5732

dkogxa oz6 h ln [mvfco;mk'xj Pocx'.\j c]toerkxtgmf-kf 0v'xtmko 7ew8 lu ra ofvo lk]u dkpgxa oly o7h k glf4tdy f lh k']kpIa [wfh fu xtgmf]k; 3 24/10/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ໄໝຄຳຍ້ອມສິນ (ເນື່ອງໃນໂອກາດວັນເກີດ ຄົບຮອບ 100 ປີ, ວັນທີ 8 ກຸມພາ 1924-8 ກຸມພາ 2024) ໂດຍ: ສີອຳພອນ ໂດຍ: ຄ້ອງໃໝ່ dkocdh w07;k,m5 dpkd .sh g4y 'dq dg4y 'Ikd ຢືນຢັນດ້ວຍທັດສະນະອັນຈະແຈ້ງ ວ່າ ແຜນພັດທະນາເສດຖະກິດ-ສັງ ຄົມ ຫລື ແຜນການ) ອັນໃໝ່ນີ້ບໍ່ ແມ່ນແຜນການກົດຄໍາສັ່ງ. ແຕ່ຫາກ ແມ່ນແຜນການກໍານົດທິດໃຫ້ແກ່ ການລົງທຶນຂອງລັດ ແລະ ພາກ ສ່ວນເສດຖະກິດຕ່າງໆ; ແມ່ນແຜນ ການເພື່ອຊຸກຍູ້ປຸກລະດົມການປະ ກອບສ່ວນຂອງທົ່ວສັງຄົມ ກໍຄື ກໍາ * ໃນປີ 1991 ປະທານຄຳໄຕ ສີພັນດອນ ໄດ້ຮັບມອບໝາຍດຳ ລົງຕຳແໜ່ງເປັນນາຍົກລັດຖະມົນ ຕີ ເປັນຫົວໜ້າຄະນະລັດຖະບານ ກໍຄືອົງການບໍລິຫານຂອງປະເທດ. ເຖິງວ່າຈະເປັນຕໍາແໜ່ງໃໝ່ ແຕ່ກໍ ບໍ່ແມ່ນວຽກໃໝ່ອ້ອຍຕ້ອຍສໍາລັບ ປະທານ ຄໍາໄຕ ສີພັນດອນ, ທັງນີ້ ກໍຍ້ອນວ່າ ເພິ່ນໄດ້ດໍາລົງຕໍາແໜ່ງ ຮອງນາຍົກລັດຖະມົນຕີມາຫລາຍ ສະໄໝ ແລະ ໄດ້ຮ່ວມເຮັດວຽກກັບ ປະທານ ໄກສອນ ພົມວິຫານ ກໍຄືຜູ້ ນໍາຄົນອື່ນໆ ໃນຄະນະລັດຖະບານ ມາແລ້ວຫລາຍປີ. ໃນຖານະຫົວໜ້າຄະນະລັດຖະ ບານ, ປະທານ ຄໍາໄຕ ສີພັນດອນ ໄດ້ເສີມຂະຫຍາຍຄວາມເປັນເຈົ້າ ການ ແລະ ຄວາມຮັບຜິດຊອບໃນ ລະດັບສູງຕໍ່ໜ້າທີ່ ເພື່ອປະຕິບັດມະ ຕິກອງປະຊຸມໃຫຍ່ ຄັ້ງທີ V ກໍຄື ແນວທາງ ປ່ຽນແປງໃໝ່ຮອບດ້ານ ມີຫລັກການໃຫ້ເປັນຮູບປະທໍາ ແລະ ໄດ້ຮັບໝາກຜົນເດັ່ນຂຶ້ນ.