5746

m6 f]k; pnj olko8k8A '8+ xtmkoxtgmf csj ' ll s;Pfok, lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 13/11/2023 xtgmf]k; ປະທານປະເທດເຄື່ອນໄຫວ... ເປີດການຕິດຕັ້ງເສົາກັງຫັນ... ຮອງນາຍົກລັດຖະມົນຕີ ໄລຍະກາງສະໄໝ... ຮັບຮອງມາດຕະຖານ... ຂປລ. ສະຫາຍ ນາງ ຄຳເພົາ ເອີນທະວັນ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ສະຫາຍ ຫວໍ ວັນ ເຖືອງ (Vo Van Thuong) ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ສັງຄົມນິ ຍົມ ຫວຽດນາມ ໃນວັນທີ 8 ພະຈິກ 2023 ທີ່ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ. ໂອກາດນີ້, ສະຫາຍ ປະທານປະ ເທດ ຫວໍ ວັນ ເຖືອງ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການມາດໍາລົງຕໍາແໜ່ງຂອງສະ ຫາຍເອກອັກຄະລັດຖະທູດລາວຄົນ ໃໝ່ ປະຈໍາ ສສ ຫວຽດນາມ, ພ້ອມ ທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ໄດ້ຮັບການເສີມຂະ ຫຍາຍຖານອ້າຍນ້ອງແບບໃກ້ຊິດ ແລະ ເພື່ອນຮ່ວມອຸດົມການອັນ ດຽວກັນ, ມີມູນເຊື້ອຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ດ້ວຍຄວາມຈິງໃຈຕະ ຫລອດມາ ຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ສະໄໝສ້າງສາພັດ ທະນາປະເທດຊາດ ໃນປັດຈຸບັນກໍຄື ໃນຂອບການຮ່ວມມືພາກພື້ນ ແລະ ສາກົນ. ພ້ອມກັນນີ້, ຍັງໄດ້ສະແດງ ຄວາມເຊື່ອໝັ້ນວ່າ ສະຫາຍເອກອັກ ຄະລັດຖະທູດ ຈະເຄື່ອນໄຫວຢ່າງ ຕັ້ງໜ້າ ເພື່ອເສີມຂະຫຍາຍສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່ຄວາມ ສາມັກຄີແບບພິເສດ ແລະການຮ່ວມ ມືຮອບດ້ານ ທີ່ເປັນມູນເຊື້ອອັນດີ ງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ-ລັດຖະບານ ແລະ ປະຊາ ຊົນສອງຊາດລາວ ແລະ ຫວຽດ ນາມໃຫ້ນັບມື້ຈະເລີນງອກງາມຢ່າງ ບໍ່ຢຸດຢັ້ງ, ພ້ອມທັງອວຍພອນໃຫ້ ສະຫາຍ ເອກອັກຄະລັດຖະທູດ ຈົ່ງ ປະສົບຜົນສໍາເລັດອັນຈົບງາມໃນ ການປະຕິບັດໜ້າທີ່ວຽກງານການ ທູດຄັ້ງນີ້. ໂອກາດດຽວກັນ, ສະຫາຍເອກ ອັກຄະລັດຖະທູດລາວ ກໍໄດ້ນໍາເອົາ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກ ແພງຖານອ້າຍ ນ້ອງເພື່ອນມິດຈາກ ສະຫາຍ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ສະຫາຍ ຫວໍ ວັນ ເຖືອງ ແລະ ຜ່ານ ໄປຍັງ ສະຫາຍ ຫງວຽນ ຟູ້ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ພ້ອມດ້ວຍການນຳ ພັກ-ລັດ ກໍຄື ປະຊາຊົນຫວຽດນາມ ອ້າຍນ້ອງ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ສອງປະເທດ ທີ່ເປັນມູນເຊື້ອມາແຕ່ຍາວນານ, ບົນ ພື້ນຖານແຫ່ງຄວາມເຂົ້າອົກເຂົ້າ ໃຈ ແລະ ຊ່ວຍເຫລືອເຊິ່ງ ແລະ ກັນ. ພ້ອມທັງເຫັນດີເປັນເອກະພາບທີ່ຈະ ສືບຕໍ່ເສີມຂະຫຍາຍການຮ່ວມມື ຮອບດ້ານ ເປັນຕົ້ນ ດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະ ກິດການຄ້າ, ການລົງທຶນ, ວັດທະນະ ທໍາ-ສັງຄົມ, ສາທາລະນະສຸກ, ການ ທູດປະຊາຊົນ ແລະ ອື່ນໆ. ສະຫາຍເອກອັກຄະລັດຖະທູດ ຍັງໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈຕໍ່ພັກ, ລັດຖະບານ ແລະ ປະ ຊາຊົນຫວຽດນາມ ທີ່ໄດ້ໃຫ້ການ ຊ່ວຍເຫລືອແກ່ ສປປ ລາວ ໃນໄລ ຍະທີ່ຜ່ານມາ. ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວພ້ອມຄະນະລົງຢ້ຽມຢາມແລະ ເຄື່ອນໄຫວເຮັດວຽກ ຢູ່ແຂວງບໍ່ ແກ້ວ ທ້າຍອາທິດຜ່ານມາ, ໂດຍ ໄດ້ ຮັບການຕ້ອນຮັບຈາກ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍການນຳຂອງແຂວງ, ເມືອງ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ. ຈາກນັ້ນ, ປະທານປະເທດພ້ອມ ຄະນະໄດ້ສືບຕໍ່ລົງຢ້ຽມຢາມໂຄງ ການລົງທຶນປູກໝາກຖົ່ວເຫລືອງ ຂອງບໍລິສັດ ແຊເຢີນ ການລົງທຶນ ພັດທະນາກະສິກຳ ຈຳກັດຜູ້ດຽວ ເພື່ອຕິດຕາມກວດກາຄວາມຄືບໜ້າ ການຈັດຕັ້ງປະຕິບັດ ຂອງໂຄງການ ເປັນຕົ້ນແມ່ນ ດ້ານຜົນສຳເລັດ ແລະ ຄວາມຫຍຸ້ງຍາກຕ່າງໆ ໃນການຊຸກ ຍູ້ສົ່ງເສີມໂຄງການດັ່ງກ່າວໃຫ້ດຳ ເນີນໄປດ້ວຍດີ, ມີປະສິດທິພາບ, ປະ ສິດທິຜົນ ແລະ ຍືນຍົງ ແນໃສ່ເຮັດໃຫ້ ປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນນັ້ນ ໄດ້ມີສ່ວນຮ່ວມໃນການສ້າງວຽກ ເຮັດງານທຳ, ມີລາຍຮັບເຂົ້າສູ່ຄອບ ຄົວ ເພື່ອແກ້ໄຂຊີວິດການເປັນຢູ່ ໃຫ້ດີຂຶ້ນ ແລະ ຫລຸດພົ້ນອອກຈາກ ຄວາມທຸກຍາກໄປເທື່ອລະກ້າວ. ໂຄງການລົງທຶນປູກໝາກຖົ່ວ ເຫລືອງ ແມ່ນການລົງທຶນຂອງພາກ ເອກະຊົນຕ່າງປະເທດ 100%, ເຊິ່ງ ມີທຶນໜູນວຽນ 10 ຕື້ກີບ, ທຶນຄົງ ທີ່ 10 ຕື້ກີບ ແລະ ທຶນສ້າງຕັ້ງໂຮງ ງານ 40 ຕື້ກີບ, ໄດ້ເຊົ່າເນື້ອທີ່ດິນ ນຳປະຊາຊົນປະມານ600 ເຮັກຕາ, ປັດຈຸບັນໄດ້ບຸກເບີກເນື້ອທີ່ແມ່ນ ສໍາ ເລັດໄປແລ້ວ 130 ເຮັກຕາ ແລະ ປູກ ສໍາເລັດ 42 ເຮັກຕາ, ການຜະລິດ ໄດ້ໃຊ້ເຕັກນິກ ແລະ ເຕັກໂນໂລຊີ ແບບທັນໄໝເຂົ້າມາຊ່ວຍ. ສຳລັບ ແຮງງານຕົ້ນຕໍ ແມ່ນມາຈາກປະຊາ ຊົນ ເມືອງຜາອຸດົມ ປະມານ 500 ຄົນຕໍ່ວັນ, ຄາດວ່າປີນີ້ຈະໃຫ້ໄດ້ຮັບ ຜົນຜະລິດ ປະມານ 6.000 ໂຕນ. ສ່ວນແຜນການໃນຕໍ່ໜ້າແມ່ນຈະສູ່ ຊົນ ໃຫ້ບັນລຸໄດ້ 10.000 ໂຕນ ເຊິ່ງ ຜົນຜະລິດແມ່ນຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ. ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງໃຫ້ຮູ້ວ່າ: ໂຄງການໄຟຟ້າພະ ລັງງານລົມ ມອນຊູນວິນ (Monzoon wind project) ເປີດການ ຕິດຕັ້ງເສົາກັງຫັນລົມຕົ້ນທໍາອິດຂຶ້ນ ເມື່ອມໍ່ໆມານີ້, ທີ່ທົ່ງເຫລັກ ເມືອງ ດາກຈຶງ ແຂວງເຊກອງ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ພ້ອມດ້ວຍຂະ ແໜງການກ່ຽວຂ້ອງຂັ້ນສູນກາງ, ແຂວງ, ເມືອງດາກຈຶງ ແລະ ບໍລິສັດ ເຂົ້າຮ່ວມ. ທ່ານ ນັດ ຮຸຕານຸວັດ ກຳມະການ ຜູ້ຈັດການໃຫຍ່ ບໍລິສັດ ມອນຊູນວິນ ພາວເວີ ຈຳກັດ ໃຫ້ຮູ້ວ່າ: ໂຄງການ ໄຟຟ້າພະລັງງານລົມ ໄດ້ເລີ່ມລົງມື ກໍ່ສ້າງໃນເດືອນເມສາ 2023 ແລະ ຄາດວ່າຈະສໍາເລັດໃນທ້າຍປີ2025 ເຊິ່ງຕັ້ງຢູ່ເຂດເຊື່ອມຕໍ່ລະຫວ່າງ ເມືອງດາກຈຶງ ແຂວງເຊກອງ ກັບ ເມືອງຊານໄຊ ແຂວງອັດຕະປື, ມີ ເສົາກັງຫັນທັງໝົດ 133 ຕົ້ນ, ມີກໍາ ລັງການຜະລິດ 600 ເມກາວັດ. ໃນນີ້, ຕັ້ງຢູ່ເມືອງດາກຈຶງ 110 ຕົ້ນ ແລະ ຕັ້ງຢູ່ເມືອງຊານໄຊ 23 ຕົ້ນ ໂດຍມີເປົ້າໝາຍສົ່ງໄຟຟ້າອອກຂາຍ ໃຫ້ປະເທດຫວຽດນາມເປັນຫລັກ ເຊິ່ງມີໄລຍະສັນຍາ 25 ປີ ລວມມູນ ຄ່າການກໍ່ສ້າງທັງໝົດ 900 ລ້ານ ໂດລາສະຫະລັດ. ທ່ານ ນັດ ຮຸຕານຸວັດ ໃຫ້ຮູ້ຕື່ມ ວ່າ: ເສົາກັງຫັນລົມ ແຕ່ລະຕົ້ນແມ່ນ ຕັ້ງຢູ່ພື້ນຖານທີ່ແຂງແກ່ນ ແລະ ໝັ້ນ ຄົງ ເຊິ່ງໄດ້ອອກແບບດ້ວຍຫລັກ ການທີ່ເປັນມິດຕໍ່ສິ່ງແວດລ້ອມ, ພື້ນຖານເສົາແຕ່ລະຕົ້ນ ກວ້າງປະ ມານ 22 ແມັດ, ເລິກ 35 ແມັດ ແລະ ລວງສູງຂອງເສົາ 110 ແມັດ ແລະ ໃບພັດຍາວ 85,5 ແມັດ, ຢູ່ເທິງສຸດ ຈະເປັນເຄື່ອງຍົນຮອງຮັບນໍ້າໜັກໄດ້ ຫລາຍກວ່າ 100 ໂຕນ, ຄວາມຍາວ ເສັ້ນຜ່າສູນກາງຂອງກັງຫັນ 171 ແມັດ, ສາມາດຜະລິດກະແສໄຟຟ້າ ໄດ້ 4,51 ເມກາວັດ, ປັດຈຸບັນການ ກໍ່ສ້າງສໍາເລັດແລ້ວ ປະມານ 30% ຄາດວ່າຈະໃຫ້ສໍາເລັດການກໍ່ສ້າງ ແລະ ໃຫ້ສາມາດຈ່າຍໄຟໄດ້ໃນ ປີ 2025. ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍບໍລິສັດ ທີ່ໄດ້ທຸມເທທຶນຮອນ ເຂົ້າໃນການປະຕິບັດໂຄງການດັ່ງ ກ່າວ. ໂຄງການໄຟຟ້າພະລັງງານລົມ ແມ່ນໂຄງການຍຸດທະສາດສໍາຄັນ ຂອງພັກ-ລັດຖະບານ ກໍຄື ແຂວງ ເຊກອງແລະເປັນໂຄງການໄຟຟ້າພະ ລັງງານລົມແຫ່ງທໍາອິດຂອງປະເທດ ລາວ ແລະ ໃຫຍ່ທີ່ສຸດໃນຂົງເຂດອາ ຊີຕາເວັນອອກສ່ຽງໃຕ້. ສະນັ້ນ, ການກໍ່ສ້າງໂຄງການນີ້ ຈຶ່ງມີຄວາມ ໝາຍສໍາຄັນຕໍ່ບາດກ້າວ ການພັດ ທະນາໂຄງການພະລັງງານສະອາດ ຂອງລາວ, ລົດກາສກາກບອນ, ບໍ່ທໍາລາຍສິ່ງແວດລ້ອມ, ຊ່ວຍສ້າງ ຄວາມໝັ້ນຄົງ ແລະ ສະໜັບສະ ໜູນພາລະກິດສໍາຄັນລະດັບໂລກ ທີ່ມີເປົ້າໝາຍການປ່ອຍກາສກາກ ບອນເປັນສູນ ໃນປີ 2050. ທັງເປັນ ການປະກອບສ່ວນເຂົ້າໃນການສ້າງ ສາ ແລະ ພັດທະນາປະຊາຊາດ ກໍ ຄືການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ, ສ້າງວຽກເຮັດງານ ທໍາ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນໃຫ້ຫລຸດລົງເທື່ອລະກ້າວ. ຂ່າວ: ພຸດທະສອນ ຖານ ໃນ ສປປ ລາວ (ບີຄວາ). ປັດຈຸບັນ, ກົມສ້າງຄູກຳລັງກະ ກຽມວາງແຜນຈັດກອງປະຊຸມ ເຜີຍແຜ່ມາດຕະຖານດັ່ງກ່າວຄາດ ວ່າໃນລະຫວ່າງເດືອນມັງກອນ 2024 ໃຫ້ບັນດາຄະນະນຳຂັ້ນສູງ ຈາກບັນດາກົມກ່ຽວຂ້ອງຂອງກະ ຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຜູ້ຕາງໜ້າຂັ້ນແຂວງ. ມາດຕະຖານການສອນຊັ້ນປະຖົມ ສຶກສາ ໄດ້ກໍານົດພື້ນຖານທີ່ຊັດເຈນ ຂອງຄວາມຄາດຫວັງ ສໍາລັບການ ປະຕິບັດການພັດທະນາວິຊາຊີບ ແລະ ການສອນຂອງຄູສອນຊັ້ນປະ ຖົມ. ການປະຕິບັດທີ່ດີທີ່ສຸດຂອງສາ ກົນຊີ້ໃຫ້ເຫັນວ່າຄູສອນຊັ້ນປະຖົມ ຕ້ອງການມາດຕະຖານການສິດ ສອນທີ່ຊັດເຈນທີ່ເຊື່ອມຕໍ່ໂດຍກົງກັບ ຫລັກສູດທີ່ເຂົາເຈົ້າຈະສອນ. ມາດ ຕະຖານສະບັບປັບປຸງນີ້ແມ່ນມີ ຄວາມເຊື່ອມໂຍງກັນ ລະຫວ່າງ ຫລັກສູດຊັ້ນປະຖົມສຶກສາສະບັບປັບ ປຸງໃໝ່, ຄວາມຮູ້, ທັກສະ ແລະ ຄຸນ ຄ່າທີ່ຄູຕ້ອງການ ເພື່ອສອນຫລັກ ສູດສະບັບນີ້ ໃຫ້ແກ່ນັກຮຽນ ທຸກຄົນ ໄດ້ຢ່າງມີປະສິດທິພາບ. ທ່ານ ເກດ ພັນລັກ ຫົວໜ້າກົມ ສ້າງຄູໄດ້ກ່າວວ່າ:ດ້ວຍຫລັກສູດປະ ຖົມສຶກສາສະບັບປຸງໃໝ່ທີ່ມີຢູ່, ປັດ ຈຸບັນ ໄດ້ມີການສຸມໃສ່ການສະໜັບ ສະໜູນນະໂຍບາຍ ແລະ ລະບົບການ ສ້າງຄວາມເຂັ້ມແຂງ ສໍາລັບການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ການປັບປຸງມາດຕະຖານການສອນ ຊັ້ນປະຖົມສຶກສາແມ່ນນໍາພາໂດຍ ກົມສ້າງຄູ ເຊິ່ງມາດຕະຖານດັ່ງ ກ່າວ ລວມມີ 4 ຂີດຄວາມສາມາດ ຫລັກທີ່ຄູສອນຄວນສະແດງໃຫ້ເຫັນ ໃນສາມລະດັບຄວາມຊຳນານ ແລະ ເປັນເຄື່ອງມືຫລັກ ໃນການຮັບປະ ກັນຄຸນນະພາບ ຂອງລະບົບການສຶກ ສາຂອງຄູ ແລະ ເພື່ອຮັບປະກັນການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຂອງຄູຊັ້ນປະຖົມໃຫ້ມີປະສິດທິພາບ ແລະ ມີຄວາມແທດເໝາະກັບຄູ ສອນຊັ້ນປະຖົມສຶກສາ. ມາດຕະຖານການສອນຊັ້ນປະ ຖົມສຶກສາຈະຖືກນໍາໃຊ້ໃນຫລາຍ ດ້ານທີ່ເຊື່ອມຕໍ່ກັບກິດຈະກໍາການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD), ຈະຊ່ວຍໃຫ້ຄໍາແນະນໍາທີ່ ຊັດເຈນ ສໍາລັບຜູ້ທີ່ອອກແບບ ແລະ ສະໜອງການສະໜັບສະໜູນ CPD ສໍາລັບຄູສອນ ເພື່ອໃຫ້ສອດຄ່ອງ ກັບຄວາມຮູ້, ທັກສະ ແລະ ຄຸນຄ່າ ທີ່ຄູຕ້ອງການ ເພື່ອປັບປຸງຜົນການ ຮຽນຂອງນັກຮຽນ. ພ້ອມນີ້, ຄູສອນ ຍັງສາມາດນໍາໃຊ້ມາດຕະຖານດັ່ງ ກ່າວ ເພື່ອສະໜັບສະໜູນການພັດ ທະນາວິຊາຊີບຂອງຕົນເອງ ເນື່ອງ ຈາກເຂົາເຈົ້າມີສ່ວນຮ່ວມໃນການ ປະເມີນຕົນເອງຢ່າງຕໍ່ເນື່ອງ ແລະ ການກໍານົດເປົ້າໝາຍສໍາລັບການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ຂອງເຂົາເຈົ້າ. ນອກຈາກນີ້, ມາດຕະຖານການ ສອນຊັ້ນປະຖົມສຶກສາຍັງເປັນຊັບ ພະຍາກອນທີ່ສໍາຄັນ ສໍາລັບການ ຮັບປະກັນຄຸນນະພາບຂອງຄູທີ່ຮຽນ ຈົບໃໝ່ ເຊິ່ງບັນດາວິທະຍາໄລຄູ ຈະໄດ້ຮັບການຊຸກຍູ້ໃຫ້ນໍາໃຊ້ມາດ ຕະຖານດັ່ງກ່າວ ເພື່ອປະເມີນການ ປະຕິບັດຂອງນັກຮຽນ ແລະ ກໍາ ນົດວ່າພວກເຂົາ ມີລະດັບຄວາມຊຳ ນານ ລະບຸໄວ້ໃນມາດຕະຖານ ໃນ ເວລາຮຽນຈົບ ແລະ ກາຍເປັນຄູ ແລະ ເພື່ອໃຫ້ສອດຄ່ອງໃນຂະບວນ ການປະເມີນອື່ນໆອີກເຊັ່ນ: ການປະ ເມີນຜົນການປະຕິບັດໜ້າທີ່ ແລະ ສິ່ງຈູງໃຈຕໍ່ການຂໍຕຳແໜ່ງວິຊາ ການຄູສອນວິຊາການຕື່ມອີກ. ກຸດຣາຊະກຸມມານອາກິຊິໂນະແຫ່ງ ຍີ່ປຸ່ນ ແລະ ພະຊາຍາ, ໃນໂອກາດ ເດີນທາງຢ້ຽມຢາມທາງການ ຍີ່ປຸ່ນ ໃນລະຫວ່າງວັນທີ 7-11 ພະຈິກ 2023. ໃນໂອກາດນີ້, ທ່ານສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ມີໂອ ກາດເຂົ້າຢ້ຽມຂ່ຳນັບ ສົມເດັດ ອົງ ມົງກຸດ ຣາຊະກຸມມານ ອາກິຊິ ໂນະ ແລະ ພະຊາຍາ ໃນຄັ້ງນີ້, ການມາ ຢ້ຽມຢາມຍີ່ປຸ່ນ ໃນຄັ້ງນີ້ ກໍເພື່ອສືບ ຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະ ຫວ່າງ ສປປ ລາວ-ຍີ່ປຸ່ນ ໂດຍສະ ເພາະ ເພື່ອຈັດຕັ້ງຜັນຂະຫຍາຍການ ເປັນຄູ່ຮ່ວມຍຸດທະສາດຂອງສອງ ປະເທດໃຫ້ນັບມື້ໄດ້ຮັບການຮັດ ແໜ້ນ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດ ຢັ້ງ, ສະແດງຄວາມຍິນດີທີ່ເຫັນວ່າ ການພົວພັນຮ່ວມມື ສປປ ລາວ ແລະ ຍີ່ປຸ່ນ ແມ່ນສືບຕໍ່ໄດ້ຮັບການສົ່ງເສີມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນສອງຊາດມີຄວາມໃກ້ຊິດ, ສະໜິດສະໜົມ ແລະ ຮັກແພງກັນ, ໄດ້ມີການຮ່ວມມືກັນຢ່າງຕັ້ງໜ້າທັງ ໃນສາຍລັດ, ສາຍພັກ ແລະ ສາຍ ສະພາ ເຊິ່ງໄດ້ນຳເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ, ລວມທັງຂົງເຂດ ແລະ ພາກພື້ນ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈຢ່າງຈິງໃຈຕໍ່ການຊ່ວຍ ເຫລືອອັນລ້ຳຄ່າຈາກລັດຖະບານ ຍີ່ປຸ່ນ ອັນສະເໝີຕົ້ນສະເໝີປາຍມາ ໂດຍຕະຫລອດ ເຊິ່ງໄດ້ປະກອບ ສ່ວນອັນສໍາຄັນໃນການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຂອງ ສປປ ລາວ ເປັນແຕ່ລະໄລຍະ ໂດຍສະເພາະການ ພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການພັດທະນາໂຄງລ່າງພື້ນຖານ, ການຮັບມືກັບການແພ່ລະບາດ ຂອງ ພະຍາດໂຄວິດ-19 ແລະ ພິເສດ ກໍ ແມ່ນການຊ່ວຍເຫລືອໃນວຽກງານ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO), ໃນນີ້ ເຫັນວ່າສອງປະ ເທດລາວ-ຍີ່ປຸນຍັງມີທ່າແຮງຫລາຍ ດ້ານທີ່ສາມາດຜັນຂະຫຍາຍການ ເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ມີບາດກ້າວຂະຫຍາຍຕົວເປັນ ຕົ້ນ ການຮ່ວມມືດ້ານເສດຖະກິດການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວ, ໃນປີ 2024 ນີ້ ສປປ ລາວ ຈະເປັນປະທານອາຊຽນ ແລະ ຈັດປີທ່ອງທ່ຽວລາວເຫັນວ່າເປັນ ກາລະໂອກາດອັນດີ ໃນການຊຸກຍູ້ ການໄປມາຫາສູ່ກັນຂອງປະຊາຊົນ ສອງປະເທດ ໃຫ້ຫລາຍຂຶ້ນ ໂດຍສະ ເພາະ ການທ່ອງທ່ຽວລາວ-ຍີ່ປຸ່ນ ເພື່ອຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ໃນຕໍ່ໜ້າ. ໃນຂະນະດຽວກັນ, ສົມເດັດ ອົງມົງກຸດ ຣາຊະກຸມມານ ອາກິຊິ ໂນະ ສະແດງຄວາມຍິນດີຈະສືບຕໍ່ ຊຸກຍູ້ພາກສ່ວນກ່ຽວຂ້ອງສອງຝ່າຍ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອ ເສີມຂະຫຍາຍການພົວພັນຮ່ວມມື ສອງຝ່າຍໃນຂະແໜງການຕ່າງໆ ທີ່ມີທ່າແຮງຮ່ວມກັນໃຫ້ຫລາຍຂຶ້ນ. ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຍິນດີໃຫ້ການສະໜັບສະໜູນຊ່ວຍ ເຫລືອ ສປປ ລາວ ໃນການກະກຽມ ເປັນປະທານອາຊຽນ ປີ 2024 ໃຫ້ ປະສົບຜົນສຳເລັດຕາມລະດັບຄາດ ໝາຍ ໂດຍສະເພາະ ໃນປີ 2025 ທີ່ ຈະມາເຖິງນີ້, ຍີ່ປຸ່ນ ແລະ ສປປ ລາວ ກໍຈະໄດ້ຮ່ວມກັນຈັດບັນດາກິດຈະ ກຳຕ່າງໆ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບ ຮອບ 70 