5746

xtmkoxtgmf g7n j vows; gIa f;Pd16j c0;'[+ cdh ; Iv'okpq d]a f4t,q o8u g0Q k1h P,0j eoa [ lq ,gfa f vq ',q 'd5 fik-td5 ,oko vkdy -y 3ot csj ' puj x5j o w]ptdk'ltw\ ltrkcsj '-kf ,u zq oleg]a fs]kpfh ko lt4k[a og]n vfcsj '-kf Ij ;,da [[= ]y la f g[p]k; [= ]y 9kdg]n vf-j ;pgs]n vla '7q , leoa d0j k;lkos;Pfok, ;k'ltcf'I6 [rk[ ,y f8trk[ry glf ]k;{s;Pfok, 2023 zq odkory 9k]tok;Pdvq 'dkod;fdk c]t vq 'dkod;flv[csj ']a f ms] ltg|u xa [x5 'dq f\kp ;j kfh ;p]t[q [dko-e]t Ia [Iv',kf8t4ko dkolvo-A oxt4q , lb dlk lt[a [xa [x5 ' gxu fdko8y f8A 'glq kda 'sa o]q , 37'dko w22h krt]a ''ko]q , ,vo-6 o;y o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 13.11.2023 ປີທີ 22 ສະບັບທີ 5.806 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j -q ,g-u pdv'xt-5 ,ltw\lk,a ogmn j vmu 6 0v'ltrkcsj '-kf -5 fmu IX 1j k'l5 f.9 ຂປລ. ໃນວັນທີ 9 ພະຈິກ 2023, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງ ປະເທດ ພ້ອມດ້ວຍທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງ ຂວາງ ໄດ້ນຳພາຄະນະຜູ້ແທນທູຕາ ນຸທູດອົງການຈັດຕັ້ງສາກົນ ແລະ ຕາງໜ້າປະເທດຜູ້ໃຫ້ທຶນລົງພົບປະ ຢ້ຽມຢາມປະຊາຊົນບ້ານດ່ອງເມືອງ ແປກແຂວງຊຽງຂວາງ ເຊິ່ງເປັນ ບ້ານໜຶ່ງທີ່ໄດ້ຮັບຜົນກະທົບຈາກລະ ເບີດບໍ່ທັນແຕກໃນສະໄໝສົງຄາມ. ການລົງຢ້ຽມຢາມຄັ້ງນີ້, ໂຄງການ ເກັບກູ້ລະເບີດແຫ່ງຊາດ ປະຈຳ ຂປລ. ໃນວາລະກອງປະຊຸມສະ ໄໝສາມັນ ເທື່ອທີ 6 ຂອງສະພາ ແຫ່ງຊາດ ຊຸດທີ IX ຕອນບ່າຍ ຂອງວັນທີ 10 ພະຈິກ 2023 ໂດຍ ການເປັນປະທານຂອງ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານ ສະ ພາ ແຫ່ງຊາດ, ທ່ານນາງວັດທະ ນາ ດາລາລອຍ ຮອງຜູ້ວ່າການທະ ນາຄານ ແຫ່ງ ສປປ ລາວ (ຫທລ) ໄດ້ສະເໜີກ່ຽວກັບການປັບປຸງກົດ ໝາຍວ່າດ້ວຍລະບົບການຊຳລະ, ຂປລ. ການເຄື່ອນໄຫວວຽກ ງານກາງສະໄໝ ຂອງສະພາແຫ່ງ ຊາດ ຊຸດທີ IX ດ້ວຍຄວາມເອົາໃຈ ໃສ່ນຳພາ-ຊີ້ນຳຂອງກົມການເມືອງ ສູນກາງພັກ, ຄະນະເລຂາທິການສູນ ກາງພັກ, ເຮັດໃຫ້ສະພາແຫ່ງຊາດ ສາມາດຍາດໄດ້ຜົນສຳເລັດໃນ ຫລາຍດ້ານ ເປັນຕົ້ນ ການປະຕິບັດ ພາລະບົດບາດດ້ານນິຕິບັນຍັດ,ດ້ານ ການຕົກລົງບັນຫາສຳຄັນພື້ນຖານ ຂອງປະເທດ, ດ້ານການຕິດຕາມ ກວດກາ, ການສ້າງຄວາມເຂັ້ມແຂງ ໃຫ້ສະພາແຫ່ງຊາດ, ການເຄື່ອນ ໄຫວຂອງຄະນະສະມາຊິກສະພາ ແຫ່ງຊາດປະຈຳເຂດເລືອກຕັ້ງ, ການເຄື່ອນໄຫວວຽກງານການຕ່າງ ປະເທດ ແລະ ບັນຫາອື່ນໆປິ່ນອ້ອມ ຂປລ. ໃນວາລະດຳເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ IX ວັນທີ 10 ພະຈິກ 2023 ນີ້, ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງ ຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳ ສະພາແຫ່ງຊາດ ຖະແຫລງຜົນການ ພິຈາລະນາວຽກງານຂອງອົງການ ກວດກາແຫ່ງລັດ ແລະ ອົງການ ກວດສອບແຫ່ງລັດ ກ່ຽວກັບການ ຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານກາງສະໄໝ 5 ປີ (2021-2025), ການເຄື່ອນໄຫວ ປະຈຳປີ 2023 ແລະ ແຜນການ ທ້າຍສະໄໝ ຮອດປີ 2025 ແລະ ແຜນການ ປະຈຳປີ 2024. ໃນການດຳເນີນກອງປະຊຸມ ໃນວັນທີ 7-8 ພະຈິກ 2023 ພາຍ ຂປລ. ທ້າຍອາທິດຜ່ານມາ, ທີ່ສຳນັກພະຣາຊະວັງອາກາຊາ ກະ, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2 ທ່ານ ສະເຫລີມໄຊ ກົມມະສິດ (ຊ້າຍ) ມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ເຂົ້າຢ້ຽມຂ່ຳນັບ ສົມເດັດ ອົງມົງ  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 7  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 7  ອ່ານຕໍ່ໜ້າ 7 ທ່ານ ນາງ ສູນທອນ ໄຊຍະຈັກ ກໍມີຜົນສຳເລັດຢ່າງຕັ້ງໜ້າ. ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ລາຍງານກ່ຽວກັບການຈັດຕັ້ງ ຫລັງ ໄດ້ຮັບຟັງການລາຍງານຂອງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ກ່ຽວ ກັບການສະຫລຸບແຜນການເຄື່ອນ ໄຫວວຽກງານຂອງຕົນແລ້ວ ຂປລ. ກະຊວງສຶກສາທິການ ແລະ ກິລາ ໄດ້ປັບປຸງມາດຕະຖານ ການສອນຊັ້ນປະຖົມສຶກສາ ພາຍ ຫລັງການປະຕິຮູບຫລັກສູດການ ຮຽນ-ການສອນຊັ້ນປະຖົມສຶກສາ ແລະ ສຳເລັດການທົບທວນປັບປຸງ ຫລັກສູດ ຊັ້ນປະຖົມສຶກສາສຳເລັດ ນັບແຕ່ຂັ້ນ ປ1-ປ5 ເມື່ອບໍ່ດົນມານີ້ ໂດຍໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ແລະ ອົງການພັດທະນາສາກົນ ສະຫະ ລັດອາເມລິການໂດຍຜ່ານແຜນງານ ປັບປຸງຄຸນນະພາບ ແລະ ຂະຫຍາຍ ໂອກາດເຂົ້າເຖິງການສຶກສາຂັ້ນພື້ນ ທ່ານ ນາງວັດທະ ນາ ດາລາລອຍ ຂປລ. ທີມງານຂະແໜງໜັງສື ພິມສຶກສາ ແລະ ກິລາ, ສູນໂຄສະນາ ຂ່າວສານການສຶກສາ ແລະ ກິລາ ພົບປະແລກປ່ຽນ ແລະ ຖອດຖອນ ບົດຮຽນ ກ່ຽວກັບການບໍລິຫານຄຸ້ມ ຄອງໜັງສືພິມອອນລາຍ, ການອອກ ຂ່າວ ແລະ ເວັບໄຊ ກັບສໍານັກຂ່າວ ສານປະເທດລາວ (ຂປລ) ໃນວັນທີ 7totz6 h cmoxtgmf.sh mb o 1h P,1k,lt|a [lt|6 ogda [d6 h ]tg[u f[+ ma oc8d 16 j g,n v'cxd |a 'ln y ry ,lb dlk c]t dy ]k c]dxj Po[q fIPodko75 h ,7v' |a 'ln ry ,vvo]kp 0x] ທ່ານ ສົມມາດ ພົນເສນາ

m6 f]k; pnj olko8k8A '8+ xtmkoxtgmf csj ' ll s;Pfok, lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 13/11/2023 xtgmf]k; ປະທານປະເທດເຄື່ອນໄຫວ... ເປີດການຕິດຕັ້ງເສົາກັງຫັນ... ຮອງນາຍົກລັດຖະມົນຕີ ໄລຍະກາງສະໄໝ... ຮັບຮອງມາດຕະຖານ... ຂປລ. ສະຫາຍ ນາງ ຄຳເພົາ ເອີນທະວັນ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ສະຫາຍ ຫວໍ ວັນ ເຖືອງ (Vo Van Thuong) ປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ສາທາລະນະລັດ ສັງຄົມນິ ຍົມ ຫວຽດນາມ ໃນວັນທີ 8 ພະຈິກ 2023 ທີ່ນະຄອນຫລວງຮ່າໂນ້ຍ, ສສ ຫວຽດນາມ. ໂອກາດນີ້, ສະຫາຍ ປະທານປະ ເທດ ຫວໍ ວັນ ເຖືອງ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການມາດໍາລົງຕໍາແໜ່ງຂອງສະ ຫາຍເອກອັກຄະລັດຖະທູດລາວຄົນ ໃໝ່ ປະຈໍາ ສສ ຫວຽດນາມ, ພ້ອມ ທັງຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ໄດ້ຮັບການເສີມຂະ ຫຍາຍຖານອ້າຍນ້ອງແບບໃກ້ຊິດ ແລະ ເພື່ອນຮ່ວມອຸດົມການອັນ ດຽວກັນ, ມີມູນເຊື້ອຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ດ້ວຍຄວາມຈິງໃຈຕະ ຫລອດມາ ຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດ ໃນເມື່ອກ່ອນ ກໍຄື ສະໄໝສ້າງສາພັດ ທະນາປະເທດຊາດ ໃນປັດຈຸບັນກໍຄື ໃນຂອບການຮ່ວມມືພາກພື້ນ ແລະ ສາກົນ. ພ້ອມກັນນີ້, ຍັງໄດ້ສະແດງ ຄວາມເຊື່ອໝັ້ນວ່າ ສະຫາຍເອກອັກ ຄະລັດຖະທູດ ຈະເຄື່ອນໄຫວຢ່າງ ຕັ້ງໜ້າ ເພື່ອເສີມຂະຫຍາຍສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່ຄວາມ ສາມັກຄີແບບພິເສດ ແລະການຮ່ວມ ມືຮອບດ້ານ ທີ່ເປັນມູນເຊື້ອອັນດີ ງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງພັກ-ລັດຖະບານ ແລະ ປະຊາ ຊົນສອງຊາດລາວ ແລະ ຫວຽດ ນາມໃຫ້ນັບມື້ຈະເລີນງອກງາມຢ່າງ ບໍ່ຢຸດຢັ້ງ, ພ້ອມທັງອວຍພອນໃຫ້ ສະຫາຍ ເອກອັກຄະລັດຖະທູດ ຈົ່ງ ປະສົບຜົນສໍາເລັດອັນຈົບງາມໃນ ການປະຕິບັດໜ້າທີ່ວຽກງານການ ທູດຄັ້ງນີ້. ໂອກາດດຽວກັນ, ສະຫາຍເອກ ອັກຄະລັດຖະທູດລາວ ກໍໄດ້ນໍາເອົາ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ, ພອນໄຊອັນປະເສີດ ແລະ ຄວາມຮັກ ແພງຖານອ້າຍ ນ້ອງເພື່ອນມິດຈາກ ສະຫາຍ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສປປ ລາວ ສົ່ງເຖິງ ສະຫາຍ ຫວໍ ວັນ ເຖືອງ ແລະ ຜ່ານ ໄປຍັງ ສະຫາຍ ຫງວຽນ ຟູ້ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ພ້ອມດ້ວຍການນຳ ພັກ-ລັດ ກໍຄື ປະຊາຊົນຫວຽດນາມ ອ້າຍນ້ອງ, ພ້ອມທັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ສອງປະເທດ ທີ່ເປັນມູນເຊື້ອມາແຕ່ຍາວນານ, ບົນ ພື້ນຖານແຫ່ງຄວາມເຂົ້າອົກເຂົ້າ ໃຈ ແລະ ຊ່ວຍເຫລືອເຊິ່ງ ແລະ ກັນ. ພ້ອມທັງເຫັນດີເປັນເອກະພາບທີ່ຈະ ສືບຕໍ່ເສີມຂະຫຍາຍການຮ່ວມມື ຮອບດ້ານ ເປັນຕົ້ນ ດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະ ກິດການຄ້າ, ການລົງທຶນ, ວັດທະນະ ທໍາ-ສັງຄົມ, ສາທາລະນະສຸກ, ການ ທູດປະຊາຊົນ ແລະ ອື່ນໆ. ສະຫາຍເອກອັກຄະລັດຖະທູດ ຍັງໄດ້ຕາງໜ້າພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈຕໍ່ພັກ, ລັດຖະບານ ແລະ ປະ ຊາຊົນຫວຽດນາມ ທີ່ໄດ້ໃຫ້ການ ຊ່ວຍເຫລືອແກ່ ສປປ ລາວ ໃນໄລ ຍະທີ່ຜ່ານມາ. ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ ຂປລ. ແຫລ່ງຂ່າວຈາກແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວພ້ອມຄະນະລົງຢ້ຽມຢາມແລະ ເຄື່ອນໄຫວເຮັດວຽກ ຢູ່ແຂວງບໍ່ ແກ້ວ ທ້າຍອາທິດຜ່ານມາ, ໂດຍ ໄດ້ ຮັບການຕ້ອນຮັບຈາກ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ພ້ອມດ້ວຍການນຳຂອງແຂວງ, ເມືອງ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ. ຈາກນັ້ນ, ປະທານປະເທດພ້ອມ ຄະນະໄດ້ສືບຕໍ່ລົງຢ້ຽມຢາມໂຄງ ການລົງທຶນປູກໝາກຖົ່ວເຫລືອງ ຂອງບໍລິສັດ ແຊເຢີນ ການລົງທຶນ ພັດທະນາກະສິກຳ ຈຳກັດຜູ້ດຽວ ເພື່ອຕິດຕາມກວດກາຄວາມຄືບໜ້າ ການຈັດຕັ້ງປະຕິບັດ ຂອງໂຄງການ ເປັນຕົ້ນແມ່ນ ດ້ານຜົນສຳເລັດ ແລະ ຄວາມຫຍຸ້ງຍາກຕ່າງໆ ໃນການຊຸກ ຍູ້ສົ່ງເສີມໂຄງການດັ່ງກ່າວໃຫ້ດຳ ເນີນໄປດ້ວຍດີ, ມີປະສິດທິພາບ, ປະ ສິດທິຜົນ ແລະ ຍືນຍົງ ແນໃສ່ເຮັດໃຫ້ ປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນນັ້ນ ໄດ້ມີສ່ວນຮ່ວມໃນການສ້າງວຽກ ເຮັດງານທຳ, ມີລາຍຮັບເຂົ້າສູ່ຄອບ ຄົວ ເພື່ອແກ້ໄຂຊີວິດການເປັນຢູ່ ໃຫ້ດີຂຶ້ນ ແລະ ຫລຸດພົ້ນອອກຈາກ ຄວາມທຸກຍາກໄປເທື່ອລະກ້າວ. ໂຄງການລົງທຶນປູກໝາກຖົ່ວ ເຫລືອງ ແມ່ນການລົງທຶນຂອງພາກ ເອກະຊົນຕ່າງປະເທດ 100%, ເຊິ່ງ ມີທຶນໜູນວຽນ 10 ຕື້ກີບ, ທຶນຄົງ ທີ່ 10 ຕື້ກີບ ແລະ ທຶນສ້າງຕັ້ງໂຮງ ງານ 40 ຕື້ກີບ, ໄດ້ເຊົ່າເນື້ອທີ່ດິນ ນຳປະຊາຊົນປະມານ600 ເຮັກຕາ, ປັດຈຸບັນໄດ້ບຸກເບີກເນື້ອທີ່ແມ່ນ ສໍາ ເລັດໄປແລ້ວ 130 ເຮັກຕາ ແລະ ປູກ ສໍາເລັດ 42 ເຮັກຕາ, ການຜະລິດ ໄດ້ໃຊ້ເຕັກນິກ ແລະ ເຕັກໂນໂລຊີ ແບບທັນໄໝເຂົ້າມາຊ່ວຍ. ສຳລັບ ແຮງງານຕົ້ນຕໍ ແມ່ນມາຈາກປະຊາ ຊົນ ເມືອງຜາອຸດົມ ປະມານ 500 ຄົນຕໍ່ວັນ, ຄາດວ່າປີນີ້ຈະໃຫ້ໄດ້ຮັບ ຜົນຜະລິດ ປະມານ 6.000 ໂຕນ. ສ່ວນແຜນການໃນຕໍ່ໜ້າແມ່ນຈະສູ່ ຊົນ ໃຫ້ບັນລຸໄດ້ 10.000 ໂຕນ ເຊິ່ງ ຜົນຜະລິດແມ່ນຈຳໜ່າຍຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ. ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງໃຫ້ຮູ້ວ່າ: ໂຄງການໄຟຟ້າພະ ລັງງານລົມ ມອນຊູນວິນ (Monzoon wind project) ເປີດການ ຕິດຕັ້ງເສົາກັງຫັນລົມຕົ້ນທໍາອິດຂຶ້ນ ເມື່ອມໍ່ໆມານີ້, ທີ່ທົ່ງເຫລັກ ເມືອງ ດາກຈຶງ ແຂວງເຊກອງ ໂດຍມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ພ້ອມດ້ວຍຂະ ແໜງການກ່ຽວຂ້ອງຂັ້ນສູນກາງ, ແຂວງ, ເມືອງດາກຈຶງ ແລະ ບໍລິສັດ ເຂົ້າຮ່ວມ. ທ່ານ ນັດ ຮຸຕານຸວັດ ກຳມະການ ຜູ້ຈັດການໃຫຍ່ ບໍລິສັດ ມອນຊູນວິນ ພາວເວີ ຈຳກັດ ໃຫ້ຮູ້ວ່າ: ໂຄງການ ໄຟຟ້າພະລັງງານລົມ ໄດ້ເລີ່ມລົງມື ກໍ່ສ້າງໃນເດືອນເມສາ 2023 ແລະ ຄາດວ່າຈະສໍາເລັດໃນທ້າຍປີ2025 ເຊິ່ງຕັ້ງຢູ່ເຂດເຊື່ອມຕໍ່ລະຫວ່າງ ເມືອງດາກຈຶງ ແຂວງເຊກອງ ກັບ ເມືອງຊານໄຊ ແຂວງອັດຕະປື, ມີ ເສົາກັງຫັນທັງໝົດ 133 ຕົ້ນ, ມີກໍາ ລັງການຜະລິດ 600 ເມກາວັດ. ໃນນີ້, ຕັ້ງຢູ່ເມືອງດາກຈຶງ 110 ຕົ້ນ ແລະ ຕັ້ງຢູ່ເມືອງຊານໄຊ 23 ຕົ້ນ ໂດຍມີເປົ້າໝາຍສົ່ງໄຟຟ້າອອກຂາຍ ໃຫ້ປະເທດຫວຽດນາມເປັນຫລັກ ເຊິ່ງມີໄລຍະສັນຍາ 25 ປີ ລວມມູນ ຄ່າການກໍ່ສ້າງທັງໝົດ 900 ລ້ານ ໂດລາສະຫະລັດ. ທ່ານ ນັດ ຮຸຕານຸວັດ ໃຫ້ຮູ້ຕື່ມ ວ່າ: ເສົາກັງຫັນລົມ ແຕ່ລະຕົ້ນແມ່ນ ຕັ້ງຢູ່ພື້ນຖານທີ່ແຂງແກ່ນ ແລະ ໝັ້ນ ຄົງ ເຊິ່ງໄດ້ອອກແບບດ້ວຍຫລັກ ການທີ່ເປັນມິດຕໍ່ສິ່ງແວດລ້ອມ, ພື້ນຖານເສົາແຕ່ລະຕົ້ນ ກວ້າງປະ ມານ 22 ແມັດ, ເລິກ 35 ແມັດ ແລະ ລວງສູງຂອງເສົາ 110 ແມັດ ແລະ ໃບພັດຍາວ 85,5 ແມັດ, ຢູ່ເທິງສຸດ ຈະເປັນເຄື່ອງຍົນຮອງຮັບນໍ້າໜັກໄດ້ ຫລາຍກວ່າ 100 ໂຕນ, ຄວາມຍາວ ເສັ້ນຜ່າສູນກາງຂອງກັງຫັນ 171 ແມັດ, ສາມາດຜະລິດກະແສໄຟຟ້າ ໄດ້ 4,51 ເມກາວັດ, ປັດຈຸບັນການ ກໍ່ສ້າງສໍາເລັດແລ້ວ ປະມານ 30% ຄາດວ່າຈະໃຫ້ສໍາເລັດການກໍ່ສ້າງ ແລະ ໃຫ້ສາມາດຈ່າຍໄຟໄດ້ໃນ ປີ 2025. ໂອກາດນີ້, ທ່ານ ເຫລັກໄຫລ ສີວິໄລ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍບໍລິສັດ ທີ່ໄດ້ທຸມເທທຶນຮອນ ເຂົ້າໃນການປະຕິບັດໂຄງການດັ່ງ ກ່າວ. ໂຄງການໄຟຟ້າພະລັງງານລົມ ແມ່ນໂຄງການຍຸດທະສາດສໍາຄັນ ຂອງພັກ-ລັດຖະບານ ກໍຄື ແຂວງ ເຊກອງແລະເປັນໂຄງການໄຟຟ້າພະ ລັງງານລົມແຫ່ງທໍາອິດຂອງປະເທດ ລາວ ແລະ ໃຫຍ່ທີ່ສຸດໃນຂົງເຂດອາ ຊີຕາເວັນອອກສ່ຽງໃຕ້. ສະນັ້ນ, ການກໍ່ສ້າງໂຄງການນີ້ ຈຶ່ງມີຄວາມ ໝາຍສໍາຄັນຕໍ່ບາດກ້າວ ການພັດ ທະນາໂຄງການພະລັງງານສະອາດ ຂອງລາວ, ລົດກາສກາກບອນ, ບໍ່ທໍາລາຍສິ່ງແວດລ້ອມ, ຊ່ວຍສ້າງ ຄວາມໝັ້ນຄົງ ແລະ ສະໜັບສະ ໜູນພາລະກິດສໍາຄັນລະດັບໂລກ ທີ່ມີເປົ້າໝາຍການປ່ອຍກາສກາກ ບອນເປັນສູນ ໃນປີ 2050. ທັງເປັນ ການປະກອບສ່ວນເຂົ້າໃນການສ້າງ ສາ ແລະ ພັດທະນາປະຊາຊາດ ກໍ ຄືການພັດທະນາເສດຖະກິດ-ສັງຄົມ ຂອງທ້ອງຖິ່ນ, ສ້າງວຽກເຮັດງານ ທໍາ ແລະ ແກ້ໄຂຄວາມທຸກຍາກຂອງ ປະຊາຊົນໃຫ້ຫລຸດລົງເທື່ອລະກ້າວ. ຂ່າວ: ພຸດທະສອນ ຖານ ໃນ ສປປ ລາວ (ບີຄວາ). ປັດຈຸບັນ, ກົມສ້າງຄູກຳລັງກະ ກຽມວາງແຜນຈັດກອງປະຊຸມ ເຜີຍແຜ່ມາດຕະຖານດັ່ງກ່າວຄາດ ວ່າໃນລະຫວ່າງເດືອນມັງກອນ 2024 ໃຫ້ບັນດາຄະນະນຳຂັ້ນສູງ ຈາກບັນດາກົມກ່ຽວຂ້ອງຂອງກະ ຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຜູ້ຕາງໜ້າຂັ້ນແຂວງ. ມາດຕະຖານການສອນຊັ້ນປະຖົມ ສຶກສາ ໄດ້ກໍານົດພື້ນຖານທີ່ຊັດເຈນ ຂອງຄວາມຄາດຫວັງ ສໍາລັບການ ປະຕິບັດການພັດທະນາວິຊາຊີບ ແລະ ການສອນຂອງຄູສອນຊັ້ນປະ ຖົມ. ການປະຕິບັດທີ່ດີທີ່ສຸດຂອງສາ ກົນຊີ້ໃຫ້ເຫັນວ່າຄູສອນຊັ້ນປະຖົມ ຕ້ອງການມາດຕະຖານການສິດ ສອນທີ່ຊັດເຈນທີ່ເຊື່ອມຕໍ່ໂດຍກົງກັບ ຫລັກສູດທີ່ເຂົາເຈົ້າຈະສອນ. ມາດ ຕະຖານສະບັບປັບປຸງນີ້ແມ່ນມີ ຄວາມເຊື່ອມໂຍງກັນ ລະຫວ່າງ ຫລັກສູດຊັ້ນປະຖົມສຶກສາສະບັບປັບ ປຸງໃໝ່, ຄວາມຮູ້, ທັກສະ ແລະ ຄຸນ ຄ່າທີ່ຄູຕ້ອງການ ເພື່ອສອນຫລັກ ສູດສະບັບນີ້ ໃຫ້ແກ່ນັກຮຽນ ທຸກຄົນ ໄດ້ຢ່າງມີປະສິດທິພາບ. ທ່ານ ເກດ ພັນລັກ ຫົວໜ້າກົມ ສ້າງຄູໄດ້ກ່າວວ່າ:ດ້ວຍຫລັກສູດປະ ຖົມສຶກສາສະບັບປຸງໃໝ່ທີ່ມີຢູ່, ປັດ ຈຸບັນ ໄດ້ມີການສຸມໃສ່ການສະໜັບ ສະໜູນນະໂຍບາຍ ແລະ ລະບົບການ ສ້າງຄວາມເຂັ້ມແຂງ ສໍາລັບການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ການປັບປຸງມາດຕະຖານການສອນ ຊັ້ນປະຖົມສຶກສາແມ່ນນໍາພາໂດຍ ກົມສ້າງຄູ ເຊິ່ງມາດຕະຖານດັ່ງ ກ່າວ ລວມມີ 4 ຂີດຄວາມສາມາດ ຫລັກທີ່ຄູສອນຄວນສະແດງໃຫ້ເຫັນ ໃນສາມລະດັບຄວາມຊຳນານ ແລະ ເປັນເຄື່ອງມືຫລັກ ໃນການຮັບປະ ກັນຄຸນນະພາບ ຂອງລະບົບການສຶກ ສາຂອງຄູ ແລະ ເພື່ອຮັບປະກັນການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຂອງຄູຊັ້ນປະຖົມໃຫ້ມີປະສິດທິພາບ ແລະ ມີຄວາມແທດເໝາະກັບຄູ ສອນຊັ້ນປະຖົມສຶກສາ. ມາດຕະຖານການສອນຊັ້ນປະ ຖົມສຶກສາຈະຖືກນໍາໃຊ້ໃນຫລາຍ ດ້ານທີ່ເຊື່ອມຕໍ່ກັບກິດຈະກໍາການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD), ຈະຊ່ວຍໃຫ້ຄໍາແນະນໍາທີ່ ຊັດເຈນ ສໍາລັບຜູ້ທີ່ອອກແບບ ແລະ ສະໜອງການສະໜັບສະໜູນ CPD ສໍາລັບຄູສອນ ເພື່ອໃຫ້ສອດຄ່ອງ ກັບຄວາມຮູ້, ທັກສະ ແລະ ຄຸນຄ່າ ທີ່ຄູຕ້ອງການ ເພື່ອປັບປຸງຜົນການ ຮຽນຂອງນັກຮຽນ. ພ້ອມນີ້, ຄູສອນ ຍັງສາມາດນໍາໃຊ້ມາດຕະຖານດັ່ງ ກ່າວ ເພື່ອສະໜັບສະໜູນການພັດ ທະນາວິຊາຊີບຂອງຕົນເອງ ເນື່ອງ ຈາກເຂົາເຈົ້າມີສ່ວນຮ່ວມໃນການ ປະເມີນຕົນເອງຢ່າງຕໍ່ເນື່ອງ ແລະ ການກໍານົດເປົ້າໝາຍສໍາລັບການ ພັດທະນາວິຊາຊີບຄູແບບຕໍ່ເນື່ອງ (CPD) ຂອງເຂົາເຈົ້າ. ນອກຈາກນີ້, ມາດຕະຖານການ ສອນຊັ້ນປະຖົມສຶກສາຍັງເປັນຊັບ ພະຍາກອນທີ່ສໍາຄັນ ສໍາລັບການ ຮັບປະກັນຄຸນນະພາບຂອງຄູທີ່ຮຽນ ຈົບໃໝ່ ເຊິ່ງບັນດາວິທະຍາໄລຄູ ຈະໄດ້ຮັບການຊຸກຍູ້ໃຫ້ນໍາໃຊ້ມາດ ຕະຖານດັ່ງກ່າວ ເພື່ອປະເມີນການ ປະຕິບັດຂອງນັກຮຽນ ແລະ ກໍາ ນົດວ່າພວກເຂົາ ມີລະດັບຄວາມຊຳ ນານ ລະບຸໄວ້ໃນມາດຕະຖານ ໃນ ເວລາຮຽນຈົບ ແລະ ກາຍເປັນຄູ ແລະ ເພື່ອໃຫ້ສອດຄ່ອງໃນຂະບວນ ການປະເມີນອື່ນໆອີກເຊັ່ນ: ການປະ ເມີນຜົນການປະຕິບັດໜ້າທີ່ ແລະ ສິ່ງຈູງໃຈຕໍ່ການຂໍຕຳແໜ່ງວິຊາ ການຄູສອນວິຊາການຕື່ມອີກ. ກຸດຣາຊະກຸມມານອາກິຊິໂນະແຫ່ງ ຍີ່ປຸ່ນ ແລະ ພະຊາຍາ, ໃນໂອກາດ ເດີນທາງຢ້ຽມຢາມທາງການ ຍີ່ປຸ່ນ ໃນລະຫວ່າງວັນທີ 7-11 ພະຈິກ 2023. ໃນໂອກາດນີ້, ທ່ານສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຮູ້ສຶກເປັນກຽດຢ່າງສູງທີ່ໄດ້ມີໂອ ກາດເຂົ້າຢ້ຽມຂ່ຳນັບ ສົມເດັດ ອົງ ມົງກຸດ ຣາຊະກຸມມານ ອາກິຊິ ໂນະ ແລະ ພະຊາຍາ ໃນຄັ້ງນີ້, ການມາ ຢ້ຽມຢາມຍີ່ປຸ່ນ ໃນຄັ້ງນີ້ ກໍເພື່ອສືບ ຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະ ຫວ່າງ ສປປ ລາວ-ຍີ່ປຸ່ນ ໂດຍສະ ເພາະ ເພື່ອຈັດຕັ້ງຜັນຂະຫຍາຍການ ເປັນຄູ່ຮ່ວມຍຸດທະສາດຂອງສອງ ປະເທດໃຫ້ນັບມື້ໄດ້ຮັບການຮັດ ແໜ້ນ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດ ຢັ້ງ, ສະແດງຄວາມຍິນດີທີ່ເຫັນວ່າ ການພົວພັນຮ່ວມມື ສປປ ລາວ ແລະ ຍີ່ປຸ່ນ ແມ່ນສືບຕໍ່ໄດ້ຮັບການສົ່ງເສີມ ແລະ ພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນສອງຊາດມີຄວາມໃກ້ຊິດ, ສະໜິດສະໜົມ ແລະ ຮັກແພງກັນ, ໄດ້ມີການຮ່ວມມືກັນຢ່າງຕັ້ງໜ້າທັງ ໃນສາຍລັດ, ສາຍພັກ ແລະ ສາຍ ສະພາ ເຊິ່ງໄດ້ນຳເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ, ລວມທັງຂົງເຂດ ແລະ ພາກພື້ນ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈຢ່າງຈິງໃຈຕໍ່ການຊ່ວຍ ເຫລືອອັນລ້ຳຄ່າຈາກລັດຖະບານ ຍີ່ປຸ່ນ ອັນສະເໝີຕົ້ນສະເໝີປາຍມາ ໂດຍຕະຫລອດ ເຊິ່ງໄດ້ປະກອບ ສ່ວນອັນສໍາຄັນໃນການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຂອງ ສປປ ລາວ ເປັນແຕ່ລະໄລຍະ ໂດຍສະເພາະການ ພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກໍາ-ປ່າໄມ້, ການພັດທະນາໂຄງລ່າງພື້ນຖານ, ການຮັບມືກັບການແພ່ລະບາດ ຂອງ ພະຍາດໂຄວິດ-19 ແລະ ພິເສດ ກໍ ແມ່ນການຊ່ວຍເຫລືອໃນວຽກງານ ເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ (UXO), ໃນນີ້ ເຫັນວ່າສອງປະ ເທດລາວ-ຍີ່ປຸນຍັງມີທ່າແຮງຫລາຍ ດ້ານທີ່ສາມາດຜັນຂະຫຍາຍການ ເປັນຄູ່ຮ່ວມຍຸດທະສາດ ລາວ-ຍີ່ປຸ່ນ ໃຫ້ມີບາດກ້າວຂະຫຍາຍຕົວເປັນ ຕົ້ນ ການຮ່ວມມືດ້ານເສດຖະກິດການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວ, ໃນປີ 2024 ນີ້ ສປປ ລາວ ຈະເປັນປະທານອາຊຽນ ແລະ ຈັດປີທ່ອງທ່ຽວລາວເຫັນວ່າເປັນ ກາລະໂອກາດອັນດີ ໃນການຊຸກຍູ້ ການໄປມາຫາສູ່ກັນຂອງປະຊາຊົນ ສອງປະເທດ ໃຫ້ຫລາຍຂຶ້ນ ໂດຍສະ ເພາະ ການທ່ອງທ່ຽວລາວ-ຍີ່ປຸ່ນ ເພື່ອຊຸກຍູ້ການເປີດຖ້ຽວບິນໂດຍກົງ ລາວ-ຍີ່ປຸ່ນ ໃນຕໍ່ໜ້າ. ໃນຂະນະດຽວກັນ, ສົມເດັດ ອົງມົງກຸດ ຣາຊະກຸມມານ ອາກິຊິ ໂນະ ສະແດງຄວາມຍິນດີຈະສືບຕໍ່ ຊຸກຍູ້ພາກສ່ວນກ່ຽວຂ້ອງສອງຝ່າຍ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອ ເສີມຂະຫຍາຍການພົວພັນຮ່ວມມື ສອງຝ່າຍໃນຂະແໜງການຕ່າງໆ ທີ່ມີທ່າແຮງຮ່ວມກັນໃຫ້ຫລາຍຂຶ້ນ. ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ຍິນດີໃຫ້ການສະໜັບສະໜູນຊ່ວຍ ເຫລືອ ສປປ ລາວ ໃນການກະກຽມ ເປັນປະທານອາຊຽນ ປີ 2024 ໃຫ້ ປະສົບຜົນສຳເລັດຕາມລະດັບຄາດ ໝາຍ ໂດຍສະເພາະ ໃນປີ 2025 ທີ່ ຈະມາເຖິງນີ້, ຍີ່ປຸ່ນ ແລະ ສປປ ລາວ ກໍຈະໄດ້ຮ່ວມກັນຈັດບັນດາກິດຈະ ກຳຕ່າງໆ ເພື່ອສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບ ຮອບ 70 ປີ(05 ມີນາ 1955) ໃຫ້ມີບັນຍາກາດອັນຟົດຟື້ນ ເຊິ່ງ ຈະກາຍເປັນຂີດໝາຍສຳຄັນຂອງ ການເພີ່ມທະວີສາຍພົວພັນມິດ ຕະພາບ ແລະ ການຮ່ວມມືອັນດີ ງາມລະຫວ່າງ ຍີ່ປຸ່ນ-ລາວ ໃຫ້ນັບ ມື້ຈະເລີນງອກງາມຍິ່ງຂຶ້ນ, ອວຍ ພອນໃຫ້ຄະນະຜູ້ແທນລາວ ຈົ່ງປະ ສົບຜົນສຳເລັດໃນການມາຢ້ຽມ ຢາມທາງການ ຍີ່ປຸ່ນ ໃນຄັ້ງນີ້. ໃນວັນດຽວກັນ, ທ່ານ ສະເຫລີມ ໄຊ ກົມມະສິດ ພ້ອມຄະນະຍັງໄດ້ ພົບປະເຮັດວຽກກັບ ທ່ານ ນາງ ຊຶ ຈິຢະ ຊິນາໂກະ ລັດຖະມົນຕີກະຊວງ ຟື້ນຟູໄພພິບັດ, ປະທານຄະນະມິດ ຕະພາບລັດຖະສະພາ ຍີ່ປຸ່ນ-ລາວ, ພ້ອມນີ້ ກໍໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບ ແລະ ພົບປະເຮັດວຽກກັບ ຫລາຍພາກສ່ວນຫົວໜ່ວຍທຸລະກິດ ຍີ່ປຸ່ນ ເພື່ອປຶກສາຫາລື ແລະ ເສີມຂະ ຫຍາຍການຮ່ວມມືໃນຕໍ່ໜ້າເປັນ ຕົ້ນ ບໍລິສັດ Ryobi Lao (IT Solution), ບໍລິສັດ Tsubame BHB, ບໍລິສັດ Asue, ບໍລິສັດ All Nippon Airways ແລະ ຕ້ອນຮັບ ຄະນະອາຈານ ຈາກມະຫາວິທະຍາ ໄລໂຕກຽວ. ພ້ອມນີ້, ຄະນະຜູ້ແທນ ລາວ ຍັງເດີນທາງໄປທັດສະນະ ຢ້ຽມຢາມບໍລິສັດ Sankyu Inc. ຂ່າວ-ພາບ: ກຕທ ປະຕິບັດແຜນການເຄື່ອນໄຫວກ ວຽກງານກາງສະໄໝ5ປີ(20212025) ແລະ ທິດທາງແຜນການ ທ້າຍສະໄໝ ຮອດປີ 2025, ການ ຈັດຕັ້ງປະຕິບັດແຜນການປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຂອງສະພາແຫ່ງ ຊາດ ຊຸດທີ IX ໃນເວລາກອງປະ ຊຸມສະໄໝສາມັນ ເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນ ທີ 10 ພະຈິກ 2023 ໂດຍທ່ານໄດ້ ຍົກໃຫ້ເຫັນດ້ານດີ, ຜົນສຳເລັດ, ສາເຫດທີ່ພາໃຫ້ເກີດດ້ານດີ ແລະ ຜົນສຳເລັດ, ພ້ອມທັງຍົກໃຫ້ເຫັນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດ ຖອນໄດ້ໃນໄລຍະຜ່ານມາ ເຊິ່ງໃນ ໄລຍະກາງສະໄໝ ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກ ງານຕ່າງໆປິ່ນອ້ອມຢ່າງຕັ້ງໜ້າ ຈົນສາມາດຍາດໄດ້ຜົນສຳເລັດໃນ ຫລາຍດ້ານ ເປັນຕົ້ນ ໄດ້ປະຕິບັດ ແຜນການສ້າງ ແລະ ປັບປຸງກົດ ໝາຍຂອງສະພາແຫ່ງຊາດ ຊຸດທີ IX ໄດ້ທັງໝົດ 52 ສະບັບ, ພ້ອມ ທັງໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ ກົດໝາຍທີ່ຕິດພັນກັບບັນຫາເຄັ່ງ ຮ້ອນຂອງສັງຄົມ, ດຳເນີນກອງ ປະຊຸມສະໄໝສາມັນຂອງສະພາ ແຫ່ງຊາດ 6 ຄັ້ງ, ສະມາຊິກສະພາ ແຫ່ງຊາດ ໄດ້ຄົ້ນຄວ້າປະກອບຄຳ ເຫັນຕໍ່ເນື້ອໃນຕ່າງໆ ທັງໝົດ 160 ເນື້ອໃນ ເຊິ່ງໄດ້ຮັບຮອງເປັນມະຕິ ຈຳນວນ 122 ສະບັບ, ນອກນັ້ນ, ຍັງໄດ້ດຳເນີນກອງປະຊຸມສະໄໝ ວິສາມັນເທື່ອທີ 1 ເພື່ອພິຈາລະນາ ຮັບຮອງເອົາວາລະແຫ່ງຊາດວ່າ ດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານ ເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດ ແລະ ບັນດາກົດໝາຍທີ່ກ່ຽວຂ້ອງ ເຊິ່ງ ໄດ້ຮັບຮອງເປັນມະຕິ ຈຳນວນ 4 ສະບັບ. ພ້ອມທັງໄດ້ເອົາໃຈໃສ່ຊີ້ນຳ ການຄົ້ນຄວ້າ, ພິຈາລະນາຄຳຮ້ອງ ຂໍຄວາມເປັນທຳ ຂອງພົນລະເມືອງ ທີ່ສົ່ງມາຫາສະພາແຫ່ງຊາດ ມີທັງ ໝົດ 1.429 ເລື່ອງ, ສາມາດພິຈາ ລະນາ ແລະ ສົ່ງໃຫ້ພາກສ່ວນກ່ຽວ ຂ້ອງໄດ້ຈຳນວນ 919 ເລື່ອງ, ປັດ ຈຸບັນຄຳຮ້ອງຄ້າງ 510 ເລື່ອງ, ຮັບ ຕ້ອນ ແລະ ໃຫ້ຄຳປຶກສາແກ່ປະຊາ ຊົນ 834 ຄັ້ງ, ເກັບກຳສັງລວມຄຳ ສະເໜີຂອງປະຊາຊົນຜ່ານໂທລະສັບ ສາຍດ່ວນ 2.841 ສາຍ, ມີ 1.628 ເນື້ອໃນ, ສົ່ງໃຫ້ 49 ພາກສ່ວນ ເພື່ອ ຄົ້ນຄວ້າພິຈາລະນາແກ້ໄຂ. ສະເພາະການຈັດຕັ້ງປະຕິບັດ ແຜນການ ປະຈຳປີ 2023 ສະພາ ແຫ່ງຊາດ ໄດ້ສຳເລັດຫລາຍບັນຫາ ສຳຄັນ ເປັນຕົ້ນ ໄດ້ສ້າງ ແລະ ປັບ ປຸງກົດໝາຍ ຈຳນວນ 18 ສະບັບ, ຈັດຕັ້ງກອງປະຊຸມປະເມີນການປະ ຕິບັດກົດໝາຍຂົງເຂດປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ກົດ ໝາຍຂົງເຂດຍຸຕິທໍາ ແລະ ກົດໝາຍ ຂົງເຂດສະພາແຫ່ງຊາດ ຈຳນວນ 11 ສະບັບ ແລະ ໄດ້ດຳເນີນກອງ ປະຊຸມສະໄໝ ສາມັນ ເທື່ອທີ 5 ແລະ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດ ທີ IX ໄດ້ພິຈາລະນາ 35 ເນື້ອໃນ, ໄດ້ຮັບຮອງເປັນມະຕິ ຈຳນວນ 36 ສະບັບ, ດຳເນີນກອງປະຊຸມຄະນະ ປະຈຳສະພາແຫ່ງຊາດ ຈຳນວນ 11 ຄັ້ງ ພິຈາລະນາ 159 ເນື້ອໃນ ແລະ ຕົກລົງອອກເປັນມະຕິຈຳນວນ 110 ສະບັບ. ສຳລັບແຜນການທ້າຍສະໄໝ ຮອດປີ 2025 ສະພາແຫ່ງຊາດ ຈະປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 20232025 ຈຳນວນ 40 ສະບັບ ໃນນີ້, ກົດໝາຍສ້າງໃໝ່ 13 ສະບັບ, ກົດ ໝາຍປັບປຸງ 27 ສະບັບ, ພ້ອມທັງ ຈະຄົ້ນຄວ້າ ແລະ ກະກຽມໃຫ້ແກ່ ການປັບປຸງລັດຖະທຳມະນູນແຫ່ງ ສປປ ລາວ ໃຫ້ທັນສະເໜີຕໍ່ກອງປະ ຊຸມສະໄໝສາມັນເທື່ອທີ 9 ຂອງສະ ພາແຫ່ງຊາດ ຊຸດທີ IX ແລະ ປັບ ປຸງຮຽບຮຽງບັນດາກົດໝາຍທີ່ ໄດ້ຮັບຮອງໃນກອງປະຊຸມສະພາ ແຫ່ງຊາດ ເພື່ອສະເໜີປະທານປະ ເທດອອກລັດຖະດຳລັດປະກາດໃຊ້ ທັນຕາມກຳນົດເວລາ ແລະ ອື່ນໆ. ຂ່າວ: ທະນູທອງ,ພາບ: ເກດສະໜາ

xtgmf]k; 3 13/11/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ©ດຍ ເŒົ້າຈານນໍ້າ s];'rt[k' gvq k.9.lj s]5 fzj vo [a osk1kgl[8y f 1j k'8A '|h k ©ດຍ ມາລີດາ ທ່ານ ວົງສະຫວັນ ເທບພະ ຈັນ ປະທານຄະນະສະມາຊິກສະພາ ແຫ່ງຊາດປະຈໍາເຂດເລືອກຕັ້ງທີ6 ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນໄລຍະໜຶ່ງປີຜ່ານມາສະມາຊິກ ສະພາແຫ່ງຊາດປະຈໍາເຂດເລືອກ ຕັ້ງທີ 6 ໃນນາມເປັນໂຕແທນປະຊາ ຊົນ ໄດ້ເອົາໃຈໃສ່ຕິດຕາມ ກວດກາ ຫລາຍບັນຫາທີ່ພົ້ນເດັ່ນ ໂດຍສະ ເພາະການແກ້ໄຂບັນຫາຢາເສບ ຕິດທີ່ຜ່ານມາຍັງບໍ່ສາມາດຈັດຕັ້ງ ປະຕິບັດໄດ້ດີເທົ່າທີ່ຄວນຍັງເກີດ ມີປະກົດການລັກລອບຄ້າຂາຍຢາ ເສບຕິດ, ເສບຢາເສບຕິດ, ດື່ມ ແລະ ສູບດົມສານເສບຕິດນໍ້າກະທ່ອມ, ກັນຊາ, ປູມເປົ້າ ແຕ່ແນວໃດກໍດີ, ເຖິງສະພາບການຍັງພົບຄວາມ ຫຍຸ້ງຍາກກໍຕາມແຕ່ພວກເຮົາກໍບໍ ລະຄວາມພະຍາຍາມເອົາໃຈໃສ່ຈັດ ຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິ ບັດການແກ້ ໄຂບັນຫາດັ່ງກ່າວ ເປັນຕົ້ນ: ແມ່ນການສ້າງຄວາມຮັບ ຮູ້, ຄວາມເຂົ້າໃຈຕໍ່ຜົນຮ້າຍຂອງຢາ ເສບຕິດ, ເຜີຍແຜ່ນິຕິກໍາ ແລະ ກົດ ໝາຍທີ່ກ່ຽວຂ້ອງ, ການປັບປຸງດ້ານ ກົງຈັກການຈັດຕັ້ງ ແລະ ຍົກລະດັບ ຄວາມສາມາດໃນການເຄື່ອນໄຫວ ຂອງອົງການທີ່ກ່ຽວຂ້ອງຕໍ່ການ ແກ້ໄຂບັນຫາຢາເສບຕິດ, ການຍົກ ສູງປະສິດທິພາບດ້ານການຄຸ້ມ ຄອງ-ຊີ້ນຳການແກ້ໄຂບັນຫາຢາ ເສບຕິດ ແລະ ປັບປຸງຂີດຄວາມສາ ມາດ ໃນການເຄື່ອນໄຫວເຮັດໜ້າ ທີ່ຂອງລະບົບການເມືອງ ນັບແຕ່ ຂັ້ນແຂວງຈົນເຖິງຂັ້ນບ້ານເຮັດໃຫ້ ບັນຫາຢາເສບຕິດພາຍໃນແຂວງ ໄດ້ຮັບການແກ້ໄຂຫລາຍພໍສົມ ຄວນ. ເຖິງຢ່າງໃດກໍຕາມ ໃນການ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ ຕ້ອງໄດ້ເອົາໃຈໃສ່ແກ້ໄຂເປັນຕົ້ນ: ການໂຄສະນາເຜີຍແຜ່ນິຕິກໍາ ແລະ ຍັງອີກບໍ່ພໍເທົ່າໃດມື້ ທົ່ວປວງ ຊົນລາວທັງຊາດກໍຈະໄດ້ພ້ອມກັນ ສະເຫລີມສະຫລອງວັນຊາດທີ 2 ທັນວາຄົບຮອບ 48 ປີໃຫ້ມີບັນຍາ ກາດຟົດຟື້ນ, ເຊິ່ງມັນຮຽກຮ້ອງໃຫ້ ທົ່ວປວງຊົນທັງຊາດຈົ່ງພ້ອມກັນ ເປັນເຈົ້າການແຂ່ງຂັນສ້າງຜົນ ງານຕ້ອນຮັບວັນສຳຄັນດັ່ງກ່າວ ໃຫ້ມີຄວາມໝາຍສຳຄັນເລິກເຊິ່ງ ໂດຍສະເພາະແມ່ນການພ້ອມກັນ ຈັດຕັ້ງປະຕິບັດ 6 ສ ຕາມທີ່ຂັ້ນ ເທິງວາງອອກຢ່າງເຂັ້ມງວດ. ຢ່າງ ໃດກໍ່ດີ ເພື່ອເຮັດໃຫ້ການສະເຫລີມ ສະຫລອງວັນຊາດທີ 2 ທັນວາໃຫ້ມີ ບັນຍາກາດຟົດຟື້ນນັ້ນ. ດັ່ງນັ້ນ, ມື້ ໜັງສືພິມປະເທດລາວຂໍນຳສະເໜີ ບາງເນື້ອໃນສຳຄັນຂອງບາງກອງ ປະຊຸມໃຫຍ່ຂອງພັກໃນໄລຍະຜ່ານ ມາໃຫ້ທ່ານຜູ້ອ່ານໄດ້ຮັບຮູ້ ເພື່ອ ເປັນການປຸກລະດົມແນວຄິດຮັກ ຊາດໃຫ້ແກ່ພວກເຮົາ. ຕະຫລອດໄລຍະ48ປີແຫ່ງການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ພັກເຮົາ ໄດ້ຖືສຳ ຄັນໃນການປຸກລະດົມແນວ ຄິດຮັກ ຊາດ ແລະ ຄວາມສາມັກຄີເປັນປຶກ ແຜ່ນ ເປັນບັນຫາສໍາຄັນຕັດສິນໄຊ ຊະນະຂອງການປະຕິວັດ. ພົ້ນເດັ່ນ ຢູ່ໃນກອງປະຊຸມໃຫຍ່ຄັ້ງທີ VI I ຂອງພັກ ໄດ້ໃຫ້ທັດສະນະວ່າ: ການ ເພີ່ມທະວີຄວາມສາມັກຄີທົ່ວປວງ ຊົນເປັນໜ້າທີ່ຍຸດທະສາດພື້ນຖານ ຍາວນານຂອງປະເທດເຮົາ, ກ່ອນ ອື່ນໝົດຕ້ອງສຶກສາອົບຮົມນໍ້າໃຈ ຮັກຊາດ ເອກະພາບ, ນໍ້າໃຈສາມັກຄີ ຮັກຫອມຕອມຕຸ້ມກັນໃນປວງຊົນ ລາວ ເໝືອນດັ່ງອ້າຍເອື້ອຍນ້ອງ ຮ່ວມອຸທອນໃນຄອບຄົວດຽວກັນ. ຂະນະທີ່ຢູ່ໃນກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍໄດ້ມີທັດສະນະວ່າ: ການເພີ່ມທະວີຄວາມສາມັກຄີເປັນ ປຶກແຜ່ນແໜ້ນໜາຂອງທົ່ວປວງ ຊົນລາວ ພາຍໃຕ້ການນໍາພາຂອງ ພັກເປັນກໍາລັງແຮງຊະນະເລີດແລະ ເປັນປັດໄຈພື້ນຖານໃຫ້ແກ່ການສ້າງ ແລະ ຮັກສາສະຖຽນລະພາບ ທາງ pq dl6 '9y f.9Ia d-kf rh v,da o ra fmtokxtgmf-kfcmh 9y ' —ົດສະເໜີ ©ດຍ žາຕົ້ງ ການເມືອງ ແລະ ຄວາມສະຫງົບ ທາງສັງຄົມ, ຮັບປະກັນໃຫ້ແກ່ການ ປົກປັກຮັກສາໝາກຜົນຂອງການປະ ຕິວັດແລະຜືນແຜ່ນດິນອັນຄົບຖ້ວມ ຂອງປະເທດຊາດໃຫ້ໝັ້ນຄົງກໍຄື ການສ້າງສາພັດທະນາປະເທດຊາດ ໃຫ້ບັນລຸຕາມຈຸດໝາຍທີ່ກໍານົດໄວ້. ພ້ອມກັນນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານ ປະເທດໄດ້ມີຄໍາເຫັນໂອ້ລົມຕໍ່ກອງ ປະຊຸມໃຫຍ່ຄັ້ງທີ XI ຂອງຜູ້ແທນ ແນວລາວສ້າງຊາດທົ່ວປະເທດວ່າ: ການສ້າງຄວາມສາມັກຄີປອງດອງ ແມ່ນໝາກຫົວໃຈສໍາຄັນເພື່ອຕ້ານ ແລະສະກັດກັ້ນຄວາມແຕກແຍກໃນ ສັງຄົມ ເພາະວ່າຄວາມແຕກແຍກ ໃນສັງຄົມມັນເປັນໄພອັນຕະລາຍ ຕໍ່ສະຖຽນລະພາບຂອງປະເທດ ຊາດ, ຕໍ່ສິດຜົນປະໂຫຍດອັນຊອບ ທໍາຂອງປະຊາຊົນ. ຈິດໃຈຮັກລະ ບອບປະຊາທິປະໄຕ ປະຊາຊົນ, ຮັກ ມູນເຊື້ອຂອງຊາດ, ຮັກວັດທະນະ ທໍາ-ຮີດຄອງປະເພນີອັນດີງາມຂອງ ຊາດ, ຮັກບັນພະບູລຸດແລະ ການນໍາ ທີ່ດີເດັ່ນຂອງປະເທດຊາດ, ມີອຸດົມ ການທີ່ຖືກຕ້ອງ, ມີສະຕິຊາດ, ເປັນ ເຈົ້າຕົນເອງ, ເພິ່ງຕົນເອງ, ກຸ້ມຕົນ ເອງ, ມີຄວາມດຸໝັ່ນ, ຄວາມອົດທົນ ແລະ ມີສະຕິເຄົາລົບລະບຽບ-ກົດ ໝາຍ, ຄວາມສາມັກຄີເປັນປຶກແຜ່ນ ສະແດງອອກໃນການຜູກພັນ, ການ ພົວພັນ, ການຮັກແພງຊ່ວຍເຫລືອ ຊຶ່ງກັນ ແລະ ກັນໃນການພັດທະນາ ເສດຖະກິດ-ສັງຄົມ, ມີຄວາມໄວ້ ເນື້ອເຊື່ອໃຈ, ເຄົາລົບນັບຖືໃຫ້ກຽດ ກັນ ແລະ ຈິງໃຈຕໍ່ກັນ. ຂະນະທີ່ໃນກອງປະຊຸມວຽກ ງານການເມືອງ-ແນວຄິດທົ່ວ ປະ ເທດ ຄັ້ງທີ V ທີ່ຈັດຂຶ້ນໃນທ້າຍ ປີ 2022, ສະຫາຍ ສິນລະວົງ ຄຸດໄພ ທູນ ກໍາມະການກົມການ ເມືອງສູນ ກາງພັກ, ເລຂາຄະນະພັກ, ປະທານ ສູນກາງແນວລາວສ້າງຊາດໄດ້ຍົກ ໃຫ້ເຫັນວ່າ: hການປຸກລະດົມຍົກ ສູງຈິດໃຈຮັກຊາດ ແລະເພີ່ມທະວີ ຄວາມສາມັກຄີເປັນປຶກແຜ່ນຂອງ ທົ່ວປວງຊົນລາວທັງຊາດi ເປັນ ບັນຫາສຳຄັນຕົ້ນຕໍ ເພື່ອນຳພາປະ ເທດຊາດໄປສູ່ຄວາມຈະເລີນສີວິ ໄລ. ດັ່ງນັ້ນ, ການສຶກສາອົບຮົມໃຫ້ ປະຊາຊົນບັນດາເຜົ່າມີຄວາມສາ ມັກຄີ ເພື່ອສ້າງສະຕິຊາດທີ່ເປັນເອ ກະພາບ, ມີຄວາມຖະໜອມຫອມ ຮັກ, ຊ່ວຍເຫລືອຊຶ່ງກັນ ແລະ ກັນ ຈຶ່ງ ສາມາດແກ້ໄຂໄດ້ບັນຫາໄພອັນຕະ ລາຍດັ່ງກ່າວ, ພວກເຮົາຮັບຮູ້ ແລະ ຢືນຢັນໄດ້ວ່າ ນໍ້າໃຈຮັກຊາດ ແລະ ຄວາມສາມັກຄີເປັນປຶກແຜ່ນແມ່ນ ຊັບສິນ, ມໍລະດົກແລະ ມູນເຊື້ອທີ່ລໍ້າ ຄ່າຂອງພັກ-ລັດ ແລະ ປະຊາຊົນ. ຢ່າງໃດກໍຕາມ ໂດຍລວມແລ້ວ ພວກເຮົາຕ້ອງສືບຕໍ່ຈັດຕັ້ງຜັນຂະ ຫຍາຍການສຶກສາອົບຮົມນໍ້າໃຈ ຮັກຊາດ ແລະ ຄວາມສາມັກຄີເປັນ ປຶກແຜ່ນໃນທົ່ວສັງຄົມລາວແຕ່ ຮາກຖານມາຮອດວົງຄະນາຍາດ ແຫ່ງຊາດ, ໂດຍບໍ່ຈໍາແນກຊົນເຜົ່າ, ສາສະໜາຊັ້ນຄົນ ແລະ ພີ່ນ້ອງເຊື້ອ ຊາດລາວຢູ່ຕ່າງປະເທດ. ສ້າງໃຫ້ ໄດ້ກ້ອນກໍາລັງມະຫາສາມັກຄີພ້ອມ ກັນສ້າງສາ ແລະ ພັດທະນາປະເທດ ຊາດ ຕາມແນວທາງຂອງພັກ, ແຜນ ພັດທະນາເສດຖະກິດ-ສັງຄົມຂອງ ລັດຖະບານ. ຜົນຮ້າຍຂອງຢາເສບຕິດ ຍັງເຮັດ ບໍ່ທັນໄດ້ກວ້າງຂວາງ ແລະ ເລິກ ເຊິ່ງ, ຄວາມເປັນເຈົ້າການຂອງ ຄອບຄົວ ແລະ ລະບົບການເມືອງຢູ່ ຮາກຖານຈຳນວນບໍ່ໜ້ອຍ ຕໍ່ວຽກ ງານຄຸ້ມຄອງແກ້ໄຂບັນຫາຢາເສບ ຕິດຍັງບໍ່ສູງ ສ່ວນຫລາຍຍັງເຂົ້າ ໃຈວ່າແມ່ນໜ້າທີ່ຂອງເຈົ້າໜ້າທີ່ ຕຳຫລວດ. ບັນຫານີ້ຄະນະພັກແຕ່ ລະຂັ້ນຕ້ອງໄດ້ເອົາໃຈໃສ່ນໍາພາຊີ້ນໍາ ຢ່າງໃກ້ສິດຕື່ມອີກ ຈຶ່ງຈະໄດ້ ຮັບຜົນສໍາເລັດດີຂຶ້ນ ແລະ ໃນຕໍ່ໜ້າ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 6, ຄະນະ ປະຈໍາສະພາປະຊາຊົນແຂວງ, ຈະ ໄດ້ສົມທົບກັບອົງການປົກຄອງ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ສຸມໃສ່ແກ້ໄຂແຕ່ລະບັນຫາທີ່ກ່າວ ມານັ້ນ: ບັນຫາການລັບລອບຂຸດ ຄົ້ນແຮ່ຄຳ ຕ້ອງໄດ້ຮັບການແກ້ ໄຂຢ່າງເຂັ້ມງວດ ແລະ ເດັດຂາດ ຕ້ອງຫັນໃຫ້ເຂົ້າສູ່ກົດໝາຍແລະລະ ບຽບການ. ທຸກພາກສ່ວນທີ່ກ່ຽວ ຂ້ອງຕ້ອງໄດ້ຮ່ວມມືກັນ, ທັງເປັນ ເຈົ້າການ ໃນການແກ້ໄຂໃຫ້ໄດ້ຢ່າງ ຂາດຕົວ ເນື່ອງຈາກເປັນບັນຫາທີ່ ຫຍຸ້ງຍາກສັບສົນທີ່ສຸດເຊິ່ງເປັນສາ ເຫດ ໃຫ້ເກີດປາກົດການຫຍໍ້ທໍ້ ຕ່າງໆນໍາມາເປັນຕົ້ນ ໄດ້ກະທົບຕໍ່ ຄວາມເຊື່ອໝັ້ນ ຂອງປະຊາຊົນ ທີ່ມີ ຕໍ່ການນໍາພາຂອງພັກ-ລັດແລະຜົນ ສັກສິດຂອງກົດໝາຍ ບັນຫາການ ໃຫ້ ແລະ ຮັບສິນບົນ, ບັນຫາຢາເສບ ຕິດ ແລະ ບັນຫາອື່ນໆອີກ ບັນຫາ ຢາເສບຕິດ ໃນຕໍ່ໜ້າຈະໄດ້ສຸມໃສ່ ແກ້ໄຂຢ່າງເຂັ້ມງວດ ແລະ ເດັດ ຂາດ, ໂດຍເນັ້ນໃສ່ການໂຄສະນາ, ເຜີຍແຜ່ຄວາມຮູ້ກ່ຽວກັບຜົນຮ້າຍ ແລະ ມາດຕະການຕໍ່ບັນຫາຢາ ເສບຕິດຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ທັງຍົກສູງຄວາມເປັນ ເຈົ້າການຂອງຄະນະພັກ-ຄະນະນໍາ ແຕ່ລະຂັ້ນ, ຍົກລະດັບຄວາມຮູ້ ແລະ ຄວາມຕື່ນຕົວຂອງເຈົ້າໜ້າທີ່, ປຸກລະດົມໃຫ້ພົນລະເມືອງທຸກຄົນ ມີຄວາມຕື່ນຕົວຮັບຮູ້ ແລະ ເຂົ້າໃຈ ບັນຫາຢາເສບຕິດຫລີກເວັ້ນຄວາມ ເຂົ້າໃຈທີ່ວ່າ ການແກ້ໄຂບັນຫາຢາ ເສບຕິດແມ່ນພາລະບົດບາດ ຂອງ ເຈົ້າໜ້າທີ່ຕໍາຫລວດ. ບັນຫານີ້ຄະ ນະພັກແຕ່ລະຂັ້ນຕ້ອງເອົາໃຈໃສ່ ນໍາພາ-ຊີ້ນໍາຢ່າງໃກ້ຊິດ ເພື່ອໃຫ້ ພົນລະເມືອງທຸກຄົນເຂົ້າໃຈວ່າ ການແກ້ໄຂບັນຫາຢາເສບຕິດແມ່ນ ບັນຫາຂອງໝົດທຸກຄົນ ຜູ້ກະທຳ ຜິດ ຕ້ອງໄດ້ຮັບການລົງໂທດຕາມ ກົດໝາຍຢ່າງເຂັ້ມງວດ ທັງໝົດທີ່ ກ່າວມານັ້ນ, ແມ່ນການສັງລວມບັນ ຫາທີ່ພົ້ນເດັ່ນ ແລະ ເຄັ່ງຮ້ອນຂອງ ແຂວງພວກເຮົາ ທີ່ໄດ້ຍົກມາລາຍ ງານ. ຖ້າຫາກວ່າ ມີບັນຫາໃດທີ່ຍັງ ສົນໃຈ ແລະ ຕ້ອງການຂໍ້ມູນທີ່ນອກ ເໜືອຈາກການລາຍງານຂອງຂ້າ ພະເຈົ້າ ຂໍໃຫ້ມີຄໍາເຫັນແລກປ່ຽນ ໄດ້ອີກ ຕາມເງື່ອນໄຂຕົວຈິງ. ທ້າຍນີ້, ຂໍອວຍພອນໄຊອັນ ປະເສີດ ແດ່ປະທານກອງປະຊຸມ, ການນໍາພັກ-ລັດ, ພະນັກງານ, ທະ ຫານ, ຕໍາຫລວດແລະ ປະຊາຊົນ ບັນດາເຜົ່າໃນທົ່ວປະເທດຈົ່ງມີສຸຂະ ພາບແຂງແຮງ, ມີຜົນສຳເລັດໃນ ໜ້າທີ່ວຽກງານທຸກປະການ. ນັບວ່າ ເປັນໂອກາດດີ ທີ່ຜູ້ ຂຽນໄດ້ມີໂອກາດໄປຢ້ຽມຢາມ ບ້ານທົ່ງແປ ເມືອງຄຳເກີດ ແຂວງ ບໍລິຄຳໄຊ ແລະ ໄດ້ມີເວລາສຳພາດ ນາຍບ້ານໆດັ່ງກ່າວ ຕໍ່ການພັດທະ ນາບ້ານເສດຖະກິດພາຍໃນບ້ານ, ເຊິ່ງທ່ານນາຍບ້ານກໍ່ສະໄດ້ແດງ ຄວາມພາກພູມໃຈ ທີ່ມີ hພັກປະຊາ ຊົນ ປະຕິວັດລາວi ນໍາພາ ຈຶ່ງເຮັດ ໃຫ້ປະເທດເຮົາກໍ່ຄືບ້ານທົ່ງແປ ມີການພັດທະນາຢ່າງບໍ່ຢຸດຢັ້ງ ເຊິ່ງ ຕະຫລອດໄລຍະ 48 ປີ ແຫ່ງການ ສະຖາປານາ ສປປ ລາວ ປວງຊົນ rkp.8h dkooerk0v'ra d gIa f.sh [h komqj 'cx ra fmtokfu 0B og]N vpM ລາວເຮົາ ກໍ່ມີເອກະລາດ ມີຄວາມ ຜາສຸກ ປະເທດຊາດຈະເລີນຮຸ່ງ ເຮືອງນັບມື້ກ້າວສູ່ຄວາມສີວິໄລ ເທື່ອລະກ້າວ. ທ່ານອຸໄດໄຊຍອນຕານາຍບ້ານ ທົ່ງແປ ເມືອງຄຳເກີດ ເລົ່າສູ່ຟັງວ່າ: ບ້ານທົ່ງແປຕັ້ງຢູ່ຕິດກັບຊາຍແດນ ລາວ-ຫວຽດນາມ(ດ່ານສາກົນນ້ຳ ພາວ), ໂດຍມີຫລາຍກວ່າ 380 ຫລັງຄາເຮືອນ, ມີປະຊາກອນ ຫລາຍກວ່າ 2.700 ຄົນ, ໂດຍພາຍ ໃຕ້ການນຳຂອງພັກຕະຫລອດ ໄລຍະ 48 ປີມານີ້ ບວກໃສ່ການຕື່ນ ຕົວ, ຕັ້ງໜ້າເອົາໃຈໃສ່ສ້າງສາພັດ ທະນາເຮືອນຊານບ້ານຊ່ອງ, ເສດ ຖະກິດຄອບຄົວ ມາຮອດປັດຈຸບັນນີ້ ບ້ານທົ່ງແປໄດ້ຮັບການພັດທະນາ ຕ່າງຈາກເມື່ອກ່ອນຫລາຍເທົ່າຕົວ ໂດຍສະເພາະແມ່ນຄວາມທຸກຍາກ ໄດ້ຮັບການແກ້ໄຂຫລຸດໜ້ອຍຖອຍ ລົງ ໂດຍມາຮອດດຽວນີ້ ຄອບຄົວ ທຸກຍາກຍັງເຫລືອພຽງ 18 ຄອບ ຄົວ, ພື້ນຖານໂຄງລ່າງ, ຖະໜົນຫົນ ທາງ, ທາງຮ່ອມໄດ້ຮັບການປັບປຸງ ດີຂຶ້ນ ແລະ ອື່ນໆ. ດ້ວຍຄວາມເອົາ ໃຈໃສ່ດັ່ງກ່າວ ເຮັດໃຫ້ບ້ານຕົນຮັບ ນາມມະຍົດເປັນບ້ານພັດທະນາ, ວັດທະນະທຳ, ຍຸຕິທຳແລະບ້ານສາ ທາລະນະສຸກ. ໝາຍຄວາມວ່າສາ ມາດປະຕິບັດຕາມແຜນພັດທະນາ ຂອງຂັ້ນເທິງຖືວ່າບັນລຸໄດ້ໝົດ. ທ່ານ ອຸໄດ ໄຊຍອນຕາ ນາຍ ບ້ານທົ່ງເລົ່າສູ່ຟັງຕື່ມວ່າ: ອາຊີບ ຕົ້ນຕໍຂອງປະຊາຊົນບ້ານຕົນແມ່ນ ເຮັດນາ ແລະ ອາຊີບສຳຮອງແມ່ນ ປູກຝັງ-ລ້ຽງສັດ. ອັນພົ້ນເດັ່ນທີ່ ເຮັດໃຫ້ປະຊາຊົນມີການພັດທະນາ, ມີລາຍຮັບເຂົ້າຄອບຄົວແມ່ນຂະ ບວນການປູກມັນຕົ້ນ ເຊິ່ງທົ່ວບ້ານ ມີເນື້ອທີ່ປະມານ 270 ເຮັກຕາ ໂດຍ ໃນແຕ່ລະປີໄດ້ສ້າງລາຍຮັບໃຫ້ແກ່ ປະຊາຊົນຫລາຍຮ້ອຍລ້ານກີບ. ນອກຈາກນີ້, ການລ້ຽງສັດໃຫຍ່ ງົວ-ຄວາຍກໍ່ມີການຂະຫຍາຍຕົວ ໃນແຕ່ລະປີ ແລະ ຂາຍອອກຫລາຍ ສິບໂຕ. ແນວໃດກໍ່ດີສຳລັບຈຳນວນ ຄອບຄົວທີ່ຍັງທຸກຍາກເຫລືອນັ້ນ ທາງບ້ານກໍ່ມີແຜນການຊ່ວຍເຫລືອ. ເຖິງວ່າທາງບ້ານບໍ່ມີງົບປະມານ ເປັນກ້ອນມອບໃຫ້, ແຕ່ອຳນາດ ການປົກຄອງໄດ້ປຸກລະດົມທາງ ດ້ານແນວຄິດຈິດໃຈ, ມີແຜນນະໂຍ ບາຍຊ່ວຍເຫລືອຄອບຄົວດັ່ງກ່າວ ໃຫ້ກ້າວສູ່ການມີຢູ່ມີກິນຄືກັບຄອບ ຄົວອື່ນໆ. ບ້ານທົ່ວແປ ເປັນບ້ານໜຶ່ງທີ່ມີ ປະຊາຊົນ 3 ຊົນເຜົ່າຢູ່ຮ່ວມກັນ ດ້ວຍຄວາມສາມັກຄີປອງດອງຄື: ເຜົ່າລາວ, ເຜົ່າມົ້ງ ແລະ ເຜົ່າໄຕ ເຊິ່ງ ແຕ່ລະເຜົ່າລ້ວນແລ້ວແຕ່ຢູ່ຮ່ວມກັນ ມີຄວາມສາມາດມັກຄີຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ພ້ອມກັນປົກປັກ ຮັກສາ ແລະ ສ້າງສາພັດທະນາບ້ານ ມາໂດຍ ຕະຫລອດ ຕິດພັນກັບການ ເອົາໃຈໃສ່ຈັດຕັ້ງປະຕິບັດແນວ ທາງນະໂຍບາຍຂອງພັກ-ລັດ ໂດຍ ສະເພາະແມ່ນສອງໜ້າທີ່ຍຸດທະ ສາດ ຄື: ປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດຢ່າງຈູດ ຈ້າວຫ້າວຫັນ ທັງເຮັດໃຫ້ພາຍໃນ ບ້ານມີຄວາມສະຫງົບໂດຍພື້ນ ຖານ. ທ່ານ ອຸໄດ ໄຊຍອນຕາ ກ່າວ. ພາບປະກອບ ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==