5730

xtgmf]k; 6 20/10/2023 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ໂດຍ: ເກີດຂວັນໃຈ ມາລີຈັນສີ 6 gfn vo8Q oxu 2023 oa dmj v'mj P; g0Q k1h P,1k, dex6 g9p 2 ]h kod;j k7q o *ນັກທ່ອງທ່ຽວຕ່າງປະເທດຫລັ່ງ ໄຫລເຂົ້າກໍາປູເຈຍຢ່າງໜາແໜ້ນ ພາຍຫລັງພະຍາດໂຄວິດຈາງຫາຍ ແລະ ເປີດປະເທດນັບແຕ່ປີ 2022 ເປັນຕົ້ນມາ ເຊິ່ງພຽງ 6 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວເຂົ້າມາຢ້ຽມ ກໍາປູເຈຍແລ້ວ 2 ລ້ານກວ່າຄົນ. ທ່ານທອງຄອນ ລັດຖະມົນຕີວ່າ ການກະຊວງທ່ອງທ່ຽວກຳປູເຈຍ ໄດ້ລາຍງານຜ່ານໜັງສືພິມຂະແມ ທາມສວ່າ : ກຳປູເຈຍມີນັກທ່ອງ ທ່ຽວສາກົນເຂົ້າມາຢ້ຽມຢາມເຖິງ 2,57 ລ້ານຄົນພາຍໃນ 6 ເດືອນ ຂອງປີ 2023, ເພີ່ມຂຶ້ນ 409% ເມື່ອທຽບໃສ່ໄລຍະດຽວກັນຂອງ ປີກາຍນີ້. ທ່ານລັດຖະມົນຕີວ່າການກະ ຊວງທ່ອງທ່ຽວກຳປູເຈຍ ກ່າວວ່າ, ນັກທ່ອງທ່ຽວໄທຈັດເປັນອັນດັບ ໜຶ່ງໃນຈຳນວນນັກທ່ອງທ່ຽວສາ ກົນທັງໝົດເຂົ້າປະເທດກໍາປູເຈຍ, ຮອງລົງມາແມ່ນຫວຽດນາມ, ຈີນ, ລາວ ແລະ ອາເມລິກາ ໃນນັ້ນ “ນັກ ທ່ອງທ່ຽວຕ່າງປະເທດ ປະມານ 910.000 ຄົນ ມາຢ້ຽມຢາມກຳປູ ເຈຍທາງອາກາດ, ເພີ່ມຂຶ້ນ279%; 1,63 ລ້ານທາງບົກ, ເພີ່ມຂຶ້ນ 526 ສ່ວນຮ້ອຍ; ແລະ 30.000 ໂດຍ ທາງນໍ້າ, ເພີ່ມຂຶ້ນ586ເປີເຊັນ,”ໄດ້ ຕ້ອນຮັບຖ້ຽວບິນສາກົນທັງໝົດ 10.635 ໃນເຄິ່ງໄຕມາດທໍາອິດ ຂອງປີນີ້. ອີງຕາມການຄາດຄະເນຫລ້າ ສຸດຂອງພວກເຮົາ, ກຳປູເຈຍຈະ ໄດ້ຮັບນັກທ່ອງທ່ຽວສາກົນເຖິງ 5 ລ້ານຄົນໃນປີ 2023, ເພີ່ມຂຶ້ນ 120% ຈາກ 2,27 ລ້ານເທື່ອຄົນ ໃນປີ 2022. ປັດຈຸບັນນີ້, ກໍາປູເຈຍໄດ້ເບິ່ງທ່າ ອ່ຽງນັກທ່ອງທ່ຽວໃນແງ່ບວກວ່າ: ເປັນໄປໄດ້ຈຳນວນນັກທ່ອງທ່ຽວ ຕ່າງປະເທດເຂົ້າມາກຳປູເຈຍ ອາດ ບັນລຸ 7 ລ້ານເທື່ອຄົນໃນປີ 2025, ລື່ນກາຍລະດັບການແພ່ລະບາດ ຂອງພະຍາດໂຄວິດ-19 ເປັນ 6,6 ລ້ານຄົນໃນປີ 2019 ເຊິ່ງສາເຫດ ດັ່ງກ່າວເຊື່ອວ່າ “ການຟື້ນຕົວຂອງ ຂະແໜງການທ່ອງທ່ຽວໄດ້ປະ ກອບສ່ວນທີ່ສໍາຄັນຕໍ່ການເຕີບໂຕ ທາງດ້ານເສດຖະກິດຫລັງການແພ່ ລະບາດພະຍາດໂຄວິດ. ການທ່ອງ ທ່ຽວແມ່ນໜຶ່ງໃນ 4 ເສົາຄ້ຳທີ່ໜູນ ຊ່ວຍເສດຖະກິດກຳປູເຈຍ, ນອກ ຈາກການສົ່ງອອກເຄື່ອງຕ່ຳແຜ່ນ ຕັດຫຍິບ, ກະສິກຳແລະການກໍ່ສ້າງ ແລະ ອະສັງຫາລິມະຊັບ. ຫວ່າງບໍ່ດົນມານີ້ແຫລ່ງຂ່າວ ຊິນຮົວຍັງລາຍງານວ່າ: ການເປີດ ປະຕູສູ່ພາຍນອກຂອງຈີນໃນຕົ້ນປີ ນີ້ໄດ້ຊຸກຍູ້ການເຕີບໂຕດ້ານການ ທ່ອງທ່ຽວຂອງກຳປູເຈຍ ຢ່າງໜັກ ແໜ້ນ ແລະ ຄາດວ່າຈະດຶງດູດ ນັກ ທ່ອງທ່ຽວຈີນປະມານ 800,000 ຫາ 1 ລ້ານເທື່ອຄົນໃນປີ 2023. ກຳປູເຈຍ ເປັນທີ່ຮູ້ຈັກກັນດີກ່ຽວ ກັບສະຖານທີ່ມໍລະດົກໂລກ 3 ແຫ່ງຄື: ປ່າສະຫງວນບູຮານສະ ຖານAngkor ໃນແຂວງຊຽມຣຽບ Siem Reap, ວິຫານ Preah Vihear ແຂວງ Preah Vihear ແລະ ສະຖານທີ່ໂບຮານຄະດີ ແຊມບໍ ເປຣກຸກ, Sambor Prei Kuk ໃນ ແຂວງກໍາປົງທອມ Kampong Thom. ນອກນັ້ນ, ຍັງມີຝັ່ງທະເລທີ່ມີ ຄວາມຍາວ 450 ກິໂລແມັດ, ຍາວ ຢຽດຂ້າມ4ແຂວງທາງຕາເວັນຕົກ ສຽງໃຕ້ ຄື: Sihanoukvi l le, Kampot , Kep ແລະ Koh Kong. * ຂໍ່ານັບຊົມເຊີຍຜົນສໍາເລັດຢ່າງ ສະຫງ່າງາມຂອງ ສປປ ລາວ ເຊິ່ງ ແມ່ນໜຶ່ງໃນບັນດາ 10 ປະເທດ ສະ ມາຊິກອາຊຽນທີ່ໄດ້ເຂົ້າຮ່ວມກອງ ປະຊຸມ “ໜຶ່ງແລວໜຶ່ງເສັ້ນທາງ” ເພື່ອການຮ່ວມມືສາກົນ ຄັ້ງທີ 3 ທີ່ນະຄອນຫລວງປັກກິ່ງ, ສປ ຈີນ ລະຫວ່າງວັນທີ 17-18 ຕຸລາ 2023, ພາຍໃຕ້ຫົວຂໍ້: “ການຮ່ວມ ມືທີ່ມີຄຸນນະພາບສູງຂອບໜຶ່ງແລວ ໜຶ່ງເສັ້ນທາງ: ຮ່ວມກັນເພື່ອພັດທະ ນາ ແລະ ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ” ເຊິ່ງຄະນະຜູ້ແທນລະ ດັບສູງ ຂອງ ສປປ ລາວ ເຂົ້າກອງ ປະຊຸມຄັ້ງນີ້ນໍາໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວແລະມີບັນດາຜູ້ນໍາ-ປະມຸກລັດ ລະດັບໂລກ ແລະ ຄະນະຜູ້ແທນອັນ ຊົງກຽດຈາກ 140 ປະເທດ ເຂົ້າ ໃນການເພີ່ມທະວີການເຊື່ອມຈອດ ລວມທັງ 8 ແຜນປະຕິບັດງານ ທີ່ ປະທານ ສີ ຈິ້ນຜິງ ໄດ້ປະກາດໃນ ພິທີເປີດງານດັ່ງກ່າວ. ສປປ ລາວ ພ້ອມແລ້ວທີ່ຈະຮ່ວມມືກັບປະເທດ ເພື່ອນມິດ ໃນການປະຕິບັດໂຄງການ ຕ່າງໆຕາມຄວາມສາມາດຂອງຕົນ. ທ່ານປະທານປະເທດລາວກ່າວ ຕື່ມວ່າ: ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນ ທາງ ໄດ້ມີບົດບາດສຳຄັນ ໃນການ ສົ່ງເສີມການຮ່ວມມືດ້ານການພັດ ທະນາ, ສົ່ງເສີມກົນໄກການຮ່ວມມື ຫລາຍຝ່າຍ ໃນລະດັບສາກົນ ແລະ ພາກພື້ນຢ່າງມີປະສິດທິຜົນ; ຂໍ້ລິ ເລີ່ມໜຶ່ງແລວໜຶ່ງເສັ້ນທາງ ໄດ້ສ້າງ ເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ ການພັດທະນາໃນຫລາຍດ້ານອັນ ພົ້ນເດັ່ນ ກໍແມ່ນການພັດທະນາພື້ນ ຖານໂຄງລ່າງເຊື່ອມໂຍງ-ເຊື່ອມ ຈອດໃຫ້ເຫັນຢ່າງເປັນຮູບ ປະທຳ ທີ່ ປະເທດກຳລັງພັດທະນາ ລວມທັງ ສປປ ລາວ, ໂດຍສະເພາະ ສປປ ລາວ ໄດ້ປະຕິບັດໂຄງການດັ່ງກ່າວ ຢ່າງເປັນຮູບປະທໍາ ເຊັ່ນ: ໂຄງການ ທາງລົດໄຟ ລາວ-ຈີນ, ໂຄງການ ທາງດ່ວນພາຍໃນປະເທດ, ໂຄງ ການພັດທະນາແລວເສດຖະກິດ ລາວ-ຈີນ, ການຄ້າໃນຂົງເຂດກະສິ ກຳ, ພະລັງງານສະອາດ ແລະ ອື່ນໆ ເຊິ່ງເຫັນວ່າ ເປັນການຊຸກຍູ້, ສົ່ງ ເສີມ ແລະ ຂະຫຍາຍການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງ ທຶນຕະຫລອດຮອດການຖ່າຍທອດ ເຕັກໂນໂລຊີ ທີ່ກ້າວໜ້າ, ການແລກ ປ່ຽນວັດທະນະທຳ-ສັງຄົມ ກໍຄື ການໄປມາຫາສູ່ກັນ ລະຫວ່າງ ປະ ຊາຊົນ ກັບ ປະຊາຊົນ, ອັນເປັນການ ສົ່ງເສີມອຸດສາຫະກຳທ່ອງທ່ຽວ, ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນໃຫ້ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ. ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ (BRI)ແມ່ນຖືກນໍາສະເໜີຂຶ້ນໃນປີ 2013 ໂດຍທ່ານປະທານສີ ຈິ້ນຜີງ ດ້ວຍວິໄສທັດໃນການສານຕໍ່ເນື້ອ ໃນຈິດໃຈ ຂອງເສັ້ນທາງສາຍໄໝ ບູຮານ ໂດຍກໍານົດເອົາການເສີມ ຂະຫຍາຍການເຊື່ອມຈອດໃຫ້ເປັນ ຫົວຂໍ້ຂອງຂໍ້ລິເລີ່ມດັ່ງກ່າວ, ຂໍ້ລິ ເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ມີ ເປົ້າໝາຍແນໃສ່ຊຸກຍູ້ສົ່ງເສີມການ ເຊື່ອມຈອດ ລະຫວ່າງບັນດາປະ ເທດໃນດ້ານນະໂຍບາຍ, ພື້ນຖານ ໂຄງລ່າງ, ການຄ້າ, ການເງິນ ແລະ ການແລກປ່ຽນລະຫວ່າງຄົນກັບ ຄົນ ໃຫ້ດີຂຶ້ນກວ່າເກົ່າ. ຂໍ້ລິເລີ່ມດັ່ງ ກ່າວ ເປັນສ່ວນໜຶ່ງຂອງຄວາມພະ ຍາຍາມຮ່ວມກັນ ຂອງບັນດາປະ ເທດຄູ່ຮ່ວມມືເພື່ອສ້າງພື້ນຖານໃໝ່ ໃຫ້ແກ່ການເຕີບໂຕຂອງເສດຖະກິດ ໂລກ, ເພີ່ມກຳລັງແຮງໃໝ່ ໃຫ້ແກ່ ການຮ່ວມມືດ້ານເສດຖະກິດສາກົນ ແລະ ປະກອບສ່ວນເຂົ້າໃນການພັດ ທະນາແບບຍືນຍົງຂອງໂລກ. ໂຄງການກໍ່ສ້າງເສັ້ນທາງ ລົດ ໄຟລາວ-ຈີນ ກໍຖືວ່າແມ່ນໜຶ່ງໃນ ຫລາຍໂຄງການ ທີ່ນອນໃນຂອບ ການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ ເຊິ່ງໂຄງການລົດໄຟດັ່ງກ່າວ ໄດ້ ຈັດຕັ້ງປະຕິບັດແຕ່ສົກປີ 2015- 2016, ສໍາເລັດ ແລະ ເປີດໃຫ້ບໍລິ ການ ໃນທ້າຍປີ 2021 ນີ້ ມາຮອດ ປັດຈຸບັນສາມາດຂົນສົ່ງສິນຄ້າ ຫລາຍກວ່າ 5 ລ້ານໂຕນ, ຂົນສົ່ງຜູ້ ໂດຍສານໄດ້ຫລາຍກວ່າ 3 ລ້ານ, ໄດ້ສັ່ງຊື້ຂະບວນລົດໄຟເພີ່ມອີກ ຈາກ 5 ຂະບວນມາເປັນ 6 ຂະ ບວນ, ໄດ້ເປີດໃຫ້ບໍລິການແລ່ນລົດ ໄຟຂ້າມແດນລະຫວ່າງ ສປປ ລາວ ແລະ ສປ ຈີນ, ສ້າງວຽກເຮັດງານ ທໍາໃຫ້ປະຊາຊົນຫລາຍກວ່າ 3 ແສນຄົນ, ສ້າງໜໍ່ແໜງໃຫ້ແກ່ການ ຜະລິດເປັນສິນຄ້າເພີ່ມຂຶ້ນ, ປ່ຽນສະ ຖານນະພາບຂອງ ສປປ ລາວ ຈາກ ປະເທດບໍ່ມີຊາຍແດນຕິດທະເລ ກາຍເປັນປະເທດເຊື່ອມໂຍງເຊື່ອມ ຈອດກັບພື້ນ ແລະ ສາກົນຮອບດ້ານ ແລະ ອື່ນໆ ເຊິ່ງທັງໝົດນັ້ນໄດ້ຢັ້ງ ຢືນໃຫ້ເຫັນໝາກຜົນຕົວຈິງ ແລະ ບໍ່ໄດ້ມະໂນພາບ. ຕາມແຫລ່ງຂ່າວ, ລອຍເຕີ ແລະ ທີເອັນເອັນຂອງໄທໄດ້ລາຍງານ ວ່າ: ໃນເວທີກອງປະຊຸມດັ່ງກ່າວ, ສປ ຈີນ ອາດຈະອັດສີງົບປະມານ ໃໝ່ເປັນຈໍານວນເງິນເຖິງ 1.000 ລ້ານໂດລາສະຫະລັດ ເຂົ້າໃນວຽກ ງານຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ເພື່ອປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ແລະ ຂັບ ເຄື່ອນວຽກບຸລິມະສິດໃຫ້ເດີນແມ່ນ ແລ່ນສະດວກໃນອະນາຄົດ. ນອກຈາກນັ້ນ ສປ ຈີນ ຍັງເປີດ ເຜີຍວ່າ: ຈົນເຖິງປັດຈຸບັນນີ້, ໄດ້ມີ ການລົງນາມສັນຍາຕ່າງໆກ່ຽວ ກັບໂຄງການຕ່າງໆຕິດພັນກັບຂໍ້ລິ ເລີ່ມໜຶ່ງແລວໜຶ່ງເສັ້ນທາງແລ້ວ ມູນຄ່າຫລາຍກວ່າ 2 ລ້ານໆໂດລາ ສະຫະລັດ. 10 xu 0= h]y g]uj , |bj 'c];|bj 'glA omk' ln [8+ g8u [.spj 0B og]N vpM ຢ່າງຟົດຟື້ນດ້ວຍຍາກາດທີ່ແສນ ອົບອຸ່ນ ທ່າມກາງໝາກຜົນຄວາມ ສໍາເລັດອັນຍິ່ງໃຫຍ່ຂອງການຈັດ ຕັ້ງປະຕິບັດຂອບການຮ່ວມມື “ຂໍ້ລິ ເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ” ໄດ້ ເດີນທາງມາເຖິງຄົບຮອບ10ປີອັນ ໄດ້ປະກອບສ່ວນເຂົ້າໃນການສ້າງ ເປັນປຶກແຜ່ນແໜ້ນຢ່າງເປັນຮູບປະ ທໍາດ້ານການພັດທະນາເສດຖະກິດ- ສັງຄົມ,ການຄ້າ,ການລົງທຶນ,ການ ຄົມມະນາຄົມ, ການໄປມາຫາສູ່ກັນ, ການເຊື່ອມໂຍງເຊື່ອມຈອດ ແລະ ການແກ້ໄຂຄວາມທຸກຍາກອື່ນໆ. ຜູ້ຂຽນແນມເຫັນພາບຕົວຈິງ ແລະ ບໍ່ໄດ້ມະໂນພາບ, ເມື່ອຢ້ອນເວ ລາທີ່ ທ່ານ ສີຈິ້ນຜິງ ປະທານປະ ເທດແຫ່ງ ສປ ຈີນ ໄດ້ປະກາດເປີດ ຟື້ນຄືນເສັ້ນທາງສາຍໄໝ ຫລື ຂໍ້ລິ ເລີ່ມໜຶ່ງແລ້ວ ໜຶ່ງເສັ້ນທາງໃນປີ 2013 ເຊິ່ງນັບໄດ້ພຽງ 10 ປີ ແຕ່ ໝາກຜົນຄວາມສໍາເລັດນັ້ນຍິ່ງໃຫຍ່ ແລະ ມີປະສິດທິຜົນຢ່າງຫລວງ ຫລາຍຕໍ່ປະຊາຄົມໂລກ ໂດຍສະ ເພາະປັດຈຸບັນມີຜູ້ເຂົ້າຮ່ວມຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງປະມານ 140ກວ່າປະເທດແລະອົງການຈັດ ຕັ້ງກາກົນອື່ນໆສາມາດເຊື່ອມຈອດ ກັນແລະ ເດີນທາງໄປມາຫາສູ່ກັນ ຢ່າງໜັກແໜ້ນ ໂດຍຜ່ານການທໍາ ມາຄ້າຂາຍ, ແລກປ່ຽນສິນຄ້າ, ສ້າງ ໂອກາດທຸລະກິດໃໝ່ໆ, ການຂົນສົ່ງ ສິນຄ້າສະດວກສະບາຍ ແລະ ວ່ອງ ໄວຂຶ້ນກວ່າເກົ່າລະຫວ່າງປະເທດ, ປະຊາຊົນຫລຸດພົ້ນອອກຈາກຄວາມ ທຸກຍາກຫລາຍຂຶ້ນ, ການໄປມາຫາ ສູ່ກັນ ແລະ ແບ່ງຄວາມມັ່ງຄັ່ງສາ ມາດຈັບບາຍໄດ້ຢ່າງແທ້ຈິງ. ແນວໃດກໍດີ ທ່ານ ທອງລຸນ ສີສຸ ລິດປະທານປະເທດແຫ່ງສປປລາວ ໄດ້ຍົກໃຫ້ເຫັນບາງຜົນສໍາເລັດ ແລະ ມີຫລາຍຈຸດໜ້າສົນໃຈໃນເວທີຂອງ ກອງປະຊຸມ “ໜຶ່ງແລວໜຶ່ງເສັ້ນ ທາງ” ເພື່ອການຮ່ວມມືສາກົນ ຄັ້ງ ທີ 3 ວ່າ ສປປ ລາວ ຕີລາຄາສູງຕໍ່ ຄວາມສຳຄັນ ແລະ ສະໜັບສະໜູນ ຍຸດທະສາດໜຶ່ງແລວ ໜຶ່ງເສັ້ນທາງ

RkJQdWJsaXNoZXIy MTc3MTYxMQ==