gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp 20/10/2023 xtgmf]k; 4 3]d c]t gsfdko *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** sq ;|h kvq 'dkowvptdkoxt-k-q ol6 'l5 f 8h voIa [v5 xtm6 fvkg,]y dk xt9e]k; dt-;'dko8j k'xtgmf 9a fdv'xt-5 , dk'ltw\ ltstra ode,t[ko ltw\mu XI ຂປລ. ກອງປະຊຸມກາງສະໄໝ ຂອງສະຫະພັນກຳມະບານ ກະຊວງ ການຕ່າງປະເທດ ສະໄໝທີ XI ໄດ້ ຈັດຂຶ້ນໃນວັນທີ 16 ຕຸລາ 2023 ໂດຍການເປັນປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີບັນດາກໍາມະການຄະນະພັກກະ ຊວງ, ຄະນະບໍລິຫານງານສະຫະພັນ ກຳມະບານກະຊວງ, ຄະນະໜ່ວຍ ພັກ, ຄະນະກົມ, ຄະນະພະແນກແລະ ບັນດາສະມາຊິກກຳມະບານກະ ຊວງການຕ່າງປະເທດ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ຄຳໄພ ພັນທອງດີ ຮອງປະທານສະຫະພັນ ກຳມະບານກະຊວງ ໄດ້ຂຶ້ນຜ່ານ ບົດສະຫລຸບການເຄື່ອນໄຫວວຽກ ງານກາງສະໄໝ ປະຈຳປີ 20212023 ແລະ ທິດທາງແຜນການ ປະຈຳປີ 2023-2025 ຂອງສະ ຫະພັນກຳມະບານກະຊວງ ເຊິ່ງຕະ ຫລອດໄລຍະ 2 ປີຜ່ານມາ ຄະນະ ບໍລິຫານງານສະຫະພັນກຳມະບານ ກະຊວງໂດຍພາຍໃຕ້ການຊີ້ນໍາຂອງ ຄະນະພັກກະຊວງ, ສູນກາງສະຫະ ພັນກໍາມະບານລາວ ແມ່ນໄດ້ເອົາໃຈ ໃສ່ສ້າງຄວາມສາມັກຄີພາຍໃນແລະ ພາຍນອກ, ຕັ້ງໜ້າຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງຕົນ, ສ້າງທຸກຄວາມພະຍາຍາມຜ່ານຜ່າ ອຸປະສັກ, ເຮັດໜ້າທີ່ການເມືອງ,ຮັກ ສາ ແລະ ເຊີດຊູມູນເຊື້ອກໍາມະບານ ລາວ, ມູນເຊື້ອຂອງພັກ, ປະຕິບັດ ພັນທະຕໍ່ພັກ-ຕໍ່ລັດ, ຕໍ່ປະຊາຊົນດ້ວຍ ຄວາມຮັບຜິດຊອບ. ປັດຈຸບັນກໍາມະ ບານຮາກຖານກະຊວງມີທັງໝົດ 58 ຮາກຖານ, ຢູ່ພາຍໃນກະຊວງ ມີ 17 ຮາກຖານ ແລະ ຢູ່ສໍານັກງານ ຕາງໜ້າແຫ່ງ ສປປ ລາວ ປະຈໍາຢູ່ ຕ່າງປະເທດ ມີ 41 ຮາກຖານ ເຊິ່ງ ໃນປີນີ້ແມ່ນຂະຫຍາຍຮາກຖານ ໃໝ່ຂຶ້ນອີກ 1 ຮາກຖານຢູ່ສະຖານ ທູດລາວ ປະຈໍາ ປະເທດ ຮົງກາຣີ ເຊິ່ງສະມາຊິກກຳມະບານກະຊວງ ມີທັງໝົດ 1.003 ສະຫາຍ, ຍິງ 360 ສະຫາຍ (ຢູ່ຕ່າງປະເທດ 358, ຍິງ 110 ສະ ຫາຍ). ພ້ອມດຽວກັນນີ້, ຄະນະບໍລິຫານ ງານສະຫະພັນກຳມະບານກະຊວງ ໄດ້ມີການປັບປຸງໂຄງສ້າງດ້ານບຸກ ຄະລາກອນ ຂອງກໍາມະບານຮາກ ຖານ ໂດຍສັບຊ້ອນສັບປ່ຽນບ່ອນປະ ຈໍາການຕາມໜ້າວຽກຂອງກົງຈັກ ການຈັດຕັ້ງ ທັງຢູ່ພາຍໃນກະຊວງ ແລະ ສໍານັກງານຕາງໜ້າການທູດ ທີ່ຕ່າງປະເທດ, ເປັນເຈົ້າການປະຕິ ບັດໜ້າທີວິຊາສະເພາະດ້ວຍຄວາມ ຮັບຜິດຊອບສູງ, ເປັນເສນາທິການ ໃຫ້ຄະນະພັກຂັ້ນເທິງ ໃນວຽກງານ ກວດກາຕາມບັນດາຫາງສຽງພາຍ ໃນ-ພາຍນອກ ແລະ ຄົ້ນຄວ້າຕອບ ຕ້ານຂ່າວບິດເບືອນຕ່າງໆ; ບັນດາ ສະມາຊິກກຳມະບານ ໄດ້ໄປຍົກລະ ດັບຄວາມຮູ້ຄວາມສາມາດດ້ານວິ ຊາສະເພາະ ທັງຢູ່ພາຍໃນແລະ ຕ່າງ ປະເທດ, ເປັນເຈົ້າການໃນການຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນກັບຂະບວນການແຂ່ງ ຂັນ ຍ້ອງຍໍຮັກຊາດ ແລະ ພັດທະ ນາ, ການສ້າງໜ່ວຍພັກປອດໄສເຂັ້ມ ແຂງ ໜັກແໜ້ນ ແລະ ການປະຕິ ບັດ ໜ້າທີ່ວິຊາສະເພາະ, ເຄື່ອນໄຫວສ້າງ ຂະບວນການບັນດາກິດຈະກຳໃນ ໂອກາດວັນສຳຄັນຕ່າງໆ, ເອົາໃຈ ໃສ່ວຽກງານປົກປ້ອງສິດຜົນປະ ໂຫຍດຂອງກຳມະບານ ແລະ ອື່ນໆ. ໃນໂອກາດນີ້, ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ມີຄຳເຫັນໂອ້ລົມ ຕໍ່ກອງປະຊຸມ ໂດຍໄດ້ສະແດງ ຄວາມຊົມເຊີຍຕໍ່ຜົນງານການເຄື່ອນ ໄຫວວຽກງານໃນໄລຍະຜ່ານມາ, ສັງເກດຕີລາຄາສະພາບການຂອງ ພາກພື້ນ ແລະ ສາກົນ ແລະ ທົບທວນ ຄືນຜົນການຈັດຕັ້ງປະຕິບັດວຽກ ກຳມະບານ ໃນໄລຍະ 2 ປີ ຜ່ານມາ ໂດຍໄດ້ເຫັນດີເປັນເອກະພາບຕໍ່ບົດ ສະຫລຸບລາຍງານຜົນການເຄື່ອນ ໄຫວວຽກງານກາງສະໄໝ ແລະ ທິດທາງແຜນການຈຸດສຸມ ຂອງສະ ຫະພັນກໍາມະບານສະໄໝທີ XI ໃນ ຕໍ່ໜ້າເຊິ່ງເຫັນວ່າ ສະພາບການສາ ກົນ ແລະ ພາກພື້ນ ສືບຕໍ່ຜັນແປໄປ ຢ່າງສັບສົນ ແລະ ຫຍຸ້ງຍາກຫລາຍ ສົມຄວນ, ແຕ່ພາຍໃຕ້ການຊີ້ນໍາ-ນໍາ ພາຂອງ ຄະນະພັກ-ຄະນະນໍາກະ ຊວງການຕ່າງປະເທດໄດ້ເອົາໃຈ ໃສ່ນໍາພາ-ຊີ້ນໍາ, ຊຸກຍູ້, ຕິດຕາມ, ກວດກາ ແລະ ຈັດຕັ້ງປະຕິບັດ ເຄື່ອນໄຫວວຽກງານບັນດາຮາກ ຖານກໍຄືສະມາຊິກກຳມະບານຂອງ ກະຊວງຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຕາມທີ່ກຳນົດ ໄວ້; ເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ເຜີຍແຜ່ບັນດາມະຕິ, ຄໍາສັ່ງ, ຂໍ້ ກຳນົດ, ກົດລະບຽບ-ກົດໝາຍວ່າ ດ້ວຍກຳມະບານ ແລະ ກົດໝາຍຫລື ບັນດານິຕິກຳກ່ຽວກັບວຽກງານ ກຳມະບານ ໃຫ້ແກ່ສະມາຊິກກຳມະ ບານ ແລະ ພະນັກງານ-ລັດຖະກອນ ໃຫ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງ ຂວາງ-ເລິກເຊິ່ງທົ່ວເຖິງ, ບັນດາກໍາ ມະບານຮາກຖານ ຢູ່ແຕ່ລະກົມກໍຄື ບັນດາສໍານັກງານຕາງໜ້າການ ທູດຢູ່ຕ່າງປະເທດ ໄດ້ເປັນເສນາທິ ການໃຫ້ຄະນະພັກ-ຄະນະນຳກະ ຊວງໃນການປະຕິບັດໜ້າທີ່ຂອງຕົນ ຕິດພັນກັບໜ້າທີ່ການເມືອງ-ການ ທູດ, ການເຄື່ອນໄຫວຂອງວຽກ ງານຄຽງຄູ່ກັບບົດບາດຂອງວຽກ ງານຊາວໜຸ່ມ-ແມ່ຍິງ ລວມທັງ ວຽກງານສາຍພັກ ແລະ ສາຍລັດ ໄດ້ດີສົມຄວນ ແລະ ຍາດໄດ້ຜົນສໍາ ເລັດຢ່າງໜ້າເພິ່ງພໍໃຈ. ໃນໂອກາດດຽວກັນ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ມອບໃບ ຢັ້ງຢືນກໍາມະບານ 5 ເປັນເຈົ້າ ປະ ຈຳປີ 2022 ໃຫ້ແກ່ບັນດາໜ່ວຍ ກຳມະບານຮາກຖານ17ຮາກຖານ ເພື່ອເປັນການຍ້ອງຍໍຊົມເຊີຍຕໍ່ຜົນ ສຳເລັດໃນການປະຕິບັດວຽກງານ ກຳມະບານໃນໄລຍະຜ່ານມາ. ຂ່າວ: ກຕທ ຂປລ. ວັນທີ 18 ຕຸລາ 2023 ນີ້, ທ່ານ ໄຊຊະນະ ໂຄດພູທອນ ຫົວ ໜ້າອົງການໄອຍະການປະຊາຊົນ ສູງສຸດ ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງ ທ່ານ ນາງ ມິເຊວ ເອົ້າລໍ ອຸປະ ທູດສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ, ພ້ອມດ້ວຍຄະນະອົງ ການຕ້ານການຄ້າສັດປ່າ, ແຜນການ ແລະ ນະໂຍບາຍລະດັບໂລກ, ສໍາ ນັກງານຕ້ານຢາເສບຕິດ ແລະການ ບັງຄັບໃຊ້ກົດໝາຍສາກົນ, ກະ ຊວງການຕ່າງປະເທດ ແຫ່ງສະຫະ ລັດອາເມລິກາ ໃນໂອກາດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຍິນ ດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານນາງ ມິເຊວ ເອົ້າລໍ ທີ່ໄດ້ນຳພາ ຄະນະດັ່ງກ່າວມາຢ້ຽມຢາມໃນຄັ້ງ ນີ້, ພ້ອມທັງຍົກໃຫ້ເຫັນວ່າ ບັນຫາ ຢາເສບຕິດແມ່ນບັນຫາໃຫຍ່ທີ່ບັນ ດາປະເທດໃນໂລກໃຫ້ຄວາມເອົາ ໃຈໃສ່, ຮ່ວມມືກັນຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂຢ່າງຕັ້ງໜ້າ, ເປັນອາຊະຍາກໍາທີ່ເປັນອັນຕະລາຍ ຮ້າຍແຮງ, ສ້າງຄວາມເສຍຫາຍ ໃຫ້ແກ່ຊີວິດ, ສຸຂະພາບຂອງມວນ ມະນຸດ ກໍຄືຊີວິດ, ສຸຂະພາບຂອງປະ ຊາຊົນລາວ, ສ້າງຄວາມບໍ່ສະຫງົບ, ຂັດຂວາງການພັດທະນາເສດຖະ ກິດ-ສັງຄົມ ຂອງປະເທດເຮົາ, ເປັນ ອາຊະຍາກໍາຂ້າມຊາດ ທີ່ນັບມື້ນັບ ເພີ່ມຄວາມອັນຕະລາຍຮ້າຍແຮງ. ຍ້ອນເຫັນໄດ້ຄວາມສໍາຄັນຄືແນວ ນັ້ນ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງຖືເອົາການແກ້ໄຂບັນຫາຢາ ເສບຕິດ ເປັນວຽກງານບູລິມະສິດ, ລົງນາມສົນທິສັນຍາສາກົນ, ຮັບ ຮອງເອົາກົດໝາຍ ວ່າດ້ວຍຢາເສບ ຕິດ ແລະ ໄດ້ສ້າງເປັນວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດ ເພື່ອເປັນການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມຂອງສະ ພາແຫ່ງຊາດ. ພ້ອມນີ້, ອົງການ ໄອຍະການປະຊາຊົນສູງສຸດໄດ້ ອອກຄຳສັ່ງວ່າດ້ວຍການຈັດຕັ້ງຜັນ ຂະຫຍາຍມະຕິຂອງສະພາແຫ່ງ ຊາດວ່າດ້ວຍການຮັບຮອງເອົາວາ ລະແຫ່ງຊາດຂອງລັດຖະບານ ກ່ຽວກັບການແກ້ໄຂບັນຫາຢາເສບ ຕິດ ເພື່ອໃຫ້ອົງການໄອຍະການປະ ຊາຊົນທ້ອງຖິ່ນ ແລະ ອົງການໄອ ຍະການທະຫານທຸກຂັ້ນ ເພີ່ມທະວີ ຄວາມຮັບຜິດຊອບໃນການຕິດຕາມ ກວດກາການດໍາເນີນຄະດີຢາເສບ ຕິດແຕ່ຫົວທີ, ເດັດຂາດ, ໂປ່ງໄສ ແລະ ມືອາຊີບ, ເອົາໃຈໃສ່ປະສານ ສົມທົບ ດ້ວຍການສ້າງກົນໄກການ ເຮັດວຽກຮ່ວມກັນຢ່າງໃກ້ຊິດ,ວ່ອງ ໄວ, ທັນການຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ຕີ ລາຄາສູງຕໍ່ຜົນສຳເລັດຂອງການ ຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະລັດ ອາເມລິກາໃນໄລຍະຜ່ານ ມາ, ການຮ່ວມມືລະຫວ່າງ ອົງການ ໄອຍະການປະຊາຊົນແຫ່ງ ສປປ ລາວ ແລະ ສະຖານເອກອັກຄະລັດ ຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໂດຍໄດ້ຮັບການ ຊ່ວຍເຫລືອ ໃນການສ້າງຄວາມເຂັ້ມ ແຂງທາງດ້ານວິຊາການໃຫ້ແກ່ ອົງການໄອຍະການປະຊາຊົນ ຂອງ ສປປລາວເປັນຢ່າງດີອັນໄດ້ເຮັດໃຫ້ ວຽກງານໄອຍະການປະຊາຊົນ ຂອງ ສປປ ລາວ ໄດ້ຮັບການພັດທະ ນາດີຂຶ້ນເປັນກ້າວໆ, ຮັບປະກັນການ ປະຕິບັດໜ້າທີ່ວຽກງານໄອຍະ ການໃຫ້ມີປະສິດທິພາບສູງແນໃສ່ ປົກປ້ອງຜົນປະໂຫຍດຂອງລັດ,ສັງ ຄົມ, ສິດ ແລະ ຜົນປະໂຫຍດອັນ ຊອບທຳຂອງພົນລະເມືອງ, ເຮັດ ໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ປະເທດ ຊາດ ໄດ້ຮັບການປົກປັກຮັກສາ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ໃນຕອນທ້າຍ ທ່ານຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ ຍັງໄດ້ອວຍພອນໃຫ້ ທ່ານນາງ ມິເຊວ ເອົ້າລໍ ພ້ອມດ້ວຍຄະນະປະ ສົບຜົນສຳເລັດຕາມຄາດໝາຍ ໃນການຢ້ຽມຢາມ ແລ ະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້. ຂ່າວ: ມະໂນປະພາ ທຳລາຍຢາສູບ ແລະ... ຮ້ານອາຫານລີລາວະດີ... ເພ່ີມຄວາມຮັບຮູ້... ຂປລ. ສະມາຄົມອະນຸລັກຢາພື້ນ ເມືອງລາວ ຮ່ວມກັບສະຖາບັນການ ແພດ-ການຢາພື້ນເມືອງຈັດສຳມະ ນາກ່ຽວກັບການອະນຸລັກ, ພັດທະ ນາ ແລະ ການສ້າງສະພາບແວດ ລ້ອມທີ່ດີ ໃນວຽກງານຢາພື້ນເມືອງ ລາວ ໃນວັນທີ 19 ຕຸລາ 2023 ໂດຍມີໝໍຢາພື້ນເມືອງ ທີ່ມີປະສົບ ການມາບັນຍາຍໃຫ້ຄວາມຮູ້ແກ່ສໍາ ມະນາກອນ ກໍຄື ຜູ້ປະກອບການ ດ້ານຢາພື້ນເມືອງ ໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈ ເພີ່ມຕື່ມກ່ຽວກັບການປົກປັກ ຮັກສາ, ການພັດທະນາ ແລະ ການ ຜະລິດຢາພື້ນເມືອງ ເພື່ອຮັກສາພະ ຍາດຕ່າງໆ ໃຫ້ໄດ້ທັງປະລິມານ, ຄຸນນະພາບ ແລະ ຄົງຢູ່ຄູ່ຄົນລາວຕະ ຫລອດໄປ. ທ່ານ ຄຳເພັດ ມະນີວົງ ປະທານ ສະມາຄົມອະນຸລັກຢາພື້ນເມືອງ ລາວ ໄດ້ໃຫ້ຮູ້ວ່າ: ການແພດ ແລະ ການຢາພື້ນເມືອງລາວ ແມ່ນມີປະ ຫວັດສາດກຳເນີດຂຶ້ນທີ່ຍາວນານ ມາຫລາຍພັນປີ, ນັບແຕ່ຊົນເຜົ່າລາວ ກຳເນີດຂຶ້ນຢາພື້ນເມືອງ ກໍໄດ້ຮັບ ການສືບທອດມາ ຈາກຮຸ່ນສູ່ຮຸ່ນເຖິງ ປັດຈຸບັນ ເຊິ່ງພັກ-ລັດຖະບານ ໄດ້ມີ ນະໂຍບາຍສົ່ງເສີມຢາພື້ນເມືອງຕະ ຫລອດມາ. ຢາພື້ນເມືອງບໍ່ພຽງແຕ່ ເປັນທ່າແຮງໃນການປ້ອງກັນ-ປິ່ນ ປົວພະຍາດ ແລະ ຟື້ນຟູສົ່ງເສີມສຸຂະ ພາບ, ຍັງເປັນທ່າແຮງດ້ານເສດ ຖະກິດ, ວັດທະນະທຳ-ສັງຄົມ ແລະ ສາມາດສ້າງສະພາບແວດລ້ອມທີ່ດີ ອີກດ້ວຍ. ຂປລ. ເຈົ້າໜ້າທີ່ພາສີພະແນກ ສືບສວນສອບສວນ ແລະ ປາບ ປາມການລັກລອບໜີພາສີ (ພສປ) ກົມພາສີກະຊວງການເງິນ ຈັດພິທີ ທຳລາຍຢາສູບ ແລະ ເຄື່ອງສຳອາງ ປະເພດຄີມທາຜິວ ຫລື ໂລຊັນຈໍາ ນວນ 107 ແກັດ ທີ່ລັກລອບນຳ ເຂົ້າບໍ່ຖືກຕ້ອງມາທຳລາຍຕາມລະ ບຽບການກົດໝາຍ ໃນຕອນບ່າຍ ຂອງວັນທີ 18 ຕຸລາ 2023 ທີ່ສະ ໜາມຂີ້ເຫຍື້ອຫລັກ 32 ບ້ານຜາສຸກ ເມືອງໄຊທານີ ນະຄອນຫລວງ ວຽງຈັນ ໂດຍມີ ທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີກະ ຊວງການເງິນ,ມີຕາງໜ້າຈາກຫ້ອງ ການກະຊວງ, ກົມກວດກາກະຊວງ ການເງິນ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ກົມການ ຄ້າພາຍໃນ, ກົມກວດກາກະຊວງອຸດ ສາຫະກຳ ແລະ ການຄ້າ, ກົມຕຳ ຫລວດເສດຖະກິດ, ກົມຕຳຫລວດ ສິ່ງແວດລ້ອມ ແລະ ຂະແໜງການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ສິນຄ້າທີ່ທຳລາຍຄັ້ງນີ້ປະກອບ: ມີຢາສູບຍີ່ຫໍ້ PING CHANGE ຈຳນວນ 87 ແກັດ, ເຄື່ອງສໍາອາງ ປະເພດໂລຊັນ ຍີ່ຫໍ້ BRIGTY BODY ຈຳນວນ 20 ແກັດ ໂດຍໄດ້ ຜ່ານການດຳເນີນຄະດີ (ອີງຕາມ ບົດບັນທຶກການຢຶດສິນຄ້າ, ເຄື່ອງ ຂອງປະເພດຢາສູບ ສະບັບເລກທີ 036 ລົງວັນທີ 05 ກັນຍາ 2021 ແລະ ບົດບັນທຶກການຢຶດສິນຄ້າ, ເຄື່ອງຂອງປະເພດເຄື່ອງສຳອາງ ສະບັບເລກທີ 018 ລົງວັນທີ 10 ມິຖຸນາ 2022 ໂດຍຜ່ານຂັ້ນຕອນ ຕາມກົດໝາຍວ່າດ້ວຍພາສີ ແລະ ອີງຕາມຂໍ້ຕົກລົງຂອງລັດຖະມົນຕີ ສາຍຂອງ ໃຫ້ສຳພາດວ່າ: ຮ້ານອາ ຫານລີລາວະດີສາຍຂອງ ເລີ່ມເປີດ ໃຫ້ບໍລິການມາແຕ່ປີ 2022 ເປັນຕົ້ນ ມາ ມີການບໍລິການທີ່ຫລາກຫລາຍ ເປັນຕົ້ນ ມີການບໍລິການອາຫານ ຫລາຍຮູບແບບຢູ່ເທິງເຮືອແພ ແລະ ຢູ່ແຄມຝັງ ມີອາຫານຫລາກຫລາຍ ປະເພດ ລວມທັງອາຫານລາວ, ອາ ຫານເອີຣົບ, ອາຫານທະເລທີ່ສົດໃໝ່ ແລະ ອາຫານຕາມສັ່ງ ເຊິ່ງສາມາດ ຮອງຮັບນັກທ່ອງທ່ຽວໄດ້ 300400 ຄົນຕໍ່ມື້. ພ້ອມນີ້, ຍັງມີບໍລິການ ລ່ອງເຮືອຊົມທິວທັດທຳມະຊາດ ຂອງແມ່ນ້ຳຂອງ ແບບຄອບຄົວ ຫລື ເປັນກຸ່ມທ່ອງທ່ຽວ ເລີ່ມແຕ່ຈຸດຮ້ານ ອາຫານຮອດກ້ອງຂົວມິດຕະພາບ. ທ່ານ ນາງ ຫຍຸຍ ສຸວັນນະໂຊດ ຍັງໃຫ້ຮູ້ອີກວ່າ: ເພື່ອກຽມຕ້ອນຮັບ ການເປີດປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງນີ້ຮ້ານອາຫານລີລາວະ ດີສາຍຂອງ ຈະຂະຫຍາຍ ແລະ ປັບ ກະຊວງການເງິນ ສະບັບເລກທີ 2288/ກງ, ລົງວັນທີ 28 ກໍລະກົດ 2023 ວ່າດ້ວຍການອະນຸມັດສິນ ຄ້າ, ເຄື່ອງຂອງປະເພດຢາສູບ ແລະ ເຄື່ອງສຳອາງທີ່ນໍາເຂົ້າ ບໍ່ຖືກຕ້ອງ, ເຈົ້າຂອງສະລະສິດແລະບໍ່ໄດ້ຮັບອະ ນຸຍາດຈາກຂະແໜງການກ່ຽວຂ້ອງ ເຊິ່ງຮີບມາເປັນຂອງລັດ ແລະ ທຳ ລາຍຕາມລະບຽບກົດໝາຍ. ໃນພິທີ, ທ່ານ ພູເຂົາຄຳ ວັນນະ ວົງໄຊ ຫົວໜ້າກົມພາສີກະຊວງການ ເງິນ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນ ງານຂອງເຈົ້າໜ້າທີ່ພາສີ ໂດຍສະ ເພາະພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາ ສີ (ພສປ) ທີ່ໄດ້ມີການປະສານສົມ ທົບກັບພາກສ່ວນກ່ຽວຂ້ອງ ໃນການ ຕ້ານ, ສະກັດກັ້ນ ແລະ ປາບປາມ ການລັກລອບໜີພາສີທຸກຮູບແບບ ເຮັດໃຫ້ສາມາດຢຶດ ແລະ ດຳເນີນ ຄະດີຕໍ່ສິນຄ້າ,ເຄື່ອງຂອງປະກອບມີ ຢາສູບ ແລະ ເຄື່ອງສໍາອາງປະເພດ ໂລຊັນ ມາດຳເນີນຄະດີຕາມກົດ ໝາຍ ແລະ ລະບຽບການ. ພ້ອມນີ້, ຍັງໄດ້ຍັງໄດ້ເນັ້ນລົງເລິກໃນການ ນຳພາ-ຊີ້ນຳຕໍ່ວຽກງານສືບສວນສອບສວນ ແລະ ປາບປາມການລັກ ລອບໜີພາສີໃນຂອບເຂດທົ່ວປະ ເທດ ຢ່າງໃກ້ຊິດຕິດແທດເຮັດໃຫ້ ສາມາດເຄື່ອນໄຫວວຽກງານວິຊາ ສະເພາະໄດ້ຕາມໜ້າທີ່, ຂອບເຂດ ສິດ, ທີ່ໄດ້ຮັບມອບໝາຍຢ່າງມີປະ ສິດທິຜົນສູງ ໂດຍສະເພາະການ ຫັນເອົາວຽກງານດັ່ງກ່າວມາລວມ ສູນຕາມສາຍຕັ້ງດ້ານວຽກວິຊາສະ ເພາະ ເຮັດໃຫ້ສາມາດສ້າງຂະຫຍາຍ ຕາງໜ່າງຂ່າວ, ກວດກາ, ຈັບກຸມ ແລະ ດຳເນີນຄະດີບັງຄັບໃຊ້ກົດ ໝາຍ ໄດ້ຢ່າງເຂັ້ມງວດໃນຂອບເຂດ ທົ່ວປະເທດສອດຄ່ອງກັບສະພາບ ການຂະຫຍາຍຕົວຂອງເສດຖະກິດສັງຄົມ ແລະ ເງື່ອນໄຂຕົວຈິງ ໃນປັດ ຈຸບັນທີ່ລັດຖະບານເຄັ່ງຮ້ອນໃຫ້ມີ ການອັດຊ່ອງຫວ່າງການຮົ່ວໄຫລ ຂອງລາຍຮັບ. ຂ່າວ-ພາບ: ກະຊວງການເງິນ ສປປ ລາວ ມີພືດ ແລະ ຕົ້ນໄມ້ ເປັນຢາ ທີ່ເກີດຂຶ້ນຕາມທຳມະຊາດ ປະມານ 2.203 ຊະນິດ, ໃນນັ້ນກຳ ນົດເປັນບັນຊີພືດ ແລະ ຕົ້ນໄມ້ເປັນ ຢາແລ້ວ 266 ຊະນິດ, ມີໝໍຢາພື້ນ ເມືອງທຸກເຜົ່າຊົນໃນທົ່ວປະເທດປະ ມານ 1.267 ຄົນ. ການສືບທອດພູມ ປັນຍາຊາວບ້ານດ້ານການແພດການຢາພື້ນເມືອງ ຂອງປະຊາຊົນ ລາວບັນດາເຜົ່າໄດ້ຖືກຜັນຂະຫຍາຍ ສືບທອດຈາກຮຸ່ນສູ່ຮຸ່ນມາເຖິງປັດ ຈຸບັນຢ່າງຕໍ່ເນື່ອງ ແລະ ພັດທະນາ ໄປສູ່ວິທະຍາສາດໄປເທື່ອລະກ້າວ. ພິເສດ, ໄລຍະການເກີດລະບາດ ຂອງພະຍາດໂຄວິດ-19 ພວກເຮົາ ໄດ້ສວຍໃຊ້ວິກິດເປັນໂອກາດໂດຍ ໄດ້ນໍາໃຊ້ຢາພື້ນເມືອງ 3 ຊະນິດຄື: ລາຊາບີ, ຜັກຄາວທອງ ແລະ ກະ ຊາຍຂາວ ໃຊ້ປ້ອງກັນບໍ່ໃຫ້ຕິດເຊື້ອ ໂຄວິດ ແລະ ປິ່ນປົວຄົນເຈັບທີ່ຕິດ ໂຄວິດທີ່ຍັງບໍ່ທັນລົງປອດໄດ້ຢ່າງ ມີປະສິດທິຜົນດີ, ອັນໄດ້ເຮັດໃຫ້ຊື່ ສຽງແລະກຳລັງຊົມໃຊ້ຢາພື້ນເມືອງ ຂອງປະຊາຊົນສູງເດັ່ນຂຶ້ນໃນສັງ ຄົມທັງຢູ່ພາຍໃນປະເທດ ແລະ ສົ່ງ ອອກໄປສູ່ຕ່າງປະເທດອີກດ້ວຍ. ທ່ານ ຄຳເພັດ ມະນີວົງ ໃຫ້ຮູ້ ອີກວ່າ: ໄປຄຽງຄູ່ກັບດ້ານຕັ້ງໜ້າ ຍັງມີສິ່ງທ້າທາຍຫລາຍຢ່າງ, ພືດ ແລະ ຕົ້ນໄມ້ເປັນຢາ ຈຳນວນໜຶ່ງມີ ຄວາມສ່ຽງຕໍ່ການດັບສູນໃນອະນາ ຄົດ ຍ້ອນການຂຸດຄົ້ນຊະຊາຍ, ຂຸດ ຄົ້ນບໍ່ເປັນລະບົບ, ຢາພື້ນເມືອງບາງ ຊະນິດ ຍັງຢູ່ໃນບັນຊີເຄື່ອງປ່າຂອງ ດົງ, ການປະສານງານລະຫວ່າງຂະ ແໜງການທີ່ກ່ຽວຂອງ ຍັງບໍ່ທັນ ໄດ້ດີເທົ່າທີ່ຄວນ ເປັນຕົ້ນ ນິຕິກຳຄຸ້ມ ຄອງພືດທີ່ເປັນຢາຍັງທັບຊ້ອນ, ປົນເປກັບບັນຊີເຄື່ອງປ່າຂອງດົງ, ການອຳນວຍຄວາມສະດວກໃນ ການຜະລິດແລະສົ່ງອອກສິນຄ້າສຳ ເລັດຮູບດ້ານຢາພື້ນເມືອງຍັງຈຳ ກັດ, ການກໍານົດມາດຕະຖານຢາພື້ນ ເມືອງຍັງສູງເກີນຄວາມສາມາດເກີນສະພາບເງື່ອນໄຂການພັດທະ ນາຂອງບ້ານເຮົາ, ໝໍ່ຢາພື້ນເມືອງ ຈຳນວນໜຶ່ງຍັງບໍ່ຢາກຖ່າຍທອດ ສູດຕຳລາ, ສູດຕຳລາຢາພື້ນເມືອງ ຍັງຂາດການປົກປັກຮັກສາທີ່ດີ, ຄວາມເຂົ້າໃຈ ຂອງປະຊາຊົນ ແລະ ແພດໝໍຈໍານວນໜຶ່ງຕໍ່ວຽກງານ ການ ແພດ-ການຢາພື້ນເມືອງຍັງຈໍາ ກັດ ແລະ ອື່ນໆ ເຊິ່ງທັງໝົດນັ້ນລ້ວນ ແຕ່ເປັນບັນຫາສິ່ງທ້າທາຍຕ້ອງໄດ້ ພ້ອມກັນແກ້ໄຂ. ໂອກາດນີ້, ທ່ານຍັງໄດ້ຮຽກ ຮ້ອງໃຫ້ສໍາມະນາກອນຈົ່ງພ້ອມ ກັນສຸມຈິດສຸມໃຈໃສ່ໃນການຄົ້ນ ຄິດ, ຊອກໃຫ້ເຫັນອຸປະສັກ,ສິ່ງທ້າ ທາຍ, ວິທີການ ແລະ ມາດຕະການ ແກ້ໄຂທີ່ດີ ເພື່ອໃຫ້ເກີດການອະນຸ ລັກ-ການພັດທະນາຕິດພັນກັບການ ສ້າງສະພາບແວດລ້ອມທີ່ດີ ແລະ ຍືນຍົງ ໃນວຽກງານການແພດ ແລະ ການຢາພື້ນເມືອງຂອງລາວເຮົາ. ຂ່າວ: ທະນູທອງ, ພາບ: ເກດສະໜາ ປຸງການບໍລິການໃຫ້ຄົບວົງຈອນຂຶ້ນ ກວ່າເກົ່າ ເປັນຕົ້ນ ຮ້ານຄາເຟ, ຫ້ອງ ຄາຣາໂອເກະ,ຕູບແຄມນ້ຳ,ບໍລິການ ອາຫານເທິງ ເຮືອນນຳທ່ຽວ ແລະ ຈະປັບປຸງການບໍລິການລ່ອງເຮືອ ຊົມທຳມະຊາດ ຈາກຈຸດຮ້ານອາ ຫານ ຈົນຮອດເຂດໂຮງແຮມດອນ ຈັນພາເລດ ເພື່ອຮອງຮັບແຂກ ກໍຄື ນັກທ່ອງທ່ຽວທັງພາຍໃນແລະ ຕ່າງ ປະເທດຈະເຂົ້າມາໃຊ້ບໍລິການໃຫ້ໄດ້ ຢ່າງພຽງພໍ. ເພື່ອປະກອບສ່ວນ ສ້າງໃຫ້ເປັນແຫລ່ງທ່ອງທ່ຽວແຫ່ງ ໜຶ່ງທີ່ເປັນໃບໜ້າໃໝ່ໃຫ້ແກ່ເມືອງ ຫາດຊາຍຟອງ ກໍຄື ປະຊາຊົນພາຍ ໃນເມືອງ ແລະ ເພື່ອປະກອບສ່ວນ ເຂົ້າໃນການພັດທະນາເສດຖະກິດ ຂອງປະເທດ, ປະກອບສ່ວນສ້າງ ວຽກເຮັດງານທຳໃຫ້ປະຊາຊົນພາຍ ໃນເມືອງຫາດຊາຍຟອງ ຕື່ມອີກ. ຂ່າວ: ກິດຕາ ເດື່ອ ເມືອງຫາດຊາຍຟອງ ນະຄອນ ຫລວງວຽງຈັນ ກໍມີແຜນຈະຂະ ຫຍາຍແລະ ປັບປຸງການບໍລິການໃຫ້ ຄົບວົງຈອນຂຶ້ນກວ່າເກົ່າ. ທ່ານ ນາງ ຫຍຸຍ ສຸວັນນະໂຊດ ເຈົ້າຂອງຮ້ານອາຫານລີລາວະດີ
RkJQdWJsaXNoZXIy MTc3MTYxMQ==