5746

xtgmf]k; 3 13/11/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ©ດຍ ເŒົ້າຈານນໍ້າ s];'rt[k' gvq k.9.lj s]5 fzj vo [a osk1kgl[8y f 1j k'8A '|h k ©ດຍ ມາລີດາ ທ່ານ ວົງສະຫວັນ ເທບພະ ຈັນ ປະທານຄະນະສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງທີ6 ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນໄລຍະໜຶ່ງປີຜ່ານມາສະມາຊິກ ສະພາແຫ່ງຊາດປະຈໍາເຂດເລືອກ ຕັ້ງທີ 6 ໃນນາມເປັນໂຕແທນປະຊາ ຊົນ ໄດ້ເອົາໃຈໃສ່ຕິດຕາມ ກວດກາ ຫລາຍບັນຫາທີ່ພົ້ນເດັ່ນ ໂດຍສະ ເພາະການແກ້ໄຂບັນຫາຢາເສບ ຕິດທີ່ຜ່ານມາຍັງບໍ່ສາມາດຈັດຕັ້ງ ປະຕິບັດໄດ້ດີເທົ່າທີ່ຄວນຍັງເກີດ ມີປະກົດການລັກລອບຄ້າຂາຍຢາ ເສບຕິດ, ເສບຢາເສບຕິດ, ດື່ມ ແລະ ສູບດົມສານເສບຕິດນໍ້າກະທ່ອມ, ກັນຊາ, ປູມເປົ້າ ແຕ່ແນວໃດກໍດີ, ເຖິງສະພາບການຍັງພົບຄວາມ ຫຍຸ້ງຍາກກໍຕາມແຕ່ພວກເຮົາກໍບໍ ລະຄວາມພະຍາຍາມເອົາໃຈໃສ່ຈັດ ຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດການແກ້ ໄຂບັນຫາດັ່ງກ່າວ ເປັນຕົ້ນ: ແມ່ນການສ້າງຄວາມຮັບ ຮູ້, ຄວາມເຂົ້າໃຈຕໍ່ຜົນຮ້າຍຂອງຢາ ເສບຕິດ, ເຜີຍແຜ່ນິຕິກໍາ ແລະ ກົດ ໝາຍທີ່ກ່ຽວຂ້ອງ, ການປັບປຸງດ້ານ ກົງຈັກການຈັດຕັ້ງ ແລະ ຍົກລະດັບ ຄວາມສາມາດໃນການເຄື່ອນໄຫວ ຂອງອົງການທີ່ກ່ຽວຂ້ອງຕໍ່ການ ແກ້ໄຂບັນຫາຢາເສບຕິດ, ການຍົກ ສູງປະສິດທິພາບດ້ານການຄຸ້ມ ຄອງ-ຊີ້ນຳການແກ້ໄຂບັນຫາຢາ ເສບຕິດ ແລະ ປັບປຸງຂີດຄວາມສາ ມາດ ໃນການເຄື່ອນໄຫວເຮັດໜ້າ ທີ່ຂອງລະບົບການເມືອງ ນັບແຕ່ ຂັ້ນແຂວງຈົນເຖິງຂັ້ນບ້ານເຮັດໃຫ້ ບັນຫາຢາເສບຕິດພາຍໃນແຂວງ ໄດ້ຮັບການແກ້ໄຂຫລາຍພໍສົມ ຄວນ. ເຖິງຢ່າງໃດກໍຕາມ ໃນການ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ຕ້ອງໄດ້ເອົາໃຈໃສ່ແກ້ໄຂເປັນຕົ້ນ: ການໂຄສະນາເຜີຍແຜ່ນິຕິກໍາ ແລະ ຍັງອີກບໍ່ພໍເທົ່າໃດມື້ ທົ່ວປວງ ຊົນລາວທັງຊາດກໍຈະໄດ້ພ້ອມກັນ ສະເຫລີມສະຫລອງວັນຊາດທີ 2 ທັນວາຄົບຮອບ 48 ປີໃຫ້ມີບັນຍາ ກາດຟົດຟື້ນ, ເຊິ່ງມັນຮຽກຮ້ອງໃຫ້ ທົ່ວປວງຊົນທັງຊາດຈົ່ງພ້ອມກັນ ເປັນເຈົ້າການແຂ່ງຂັນສ້າງຜົນ ງານຕ້ອນຮັບວັນສຳຄັນດັ່ງກ່າວ ໃຫ້ມີຄວາມໝາຍສຳຄັນເລິກເຊິ່ງ ໂດຍສະເພາະແມ່ນການພ້ອມກັນ ຈັດຕັ້ງປະຕິບັດ 6 ສ ຕາມທີ່ຂັ້ນ ເທິງວາງອອກຢ່າງເຂັ້ມງວດ. ຢ່າງ ໃດກໍ່ດີ ເພື່ອເຮັດໃຫ້ການສະເຫລີມ ສະຫລອງວັນຊາດທີ 2 ທັນວາໃຫ້ມີ ບັນຍາກາດຟົດຟື້ນນັ້ນ. ດັ່ງນັ້ນ, ມື້ ໜັງສືພິມປະເທດລາວຂໍນຳສະເໜີ ບາງເນື້ອໃນສຳຄັນຂອງບາງກອງ ປະຊຸມໃຫຍ່ຂອງພັກໃນໄລຍະຜ່ານ ມາໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ ເພື່ອ ເປັນການປຸກລະດົມແນວຄິດຮັກ ຊາດໃຫ້ແກ່ພວກເຮົາ. ຕະຫລອດໄລຍະ48ປີແຫ່ງການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ພັກເຮົາ ໄດ້ຖືສຳ ຄັນໃນການປຸກລະດົມແນວ ຄິດຮັກ ຊາດ ແລະ ຄວາມສາມັກຄີເປັນປຶກ ແຜ່ນ ເປັນບັນຫາສໍາຄັນຕັດສິນໄຊ ຊະນະຂອງການປະຕິວັດ. ພົ້ນເດັ່ນ ຢູ່ໃນກອງປະຊຸມໃຫຍ່ຄັ້ງທີ VI I ຂອງພັກ ໄດ້ໃຫ້ທັດສະນະວ່າ: ການ ເພີ່ມທະວີຄວາມສາມັກຄີທົ່ວປວງ ຊົນເປັນໜ້າທີ່ຍຸດທະສາດພື້ນຖານ ຍາວນານຂອງປະເທດເຮົາ, ກ່ອນ ອື່ນໝົດຕ້ອງສຶກສາອົບຮົມນໍ້າໃຈ ຮັກຊາດ ເອກະພາບ, ນໍ້າໃຈສາມັກຄີ ຮັກຫອມຕອມຕຸ້ມກັນໃນປວງຊົນ ລາວ ເໝືອນດັ່ງອ້າຍເອື້ອຍນ້ອງ ຮ່ວມອຸທອນໃນຄອບຄົວດຽວກັນ. ຂະນະທີ່ຢູ່ໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍໄດ້ມີທັດສະນະວ່າ: ການເພີ່ມທະວີຄວາມສາມັກຄີເປັນ ປຶກແຜ່ນແໜ້ນໜາຂອງທົ່ວປວງ ຊົນລາວ ພາຍໃຕ້ການນໍາພາຂອງ ພັກເປັນກໍາລັງແຮງຊະນະເລີດແລະ ເປັນປັດໄຈພື້ນຖານໃຫ້ແກ່ການສ້າງ ແລະ ຮັກສາສະຖຽນລະພາບ ທາງ pq dl6 '9y f.9Ia d-kf rh v,da o ra fmtokxtgmf-kfcmh 9y ' —ົດສະເໜີ ©ດຍ žາຕົ້ງ ການເມືອງ ແລະ ຄວາມສະຫງົບ ທາງສັງຄົມ, ຮັບປະກັນໃຫ້ແກ່ການ ປົກປັກຮັກສາໝາກຜົນຂອງການປະ ຕິວັດແລະຜືນແຜ່ນດິນອັນຄົບຖ້ວມ ຂອງປະເທດຊາດໃຫ້ໝັ້ນຄົງກໍຄື ການສ້າງສາພັດທະນາປະເທດຊາດ ໃຫ້ບັນລຸຕາມຈຸດໝາຍທີ່ກໍານົດໄວ້. ພ້ອມກັນນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານ ປະເທດໄດ້ມີຄໍາເຫັນໂອ້ລົມຕໍ່ກອງ ປະຊຸມໃຫຍ່ຄັ້ງທີ XI ຂອງຜູ້ແທນ ແນວລາວສ້າງຊາດທົ່ວປະເທດວ່າ: ການສ້າງຄວາມສາມັກຄີປອງດອງ ແມ່ນໝາກຫົວໃຈສໍາຄັນເພື່ອຕ້ານ ແລະສະກັດກັ້ນຄວາມແຕກແຍກໃນ ສັງຄົມ ເພາະວ່າຄວາມແຕກແຍກ ໃນສັງຄົມມັນເປັນໄພອັນຕະລາຍ ຕໍ່ສະຖຽນລະພາບຂອງປະເທດ ຊາດ, ຕໍ່ສິດຜົນປະໂຫຍດອັນຊອບ ທໍາຂອງປະຊາຊົນ. ຈິດໃຈຮັກລະ ບອບປະຊາທິປະໄຕ ປະຊາຊົນ, ຮັກ ມູນເຊື້ອຂອງຊາດ, ຮັກວັດທະນະ ທໍາ-ຮີດຄອງປະເພນີອັນດີງາມຂອງ ຊາດ, ຮັກບັນພະບູລຸດແລະ ການນໍາ ທີ່ດີເດັ່ນຂອງປະເທດຊາດ, ມີອຸດົມ ການທີ່ຖືກຕ້ອງ, ມີສະຕິຊາດ, ເປັນ ເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນ ເອງ, ມີຄວາມດຸໝັ່ນ, ຄວາມອົດທົນ ແລະ ມີສະຕິເຄົາລົບລະບຽບ-ກົດ ໝາຍ, ຄວາມສາມັກຄີເປັນປຶກແຜ່ນ ສະແດງອອກໃນການຜູກພັນ, ການ ພົວພັນ, ການຮັກແພງຊ່ວຍເຫລືອ ຊຶ່ງກັນ ແລະ ກັນໃນການພັດທະນາ ເສດຖະກິດ-ສັງຄົມ, ມີຄວາມໄວ້ ເນື້ອເຊື່ອໃຈ, ເຄົາລົບນັບຖືໃຫ້ກຽດ ກັນ ແລະ ຈິງໃຈຕໍ່ກັນ. ຂະນະທີ່ໃນກອງປະຊຸມວຽກ ງານການເມືອງ-ແນວຄິດທົ່ວ ປະ ເທດ ຄັ້ງທີ V ທີ່ຈັດຂຶ້ນໃນທ້າຍ ປີ 2022, ສະຫາຍ ສິນລະວົງ ຄຸດໄພ ທູນ ກໍາມະການກົມການ ເມືອງສູນ ກາງພັກ, ເລຂາຄະນະພັກ, ປະທານ ສູນກາງແນວລາວສ້າງຊາດໄດ້ຍົກ ໃຫ້ເຫັນວ່າ: hການປຸກລະດົມຍົກ ສູງຈິດໃຈຮັກຊາດ ແລະເພີ່ມທະວີ ຄວາມສາມັກຄີເປັນປຶກແຜ່ນຂອງ ທົ່ວປວງຊົນລາວທັງຊາດi ເປັນ ບັນຫາສຳຄັນຕົ້ນຕໍ ເພື່ອນຳພາປະ ເທດຊາດໄປສູ່ຄວາມຈະເລີນສີວິ ໄລ. ດັ່ງນັ້ນ, ການສຶກສາອົບຮົມໃຫ້ ປະຊາຊົນບັນດາເຜົ່າມີຄວາມສາ ມັກຄີ ເພື່ອສ້າງສະຕິຊາດທີ່ເປັນເອ ກະພາບ, ມີຄວາມຖະໜອມຫອມ ຮັກ, ຊ່ວຍເຫລືອຊຶ່ງກັນ ແລະ ກັນ ຈຶ່ງ ສາມາດແກ້ໄຂໄດ້ບັນຫາໄພອັນຕະ ລາຍດັ່ງກ່າວ, ພວກເຮົາຮັບຮູ້ ແລະ ຢືນຢັນໄດ້ວ່າ ນໍ້າໃຈຮັກຊາດ ແລະ ຄວາມສາມັກຄີເປັນປຶກແຜ່ນແມ່ນ ຊັບສິນ, ມໍລະດົກແລະ ມູນເຊື້ອທີ່ລໍ້າ ຄ່າຂອງພັກ-ລັດ ແລະ ປະຊາຊົນ. ຢ່າງໃດກໍຕາມ ໂດຍລວມແລ້ວ ພວກເຮົາຕ້ອງສືບຕໍ່ຈັດຕັ້ງຜັນຂະ ຫຍາຍການສຶກສາອົບຮົມນໍ້າໃຈ ຮັກຊາດ ແລະ ຄວາມສາມັກຄີເປັນ ປຶກແຜ່ນໃນທົ່ວສັງຄົມລາວແຕ່ ຮາກຖານມາຮອດວົງຄະນາຍາດ ແຫ່ງຊາດ, ໂດຍບໍ່ຈໍາແນກຊົນເຜົ່າ, ສາສະໜາຊັ້ນຄົນ ແລະ ພີ່ນ້ອງເຊື້ອ ຊາດລາວຢູ່ຕ່າງປະເທດ. ສ້າງໃຫ້ ໄດ້ກ້ອນກໍາລັງມະຫາສາມັກຄີພ້ອມ ກັນສ້າງສາ ແລະ ພັດທະນາປະເທດ ຊາດ ຕາມແນວທາງຂອງພັກ, ແຜນ ພັດທະນາເສດຖະກິດ-ສັງຄົມຂອງ ລັດຖະບານ. ຜົນຮ້າຍຂອງຢາເສບຕິດ ຍັງເຮັດ ບໍ່ທັນໄດ້ກວ້າງຂວາງ ແລະ ເລິກ ເຊິ່ງ, ຄວາມເປັນເຈົ້າການຂອງ ຄອບຄົວ ແລະ ລະບົບການເມືອງຢູ່ ຮາກຖານຈຳນວນບໍ່ໜ້ອຍ ຕໍ່ວຽກ ງານຄຸ້ມຄອງແກ້ໄຂບັນຫາຢາເສບ ຕິດຍັງບໍ່ສູງ ສ່ວນຫລາຍຍັງເຂົ້າ ໃຈວ່າແມ່ນໜ້າທີ່ຂອງເຈົ້າໜ້າທີ່ ຕຳຫລວດ. ບັນຫານີ້ຄະນະພັກແຕ່ ລະຂັ້ນຕ້ອງໄດ້ເອົາໃຈໃສ່ນໍາພາຊີ້ນໍາ ຢ່າງໃກ້ສິດຕື່ມອີກ ຈຶ່ງຈະໄດ້ ຮັບຜົນສໍາເລັດດີຂຶ້ນ ແລະ ໃນຕໍ່ໜ້າ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ຄະນະ ປະຈໍາສະພາປະຊາຊົນແຂວງ, ຈະ ໄດ້ສົມທົບກັບອົງການປົກຄອງ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ສຸມໃສ່ແກ້ໄຂແຕ່ລະບັນຫາທີ່ກ່າວ ມານັ້ນ: ບັນຫາການລັບລອບຂຸດ ຄົ້ນແຮ່ຄຳ ຕ້ອງໄດ້ຮັບການແກ້ ໄຂຢ່າງເຂັ້ມງວດ ແລະ ເດັດຂາດ ຕ້ອງຫັນໃຫ້ເຂົ້າສູ່ກົດໝາຍແລະລະ ບຽບການ. ທຸກພາກສ່ວນທີ່ກ່ຽວ ຂ້ອງຕ້ອງໄດ້ຮ່ວມມືກັນ, ທັງເປັນ ເຈົ້າການ ໃນການແກ້ໄຂໃຫ້ໄດ້ຢ່າງ ຂາດຕົວ ເນື່ອງຈາກເປັນບັນຫາທີ່ ຫຍຸ້ງຍາກສັບສົນທີ່ສຸດເຊິ່ງເປັນສາ ເຫດ ໃຫ້ເກີດປາກົດການຫຍໍ້ທໍ້ ຕ່າງໆນໍາມາເປັນຕົ້ນ ໄດ້ກະທົບຕໍ່ ຄວາມເຊື່ອໝັ້ນ ຂອງປະຊາຊົນ ທີ່ມີ ຕໍ່ການນໍາພາຂອງພັກ-ລັດແລະຜົນ ສັກສິດຂອງກົດໝາຍ ບັນຫາການ ໃຫ້ ແລະ ຮັບສິນບົນ, ບັນຫາຢາເສບ ຕິດ ແລະ ບັນຫາອື່ນໆອີກ ບັນຫາ ຢາເສບຕິດ ໃນຕໍ່ໜ້າຈະໄດ້ສຸມໃສ່ ແກ້ໄຂຢ່າງເຂັ້ມງວດ ແລະ ເດັດ ຂາດ, ໂດຍເນັ້ນໃສ່ການໂຄສະນາ, ເຜີຍແຜ່ຄວາມຮູ້ກ່ຽວກັບຜົນຮ້າຍ ແລະ ມາດຕະການຕໍ່ບັນຫາຢາ ເສບຕິດຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ທັງຍົກສູງຄວາມເປັນ ເຈົ້າການຂອງຄະນະພັກ-ຄະນະນໍາ ແຕ່ລະຂັ້ນ, ຍົກລະດັບຄວາມຮູ້ ແລະ ຄວາມຕື່ນຕົວຂອງເຈົ້າໜ້າທີ່, ປຸກລະດົມໃຫ້ພົນລະເມືອງທຸກຄົນ ມີຄວາມຕື່ນຕົວຮັບຮູ້ ແລະ ເຂົ້າໃຈ ບັນຫາຢາເສບຕິດຫລີກເວັ້ນຄວາມ ເຂົ້າໃຈທີ່ວ່າ ການແກ້ໄຂບັນຫາຢາ ເສບຕິດແມ່ນພາລະບົດບາດ ຂອງ ເຈົ້າໜ້າທີ່ຕໍາຫລວດ. ບັນຫານີ້ຄະ ນະພັກແຕ່ລະຂັ້ນຕ້ອງເອົາໃຈໃສ່ ນໍາພາ-ຊີ້ນໍາຢ່າງໃກ້ຊິດ ເພື່ອໃຫ້ ພົນລະເມືອງທຸກຄົນເຂົ້າໃຈວ່າ ການແກ້ໄຂບັນຫາຢາເສບຕິດແມ່ນ ບັນຫາຂອງໝົດທຸກຄົນ ຜູ້ກະທຳ ຜິດ ຕ້ອງໄດ້ຮັບການລົງໂທດຕາມ ກົດໝາຍຢ່າງເຂັ້ມງວດ ທັງໝົດທີ່ ກ່າວມານັ້ນ, ແມ່ນການສັງລວມບັນ ຫາທີ່ພົ້ນເດັ່ນ ແລະ ເຄັ່ງຮ້ອນຂອງ ແຂວງພວກເຮົາ ທີ່ໄດ້ຍົກມາລາຍ ງານ. ຖ້າຫາກວ່າ ມີບັນຫາໃດທີ່ຍັງ ສົນໃຈ ແລະ ຕ້ອງການຂໍ້ມູນທີ່ນອກ ເໜືອຈາກການລາຍງານຂອງຂ້າ ພະເຈົ້າ ຂໍໃຫ້ມີຄໍາເຫັນແລກປ່ຽນ ໄດ້ອີກ ຕາມເງື່ອນໄຂຕົວຈິງ. ທ້າຍນີ້, ຂໍອວຍພອນໄຊອັນ ປະເສີດ ແດ່ປະທານກອງປະຊຸມ, ການນໍາພັກ-ລັດ, ພະນັກງານ, ທະ ຫານ, ຕໍາຫລວດແລະ ປະຊາຊົນ ບັນດາເຜົ່າໃນທົ່ວປະເທດຈົ່ງມີສຸຂະ ພາບແຂງແຮງ, ມີຜົນສຳເລັດໃນ ໜ້າທີ່ວຽກງານທຸກປະການ. ນັບວ່າ ເປັນໂອກາດດີ ທີ່ຜູ້ ຂຽນໄດ້ມີໂອກາດໄປຢ້ຽມຢາມ ບ້ານທົ່ງແປ ເມືອງຄຳເກີດ ແຂວງ ບໍລິຄຳໄຊ ແລະ ໄດ້ມີເວລາສຳພາດ ນາຍບ້ານໆດັ່ງກ່າວ ຕໍ່ການພັດທະ ນາບ້ານເສດຖະກິດພາຍໃນບ້ານ, ເຊິ່ງທ່ານນາຍບ້ານກໍ່ສະໄດ້ແດງ ຄວາມພາກພູມໃຈ ທີ່ມີ hພັກປະຊາ ຊົນ ປະຕິວັດລາວi ນໍາພາ ຈຶ່ງເຮັດ ໃຫ້ປະເທດເຮົາກໍ່ຄືບ້ານທົ່ງແປ ມີການພັດທະນາຢ່າງບໍ່ຢຸດຢັ້ງ ເຊິ່ງ ຕະຫລອດໄລຍະ 48 ປີ ແຫ່ງການ ສະຖາປານາ ສປປ ລາວ ປວງຊົນ rkp.8h dkooerk0v'ra d gIa f.sh [h komqj 'cx ra fmtokfu 0B og]N vpM ລາວເຮົາ ກໍ່ມີເອກະລາດ ມີຄວາມ ຜາສຸກ ປະເທດຊາດຈະເລີນຮຸ່ງ ເຮືອງນັບມື້ກ້າວສູ່ຄວາມສີວິໄລ ເທື່ອລະກ້າວ. ທ່ານອຸໄດໄຊຍອນຕານາຍບ້ານ ທົ່ງແປ ເມືອງຄຳເກີດ ເລົ່າສູ່ຟັງວ່າ: ບ້ານທົ່ງແປຕັ້ງຢູ່ຕິດກັບຊາຍແດນ ລາວ-ຫວຽດນາມ(ດ່ານສາກົນນ້ຳ ພາວ), ໂດຍມີຫລາຍກວ່າ 380 ຫລັງຄາເຮືອນ, ມີປະຊາກອນ ຫລາຍກວ່າ 2.700 ຄົນ, ໂດຍພາຍ ໃຕ້ການນຳຂອງພັກຕະຫລອດ ໄລຍະ 48 ປີມານີ້ ບວກໃສ່ການຕື່ນ ຕົວ, ຕັ້ງໜ້າເອົາໃຈໃສ່ສ້າງສາພັດ ທະນາເຮືອນຊານບ້ານຊ່ອງ, ເສດ ຖະກິດຄອບຄົວ ມາຮອດປັດຈຸບັນນີ້ ບ້ານທົ່ງແປໄດ້ຮັບການພັດທະນາ ຕ່າງຈາກເມື່ອກ່ອນຫລາຍເທົ່າຕົວ ໂດຍສະເພາະແມ່ນຄວາມທຸກຍາກ ໄດ້ຮັບການແກ້ໄຂຫລຸດໜ້ອຍຖອຍ ລົງ ໂດຍມາຮອດດຽວນີ້ ຄອບຄົວ ທຸກຍາກຍັງເຫລືອພຽງ 18 ຄອບ ຄົວ, ພື້ນຖານໂຄງລ່າງ, ຖະໜົນຫົນ ທາງ, ທາງຮ່ອມໄດ້ຮັບການປັບປຸງ ດີຂຶ້ນ ແລະ ອື່ນໆ. ດ້ວຍຄວາມເອົາ ໃຈໃສ່ດັ່ງກ່າວ ເຮັດໃຫ້ບ້ານຕົນຮັບ ນາມມະຍົດເປັນບ້ານພັດທະນາ, ວັດທະນະທຳ, ຍຸຕິທຳແລະບ້ານສາ ທາລະນະສຸກ. ໝາຍຄວາມວ່າສາ ມາດປະຕິບັດຕາມແຜນພັດທະນາ ຂອງຂັ້ນເທິງຖືວ່າບັນລຸໄດ້ໝົດ. ທ່ານ ອຸໄດ ໄຊຍອນຕາ ນາຍ ບ້ານທົ່ງເລົ່າສູ່ຟັງຕື່ມວ່າ: ອາຊີບ ຕົ້ນຕໍຂອງປະຊາຊົນບ້ານຕົນແມ່ນ ເຮັດນາ ແລະ ອາຊີບສຳຮອງແມ່ນ ປູກຝັງ-ລ້ຽງສັດ. ອັນພົ້ນເດັ່ນທີ່ ເຮັດໃຫ້ປະຊາຊົນມີການພັດທະນາ, ມີລາຍຮັບເຂົ້າຄອບຄົວແມ່ນຂະ ບວນການປູກມັນຕົ້ນ ເຊິ່ງທົ່ວບ້ານ ມີເນື້ອທີ່ປະມານ 270 ເຮັກຕາ ໂດຍ ໃນແຕ່ລະປີໄດ້ສ້າງລາຍຮັບໃຫ້ແກ່ ປະຊາຊົນຫລາຍຮ້ອຍລ້ານກີບ. ນອກຈາກນີ້, ການລ້ຽງສັດໃຫຍ່ ງົວ-ຄວາຍກໍ່ມີການຂະຫຍາຍຕົວ ໃນແຕ່ລະປີ ແລະ ຂາຍອອກຫລາຍ ສິບໂຕ. ແນວໃດກໍ່ດີສຳລັບຈຳນວນ ຄອບຄົວທີ່ຍັງທຸກຍາກເຫລືອນັ້ນ ທາງບ້ານກໍ່ມີແຜນການຊ່ວຍເຫລືອ. ເຖິງວ່າທາງບ້ານບໍ່ມີງົບປະມານ ເປັນກ້ອນມອບໃຫ້, ແຕ່ອຳນາດ ການປົກຄອງໄດ້ປຸກລະດົມທາງ ດ້ານແນວຄິດຈິດໃຈ, ມີແຜນນະໂຍ ບາຍຊ່ວຍເຫລືອຄອບຄົວດັ່ງກ່າວ ໃຫ້ກ້າວສູ່ການມີຢູ່ມີກິນຄືກັບຄອບ ຄົວອື່ນໆ. ບ້ານທົ່ວແປ ເປັນບ້ານໜຶ່ງທີ່ມີ ປະຊາຊົນ 3 ຊົນເຜົ່າຢູ່ຮ່ວມກັນ ດ້ວຍຄວາມສາມັກຄີປອງດອງຄື: ເຜົ່າລາວ, ເຜົ່າມົ້ງ ແລະ ເຜົ່າໄຕ ເຊິ່ງ ແຕ່ລະເຜົ່າລ້ວນແລ້ວແຕ່ຢູ່ຮ່ວມກັນ ມີຄວາມສາມາດມັກຄີຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ພ້ອມກັນປົກປັກ ຮັກສາ ແລະ ສ້າງສາພັດທະນາບ້ານ ມາໂດຍ ຕະຫລອດ ຕິດພັນກັບການ ເອົາໃຈໃສ່ຈັດຕັ້ງປະຕິບັດແນວ ທາງນະໂຍບາຍຂອງພັກ-ລັດ ໂດຍ ສະເພາະແມ່ນສອງໜ້າທີ່ຍຸດທະ ສາດ ຄື: ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດຢ່າງຈູດ ຈ້າວຫ້າວຫັນ ທັງເຮັດໃຫ້ພາຍໃນ ບ້ານມີຄວາມສະຫງົບໂດຍພື້ນ ຖານ. ທ່ານ ອຸໄດ ໄຊຍອນຕາ ກ່າວ. ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==