ສິ່ງສໍາຄັນ ແລະ ມີຄວາມໝາຍເປັນພິເສດໃນ ລັງແຮງສັງລວມພາຍໃນຊາດລວມ ທັງຕ່າງປະເທດເຂົ້າໃນການພັດທະ ນາ, ດ້ວຍທັດສະນະອັນໜັກແໜ້ນ ແລະ ການອະທິບາຍດ້ວຍເຫດຜົນ ຈຶ່ງໄດ້ຮັບຄວາມເຫັນດີເຫັນພ້ອມ ແລະ ຄວາມເຊື່ອໝັ້ນໃນລະດັບສູງ ຈາກໝູ່ຄະນະ. ຈາກນັ້ນແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ແຫ່ງ ລັດ ຈິ່ງໄດ້ຮັບການຟື້ນຟູ ແລະ ປະຕິ ບັດຕໍ່ເນື່ອງຈົນມາຮອດປັດຈຸບັນ. ອັນທີ່ເປັນຂິດໝາຍສໍາຄັນກວ່ານັ້ນ ອີກແມ່ນເພິ່ນໄດ້ຊີ້ນໍາໃຫ້ວາງຍຸດ ທະສາດກ່ຽວກັບການພັດທະນາປະ ເທດຮອດປີ 2020. ການວາງຍຸດທະສາດ ຫລື ວາງ ແຜນໄລຍະຍາວແບບນີ້ ແມ່ນບໍ່ເຄີຍ ມີມາກ່ອນ, ສະນັ້ນ ຈິ່ງມີລັກສະນະ ປະຫວັດສາດ ແລະ ຖືວ່າເປັນການ ລິເລີ່ມທີ່ກ້າຫານ. ຕາມຄວາມຄິດ ຂອງປະທານ ຄໍາໄຕ ສີພັນດອນ ການວາງຍຸດທະສາດພັດທະນາ ແມ່ນເພື່ອກໍານົດທິດບູລີມະສິດ ກ່ຽວກັບການຂຸດຄົ້ນກໍາລັງແຮງ ສັງລວມຂອງຊາດໃຫ້ໄດ້ ຢ່າງຕັ້ງ ໜ້າ ເພື່ອແກ້ໄຂບັນຫາ ແລະ ບັນລຸ ຄາດໝາຍອັນຈະແຈ້ງວ່າຮອດປີ ໃດຈະຕ້ອງບັນລຸອັນໃດຄືແນວໃດ, ໂດຍສະເພາະແມ່ນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນແລະ ຄວາມດ້ອຍພັດທະນາຂອງປະເທດ. ເພິ່ນເວົ້າເລື້ອຍໆວ່າ ຖ້າຫາກປ່ອຍ ປະໃຫ້ປະຊາຊົນທໍາມາຫາກິນຕາມ ທໍາມະຊາດ, ເຮັດໄຮ່-ປູກເຂົ້າຄືເກົ່າ ແລະ ທຸກຍາກຕໍ່ໄປ; ຖ້າຫາກປະ ເທດຊາດ ຍັງຈົມເລິກຢູ່ໃນຄວາມ ດ້ອຍພັດທະນາໄປຕື່ມອີກກໍຈະເກີດ ໄພຂົ່ມຂູ່ຕໍ່ລະບອບການເມືອງຂອງ ພວກເຮົາ ແລະ ພວກເຮົາຈະຂາດ ຄວາມເຊື່ອໝັ້ນຈາກປະຊາຊົນ ຍິ່ງ ໄປກວ່ານັ້ນ ແມ່ນຈະຖືກປະຊາຊົນ ປະຕິເສດຕໍ່ບົດບາດການນໍາພາ ຂອງພັກ. ອັນນັ້ນແມ່ນຄວາມເຫັນ ອັນເລິກເຊິ່ງ ແລະ ຈິງໃຈທີ່ສະແດງ ໃຫ້ເຫັນວ່າເວລາໃດເພິ່ນກໍມີແນວ ຄວາມຄິດຍຸດທະສາດ; ເພາະສະ ນັ້ນຍຸດທະສາດຮອດປີ 2020 ຈຶ່ງ ແມ່ນໝາກຜົນທີ່ເກີດຈາກຄວາມ ຄິດ ແລະ ການຊີ້ນໍາຂອງປະທານ ຄໍາໄຕ ສີພັນດອນ ໂດຍກົງ. * ການຜະລິດກະສິກໍາການສ້າງ ເສດຖະກິດຄອບຄົວເພື່ອແກ້ໄຂ ຄວາມທຸກຍາກແມ່ນວຽກໜຶ່ງ ທີ່ ພັກ-ລັດຖະບານ ໄດ້ຖືເປັນບັນຫາ ສຳຄັນພ້ອມທັງຊຸກຍູ້ໃຫ້ພໍ່ແມ່ປະ ຊາຊົນເອົາໃຈໃສ່ພັດທະນາເສດ ຖະກິດຄອບຄົວດ້ວຍການປູກຝັງລ້ຽງສັດ ເຊິ່ງປັດຈຸບັນມີຫລາຍ ຄອບຄົວ ຫັນໃສ່ການປູກຝັງ ແລະ ລ້ຽງສັດ ເພື່ອພັດທະນາຊີວິດການ ເປັນຢູ່ຂອງຄອບຄົວໃຫ້ນັບມື້ດີຂຶ້ນ ເທື່ອລະກ້າວ ເໝືອນດັ່ງຄອບຄົວ ທ່ານ ຮິງໄຊ ອິນທະວົງ ຄອບຄົວຕົວ ແບບ ບ້ານໂຮມພັນ ເມືອງຫົວເມືອງ ແຂວງຫົວພັນ ທີ່ເຮັດອາຊີບປູກ ສາລີຂາຍສ້າງລາຍຮັບໄດ້ 100 ລ້ານກີບຕໍ່ປີ. ທ່ານ ຮິງໄຊ ອິນທະວົງ ເວົ້າສູ່ ຟັງວ່າ: ບ້ານໂຮມພັນ ເມືອງຫົວ ເມືອງ ແຂວງຫົວພັນ ເປັນບ້ານໜຶ່ງ ທີ່ມີທ່າແຮງໃນການປູກຝັງ-ລ້ຽງ ສັດເປັນສິນຄ້າຈໍານວນຫລາຍ ແລະ ປະຊາຊົນພາຍໃນບ້ານ ກໍຍຶດອາຊີບ ກະສິກໍາເປັນຫລັກ ໂດຍສະເພາະ ແມ່ນການປູກສາລີ ຈະພົ້ນເດັ່ນກວ່າ ການປູກພືດຊະນິດອື່ນ ເນື່ອງຈາກ ເພາະສາມາດສ້າງລາຍຮັບໄດ້ເປັນ ກອບເປັນກໍາ ເໝືອນດັ່ງຄອບຄົວ ຂ້າພະເຈົ້າທີ່ປູກສາລີຂາຍສາມາດ ສ້າງລາຍຮັບເຂົ້າຄອບຄົວ ໄດ້ 100 ກວ່າລ້ານກີບຕໍ່ປີ ຊີວິດການເປັນຢູ່ ດີຂຶ້ນຫລຸດພົ້ນອອກຈາກຄວາມທຸກ ຍາກ ແລະ ສາມາດເປັນແບບຢ່າງ ໃຫ້ປະຊາຊົນພາຍໃນບ້ານ ໄດ້ສໍາ ເລັດ ເນື່ອງຈາກວ່າ ຄອບຄົວຍຶດຖື ເອົາການປູກສາລີເປັນອາຊີບຫລັກ ໂດຍຄອບຄົວມີສະມາຊິກທັງໝົດ 7 ຄົນ, ມີແຮງງານຕົ້ນຕໍ 2 ຄົນ ສະ ພາບຂອງຄອບຄົວໃນເມື່ອກ່ອນ ແມ່ນທຸກຍາກຫລາຍ, ພໍມາຮອດປີ 2010 ບໍລິສັດໄດ້ເອົາແນວພັນສາລີ ມາໃຫ້ປູກ ແລະ ເກັບຊື້ສາລີ ຈຶ່ງໄດ້ ເຮັດໄຮ່ສາລີ ປະມານ 4 ເຮັກຕາ, ຜົນໄດ້ຮັບ 28 ໂຕນຕໍ່ປີ ຂາຍໄດ້ເງິນ ເກືອບ 36 ລ້ານກວ່າກີບ, ເມື່ອເຫັນ ວ່າຜົນຜະລິດໄດ້ຮັບຜົນດີຕົນຈຶ່ງ ຕັດສິນໃຈສຸມເຫື່ອແຮງໃສ່ການ ປູກສາລີເປັນຕົ້ນຕໍປັດຈຸບັນສາມາດ ປູກໄດ້ປະມານ 35 ໂຕນຕໍ່ປີ, ຂາຍ ໄດ້ເງິນ 115 ລ້ານກວ່າກີບຕໍ່ປີ ສະ ເລ່ຍໃສ່ສະມາຊິກໃນຄອບຄົວໄດ້ 16 ລ້ານກວ່າກີບຕໍ່ຄົນຕໍ່ປີ. ນອກ ຈາກນີ້ຄອບຄົວຍັງໄດ້ເຮັດນາປູກ ເຂົ້າແລະລ້ຽງສັດປະເພດງົວ,ຄວາຍ ແລະ ສັດປີກຈຳນວນໜຶ່ງ ເຊິ່ງເຮັດ ໃຫ້ຊີວິດການເປັນຢູ່ຂອງຄອບຄົວ ດີຂຶ້ນ ມີເຮືອນຢູ່ຖາວອນ 1 ຫລັງ, ລົດຊີງ 1 ຄັນ, ລົດຈັກ 3 ຄັນ, ລົດ ໄຖນາ1ຄັນ, ຈັກຟາດເຂົ້າ1 ເຄື່ອງ, ໂຮງສີເຂົ້າຂະໜາດນ້ອຍ 1 ເຄື່ອງ ແລະ ເຄື່ອງໃຊ້ພາຍໃນຄົວເຮືອນຄົບ ຊຸດ, ສາມາດສົ່ງລູກເຂົ້າໂຮງຮຽນ, ມີເງິນແຮໄວ້ໃຊ້ຈ່າຍໃນເວລາຈຳ ເປັນ ແລະ ໃນຕໍ່ໜ້າຈະເລັ່ງໃສ່ການ ປູກສາລີເຮັດໃຫ້ຫລາຍກວ່າເກົ່າ ແລະ ເຮັດນາປູກເຂົ້າ, ລ້ຽງສັດຕື່ມ ອີກ. ໃນຫລາຍປີຜ່ານມາ, ວຽກງານພັດ ທະນາຊົນນະບົດ ແລະ ລຶບລ້າງຄວາມ ທຸກຍາກ ໄດ້ມີຜົນສໍາເລັດເປັນພື້ນຖານ ສໍາຄັນຫລາຍດ້ານ, ເຮັດໃຫ້ຈໍານວນ ຄອບຄົວທຸກຍາກ, ບ້ານທຸກຍາກ, ເມືອງ ທຸກຍາກໜ້ອຍລົງເປັນຂັ້ນໆ ຕະຫລອດ ມາ. ຜົນສໍາເລັດດັ່ງກ່າວແມ່ນມາຈາກ ພວກເຮົາມີແນວທາງນະໂຍບາຍອັນ ຖືກຕ້ອງເພື່ອເຍືອງທາງ, ການປະກອບ ສ່ວນຢ່າງຕັ້ງໜ້າຂອງພາກລັດ ແລະ ທົ່ວປວງຊົນ, ຄວາມຕື່ນຕົວຂອງປະຊາ ຊົນທີ່ນອນໃນເງື່ອນໄຂທຸກຍາກ ແລະ ໄດ້ຮັບການອູ້ມຊູຊ່ວຍເຫລືອດ້ານ ຕ່າງໆຈໍາເປັນຈາກບັນດາປະເທດອ້າຍ ນ້ອງ ແລະ ເພື່ອນມິດສາກົນ. ມາຮອດປັດຈຸບັນ, ເຖິງແມ່ນວ່າ ຄວາມທຸກຍາກຍັງບໍ່ທັນສາມາດລຶບ ລ້າງໄດ້ໝົດ, ແຕ່ທຸກຄົນກໍ່ມີຄວາມເຊື່ອ ໝັ້ນຢ່າງແນ່ວແນ່ວ່າ ພາຍໃຕ້ການນໍາ ຂອງພັກ-ລັດ, ດ້ວຍມູນເຊື້ອດຸໝັ່ນ, ນໍ້າ ໃຈສູ້ຊົນບຸກບືນຜ່ານຜ່າຂອງປວງຊົນ ລາວບັນດາເຜົ່າແລະການອູ້ມຊູສະໜັບ ສະໜູນຈາກບັນດາປະເທດອ້າຍນ້ອງ ແລະ ເພື່ອນມິດສາກົນ, ບັນຫາຄວາມ ທຸກຍາກຂອງປະຊາຊົນ ຈະຕົກໄປ. ສໍາ ຄັນໃນນັ້ນແມ່ນພວກເຮົາຕ້ອງພ້ອມກັນ ສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງ ຂອງພັກ, ແຜນນະໂຍບາຍຂອງລັດ ກ່ຽວກັບການລຶບລ້າງຄວາມທຸກຍາກ ໂດຍຕິດພັນກັບບັນດາວຽກງານທີ່ ກ່ຽວຂ້ອງ ໃຫ້ສອດຄ່ອງ ແລະ ປະຕິບັດ ດ້ວຍຈິດໃຈຫ້າວຫັນບໍ່ທໍ້ຖອຍ. ຄືດັ່ງ ຄໍາສຸພາສິດຂອງລາວເຮົາທີ່ວ່າ “ເກົ້າ ອົດເກົ້າເຍື້ອນ ຫາກຊິໄດ້ທ່ອນຄໍາ”. ບົດນີ້ຂໍນໍາເອົາເນື້ອໃນສໍາຄັນ ຄໍາ ໂອ້ລົມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນ ປະຕິ ວັດລາວ, ປະທານປະເທດແຫ່ງ ສປປ ລາວທີ່ໄດ້ກ່າວຕໍ່ກອງປະຊຸມສະຫລຸບຕີ ລາຄາວຽກງານກໍ່ສ້າງຮາກຖານການ ເມືອງ ຕິດພັນກັບວຽກງານພັດທະນາ ຊົນນະບົດຮອບດ້ານແກ້ໄຂຄວາມທຸກ ຍາກ ແລະ ວຽກງານ 3 ສ້າງ, ໃນວັນທີ 15 ກັນຍາ 2022 ມາຄົ້ນຄວ້າພິຈາ ລະນາໃຫ້ເຂົ້າໃຈເລິກເຊິ່ງນໍາກັນ ເພື່ອ ໃຫ້ສາມາດນໍາໄປຈັດຕັ້ງຜັນຂະຫຍາຍ ຖືກທິດ, ແທດເຖິງ, ແທດເໝາະກັບສະ ພາບເງື່ອນໄຂ ແລະ ທ່າແຮງຂອງແຕ່ ລະທ້ອງຖິ່ນຄື: “ແນ່ນອນວ່າເມື່ອພວກ ເຮົາກວດຄືນສິ່ງທີ່ໄດ້ດໍາເນີນການ ດ້ານຕ່າງໆໃນໄລຍະຜ່ານມາ ກໍ່ຄືໝາກ ຜົນທີ່ໄດ້ຮັບສົມທຽບໃສ່ການເລັ່ທວງ ຂອງສະພາບການ ກໍ່ຄືການສ້າງການ ຫັນປ່ຽນທີ່ແຂງແຮງແລ້ວ, ເຫັນວ່າກໍ່ ຍັງຂໍ້ຂາດຕົກບົກພ່ອງຫລາຍປະການ ທີ່ຕ້ອງໄດ້ເບິ່ງນໍາກັນໃຫ້ເລິກເຊິ່ງເຖິງ ຖອງ, ຖືກຕ້ອງກັບສະພາບການໃໝ່ ທີ່ພວກເຮົາປະເຊີນຢູ່ ເຊິ່ງແຕ່ລະບັນ ຫາທີ່ໄດ້ຍົກຂຶ້ນ ແມ່ນຄວາມຈິງພາວະ ວິໄສ ທີ່ບໍ່ອາດປະຕິເສດ ເຊິ່ງຄະນະພັກ ແຕ່ລະຂັ້ນ, ການນໍາແຕ່ລະສະຫາຍ ຕ້ອງໄດ້ສໍາຫລວດກວດກາຄືນ ແລະ ສືບຕໍ່ປັບປຸງແກ້ໄຂຢ່າງຈິງຈັງແທ້. ມັນ ແມ່ນຄວາມຮັບຜິດຊອບການເມືອງ ທີ່ ຕ້ອງນໍາພາແກ້ໄຂຢ່າງເຖິງກົກເຖິງ ຮາກ ທັງແມ່ນສິ່ງທົດສອບຕໍ່ຄວາມສາ ມາດນໍາພາ ແລະ ຄວາມເປັນແບບຢ່າງ ນໍາໜ້າຂອງການນໍາເຮົາແຕ່ລະສະ ຫາຍຢູ່ແຕ່ລະຂັ້ນ ອີກດ້ວຍ”. ວຽກງານລຶບລ້າງຄວາມທຸກຍາກ ຕິດພັນ ແລະ ສອດຫ້ອຍຢູ່ໃນວຽກງານ ກໍ່ສ້າງຮາກຖານການເມືອງ ພັດທະນາ ຊົນນະບົດຮອບດ້ານແລະ 3 ສ້າງ. ພັກ ເຮົາ ໄດ້ຍຶດໝັ້ນແນວທາງອັນສະເໝີຕົ້ນ ສະເໝີປາຍໃນການ “ເອົາປະຊາຊົນ ເປັນໃຈກາງ, ເອົາການພັດທະນາຊົນ ນະບົດ ລຶບລ້າງຄວາມທຸກຍາກເປັນ ເປົ້າໝາຍ”. ໃນບັນດາວຽກງານທີ່ຍົກ ຂຶ້ນ ລ້ວນຕິດພັນກັນ, ທັງບໍ່ອາດຖືເບົາ. ຫລີກເວັ້ນການລົງຮາກຖານແບບ ລວມໆ, ເປັນແຕ່ຮູບການ, ກໍາສະພາບບໍ່ ໄດ້, ບໍ່ແກ້ໄຂໄດ້ບັນຫາ, ຖ້າແກ້ກໍ່ລັກສະ ນະຕາບຈູນ, ປະໃຫ້ມີຊ່ອງວ່າງການ ສວຍໂອກາດຂອງພວກບໍ່ຫວັງດີ... * ວັນທີ 17-24 ຕຸລາ ເປັນໄລຍະ ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເຊິ່ງໄດ້ກໍາ ນົດເອົາຢ່າງເປັນທາງການໃນກອງ ປະຊຸມວຽກງານລຶບລ້າງຄວາມທຸກ ຍາກທົ່ວປະເທດ ຄັ້ງທີ 1 (17-19 ມີນາ 2003). ມະຕິກອງປະຊຸມດັ່ງກ່າວມີເນື້ອໃນ ສໍາຄັນບາງອັນຄື: “ກອງປະຊຸມເຫັນດີ ເຫັນພ້ອມ ໃຫ້ປຸກລະດົມຂະບວນການ ແກ້ໄຂຄວາມທຸກຍາກທົ່ວປະເທດ ຕາມ 4 ເນື້ອໃນ ເຊິ່ງຢູ່ໃນແຜນນະໂຍ ບາຍຂອງພັກແລະ ຄໍາສັ່ງເລກທີ10/ນຍ ຂອງນາຍົກລັດຖະມົນຕີ ກໍານົດໄວ້, ຂະ ແໜງການ ນັບທັງຂອງພັກ-ລັດ, ອົງ ການຈັດຕັ້ງມະຫາຊົນ ກໍ່ລ້ວນແຕ່ຕ້ອງ ປະຕິບັດຕາມພາລະບົດບາດແລະຄວາມ ຮັບຜິດຊອບຂອງຕົນໃຫ້ແຂງແຮງ ກວ່າເກົ່າ; ສໍາລັບແຂວງ ແລະ ເມືອງ ເປັນຜູ້ຮັບຜິດຊອບໂດຍກົງຕໍ່ຜົນສໍາ ເລັດ, ຜົນໄດ້ຜົນເສຍ ໃນວຽກງານດັ່ງ ກ່າວຂອງທ້ອງຖິ່ນຕົນ...ກອງປະຊຸມ ເຫັນດີເຫັນພ້ອມວ່າ ຕ້ອງໃຫ້ເປີດຂະ ບວນການລຶບລ້າງຄວາມທຸກຍາກທົ່ວ ປະເທດ, ທຸກແຂວງ, ທຸກເມືອງ ແລະ ບ້ານ ຂຶ້ນຢ່າງເປັນທາງການ; ໃນຂະ ບວນການລຶບລ້າງຄວາມທຸກຍາກໃຫ້ ປະກາດສັບປະດາຫລຸດຜ່ອນຄວາມ ທຸກຍາກ, ປຸກລະດົມຂະບວນການລຶບ ລ້າງຄວາມທຸກຍາກດ້ວຍການນໍາໃຊ້ ຫລາຍຮູບຫລາຍວິທີ ແລະ ລະດົມກໍາ ລັງແຮງສັງລວມຂອງທົ່ວປວງຊົນ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ດັ່ງກ່າວ ຢ່າງມີຜົນສໍາເລັດ. ແຂວງໃດ, ເມືອງໃດ, ບ້ານໃດ ແລະ ຄອບຄົວໃດ ທີ່ ບັນລຸຄາດໝາຍແລະສໍາເລັດຜົນຈະໄດ້ ຮັບການຍ້ອງຍໍຈາກລັດຖະບານ ແລະ ອົງການກ່ຽວຂ້ອງຕາມລະບຽບການ ຂອງ ສປປ ລາວ ຢ່າງເໝາະສົມ...”. ໄລຍະທີ່ປະທານ ຄຳໄຕ ສີພັນດອນ ດຳລົງຕໍແໜ່ງເປັນນາຍົກລັດຖະມົນ ຕີ ແມ່ນການຊີ້ນໍາໃຫ້ ຄົ້ນຄວ້າວາງ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ ຍຸດທະສາດການພັດທະ ນາ ປະເທດໄລຍະຍາວ ຊຶ່ງຖືເປັນ ການລິເລີ່ມທີ່ສໍາຄັນ ແລະ ປະດິດ ສ້າງ, ທັງນີ້ກໍຍ້ອນວ່າໃນໄລຍະເລີ່ມ ຕົ້ນການປ່ຽນແປງໃໝ່ ນັ້ນແຜນ ການ ຫລື ການວາງແຜນໄດ້ຖືກຖື ເບົາຍ້ອນມີທັດສະນະວ່າ “ແຜນ ການແມ່ນກົນໄກເກົ່າ”. ປະທານ ຄໍາໄຕ ສີພັນດອນ ເຄີຍໄດ້ນໍາສະເໜີ ບັນຫາດັ່ງກ່າວຕໍ່ໝູ່ຄະນະການນໍາ ຫລາຍເທື່ອໂດຍ ໄດ້ອະທິບາຍຊີ້ ແຈງກ່ຽວກັບເຫດຜົນ ທີ່ຕ້ອງມີ ແຜນການໃນເງື່ອນໄຂຂອງກົນໄກ ໃໝ່, ກົນໄກເສດຖະກິດຕະຫລາດ ທີ່ມີການຄຸ້ມຄອງຂອງລັດ. ເພິ່ນໄດ້

RkJQdWJsaXNoZXIy MTc3MTYxMQ==