5730

xtgmf]k; 3 20/10/2023 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ໄໝຄຳຍ້ອມສິນ ໂດຍ: ສຸພາສະຫວັນ dkocdh w0[a osk1kgl[8y f 8h v'gfa f0kfF 3xj '.lF gxa o,n vk-u [ ໂດຍ: ຢ່າຕົ່ງ dv'75 h ,7v'v5 my pkocsj '-kf dP,rh v,Ia [,n w2w\h ]k,xj k p5 dvy og8u goa f p6 h cI'dkora fmtok ໂປ່ງໃສ, ແມ່ນມີຄວາມສໍາຄັນຫລາຍ, ໃນຂະບວນການແກ້ໄຂຜ່ານບັນດາ ມາດຕະການທີ່ຮັບຮອງເອົານັ້ນ ຕ້ອງໂປ່ງໃສ, ປະຊາຊົນສາມາດມີ ສ່ວນຮ່ວມຈັດຕັ້ງປະຕິບັດ ແລະ ສາ ມາດຕິດຕາມກວດກາຄວາມຄືບ ໜ້າຕ່າງໆໄດ້. ຄວາມໂປ່ງໃສ (ສະ ແດງຄວາມຊື່ສັດຈິງໃຈຂອງລັດ ຖະບານ) ຈະເປັນແນວປ້ອງກັນ ທີ່ ດີທີ່ສຸດໃຫ້ແກ່ຜູ້ທີ່ຕັດສິນໃຈປັບປຸງ ປ່ຽນແປງໃນຄັ້ງນີ້ ທັງເປັນເຄື່ອງມື ທີ່ດີທີ່ສຸດ ໃນການສ້າງຄວາມເຊື່ອ ໝັ້ນ ແລະ ເຫລື້ອມໃສສັດທາ ຈາກ ພາຍໃນ ແລະ ສາກົນ ຕໍ່ລັດຖະບານ ໃນຄວາມຕັ້ງໃຈທີ່ຈະແກ້ໄຂບັນຫາ ຂອງຕົນເອງ ແລະ ຈະມີແຮງຈູງໃຈ ໃຫ້ການສະໜັບສະໜູນລັດຖະບານ ແລະ ຄວາມເປັນມືອາຊີບ. ການແກ້ໄຂບັນຫາຢາເສບຕິດ ຈໍາເປັນຕ້ອງໃຊ້ຄວາມຮູ້-ຄວາມ ຊໍານານທາງດ້ານຫລັກວິຊາການ ແລະ ວິຊາສະເພາະລະດັບທີ່ແນ່ ນອນບໍ່ອາດເຮັດຕາມລໍາພັງໃຈຫລື ຄວາມຮູ້ສຶກອັດຕະວິໃສຂອງຜູ້ໃດ ຜູ້ໜຶ່ງໄດ້ການແກ້ໄຂບັນຫາຈໍາ ເປັນ ຕ້ອງໄດ້ນໍາໃຊ້ຄວາມຊ່ຽວຊານ ສະເພາະເຂົ້າມາຊ່ວຍວິເຄາະ, ສັງ ເຄາະການວາງແຜນ ແລະ ໃຫ້ຄໍາ ແນະນໍາແກ່ລັດຖະບານຜູ້ມີອໍານາດ ຕັດສິນໃຈ. ໝາຍຄວາມວ່າການແກ້ ໄຂບັນຫາທັງໝົດນັ້ນ ຕ້ອງເປັນໄປ ຕາມຫລັກທາງວິຊາການ ບົນພື້ນ ຖານຄວາມເຂົ້າໃຈຢ່າງເລິກເຊິ່ງ ກົກຮາກທີ່ແທ້ຈິງຂອງບັນຫາຕະ ຫລອດຮອດວັດທະນະທໍາການປະ ພຶດຂອງກົນໄກການບໍລິຫານທີ່ເກີດ ຂຶ້ນຢູ່ປະເທດເຮົາກໍຄືລັດຖະບານທີ່ ຜ່ານມາ ແລະ ປັດຈຸບັນເພື່ອສາມາດ ວິເຄາະໃຫ້ໄດ້ເຖິງແກ່ນແທ້ຂອງບັນ ຫາແລ້ວຫາວິທີແກ້ໄຂທີ່ຍືນຍົງ ເພື່ອ ຮັບມືກັບປັດຈຸບັນ ແລະ ອະນາຄົດ. ເພື່ອແກ້ໄຂບັນຫາຢາເສບຕິດ ໃຫ້ຫລຸດໜ້ອຍຖອຍລົງໃນສັງຄົມ ລາວເຮົາເທື່ອລະກ້າວແມ່ນຕ້ອງມີ ການປຸກລະດົມ, ຂົນຂວາຍທຸກກໍາ ລັງແຮງສັງລວມເຂົ້າໃນການແກ້ ໄຂບັນຫາຢາເສບຕິດທີ່ລະບາດເປັນ ວົງກວ້າງ ແລະ ຮຸນແຮງ ໃຫ້ຫລຸດ ລົງຢ່າງຈະແຈ້ງໃນກໍານົດເວລາທີ່ ແນ່ນອນ; ເພື່ອແກ້ໄຂສາເຫດ ແລະ ເງື່ອນໄຂພາໃຫ້ເກີດບັນຫາຢາເສບ ຕິດ ແລະ ສ້າງໃຫ້ສັງຄົມມີຄວາມ ສະຫງົບ, ມີຄວາມເປັນລະບຽບ ຮຽບຮ້ອຍ-ຄວາມປອດໄພ, ສ້າງ ເງື່ອນໄຂໃນການສ້າງສາພັດທະ ນາເສດຖະກິດ, ວັດທະນະທໍາ-ສັງ ຄົມ, ກ້າວໄປສູ່ສັງຄົມລາວປອດຢາ ເສບຕິດ. ພ້ອມດຽວກັນນີ້ຕ້ອງເພີ່ມ ທະວີການໂຄສະນາ-ສຶກສາອົບ ຮົມ, ເຜີຍແຜ່ລະບຽບກົດຫມາຍ ແລະ ຜົນຮ້າຍຈາກຢາເສບຕິດດ້ວຍ ຫລາຍຮູບຫລາຍສີຫລາຍວິທີການ ຢ່າງກວ້າງຂວາງ ແລະ ທົ່ວທຸກ ແຂວງ, ທຸກເມືອງ ກວມເອົາ 80% ຂຶ້ນໄປຂອງຈໍານວນບ້ານເປົ້າໝາຍ ທັງໝົດຢູ່ແຕ່ລະເມືອງ ແລະ ສ້າງ ບ້ານ, ໂຮງຮຽນ, ສະຖາບັນການສຶກ ສາ, ສໍານັກງານ-ອົງການປອດຢາ ເສບຕິດໃຫ້ໄດ້ຫລາຍຂຶ້ນ ແລະ ສ້າງ ຫລັກສູດການຮຽນການສອນກ່ຽວ ກັບການປ້ອງກັນ, ສະກັດກັ້ນບັນຫາ ຢາເສບຕິດ; ຍົກສູງປະສິດທິພາບ ອົງການສືບສວນ - ສອບສວນ, ອົງການໄອຍະການປະຊາຊົນ, ອົງ ການສານປະຊາຊົນ, ອົງການປະຕິ ບັດຄໍາຕັດສິນຂອງສານ ແລະ ວຽກ ງານວິຊາສະເພາະກວດກາ, ຄວບ ຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາ ຢາເສບຕິດຢ່າງເປັນລະບົບ ແລະ ເຂັ້ມແຂງ ແລະ ຂຶ້ນສະຖິຕິ ຜູ້ຕິດຢາ ເສບຕິດຢູ່ໃນສັງຄົມໃຫ້ມີຄວາມ ຊັດເຈນ ແລະ ສຸມໃສ່ບໍາບັດປິ່ນປົວ ຢູ່ສູນ, ຢູ່ຊຸມຊົນ, ປັບປຸງບັນດາສູນ ບໍາບັດປິ່ນປົວຜູ້ຕິດຢາເສບຕິດຢູ່ ບັນດາແຂວງໃຫ້ມີປະສິດທິຜົນ, ມີການຝຶກວິຊາຊີບແລະແກ້ໄຂຊີວິດ ການເປັນຢູ່ໃຫ້ດີຂຶ້ນ ແລະ ເສີມຂະ ຫຍາຍວຽກງານຮ່ວມມືສາກົນ ໃນໂຄງການພັດທະນາທາງເລືອກ ທົດແທນການປູກຝິ່ນ-ປູກຄັນຊາ, ການຄວບຄຸມສານເຄມີຕົນ ແລະ ການຄຸ້ມຄອງສູນວິໄຈຢາເສບຕິດ ໃຫ້ມີປະສິດທິພາບ. ທ່ານຍັງກ່າວຕື່ມອີກວ່າ: ຄວາມ ຈໍາເປັນຮີບດ່ວນເພື່ອສ້າງເປັນວາ ລະແຫ່ງຊາດບັນຫາຢາເສບຕິດໄດ້ ແຜ່ລະບາດຮ້າຍແຮງ ນັບແຕ່ຕົວ ເມືອງໃຫຍ່ຈົນຮອດເຂດຊົນນະບົດ ຫ່າງໄກສອກຫລີກ, ເຂົ້າເຖິງທຸກ ເພດ-ໄວ, ທຸກຊັ້ນຄົນໃນທົ່ວສັງຄົມ ນັບແຕ່ນັກຮຽນ-ນັກສຶກສາ, ພໍ່ຄ້າ ຊາວຂາຍ, ກໍາມະກອນ, ຜູ້ວ່າງງານ, ຕະຫລອດຮອດພະນັກງານ, ລັດຖະ ກອນຈໍານວນໜຶ່ງ ຕາມຂໍ້ມູນເບື້ອງ ຕົ້ນໃນປັດຈຸບັນຍັງມີຜູ້ຕິດຢາເສບ ຕິດຢູ່ປະເທດເຮົາສະເລ່ຍປະມານ 0,94% ຂອງພົນລະເມືອງທັງໝົດ. ນອກຈາກນັ້ນ, ຢາເສບຕິດຍັງສົ່ງຜົນ ກະທົບຕໍ່ສຸຂະພາບ ແລະ ຊີວິດ ຂອງ ຊາວໜຸ່ມຮຸ່ນສືບທອດ ເຊິ່ງບັນຫາດັ່ງ ກ່າວເປັນສາເຫດພາໃຫ້ເກີດປະກົດ ການຫຍໍ້ທໍ້ແລະບັນຫາອາຊະຍາກໍາ ປະເພດຕ່າງໆ ເປັນການກົດໜ່ວງ ຖ່ວງດຶງການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ, ສົ່ງຜົນກະ ທົບຕໍ່ຄວາມໝັ້ນຄົງທາງດ້ານການ ເມືອງແລະຄວາມເປັນລະບຽບຮຽບ ຮ້ອຍ-ປອດໄພຂອງສັງຄົມ, ສະ ພາບການແກ້ໄຂບັນຫາຢາເສບຕິດ ຢູ່ລາວໃນໄລຍະຜ່ານມາ, ເຖິງແມ່ນ ວ່າລັດຖະບານ ໄດ້ສຸມໃສ່ຫລາຍ ມາດຕະການແກ້ໄຂບັນຫາຢາເສບ ຕິດແຕ່ບັນຫາດັ່ງກ່າວ, ຍັງຈະສືບ ຕໍ່ເພີ່ມທະວີຄວາມຮຸນແຮງ ແລະ ແຜ່ລະບາດເປັນວົງກວ້າງ, ດ້ວຍ ເຫດນັ້ນ. ລັດຖະບານຈຶ່ງຖືເອົາການ ແກ້ໄຂບັນຫາຢາເສບຕິດເປັນວຽກ ງານບຸລິມະສິດ, ຈໍາເປັນ, ຮີບດ່ວນ ຊຶ່ງໄດ້ຍົກໃຫ້ເປັນວາລະແຫ່ງຊາດ. * ຫລັກການຂອງການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ໃນການ ແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ນອກຈາກຕ້ອງຍຶດ ໝັ້ນຕາມຫລັກການນໍາພາຂອງພັກ ແລ້ວຍັງຈະຕ້ອງສຸມໃສ່ 3 ຫລັກ ການຕົ້ນຕໍ ເພື່ອເປັນທິດທາງໃນ ການຈັດຕັ້ງຜັນຂະຫຍາຍບັນດາ ມາດຕະການທີ່ໄດ້ກໍານົດໄວ້ໃນວາ ລະແຫ່ງຊາດໃຫ້ມີຜົນສໍາເລັດຄື: ຄວາມເດັດຂາດ, ຄວາມໂປ່ງໃສ ແລະ ຄວາມເປັນມືອາຊີບ. ດັ່ງທີ່, ທ່ານ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ (ປກສ) ກ່າວໃນກອງປະຊຸມເຜີຍແຜ່ ເອ ກະສານວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດແຕ່ປີ 2021-2023 ດ້ວຍ 3 ຫລັກການ ຕົ້ນຕໍຄື: ຄວາມເດັດຂາດ, ຄວາມ ໂປ່ງໃສ, ເປັນມືອາຊີບ, ໝາຍເຖິງ ຕ້ອງມີຄວາມຕັດສິນໃຈສູງສຸດ ເບື້ອງພັກ ເບື້ອງລັດ ບົນພື້ນຖານ ຄວາມເຂົ້າໃຈຕໍ່ກັບຄວາມຮຸນແຮງ ຂອງບັນຫາ ແລະ ຄວາມຈໍາເປັນ ຕ້ອງໃຊ້ມາດຕະການເດັດຂາດໃນ ການແກ້ໄຂບັນຫາລົງໂທດໃຫ້ຖືກ ເປົ້າໝາຍກະທໍາຜິດ, ຖືກຕາມສະ ຖານຄວາມຜິດໜັກ, ເບົາ. ຄວາມ * ໃນປີ 2023 ນີ້, ບັນຫາໄຟໄໝ້ ລາມປ່າຢູ່ປະເທດລາວ ແມ່ນມີທ່າ ອ່ຽງເປັນວົງກວ້າງອັນໄດ້ກະທົບຕໍ່ ປ່າໄມ້ຕ່າງໆບໍ່ໜ້ອຍ ເປັນຕົ້ນປ່າ ປ້ອງກັນ, ປ່າສະຫງວນ, ເຂດອຸທິ ຍານແຫ່ງຊາດ ເຊິ່ງໄດ້ສົ່ງຜົນກະ ທົບຕໍ່ຄວາມອຸດົມສົມບູນຂອງປ່າ ໄມ້, ສັດສາວາສິ່ງໃນທຳມະຊາດ. ຢ່າງໃດກໍ່ດີເພື່ອຮັບມືແລະ ປ້ອງກັນ ບໍ່ໃຫ້ບັນຫາໄຟໄໝ້ລາມປ່າເກີດຂຶ້ນ ເປັນວົງກວ້າງໃນປີ 2024 ນີ້, ກອງ ຄຸ້ມຄອງອຸຕິຍານແຫ່ງຊາດພູເຂົາ ຄວາຍໄດ້ມີການກະກຽມຄວາມພ້ອມ ກັນໄຟ, ໂຄສະນາເຜີຍແຜ່ລະບຽບ ການຕ່າງໆໃຫ້ປະຊາຊົນບ້ານທີ່ຕິດ ກັບເຂດອຸທິຍານແຫ່ງຊາດພູເຂົາ ຄວາຍໃຫ້ຮັບຮູ້ເຂົ້າໃຈ ແລະ ພ້ອມ ກັນມີສະຕິລະວັງຕົວບໍ່ໃຫ້ເກີດມີໄຟ ໄໝ້ລາມປ່າອີກໃນປີຕໍ່ໆໄປ. ທ່ານ ອານຸສັກ ວິຊາການກອງ ຄຸ້ມຄອງອຸທິຍານແຫ່ງຊາດພູເຂົາ ຄວາຍໃຫ້ສຳພາດຕໍ່ນັກຂ່າວໜັງສື ພິມປະເທດລາວໃນໂອກາດເຜີຍແຜ່ ລະບຽບ ແລະ ສ້າງແລວທາງກັນ ໄຟລາມປ່າທີ່ບ້ານນ້ຳທວາຍ ເມືອງ ຮົ່ມ ແຂວງໄຊສົມບູນວ່າ: ການລົງ ມາເຜີຍແຜ່ລະບຽບກ່ຽວກັບການ ປົກປັກຮັກສາປ່າໄມ້ໃນຄັ້ງນີ້, ແມ່ນ ເລັ່ງໃສ່ບ້ານເປົ້າໝາຍຢູ່ຕິດກັບເຂດ ອຸທິຍານແຫ່ງຊາດພູເຂົາຄວາຍໃຫ້ ມີຄວາມຮູ້, ເຂົ້າໃຈຕໍ່ຜົນກະທົບຈາກ ໄຟໄໝ້ລາມປ່າໃນແຕ່ລະປີ, ພ້ອມ ທັງປຸກລະດົມໃຫ້ປະຊາຊົນມີສ່ວນ ຮ່ວມໃນການປົກປັກຮັກສາປ່າໄມ້ ໃນເຂດດັ່ງກ່າວ ໂດຍສະເພາະແມ່ນ ຢຸດການຖາງປ່າ ເພື່ອການຜະລິດ ຫລື ເຮັດຄັງສັດໃນເຂດອຸທິຍານ ແຫ່ງຊາດພູເຂົາຄວາຍ, ຕັດໄມ້ຊະ ຊາຍ. ພ້ອມນີ້, ກໍ່ໃຫ້ເອົາໃຈໃສ່ສະ ກັດກັ້ນໄຟໄໝ້ລາມປ່າ, ການຈູດໄຮ່, ສວນໃກ້ເຂດອຸທິຍານກໍ່ຕ້ອງມີການ ປ້ອງກັນຫລືຕັດແລວໄຟໃຫ້ມີຄວາມ ປອດໄພ ຈຶ່ງຄ່ອຍທຳການຈູດ ແລະ ການຈູດກໍ່ຕ້ອງຈູດເວລາ ທີ່ບໍ່ມີລົມ ແຮງ, ຍາມແລງ ເພື່ອບໍ່ໃຫ້ເກີດໄຟ ໄໝ້ລາມປ່າໄດ້. ທ່ານ ອານຸສັກ ກ່າວຕື່ມວ່າ: ນອກຈາກເຜີຍແຜ່ລະບຽບການ ຕ່າງໆແລ້ວ, ຍັງໄດ້ຄົ້ນຄວ້າແຕ່ງ ຕັ້ງ ຄະນະປ້ອງກັນໄຟຂັ້ນບ້ານຕິດ ພັນກັບການຂຶ້ນແຜນສ້າງແລວປ້ອງ ກັນໄຟ ເພື່ອບໍ່ໃຫ້ໄຟໄໝ້ລາມປ່າ ເປັນວົງກວ້າງໃນລະດູແລ້ງ ຫລື ປີ ໜ້າໃນເຂດອຸທິຍານແຫ່ງຊາດ ພູ ເຂົາຄວາຍນີ້.