lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 24/10/2023 xtgmf]k; ນາຍົກລັດຖະມົນຕີ... ທົ່ວສັງຄົມ ຕ້ອງເປັນເຈົ້າການ... ລັດຖະບານ ເພ່ີມທະວີ... ປະທານປະເທດແຫ່ງ... ຂປລ. ໃນວັນທີ 20 ຕຸລາ 2023, ສະຫາຍສອນໄຊສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ,ໃນໂອກາດນໍາພາຄະນະຜູ້ ແທນຂອງສປປລາວ ເດີນທາງເຂົ້າ ຮ່ວມກອງປະຊຸມສຸດຍອດອາຊຽນສະພາການຮ່ວມມືເຂດອ່າວ (ອາ ຊຽນ-ຈີຊີຊີ) ທີ່ນະຄອນຫລວງ ຣີ ຢາດ, ຣາຊະອານາຈັກ ອາຣັບບີ ຊາອຸດິດ. ການພົບປະກັນຄັ້ງນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ອ້າຍ ນ້ອງ ທີ່ສືບຕໍ່ໄດ້ຮັບການເພີ່ມພູນ ຄູນສ້າງ ແລະ ຈະເລີນງອກງາມຂຶ້ນ ເລື້ອຍໆ. ຝ່າຍລາວ ໄດ້ຕີລາຄາສູງ ທີ່ເຫັນວ່າ ຫລາຍໂຄງການຮ່ວມມື ລະຫວ່າງສອງປະເທດ ແມ່ນໄດ້ຮັບ ການຈັດຕັ້ງປະຕິບັດຢ່າງມີຜົນສຳ ເລັດ ແລະ ສະເໜີໃຫ້ສືບຕໍ່ຊຸກຍູ້ພາກ ສ່ວນກ່ຽວຂ້ອງຂອງສອງຝ່າຍປຶກ ສາຫາລືຮ່ວມກັນ ເພື່ອຈັດຕັ້ງປະຕິ ບັດບັນດາໂຄງການທີ່ຍັງຄົງຄ້າງ ໃຫ້ເປັນຮູບປະທຳໂດຍໄວ ຊຶ່ງສອງ ຝ່າຍເຫັນດີຈະຮ່ວມກັນສືບຕໍ່ຊຸກຍູ້ ໂຄງການຮ່ວມມືຕ່າງໆ ໃຫ້ມີປະສິດ ທິຜົນຍິ່ງຂຶ້ນ ເປັນຕົ້ນ ໂຄງການໂຮງ ໝໍມິດຕະພາບ, ການສະເໜີອຸທິຍານ ແຫ່ງຊາດຫີນໜາມໜໍ່ ເປັນມໍລະດົກ ໂລກທາງທໍາມະຊາດ, ການດັດປັບ ລາຄາໄຟຟ້າໂຄງການໄຟຟ້ານໍ້າ ຕົກເຊຂະໝານ 3, ໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ, ໂຄງ ການທ່າທຽບເຮືອຫວຸງອາງ 1, 2 ແລະ 3, ໂຄງການກໍ່ສ້າງເສັ້ນ ທາງລົດໄຟ ທ່າແຂກ-ມຸຢາ-ເດີ່ນ ເອີບ-ຫວຸງອາງ, ການຄໍ້າປະກັນ ທາງດ້ານພະລັງງານເຊື້ອໄຟໃຫ້ ແກ່ລາວ, ໂຄງການໄຟຟ້າແສງຕາ ເວັນຢູ່ ເມືອງຊານໄຊ ແຂວງອັດຕະ ປື, ບັນດາໂຄງການໄຟຟ້າພະລັງ ງານລົມ ຂອງວິສາຫະກິດຫວຽດ ນາມຢູ່ລາວ, ການສົ່ງອອກສິນຄ້າ ຜ່ານດ່ານປະເພນີຂອງທັງສອງປະ ເທດ, ໂຄງການກໍ່ສ້າງຕຶກອາຄານ ກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ ໂຮ່ ຈີ່ມິງ ຫລັງໃໝ່ ແລະ ອື່ນໆ. ນອກນີ້, ສອງຝ່າຍມີຄວາມຍິນ ດີສືບຕໍ່ໃຫ້ການສະໜັບສະໜູນຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ ແລະ ສາກົນ, ໃນນັ້ນຝ່າຍ ຫວຽດນາມ ໄດ້ຢືນຢັນຄືນຄວາມ ຂປລ. ໃນໂອກາດເຂົ້າຮ່ວມກອງ ປະຊຸມເວທີປາໄສລະດັບສູງ “ໜຶ່ງ ແລວ ໜື່ງເສັ້ນທາງ” ຄັ້ງທີ 3 ແລະ ຢ້ຽມຢາມເຮັດວຽກຢູ່ ສປ ຈີນ ແຕ່ ວັນທີ16-20ຕຸລາ 2023, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວໄດ້ພົບປະເຮັດວຽກກັບສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່, ປະ ທານປະເທດ ແຫ່ງ ສປ ຈີນ ທີ່ຫໍສະ ພາປະຊາຊົນຈີນ ໃນຕອນເຊົ້າຂອງ ວັນທີ 20 ຕຸລາ 2023 ໂດຍມີການ ນໍາຂັ້ນສູງພັກ, ລັດ ຂອງສອງຝ່າຍ ເຂົ້າຮ່ວມ. ໃນການພົບປະ , ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບ ອຸ່ນສະໜິດສະໜົມຂອງສະຫາຍ ສີຈິ້ນຜິງແລະບັນດາການນໍາຂັ້ນສູງ ຂອງພັກ, ລັດຈີນ ແລະ ຊົມເຊີຍຕໍ່ຜົນ ສໍາເລັດອັນຈົບງາມຂອງກອງປະ ຊຸມເວທີປາໄສລະດັບສູງ“ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 3 ທີ່ ສປ ຈີນ ເປັນເຈົ້າພາບຈັດຂຶ້ນໃນໂອກາດຄົບ ຮອບ 10 ປີ ທີ່ສະຫາຍ ສີຈິ້ນຜິງ ໄດ້ສະເໜີອອກຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”; ຕີລາຄາສູງຕໍ່ຜົນ ສຳເລັດອັນສໍາຄັນຮອບດ້ານຂອງ ປະຊາຊົນຈີນ ໃນພາລະກິດສ້າງສາ ສັງຄົມນິຍົມຕາມສີສັນພິເສດຂອງ ຈີນໂດຍສະເພາະແມ່ນການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກ ໃນການພັດທະ ນາຫັນເປັນທັນສະໄໝແບບຈີນຕາມ ແນວຄິດ ສີຈິ້ນຜິງ ໃນຍຸກສະໄໝ ໃໝ່; ສະແດງຄວາມຂອບໃຈຕໍ່ການ ສະໜັບສະໜູນຊ່ວຍເຫລືອຂອງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍ ນ້ອງຕໍ່ພັກ, ລັດແລະປະຊາຊົນລາວ ໃນຕະຫລອດໄລຍະຜ່ານມາ; ຢຶນ ຢັນທັດສະນະອັນສະເໝີຕົ້ນສະເໝີ ປາຍຂອງພັກ, ລັດຖະບານລາວໃນ ການສະໜັບສະໜູນຫລັກການປະ ເທດຈີນ ແລະ ການທ້ອນໂຮມຊາດ ຂອງຈີນ; ສະໜັບສະໜູນ ແລະ ປະກອບສ່ວນເຂົ້າໃນຂໍ້ລິເລີ່ມ “ໜຶ່ງ ແລວ ໜຶ່ງເສັ້ນທາງ” ແລະ ບັນດາ ຂໍ້ລິເລີ່ມທີ່ ສະຫາຍ ສີ ຈິ້ນຜິງ ສະ ເໜີອອກ. ສະຫາຍ ສີຈິ້ນຜິງ ໄດ້ສະແດງ ຄວາມຍິນດີຕ້ອນຮັບສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະທີ່ ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປ ຈີນ ແລະ ສະແດງຄວາມຂອບ ໃຈຕໍ່ການເຂົ້າຮ່ວມກອງປະຊຸມເວທີ ປາໄສລະດັບສູງ“ໜຶ່ງແລວໜຶ່ງເສັ້ນ ທາງ” ຄັ້ງທີ 3; ບິແບ່ງບົດຮຽນ ຂອງ ພັກ, ລັດຈີນ ໃນການສ້າງສາ ພັດທະນາປະເທດຊາດຕາມທິດສ້າງ ສັງຄົມນິຍົມທີ່ມີສີສັນພິເສດ ໃນການ ຫັນເປັນທັນສະໄໝຂອງຈີນ; ເນັ້ນ ເຖິງຄວາມສໍາຄັນຂອງການນໍາພາ ຂອງພັກ ໃນພາລະກິດກໍ່ສ້າງສັງຄົມ ນິຍົມ, ເຊິ່ງສອງປະເທດ ລາວ-ຈີນ ຕ້ອງໄດ້ຮ່ວມມືກັນໃຫ້ແໜ້ນແຟ້ນ ກວ່າເກົ່າ ໃນການແລກປ່ຽນບົດ ຮຽນທາງດ້ານທິດສະດີ-ພຶດຕິກໍາ, ວຽກງານກໍ່ສ້າງພັກ-ພະນັກງານ, ການປົກຄອງລັດ-ບໍລິຫານປະເທດ, ຊຸກຍູ້ການຮ່ວມມືດ້ານຄວາມໝັ້ນ ຄົງ, ເສດຖະກິດ, ວັດທະນະທໍາ ແລະ ອື່ນໆ ເພື່ອປະກອບສ່ວນແກ່ການ ພັດທະນາຂອງສອງປະເທດ ໃນໄລ ຍະໃໝ່. ສອງຝ່າຍຕີລາຄາສູງຕໍ່ໝາກ ຜົນຂອງການພົວພັນຮ່ວມມື ລາວຈີນ ກໍຄືການຈັດຕັ້ງປະຕິບັດແຜນ ແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊະ ຕາກໍາ ລາວ-ຈີນ ສະບັບທໍາອິດໃນ ໄລຍະ 5 ປີຜ່ານມາ ເຊິ່ງອັນພົ້ນເດັ່ນ ທີ່ສຸດແມ່ນໂຄງການເສັ້ນທາງລົດໄຟ ລາວ-ຈີນທີ່ຖືເປັນໂຄງການຕົວແບບ ໜຶ່ງຂອງການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ”, ເປັນເສັ້ນທາງແຫ່ງ ຄວາມຜາສຸກ, ເສັ້ນທາງແຫ່ງໄມຕີ ຈິດມິດຕະພາບ, ເສັ້ນທາງແຫ່ງການ ພັດທະນາ ແລະ ກຳລັງນຳເອົາຜົນ ປະໂຫຍດອັນໃຫຍ່ຫລວງມາສູ່ປະ ຊາຊົນສອງຊາດລາວ-ຈີນ,ປະກອບ ສ່ວນເຂົ້າໃນພາລະກິດສັນຕິພາບ ແລະ ການພັດທະນາຂອງພາກພຶ້ນ ແລະໃນໂລກກໍຄືການສ້າງປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ; ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ນຳກັນ ໃນການສືບຕໍ່ໍ່ເສີມຂະຫຍາຍ ມິດຕະພາບອັນເປັນມູນເຊື້ອ ລາວຈີນ, ການຮ່ວມມືແບບຄູ່ຮ່ວມຍຸດ ທະສາດຮອບດ້ານ ຕາມທິດ 4 ດີ ແລະ ເຫັນດີລົງນາມ “ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ສະບັບໃໝ່ ເພື່ອເປັນບ່ອນ ອີງພື້ນຖານຂອງການພົວພັນຮ່ວມມື ລາວ-ຈີນ ຢ່າງຮອບດ້ານ ໃນໄລຍະ 5 ປີຕໍ່ໜ້າ; ຊຸກຍູ້ການຮ່ວມມືໃນ ຂະແໜງການຕ່າງໆໃນຕໍ່ໜ້າໃຫ້ ນັບມື້ນັບມີປະສິດທິຜົນ, ພ້ອມກັນ ຈັດຕັ້ງປະຕິບັດເນື້ອໃນຈິດໃຈແຫ່ງ ການເປັນຄູ່ຮ່ວມຊາຕາກຳ ລາວຈີນ ໃຫ້ເຂົ້າສູ່ລວງເລິກດ້ວຍຄຸນນະ ພາບສູງ, ປະສິດທິຜົນສູງ ແລະ ລະດັບທີ່ສູງກວ່າເກົ່າ, ສືບຕໍ່ປະຕິບັດ ບັນດາໂຄງການຮ່ວມມືສຳຄັນຂອງ ສອງຝ່າຍ ໃຫ້ບັນລຸຕາມຄາດໝາຍ ທີ່ວາງໄວ້ແລະນໍາເອົາຜົນປະໂຫຍດ ມາສູ່ປະຊາຊົນສອງຊາດນັບມື້ນັບ ຫລາຍຂຶ້ນ. ພ້ອມນັ້ນ, ສອງຝ່າຍຍັງ ໄດ້ແລກປ່ຽນທັດສະນະກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ຈໍານວນໜຶ່ງ ທີ່ສອງຝ່າຍມີຄວາມ ສົນໃຈ. ພາຍຫລັງການພົບປະ, ສະຫາຍ ເລຂາທິການໃຫຍ່ ຂອງສອງພັກ ລາວ-ຈີນ ໄດ້ຮ່ວມກັນລົງນາມແຜນ ແມ່ບົດວ່າດ້ວຍການສ້າງຄູ່ຮ່ວມ ຊາຕາກໍາ ລາວ-ຈີນ ສະບັບໃໝ່ ເຊິ່ງ ເປັນເອກະສານທີ່ກໍານົດທິດທາງ ໃຫ້ແກ່ການຮ່ວມມືສອງຝ່າຍໃນ ໄລຍະຕໍ່ໜ້າ ແລະ ໄດ້ຮ່ວມເປັນສັກ ຂີພິຍານໃນພິທີລົງນາມເອກະສານ ຮ່ວມມືສອງຝ່າຍ ໃນຂະແໜງເສດ ຖະກິດ, ການຄ້າ, ການລົງທຶນ, ເຕັກ ນິກອາວະກາດ, ສາທາລະນະສຸກ, ຂ່າວສານ, ວັດທະນະທໍາ-ການທ່ອງ ທ່ຽວ, ດ້ານກະສິກຳ ແລະ ອື່ນໆຈຳ ນວນ 13 ສະບັບ. ກ່ອນໜ້ານັ້ນ, ໃນວັນທີ 18 ຕຸລາ 2023, ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ພົບປະກັບ ສະຫາຍ ຫານ ເຈີ້ງ ຮອງປະທານປະ ເທດ ແຫ່ງ ສປ ຈີນ, ສອງຝ່າຍ ໄດ້ ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ກ່ຽວກັບການຊຸກຍູ້ ແລະ ເສີມຂະ ຫຍາຍການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຈີນ, ຍິນ ດີສືບຕໍ່ລົງເລິກການຮ່ວມມືສອງ ຝ່າຍ ເພື່ອນໍາເອົາຜົນປະໂຫຍດມາສູ່ ປະຊາຊົນສອງຊາດ ໃຫ້ນັບມື້ຫລາຍ ຂຶ້ນ, ປະກອບສ່ວນເຂົ້າໃນພາລະກິດ ສັນຕິພາບ, ການຮ່ວມມື ເພື່ອການ ພັດທະນາໃນພາກພື້ນແລະ ໃນໂລກ. ຂ່າວ-ພາບ: ກຕທ ໝາຍໝັ້ນ ແລະ ຍິນດີໃນການສະໜັບ ສະໜູນຊ່ວຍເຫລືອ ສປປ ລາວ ເພື່ອ ກະກຽມການ ເປັນປະທານອາຊຽນ ໃນປີ 2024 ໃຫ້ປະສົບຜົນສຳເລັດ ຕາມລະດັບຄາດໝາຍ. ການພົບປະຄັ້ງນີ້, ສອງນາຍົກ ລັດຖະມົນຕີ ລາວ ແລະ ຫວຽດນາມ ສະແດງໃຫ້ເຫັນເຖິງຄວາມເອົາ ໃຈໃສ່ ກໍຄື ໄມຕີຈິດມິດຕະພາບອັນ ຍິ່ງໃຫຍ່ ລະຫວ່າງສອງຊາດລາວ- ຫວຽດນາມ ຊຶ່ງສອງຝ່າຍຕ່າງກໍ່ ອວຍພອນໃຫ້ສາຍພົວພັນມິດຕະ ພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິ ເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະ ຫລອດກາລະນາ. ຂ່າວ-ພາບ: ກຕທ ຈອນ ແລະ ບ່ອນຈອດລົດປະເພດ ຕ່າງໆ ໂດຍສະເພາະລົດທີ່ມາຈາກ ທິດເໜືອມີຈຸດປະສົງມາທ່ຽວງານ ບຸນຊ່ວງເຮືອ ແມ່ນອະນຸຍາດໃຫ້ ເຂົ້າຈອດສະຖານທີ່ຈອດລົດທີ່ອະ ນຸກຳມະການອະນຸຍາດ ຫລື ຈອດ ຕາມແຄມຖະໜົນສຸພານຸວົງ ແລະ ທາງຮ່ອມອື່ນໆ; ສ່ວນລົດທີມາ ຈາກທິດໃຕ້ອະນຸຍາດໃຫ້ຈອດລົດຢູ່ ສະຖານທີ່ຈອດລົດຂອງພະແນກ ໂຍທາທິການ ແລະ ທາງຮ່ອມໂຮງ ຮຽນ ມສ ເພຍວັດ ຫລື ຈອດຕາມ ແຄມທາງຮ່ອມອື່ນໆ.