຕາມກໍານົດ ເວລາ ການເຄື່ອນໄຫວວຽກງານ ກວດກາລັດ ແລະ ກວດສອບແຫ່ງ ລັດ ເປັນການຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍຂອງພັກ, ກົດ ໝາຍ ແລະ ມະຕິຂອງສະພາແຫ່ງ ຊາດ ເຂົ້າໃນການຄຸ້ມຄອງລັດ, ຄຸ້ມ ຄອງເສດຖະກິດ-ສັງຄົມດ້ວຍກົດ ໝາຍ ໃຫ້ມີຄວາມເປັນລະບຽບຮຽບ ຕໍ່ຈາກໜ້າ ຕໍ່ຈາກໜ້າ ຮ້ອຍ ຈຶ່ງສະເໜີໃຫ້ຄະນະພັກ, ຄະ ນະນໍາທັງສູນກາງ ແລະ ທ້ອງຖິ່ນ ເປັນເຈົ້າການນໍາພາ ການແກ້ໄຂຜົນ ການກວດກາ-ກວດສອບຢ່າງເດັດ ຂາດ ແລະ ເຂັ້ມງວດ, ຖືເປັນຄວາມ ຮັບຜິດຊອບການເມືອງຂອງຕົນ ການເຄື່ອນໄຫວວຽກງານກວດກາ ລັດ-ກວດສອບແຫ່ງລັດ ໃນໄລຍະ ຜ່ານມາ ສາມາດກວດເຫັນການລະ ເມີດວິໄນແຜນການ-ການເງິນ ເປັນ ຈໍານວນຫລາຍ ແຕ່ຜູ້ກະທໍາຜິດຍັງ ບໍ່ໄດ້ຖືກລົງໂທດ ຫລື ປະຕິບັດວິ ໄນຕາມກົດໝາຍຢ່າງເຂັ້ມງວດ ຈຶ່ງເປັນສາເຫດເຮັດໃຫ້ເກີດມີການ ລະເມີດແບບຊ້ຳເຮື້ອ ແລະ ມີລັກ ສະນະເພີ່ມຂຶ້ນໃນແຕ່ລະປີ. ເພື່ອແກ້ ໄຂບັນຫາດັ່ງກ່າວ ໃນຕໍ່ໜ້າສອງ ອົງການຕ້ອງເອົາໃຈໃສ່ປະສານສົມ ທົບກັບກະຊວງ, ອົງການ ແລະ ອົງ ການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ເພື່ອສຸມໃສ່ແກ້ໄຂຜົນການກວດກາກວດສອບໃຫ້ເປັນຮູບປະທໍາຫລາຍ ຂຶ້ນຕື່ມ, ເພື່ອເກັບກູ້ເງິນ, ຊັບສິນ ຂອງລັດ ເຂົ້າງົບປະມານແຫ່ງລັດ, ນໍາເອົາຜູ້ກະທໍາຜິດມາລົງໂທດຕາມ ກົດໝາຍຢ່າງເດັດຂາດ, ເຂັ້ມງວດ. ເພື່ອເຮັດໃຫ້ຜົນການກວດກາກວດສອບໄດ້ຮັບການແກ້ໄຂຢ່າງ ເຂັ້ມງວດນັ້ນ ສະເໜີໃຫ້ທັງສອງອົງ ການເປັນເຈົ້າການເຂົ້າຮ່ວມຢ່າງ ໃກ້ຊິດໃນການແກ້ໄຂຢູ່ແຕ່ລະຂັ້ນ, ພ້ອມທັງປະກອບຂໍ້ມູນຫລັກຖານ ຢ່າງລະອຽດ, ຊັດເຈນ ໃຫ້ເປົ້າໝາຍ ທີ່ຖືກກວດກາ-ກວດສອບຮັບຮູ້ການ ກະທໍາຜິດຂອງຕົນເອງ. ຖ້າການ ກະທໍາຜິດໃດມີຄວາມຮ້າຍແຮງ, ສ້າງຄວາມເສຍຫາຍມູນຄ່າສູງ ຕ້ອງດໍາເນີນຄະດີຕາມຂະບວນການ ຍຸຕິທໍາຕາມກົດໝາຍຢ່າງເຂັ້ມ ງວດ, ເດັດຂາດ, ຫລີກເວັ້ນການ ມອບໃຫ້ອົງການຈັດຕັ້ງ ຫລື ທ້ອງ ຖິ່ນທີ່ກ່ຽວຂ້ອງເປັນຜູ້ແກ້ໄຂທາງ ບໍລິຫານແລະອື່ນໆ.ຖ້າເປັນການກະ ທໍາຜິດທີ່ບໍ່ຮ້າຍແຮງ, ສ້າງຄວາມ ເສຍຫາຍບໍ່ສູງ ຈຶ່ງມອບໃຫ້ອົງການ ຈັດຕັ້ງທີ່ກ່ຽວຂ້ອງດໍາເນີນມາດ ຕະການທາງບໍລິຫານຕາມກົດໝາຍ ແລະ ເພີື່ອແກ້ໄຂຜົນການກວດກາກວດສອບໃຫ້ໄດ້ຮັບຜົນດີນັ້ນ, ສະ ເໜີໃຫ້ສອງອົງການຄົ້ນຄວ້າ, ກວດ ກາກົດໝາຍຂົງເຂດຂອງຕົນຢ່າງ ລະອຽດເລິກເຊິ່ງ, ຖ້າມີບັນຫາໃດ ບໍ່ທັນແຈ້ງ ກໍຕ້ອງໄດ້ສືບຕໍ່ປັບປຸງ, ບັນຫາໃດຍັງບໍ່ທັນມີນິຕິກໍາກໍໃຫ້ ຄົ້ນຄວ້າສ້າງເປັນນິຕິກຳໃໝ່ເພື່ອ ເປັນບ່ອນອີງໃນການຈັດຕັ້ງປະ ຕິບັດ. ຕາມການລາຍງານຂອງສອງ ອົງການເຫັນວ່າການລະເມີດກົດ ໝາຍແລະວິໄນແຜນການ-ການເງິນ ເປັນບັນຫາທີ່ຊໍ້າເຮື້ອມາຫລາຍປີ, ມີລັກສະນະຫລາຍຮູບແບບທີ່ສະ ຫລັບສັບຊ້ອນ ແລະ ມູນຄ່າເສຍຫາຍ ມີທ່າອ່ຽງເພີ່ມຂຶ້ນ, ສົ່ງຜົນກະທົບ ຕໍ່ເສດຖະກິດ-ການເງິນຂອງຊາດ ຖ້າບໍ່ຮີບຮ້ອນແກ້ໄຂກໍຈະເປັນອຸປະ ສັກກົດໜ່ວງຖ່ວງດຶງການພັດທະ ນາເສດຖະກິດຂອງຊາດ. ສະນັ້ນ, ຈຶ່ງສະເໜີໃຫ້ສອງອົງການເປັນເຈົ້າ ການຄົ້ນຄວ້າວິທີການແກ້ໄຂ, ຖ້າ ມີຄວາມຈໍາເປັນກໍສະເໜີເປັນວາ ລະແຫ່ງຊາດ ເພືື່ອຍົກລະດັບການ ແກ້ໄຂຜົນການກວດກາ-ກວດສອບ ໃຫ້ເປັນໜ້າທີ່ຂອງອົງຄະນະພັກທຸກ ຂັ້ນ ກໍຄື ພະນັກງານ, ທະຫານ, ຕໍາ ຫລວດ ແລະ ປະຊາຊົນບັນດາເຜົ່າ ພ້ອມກັນສູ້ຊົນຈັດຕັ້ງປະຕິບັດ. ສຳ ລັບຜົນການກວດກາ-ກວດສອບທີ່ ສະສົມ ແລະ ແກ່ຍາວມາຫລາຍປີ ເຫັນວ່າຜູ້ມີສ່ວນກ່ຽວຂ້ອງ ແລະ ຮັບ ຜິດຊອບບາງຄົນກໍໄດ້ຍົກຍ້າຍໄປ ຮັບໜ້າທີ່ໃໝ່, ບາງຄົນກໍອອກຮັບບຳ ນານ, ບາງຄົນກໍເສຍຊີວິດ, ບາງຫົວ ໜ່ວຍວິສາຫະກິດ ກໍຍຸບເລີກໄປແລ້ວ ແລະ ບໍ່ມີຕົວຕົນ. ສະນັ້ນ, ເພື່ອແກ້ ໄຂບັນຫາດັ່ງກ່າວ ກອງປະຊຸມຈຶ່ງ ສະເໜີໃຫ້ສອງອົງການປຶກສາຫາລື, ກໍານົດຫລັກການ ແລະ ເງື່ອນໄຂ ການແກ້ໄຂ,ຄົ້ນຄວ້າ,ວິໄຈ,ສັງລວມ ອັນໃດສາມາດແກ້ໄຂ ແລະ ເກັບກູ້ ຄືນໄດ້, ອັນໃດທີ່ບໍ່ສາມາດແກ້ໄຂ ແລະ ບໍ່ມີຕົວຕົນໃຫ້ລະອຽດຈະແຈ້ງ ເພື່ອລາຍງານຕໍ່ສະພາແຫ່ງຊາດພິ ຈາລະນາ. ພ້ອມນີ້, ສສຊ ຍັງໄດ້ສະເໜີ ໃຫ້ ລັດຖະບານຄົ້ນຄວ້າຈັດສັນງົບປະ ຫລັງຈາກນັ້ນ, ບັນດາສະມາຊິກສະ ພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳ ຄິດຄຳເຫັນໃສ່ກົດໝາຍດັ່ງກ່າວ ໂດຍລວມແລ້ວ ແມ່ນເຫັນດີເປັນ ເອກະພາບຕໍ່ໂຄງສ້າງ ແລະ ເນື້ອໃນ ແຕ່ຍັງມີ ສສຊ ບາງເຂດເລືອກຕັ້ງ ສະເໜີໃຫ້ຕັດອອກ, ຕື່ມໃສ່ບາງເນື້ອ ໃນຢູ່ບາງໝວດ, ບາງມາດຕາແນ ໃສ່ເຮັດໃຫ້ກົດໝາຍສະບັບປັບປຸງ ດັ່ງກ່າວ, ມີເນື້ອໃນຄົບຖ້ວນ, ສົມບູນ ຖືກຕ້ອງຕາມນະໂຍບາຍຂອງພັກ, ລັດວາງອອກ. ທ່ານນາງ ວັດທະນາ ດາລາ ລອຍ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດ ໝາຍວ່າດ້ວຍລະບົບການຊຳລະ ເຊິ່ງຮ່າງກົດໝາຍສະບັບນີ້ ປະກອບ ມີ 7 ພາກ, 10 ໝວດ ແລະ 62 ມາດ ຕາ ໃນນັ້ນ, ໄດ້ເພີ່ມໃໝ່ 18 ມາດ ຕາ, ປັບປຸງ 37 ມາດຕາ (ປັບປຸງ ເນື້ອໃນ 29 ມາດຕາ ແລະ ປັບປຸງ ວິທີການຂີດຂຽນເລັກໜ້ອຍ 8 ມາດ ຕາ), ຮັກສາໄວ້ 7 ມາດຕາ ແລະ ຕັດອອກ 11 ມາດຕາ(ທຽບກັບກົດ ໝາຍສະບັບເກົ່າມີ10ພາກ,8ໝວດ ແລະ 59 ມາດຕາ). ພາຍຫລັງທີ່ ກົດໝາຍສະບັບປັບປຸງໄດ້ຮັບການ ເຊັນຮັບຮອງແລ້ວ, ທະນາຄານ ແຫ່ງ ສປປ ລາວ ຈະກະກຽມກົນໄກ ການຈັດຕັ້ງປະຕິບັດ ເປັນຕົ້ນ ເຜີຍ ແຜ່ກົດໝາຍສະບັບດັ່ງກ່າວ ພາຍ ໃນທະນາຄານແຫ່ງ ສປປ ລາວ ເພື່ອ ໃຫ້ພະນັກງານແຕ່ລະຂັ້ນເຂົ້າໃຈ ແລະ ກຳໄດ້ຢ່າງທົ່ວເຖິງ, ເຜີຍແຜ່ ໃຫ້ທະນາຄານທຸລະກິດ, ສະຖາບັນ ການເງິນຈຸລະພາກ, ຂະແໜງການ ທີ່ກ່ຽວຂ້ອງ ແລະ ສັງຄົມຮັບຮູ້ເຂົ້າ ໃຈ ກ່ຽວກັບຫລັກການເຄື່ອນໄຫວ ວຽກງານລະບົບການຊຳລະ. ພ້ອມນີ້, ພາຍຫລັງຮ່າງກົດ ໝາຍສະບັບນີ້ ໄດ້ຮັບການຮັບຮອງ ຈະເປັນບ່ອນອີງດ້ານນິຕິກຳໃນ ການຄຸ້ມຄອງ, ຕິດຕາມກວດກາ ການເຄື່ອນໄຫວວຽກງານລະບົບ ການຊຳລະ ເຮັດໃຫ້ລະບົບການຊໍາ ລະມີຄວາມສະດວກ, ປອດໄພ ແລະ ມີປະສິດທິຜົນຮັບປະກັນໃຫ້ແກ່ການ ຊົມໃຊ້ບໍລິການທາງດ້ານການເງິນ, ການເຊື່ອມໃຊ້ຮ່ວມກັນລວມທັງ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ເປັນຢ່າງດີ ການນໍາໃຊ້ ເຄື່ອງມື, ການໃຫ້ບໍລິການແທດ ເໝາະກັບສະພາບການຂະຫຍາຍຕົວ ດ້ານເສດຖະກິດ-ສັງຄົມ, ສອດຄ່ອງ ກັບຄຸນລັກສະນະລະບົບການຊໍາລະ ຂອງພາກພື້ນ ແລະ ສາກົນ, ລະ ບົບ ການຊໍາລະໄດ້ຮັບການຍົກລະດັບ ເຮັດໃຫ້ສັງຄົມສາມາດຊົມໃຊ້ຜະ ລິດຕະພັນຫລາກຫລາຍ ແລະ ເຂົ້າ ເຖິງການບໍລິການຊໍາລະໄດ້ຫລາຍ ຊ່ອງທາງ ໂດຍສະເພາະແມ່ນຊ່ອງ ທາງການຊໍາລະທາງເອເລັກໂຕຣ ນິກ ເພື່ອຫລຸດຜ່ອນການນໍາໃຊ້ເງິນ ສົດເທື່ອລະກ້າວ ຊຸກຍູ້ການຊື້-ຂາຍ ສິນຄ້າ ແລະ ການບໍລິການ, ສະໜັບ ສະໜູນກິດຈະກໍາທາງດ້ານເສດຖະ ກິດໃຫ້ມີການຂະຫຍາຍຕົວ, ອໍາ ນວຍຄວາມສະດວກໃຫ້ແກ່ການດໍາ ເນີນທຸລະກໍາການຊໍາລະໃນທົ່ວສັງ ຄົມ, ຮັບປະກັນການຮັກສາສະຖຽນ ລະພາບດ້ານການເງິນ-ເງິນຕາແລະ ປະກອບສ່ວນໃນການເກັບລາຍ ຮັບເຂົ້າງົບປະມານແຫ່ງລັດໄດ້ຢ່າງ ມີປະສິດທິພາບ ແລະ ປະສິດທິຜົນ ກວ່າເກົ່າ ຊ່ວຍໃຫ້ຜູ້ດໍາທຸລະກິດ ການຊໍາລະມີຖານະນິຕິບຸກຄົນທີ່ຊັດ ເຈນ, ມີລະບົບການຄວບຄຸມພາຍໃນ ແລະ ການດໍາເນີນງານທີ່ເປັນລະບົບ ແລະ ຮັດກຸມ ເຮັດໃຫ້ການດໍາເນີນທຸ ລະກິດການຊໍາລະ ມີຄວາມເຂັ້ມ ແລະ ຍືນຍົງ. ຂ່າວ: ທະນູທອງ, ພາບ: ເກດສະໜາ ລາຍເດືອນ ແລະ ມາຮອດວັນທີ 15 ຕຸລາ 2021 ໜັງສືພິມຮູບພາບເປັນ ພາສາລາວ ໄດ້ສົ່ງເນື້ອໃນຂຶ້ນໜ້າ ເວບໄຊ hit: Vietnam.W mart. Wn Lao . ທຫລ ສະເໜີປັບປຸງ... ຕໍ່ຈາກໜ້າ ມານເພີ່ມໃຫ້ສອງອົງການດັ່ງກ່າວ, ເຂົ້າໃນວຽກງານກວດກາລັດ-ກວດ ສອບແຫ່ງລັດ. ພ້ອມກັນນັ້ນ ກໍໃຫ້ຄົ້ນ ຄວ້ານະໂຍບາຍຈາກການແກ້ໄຂ ຜົນການກວດກາ-ກວດສອບ ເພື່ອ ຊຸກຍູ້ສົ່ງເສີມສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກງານກວດກາລັດ-ກວດ ສອບແຫ່ງລັດ. ຂ່າວ: ທະນູທອງ, ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==