08 xtgmf]k; 37ltok c]t [= ]y = dy ko 24/10/2023 ໃນໂອກາດທີ່ທ່ານ ທອງ ລຸນ ສີສຸລິດ ເລຂາທິການ ໃຫຍ່ ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະ ຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳ ພາຄະນະຜູ້ແທນຂັ້ນສູງຂອງ ພັກ ແລະ ລັດຖະບານລາວ ເພື່ອເຂົ້າຮ່ວມກອງປະຊຸມ “ໜຶ່ງແລວໜຶ່ງເສັ້ນທາງ”ຄັ້ງ ທີ3 ທີ່ນະຄອນຫລວງປັກກິ່ງ ປະເທດຈີນ. ໃນວັນທີ່ 19 ຕຸ ລາ 2023, ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບການເຂົ້າຂ່ຳນັບ g]0kmy dko.spj 7tot[= ]y sko'kol6 odk'ra dxt-k-q o xt8y ;a f]k;F xtmkoxtgmf csj ' lxx ]k; 8u ]k7kl6 ' 8+ dkoxtdv[lj ;o0v' sq ;gs;u p g0Q k.odkosa ogxa oma oltw\ c]t g-n j v\A o;j k sq ;gs;u p 9toegma d3o3]1u mu j dh k;|h kg-a j o 5G c]t rt]a ''kocl'8kg;a og0Q k,koe.-h .oxtgmf]k; ຂອງທ່ານ ຫວາງ ຈ່ຽນເຟີງ (Jeff Wang) ຮອງປະ ທານອາວຸໂສ, ທັງເປັນຫົວ ໜ້າຝ່າຍປະຊາສຳພັນລັດຖະ ບານຂອງ ບໍລິສັດ ຫົວເຫວີຍ ແລະ ທ່ານເຫຍົາຢູ່ຢ່າ (So vann Yao) ປະທານຫົວ ເຫວີຍ ປະຈຳອາຊີຕາເວັນ ອອກສ່ຽງໃຕ້, ຮອງປະທານ ຫົວເຫວີຍປະຈຳພາກພື້ນອາ ຊີປາຊີຟິກ, ທ່ານຈາງເຈີ້ງຈຸນ (JunZhang),ຮອງປະທານ ຝ່າຍປະຊາສຳພັນລັດຖະບານ ປະຈຳຫົວເຫວີຍພາກພື້ນອາ ຊີປາຊີຟິກ ພ້ອມດ້ວຍຄະນະ. ທ່ານ ທອງລຸນ ສີສຸລິດ ໄດ້ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມຂໍ່ານັບຂອງ ທ່ານ ຫວາງຈ່ຽນເຟີງ ພ້ອມ ດ້ວຍຄະນະ, ທ່ານໄດ້ຕີລາຄາ ສູງຕໍ່ການປະກອບສ່ວນຂອງ ບໍລິສັດ ຫົວເຫວີຍ ທີ່ໄດ້ເຂົ້າ ມາລົງທຶນ ແລະ ຮ່ວມມືກັບ ພາກສ່ວນກ່ຽວຂ້ອງຂອງ ສປປລາວໃນການຊ່ວຍສ້າງ ສາ ແລະ ພັດທະນາປະເທດ ລາວໃນໄລຍະ 25 ປີຜ່ານມາ ທີ່ບໍລິສັດໄດ້ເຂົ້າມາລົງທຶນຢູ່ ສປປ ລາວ. ທ່ານ ຫວາງ ຈ່ຽນເຟີງ ໄດ້ ກ່າວວ່າ: ຫົວເຫວີຍ ຍຶດໝັ້ນ ໃນວິໄສທັດ “ຢູ່ລາວ, ເພື່ອ ລາວ”ຈະສືບຕໍ່ຮ່ວມມືກັບບັນ ດາຄູ່ຮ່ວມມືທ້ອງຖິ່ນເພື່ອສະ ໜັບສະໜູນວິໄສທັດດ້ານດີ ຈິຕອນແລະຍຸດທະສາດຂອງ ລັດຖະບານລາວ,ຈະປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນ ການກໍ່ສ້າງພື້ນຖານໂຄງ ລ່າງດ້ານດີຈິຕອນ, ການພັດ ທະນາສີຂຽວ ແລະ ການພັດ ທະນາຄວາມສາມາດດ້ານ ICT ໃນປະເທດລາວ. ທ່ານ ທອງລຸນ ສີສຸລິດ ຍັງໄດ້ກ່າວຕື່ມວ່າ, ລັດຖະ ບານລາວໃຫ້ຄວາມສຳຄັນ ຕໍ່ການຮ່ວມມືກັບຫົວເຫວີຍ, ຍິນດີຮ່ວມມືຢ່າງຕັ້ງໜ້າໃນ ການປັບປຸງ, ການຫັນເປັນດີ ຈິຕອນຂອງລາວ, ຊຸກຍູ້ໃຫ້ ຫົວເຫວີຍ ແລະ ລັດຖະບານ ລາວຮ່ວມມືກັນເພື່ອເລັ່ງລັດ ໃນການຫັນເປັນດີຈິຕອລ ທັນສະໄໝ, ລວມທັງການ ປູກຝັງພອນສະຫວັນຜູ້ທີ່ມີ ຄວາມສາມາດທາງດ້ານ ICT ແລະ ການເຊື່ອມໂຍງເຕັກໂນ ໂລຊີທີ່ກ້າວໜ້າ ເຊັ່ນ: 5G ແລະພະລັງງານແສງຕາເວັນ, ນຳເອົາເຕັກໂນໂລຊີທີ່ທັນສະ ໄໝມານຳໃຊ້ຢູ່ປະເທດລາວ ເພື່ອເປັນການສົ່ງເສີມປະ ເທດລາວໃຫ້ມີຄວາມກ້າວ ໜ້າ, ປະກອບສ່ວນເຂົ້າໃນ ວຽກງານພັດທະນາເສດ ຖະກິດສັງຄົມຂອງສປປລາວ ໃຫ້ຫລາຍຂຶ້ນ ເພື່ອເປັນການ ຊຸກຍູ່ສົ່ງເສີມການພົວພັນ ຮ່ວມມືສອງຝ່າຍໃຫ້ນັບມື້ ນັບກວ້າງຂວາງ ແລະ ເລິກ ເຊິ່ງ ໂດຍສະເພາະແມ່ນການ ຈັດຕັ້ງຜັນຂະຫຍາຍການເປັນ ຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ແຕກດອກອອກຜົນແລະ ນຳຜົນປະໂຫຍດຕົວຈິງມາສູ່ ປະຊາຊົນສອງຊາດ.
RkJQdWJsaXNoZXIy MTc3MTYxMQ==