ຂະນະທີ່ລົດ ທີ່ມາຈາກຖະໜົນ 13 ໃຕ້ ອະນຸຍາດ ໃຫ້ຈອດຕາມສະຖານທີ່ຈອດລົດ ຕໍ່ໜ້າສະໜາມກິລາເຈົ້າອານຸວົງ, ຫໍວັດທະນະທຳ, ຕາມແຄມທາງ ຮ່ອມອື່ນໆ ທີ່ເຫັນວ່າມີຄວາມປອດ ໄພ ແລະ ບໍ່ເປັນການກີດຂວາງການ ສັນຈອນຂອງຍານພາຫະນະອື່ນ. ບັນດາລົດເກັງ, ລົດກະບະ, ລົດຕຸກໆ, ຈຳໂບ້ ໃຫ້ຈອດຕາມສະຖານທີ່ຈອດ ລົດທີ່ອະນຸກຳມະການຈັດງານໄດ້ ກຳນົດແລະປະຕິບັດຕາມການແນະ ນໍາ ຂອງເຈົ້າໜ້າທີ່ຕໍາຫລວດຈະ ລາຈອນຢ່າງເຂັ້ມງວດ. ຫ້າມພາຫະນະທຸກປະເພດນໍາ ໃຊ້ຖະໜົນເຈົ້າຟ້າງຸ່ມ (ແຄມຂອງ) ແຕ່ສາມແຍກຄຣີນິກ ສາກົນເຖິງ ສາມແຍກປາກປ່າສັກ ເລີ່ມແຕ່ວັນທີ 27-30 ຕຸລາ 2023, ສະເພາະພາ ຫະນະ ທີ່ມີຈຸດປະສົງນຳເອົາສິນຄ້າ ເຂົ້າໄປຂາຍໃນງານບຸນແມ່ນອະນຸ ຍາດໃຫ້ເຂົ້າ ແຕ່ເວລາ 5 ຫາ 8 ໂມງ ເຊົ້າເທົ່ານັ້ນ, ເມື່ອເອົາສິນຄ້າລົງ ແລ້ວ ໃຫ້ເອົາລົດອອກໄປຈອດຢູ່ ບ່ອນອື່ນ ເພື່ອບໍ່ໃຫ້ກີດຂວາງການ ສັນຈອນໃນງານບຸນ. ຫ້າມຊື້-ຂາຍສິນຄ້າ ແລະ ອຸປະ ກອນ ທີ່ກໍ່ໃຫ້ເກີດສຽງແຕກທຸກປະ ເພດ, ຫ້າມບໍ່ໃຫ້ຈູດໝາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຂຶ້ນຟ້າທຸກ ຊະນິດ-ທຸກລະດັບ, ບໍ່ໃຫ້ນຳໃຊ້ທາດ ລະເບີດ, ທາດແຕກ, ທາດເບື່ອ-ເຄມີ, ວັດຖຸກຳມັນຕະພາບລັງສີ ແລະ ວັດຖຸອອກລິດຕໍ່ສຸຂະພາບທີ່ສ້າງ ຜົນກະທົບຕໍ່ຄວາມສະຫງົບ,ຄວາມ ເປັນລະບຽບ ຮຽບຮ້ອຍ ໃນສັງຄົມ; ຫ້າມນຳເອົາມີດ, ພ້າ, ດາບ-ງ້າວ ແລະ ວັດຖຸ ຕ້ອງຫ້າມ ເຂົ້າໄປວາງ ຂາຍໃນງານບຸນຢ່າງເດັດຂາດ ແລະ ຫ້າມເອົາອາວຸດທຸກປະເພດເຂົ້າ ໄປໃນງານບຸນ (ຍົກເວັ້ນເຈົ້າໜ້າທີ່ ໄປປະຕິບັດໜ້າທີ່ວຽກງານຕາມ ການມອບໝາຍ); ຫ້າມເຕົ້າໂຮມກັນ ເປັນກຸ່ມດື່ມເຫລົ້າ-ມຶນເມົາ, ທ່ຽວ ຫລິ້ນແບບລາມົກອະນາຈານ, ຫລິ້ນ ການພະນັນທຸກປະເພດ, ຜິດຖຽງ ກໍ່ອາລະວາດຕີກັນ ຫລື ກໍ່ຄວາມບໍ່ ສະຫງົບຢ່າງເດັດຂາດ; ຫ້າມເສບ ຄົບງັນຕາມເຮືອນຊານ, ສະຖານທີ່ ພັກເຊົາ ຫລື ເປີດເຄື່ອງສຽງລົດສ້າງ ຄວາມເນືອງນັນ ຫລື ເປີດສຽງດັງ ເກີນຂອບເຂດ; ຫ້າມຂີ່ລົດເປັນພຶງ ເປັນແພ, ແຂ່ງລົດ, ແລ່ນລົດໄວເກີນ ຂອບເຂດ, ເວລາຂັບຂີ່ລົດປະເພດ ຕ່າງໆສັນຈອນຕາມທ້ອງຖະໜົນ ຜູ້ຂັບຂີ່ຕ້ອງປະຕິບັດຕາມກົດລະ ບຽບຈະລາຈອນຢ່າງເຂັ້ມງວດ ເຊັ່ນ: ດື່ມສິ່ງມຶນເມົາແລ້ວບໍ່ຂັບລົດ ຫລື ຂັບລົດບໍ່ດື່ມສິ່ງມືນເມົາຢ່າງ ເດັດຂາດ; ຫ້າມລົດບັນທຸກຂົນສົ່ງ ສິນຄ້າໜັກ, ລົດໂດຍສານບັນທຸກ ເກີນຂອບເຂດ, ຜູ້ຂັບຂີ່ພາຫະນະທຸກ ປະເພດຕ້ອງປະຕິບັດຕາມປ້າຍສັນ ຍານຈະລາຈອນ ແລະ ກົດລະບຽບ ການສັນຈອນຢ່າງເຄັ່ງຄັດ. ສຳລັບ ບັນດາຫົວໜ່ວຍທຸລະ ກິດຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານ ຄາຣາໂອເກະ ໃຫ້ເປີດບໍລິການຮອດ ເວລາ 22:30 ໂມງ ຕ້ອງໄດ້ຢຸດ ເຊົາ, ຕ້ອງປະຕິບັດຕາມຄໍາສັ່ງ ແລະ ແຈ້ງການຂອງລັດຖະບານວາງ ອອກຢ່າງເຂັ້ມງວດ; ຫ້າມຈອດລົດ ຊະຊາຍຕາມຖະໜົນຕ່າງໆ ເຊັ່ນ:ຖະ ໜົນສຸພານຸວົງ ແຕ່ໄຟອໍານາດບ້ານ ອາກາດເຖິງໄຟອຳນາດຫລັກ 1, ຖະໜົນເສດຖາທິລາດ ແຕ່ໄຟອຳ ນາ ດຫລັກ 1 ເຖິງ ໄຟອໍານາດທາດ ຂາວ, ຖະໜົນສາມແສນໄທ ແຕ່ວັດ ສີເມືອງເຖິງຫລັກ2, ຖະໜົນເຈົ້າອາ ນຸວົງ ແຕ່ 3 ແຍກປາກປ່າສັກເຖິງ ໄຟອໍານາດໂທລະໂຄງ, ຖະໜົນຄູ ວຽງ ແຕ່ໄຟອຳນາດໂທລະໂຄ່ງເຖິງ ໄຟອຳນາດຕະຫລາດເຊົ້າ. ທຸກການກະທຳທີ່ລະເມີດຂໍ້ຫ້າມ ໃນແຈ້ງການສະບັບນີ້, ດ້ວຍການ ເຈດຕະນາ ຫລື ບໍ່ເຈດຕະນາລ້ວນ ແຕ່ຖືກສຶກສາອົບຮົມ, ກ່າວເຕືອນ, ປັບໄໝຕາມສະຖານການລະເມີດ ຫລື ຖືກດຳເນີນຄະດີຕາມຂະບວນ ຍຸຕິທຳ. ສໍາລັບການຊື້-ຂາຍ, ມີໄວ້ ໃນຄອບຄອງໝາກກະໂພກ, ບັ້ງໄຟ ດອກ ຫລື ຈູດໝາກກະໂພກ, ບັ້ງໄຟ ດອກ, ຈູດໂຄມໄຟລອຍຂຶ້ນຟ້າທຸກຊະ ນິດ-ທຸກລະດັບ, ຖ້າເຈົ້າໜ້າທີ່ກ່ຽວ ຂ້ອງ, ອົງການປົກຄອງບ້ານ (ປກສ ກຸ່ມ-ປກສບ້ານ,ກອງຫລອນ)ກວດ ກາພົບເຫັນໃຫ້ຢຶດແລະທຳລາຍຖິ້ມ ພ້ອມທັງນໍາຕົວຜູ້ລະເມີດມອບໃຫ້ ເຈົ້າໜ້າທີ່ກ່ຽວຂ້ອງປະສານສົມທົບ ກັບອົງການປົກຄອງບ້ານສ້າງບົດ ບັນທຶກສຶກສາອົບຮົມ, ກ່າວເຕືອນ, ພ້ອມທັງປັບໄໝຕາມລະບຽບການ. ຂ່າວ: ທະນູທອງ ກອງປະຊຸມຄັ້ງນີ້ ເພື່ອເພີ່ມທະ ວີການຮ່ວມມື ແລະ ຂອດປະສານ ງານ ເພື່ອຈັດຕັ້ງປະຕິບັດວາລະທີ່ ຍັງຄົງຄ້າງ ຂອງແຜນດໍາເນີນງານ ຂອງ ICPD, ວາລະ 2030 ສໍາ ລັບການພັດທະນາແບບຍືນຍົງໂດຍ ອີງໃສ່ແນວຄວາມຄິດ ແລະ ຊັບ ພະຍາກອນໃໝ່ໆ ຈາກຫລາຍພາກ ສ່ວນ ທັງພາກລັດ, ຄູ່ຮ່ວມພັດທະນາ ເພື່ອສ້າງຄວາມເຂົ້າໃຈຕໍ່ການເຊື່ອມ ໂຍງກັນລະຫວ່າງການຂ້າມຜ່ານ ດ້ານປະຊາກອນ ແລະ ການຂະ ຫຍາຍຕົວທາງດ້ານເສດຖະກິດ, ກຳນົດການລົງທຶນ ແລະ ນະໂຍບາຍ ທີ່ສຳຄັນຂອງ ສປປ ລາວ ເພື່ອຮັບ ຮູ້ຜົນປະໂຫຍດທາງດ້ານເສດຖະ ກິດ-ສັງຄົມ ຈາກການປ່ຽນແປງ ທາງດ້ານປະຊາກອນ ແລະ ຜົນປະ ໂຫຍດ ຈາກການຂ້າມຜ່ານຂອງປະ ຊາກອນ. ກອງປະຊຸມຄັ້ງນີ້ຍັງໄດ້ປຶກ ສາຫາລືກັນ ເພື່ອຊອກຫາຊ່ອງ ທາງແກ້ໄຂບັນຫາຕົວຈິງ ເພື່ອຊຸກ ຍູ້ການຈັດຕັ້ງປະຕິບັດນະໂຍບາຍ ດ້ານປະຊາກອນ ແລະ ການພັດທະ ນາແຫ່ງຊາດ(NPDP) ໃນໄລຍະ ປີ 2019-2030, ລວມທັງແຜນ ງານຂອງຂະແໜງການ ແລະ ແຜນ ຂັ້ນແຂວງເພື່ອຊຸກຍູ້ ແລະ ເພີ່ມທະວີ ການສະໜອງທຶນ ທັງພາຍໃນ ແລະ ຕ່າງປະເທດ. ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄຳພິທູນກ່າວວ່າ:ກອງປະຊຸມຄັ້ງ ນີ້, ມີຄວາມໝາຍຄວາມສໍາຄັນທີ່ສຸດ ຕໍ່ລັດຖະບານ ແຫ່ງ ສປປ ລາວ ເພື່ອ ໃຫ້ບັນດາພາກສ່ວນຕ່າງໆ ຈາກ ພາກລັດ ແລະ ຄູ່ຮ່ວມພັດທະນາໄດ້ ສົນທະນາ ແລະ ປຶກສຫາລືກ່ຽວກັບ ວິທີການແກ້ໄຂທີ່ເປັນຮູບປະທຳ ເພື່ອເລັ່ງລັດການຈັດຕັ້ງປະຕິບັດ ນະໂຍບາຍແຫ່ງຊາດ ດ້ານປະຊາ ກອນ ແລະ ການພັດທະນາທີ່ໄດ້ຮັບ ຮອງແລ້ວ. ນອກນັ້ນ, ຍັງເປັນການ ຈັດຕັ້ງຜັນຂະຫຍາຍຄວາມໝາຍ ໝັ້ນການປະຕິບັດກອງປະຊຸມສາ ກົນວ່າດ້ວຍປະຊາກອນ ແລະ ການ ພັດທະນາ(ICPD 25, ICDP 30, SDGs). ໃນນີ້, ບັນຫາທີ່ຕ້ອງ ໄດ້ສຸມໃສ່ແມ່ນ “ປະຊາກອນໜຸ່ມ” ເນື່ອງຈາກ ສປປ ລາວ ມີປະຊາ ກອນໜຸ່ມກວມກວ່າ 60% ຂອງປະ ຊາກອນທັງໝົດ ເຊິ່ງເປັນທັງກາລະ ໂອກາດ ແລະ ສິ່ງທ້າທາຍ. ສະນັ້ນ, ຈະຕ້ອງໄດ້ສຸມໃສ່ການພັດທະນາ ປະຊາກອນໜຸ່ມເຫລົ່ານີ້ ໃຫ້ກາຍ ເປັນປະຊາກອນທີ່ມີຄຸນນະພາບ ແລະ ສາມາດປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ແຕ່ລະໄລຍະຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ. ສິ່ງສຳຄັນ ອີກປະການໜຶ່ງ, ສປປ ລາວ ເປັນປະ ເທດກໍາລັງພັດທະນາ ເຊິ່ງມີຄວາມ ຕ້ອງການພັດທະນາໃນຫລາຍດ້ານ ບໍ່ວ່າຈະເປັນທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ລວມທັງ ການປົກປັກຮັກສາສິ່ງແວດລ້ອມ ຈຶ່ງຮຽກຮ້ອງໃນການມີສ່ວນຮ່ວມ ຈາກຫລາຍພາກສ່ວນ ເປັນຕົ້ນ: ຄູ່ ຮ່ວມພັດທະນາ, ພາກເອກະຊົນ, ອົງ ການຈັດຕັ້ງສາກົນ ແລະ ອົງການ ຈັດຕັ້ງທາງສັງຄົມ. ໄລຍະຜ່ານມາ, ລັດຖະບານມີ ຄຳໝັ້ນສັນຍາທີ່ໜັກແໜ້ນ ໂດຍສະ ເພາະແມ່ນການຈັດສັນງົບປະມານ ເຂົ້າໃສ່ການພັດທະນາຊັບພະຍາ ກອນມະນຸດ, ແຕ່ເນື່ອງຈາກສະພາບ ປັດຈຸບັນ ພົບຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ ເຮັດໃຫ້ ມີຄວາມຈຳກັດດ້ານງົບປະມານ ແລະ ບໍ່ທັນສາມາດຕອບສະໜອງ ທຶນຮອນ ເຂົ້າໃສ່ການພັດທະນາ ປະເທດຢ່າງເຕັມສ່ວນ. ເວົ້າລວມ, ເວົ້າສະເພາະແມ່ນການລົງທຶນ ໃສ່ ການພັດທະນາຊັບສິນມະນຸດເພື່ອ ບັນລຸບັນດາເປົ້າໝາຍນະໂຍບາຍ ແຫ່ງຊາດ້ານປະຊາກອນ ແລະ ການ ພັດທະນາ. ແນວໃດກໍຕາມ ໃນຕໍ່ໜ້າ ລັດຖະບານ ຈະໄດ້ເອົາໃຈໃສ່ເພີ່ມ ທະວີການປະສານງານ ຂອງບັນດາ ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ເຂັ້ມແຂງກວ່າເກົ່າ,ຈະ ສຸມງົບປະມານ ເຂົ້າໃນການພັດທະ ນາວຽກງານການສຶກສາ, ສາທາ ລະນະສຸກ ໂດຍສະເພາະ ແມ່ນການ ລົງທຶນໃສ່ ການວາງແຜນຄອບຄົວ, ຫລຸດຜ່ອນການຖືພາກ່ອນໄວອັນ ຄວນແລະວຽກງານໂພຊະນາການ, ການຮັກສາເດັກນ້ອຍໃຫ້ສືບຕໍ່ຮຽນ ຢູ່ໃນໂຮງຮຽນ ແລະ ການມີວຽກ ເຮັດງານທຳຂອງແມ່ຍິງ ແລະ ສິ່ງ ສໍາຄັນແມ່ນຈະໄດ້ເພີ່ມທະວີການມີ ສ່ວນຮ່ວມ ແລະ ການຮ່ວມມືຢ່າງ ໃກ້ຊິດກັບບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງອື່ນໆ ເພື່ອລະ ດົມທຶນຮອນ ເຂົ້າໃນວຽກງານການ ພັດທະນາຊັບພະຍາກອນມະນຸດ ໃຫ້ ຫລາຍກວ່າເກົ່າ. ທ່ານກິແກ້ວໄຂຄຳພິທູນໄດ້ກ່າວ ອີກວ່າ: ວຽກງານປະ ຊາກອນ ແລະ ການພັດທະນາ ເປັນວຽກງານທີ່ປິ່ນ ອ້ອມກັບຫລາຍຂະແໜງການ ຈຶ່ງ ຮຽກຮ້ອງໃຫ້ພາກລັດ,ເອກະຊົນ, ຄູ່ຮ່ວມພັດທະນາ ແລະ ຊຸມຊົນຕ້ອງ ໄດ້ເຮັດວຽກຮ່ວມກັນ ແລະ ຜັນຂະ ຫຍາຍນະໂຍບາຍແຫ່ງຊາດດ້ານປະ ຊາກອນ ແລະ ການພັດທະນາມາ ເປັນແຜນງານ, ໂຄງການລະອຽດ ເຂົ້າໃນແຜນພັດທະນາຂອງຂະ ແໜງການທັງຂັ້ນສູນກາງ ແລະ ທ້ອງຖິ່ນຂອງຕົນ. ເຊື່ອໝັ້ນວ່າຈະ ສາມາດປັບປຸງຄຸນນະພາບຊີວິດ ຂອງປະຊາຊົນບັນດາ ເຜົ່າໃຫ້ດີຂຶ້ນ, ຫລຸດຜ່ອນຄວາມທຸກຍາກລົງເທື່ອ ລະກ້າວ, ເຮັດໃຫ້ການເພີ່ມຂຶ້ນ ແລະ ການແຈກຢາຍປະຊາກອນຢ່າງ ເໝາະສົມ, ຮັບປະກັນຄວາມຍຸຕິທໍາ ທາງສັງຄົມ, ປົກປັກຮັກສາ ແລະ ເສີມຂະຫຍາຍຮີດຄອງປະເພນີອັນ ດີງາມຂອງຊາດ ໂດຍຫລຸດຜ່ອນອັດ ຕາການຈະເລີນພັນລວມຍອດ ແລະ ການຕາຍລົງເທື່ອລະກ້າວ, ເຮັດໃຫ້ ແມ່ຍິງ ແລະ ເດັກນ້ອຍໄດ້ຮັບການ ສຶກສາ, ປະຊາຊົນບັນດາເຜົ່າ ໄດ້ຮັບ ການພັດທະນາທາງດ້ານເສດຖະ ກິດ-ສັງຄົມ ທີ່ເທົ່າທຽມກັນ, ເອົາໃຈ ໃສ່ເບິ່ງແຍງຜູ້ສູງອາຍຸ ແລະ ຜູ້ດ້ອຍ ໂອກາດຢູ່ໃນສັງຄົມ, ຫລຸດຜ່ອນ ການເຄື່ອນຍ້າຍຈາກຊົນນະບົດເຂົ້າ ສູ່ຕົວເມືອງ, ການໄປອອກແຮງງານ ຢູ່ຕ່າງປະເທດ ແບບຜິດກົດໝາຍ, ສະກັດກັ້ນການແຜ່ລະບາດຂອງພະ ຍາດຕ່າງໆ, ເຮັດໃຫ້ການພັດທະນາ ໄປສົມຄູ່ກັບການປົກປັກຮັກສາສິ່ງ ແວດລ້ອມ. ພາບ:ເກດສະໜາ ສຳລັບປະຊາກອນ ປະຈຳລາວ, ບັນດາຮອງລັດຖະມົນຕີ, ຮອງເຈົ້າ ແຂວງ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
RkJQdWJsaXNoZXIy MTc3MTYxMQ==