ສຳລັບເມືອງຮົ່ມແມ່ນ ມີສອງບ້ານທີ່ຕິດກັບເຂດອຸທິຍານ ແຫ່ງຊາດຄື: ບ້ານນ້ຳທວາຍ, ບ້ານພູກະທະ ເຊິ່ງການສ້າງແລວ ປ້ອງກັນໄຟ ແມ່ນເລັ່ງໃສ່ຈຸດທີ່ໄຟ ມັກລາມມາ ໂດຍພາຍຫລັງແຕ່ງ ຕັ້ງທີມງານ ແລ້ວ, ກໍ່ຈະໄດ້ລົງສຳ ຫລວດ ແລະ ຕັດແລວໄຟ ເພື່ອປ້ອງ ກັນບໍ່ໃຫ້ມີໄຟລາມປ່າເປັນວົງກວ້າງ ແລະ ກໍລະນີເກີດມີໄຟລາມປ່າກໍ່ສາ ມາດດັບມອດ ໄດ້ຢ່າງທ່ວງທັນ. ແນວໃດກໍ່ດີຮຽກຮ້ອງເຖິງພໍ່ແມ່ປະ ຊາຊົນບ້ານຕ່າງໆທີ່ຢູ່ຕິດກັບເຂດ ອຸທິຍານແຫ່ງຊາດ ໃຫ້ເປັນເຈົ້າ ການຮ່ວມກັນປ້ອງກັນບໍ່ໃຫ້ມີເຫດ ການໄຟໄໝ້ລາມປ່າເກີດຂຶ້ນໃນຕໍ່ ໜ້າ. ນອກຈາກນີ້, ການທຳການຜະ ລິດ ໂດຍສະເພາະເວລາຈູດສວນ, ໄຮ່ ແລະ ຄັງສັດຕ້ອງໄດ້ເອົາໃຈໃສ່ ໃນການປ້ອງກັນເປັນຕົ້ນຕັດແລວ ໄຟໃຫ້ຮັບປະກັນເສຍກ່ອນຈຶ່ງທຳ * ອິນເຕີເນັດ (internet) ແມ່ນເຄືອຂ່າຍຄອມພິວເຕີທີ່ມີຂະ ໜາດໃຫຍ່ ມີການເຊື່ອມຕໍ່ລະຫວ່າງ ຫລາຍໆເຄືອຂ່າຍ ເພື່ອສື່ສານກັນ ໃນສັງຄົມໃນຫລາກຫລາຍຮູບ ແບບ. ສະນັ້ນ, ອິນເຕີເນັດ ຈຶ່ງແມ່ນ ໜຶ່ງປັດໄຈທີ່ມີຄວາມສຳຄັນຕໍ່ການ ພັດທະນາເສດຖະກິດ-ສັງຄົມ ແລະ ອິນເຕີເນັດຢູ່ ສປປ ລາວ ກໍໄດ້ມີ ການພັດທະນາ ແລະ ປັບປຸງໃຫ້ດີ ຂຶ້ນເລື້ອຍໆ. ມາຮອດປັດຈຸບັນ, ຢູ່ ສປປ ລາວ ກໍມີຫລາຍບໍລິສັດທີ່ໃຫ້ບໍລິການ ສັນຍານອິນເຕີເນັດ ແລະ ຄວາມໄວ ຂອງອິນເຕີເນັດທີ່ໃຊ້ຢູ່ດຽວນີ້ກໍ ບໍ່ໄດ້ຂີ້ຮ້າຍ ເມື່ອທຽບກັບຫລາຍ ປະເທດໃນພາກພື້ນ. ພວກເຮົາຕ້ອງຍອມຮັບກັນວ່າ ອິນເຕີເນັດ ມີຄວາມສຳຄັນໃນການ ພັດທະນາເສດຖະກິດ-ສັງຄົມຂອງ ຊາດ, ຊ່ວຍການປະຢັດເວລາ ແລະ ງົບປະມານໃນການເຜີຍແຜ່ຂໍ້ມູນ ຂ່າວສານຕ່າງໆ, ມີຄວາມສະດວກ ໃນການສື່ສານ. ສິ່ງສຳຄັນອິນເຕີ ເນັດ ໄດ້ຊ່ວຍພວກເຮົາເຂົ້າເຖິງຂໍ້ ມູນໄດ້ຫລາຍກວ່າເກົ່າ, ສົ່ງເສີມ ການຄ້າຂາຍ ແລະ ການລົງທຶນອັນ ນຳໄປສູ່ການສ້າງວຽກເຮັດງານ ທຳທີ່ຫລາຍຂຶ້ນ ແລະ ຊ່ວຍໃຫ້ການ ບໍລິການຕ່າງໆໄດ້ຮັບການປັບປຸງດີ ຂຶ້ນເຊັ່ນກັນ. ແນວໃດກໍຕາມ, ໃນປັດຈຸບັນ ເຖິງວ່າຄວາມໄວຂອງອິນເຕີເນັດ ຢູ່ປະເທດເຮົາ ອາດຍັງບໍ່ທັນໄວ ທຽບເທົ່າກັບຫລາຍປະເທດໃນ ພາກພື້ນ ແລະ ໃນໂລກ, ແຕ່ລັດຖະ ບານ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ເອົາໃຈໃສ່ໃນການພັດທະນາ ແລະ ປັບປຸງຢ່າງບໍ່ຢຸດຢັ້ງ ເພື່ອຮັບ ປະກັນໃຫ້ປະຊາຊົນບັນດາເຜົ່າ ສາ ມາດເຂົ້າເຖິງການຊົມໃຊ້ອິນເຕີ ເນັດທີ່ມີຄຸນນະພາບ ແລະ ລາຄາອັນ ສົມເຫດສົມຜົນ. ຄືດັ່ງໃນຍຸກພັດທະນາໃນປັດຈຸ ບັນນີ້, ອິນເຕີເນັດ ໄດ້ເປັນປັດໄຈສຳ ຄັນຍິ່ງ, ສະນັ້ນ ການລົງທຶນໃສ່ຂະ ແໜງການນີ້ ຈຶ່ງມີຄວາມຈຳເປັນ ທີ່ລັດຖະບານບໍ່ໄດ້ນີ້ງນອນເສີຍ ເຊິ່ງເຊື່ອວ່າໃນອະນາຄົດອັນໃກ້ ອິນເຕີເນັດ ຂອງ ສປປ ລາວ ຈະມີ ຄວາມໄວທຽບເທົ່າພາກພື້ນ ແລະ ສາກົນ ເພື່ອຕອບສະໜອງຄວາມ ຕ້ອງການຂອງມວນຊົນ. ການຈູດ, ການເຂົ້າປ່າຫາຢູ່ຫາກິນ ເວລາໃຊ້ຝືນໄຟ ແຕ່ງຢູ່ຄົວກິນສຳ ເລັດ ກໍ່ຕ້ອງດັບມອດໄຟໃຫ້ມອດ ຈຶ່ງໄປ. ນອກຈາກນີ້, ກໍ່ຮຽກຮ້ອງ ໃຫ້ພໍ່ແມ່ປະຊາຊົນຊ່ວຍກັບເຈົ້າໜ້າ ທີ່ກ່ຽວຂ້ອງໃນການປົກປັກຮັກສາ ປ່າໄມ້, ຫ້າມບໍ່ໃຫ້ເຂົ້າໄປຖາງປ່າ ເພື່ອເຮັດຄັງສັດ, ປູກເຂົ້າ ແລະ ອື່ນໆ ໃນເຂດປ່າສະຫງວນ, ເຂດອຸທິຍານ ແຫ່ງຊາດ ທັງນີ້ກໍ່ເພື່ອເຮັດໃຫ້ປ່າ ໄມ້ທຳມະຊາດນັບມື້ມີຄວາມອຸດົມ ສົມບູນຂຶ້ນເທື່ອລະກ້າວ. ພາບປະກອບ ພາບປະກອບ ຫລາຍປັດໄຈ ໂດຍສະເພາະແມ່ນ ດ້ານບຸກຄະລາກອນ, ສ້າງແລວທາງ

RkJQdWJsaXNoZXIy MTc3MTYxMQ==