ປີ(05 ມີນາ 1955) ໃຫ້ມີບັນຍາກາດອັນຟົດຟື້ນ ເຊິ່ງ ຈະກາຍເປັນຂີດໝາຍສຳຄັນຂອງ ການເພີ່ມທະວີສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີ ງາມລະຫວ່າງ ຍີ່ປຸ່ນ-ລາວ ໃຫ້ນັບ ມື້ຈະເລີນງອກງາມຍິ່ງຂຶ້ນ, ອວຍ ພອນໃຫ້ຄະນະຜູ້ແທນລາວ ຈົ່ງປະ ສົບຜົນສຳເລັດໃນການມາຢ້ຽມ ຢາມທາງການ ຍີ່ປຸ່ນ ໃນຄັ້ງນີ້. ໃນວັນດຽວກັນ, ທ່ານ ສະເຫລີມ ໄຊ ກົມມະສິດ ພ້ອມຄະນະຍັງໄດ້ ພົບປະເຮັດວຽກກັບ ທ່ານ ນາງ ຊຶ ຈິຢະ ຊິນາໂກະ ລັດຖະມົນຕີກະຊວງ ຟື້ນຟູໄພພິບັດ, ປະທານຄະນະມິດ ຕະພາບລັດຖະສະພາ ຍີ່ປຸ່ນ-ລາວ, ພ້ອມນີ້ ກໍໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບ ແລະ ພົບປະເຮັດວຽກກັບ ຫລາຍພາກສ່ວນຫົວໜ່ວຍທຸລະກິດ ຍີ່ປຸ່ນ ເພື່ອປຶກສາຫາລື ແລະ ເສີມຂະ ຫຍາຍການຮ່ວມມືໃນຕໍ່ໜ້າເປັນ ຕົ້ນ ບໍລິສັດ Ryobi Lao (IT Solution), ບໍລິສັດ Tsubame BHB, ບໍລິສັດ Asue, ບໍລິສັດ All Nippon Airways ແລະ ຕ້ອນຮັບ ຄະນະອາຈານ ຈາກມະຫາວິທະຍາ ໄລໂຕກຽວ. ພ້ອມນີ້, ຄະນະຜູ້ແທນ ລາວ ຍັງເດີນທາງໄປທັດສະນະ ຢ້ຽມຢາມບໍລິສັດ Sankyu Inc. ຂ່າວ-ພາບ: ກຕທ ປະຕິບັດແຜນການເຄື່ອນໄຫວກ ວຽກງານກາງສະໄໝ5ປີ(20212025) ແລະ ທິດທາງແຜນການ ທ້າຍສະໄໝ ຮອດປີ 2025, ການ ຈັດຕັ້ງປະຕິບັດແຜນການປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງສະພາແຫ່ງ ຊາດ ຊຸດທີ IX ໃນເວລາກອງປະ ຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນ ທີ 10 ພະຈິກ 2023 ໂດຍທ່ານໄດ້ ຍົກໃຫ້ເຫັນດ້ານດີ, ຜົນສຳເລັດ, ສາເຫດທີ່ພາໃຫ້ເກີດດ້ານດີ ແລະ ຜົນສຳເລັດ, ພ້ອມທັງຍົກໃຫ້ເຫັນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດ ຖອນໄດ້ໃນໄລຍະຜ່ານມາ ເຊິ່ງໃນ ໄລຍະກາງສະໄໝ ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກ ງານຕ່າງໆປິ່ນອ້ອມຢ່າງຕັ້ງໜ້າ ຈົນສາມາດຍາດໄດ້ຜົນສຳເລັດໃນ ຫລາຍດ້ານ ເປັນຕົ້ນ ໄດ້ປະຕິບັດ ແຜນການສ້າງ ແລະ ປັບປຸງກົດ ໝາຍຂອງສະພາແຫ່ງຊາດ ຊຸດທີ IX ໄດ້ທັງໝົດ 52 ສະບັບ, ພ້ອມ ທັງໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ ກົດໝາຍທີ່ຕິດພັນກັບບັນຫາເຄັ່ງ ຮ້ອນຂອງສັງຄົມ, ດຳເນີນກອງ ປະຊຸມສະໄໝສາມັນຂອງສະພາ ແຫ່ງຊາດ 6 ຄັ້ງ, ສະມາຊິກສະພາ ແຫ່ງຊາດ ໄດ້ຄົ້ນຄວ້າປະກອບຄຳ ເຫັນຕໍ່ເນື້ອໃນຕ່າງໆ ທັງໝົດ 160 ເນື້ອໃນ ເຊິ່ງໄດ້ຮັບຮອງເປັນມະຕິ ຈຳນວນ 122 ສະບັບ, ນອກນັ້ນ, ຍັງໄດ້ດຳເນີນກອງປະຊຸມສະໄໝ ວິສາມັນເທື່ອທີ 1 ເພື່ອພິຈາລະນາ ຮັບຮອງເອົາວາລະແຫ່ງຊາດວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານ ເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ແລະ ບັນດາກົດໝາຍທີ່ກ່ຽວຂ້ອງ ເຊິ່ງ ໄດ້ຮັບຮອງເປັນມະຕິ ຈຳນວນ 4 ສະບັບ. ພ້ອມທັງໄດ້ເອົາໃຈໃສ່ຊີ້ນຳ ການຄົ້ນຄວ້າ, ພິຈາລະນາຄຳຮ້ອງ ຂໍຄວາມເປັນທຳ ຂອງພົນລະເມືອງ ທີ່ສົ່ງມາຫາສະພາແຫ່ງຊາດ ມີທັງ ໝົດ 1.429 ເລື່ອງ, ສາມາດພິຈາ ລະນາ ແລະ ສົ່ງໃຫ້ພາກສ່ວນກ່ຽວ ຂ້ອງໄດ້ຈຳນວນ 919 ເລື່ອງ, ປັດ ຈຸບັນຄຳຮ້ອງຄ້າງ 510 ເລື່ອງ, ຮັບ ຕ້ອນ ແລະ ໃຫ້ຄຳປຶກສາແກ່ປະຊາ ຊົນ 834 ຄັ້ງ, ເກັບກຳສັງລວມຄຳ ສະເໜີຂອງປະຊາຊົນຜ່ານໂທລະສັບ ສາຍດ່ວນ 2.841 ສາຍ, ມີ 1.628 ເນື້ອໃນ, ສົ່ງໃຫ້ 49 ພາກສ່ວນ ເພື່ອ ຄົ້ນຄວ້າພິຈາລະນາແກ້ໄຂ. ສະເພາະການຈັດຕັ້ງປະຕິບັດ ແຜນການ ປະຈຳປີ 2023 ສະພາ ແຫ່ງຊາດ ໄດ້ສຳເລັດຫລາຍບັນຫາ ສຳຄັນ ເປັນຕົ້ນ ໄດ້ສ້າງ ແລະ ປັບ ປຸງກົດໝາຍ ຈຳນວນ 18 ສະບັບ, ຈັດຕັ້ງກອງປະຊຸມປະເມີນການປະ ຕິບັດກົດໝາຍຂົງເຂດປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ກົດ ໝາຍຂົງເຂດຍຸຕິທໍາ ແລະ ກົດໝາຍ ຂົງເຂດສະພາແຫ່ງຊາດ ຈຳນວນ 11 ສະບັບ ແລະ ໄດ້ດຳເນີນກອງ ປະຊຸມສະໄໝ ສາມັນ ເທື່ອທີ 5 ແລະ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດ ທີ IX ໄດ້ພິຈາລະນາ 35 ເນື້ອໃນ, ໄດ້ຮັບຮອງເປັນມະຕິ ຈຳນວນ 36 ສະບັບ, ດຳເນີນກອງປະຊຸມຄະນະ ປະຈຳສະພາແຫ່ງຊາດ ຈຳນວນ 11 ຄັ້ງ ພິຈາລະນາ 159 ເນື້ອໃນ ແລະ ຕົກລົງອອກເປັນມະຕິຈຳນວນ 110 ສະບັບ. ສຳລັບແຜນການທ້າຍສະໄໝ ຮອດປີ 2025 ສະພາແຫ່ງຊາດ ຈະປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 20232025 ຈຳນວນ 40 ສະບັບ ໃນນີ້, ກົດໝາຍສ້າງໃໝ່ 13 ສະບັບ, ກົດ ໝາຍປັບປຸງ 27 ສະບັບ, ພ້ອມທັງ ຈະຄົ້ນຄວ້າ ແລະ ກະກຽມໃຫ້ແກ່ ການປັບປຸງລັດຖະທຳມະນູນແຫ່ງ ສປປ ລາວ ໃຫ້ທັນສະເໜີຕໍ່ກອງປະ ຊຸມສະໄໝສາມັນເທື່ອທີ 9 ຂອງສະ ພາແຫ່ງຊາດ ຊຸດທີ IX ແລະ ປັບ ປຸງຮຽບຮຽງບັນດາກົດໝາຍທີ່ ໄດ້ຮັບຮອງໃນກອງປະຊຸມສະພາ ແຫ່ງຊາດ ເພື່ອສະເໜີປະທານປະ ເທດອອກລັດຖະດຳລັດປະກາດໃຊ້ ທັນຕາມກຳນົດເວລາ ແລະ ອື່ນໆ. ຂ່າວ: ທະນູທອງ,ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==